​2010–2019
ສີ່​ນາທີ​ຂອງ​ທ່ານ
ເມສາ 2014


ສີ່​ນາທີ​ຂອງ​ທ່ານ

ຄວາມ​ອັດສະຈັນ​ຂອງ​ການ​ຊົດ​ໃຊ້​ສາມາດ​ກູ້​ຄວາມ​ບໍ່​ສົມບູນ​ຂອງ​ການ​ກະທຳ​ຂອງ​ເຮົາ​ໄດ້.

ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມ​ປິກ​ລະດູ​ໜາວ​ທີ່​ຜ່ານ​ມາ​ໄດ້​ຈັບ​ຈິດ​ຕິດ​ໃຈ​ຄົນ​ທົ່ວ​ໂລກ ໃນ​ຂະນະ​ທີ່​ນັກ​ກິລາ​ຈາກ 89 ປະເທດ​ໄດ້​ແຂ່ງຂັນ​ກັນ​ໃນ​ກິລາ 98 ປະເພດ. ເປັນ​ໜ້າ​ສົນໃຈ​ທີ່​ນັກ​ກິລາ 10 ຄົນ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ​ພົນ​ຍຸກ​ສຸດ​ທ້າຍ ແລະ ມີ​ສາມ​ຄົນ​ໃນ​ນີ້​ທີ່​ໄດ້​ຮັບ​ຫລຽນ ຊຶ່ງ​ຖືກ​ລົງ​ຂ່າວ​ໃນ ໜັງສືພິມ​ຂອງ​ສາດສະໜາ​ຈັກ ເມື່ອ​ບໍ່​ດົນ​ມາ​ນີ້: ຄື ຄຣິດ​ສະ​ໂຕ​ເຟີ ຝອກ, ໂນ​ແອວ ພິກຸດ-ເພ​ສ, ແລະ ທໍ​ຣາ ບະ​ໄຣ້.1 ພວກ​ເຮົາ​ຂໍ​ຊົມເຊີຍ​ເຂົາເຈົ້າ ສຳລັບ​ຄວາມ​ສຳເລັດ​ຜົນ. ດີ​ຫລາຍ!

ໃນ​ເຊົ້າ​ມື້ນີ້​ຂ້າພະເຈົ້າ​ຈະ​ເວົ້າ​ເລື່ອງ​ງານ​ແຂ່ງຂັນ​ນີ້ ໂດຍ​ມີໃຈ​ຄິດ​ເຖິງ​ຊາຍ​ໜຸ່ມ, ຍິງ​ໜຸ່ມ ແລະ ຜູ້​ໃຫຍ່​ໂສດ​ທັງຫລາຍ—ພວກ​ທ່ານ​ທີ່ຢູ່​ໃນ​ໄວ​ສຳຄັນ​ເພື່ອ​ການ​ແຕ່ງຕັ້ງ​ແນວທາງ​ຂອງ​ຊີວິດ​ຂອງ​ພວກ​ທ່ານ ຂ້າພະເຈົ້າ​ຮູ້ສຶກ​ຮີບ​ຮ້ອນ​ຫລາຍ​ໃນ​ການ​ເວົ້າ​ກັບ​ພວກ​ທ່ານ.

ເພື່ອ​ພວກ​ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮີບ​ຮ້ອນ​ດັ່ງກ່າວ​ນັ້ນ ທຳ​ອິດ​ຂ້າພະເຈົ້າ​ຂໍ​ເລົ່າ​ເລື່ອງ​ນາງ​ໂນ​ແອວ ພິກຸດ-ເພ​ສ, ນັກ​ກິລາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໃນ​ກິລາ​ປະເພດ​ຂອງ​ນາງ​ໂນ​ແອວ ທີ່​ເອີ້ນ​ວ່າ skeleton, ນັກ​ກິລາ​ຕ້ອງ​ຂີ່​ກະດານ​ລົງ​ໄປ​ຕາມ​ຮ່ອມ​ທີ່​ຄົດ​ລ້ຽວ. ໜ້າ​ຂອງ​ເຂົາເຈົ້າ​ແມ່ນ​ເກືອບ​ຈຸ​ໃສ່​ສະໂນ, ໃນ​ຄວາມ​ໄວ​ເຖິງ 90 ໄມ (145 ກິໂລແມັດ) ຕໍ່​ຊົ່ວໂມງ.

ເປັນ​ໜ້າ​ປະຫລາດ, ຫລາຍ​ປີ​ທີ່​ນັກ​ກິລາ​ໄດ້​ຝຶກ​ຊ້ອມ​ສຳລັບ​ການ​ແຂ່ງຂັນ, ໄຊຊະນະ ຫລື ຄວາມ​ເສຍ​ໃຈ ກໍ​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ເກີດ​ໃນ​ໄລຍະ​ສີ່​ຮອບ, ຮອບ​ລະ​ປະມານ 60 ວິນາທີ.

