​2010–2019
ມໍລະ​ດົກ​​​ແຫ່ງ​ຄວາມ​ຫວັງອັນ​ລ້ຳຄ່າ
ເມສາ 2014


ມໍລະ​ດົກ​​​ແຫ່ງ​ຄວາມ​ຫວັງອັນ​ລ້ຳຄ່າ

ເມື່ອ​ໃດ​ກໍ​ຕາມ​ທີ່ທ່ານ​ຢູ່​ໃນ​ເສັ້ນທາງແຫ່ງ​ຊີວິດ​ນິລັນດອນ​ ຫລື ຮັກສາ​ພັນທະ​ສັນຍາ​ນຳພຣະ​ເຈົ້າ, ທ່ານ​ໄດ້​ເລືອກ​ທີ່​ຈະ​ມອບ​ຄວາມ​ຫວັງ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ບາງ​ຄົນ​ໃນ​ພວກ​ທ່ານ​ໄດ້​ຖືກ​ເຊື້ອ​ເຊີນ​​ໃຫ້​ມາ​ຮ່ວມ​ກອງ​ປະຊຸມ​ນີ້​ໂດຍ​ຜູ້​ສອນ​ສາດສະໜາ​ຂອງ​ສາດສະໜາ​ຈັກຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຜູ້​ສອນ​ສາດສະໜາ​ເຫລົ່ານັ້ນ​ໄດ້​ເຊື້ອ​ເຊີນ​ທ່ານ​ແລ້ວ​ໃຫ້​ເຮັດ​ພັນທະ​ສັນຍາ​ນຳພຣະ​ເຈົ້າ ​ໂດຍ​ການ​ຮັບ​ບັບຕິ​ສະມາ.

ທ່ານ​ຄົນ​ອື່ນ​ໆ​ກໍຮັບ​ຊົມຢູ່ ​ເພາະ​ທ່ານ​ໄດ້​ຮັບ​ເອົາ​ການ​​ເຊື້ອ​ເຊີນ​ຈາກ​ພໍ່​ແມ່, ພັນ​ລະ​ຍາ, ຫລື ບາງ​ທີ​ຈາກ​ເດັກນ້ອຍ ຜູ້​ຫວັງ​ວ່າ​ທ່ານ​ຈະ​ເລືອກ​ເຮັດ​ໃຫ້​ພັນທະ​ສັນຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ​ເປັນ​ຈຸດ​ໃຈກາງ​​ໃນ​ຊີວິດ​ຂອງ​ທ່ານ. ບາງ​ຄົນ​ໃນ​ພວກ​ທ່ານ​ທີ່​ຮັບ​ຊົມ​ຢູ່​ຕອນ​ນີ້ ​ໄດ້​ເລືອກ​ກັບ​ຄືນ​ມາ​ຕິດຕາມພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຮູ້ສຶກ​ໃນ​ມື້​ນີ້ ​ເຖິງ​ຄວາມ​ຊື່ນ​ຊົມຂອງ​ພຣະອົງ​ສຳລັບ​ການ​ກັບ​ມາ​ຂອງ​ທ່ານ.

ບໍ່​ວ່າ​ທ່ານ​ຈະ​ເປັນ​ໃຜ ​ແລະ ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ທ່ານ​ສາມາດມີ​ອິດ​ທິພົນ​ຕໍ່ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ​ເກີນ​ກວ່າ​ທ່ານ​ສາມາດ​ຫລິງ​ເຫັນ. ທຸກ​ມື້ທຸກ​ຊົ່ວ​ໂມງ ທ່ານ​ສາມາດ​ເລືອກ​ທີ່​ຈະ​ຮັກສາ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ​ໄດ້.

​ເມື່ອ​ໃດ​ກໍ​ຕາມ​ທີ່ທ່ານ​ຢູ່​ໃນ​ເສັ້ນທາງແຫ່ງ​ຊີວິດ​ນິລັນດອນ​, ທ່ານມີ​ໂອກາດ​ທີ່​ຈະ​ສະ​ແດງ​ໃຫ້​ຫລາຍ​ຄົນ​ເຫັນ​ວິທີ​ທີ່​ຈະ​ມີ​ຄວາມສຸກ​ຫລາຍ​ກວ່າ. ​ເມື່ອ​ທ່ານ​ເລືອກ​ທີ່​ຈະ​ເຮັດ ຫລື ຮັກສາ​ພັນທະ​ສັນຍາ​ນຳພຣະ​ເຈົ້າ, ທ່ານ​ໄດ້​ເລືອກ​ທີ່​ຈະ​ມອບ​ຄວາມ​ຫວັງ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ທ່ານ.

ທ່ານ ​ແລະ ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍດ້ວຍ​ຄຳ​ສັນຍາຂອງ​ມໍລະດົກ​​ເຊັ່ນນັ້ນ. ຂ້າພະ​ເຈົ້າ​ເປັນ​ໜີ້​ບຸນຄຸນ​ຕໍ່​ຜູ້​ຊາຍ​ຄົນ​ໜຶ່ງ ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ພົບ​ເຫັນ​ໃນ​ຊີວິດ​ນີ້. ​ເພິ່ນ​ເປັນ​ເດັກ​ກຳພອຍ ຜູ້​ກາຍ​ເປັນ​ພໍ່​ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ໄດ້​ປະມໍລະດົກ​ແຫ່ງ​ຄວາມ​ຫວັງອັນ​ລ້ຳຄ່າ​ໄວ້​ໃຫ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຂໍ​ເລົ່າ​ບາງ​ສິ່ງ​ທີ່​ໄດ້​ສ້າງ​ມໍລະດົກ​ນີ້​ໄວ້​ໃຫ້​ຂ້າພະ​ເຈົ້າ.

​ເພິ່ນ​ຊື່ວ່າ ​ເຮັນຣິກ ​ໄອຣິງ. ​ເພິ່ນ​ໄດ້​ເກີດ​ນຳ​ຄອບຄົວ​ທີ່​ລ້ຳລວຍ. ພໍ່​ຂອງ​ເພິ່ນຊື່ ​ແອດ​ເວີ​ດ ​ມີ​ທີ່​ດິນ​ບ່ອນ​ກວ້າງ​​ໃຫຍ່​ຢູ່​ເມືອງ​ໂຄ​ເບີກ, ຊຶ່ງ​ຕອນ​ນີ້​​ແມ່ນ​ຢູ່​ໃນ​ປະ​ເທດ​ເຢຍລະ​ມັນ. ​ແມ່​ຂອງ​ເພິ່ນ​ເປັນ​ລູກ​ຂອງ​ຂຸນ​ນາງ​ແຫ່ງຊາລ໊ອດ ວອນ ບະ​ລູມ​ເບີກ. ພໍ່​ຂອງ​ນາງ​ເປັນ​ຜູ້​ຮັກສາ​ທີ່​ດິນໃຫ້​ກະສັດ​ແຫ່ງ ພຣູ​ເຊຍ.

