​2010–2019
ທ່ານ​ກຳລັງ​ນອນ​ຫລັບຜ່ານຂ້າມການ​ຟື້ນ​ຟູບໍ?
ເມສາ 2014


ທ່ານ​ກຳລັງ​ນອນ​ຫລັບຜ່ານຂ້າມການ​ຟື້ນ​ຟູບໍ?

ມັນ​ສຳຄັນ​ຫລາຍ​ສຳລັບ​ເຮົາ​ເປັນ​ສ່ວນ​ບຸກຄົນ, ​ເປັນ​ຄອບຄົວ, ​ແລະ ທັງ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ ທີ່​ຈະ​ໃຊ້​ຄວາມ​ພະຍາຍາມ​ຈົນ​ສຸດ​ໃຈ​ເພື່ອ​ເຮັດ​ວຽກ​ງານ​ທີ່​ສັກສິດ​ນີ້.

​ເກືອບ​ເຖິງ 200 ປີ​ມາ​ແລ້ວ, ​ເລື່ອງສັ້ນ​ເລື່ອງ​ໜຶ່ງ​ຂອງ​ຊາວ​ອາ​ເມຣິກາ ຊື່ “Rip Van Winkle” ​ໄດ້​ກາຍ​ເປັນ​ເລື່ອງທີ່​ຄົນຮູ້​ກັນ​ທົ່ວ. ຄົນ​ສຳຄັນ​ໃນ​ເລື່ອງ​ນີ້​ ຊື່ວ່າ, ຣິບ, ​ເປັນ​ຄົນ​ບໍ່​ທະ​ເຍີ​ທະຍານ ຜູ້​ເກັ່ງ​ຫລາຍ​ໃນ​ສອງ​ເລື່ອງ​ຄື: ຫລີກ​ເວັ້ນຈາ​ກວຽກ​ງານ ​ແລະ ຫລົບ​ໜ້າ​ເມຍ​ຂອງ​ລາວ.

ມື້ໜຶ່ງ, ​ໃນ​ຂະນະ​ທີ່​ລາວ​ເຂົ້າ​ໄປ​ໃນ​ປ່າ​ກັບ​ໝາ​ຂອງ​ລາວ, ລາວ​ໄດ້​ເຫັນ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ທີ່​ນຸ່ງ​ເຄື່ອງ​ແປກໆ ນັ່ງ​ກິນ​ເຫລົ້າ ​ແລະ ຫລິ້ນ​​ເກ​ມຢູ່. ຫລັງ​ຈາກ​ທີ່​ໄດ້​ດື່ມ​ເຫລົ້າຮ່ວມ​ໂຕະ​ກັບ​ຄົນ​ກຸ່ມ​ນັ້ນ​ແລ້ວ, ນາຍ ຣິບ ​ເລີ່ມງ້ວງ​ນອນ, ລາວ​ຈຶ່ງ​ໄດ້​ຫລັບຕາລາວ​ຈັກ​ບຶດໜຶ່ງ. ​ເມື່ອ​ລາວ​ມືນຕາ​ອີກ, ລາວ​ຕົກ​ໃຈ​ເມື່ອ​ເຫັນ​ວ່າ ໝາ​ຂອງ​ລາວ​ໄດ້​ຫາຍ​ໄປ, ປືນ​ຂອງ​ລາວ​ກໍ​ເຂົ້າຂີ້ໝ້ຽງ, ​ແລະ ລາວ​ມີໜວດ​ຍາວ.

ນາຍ ຣິບ ​ໄດ້​ເດີນທາງ​ກັບ​ບ້ານ ​ແຕ່​ເມື່ອ​ໄປ​ເຖິງ​ກໍ​ພົບ​ເຫັນ​ວ່າ ທຸກ​ສິ່ງໄດ້​ປ່ຽນ​ໄປ. ​ເມຍ​ຂອງ​ລາວ​ໄດ້​ຕາຍ​ໄປ​ແລ້ວ, ​ແລະ ໝູ່​ເພື່ອນ​ຂອງ​ລາວ​ກໍ​ບໍ່​ເຫລືອ​ຢູ່, ​ແລະ ຮູບ​ຂອງ​ກະສັດ ຈອດ ອົງທີສາມ ຢູ່​ໂຮງ​ແຮມ​ນ້ອຍ​ກໍ​ປ່ຽນ​​ເປັນ​ຮູບ​ຄົນ​ທີ່​ລາວ​ບໍ່​ຮູ້ຈັກ—​ເປັນ​ຮູບ​ຂອງ​ປະທານຈອດ ວໍ​ຊິງ​ຕັນ.

ນາຍ ຣິບ ​ແວນ ວິ​ງ​ໂກ ​ໄດ້​ນອນ​ຫລັບ​ໄປ​ເປັນ​ເວລາ 20 ປີ! ​ແລະ ​ໃນ​ຊ່ວງ​ໄລຍະ​ທີ່​ລາວ​ຫລັບ​ຢູ່​ນັ້ນ, ລາວ​ບໍ່​ໄດ້​ເຫັນ​ຫລາຍ​ສິ່ງ​ທີ່​ສຳຄັນ ​ແລະ ໜ້າ​ຕື່ນ​ເຕັ້ນ ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ຂອງ​ລາວ—ລາວ​ໄດ້​ນອນ​ຫລັບຜ່າ​ນ​ຂ້າມການ​ປະຕິ​ວັດ​ຂອງ​ສະຫະລັດ​ອາ​ເມຣິກາ.