ຄວາມ​ຝັນ​ຂອງ​ນາງ​ໂນ​ແອວ​ຕອນ​ແຂ່ງຂັນ​ໂອ​ລິ​ມ​ປິກ ປີ 2006 ໄດ້​ສະຫລາຍ​ໄປ ເມື່ອ​ນາງ​ໄດ້​ຮັບ​ບາດເຈັບ​ຈົນ​ຂາ​ຫັກ. ໃນ​ການ​ແຂ່ງຂັນ​ໂອ​ລິ​ມ​ປິກ ໃນ​ປີ 2010 ຄວາມ​ຝັນ​ຂອງ​ນາງ​ກໍ​ຍັງ​ບໍ່​ເປັນ​ຈິງ ເພາະ​ຊ້າ​ໄປ​ພຽງ​ແຕ່​ວິນາທີ​ດຽວ​ເທົ່າ​ນັ້ນ ຈາກ​ການ​ໄດ້​ຮັບ​ຫລຽນ​ໄຊ.2

ທ່ານ​ຄິດ​ໄດ້​ບໍ່​ວ່າ ນາງ​ຮູ້ສຶກ​ຢ້ານ​ຫລາຍ​ຂະໜາດ​ໃດ​ຕອນ​ນາງ​ລໍຖ້າ​ແຂ່ງຂັນ​ກິລາ​ໂອ​ລິ​ມ​ປິກ​ເທື່ອ​ທຳ​ອິດ ໃນ​ປີ 2014? ການ​ຕຽມ​ຫລາຍໆ​ປີ​ຈະ​ສຳເລັດ​ລົງ​ໃນ​ເວລາ​ສັ້ນໆ​ນັ້ນ. ລວມ​ທັງ​ໝົດ​ແມ່ນ​ສີ່​ນາທີ. ນາງ​ໄດ້​ຕຽມ​ເປັນ​ເວລາ​ຫລາຍ​ປີ​ສຳລັບ​ສີ່​ນາທີ​ນັ້ນ ແລະ ຈະ​ຄິດ​ກັບ​ໂອກາດ​ນັ້ນ​ໄປ​ຕະຫລອດ​ຊີວິດ​ຂອງ​ນາງ.

ການ​ແຂ່ງຂັນ​ເທື່ອ​ສຸດ​ທ້າຍ​ຂອງ​ນາງ​ໂນ​ແອວ ກໍ​ເກືອບ​ດີ​ທັງ​ໝົດ! ນາງ​ໄດ້​ແລ່ນ​ໄປ​ຫາ​ຄອບຄົວ ແລະ ໂອບ​ກອດ​ທຸກ​ຄົນ​ຫລັງ​ຈາກ​ເສັ້ນ​ໄຊ, ແລະ ກ່າວ​ວ່າ, “ພວກ​ເຮົາ​ໄດ້​ເຮັດ​ສຳເລັດ​ແລ້ວ!” ຫລາຍ​ປີ​ທີ່​ໄດ້​ຕຽມ​ພ້ອມ​ປະສົບ​ຄວາມ​ສຳເລັດ. ນາງ​ມີ​ຫລຽນ​ເງິນ​ຄ້ອງ​ຄໍ ພ້ອມ​ກັບ​ສາຍ​ຄໍ​ເສັ້ນ​ໜຶ່ງ​ອີກ​ຈາກ​ຊັ້ນ​ຍິງ​ໜຸ່ມ.3

ບາງທີ​ອາດ​ຈະ​ເບິ່ງ​ຄື​ບໍ່​ຍຸດຕິ​ທຳ​ທີ່​ວ່າ ຄວາມ​ຝັນ​ເລື່ອງ​ໂອ​ລິ​ມ​ປິກ​ທັງ​ໝົດ​ຂອງ​ນາງ​ໂນ​ແອວ​ກໍ​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ນາງ​ເຮັດ​ພາຍ​ໃນ​ສີ່​ນາທີ​ເທົ່າ​ນັ້ນ. ແຕ່​ນາງ​ກໍ​ຮູ້​ຢູ່​ແລ້ວ ແລະ ເພາະສະນັ້ນ​ນາງ​ກໍ​ໄດ້​ຕຽມ​ຕົວຢ່າງ​ພາກ​ພຽນ. ນາງ​ເຂົ້າໃຈ​ເຖິງ​ຄວາມ​ສຳຄັນ ແລະ ຄວາມ​ຮີບ​ດ່ວນ​ຂອງ​ສີ່​ນາທີ​ຂອງ​ນາງ ແລະ ມັນ​ຈະ​ມີ​ຄວາມ​ໝາຍ​ແນວໃດ​ໃນ​ຕະຫລອດ​ຊີວິດ​ຂອງ​ນາງ.