​​ເຮັນຣິກ ​ເປັນ​ລູກ​ຊາຍ​ກົກ​ຂອງ ຊາລ໊ອດ ​ແລະ ​​ແອດ​ເວີ​ດ. ຊາລ໊ອດ​ໄດ້​ເສຍຊີວິດ​ຕອນ​ມີ​ອາຍຸ​ໄດ້ 31 ປີ, ຫລັງ​ຄອດ​ລູກ​ຄົນທີ​ສາມ. ​​ແອດ​ເວີ​ດ​ໄດ້​ເສຍ​ຊີວິດ​ໄປ​ບໍ່​ດົນ​ຈາກ​ນັ້ນ, ​ແລະ ກໍ​ໄດ້​ສູນ​ເສຍ​ຊັບ​ສິນ​ທັງ​ໝົດ​ນຳ​ການລົງທຶນ. ​ເພິ່ນມີ​ອາຍຸ​ພຽງ​ແຕ່ 40 ປີ​ເທົ່າ​ນັ້ນ. ​ເພິ່ນ​ໄດ້​ປະ​ໃຫ້​ລູກ​ສາມ​ຄົນ​ກາຍ​ເປັນ​ລູກ​ກຳພອຍ.

​ເຮັນຣິກ, ຊຶ່ງ​ເປັນພໍ່​ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ ​ໄດ້​ສູນ​ເສຍ​ພໍ່​ແມ່​ທັງ​ສອງ ພ້ອມ​ທັງຊັບ​ສິນ​ທັງໝົດ. ​ເພິ່ນ​ບໍ່​ເຫລືອ​ແມ່ນ​ແຕ່​ຫລຽນ​ດຽວ. ​ເພິ່ນ​ໄດ້​ບັນທຶກ​ໄວ້​ໃນປະຫວັດ​ຊີວິດ​ຂອງ​ເພິ່ນ​ວ່າ ​ເພິ່ນ​ຮູ້ສຶກ​ວ່າຄວາມ​ຫວັງ​ທີ່​ດີ​ທີ່​ສຸດຂອງ​ເພິ່ນ ​ແມ່ນ​ການ​ເດີນທາງ​ໄປ​ອາ​ເມຣິກາ. ​ເຖິງ​ແມ່ນ​ເພິ່ນ​ບໍ່​ມີ​ຄອບຄົວ ຫລື ໝູ່​ເພື່ອນ​ຢູ່​ທີ່​ນັ້ນກໍ​ຕາມ, ​ແຕ່​ເພິ່ນ​ຮູ້ສຶກ​ວ່າ​ ​ເພິ່ນ​ມີ​ຄວາມ​ຫວັງ​ກັບ​ການ​ໄປ​ອາ​ເມຣິກາ. ທຳ​ອິດ​ເພິ່ນ​ໄດ້​ໄປ​ຫາ​ເມືອງນິວຢອກ ຊີ​ທີ. ຕໍ່​ມາເພິ່ນ​ໄດ້​ຍ້າຍ​ໄປ​ຢູ່​ເມືອງ​ເຊັ້ນຫລຸຍ, ລັດ​ມີ​ເຊີຣີ.

ຢູ່​ໃນ​ເມືອງ​ເຊັ້ນຫລຸຍ, ​ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ​ຂອງ​ເພິ່ນ​​ໄດ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຈາກ​ເພື່ອນ​ຂອງ​ເພິ່ນ, ​ເພິ່ນ​ໄດ້​ຮັບປຶ້ມນ້ອຍຫົວ​ໜຶ່ງ​ທີ່​ຂຽນ​ໂດຍ​ແອວ​ເດີ ພາ​ລີ ພີ ​ພະ​ແຣັດ. ເພິ່ນ​ໄດ້​ອ່ານ​ມັນ ​ແລ້ວ​ໄດ້​ສຶກສາທຸກ​ເລື່ອງ​ທີ່​ກ່ຽວ​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເພິ່ນ​ໄດ້​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້ ຖ້າ​ຫາກ​ວ່າ​ມີ​ທູດ​ສະຫວັນ​ມາ​ປະກົດ​ຕໍ່​ມະນຸດ​ແທ້ໆບໍ, ວ່າ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່​ແທ້​ໆ​ບໍ, ​ແລະ ວ່າ​​ເພິ່ນ​ໄດ້​ພົບ​ສາດສະໜາ​ທີ່​ແທ້​ຈິງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍແທ້ໆ​ບໍ.

ຫລັງ​ຈາກ​​ໄດ້​ສຶກສາ ​ແລະ ອະທິຖານ​ຢ່າງ​ຖີ່​ຖ້ວນ​ເປັນ​ເວລາ​ສອງ​ເດືອນ, ​ເຮັນ​ຣິກໄດ້​ຝັນວ່າ ​ເພິ່ນ​ຖືກ​ບອກ​ວ່າ ​ເພິ່ນ​ຈະຮັບ​ບັບຕິ​ສະມາ. ຊາຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ຂ້າພະ​ເຈົ້ານັບຖື​ເປັນ​ຢ່າງ​ສູງ ຊື່ ​ແອວ​ເດີ ວິວລຽມ ບຣາວ, ​ໄດ້​ກະທຳ​ພິທີການ. ​ເຮັນຣິກ​ໄດ້​ຮັບ​ບັບຕິ​ສະມາ​ຢູ່​ໃນ​ສະນ້ຳຈາກ​ນ້ຳຝົນ ​ໃນ​ວັນ​ທີ 11 ​ເດືອນ​ມິ​ນາ , 1855, ​ເວລາ 7 ​ໂມງ​ເຄິ່ງຕອນ​ເຊົ້າ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ເຮັນຣິກ ​ໄອຣິງ ຮູ້​ໃນ​ຕອນ​ນັ້ນວ່າ ສິ່ງ​ທີ່​ຂ້າພະ​ເຈົ້າກຳລັງ​ສອນ​ຢູ່​ໃນ​ມື້​ນີ້​ເປັນຄວາມ​ຈິງ. ​ເພິ່ນ​ຮູ້​ວ່າ ຄວາມສຸກ​ຂອງ​ຊີວິດ​ນິລັນດອນ​ມາ​​ເຖິງ​ຜ່ານ​ການຜູກ​ມັດ​ຂອງ​ຄອບຄົວ ຊຶ່ງ​ຈະ​ສືບ​ຕໍ່​ໄປ​ຕະຫລອດ​ການ. ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ເພິ່ນ​ຫາກໍ​ພົບ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເພິ່ນ​ກໍ​ຮູ້​ວ່າ ຄວາມ​ຫວັງ​ຂອງ​ເພິ່ນສຳລັບ​ຄວາມສຸກ​ນິລັນດອນ ​ແມ່ນ​ຂຶ້ນກັບອິດ​ສະລະ​ທີ່​ຈະ​ເລືອກ​ຂອງ​ຄົນ​ອື່ນ​​​ໃນ​ການ​ຕິດຕາມ​ຕົວຢ່າງ​ຂອງ​ເພິ່ນ. ຄວາມ​ຫວັງ​ຂອງ​ເພິ່ນສຳລັບຄວາມສຸກ​ນິລັນດອນ ​ແມ່ນ​ຂຶ້ນຢູ່ກັບ​ຜູ້​ຄົນ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ.

​ໃນ​ພາກສ່ວນ​ໜຶ່ງ​ຂອງ​ມໍ​ລະ​ດົກ​ແຫ່ງ​ຄວາມ​ຫວັງ​ຂອງຄອບຄົວ​ຂອງ​ເຮົາ, ​ເພິ່ນ​ໄດ້​ປະບັນທຶກ​ປະຫວັດ​ໃຫ້​ແກ່​ລູກ​ຫລານ​ຂອງ​ເພິ່ນ.