ໃນ​ເດືອນ​ພຶດສະພາ ປີ 1966, ດຣ​. ມາ​ຕິນ ລູ​ເຕີ ຄິງ ຜູ້​ລູກ ​ໄດ້​​ເອົາ​ເລື່ອງ​ນີ້​ມາ​ໃຊ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄຳ​ປາ​ໄສ​ຂອງ​ເພິ່ນ “ຢ່າ​ນອນ​ຫລັບ​ຜ່ານ​ຂ້າມ​ການ​ປະຕິວັດ.”1

ມື້​ນີ້, ຂ້າພະ​ເຈົ້າຈະ​ເອົາ​ຫົວ​ຂໍ້​ດຽວ​ກັນ​ນີ້​ມາສະ​ເໜີ​ເປັນ​ຄຳ​ຖາມ ​ເພື່ອ​ຖາມ​​ເຮົາທຸກ​ຄົນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າວ່າ: ທ່ານ​ກຳລັງ​ນອນ​ຫລັບ​ຜ່ານ​ຂ້າມ​ການ​ຟື້ນ​ຟູ​ບໍ?

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ແຫ່ງ​ການ​ຟື້ນ​ຟູ

ບາງ​ເທື່ອ​ເຮົາ​ຄິດ​ເຖິງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ເປັນ​ບາງ​ສິ່ງ​ທີ່​ບັນລຸ​ຜົນສຳ​ເລັດ​ແລ້ວ, ມັນ​ກາຍ​ເປັນ​ອາ​ດີດ​ແລ້ວ—​ໂຈ​ເຊັບ ສະ​ມິດ ​ໄດ້​ແປ​ພຣະຄຳ​ພີ​ມໍ​ມອນ​ແລ້ວ, ​ເພິ່ນ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ແລ້ວ, ສາດສະໜາ​ຈັກ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ແລ້ວ. ​ໃນ​ຄວາມ​ເປັນຈິງ​ແລ້ວ, ການ​ຟື້ນ​ຟູ​ແມ່ນ​ພວມ​ເກີດ​ຂຶ້ນຢູ່; ​ເຮົາ​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ໄລຍະ​ຂອງ​ມັນ​ໃນ​ຕອນ​ນີ້. ມັນ​ຮ່ວມ​ດ້ວຍ​ທຸກ​ສິ່ງ “ທັງ​ໝົດ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ, ທັງ​ໝົດ​ທີ່​ພຣະອົງ​ເປີດ​ເຜີຍ​ຢູ່​​ໃນ​ຂະນະ​ນີ້,” ​ແລະ ພຣະອົງ​ຈະ​ເປີດ​ເຜີຍ “​ເລື່ອງ​ສຳຄັນ ​ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງ.”2 ອ້າຍ​ນ້ອງ​ທັງຫລາຍ, ການ​ຂະຫຍາຍຕົວ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃນ​ທຸກ​ວັນ​ນີ້ ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຕຽມ​ພ້ອມ ຊຶ່ງ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ແລ້ວ ຊຶ່ງ​ຈະ​ສະຫລຸບ​ດ້ວຍ​ການສະ​ເດັດ​ມາຄັ້ງທີ​ສອງ​ທີ່​ຮຸ່ງ​ໂລດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.

ຕອນ​ນີ້​ເປັນ​ໄລຍະ​ທີ່​ໜ້າ​ອັດສະຈັນ​ໃຈ​ຫລາຍ​ໃນ​ປະຫວັດສາດ​ຂອງ​ໂລກ! ສາດສະດາ​ໃນ​ສະ​ໄໝ​ໂບຮານ​ກໍຢາກ​​ເຫັນ​ວັນ​ເວລາ​ຂອງ​ເຮົາຫລາຍ

​ເມື່ອ​ວັນ​ເວລາ​ໃນ​ຄວາມ​ເປັນ​ມະຕະ​ຂອງ​ເຮົາ​ສິ້ນ​ສຸດ​ລົງ, ​ປະສົບ​ການ​ໃດ​ແດ່​ທີ່​ເຮົາຈະ​ສາມາດ​ແບ່ງປັນ​ກ່ຽວ​ກັບ​ພາກສ່ວນ​ຂອງ​ເຮົາ​ໃນ​ຊ່ວງ​ໄລຍະ​ທີ່​ເຮົາ​ມີ​ຊີວິດ​ຢູ່ ​ແລະ ​ໃນ​ການ​ນຳ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄປ​ໜ້າ? ​ເຮົາ​ຈະ​ສາມາດ​ກ່າວ​ວ່າ ​ເຮົາ​ໄດ້​ອອກ​ແຮງດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ພະລັງ, ສຸດຄວາມ​ຄິດ ​ແລະ ສຸດກຳລັງ​ຂອງ​​ເຮົາ​ບໍ່? ຫລື ​ເຮົາ​ຈະ​ສາລະພາບ​ວ່າ ​ເຮົາ​ພຽງ​ແຕ່​ຢືນ​ເບິ່ງ​ເທົ່າ​ນັ້ນ?

ຂ້າພະ​ເຈົ້າຄິດ​ວ່າ ຄົງ​ມີ​ເຫດຜົນ​ຫລາຍ​ຢ່າງວ່າ ​ເປັນ​ຫຍັງ​ມັນ​ຈຶ່ງງ່າຍ​ທີ່​ຈະງ້ວງ​ນອນກັບ​ສິ່ງ​ທີ່​ກ່ຽວ​ກັບ​ການ​​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ສາມ​ຢ່າງທີ່​ສຳຄັນ. ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ຈະ​ໄຕ່ຕອງ​ ຖ້າ​ຫາກ​ວ່າ​ມີ​ອັນ​ໃດ​ແດ່​ທີ່ກ່ຽວ​ພັນ​. ຖ້າ​ຫາກ​ທ່ານ​ຂາດ​ຕົກ​ບົກພ່ອງ​​ໃນ​ເລື່ອ​ງໃດ, ຂ້າພະ​ເຈົ້າຂໍ​ໃຫ້​ທ່າ​ນຈົ່ງ​ຄິດ​ຫາ​ວິທີ​ທີ່​ທ່ານຈະ​ສາມາດ​ເຮັດ​ໄດ້ ​ເພື່ອປັບປຸງ​ຕົນ​ເອງ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ຄວາມ​ເຫັນ​ແກ່​ຕົວ

ທຳ​ອິດ, ຄວາມ​ເຫັນ​ແກ່​ຕົວ.