ແລະ ກໍ​ຍັງ​ມີ​ຄຣິດ​ສະ​ໂຕ​ເຟີ ຝອກ, ໃນ​ທິມ​ສີ່​ຄົນ​ທີ່​ໄດ້​ຮັບ​ຫລຽນ​ທອງເຫລືອງ ຈາກ​ການ​ແຂ່ງຂັນ​ຂີ່ bobsled. ເຖິງ​ແມ່ນ​ໃນ​ການ​ແຂ່ງຂັນ​ໂອ​ລິ​ມ​ປິກ ປີ 2010 ລົດ bobsled ໄດ້​ເຈືອກ ແລະ ຕົກ​ຈາກ​ການ​ແຂ່ງຂັນ, ແຕ່​ລາວ​ບໍ່​ຍອມ​ຍົກເລີກ​ທີ່​ຈະ​ພະຍາຍາມ​ໃໝ່. ຫລັງ​ຈາກ​ການ​ແຂ່ງຂັນ​ເທື່ອ​ນີ້, ລາວ​ໄດ້​ຮັບ​ຄວາມ​ສຳເລັດ​ທີ່​ລາວ​ສະແຫວງຫາ​ຢ່າງ​ພາກ​ພຽນ.4

ແລ້ວ​ໃຫ້​ທ່ານ​ພິຈາລະນາ​ວ່າ ແນວທາງ​ໄປ​ສູ່​ຊີວິດ​ນິລັນດອນ​ຂອງ​ທ່ານ​ກໍ​ເໝືອນ​ກັນ​ກັບ​ທາງ​ຂອງ​ນັກ​ກິລາ​ເຫລົ່າ​ນີ້​ແນວໃດ “ເປັນ​ການ​ແຂ່ງຂັນ​ພາຍ​ໃນ​ສີ່​ນາທີ.” ທ່ານ​ເປັນ​ຄົນ​ນິລັນດອນ. ກ່ອນ​ທ່ານ​ໄດ້​ເກີດ​ມາ ທ່ານ​ໄດ້​ເປັນ​ຢູ່​ໃນ​ຖານະ​ເປັນວິນ​ຍານ. ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ ທ່ານ​ໄດ້​ຝຶກ​ຝົນ ແລະ ໄດ້​ຕຽມ​ຕົວ​ທີ່​ຈະ​ມາສູ່​ໂລກ​ເປັນ​ຕອນ​ສັ້ນໆ ເພື່ອ​ດຳເນີນ​ການ. ຊີວິດ​ນີ້​ແມ່ນ​ສີ່​ນາທີ​ຂອງ​ທ່ານ. ຂະນະ​ທີ່​ທ່ານ​ຢູ່​ນີ້ ການ​ກະທຳ​ຂອງ​ທ່ານ​ຈະ​ໄດ້​ຮັບ​ລາງວັນ​ແຫ່ງ​ຊີວິດ​ນິລັນດອນ​ຫລື​ບໍ່. ສາດສະດາ​ແອ​ມ​ມິ​ວ​ເລັກ​ໄດ້​ອະທິບາຍ​ວ່າ “ຊີວິດ​ນີ້​ເປັນ​ເວລາ ... ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ ຈົ່ງ​ເບິ່ງ ວັນ​ແຫ່ງ​ຊີວິດ​ນີ້​ເປັນ​ວັນ ...​ ທີ່​ສະແດງ​ຜົນງານ​ຂອງ[ເຈົ້າ].”5

ອີກ​ຄຳ​ໜຶ່ງ ສີ່​ນາທີ​ຂອງ​ທ່ານ​ໄດ້​ເລີ່​ມ​ຕົ້ນ​ແລ້ວ. ໂມງ​ຈັບ​ເວລາ​ໄດ້​ເລີ່​ມ​ຕົ້ນ​ແລ້ວ. ຄຳ​ຂອງ​ອັກ​ຄະ​ສາວົກ​ໂປ​ນ​ກໍ​ເໝາະ​ສົມ​ທີ່​ວ່າ: “[ແລ່ນ​ແຂ່ງຂັນ] ເພື່ອ​ຊີງ​ເອົາ​ລາງວັນ​ໃຫ້​ໄດ້.6