​ໃນປະຫວັດ​ນັ້ນ ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ​ຕໍ່​ພວກ​ເຮົາ​ຜູ້​ຈະ​ຕິດຕາມ​ເພິ່ນ. ​ໃນ​ຖ້ອຍ​ຄຳ​ຂອງ​ເພິ່ນ ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຫວັງ​ຂອງ​ເພິ່ນ​ວ່າ ລູກ​ຫລານ​ຂອງ​ເພິ່ນ​ຈະ​ເລືອກ​ຕິດຕາມ​ເພິ່ນ​ກັບ​ຄືນ​ໄປ​ຫາ​ບ້ານ​ແຫ່ງ​ສະຫວັນ. ​ເພິ່ນ​ຮູ້​ວ່າການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ​ນັ້ນ ຈະ​ເປັນ​ການ​ເລືອກອັນດັບ​ເລັກ​ນ້ອຍ​ຫລາຍໆ​ຢ່າງຂອງ​ລູກ​ຫລານ​ຂອງ​ເພິ່ນ. ຂ້າພະ​ເຈົ້າຂໍ​ອ່ານ​ຈາກ​ປະຫວັດຂອງ​ເພິ່ນ:

“ຈາກ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງແອວ​ເດີ ​ແອນຣັສ … ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ປະຊຸມ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຕະຫລອດ ​ແລະ ໜ້ອຍ​ໜັກ​ໜ້ອຍ​ໜາ​ທີ່​ຂ້າພະ​ເຈົ້າບໍ່​ໄດ້​ໄປ, ​ເພາະ​ມັນ​ເປັນ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າທີ່​ຈະ​ເຮັດ.

“ຂ້າພະ​ເຈົ້າ​ໄດ້​ຂຽນ​ສິ່ງ​ນີ້​ໄວ້​ໃນ​ປຶ້ມປະຫວັດ​ຂອງ​ຂ້າພະ​ເຈົ້າ ​ເພື່ອ​ວ່າ​ລູກ​ຫລານ​ຂອງ​ຂ້າພະ​ເຈົ້າຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຂ້າພະ​ເຈົ້າ ​ແລະ ບໍ່ລະ​ເລີຍ​ຈາກໜ້າ​ທີ່​ອັນສຳຄັນ​ທີ່​ຈະ​ໄປ​ຮ່ວມນຳ​ໄພ່​ພົນຂອງ​ພຣະ​ເຈົ້າ.”1

​ເຮັນຣິກຮູ້​ວ່າ​ໃນ​ສິນ​ລະ​ລຶກ ​ເຮົາ​ສາມາດ​ຕໍ່​ຄຳ​ສັນຍາ​ຂອງ​ເຮົາ ທີ່​ຈະ​ລະ​ນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.

​ແມ່ນ​ພຣະວິນ​ຍານ​ນັ້ນ ທີ່​ຄ້ຳຈູ​ນ​ເພິ່ນ​ຕອນ​ເພິ່ນ​ໄປ​ສອນ​ສາດສະໜາ ທີ່​​ເພິ່ນ​ໄດ້​ຮັບ​ພຽງ​ແຕ່​ສອງ​ສາມ​ເດືອນ​ຫລັງ​ຈາກ​ເພິ່ນ​ໄດ້​​ຮັບເອົາ​ພັນທະ​ສັນຍາ​ແຫ່ງ​ການບັບຕິ​ສະມາ. ​ເພິ່ນ​ໄດ້​ປະ​ມໍ​ລະ​ດົກຂອງ​ເພິ່ນ​ໄວ້​ໃຫ້​ພວກ​ເຮົາ ກ່ຽວ​ກັບ​ການ​ຊື່ສັດ​ຕໍ່ການ​ເຜີຍ​ແຜ່​ຂອງ​ເພິ່ນ​ເປັນ​ເວລາ​ຫົກ​ປີ ຢູ່ໃນ​ເຂດຂອງ​ຊາວ​ອິນ​ເດຍ​​ແດງ​ໃນ​ເວລາ​ນັ້ນ. ​ເພື່ອ​ໄປ​ຮັບ​ເອົາ​ການ​ປົດ​ຈາກການ​​ເຜີຍ​ແຜ່​ຂອງ​ເພິ່ນ, ​ເພິ່ນ​ໄດ້​ຍ່າງ​​ໄປ​ກັບ​ຂະ​ບວນກວຽນຈາກ​ລັດ​ໂອ​ກະລາ​ໂຮ​ມາ ​ໄປ​ຫາ​ເມືອງ​ເຊົາ​ເລັກ, ​ເປັນ​ໄລຍະ​ທາງ​ປະມານ 1,100 ​ໄມ (1,770 ກິ​ໂລ​ແມັດ).

ບໍ່​ດົນ​ຈາກ​ນັ້ນ ​ສາດສະດາ​ຂອງ​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້ເພິ່ນ​ຍ້າຍ​ໄປ​ຢູ່​ພາກ​ໃຕ້​ຂອງ​ລັດຢູທາ. ຈາກ​ບ່ອນ​ນັ້ນ ​ເພິ່ນ​ໄດ້​ຮັບ​ເອົາ​ການ​ເອີ້ນ​ອີກ​ໃຫ້​ໄປ​ສອນ​ສາດສະໜາ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພິ່ນ​ຢູ່​ປະ​ເທດ​ເຢຍລະ​ມັນ. ​​ແລ້ວ​ເພິ່ນ​ໄດ້​ຮັບ​ເອົາ​ການ​ເອີ້ນ​ຂອງ​ອັກຄະ​ສາວົກ​ຂອງ​ອົງ​ພຣະຜູ້​ເປັນ​ເຈົ້າພຣະ​ເຢຊູ​ຄຣິດ​​ ​ເພື່ອ​ສ້າງ​ກຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ເມັກ​ຊິ​ໂກ. ຈາກ​ນັ້ນ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ຢູ່​​ເມືອງ​ເມັກ​ຊິ​ໂກ ຊີ​ທີ ອີກ. ​ເພິ່ນ​ໄດ້​ໃຫ້​ກຽດ​ແກ່​ການ​ເອີ້ນ​ເຫລົ່ານັ້ນ. ​ເພິ່ນ​ໄດ້​ເສຍ​ຊີວິດ​ໄປ ​ແລະ ​ໄດ້​ຖືກ​ຝັງ​ໄວ້​ຢູ່​ປ່າຊ້າ​ນ້ອຍ​ແຫ່ງ​ໜຶ່ງ​​ຂອງບ້ານ ​ໂຄ​ໂລ​ເນຍ ຮູ​ອາ​ເຣ​ສ, ​ເມືອງຈີ​ຮົວວາ, ປະ​ເທດ​ເມັກ​ຊິ​ໂກ.

ຂ້າພະ​ເຈົ້າບໍ່​ໄດ້​​ເລົ່າ​ເລື່ອງ​ນີ້ ​ເພື່ອ​ບອກ​​ເຖິງ​ຄວາມ​ດີງາມ​ຂອງ​ເພິ່ນ ຫລື ບອກ​ວ່າ​ລູກ​ຫລານ​ຂອງ​ເພິ່ນ​ເປັນ​ຄົນ​ພິ​ເສດ, ​ແຕ່​ຂ້າພະ​ເຈົ້າບອກ​ເລື່ອງ​ນີ້ ​ເພື່ອ​ໃຫ້​ກຽດ​ເພິ່ນສຳລັບ​ຕົວຢ່າງ​ທີ່​ຊື່ສັດ ​ແລະ ຄວາມ​ຫວັງ​ຂອງ​ເພິ່ນ.