ຜູ້​ທີ່​ເຫັນ​ແກ່​ຕົວ ຈະ​ສະ​​ແຫວ​ງຫາ​ສິ່ງ​ທີ່​ຕົນ​​ເອງ​ສົນ​ໃຈ ​ແລະ ​ເພິ່ງ​ພໍ​ໃຈ ​ຫລາຍ​ກວ່າ​ສິ່ງອື່ນ. ຄຳ​ຖາມ​ທີ່​ສຳຄັນ​ສຳລັບ​ຜູ້​ທີ່​ເຫັນ​ແກ່​ຕົວ​ແມ່ນ “ຂ້ອຍ​ຊິ​ໄດ້​ຫຍັງ?”

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ທ່ານ​ກໍ​ເຫັນ​ຢ່າງ​ແຈ່ມ​ແຈ້ງວ່າ ການ​ປະພຶ​ດ​ເຊັ່ນ​ນີ້ ຕໍ່ຕ້ານ​ຄວາມ​ຮູ້ສຶກ​ທີ່​ຈະ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ.

​ເມື່ອ​ເຮົາ​ເລືອກ​​ຮັບ​ໃຊ້​​ຢ່າງທີ່​ເຫັນ​ແກ່​ຕົວ ​​ແທນ​ການ​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ​ແລ້ວ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ​ມີ​ພຽງ​ແຕ່​ເຫັນ​ແກ່​ຕົນ​ເອງ ​ແລະ ​ເຫັນ​ແກ່​ຄວາມ​ສຳລານ​ຂອງ​ຕົນ​ເອງ.

ຄົນລຸ້ນຜ່ານ​ມາ​ກໍ​ເຄີຍ​ປະ​ເຊີນ​ກັບ​ຄວາມ​ອວດ​ຕົວ​ເອງ ​ແລະ ການ​ບູຊາ​ຕົວ​ເອງ​​ໃນ​ຫລາຍ​ວິທີ​ທາງຄື​ກັນ, ​ແຕ່​ຂ້າພະ​ເຈົ້າຄິດ​ວ່າໃນ​ປະຈຸ​ບັນ​ນີ້ ​ເຮົາ​ອາດ​ມີ​ເທົ່າໆ​ກັນ ຫລື ອາດ​ມີ​ຫລາຍ​ກວ່າ​ນັ້ນອີກ. ມັນ​ເປັນ​ເລື່ອງ​ບັງ​ເອີນ​ບໍ​ທີ່​ບໍ່​ດົນ​ມາ​ນີ້ ປຶ້ມວັດຈະນະ​ນຸກົມ​ ​ມີ​ຄຳ​ໃໝ່​ມາ​ຕື່ມ​ໃສ່​ສຳລັບ​ປີ​ນີ້ ຄືຄຳ​ວ່າ “selfie” (​ແຊວ​ຟີ) ໝາຍ​ຄວາມ​ວ່າ ຖ່າຍຮູບ​ເອົາ​ຕົວ​ເອງ?3

ຕາມ​ທຳ​ຊາດ​ແລ້ວ, ​ເຮົາ​ທຸກ​ຄົນ​ມີ​ຄວາມ​ປາດ​ຖະໜາ​ຢາກ​​ໃຫ້​ຄົນ​ອື່ນ​ຮັບ​ຮູ້, ​ແລະ ກໍ​ບໍ່​ມີ​ຄວາມຜິດ​ແນວ​ໃດ​ກັບ​ການ​ທີ່​ຈະພັກ​ຜ່ອນ​ຢ່ອນ​ອາລົມ ​ແລະ ມີຄວາມສະໜຸກ​ສຸກ​ສະບາຍ. ​ແຕ່​ຖ້າ​​ໃຫ້​ການສະ​ແຫວ​ງ “ຫາ​ຜົນ​ປະ​ໂຫຍດ ແລະ ສັນລະ​ເສີນ​ຂອງ​ທາງ​ໂລກ”4 ເປັນ​ສິ່ງສຳຄັນ​ໃນ​ຄວາມ​ກະຕືລືລົ້ນຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ພາດ​ປະສົບ​ການ​ທີ່​ເປັນ​ການ​ໄຖ່ ​ແລະ ພາດຄວາມ​ປິ​ຕິ​ຍິນ​ດີ ທີ່​ມາ​ຈາກ​ການມອບ​ຕົວ​ເຮົາ​ເອງໃຫ້​ແກ່ ວຽກງານ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ເພື່ອ​ແຜ່.

ຈະ​ແກ້​ໄຂດ້ວຍ​ວິທີ​ໃດ?

ຄຳ​ຕອບ​​ແມ່ນ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ພຣະຄຣິດສະ​ເໝີ ທີ່​ວ່າ:

“ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ຢາກ​ຕາມ​ເຮົາ​ມາ ຜູ້ນັ້ນຕ້ອງ​ຕັດ​ສິດ​ຂອງ​ຕົນ​ເສຍ ​ແລະ ຮັບ​​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ​ແລະ ຕາມ​ເຮົາ​ມາ.