ເຊັ່ນ​ດຽວ​ກັບ​ນັກ​ກິລາ​ໂອ​ລິ​ມ​ປິກ​ທີ່​ຕ້ອງ​ເຮັດ​ສິ່ງ​ຈຳເປັນ​ໃນ​ການ​ແຂ່ງຂັນ​ຕອນ​ສັ້ນໆ​ນັ້ນ, ການ​ກະໂດດ​ຂຶ້ນ ຫລື ການ​ປິ່ນ​ສຳລັບ​ຜູ້​ຫລິ້ນ snowboard, ການ​ຫລຽວ​ໄປ​ຫລຽວ​ມາ​ຂອງ​ຜູ້​ຫລິ້ນ bobsled, ຫລື ຫັນ​ໄປ​ຫັນ​ມາ​ຜ່ານ​ປະຕູ​ຕອນ​ແລ່ນ​ສະ​ກີ້, ກໍ​ຄື​ກັນ​ໃນ​ຊີວິດ​ຂອງ​ເຮົາ ຊຶ່ງ​ມີ​ສິ່ງ​ທີ່​ຈຳເປັນ—ແມ່ນ​ດ່ານ​ກວດ​ເພື່ອ​ຊ່ອຍ​ເຮົາ​ດຳເນີນ​ໃນ​ການ​ກະທຳ​ທາງ​ວິນ​ຍານ​ຂອງ​ເຮົາ​ໃນ​ໂລກ​ນີ້. ຈຸດ​ທາງ​ວິນ​ຍານ​ດັ່ງກ່າວ​ນີ້​ແມ່ນ​ພິທີການ​ຈຳເປັນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້ ເຊັ່ນ: ການ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ພິທີການ​ຂອງ​ຖານະ​ປະໂລຫິດ, ພິທີການ​ຂອງ​ພຣະ​ວິ​ຫານ​, ແລະ ການ​ຮັບ​ສິນ​ລະ​ລຶກ​ທຸກ​ອາທິດ.

ໃນ​ພິທີການ​ດັ່ງ​ກ່າວ ... , ພະລັງ​ອຳນາດ​ຂອງ​ຄວາມ​ເປັນ​ເໝືອນ ພຣະ​ເຈົ້າ​ຈຶ່ງ​ສະແດງ​ໃຫ້​ປະຈັກ.7

ແລະ ໃນ​ວິທີ​ດຽວ​ກັນ ທີ່​ຄວາມ​ພາກ​ພຽນ​ໃນ​ການ​ຝຶກ​ຝົນ​ຈະ​ຕຽມ​ນັກ​ກິລາ​ໃຫ້​ພ້ອມ​ທີ່​ຈະ​ຫລິ້ນ​ກິລາ​ຂອງ​ຕົນ​ໃນ​ລະດັບ​ສູງ​ສຸດ. ການ​ຮັກ​ສາ​ພຣະ​ບັນຍັດ​ຈະ​ເຮັດ​ໃຫ້​ທ່ານ​ມີຄ່າ​ຄວນ​ທີ່​ຈະ​ກະທຳ​ພິທີການ​ແຫ່ງ​ຄວາມ​ລອດ​ນີ້.

ທ່ານ​ຮູ້ສຶກ​ເຖິງ​ຄວາມ​ຮີບ​ຮ້ອນ​ບໍ?

ເພື່ອນ​ໜຸ່ມ​ທັ້ງ​ຫລາຍ ບໍ່​ວ່າ​ທ່ານ​ຢູ່​ໃສ​ກໍ​ຕາມ​ໃນ​ສີ່​ນາທີ​ຂອງ​ທ່ານ, ຂ້າພະເຈົ້າ​ຂໍ​ເຕືອນ​ທ່ານ​ໃຫ້​ຄິດ​ໄຕ່ຕອງ​ວ່າ “ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ຫລຽນ​ຊະນະ​ນັ້ນ?” ບາງທີ​ໃນ​ລະຫວ່າງ​ກອງ​ປະຊຸມ​ນີ້ ພຣະ​ວິນ​ຍານ​ໄດ້​ກະຊິບ​ໃຫ້​ທ່ານ​ຮູ້​ວ່າ ສິ່ງ​ນັ້ນ​ອາດ​ແມ່ນ​ຫຍັງ: ທີ່​ຈະ​ຕຽມ​ຕົວຢ່າງ​ພາກ​ພຽນ ເພື່ອ​ພິທີການ​ໃນ​ອະນາຄົດ ຫລື ທີ່​ຈະ​ຮັບ​ພິທີການ​ທີ່​ທ່ານ​ຄວນ​ຈະ​ເຮັດ​ດົນ​ມາ​ແລ້ວ. ອັນ​ໃດ​ກໍ​ຕາມ ຕ້ອງ​ເຮັດ​ໂລດ. ເຮັດ​ດຽວນີ້. ຢ່າ​ລໍຖ້າ​ເລີຍ. ສີ່​ນາທີ​ຂອງ​ທ່ານ​ຈະ​ຜ່ານ​ພົ້ນ​ໄປ​ໄວ ແລະ ທ່ານ​ຈະ​ມີ​ເວລາ​ຊົ່ວ​ນິລັນດອນ​ເພື່ອ​ຄິດ​ເຖິງ​ສິ່ງ​ທີ່​ທ່ານ​ເຮັດ​ໃນ​ຊີວິດ​ນີ້.8