​ເພິ່ນ​ໄດ້​ຮັບ​ເອົາ​ການ​ເອີ້ນ​ເຫລົ່ານັ້ນ ​ເພາະສັດທາ​ຂອງ​ເພິ່ນ​ ທີ່​ເຊື່ອ​ວ່າພຣະຄຣິດ​ທີ່ໄດ້​ຟື້ນ​ຄືນ​ຊີວິດ ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ໄດ້​ມາ​ປະກົດ​ຕໍ່​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ ​ໃນ​ລັດນິວຢອກ. ​ເພິ່ນ​ຮັບ​ຮູ້​ພຣະອົງ ​ເພາະ​ເພິ່ນ​ມີ​ສັດທາ​ວ່າ ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ໃນ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ແລ້ວ ພ້ອມ​ດ້ວຍ​ອຳນາດ​ທີ່​ຈະ​ຜະ​ນຶກ​ຄອບຄົວ​ເຂົ້າກັນ​ຕະຫລອດ​ການ, ຖ້າ​ຫາກ​ເຂົາ​ເຈົ້າມີ​ສັດທາ​ພຽງພໍ​ທີ່​ຈະ​ຮັກສາ​ພັນທະ​ສັນຍາ​ຂອງ​ເຂົາ​ເຈົ້າ.

​ເຊັ່ນ​ດຽວ​ກັບ ​ເຮັນຣິກ ​ໄອ​ຣິງ, ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າ, ທ່ານ​ອາດ​ເປັນ​ຄົນ​ທຳ​ອິດ​ໃນ​ຄອບຄົວ​ຂອງ​ທ່ານ ທີ່​ນຳພາ​ເສັ້ນທາງ​ກັບ​ໄປ​ຫາ​ຊີວິດ​ນິລັນດອນ ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ​ທີ່​ສັກສິດ ຊຶ່ງ​ໄດ້​ເຮັດ ​ແລະ ຮັກສາ​ດ້ວຍຄວາມ​ພາກ​ພຽນ ​ແລະ ດ້ວຍ​ສັດທາ. ພັນທະ​ສັນຍາ​​ແຕ່​ລະ​ອັນ ກໍ​ມາ​ນຳ​ໜ້າ​ທີ່ ​ແລະ ຄຳ​ສັນຍາ. ​ສຳລັບເຮົາ​​ແຕ່ລະຄົນ, ​ເຊັ່ນ​ດຽວ​ກັບ​ສຳລັບ ​ເຮັນຣິກ, ໜ້າ​ທີ່​ເຫລົ່ານັ້ນ ບາງ​ເທື່ອ​ຈະ​ງ່າຍ ​ແຕ່​ສ່ວນ​ຫລາຍ​ຈະ​ຫຍຸ້ງຍາກ. ​ແຕ່​ຈົ່ງ​ຈຳ​ໄວ້​ວ່າ, ບາງ​ເທື່ອ​ໜ້າ​ທີ່​ຈະ​ຫຍຸ້ງຍາກ ​ເພາະ​ຈຸດປະສົງ​ຂອງ​ມັນ ​ແມ່ນ​ເພື່ອ​ຈະ​ເລື່ອນ​ເຮົາ​ໄປ​ໜ້າ​ໃນ​ເສັ້ນທາງ ​ເພື່ອ​ຈະ​ໄດ້​ຢູ່​ນຳພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ຕະຫລອດ​ການ, ​ໃນ​ຄອບຄົວ.

ທ່ານ​ຈື່​ຈຳ​ຖ້ອຍ​ຄຳ​ຈາກ​ໜັງສື​ຂອງ​ອັບຣາຮາມ​ໄດ້​ບໍ ທີ່​ວ່າ:

ແລະ ມີອົງໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກ​ເຂົາທີ່​ຄ້າຍຄື​ກັບພຣະ​ເຈົ້າ, ​ແລະ ​ເພິ່ນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ທີ່ຢູ່​ກັບ​ເພິ່ນວ່າ: ພວກ​ເຮົາ​ຈະ​ລົງ​ໄປ, ​ເພາະວ່າ​ມີ​ບ່ອນວ່າງ​ຢູ່​ທີ່​ນັ້ນ, ​ແລະ ພວກ​ເຮົາຈະ​ນຳ​ພາກສ່ວນ​ຂອງສານ​ເຫລົ່າ​ນີ້​ໄປ, ​ແລະ ພວກ​ເຮົາ​ຈະ​ສ້າງ​ແຜ່ນດິນ​ໂລກໜ່ວຍ​ໜຶ່ງບ່ອນ​ທີ່ວິນ​ຍານເຫລົ່າ​ນີ້ຈະ​ໄດ້​ອາ​ໄສ​ຢູ່;

ແລະ ພວກ​ເຮົາຈະພິສູດພວກເຂົ​າ​ໂດຍ​ວິທີ​ນີ້, ​ເພື່ອ​ເບິ່ງ​ວ່າພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຂົາ​ຈະບັນຊາພວກ​ເຂົາ​ຫລື​ບໍ່;

ແລະ ​ຜູ້ທີ່ຮັກສາສະພາວະທຳ​ອິດ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ​ເພີ່ມ​ເຕີມ; ​ແລະ ​ຜູ້ທີ່​ບໍ່ຮັກສາສະພາວະທຳ​ອິດ​ຂອງ​ພວກ​ເຂົາຈະບໍ່ມີລັດສະໝີ​ພາບ​ໃນອານາຈັກດຽວ​ກັບ​ຜູ້ທີ່ຮັກສາສະພາວະທຳ​ອິດ​ຂອງ​ພວກ​ເຂົາ; ​ແລະ ​ຜູ້ທີ່ຮັກສາສະພາວະທີ​ສອງ​ຂອງ​ພວ​ກ​ເຂົາຈະມີລັດສະໝີ​ພາບ​ເພີ່ມເຕີມ​ໃສ່​ເທິງ​ຫົວ​ຂອງ​ພວກ​ເຂົາ​ຕະຫລອດ​ການ ​ແລະ ຕະຫລອດ​ໄປ.2

ການ​ຮັກສາສະພາວະ​ທີ​ສອງ​ຂອງ​ເຮົາ ​ແມ່ນ​ຂຶ້ນຢູ່ກັບ​ການ​​ເຮັດ​ພັນທະ​ສັນຍາ​ຂອງ​ເຮົາ​ນຳພຣະ​ເຈົ້າ ​ແລະ ​ເຮັດ​ໜ້າ​ທີ່​ຂອງ​ເຮົາ​ດ້ວຍ​ຄວາມ​ຊື່ສັດ ຕາມ​ທີ່​ຖືກ​ຮຽກຮ້ອງ. ​ເຮົາ​ຕ້ອງ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ວ່າ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ເພື່ອ​ຮັກສາ​ພັນທະ​ສັນຍາ​ອັນ​ສັກສິດ​ຕະຫລອດ​ຊີວິດ.