“​ເພາະ​ຜູ້​ໃດ​ທີ່​ຢາກ​ຊ່ອຍ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ ຜູ້ນັ້ນກໍ​ຈະ​ເສຍ​ຊີວິດ, ​ແຕ່​ຜູ້​ໃດ​ທີ່​ສະລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ​ແລະ ​ແກ່​ຂ່າວ​ປະ​ເສີດ​ ຜູ້ນັ້ນກໍຈະ​ຖືກ​ຊ່ອຍ​ຊີວິດໃຫ້​ພົ້ນ​ໄດ້.”5

ຜູ້​ທີ່​ມອບ​ຊີວິດ​ໃຫ້​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ມວນ​ມະນຸດ ຈະ​ພົບ​​ເຫັນ​ຄວາມ​ອຸດົມສົມບູນ ​ແລະ ​ເຕັມ​ສ່ວນ​ໃນ​ຊີວິ​ດ ຊຶ່ງ​ຜູ້​ທີ່​ເຫັນ​ແກ່​ຕົວ ​ແລະ ອວດດີ ຈະ​ບໍ່​ມີ​ວັນ​ເຄີຍ​ພົບ​ເຫັນ​ຈັກ​ເທື່ອ. ຄົນ​ທີ່​ບໍ່​ເຫັນ​ແກ່​ຕົວ​ຈະ​ມອບຕົນ​ເອງ​ໃຫ້. ​ເຖິງ​ແມ່ນ​ຈະ​ເປັນຄວາມ​ໃຈ​ບຸນ​ໃນ​ສິ່ງ​ທີ່​ເລັກ​ນ້ອຍ ​ແຕ່​ມັນມີ​ອິດ​ທິພົນ​ຫລາຍ​ ​ເຊັ່ນ: ຮອຍ​ຍິ້ມ, ຈັບ​ມື​ທັກ​ທາຍ, ​ໂອບ​ກອດ, ​ໃຊ້​ເວລາ​ຟັງ, ຄຳ​ທີ່​ໃຫ້​ກຳລັງ​ໃຈ, ຫລື ທ່າ​ທີ​ບອກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ. ການ​ກະທຳ​ດ້ວຍ​ຄວາມ​ເມດ​ຕາ​ເຫລົ່າ​ນີ້ ສາມາດ​ປ່ຽນ​ໃຈ ​ແລະ ຊີວິດ​ໄດ້. ​ເມື່ອ​ເຮົາ​ສວຍ​ໂອກາດ​ທີ່​ຈະ​ຮັກ ​ແລະ ຮັບ​ໃຊ້​ເພື່ອ​ນມະນຸດ​ດ້ວຍ​ກັນ, ຮ່ວມ​ທັງ​ຄູ່​ຄອງ​ ​ແລະ ຄອບຄົວ​ຂອງ​ເຮົາ, ​ແລ້ວ​ຄວາ​ມສາມາດ​ຂອງ​ເຮົາທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ຮັບ​ໃຊ້​ຄົນ​ອື່ນໆ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ.

ຜູ້​ທີ່​ຮັບ​ໃຊ້​ຄົນ​ອື່ນ​ຈະ​ບໍ່​ນອນ​ຫລັບ​ຜ່ານ​ຂ້າມ​ການ​ຟື້ນ​ຟູ.

ການ​ຕິດ​ແສດ

ສິ່ງ​ໜຶ່ງ​ອີກ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຍ່າງ​ທັງ​ຫລັບ​ໃນ​ຊ່ວງ​ໄລຍະ​ທີ່​ສຳຄັນ​ຂອງ​ໂລກ​ນີ້​ແມ່ນ​ການ​ຕິດ​ແສດ.

ການ​ຕິດ​ແສດ​ສ່ວນ​ຫລາຍ​ແລ້ວ​ຈະ​ເລີ່​ມຕົ້ນດ້ວຍຄວາມ​ລີ້​ລັບ. ການ​ຕິ​ດ​ແສດ​ຄື​ການ​ກະທຳ​​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ຫລາຍໆ​ເທື່ອ ຈົນ​ວ່າ​ມັນ​ໄດ້​ກາຍ​ເປັນນິ​ໄສ. ນິ​ໄສ​ທີ່​ບໍ່​ດີ​ສ່ວນ​ຫລາຍ​ຈະ​ນຳ​ໄປ​ສູ່​ການ​ຕິດ​ແສດທີ່ລ້າງຜານ.

ການ​ຕິດ​ແສດ​ທີ່​ຄອບ​ງຳ​ມີ​ຢູ່​ໃນ​ຫລາຍ​ຮູບ​ແບບ, ​ເຊັ່ນ ຮູບ​ພາບ​ລາມົກ, ສຸລາ, ກາມ​ມະ​ລົມ, ຢາ​ເສບ​ຕິດ, ຢາດູດ, ການ​ພະນັນ, ອາຫານ, ວຽກ​ງານ, ອິນ​ເຕີ​ແນັດ, ຫລື ຮູບ​ພາບ​ໃນ​ຄອມ​ພິວ​ເຕີ​ທີ່​ຄື​ກັບ​ຂອງ​ຈິງ​ແທ້ໆ. ຊາຕາ​ນ ຜູ້​ຊຶ່ງ​ເປັນ​ສັດຕູ​ຂອງ​ເຮົາ ​ມີ​ຍຸດທະວິທີ​ຫລາຍ​ຢ່າງ​ທີ່​ມັນ​ມັກ​ນຳ​ມາ​ໃຊ້​ເພື່ອ​ລັກ​ເອົາ​ຄວາມ​ສາມາດ​ແຫ່ງ​ສະຫວັນ​ຂອງ​ເຮົາ​ໄປ ​ເພື່ອ​ບໍ່​ໃຫ້​ເຮົາ​ບັນລຸ​ພາລະ​ກິດ​ໃນ​ອານາຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາໂສກ​ເສົ້າ​ເມື່ອ​ເຫັນ​ລູກໆ​ທີ່​ມີ​ກຽດ​ຂອງ​ພຣະອົງ​ເຕັມ​ໃຈ​ຍື່ນ​ມື​ອອກ​ໄປ​ຮັບ​ເອົາ​ການ​ຕິດ​ແສດ​ທີ່ຮ້າຍ​ກາດນັ້ນ.