ຕ້ອງ​ສາມາດ​ຄວບ​ຄຸມ​ຕົນ​ເອງ. ການ​ອະທິຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ມື້ ແລະ ການ​ໄປ​ໂບດ​ເປັນ​ປະຈຳ​ຕ້ອງ​ເປັນ​ຮາກ​ຖານ​ຂອງ​ການ​ຝຶກ​ຝົນ​ຂອງ​ທ່ານ. ຈຳເປັນ​ຕ້ອງ​ມີ​ແບບຢ່າງ​ຂອງ​ການ​ຮັກ​ສາ​ພຣະ​ບັນຍັດ​ຢ່າງ​ສະ​ໝ່ຳ​ສະເໝີ, ການ​ຮັກສາ​ພັນທະ​ສັນຍາ​ທີ່​ທ່ານ​ໄດ້​ເຮັດ, ແລະ ການ​ຕິດຕາມ​ມາດຕະຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ຢູ່​ໃນ​ປຶ້ມ ເພື່ອ​ຄວາມ​ເຂັ້ມແຂງ​ຂອງ​ຊາວ​ໜຸ່ມ.

ບາງທີ​ທ່ານ​ອາດ​ຮູ້ສຶກ​ກ່ຽວ​ກັບ​ສິ່ງ​ໃນ​ຊີວິດ​ຂອງ​ທ່ານ​ທີ່​ກຳລັງ​ຈະ​ກີດ​ກັ້ນ​ຄວາມ​ກ້າວໜ້າ​ທາງ​ວິນ​ຍານ​ຂອງ​ທ່ານ. ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພຣະ​ຄຳ​ພີ​ຂໍ້​ນີ້ ທີ່​ວ່າ: “ຈົ່ງ​ປົດ​ຖິ້ມ​ທຸກໆ​ສິ່ງ​ທີ່​ຖ່ວງ​ດຶງ​ການ​ກ້າວ​ໄປ​ຂອງ​ພວກ​ເຮົາ ແລະ ບາບ​ທີ່​ເກາະ​ຫ້ອຍ​ຢ່າງ​ງ່າຍດາຍ; ແລະ ຈົ່ງ​ຕັ້ງໃຈ​ແລ່ນ​ຊີງ​ໄຊ​ຕາມ​ທີ່​ໄດ້​ມີ​ກຳນົດ​ໄວ້​ຕໍ່ໜ້າ​ພວກ​ເຮົາ​ນັ້ນ.”9

ຍັງ​ບໍ່​ສາຍ​ເກີນ​ໄປ​ທີ່​ຈະ​ກັບ​ໃຈ. ແຕ່​ອີກ​ບໍ່​ດົນ​ອາດ​ຈະ​ສາຍ​ເກີນ​ໄປ ເພາະ​ບໍ່​ມີ​ຜູ້​ໃດ​ຮູ້​ວ່າ ເມື່ອ​ໃດ​ສີ່​ນາທີ​ຂອງ​ເຮົາ​ຈະ​ໝົດ​ແລ້ວ.

ບັດ​ນີ້​ທ່ານ​ອາດ​ຈະ​ຄິດ​ໃນ​ໃຈ​ວ່າ, “ເຮົາ​ໝົດ​ຫວັງ​ແລ້ວ. ສີ່​ນາທີ​ຂອງ​ເຮົາ​ເກືອບ​ຈະ​ໝົດ​ໄປ​ແລ້ວ. ເຮົາ​ຄວນ​ຍອມ​ແພ້​ມັນ​ສາ.” ຖ້າ​ເປັນ​ແນວ​ນັ້ນ, ໃຫ້​ຢຸດ​ຄິດ​ແນວ​ນັ້ນ, ແລະ ຢ່າ​ຄິດ​ແນວ​ນັ້ນ​ອີກ. ຄວາມ​ອັດສະຈັນ​ຂອງ​ການ​ຊົດ​ໃຊ້​ສາມາດ​ກູ້​ຄວາມ​ບໍ່​ສົມບູນ​ຂອງ​ການ​ກະທຳ​ຂອງ​ເຮົາ​ໄດ້. ຕາມ​ທີ່​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ເຄີຍ​ສອນ​ວ່າ:

“ສຳລັບ​ທ່ານ ... ທີ່​ອາດ​ຍັງ​ລັງ​ເລ​ໃຈ​ຢູ່ ຂ້າພະເຈົ້າ​ເປັນ​ພະຍານ, ... ເຖິງ​ອຳນາດ​ການ​ເລີ່ມ​ຕົ້ນ​ໃໝ່​ອັນ​ເກີດ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ອັດສະຈັນ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ. ...