​ເພາະ​ການ​ຕົກ​ຂອງ​ອາ​ດາມ ​ແລະ ​ເອວາ, ​ເຮົາ​ຈຶ່ງ​ຖືກ​ລໍ້​ລວງ, ​ໄດ້​ຮັບ​ການ​ທົດ​ລອງ, ​ແລະ ຕາຍ ຊຶ່ງ​ເປັນມໍລະດົກ​ທີ່​​ເປັນ​ຂອງທຸກ​ຄົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ພຣະຊົນ​ຢູ່ ​ໄດ້​ມອບຂອງ​ປະທານ​ໃຫ້​ເຮົາ ຄື​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ ​ໃຫ້​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ຂອງ​ປະທານ​ ​ແລະ ພອນທີ່​ຍິ່ງ​ໃຫຍ່ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດນັ້ນ ຈະ​ນຳ​ມໍລະດົກ​ທີ່​​ເປັນ​ຂອງທຸກ​ຄົນ​​ມາ​ໃຫ້​ເຊັ່ນ: ຄຳ​ສັນຍາ​​ແຫ່ງ​ການ​ຟື້ນ​ຄືນ​ຊີວິດ ​ແລະ ຊີວິດ​ນິລັນດອນ​ສຳລັບ​ທຸກ​ຄົນ​ທີ່ໄດ້​ມາ​ເກີດ​.

​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ຊີວິດ​ນິລັນດອນ, ຈະ​ມາສູ່​ເຮົາ ພຽງ​ແຕ່​​ເມື່ອເຮົາ​ເຮັດ​ພັນທະ​ສັນຍາ ທີ່ມີ​ໃຫ້​ໃນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ​ ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະອົງ​ເທົ່າ​ນັ້ນ. ​​ເພາະ​ການ​ຕົກ​ນັ້ນ, ​ເຮົາ​ທຸກ​ຄົນ​ຈຶ່ງ​ຕ້ອງ​ໄດ້​ຮັບ​ການ​ຊຳລະ​ລ້າງ​ດ້ວຍ​ການ​ຮັບ​ບັບຕິ​ສະມາ ​ເພື່ອ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ພິທີການ​ເຫລົ່າ​ນີ້​ຈະ​ຕ້ອງ​ຖືກ​ປະຕິບັດ​ໂດຍ​ຜູ້​ທີ່​ມີ​ສິດອຳນາດ​ຖານະ​ປະ​ໂລຫິດ​. ​ແລ້ວດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຄວາມ​ສະຫວ່າງຂອງ​ພຣະຄຣິດ ​ແລະ ພຣະວິນ​ຍານ​ບໍລິສຸດ, ​ເຮົາ​ຈະສາມາດ​ຮັກສາ​ພັນທະ​ສັນຍາ​ທຸກ​ຂໍ້​ທີ່​ເຮົາ​ໄດ້​ເຮັດ​​ໄວ້ນຳພຣະ​ເຈົ້າ, ​ໂດຍ​ສະ​ເພາະ​ພັນທະ​ສັນຍາ​ທີ່​ມີ​ໃຫ້​ຢູ່​ໃນ​ພຣະວິຫານ. ພຽງ​ແຕ່​ໃນ​ວິທີ​ນີ້​ ​ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ນີ້​ເທົ່າ​ນັ້ນ, ຜູ້​ຄົນ​ຈະ​ສາມາດ​ທວງ​ເອົາ​ມໍລະດົກ​ຂອງ​ຕົນ​ໄດ້ ​ໃນ​ຖານະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ ​ໃນ​ຄອບຄົວ​ຕະຫລອດການ.

ຕໍ່​ບາງ​ຄົນ​ທີ່​ກຳລັງ​ຟັງ​ຂ້າພະ​ເຈົ້າຢູ່, ອາດ​ເປັນຄວາມ​ຝັນ​ທີ່​​ເກືອບ​ສິ້ນ​ຫວັງ.

ທ່ານ​ໄດ້​ເຫັນ​ພໍ່​ແມ່​ທີ່​ຊື່ສັດ ຜູ້ມີ​ຄວາມ​ໂສກ​ເສົ້າກັບ​ລູກ​ຜູ້​ໄດ້​ປະຕິ​ເສດ ຫລື ຜູ້​ໄດ້​ເລືອກ​ຝ່າຝືນ​ພັນທະ​ສັນຍາ​ທີ່​ໄດ້​ເຮັດ​ໄວ້​ນຳ​ພຣະ​ເຈົ້າ. ​ແຕ່​ພໍ່​ແມ່​ເຫລົ່ານັ້ນສາມາດ​ພົບ​ຄວາມປອບ​ໂຍນ ​ແລະ ຄວາມ​ຫວັງ​ໄດ້ ຈາກ​ປະສົບ​ການ​ຂອງ​ພໍ່​ແມ່​ຄົນ​ອື່ນໆ.

ລູກ​ຊາຍ​ຂອງ​ແອວ​ມາ ​ແລະ ພວກ​ລູກ​ຊາຍ​ຂອງກະສັດ​ໂມ​ໄຊ​ຢາ ​ໄດ້​ຫັນ​ກັບ​ມາ​ຈາກການ​ຝ່າຝືນພັນທະ​ສັນຍາ ​ແລະ ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ​ແອວ​ມາຜູ້​ເປັນ​ລູກ​ໄດ້​ເຫັນ​ ​ໂຄຣິ​ແອນ​ທັນ ລູກ​ຊາຍ​ຂອງ​ເພິ່ນ ຫັນ​ກັບ​ມາ​ຈາກ​ບາບ​ອັນ​ໜັກໜ່ວງ ມາສູ່​ການ​ຮັບ​ໃຊ້​ທີ່​ຊື່ສັດ. ພຣະຄຳ​ພີ​ມໍ​ມອນ​ຍັງ​ໄດ້​ບັນທຶກ​ອີກ​ເຖິງ​ການ​ມະຫັດສະຈັນ​ເຖິງ​ການ​ທີ່​ຊາວ​ເລ​ມັນ​ໄດ້​ປະ​ຖິ້ມ​ຮີດຄອງ​ອັນ​ເກົ່າ​ແກ່ທີ່​ກຽດ​ຊັງຄວາມ​ຊອບ​ທຳ ​ແລ້ວ​ໄດ້​​ເຮັດ​ພັນທະ​ສັນຍາ​ທີ່​ຈະ​ຕາຍ​ເພື່ອ​ຮັກສາ​ຄວາມ​ສະຫງົບ.

ທູດ​ອົງ​ໜຶ່ງ​ໄດ້​ຖືກ​ສົ່ງ​ມາ​ຫາ ​ແອວ​ມາ ຜູ້​ເປັນ​ລູກ ​ແລະ ພວກ​ລູກ​ຊາຍ​ຂອງ ​ໂມ​​ໄຊ​ຢາ. ທູດ​ໄດ້​ມາ​ຫາ​ເພາະ​ສັດທາ ​ແລະ ຄຳ​ອະທິ​ຖານ​ຂອງ​ຜູ້​ເປັນ​ພໍ່ ​ແລະ ຜູ້​ຄົນ​ຂອງ​ພຣະ​ເຈົ້າ. ຈາກ​ຕົວຢ່າງ​ເຫລົ່ານັ້ນ ອຳນາດ​ຂອງ​ການ​ຊົດ​ໃຊ້ທີ່​ທຳ​ງານ​ຢູ່​ໃນ​ໃຈ​ຂອງ​ມະນຸດ, ທ່ານ​ສາມາດ​ໄດ້​ຮັບ​ຄວາມ​ກ້າຫານ ​ແລະ ການ​ປອບ​ໂຍນ​ໄດ້.

ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ແຫ​ລ່ງທັງ​ປວງ​ແກ່​ເຮົາ ​ເມື່ອ​ເຮົາ​ດີ້ນ​ລົນ​ທີ່​ຈະ​ຊ່ອຍ​ເຫລືອ​ຄົນ​ທີ່​ເຮົາ​ຮັກ ​ໃຫ້​ໄດ້​ຮັບ​ມໍລະດົກ​ນິລັນດອນ​ຂອງ​ເຂົາ​ເຈົ້າ. ພຣະອົງ​ໄດ້​ສັນຍາ​ເຮົາ ​ເມື່ອ​ເຮົາ​ພະຍາຍາມ​ເຕົ້າ​ໂຮມ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະອົງ, ​ແມ່ນ​ແຕ່​ຕອນ​ເຂົາ​ເຈົ້າປະຕິ​ເສດ​ຄຳ​​ເຊື້ອ​ເຊີນຂອງ​ພຣະອົງ​ໃຫ້​ເຮັດ​ເຊັ່ນນັ້ນ. ການ​ຕໍ່ຕ້ານ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້ພຣະອົງ​ທຸກ​ໃຈ, ​ແຕ່​ພຣະອົງບໍ່​ຍອມ​​ແພ້, ​ເຮົາ​ກໍ​ບໍ່​ຍອມ​ແພ້​ຄື​ກັນ. ​ພຣະອົງໄດ້​ສະ​ແດງ​ຕົວຢ່າງ​ທີ່​ດີ​ພ້ອມ​​ໃຫ້​ເຮົາ​ເຫັນ ​ເຖິງ​ຄວາມ​ຮັກ​ທີ່​ບໍ່​ລົດ​ຫລະ ທີ່​ວ່າ: “ແລະ ອີກ​ເທື່ອ​ໜຶ່ງ, ຈັກ​ເທື່ອ​ແລ້ວ ທີ່​ເຮົາ​ໄດ້​ເຕົ້າໂຮມ​ເຈົ້າຄື​ກັນ​ກັບ​ແມ່​ໄກ່​ເຕົ້າໂຮມ​ລູກຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແທ້ຈິງ​ແລ້ວ, ໂອ້ ເຈົ້າຜູ້​ເປັນ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ຜູ້​ຕົກ​ໄປ; ແທ້​ຈິງ​ແລ້ວ, ໂອ້ ເຈົ້າຜູ້​ທີ່ຢູ່​ໃນ​ເຢຣູ​ຊາເລັມ, ເຈົ້າຕົກ​ໄປ​ແລ້ວ; ແທ້​ຈິງ​ແລ້ວ, ຈັກ​ເທື່ອ​ແລ້ວທີ່​ເຮົາ​ໄດ້​ເຕົ້າໂຮມ​ເຈົ້າຄື​ກັນ​ກັບ​ແມ່​ໄກ່ເຕົ້າໂຮມ​ລູກຂອງມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແລະ ເຈົ້າບໍ່​ຍິນ​ຍອມ.”3

​ເຮົາ​ສາມາດ​​ເພິ່ງ​ພາ​ອາ​ໄສ​ຄວາມ​ປາດ​ຖະໜາ​ທີ່​ບໍ່ສິ້ນ​ສຸດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ ​ເພື່ອ​ນຳ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະບິ​ດາ​ເທິງ​ສະຫວັນ​ກັບ​ຄືນ​ມາ​ບ້ານ​​ເພື່ອ​ໄປ​ຢູ່ນຳພຣະອົງ. ພໍ່​ແມ່​, ປູ່ຍ່າ​ຕາ​ຍາຍ, ​ແລະ ທວດ ທີ່​ຊື່ສັດ​ທຸກ​ຄົນ ກໍ​ມີ​ຄວາມ​ປາດ​ຖະໜາ​ອັນ​ດຽວ​ກັນນັ້ນ. ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ຕົວຢ່າງ​ທີ່​ດີ​ພ້ອມ ​ເຖິງ​ຜູ້​ທີ່​ເຮົາ​ສາມາດ​ເປັນ ​ແລະ ຄວນ​ເປັນ. ​ພວກ​ພຣະອົງ​ບໍ່​ເຄີຍ​ຂົ່ມ​ໃຫ້​ເຮົາ​ເລືອກ​ຄວາມ​ຊອບ​ທຳ ​ເພາະ​ຄວາມ​ຊອບ​ທຳ​ຕ້ອງຖືກ​ເລືອກ. ພວກ​ພຣະອົງ​​ເຮັດ​ແນວ​ນັ້ນ ​ເພື່ອ​​ເຮົາ​ຈະ​ຮູ້​ວ່າ​ສິ່ງ​ໃດ​ຖືກຕ້ອງ, ​ແລະ ພວກ​ພຣະອົງ​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຊື່ນ​ຊົມ​ທີ່​ມາ​ຈາກ​ການ​ຕັດສິນ​​ໃຈທີ່​ຊອບ​ທຳນັ້ນ.

ທຸກ​ຄົນ​ທີ່​ໄດ້​ມາ​​ເກີດ​ຢູ່​ໂລກ ຈະ​ໄດ້​ຮັບ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ, ຊຶ່ງ​ຊ່ອຍ​ເຮົາ​ໃຫ້​ເຫັນ ​ແລະ ຮູ້ສຶກ​ສິ່ງ​ທີ່​ຖືກຕ້ອງ ​ແລະ ສິ່ງ​ທີ່​ຜິດ. ພຣະ​ເຈົ້າ​ໄດ້​ສົ່ງຜູ້​ຮັບ​ໃຊ້ທີ່​ເປັນ​ມະນຸດ ຜູ້​ສາມາດ​ຊ່ອຍ​ເຮົາ​ຮັບ​ຮູ້​ໂດຍ​ທາງ​ພຣະວິນ​ຍານ​ບໍລິສຸດ ​​ເຖິງ​ສິ່ງ​ທີ່​ພຣະອົງ​ປະສົງ​ໃຫ້​ເຮົາ​ເຮັດ ​ແລະ ສິ່ງ​ທີ່​ພຣະອົງ​ຫວງ​ຫ້າມ. ພຣະ​ເຈົ້າ​ເຮັດ​ໃຫ້​ມັນ​ເປັນຕາ​ສົນ​ໃຈ​ທີ່​ຈະ​ເລືອກ​ຄວາມ​ຖືກຕ້ອງ​ໂດຍ​ການ​ອະນຸຍາດ​ໃຫ້​​ເຮົາຮູ້ສຶກ​ເຖິງ​ຜົນ​ສະທ້ອນ​ຂອງ​ການ​ເລືອກ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ເລືອກ​ສິ່ງ​ທີ່​ຖືກຕ້ອງ, ​ເຮົາ​ຈະ​ພົບ​ຄວາມສຸກ—​ໃນ​ທີ່​ສຸດ. ຖ້າ​ຫາກ​ເຮົາ​ເລືອກ​ຄວາມ​ຊົ່ວ​ຮ້າຍ, ​ແລ້ວ​​ເຮົາ​ຈະ​ມີຄວາມ​ໂສກ​ເສົ້າ ​ແລະ ຄວາມ​ກິນ​ແໜງ​—​ໃນ​ທີ່​ສຸດ. ຜົນ​ສະທ້ອນ​ເຫລົ່ານັ້ນຈະ​ເກີດ​ຂຶ້ນ​ແທ້ໆ. ​ແຕ່​ສ່ວນ​ຫລາຍ​ຈະ​​ເກີດ​ຂຶ້ນຊ້າ​ຕາມ​ເຫດຜົນ. ຖ້າ​ພອນ​ມາ​ເຖິງ​ຢ່າງວ່ອງ​ໄວ, ການ​ເລືອກ​ທີ່​ຖືກຕ້ອງຈະ​ບໍ່​ສ້າງ​ສັດທາ. ​ແລະ ບາງ​ເທື່ອຄວາມ​ໂສກ​ເສົ້າມາ​ເຖິງ​ຊ້າ​ຄື​ກັນ, ຈຶ່ງ​ຕ້ອງ​ໃຊ້​ສັດທາ​ທີ່​ຈະ​ຮູ້ສຶກ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ສະ​ແຫວ​ງຫາ​ການ​ໃຫ້​ອະ​ໄພ​ສຳລັບ​ບາບ​ໃນ​ຕອນ​ຕົ້ນ ​ແທນ​ທີ່​ຫລັງ​ຈາກ​ເຮົາ​ຮູ້ສຶກ​ເຖິງ​ຜົນ​ສະ​ທ້ອນ​ທີ່ໂສກ​ເສົ້າ ​ແລະ ​ເຈັບ​ປວດຂອງ​ມັນ.