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ດຳລົງ​ຖານະ​ປະ​ໂລຫິດ​ນິລັນດອນ​ຂອງ​ພຣ​ະ​ເຈົ້າຜູ້​ຊົງ​ລິດ​ທາ​ນຸພາບ​ສູງ​ສຸດ. ​ເຮົາ​ເປັນ​ບຸດ​ຂອງ​ພຣະຜູ້​ສູງ​ສຸດ​ແທ້ໆ ​ແລະ ​ມີ​ຄວາມ​ສາມາດ​ອັນ​ຍິ່ງ​ໃຫຍ່. ​ເຮົາ​ໄດ້​ຖືກ​ອະນຸຍາດ​​​ໃຫ້​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ຢ່າງ​ກວ້າງຂວາງ ບໍ່​ແມ່ນ​ໃຫ້​ເຮົາ​ຖືກ​ຫລ່າ​ມ​ໂສ້​ຢູ່ພື້ນ​ດິນ, ​ເປັນ​ນັກ​ໂທດ​ເພາະ​ສິ່ງ​ທີ່​ມະນຸດ​ສ້າງ​ຂຶ້ນມາ.

ຈະ​ແກ້​ໄຂ​ດ້ວຍ​ວິທີ​ໃດ?

ທຳ​ອິດ ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ​ການປ້ອງ​ກັນ​ຈາກການ​ຕິດ​ແສດ​ແມ່ນ​ງ່າຍ​ກວ່າ​ການ​ເລີກ​ຈາກ​ການ​ຕິດ​ແສດ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໃຫ້​ບັນຍັດ​ແກ່​ເຈົ້າ, ວ່າ​ຢ່າ​ຍອມ​ໃຫ້​ເລື່ອງ​ເຫລົ່າ​ນີ້​ເຂົ້າມາ​ໃນ​ໃຈ​ຂອງ​ເຈົ້າ​ເລີຍ.”6

ເມື່ອ​ຫລາຍ​ປີ​ກ່ອນ, ປະທານທອມ​ມັສ ແອັສ ມອນ​ສັນ ​ແລະ ຂ້າພະ​ເຈົ້າ​ໄດ້​ຖືກ​ຮັບ​ໃຊ້​ໃຫ້​ໄປ​ຊົມ​ຍົນ Air Force One—ຊຶ່ງ​ເປັນ​​ຍົນ​ພິ​ເສດຂອງ​ປະທານາທິບໍດີ​ຂອງ​ສະຫະລັດ​ອາ​ເມຣິກາ. ພວກ​ເຮົາ​ຕ້ອງ​ໄດ້​ຜ່ານ​ການກວດ​ເພື່ອ​ຄວາມ​ປອດ​ໄພ​ອັນ​ແສນ​ລຳບາກ​, ​ແລະ ຂ້າພະ​ເຈົ້າ​ໄດ້ຍິ້ມ​ອອກ​ມາ​ໜ້ອຍ​ໜຶ່ງ​ເມື່ອ​ເຫັນ​ພວກ​ນາຍ​ຍາມ​ກວດ​ສາດສະດາທີ່​ຮັກ​ຂອງ​ເຮົາກ່ອນ​​ເຂົ້າ​ໄປ​ໃນ​ຍົນ.

​ແລ້ວຫົວໜ້າ​ຂັບ​ຍົນ​ໄດ້​ເຊື້ອ​ເຊີນ​ຂ້າພະ​ເຈົ້າ​ໄປ​ນັ່ງ​ບ່ອນ​ຂັບ​​ຍົນ. ມັນ​ເປັນ​ປະສົບ​ການ​ທີ່​ຊື່ນ​ຊົມ​ຫລາຍ ທີ່​ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ໃກ້​ເຄື່ອງ​ຂັບ​ຍົນ​ອີກ​ເທື່ອ​ໜຶ່ງ ​ເປັນ​ຊະນິດທີ່​ຂ້າພະ​ເຈົ້າ​ເຄີຍ​ຂັບ​​ໃນ​ຫລາຍ​ປີ​ຜ່ານ​ມາ​ແລ້ວ. ຄວາມ​ຊົງ​ຈຳ​ທີ່​ໄດ້​ຂັບ​ຂ້າມ​ທະ​ເລ ຂ້າມ​ທະວີບ ​ໄດ້​ກັບ​ຄືນ​ສູ່ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ຕົນ​ເອງ​ຂັບ​​ຍົນຂຶ້ນ​ຈາກ​ປະ​ເທດ​ນັ້ນ​​ໄປ​ຫາ​ປະ​ເທດ​ນີ້​ຕະຫລອດ​ທົ່ວ​ໂລກ.

ໂດຍ​ທີ່​ບໍ່​ຄິດ, ຂ້າພະ​ເຈົ້າ​ໄດ້​ວາງ​ມື​ໃສ່​ຄັນ​ເລັ່ງຂອງ​ຍົນ 747. ທັນ​ໃດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ທີ່​ຄຸ້ນ​ຫູ​ເວົ້າຂຶ້ນຈາກ​ຂ້າງຫລັງ​—​ເປັນ​ສຽງ​ຂອງ​ທ່ານທອມ​ມັສ ແອັສ ມອນ​ສັນ.

“ດີ​ເດີ,” ​ເພິ່ນ​ເວົ້າ, “ຫ້າມ​ຄິດ​ເດີ້.”