“...ບໍ່​ມີ​ວັນ ສາຍ​ເກີນ​ໄປ ຕາບໃດ​ທີ່​ພຣະ​ອາຈານ ... ກ່າວ​ວ່າ ຍັງ​ມີ​ເວລາ​ຢູ່. ... ຢ່າ​ເລື່ອນ​ເວລາ.”10

ຈົ່ງ​ຈື່​ຈຳ​ວ່າ ທ່ານ​ບໍ່​ໄດ້​ຢູ່​ຢ່າງ​ໂດດ​ດຽວ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ​ວ່າ ພຣະ​ອົງ​ຈະ​ບໍ່​ປະ​ໄວ້​ໃຫ້​ເປັນ​ກຳພ້າ.11 ທ່ານ​ມີ​ຄອບຄົວ, ມີຍາດ​ພີ່ນ້ອງ, ມີ​ໝູ່​ເພື່ອນ, ແລະ ມີ​ຜູ້ນຳ​ທີ່​ໃຫ້​ກຳລັງ​ໃຈ​ແກ່​ທ່ານ.

ເຖິງ​ແມ່ນ​ຄຳ​ເວົ້າຂອງ​ຂ້າພະເຈົ້າ​ແມ່ນ​ເພື່ອ​ຊາວ​ໜຸ່ມ​ຂອງ​ສາດ​ສະໜາ​ຈັກ, ສ່ວນ​ຜູ້​ເປັນ​ພໍ່​ແມ່ ​ແລະ ປູ່​ຍ່າຕາ​ຍາຍ, ຂ້າພະເຈົ້າ​ຂໍ​ແນະນຳ​ດັ່ງ​ຕໍ່​ໄປ​ວ່າ:

ບໍ່​ດົນ​ມາ​ນີ້ ແອວ​ເດີ ເດ​ວິດ ເອ ເບັດ​ນາ ໄດ້​ອະທິບາຍ​ວິທີ​ການ​ປະ​ເມີນ​ໃນ​ຄອບຄົວ​ທີ່​ງ່າຍດາຍ ເພື່ອ​ໝາຍ​ຄວາມ​ກ້າວໜ້າ​ຕາມ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ​ໂດຍ​ຜ່ານ​ພິທີການ​ທີ່​ຈຳເປັນ. ສິ່ງ​ທີ່​ຕ້ອງການ​ຄື​ເຈ້ຍ​ໃບ​ໜຶ່ງ​ທີ່​ມີ​ສອງ​ແຖວ​ຄື: “ຊື່” ແລະ “ແຜນ​ສຳລັບ​ພິທີການ​ທີ່​ຕໍ່​ໄປ ຫລື ທີ່​ຈຳເປັນ.” ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງ​ນີ້​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ລົງ​ຊື່​ທຸກ​ຄົນ​ໃນ​ຄອບຄົວ. ໃນ​ບັນດາ​ຊື່​ເຫລົ່ານັ້ນ ຂ້າພະເຈົ້າ​ໄດ້​ຈົດ​ຊື່​ຫລານ​ຊາຍ​ນ້ອຍ​ທີ່​ຈະ​ຮັບ​ພອນ; ມີ​ຫລານ​ຊາຍ​ອາຍຸ​ຫົກ​ປີ​ທີ່​ຈຳເປັນ​ຕ້ອງ​ຕຽມ​ເພື່ອ​ການ​ບັບ​ຕິ​ສະ​ມາ; ລູກ​ຊາຍ​ຜູ້​ກຳລັງ​ຈະ​ມີ​ອາຍຸ 18 ປີ ຜູ້​ທີ່​ຕຽມ​ສຳລັບ​ຖານະ​ປະໂລຫິດ ແລະ ຂອງ​ປະທານ​ສັກສິດ​ໃນ​ພຣະ​ວິຫານ​ໃນ​ໄວໆ​ນັ້ນ. ທຸກ​ຄົນ​ທີ່ຢູ່​ໃນ​ບັນທຶກ​ຕ້ອງການ​ພິທີການ​ສິນ​ລະ​ລຶກ. ການ​ເຮັດ​ສິ່ງ​ທີ່​ງ່າຍໆ​ນີ້​ໄດ້​ຊ່ອຍ​ລີ​ຊາ ແລະ ຂ້າພະເຈົ້າ​ໃຫ້​ບັນລຸ​ບົດບາດ​ຂອງ​ພວກ​ເຮົາ​ເພື່ອ​ຊ່ອຍ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ເດີນ​ຕາມ​ທາງ​ແຫ່ງ​ພັນທະ​ສັນຍາ ໂດຍ​ທີ່​ມີ​ແຜນການ​ໃຫ້​ທຸກ​ຄົນ. ບາງທີ​ຄວາມ​ຄິດ​ນີ້​ຈະ​ຊ່ອຍ​ທ່ານ​ໄດ້ ຊຶ່ງ​ຈະ​ນຳໄປ​ສູ່​ການ​ສົນທະນາ​ກັບ​ຄອບຄົວ, ບົດ​ສອນ​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ, ແລະ ການ​ຕຽມ ແລະ ການ​ເຊື້ອ​ເຊີນ​ສຳລັບ​ພິທີການ​ຈຳເປັນ​ໃນ​ຄອບຄົວ​ຂອງ​ທ່ານ​ເອງ.12