ພໍ່ລີ​ໄຮ ມີ​ຄວາມ​ໂສກ​ເສົ້າຫລາຍ​ກັບ​ການ​ເລືອກ​ຂອງ​ລູກ​ຊາຍ​ບາງ​ຄົນ ​ແລະ ຄອບຄົວ​ຂອງ​ພວກ​ເຂົາ. ​ເພິ່ນ​ເປັນ​ຄົນ​ດີ ​ແລະ ຊອບ​ທຳ—​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ​ເພິ່ນ​ໄດ້​ເປັນ​ພະຍານ​ເລື້ອຍໆ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດຂອງ​ເຮົາ ກັບ​ເຂົາ​ເຈົ້າ. ​ເພິ່ນ​ໄດ້​ເປັນ​ຕົວຢ່າງ​ຂອງ​ການ​ເຊື່ອ​ຟັງ ​ແລະ ການ​ຮັບ​ໃຊ້ ​ເມື່ອ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເພິ່ນປະ​ຊັບ​ສິນ​ຂອງ​ເພິ່ນ ​ເພື່ອ​​ຮັກສາຊີວິດ​ຄອບຄົວ​ຂອງ​ເພິ່ນ​ຈາກ​ການ​ທຳລາຍ. ​ໃນ​ບັ້ນທ້າຍ​ຊີວິດ​ຂອງ​ເພິ່ນ, ​ເພິ່ນ​ຍັງ​ໄດ້​ເປັນ​ພະຍານ​ຕໍ່​ລູກໆ​ຂອງ​ເພິ່ນ​ຢູ່. ​ເຊັ່ນ​ດຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ—​ແລະ ​ເຖິງ​ແມ່ນ​ເພິ່ນ​ສາມາດ​ຫລິງ​ເຫັນ​ໃຈ​ຂອງ​ເຂົາ​ເຈົ້າ ​ແລະ ​ເຫັນ​ອະນາຄົດ​ ທັງ​ຕອນ​ໂສກ​ເສົ້າ​ ແລະ ຮຸ່ງ​ເຮືອງ​ຂອງ​ເຂົາ​ເຈົ້າກໍ​ຕາມ—​ແຕ່ລີ​ໄຮຍັງ​​ເດ່​ແຂນ​ອອກ​ໄປ ​ເພື່ອ​ຊ່ອຍ​ເຫລືອ​ຄອບຄົວ​ຂອງ​ເພິ່ນ​​ໃຫ້​ໄດ້​ຮັບ​ຄວາມ​ລອດ.

ທຸກ​ວັນນີ້ ລູກຫລານ​ຫລາຍ​ລ້ານ​ຄົນຂອງ​ພໍ່ລີ​ໄຮ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ຫວັງ​ໃນ​ຕົວ​ເຂົາ​ເຈົ້າ.

ທ່ານ ​ແລະ ຂ້າພະ​ເຈົ້າສາມາດ​ຮຽນ​ຮູ້​ສິ່ງ​ໃດ​ແດ່​ຈາກ​ຕົວຢ່າງ​ຂອງລີ​ໄຮ? ​ເຮົາສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນໄດ້​ໂດຍ​ການ​ສຶກສາ​ພຣະຄຳ​ພີ​ຢ່າງ​ລະມັດລະວັງ ​ແລະ ຮັກສາ​ມັນ.

ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ເບິ່ງ​ທັງຊ່ວງ​ໄລຍະ​ໃກ້ ​ແລະ ​ໄກ ​ໃນ​ຂະນະ​ທີ່​ທ່ານ​ພະຍາຍາມ​ມອບ​ມໍລະດົກ​ແຫ່ງ​ຄວາມ​ຫວັງ​ໃຫ້​ແກ່​ຄອບຄົວ​ຂອງ​ທ່ານ. ​ໃນ​ຊ່ວງ​ໄລຍະ​ໃກ້, ຈະ​ມີ​ບັນຫາ ​ແລະ ຊາຕາ​ນຈະ​ພະຍາຍາມ​ລໍ້​ລວງ. ​ແລະ​ ກໍ​ມີ​ສິ່ງ​ທີ່​ຕ້ອງລໍຖ້າ​ດ້ວຍ​ຄວາມ​ອົດທົນ, ດ້ວຍ​ສັດທາ, ​ໂດຍ​ທີ່​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ກະທຳ​ໃນ​ເວລາ ​ແລະ ​ໃນ​ວິທີ​ທາງ​ຂອງ​ພຣະອົງ​ເອງ.

ມີ​ສິ່ງ​ທີ່​ທ່ານ​ສາມາດ​ເຮັດ​ໄດ້​ກ່ອນ, ​ຕອນ​ທີ່​ຄົນ​ທີ່​ທ່ານ​ຮັກ​ຍັງ​ນ້ອຍ​ຢູ່. ຈົ່ງ​ຈື່​ຈຳ​ໄວ້​ວ່າ ການ​ອະທິຖານ​ທຸກ​ວັນ, ການ​ສຶກສາ​ພຣະຄຳ​ພີ​ເປັນ​ຄອບຄົວ, ການ​​ແບ່ງປັນ​ປະຈັກ​ພະຍານ​ຂອງ​ເຮົາ​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ ​​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ ​ເມື່ອ​ລູກໆ​ຍັງ​ນ້ອຍ. ສ່ວນ​ຫລາຍ​ແລ້ວລູກ​ຜູ້​ນ້ອຍຈະ​ມີ​ຄວາມ​ຮູ້ສຶກ​ໄວຕໍ່​ພຣະວິນ​ຍານ ຫລາຍ​ກວ່າ​ທີ່​ເຮົາ​ຮູ້.

