ພຣະ​ຄຳ​ພີ
ຄຳ​ນຳ


ຄຳ​ນຳ

ພຣະ​ຄຳ​ພີ​ມໍມອນ​ເປັນ​ພຣະ​ຄຳ​ພີ​ອັນ​ສັກ​ສິດ​ຄຽງ​ຄູ່​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ມັນ​ເປັນ​ບັນ​ທຶກ​ການ​ພົວ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ອາ​ໄສ​ຢູ່​ໃນ​ອາ​ເມຣິ​ກາ​ໃນ​ສະ​ໄໝ​ບູຮານ ແລະ ປະກອບ​ດ້ວຍ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ.

ພຣະ​ຄຳ​ພີ​ເຫລັ້ມ​ນີ້​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ​ຫລາຍໆ​ທ່ານ​ໃນ​ສະ​ໄໝ​ບູຮານ ໂດຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ. ຖ້ອຍ​ຄຳ ຫລື ອັກຂະລະ​ໃນ​ແຜ່ນ​ຈາລຶກ​ຄຳ​ແມ່ນ​ຖືກ​ຂຽນ ແລະ ກ່າວ​ເຖິງ ແລະ ຫຍໍ້​ໂດຍ​ສາດ​ສະ​ດາ​-​ນັກ​ປະຫວັດ​ສາດ​ຊື່​ວ່າ ມໍມອນ. ບັນ​ທຶກ​ນີ້​ໃຫ້​ເລື່ອງ​ລາວ​ຂອງ​ຄົນ​ສອງ​ເຜົ່າ. ເຜົ່າ​ໜຶ່ງ​ມາ​ຈາກ​ເຢຣູ​ຊາເລັມ​ໃນ​ສະ​ໄໝ 600 ປີ ກ່ອນ​ຄຣິດ​ຕະ​ສັກ​ກະ​ລາດ. ຫລັງ​ຈາກ​ນັ້ນ ຄົນ​ເຫລົ່າ​ນີ້​ໄດ້​ແຍກ​ອອກ​ເປັນ​ສອງ​ປະ​ຊາ​ຊາດ​ເທົ່າ​ທີ່​ຮູ້​ກັນ​ວ່າ ຊາວ​ນີໄຟ​ກັບ​ຊາວ​ເລມັນ. ອີກ​ເຜົ່າ​ໜຶ່ງ​ທີ່​ມາ​ຮອດ​ກ່ອນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພາ​ສາ​ຂອງ​ມະນຸດ​ສັບ​ສົນ​ທີ່​ສ້າງ​ຫໍ​ບາ​ເບນ. ເຜົ່າ​ນີ້​ໄດ້​ຮູ້​ກັນ​ວ່າ ຊາວ​ຢາເຣັດ. ຫລັງ​ຈາກ​ຫລາຍ​ພັນ​ປີ​ຜ່ານ​ໄປ, ພວກ​ເຂົາ​ຖືກ​ທຳ​ລາຍ​ໝົດ​ນອກ​ຈາກ​ຊາວ​ເລມັນ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່, ແລະ ພວກ​ເຂົາ​ເປັນ​ບາງ​ສ່ວນ​ໃນ​ບັນ​ດາ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ອິນ​ເດຍ​ແດງ.

ເຫດ​ການ​ທັງ​ໝົດ​ທີ່​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍມອນ​ນັ້ນ ເປັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສ່ວນ​ຕົວ​ຂອງ​ອົງ​ພຣະເຢຊູ​ຄຣິດ​ເຈົ້າ​ຕໍ່​ບັນ​ດາ​ຊາວ​ນີໄຟ​ບໍ່​ນານ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ມັນ​ໄດ້​ເວົ້າ​ເຖິງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ແຜນ​ແຫ່ງ​ຄວາມ​ລອດ ແລະ ບອກ​ມະນຸດ​ທຸກ​ຄົນ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ສັນ​ຕິ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ຄວາມ​ລອດ​ນິ​ລັນ​ດອນ​ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ.