ໂດຍ​ທີ່​ເປັນ​ນັກ​ຫລິ້ນ​ສະ​ກີ ແລະ snowboard, ຂ້າພະເຈົ້າ​ປະ​ທັບ​ໃຈ​ຫລາຍ​ກັບ “ສີ່​ນາທີ” ຂອງ​ຜູ້​ໄດ້​ຮັບ​ຫລຽນ​ເງິນ​ທີ່​ເປັນ​ຊາວ​ໂອດ​ສະ​ຕາ​ລີ ຊື່ ທໍ​ຣາ ບະ​ໄຣ້ ໃນ​ການ​ແຂ່ງຂັນ snowboard. ນາງ​ຫລິ້ນ​ໄດ້​ດີ​ຫລາຍ ຕອນ​ນາງ​ຂີ່ snowboard ຕີ​ຫລັງ​ກາ, ແຕ່​ສິ່ງ​ທີ່​ປະ​ທັບ​ໃຈ​ຫລາຍ​ກວ່າ​ນັ້ນ ຄື​ຕອນ​ທີ່​ນາງ​ໄດ້​ສະແດງ​ອອກ​ເຖິງ​ຄວາມ​ຮັກ​ທີ່​ເປັນ​ເໝືອນ​ດັ່ງ​ພຣະຄຣິດ​ກັບ​ນັກ​ກິລາ​ຄົນ​ອື່ນໆ. ນາງ​ໄດ້​ສັງເກດ​ເຫັນ​ວ່າ ນັກ​ກິລາ​ອະເມຣິກາ​ຊື່ ແຄ​ລີ ຄະ​ລາກ ຜູ້​ໄດ້​ຫລິ້ນ​ບໍ່​ດີ​ປານໃດ​ໃນ​ຮອບ​ທຳ​ອິດ ປະກົດ​ວ່າ​ກຸ້ມ​ໃຈ​ຫລາຍ​ກ່ອນ​ຈະ​ແລ່ນ​ຮອບ​ທີ​ສອງ. “ລາວ​ໄດ້​ມາ​ໂອບ​ກອດ​ຂ້ອຍ” ນາງ​ແຄ​ລີ​ບອກ “ລາວ​ໄດ້​ກອດ​ຂ້ອຍ​ຈົນ​ຂ້ອຍ​ສະບາຍ​ໃຈ​ຂຶ້ນ ແລະ ໄດ້​ຫັນ​ໃຈ​ຊ້າ​ລົງ. ກໍ​ແສນ​ດີ​ທີ່​ມີ​ໝູ່​ມາ​ກອດ.” ຕໍ່​ໄປ​ນັ້ນ​ນາງ​ແຄ​ລີ ຄ​ະລາກ ໄດ້​ຂຶ້ນ​ເວທີ​ກັບ​ນາງ​ທໍ​ຣາ​ເພື່ອ​ຮັບ​ເອົາ​ຫລຽນ​ທອງແດງ.

ເມື່ອ​ມີ​ຄົນ​ມາ​ຖາມ​ກ່ຽວ​ກັບ​ການ​ກະທຳ​ທີ່​ມີ​ເມດ​ຕາ​ຕໍ່​ຄູ່​ແຂ່ງ​ຂອງ​ນາງ, ຊຶ່ງ​ອາດ​ສ່ຽງ​ຫລຽນ​ເງິນ​ຂອງ​ນາງ​ເອງ ນາງ​ໂທ​ຣາ ໄດ້​ກ່າວ​ແຕ່​ວ່າ “ຂ້ອຍ​ເປັນ​ຄົນ​ແຂ່ງຂັນ—ຂ້ອຍ​ຢາກ​ເຮັດ​ດີ​ທີ່​ສຸດ—ແຕ່​ຂ້ອຍ​ກໍ​ຢາກ​ໃຫ້​ຄົນ​ທີ່​ມາ​ແຂ່ງຂັນ​ນຳ​ກັນ ເຮັດ​ໃຫ້​ດີ​ທີ່​ສຸດ​ຄື​ກັນ.”13