​ເມື່ອ​ເຂົາ​ໃຫຍ່​ຂຶ້ນ, ​ເຂົາ​ຈະ​ຈື່​ຈຳ​​ເພງ​ສວດ​ທີ່​ເຂົາ​ຮ້ອງ​ກັບ​ທ່ານ. ​ເຖິງ​ແມ່ນ​ຫລາຍ​ກວ່າ​ເພງ, ​ເຂົາ​ຈະ​ຈື່​ທັງ​ຂໍ້ຄວາມຂອງ​ພຣະຄຳ​ພີ ​ແລະ ປະຈັກ​ພະຍານ. ພຣະວິນ​ຍານ​ບໍລິສຸດ​ສາມາດ​​ເຮັດ​ໃຫ້​ເຂົາ​ຈື່​ຈຳ​ທຸກ​ສິ່ງ, ​ແຕ່​​ເຂົາ​ຈະ​ຈື່ຖ້ອຍ​ຄຳ​ໃນ​ພຣະຄຳ​ພີ ​ແລະ ​ເພງ​ສວດດົນ​ກວ່າ. ຄວາມ​ຊົງ​ຈຳ​ເຫລົ່ານັ້ນຈະ​ເປັນ​ອິດ​ທິພົນ​ໃຫ້​ເຂົາ​ກັບ​ຄືນ​ມາ ​ເມື່ອ​ເຂົາ​ໄດ້​ອອກ​ນອກ​ທາງ​ໄປ​ຊົ່ວ​ໄລຍະ​ໜຶ່ງ, ບາງ​ເທື່ອ​ຕັ້ງຫລາຍ​ປີ, ຈາກ​ເສັ້ນທາງ​ທີ່​ພາ​ກັບ​ໄປ​ບ້ານ​ສູ່​ຊີວິດ​ນິລັນດອນ.

​ເຮົາ​ຕ້ອງ​ຄິດ​ໄປ​ໄກ ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ໂລກ ​ແລະ ຮູ້ສຶກ​ເຖິງ​ຄວາມ​ສົງ​ໄສ ທີ່ຄອບ​ງຳ​ສັດທາ​ຂອງ​ເຂົາ. ​ເຮົາ​ມີ​ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ ​ເພື່ອ​ນຳພາ​ເຮົາ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນັ້ນ ​ໂດຍ​ທີ່​​ເປັນທີ່ປຶ​ກສາ​​ຂອງ​ສາດສະດາ​ສອງ​ຄົນ​ທີ່​ມີ​ຊີວິດ​ຢູ່​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ມີ​ຄຸນສົມບັດ​ພິ​ເສດ​ທີ່​ແຕກ​ຕ່າງ​ກັນ. ​ແຕ່​ພວກ​ເພິ່ນ​​ເບິ່ງ​ໂລກ​ໃນ​ແງ່​ດີ. ​ເມື່ອ​ບາງ​ຄົນ​ບອກ​ໃຫ້​ຮູ້​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ບາງ​ສິ່ງ​ໃນ​ສາດສະໜາ​ຈັກ, ສ່ວນ​ຫລາຍ​ແລ້ວ ພວກ​ເພິ່ນ​ຈະ​ຕອບ​ວ່າ “​ໂອ້, ທຸກ​ສິ່ງ​ຈະ​ດີ​ຂຶ້ນ.” ຕາມ​ທຳ​ມະ​ດາ​ແລ້ວ ພວກ​ເພິ່ນ​ຈະ​ຮູ້​ກ່ຽວ​ກັບ​ບັນຫາ​ດີກ​ວ່າ​ຜູ້​ທີ່​ບອກ​ເພິ່ນ​ກ່ຽວກັບ​ມັນ.

ພວກ​ເພິ່ນ​ຍັງ​ຮູ້​ວິທີ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າອີກ, ​ແລະ ສະນັ້ນພວກ​ເພິ່ນຈຶ່ງ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາ​ຈັກ​ຂອງ​ພຣະອົງ​ສະ​ເໝີ. ພວກ​ເພິ່ນ​ຮູ້​ວ່າ​ພຣະອົງ​ເປັນ​ປະ​ມຸກຂອງ​ມັນ. ພຣະອົງ​ມີ​ອຳນາດ​ທຸກ​ຢ່າງ ​ແລະ ພຣະອົງ​ເປັນ​ຫ່ວງ​ເປັນ​ໄຍ. ຖ້າ​ຫາກ​ທ່ານ​ປ່ອຍ​ໃຫ້​ພຣະອົງ​ເປັນ​ຜູ້ນຳ​ຄອບຄົວ​ຂອງ​ທ່ານ, ​ແລ້ວ​ທຸກ​ສິ່ງ​ຈະ​ດີ​ຂຶ້ນ.

ລູກ​ຫລານ​ບາງ​ຄົນ​ຂອງ​ເຮັນຣິກ ​ໄອຣິງ ​ເບິ່ງ​ຄື​ວ່າ ​ໄດ້ຫລົງ​ທາງ​ໄປ. ​ແຕ່ຫລ້ອນ​ຫລາຍ​ຄົນ​ຂອງ​ເພິ່ນ​ໄປ​ພຣະວິຫານຕອນ 6 ​ໂມງ​ເຊົ້າ ​ເພື່ອ​ກະທຳ​ພິທີການ​​ໃຫ້​ແກ່​ບັນພະບຸລຸດ​ທີ່​ເຂົາ​ເຈົ້າບໍ່​ເຄີຍ​ເຫັນ. ​ເຂົາ​ເຈົ້າ​ໄປ ​ເພາະວ່າ​ມໍລະດົກ​ແຫ່ງ​ຄວາມ​ຫວັງ​ທີ່​ພວກ​ເພິ່ນ​​ໄດ້ປະ​ໄວ້​ໃຫ້. ​ເພິ່ນ​ໄດ້​ປະມໍລະດົກ​ທີ່​ລູກ​ຫລານ​ຫລາຍ​ຄົນ​ຂອງ​ເພິ່ນ​ກຳລັງ​ທວງ​ເອົາຄືນ.

ຫລັງ​ຈາກ​​ເຮົາ​ເຮັດ​ທຸກ​ສິ່ງ​ໃນ​ສັດທາ, ພຣະຜູ້​ເປັນ​ເຈົ້າຈະ​ໃຫ້​ຄວາມ​ຍຸ​ດຕິ​ທຳ​ແກ່ຄວາມ​ຫວັງ​ຂອງ​ເຮົາສຳລັບ​ພອນ​ທີ່​ຍິ່ງ​ໃຫຍ່​ກວ່າ ສຳລັບ​ຄອບຄົວ​ຂອງ​ເຮົາຫລາຍ​ກວ່າ​ທີ່​ເຮົາ​ສາມາດ​ຄິດ. ພຣະອົງ​ປະສົງ​​ໃຫ້​​ເຂົາ​ເຈົ້າ ​ແລະ ​ໃຫ້​ເຮົາມີສິ່ງ​ທີ່​ດີ​ທີ່​ສຸດ, ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະອົງ.

​ເຮົາ​ທຸກ​ຄົນ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່. ພຣະ​ເຢຊູ​ແຫ່ງ​ນາສາ​ເຫ​ລັດ​ເປັນ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ​ແລະ ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ມີ​ຊີວິດ​ແລ້ວ​ຂອງ​ເຮົາ. ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະອົງ. ຢູ່​ໃນ​ນັ້ນ​ມີ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ, ​ແລະ ດັ່ງນັ້ນ ຄອບຄົວ​ຈຶ່ງ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ. ນີ້​ແມ່ນ​ມໍລະດົກ​ແຫ່ງຄວາມ​ຫວັງ​ອັນ​ລ້ຳຄ່າຂອງ​ເຮົາ. ​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ​ມັນ​ເປັນຄວາມ​ຈິງ ​ໃນ​ພຣະນາມ​ຂອງ​ອົງພຣະ​ເຢຊູ​ຄຣິດ​ເຈົ້າ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Henry Eyring reminiscences, 1896, typescript, Church History Library, 16–21.

  2. ​ເບິ່ງ Abraham 3:24–26.

  3. 3 ນີ​ໄຟ 10:5.