ຂ້າພະ​ເຈົ້າບໍ່​ໄດ້​ຄິດ​ແນວ​ໃດ, ​ແຕ່​ບາງທີ​ປະທານມອນ​ສັນ ສາມາດອ່ານ​ໃຈ​ຂອງຂ້າພະ​ເຈົ້າ​ໄດ້.

​ເມື່ອ​ເຮົາ​ຖືກ​ລໍ້​ລວງໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຄວນ​ເຮັດ, ຂໍ​ໃຫ້​ເຮົາ​ຈົ່ງ​ຟັງສຽງ​ເຕືອນຂອງ​ຄົນ​ໃນ​ຄອບຄົວ, ​ແລະ ໝູ່​ເພື່ອນ, ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດສະ​ເໝີ ຜູ້​ທີ່​ເຮົາ​ໄວ້​ວາງ​ໃຈ​.

ການ​ປ້ອງ​ກັນ​ທີ່​ໄດ້ຜົນ​ດີ​ທີ່​ສຸດ​ຕໍ່​ການ​ຕິດ​ແສດ​ແມ່ນ​ການ​ບໍ່​ເລີ່ມຕົ້ນ.

​ແຕ່​ສຳລັບ​ຜູ້​ທີ່​ຕົກ​ຢູ່​ໃນ​ບ້ວງ​ຂອງ​ການ​ຕິດ​ແສດ​ເດ້?

ຂໍ​ໃຫ້​ຮູ້​ໄວ້​ວ່າ, ກ່ອນ​ອື່ນ​ໝົດ, ຍັງ​ມີ​ຄວາມ​ຫວັງ​ຢູ່. ຈົ່ງ​ສະ​ແຫວງຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຄົນ​ທີ່​ຮັກ​ທ່ານ, ຈາກ​ຜູ້ນຳ​ໃນ​ສາດສະໜາ​ຈັກ, ​ແລະ ຜູ້​ໃຫ້​ຄຳ​ແນະນຳ​ທີ່​ຊຳນານ. ສາດສະໜາ​ຈັກ​ມີ​ໂຄງການ​ຊ່ອຍ​ເຫລືອ​ເລື່ອງ​ການ​ຕິດ​ແສດ ຜ່ານ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ຢູ່​ໃນ​ທ້ອງ​ຖິ່ນ, ຜ່ານ​ທາງອິນ​ເຕີ​ແນັດ,7 ແລະ ​ຢູ່​ໃນ​ບາງ​ເຂດ, LDS Family Services.

ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ທ່ານ​ຈະ​ສາມາດ​ຫາຍ​ດີ​ຈາກ​ການ​ຕິດ​ແສດ​ໄດ້. ມັນ​ອາດ​ຈະ​ໃຊ້​ເວລາ​ດົນ​ນານ, ຫລື ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ, ​ແຕ່​ພຣະຜູ້​ເປັນ​ເຈົ້າຈະ​ບໍ່​ປະ​ຖິ້ມ​ທ່ານ. ພຣະອົງ​ຮັກ​ທ່ານ. ພຣະ​ເຢຊູ​ຄຣິດ​ໄດ້​ຮັບ​ທຸກທໍລະມານ​ຊົດ​ໃຊ້​ເພື່ອ​ຊ່ອຍ​ເຫລືອ​ທ່ານ​ໃຫ້​ປ່ຽນ​ແປງ, ​ເພື່ອ​ປົດ​ປ່ອຍ​ທ່ານ​ອອກ​ຈາກ​ການ​ເປັນຊະ​ເລີຍ​ຂອງ​ບາ​ບ.

ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ພະຍາຍາມ​ຕໍ່​ໄປ—ບາງ​ເທື່ອ​ຕ້ອງ​ໄດ້​ພະຍາຍາມ​ຫລາຍ​ເທື່ອ ກ່ອນ​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ. ສະນັ້ນ ຢ່າ​ຍອມ​ແພ້. ຢ່າ​ເສຍ​ສັດທາ. ຈົ່ງ​ຢູ່​ໃກ້​ພຣະຜູ້​ເປັນ​ເຈົ້າ, ​ແລະ ພຣະອົງ​ຈະ​ປະທານ​ພະລັງ​ແຫ່ງ​ການ​ປົດ​ປ່ອຍ​ໃຫ້​ແກ່​ທ່ານ. ພຣະອົງ​ຈະ​ໃຫ້​ທ່ານ​ເປັນ​ອິດ​ສະລະ.

ອ້າຍ​ນ້ອງ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ຢູ່​ຫ່າງ​ໄກ​ຈາກ​ນິ​ໄສ​ທີ່​ຈະ​ພາ​ທ່ານ​ໄປ​ສູ່​ການ​ຕິດ​ແສດ. ຄົນ​ທີ່ຢູ່​ຫ່າງ​ໄກ ຈະ​ສາມາດ​ອຸທິດໃຈ, ​ພະລັງ, ຄວາມ​ຄິດ ​ແລະ ກຳລັງ ​ໃຫ້​ແກ່​ການ​ຮັບ​ໃຊ້​ພຣະ​ເຈົ້າ.

​ເຂົາ​ເຈົ້າຈະ​ບໍ່​ນອນ​ຫລັບ​ຜ່ານ​ຂ້າມ​ການ​ຟື້ນ​ຟູ.