ໂດຍ​ທີ່​ຄິດ​ແນວ​ນີ້, ມີ​ຄົນ​ໃດ​ແດ່​ທີ່​ຕ້ອງການ​ກຳລັງ​ໃຈ​ຈາກ​ທ່ານ? ມີ​ຄອບຄົວ​ຍາດ​ພີ່ນ້ອງ​ຄົນ​ໃດ​ແດ່? ມີ​ໝູ່​ເພື່ອນ​ຄົນ​ໃດ​ແດ່? ມີ​ເພື່ອນ​ນັກຮຽນ ຫລື ເພື່ອນ​ໃນ​ກຸ່ມ​ໂຄ​ຣຳ​ຄົນ​ໃດ​ແດ່? ທ່ານ​ຈະ​ຊ່ອຍ​ເຫລືອ​ເຂົາ​ໃນ​ສີ່​ນາທີ​ຂອງ​ເຂົາ​ໄດ້​ຢ່າງໃດ​ແດ່?

ເພື່ອນ​ທີ່​ຮັກແພງ, ທ່ານ​ຢູ່​ໃນ​ລະຫວ່າງ​ການ​ເດີນທາງ​ທີ່​ໜ້າ​ຕື່ນເຕັ້ນ. ມັນ​ອາດ​ຄື​ກັນ​ກັບ​ການສ່ອງ​ລົງ​ຫ່ອງ ແລະ ອາດ​ຈະ​ຍາກ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ທາງ​ນັ້ນ. ແຕ່​ຈົ່ງ​ຈື່​ວ່າ ທ່ານ​ຕຽມ​ເພື່ອ​ໄລຍະ​ໜຶ່ງ​ພັນໆ​ປີ. ນີ້​ແມ່ນ​ເວລາ​ໃຫ້​ທ່ານ​ລົງມື​ເຮັດ. ນີ້​ແມ່ນ​ສີ່​ນາທີ​ຂອງ​ທ່ານ! ເວລາ​ນັ້ນ​ກໍ​ແມ່ນ​ດຽວນີ້!

ຂ້າພະເຈົ້າ​ສະແດງ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ​ໃນ​ຄວາມ​ສາມາດ​ຂອງ​ທ່ານ. ທ່ານ​ມີ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສະໜັບສະໜູນ​ທ່ານ. ຖ້າ​ຫາກ​ທ່ານ​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ ແລະ ເຮັດ​ຕາມ​ການ​ຊົງ​ນຳ​ຂອງ​ພຣະ​ອົງ, ແລ້ວ​ທ່ານ​ຈະ​ລົ້ມ​ເຫ​ລວ​ໄດ້​ຈັ່ງ​ໃດ​ແດ່?

ຂ້າພະເຈົ້າ​ຂໍ​ຈົບ​ດ້ວຍ​ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ​ເຖິງ​ພອນ​ທີ່​ພວກ​ເຮົາ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່ ປະທານ​ທອມ​ມັສ ແອັສ ມອນ​ສັນ, ແລະ ເຖິງ​ພຣະເຢ​ຊູ​ຄຣິດ ແລະ ບົດບາດ​ຂອງ​ພຣະ​ອົງ​ທີ່​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ Christine Rappleye, “Mormons in the Olympics: 3 Medals for LDS Athletes at the Winter Games,” deseretnews.com/article/865597546/Mormons-in-the-Olympics-3-medals-for-LDS-athletes-at-the-Winter-Games.html.

  2. ເບິ່ງ Christine Rappleye, “Mormons in the Olympics.”

  3. ເບິ່ງ Sarah Petersen, “Noelle Pikus-Pace Wears LDS Young Women Necklace throughout Olympics,” deseretnews.com/article/865596771/Noelle-Pikus-Pace-wears-LDS-Young-Women-necklace-throughout-Olympics.html.

  4. ເບິ່ງ Amy Donaldson, “Army, Faith Helped Push Mormon Bobsledder Chris Fogt to Olympic Success,” deseretnews.com/article/865597390/Army-faith-helped-push-Mormon-bobsledder-Chris-Fogt-to-Olympic-success.html.

  5. ແອວ​ມາ 34:32.

  6. ເບິ່ງ 1 ໂກ​ຣິນ​ໂທ 9:24.

  7. ເບິ່ງ Doctrine and Covenants 84:20.

  8. ເບິ່ງ ແອວ​ມາ 34:31–33.

  9. ເຮັບເຣີ 12:1.

  10. Jeffrey R. Holland, “The Laborers in the Vineyard,” Ensign or Liahona, May 2012, 33.

  11. ເບິ່ງ ໂຢ​ຮັນ 14:18.

  12. ເດ​ວິດ ເອ ເບັດ​ນາ ການ​ສົນທະນາ​ກັບ​ຜູ້​ຂຽນ.

  13. Vidya Rao, “Snowboarder Kelly Clark: Hug from Competitor Helped Me Win Bronze,” today.com/sochi/snowboarder-kelly-clark-hug-competitor-helped-me-win-bronze-2D12108132.