ຫລັງ​ຈາກ​ມໍມອນ​ຈົບ​ບັນ​ທຶກ​ການ​ຂຽນ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ມອບ​ບັນ​ທຶກ​ໃຫ້​ແກ່​ລູກ​ຊາຍ​ຂອງ​ເພິ່ນ​ຜູ້​ມີ​ຊື່​ວ່າ ໂມ​ໂຣ​ໄນ. ເພິ່ນ​ໄດ້​ເພີ່ມ​ເຕີມ​ຄຳ​ເວົ້າ​ເລັກ​ໜ້ອຍ ແລ້ວ​ໄດ້​ເຊື່ອງ​ແຜ່ນ​ຈາລຶກ​ໄວ້​ໃນ​ເນີນ​ພູຄູໂມຣາ. ຕໍ່​ມາ​ໃນ​ວັນທີ 21 ເດືອນ​ກັນຍາ, 1823, ໂມ​ໂຣ​ໄນ​ຜູ້​ດຽວ​ກັນ​ນີ້​ໄດ້​ມາ​ປະກົດ​ຕົວ​ໂດຍ​ລັດ​ສະ​ໝີ​ພາບ​ຫລັງ​ຈາກ​ໄດ້​ຟື້ນ​ຄືນ​ຊີ​ວິດ​ຕໍ່​ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ແນະນຳ​ເພິ່ນ​ກ່ຽວ​ກັບ​ບັນ​ທຶກ​ຂອງ​ສະ​ໄໝ​ບູຮານ​ເພື່ອ​ປະສົງ​ໃຫ້​ເພິ່ນ​ແປ​ມັນ​ເປັນ​ພາ​ສາ​ອັງ​ກິດ.

ເມື່ອ​ເຖິງ​ເວລາ​ແຜ່ນ​ຈາລຶກ​ໄດ້​ຖືກ​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ເປັນ​ຜູ້​ແປ​ໂດຍ​ຜ່ານ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ. ປະ​ຈຸ​ບັນ​ນີ້​ບັນ​ທຶກ​ດັ່ງ​ກ່າວ​ນີ້​ໄດ້​ຖືກ​ພິມ​ເປັນ​ຫລາຍ​ພາ​ສາ ຊຶ່ງ​ເປັນ​ພະຍານ​ໃໝ່ ແລະ ເພີ່ມ​ເຕີມ​ວ່າ ພຣະເຢຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ ທຸກ​ຄົນ​ທີ່​ມາ​ຫາ​ພຣະ​ອົງ ແລະ ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາມ​ລອດ.

ກ່ຽວ​ກັບ​ບັນ​ທຶກ​ດັ່ງ​ກ່າວ​ນີ້ ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ກ່າວ​ໄວ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ບອກ​ພີ່​ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອ​ກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີ​ລາ​ສຳ​ຄັນ ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ ແລະ ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ.

ນອກ​ຈາກ​ໂຈເຊັບ ສະມິດ ໄດ້​ເຫັນ​ແຜ່ນ​ຈາລຶກ​ນີ້​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ໃຫ້​ສິບ​ເອັດ​ຄົນ​ເຫັນ​ນຳ​ອີກ ເພື່ອ​ໃຫ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ ແລະ ເຖິງ​ຄວາມ​ສັກ​ສິດ​ຂອງ​ພຣະ​ຄຳ​ພີ​ມໍມອນ​ນີ້. ພວກ​ເພິ່ນ​ໄດ້​ຂຽນ​ປະຈັກ​ພະຍານ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນ ເຊັ່ນ “ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ” ແລະ “ປະຈັກ​ພະຍານ​ຂອງ​ພະຍານ​ແປດ​ຄົນ.

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ທີ່​ຢູ່​ທຸກ​ແຫ່ງ​ຫົນ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍມອນ ແລະ ໃຫ້​ໄຕ່​ຕອງ​ໃນ​ໃຈ​ເຖິງ​ເລື່ອງ​ລາວ​ຕ່າງໆ​ທີ່​ມີ​ໃນ​ນັ້ນ ແລ້ວ​ທູນ​ຖາມ​ພຣະ​ເຈົ້າ ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ ຖ້າ​ພຣະ​ຄຳ​ພີ​ນີ້​ເປັນ​ຄວາມ​ຈິງ​ຫລື​ບໍ່. ຜູ້​ໃດ​ທີ່​ປະ​ຕິ​ບັດ​ຕາມ​ພຣະ​ຄຳ​ພີ​ນີ້ ແລະ ທູນ​ຖາມ​ດ້ວຍ​ສັດທາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ ແລະ ຄວາມ​ສັກ​ສິດ​ຂອງ​ມັນ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ໂມ​ໂຣ​ໄນ 10:3–5).

ຜູ້​ທີ່​ໄດ້​ຮັບ​ພະຍານ​ອັນ​ສັກ​ສິດ​ຈາກ​ພຣະ​ວິນ​ຍານ​ສັກ​ສິດ​ນີ້​ຈະ​ໄດ້​ຮູ້​ຈັກ​ດ້ວຍ​ອຳນາດ​ດຽວ​ກັນ​ວ່າ ພຣະ​ເຢຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ວ່າ​ໂຈເຊັບ ສະມິດ ເປັນ​ຜູ້​ເປີດ​ເຜີຍ ແລະ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ແລະ ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຕຽມ​ພ້ອມ​ໄວ້​ເພື່ອ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເມ​ຊີ​ອາ.