​ລຳດັບ​ຄວາມ​ສຳຄັນ

ສິ່ງ​ກີດຂວາງ​ອັນ​ທີ​ສາມ ທີ່​ກີດ​ກັນ​ເຮົາ​ຈາກ​ການ​ມີ​ສ່ວນ​ຮ່ວມໃນ​ວຽກ​ງານ​ນີ້​ແມ່ນ ລຳດັບ​ຄວາມ​ສຳຄັນ​ຂອງ​ຫລາຍ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ. ບາງ​ຄົນ​ໃນ​ພວກ​ເຮົາ​ແມ່ນ​ຫຍຸ້ງ​ຫລາຍ ຈົນ​ເຮົາ​ຮູ້ສຶກ​ວ່າ ​ເຮົາ​ເປັນ​ກວຽນ​ທີ່​ຖືກ​ລາກ​ແກ່​ໄປ​ໂດຍ​​ງົວ​ຫລາຍ​ໂຕ—​ແຕ່ລະ​ໂຕ​ກໍ​ຢາກ​ດຶງ​ເຮົາ​ໄປ​ໃນ​ທິດທາງ​ທີ່​ແຕກ​ຕ່າງ​ກັນ. ພະລັງ​ໄດ້​ແຍກ​ອອກ​ໄປ​ຫາ​ຫລາຍ​ບ່ອນ, ​ແຕ່​ກວຽນ​ບໍ່​ໄດ້​​ເຄື່ອນ​ຍ້າຍ​ໄປ​ທາງ​​ໃດ​ເລີຍ.

ສ່ວນ​ຫລາຍ​ເຮົາ​ຈະ​ໃຊ້​ຄວາມ​ພະຍາຍາມ​ຫລາຍ​ທີ່​ສຸດ​ກັບວຽກ​ທີ່​ມັກ​ເຮັດ​ໃນ​ເວລາ​ຫວ່າງ, ກັບຫລິ້ນ​ກິລາ, ສົນ​ໃຈ​ກ່ຽວ​ກັບວິຊາ​ອາຊີບ, ຫລື​ ກັບບັນຫາ​ໃນ​ຊຸມ​ຊົນ ຫລື ​ເລື່ອງການ​ເມືອງ. ທຸກ​ສິ່ງ​ຢ່າງ​ນີ້​ອາດ​ເປັນ​ສິ່ງ​ດີ ​ແລະ ​ເປັນ​ກຽດ, ​ແຕ່​ມັນ​ໄດ້​ຈົ່ງ​ເວລາ ​ແລະ ພະລັງ​ໄວ້​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ມີ​ຄວາມ​ສຳຄັນ​ກວ່າ​ນັ້ນບໍ່?

ຈະ​ແກ້​ໄຂດ້ວຍ​ວິທີ​ໃດ?

ອີກ​ເທື່ອ​ໜຶ່ງ, ມັນ​ມາ​ຈາກ​ຖ້ອຍ​ຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ:

“ຈົ່ງ​ຮັກພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ໃຈ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ​ແມ່ນ​ກົດ​ບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”8

​ສິ່ງ​ອື່ນ​ໆ​ໃນຊີວິດ​ຄວນ​ມີ​ຄວາມ​ສຳຄັນ​ຕ່ຳ​ກວ່າ​ສອງ​ຢ່າງ​​ນັ້ນ.

​ແມ່ນແຕ່ການຮັບໃຊ້ໃນສາດສະໜາຈັກ, ມັນເປັນສິ່ງງ່າຍທີ່ຈະໃຊ້ເວລາໄປລ້າໆໂດຍບໍ່ຄິດ, ປາດສະຈາກໃຈ ຫລື ທາດ​ແທ້​ຂອງການເປັນສານຸສິດ.

ອ້າຍ​ນ້ອງ​ທັງຫລາຍ, ​​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ຮັກ​ພຣະ​ເຈົ້າ ​ແລະ ຮັກ​ເພື່ອນບ້ານ ​ແລະ ຜູ້​ທີ່​ເຕັມ​ໃຈ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ນັ້ນຜ່ານ​ຄຳ​ເວົ້າ ​ແລະ ການ​ກະທຳ. ນັ້ນຄື​ຈຸດ​ສຳຄັນ​ຂອງຜູ້​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ.

ຜູ້​ທີ່​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ເຫລົ່ານີ້ ຈະ​ບໍ່​ນອນ​ຫລັບ​ຜ່ານ​ຂ້າມ​ການ​ຟື້ນ​ຟູ.

ການ​ເອີ້ນ​ໃຫ້​ຕື່ນ​ຂຶ້ນ

ອັກຄະ​ສາວົກ​ໂປ​​ໂລ​​ໄດ້​ຂຽນ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນມາ​ຈາກ​ຄວາມ​ຕາຍ, ​ແລະ ພຣະຄຣິດຈະ​ສ່ອງ​​ແສງໃສ່​ເຈົ້າ.”9

​ເພື່ອນ​ທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ, ຈົ່ງ​ຮູ້​ໄວ້​ວ່າ​ທ່ານ​ເປັນ​ບຸດ​ແຫ່ງ​ຄວາມ​ສະຫວ່າງ.

ຢ່າ​ປ່ອຍ​ໃຫ້​ຄວາມ​ເຫັນ​ແກ່​ຕົວ​ມາ​ຄອບ​ງຳທ່ານ! ຢ່າ​ປ່ອຍ​ໃຫ້​ນິ​ໄສ​ທີ່​ພາ​ໄປ​ຫາ​ການ​ຕິດ​ແສດ​ມາຄອບ​ງຳທ່ານ! ຢ່າ​ປ່ອຍ​ໃຫ້​ລຳດັບ​ຄວາມ​ສຳຄັນ​ພາ​ທ່ານ​ໄປ​ສູ່​ຄວາມ​ບໍ່​ສົນ​ໃຈ ຫລື ​ແຍກ​ທ່ານ​ອອກ​ໄປ​ຈາກ​ພອນ​ແຫ່ງ​ການ​ເປັນ​ສານຸສິດ ​ແລະ ຈາກ​ການ​ຮັບ​ໃຊ້​ຂອງ​ຖານະ​ປະ​ໂລຫິດ​ທີ່ສູງ​ສັກ!

ມັນ​ສຳຄັນ​ຫລາຍ​ສຳລັບ​ເຮົາ​ເປັນ​ສ່ວນ​ບຸກຄົນ, ​ເປັນ​ຄອບຄົວ, ​ແລະ ທັງ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ ທີ່​ຈະ​ໃຊ້​ຄວາມ​ພະຍາຍາມ​ຈົນ​ສຸດ​ໃຈ​ເພື່ອ​ເຮັດ​ວຽກ​ງານ​ທີ່​ສັກສິດ​ນີ້.

ການ​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ ບໍ່​​ແມ່ນ​ການ​ພະຍາຍາມ​ເຮັດ​ອາທິດ​ລະ​ເທື່ອ ຫລື ມື້​ລະ​ເທື່ອ. ມັນ​ເປັນ​ການ​ພະຍາຍາມ​ເຮັດ​ຕະຫລອດ​​ເວລາ.

ຄຳ​ສັນຍາ​ຂອງພຣະຜູ້​ເປັນ​ເຈົ້າ​ຕໍ່​ຜູ້​ດຳ​ລົງ​ຖານະ​ປະ​ໂລຫິດ​ທີ່​ແທ້​ຈິງ​ຂອງ​ພຣະອົງ​ແມ່ນ​ຍິ່ງ​ໃຫຍ່​ເກີນ​ກວ່າ ຈະ​ເຂົ້າ​ໃຈ​ໄດ້.

ເພາະຜູ້​ໃດ​ທີ່ຊື່ສັດ​ຕໍ່​ການ​ໄດ້​ຮັບຖານະ​ປະ​ໂລຫິດ​​ແຫ່ງ​ອາ​ໂຣນ ​ແລະ ​ເມນ​ຄີ​ເສ​ເດັກ ແລະ ຂະຫຍາຍ​ການ​ເອີ້ນ​ຂອງ​ຕົນ, “ຍ່ອມ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ໂດຍ​ພຣະວິນ​ຍານ​ຈົນ​ເຖິງການ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ພວກ​ເຂົາ​ໃໝ່​ຄືນອີກ.” ດັ່ງນັ້ນ, ທຸກ​ສິ່ງ​ທີ່​ພຣະບິດາ​ຂອງ​ເຮົາ​ມີ ຈະ​ຖືກ​ມອບ​ໃຫ້​ແກ່​ເຂົາ.10

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ອຳນາດ​ແຫ່ງການ​ຊົດ​​ໃຊ້​ທີ່​ຊຳລະ​ລ້າງຂອງ​ພຣະ​ເຢຊູ​ຄຣິດ ​ແລະ ອຳນາດ​ແຫ່ງ​ການປ່ຽນ​ແປງ​ສະພາບ​ຂອງ​ພຣະວິນ​ຍານ​ບໍລິສຸດ ສາມາດ​ປິ່ນປົວ ​ແລະ ຊ່ອຍ​ກູ້​ມວນ​ມະນຸດ​ໄດ້. ມັນ​ເປັນ​ສິດທິ​ພິ​ເສດ​ຂອງ​ເຮົາ, ​ເປັນ​ໜ້າ​ທີ່​ອັນ​ສັກສິດ​ຂອງ​ເຮົາ, ​ແລະ ​ເປັນຄວາມ​ສຸກ​ຂອງ​ເຮົາ ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ທີ່​ຈະ​ຕິດຕາມ​ພຣະອົງ​ດ້ວຍ​ສຸດ​ຄວາມ​ຄິດ ​ແລະ ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ. ຂໍ​ໃຫ້​ເຮົາ “ຈົ່ງ​ສັ່ນ​ສາຍໂສ້​ທີ່​​ຜູກ​ມັດ [ເຮົາ] ​ໃຫ້​ຫລຸດ​ອອກ, ​ແລະ ອອກ​ມາ​ຈາກ​ການ​ປິດ​ບັງ, ​ແລະ ຈົ່ງລຸກຂຶ້ນຈາກ​ພື້ນ​ດິນ.”11

ຂໍ​ໃຫ້​ເຮົາ​ຍັງ​ຕາ​​ແຈ້ງ​ຢູ່ ​ແລະ ບໍ່​​ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ, ​ເພາະ​ເຮົາ​ພວມ “ວາງຮາກ​ຖານຂອງ​ວຽກ​ງານອັນຍິ່ງ​ໃຫຍ່,”12 ​ແມ່ນ​ແຕ່​ການ​ຕຽມ​ສຳລັບ​ການສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ອ້າຍ​ນ້ອງ​ທັງຫລາຍ, ​ເມື່ອ​​ເຮົາ​ຕື່ມ​ຄວາມ​ສະຫວ່າງຂອງ​ຕົວຢ່າງ​ຂອງ​​ເຮົາ​ໃສ່ ​​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ທີ່​ສວຍ​ງາມ ​ແລະ ມີ​ພະລັງ​ ຊຶ່ງຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລ້ວ​​ເຮົາຈະ​ບໍ່​ນອນ​ຫລັບ​ຜ່ານ​ຂ້າມ​ການ​ຟື້ນ​ຟູ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ ​ແລະ ຂໍ​ມອບ​ພອນ​​ຂອງ​ຂ້າພະ​ເຈົ້າໃຫ້​ແກ່ທ່ານ ​ໃນ​ພຣະນາມ​ທີ່​ສັກສິດຂອງ​ພຣະອາຈານ​ຂອງ​ເຮົາ, ​ແມ່ນ​ແຕ່ພຣະ​ເຢຊູ​ຄຣິດ, ອາ​ແມນ.