​2010–2019
ການຕິດ​ຕາມ​ຜົນ​ຕໍ່​ໄປ
ເມສາ 2014


ການຕິດ​ຕາມ​ຜົນ​ຕໍ່​ໄປ

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ​ເຮົາ​ທຸກ​ຄົນສາ​ມາດມີ​ສ່ວນ​ຮ່ວມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ວຽກ​ງານ​ເຜີຍ​ແຜ່​ໂດຍ​ການ​ເອົາ​ສັດ​ທາ​ມາ​ແທນ​ຄວາມ​ຢ້ານ​ກົວ.

ໃນ​ເດືອນ​ກັນ​ຍາ​ທີ່​ຈະ​ມາ​ເຖິງນີ້ ຈະ​ເປັນ​ເວ​ລາຫົກ​ສິບ​ສີ່​ປີ​ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່​ສ​າດ​ສະ​ໜາ​ທີ່​ປະ​ເທດ​ອັງ​ກິດ. ສາມ​ວັນ​ຫລັງ​ຈາກ​ໄດ້​ກັບ​ມາ ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ງານ​ເຕັ້ນ​ລຳ​ຕ້ອນ​ຮັບ​ນັກ​ຮຽນ​ເທີມ​ໃໝ່​ທີ່​ມະ​ຫາວິ​ທະ​ຍາ​ໄລລັດ​ຢູ​ທາ ກັບ​ເພື່ອນ​ຄົນ​ໜຶ່ງ. ລາວ​ໄດ້​ບອກ​ຂ້າ​ພ​ະ​ເຈົ້າ​ກ່ຽວ​ກັບ​ຍິ​ງ​ສາວ​ທີ່​ສວຍ​ງາມ​ຄົນ​ໜຶ່ງ​ຊື່ ນາງ​ບໍ​ບາ​ຣາ ໂບ​ເວັນ ຜູ້​ທີ່​ລາວ​ໄດ້​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຄວນ​ພົບ. ລາວ​ໄດ້​ນຳ​ນາງ​ມາ​ ແລະ ໄດ້ແນະ​ນຳ​ພວກ​ເຮົາ, ແລະ ພວກ​ເຮົາ​ກໍ​ໄດ້​ພາ​ກັນ​ເລີ່ມ​ເຕັ້ນ​ລຳ.

​ໜ້າ​ເສຍ​ດາຍ, ທີ່ນີ້​ເປັນ​ການ​ເຕັ້ນ​ລຳ​ທີ່​ພວກ​ເຮົາ​ເອີ້ນ​ກັນ​ວ່າ “ເຕັ້ນ​ຕິດ​ຕໍ່,” ຊຶ່ງ​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ເຕັ້ນ​ລຳ​ນຳ​ແຕ່​ຍິງ​ຄົນ​ດຽວ​ເທົ່າ​ນັ້ນ​ຈົນ​ກວ່າ​ຄົນ​ອື່ນ​ມາ​ແຕະ​ບ່າ​ໄຫລ່​ ແລະ ເຕັ້ນ​ແທນ​ທີ່​ເຮົາ. ນາງ​ບໍ​ບາ​ຣາ​ເປັນ​ຄົນ​ທີ່​ເບີກ​ບານ ແລະ ມີ​ຄົນ​ມັກ​ຫລາຍ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຕັ້ນ​ລຳ​ນຳ​ນາງ​ນ້ອຍກວ່າ​ໜຶ່ງ​ນາ​ທີ​ເທົ່າ​ນັ້ນ ກ່ອນ​ຊາຍ​ໜຸ່ມ​ຄົນ​ອື່ນໄດ້​ມາ​ແຕະບ່າ​ໄຫລ່​ຂອງ​ຂ້າ​ພະ​ເຈົ້າ ແລະ ເຕັ້ນ​ກັບ​ນາງ.

ຂ້າ​ພະ​ເຈົ້າ​ຍອມ​ຮັບ​ສິ່ງນັ້ນ​ບໍ່​ໄດ້. ໂດຍ​ທີ່​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຕິດ​ຕາມ​ຜົນ​ຕໍ່​ໄປ​ໃນ​ການ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ໄດ້​ຂໍ​ເລກ​ໂທ​ລະ​ສັບ​ຂອງ​ນາງ ແລະ ໄດ້​ໂທ​ຫາ​ນາງ​ໃນ​ມື້​ຕໍ່​ມາ​ເພື່ອ​ຊວນ​ນາງ​ອອກ​ທ່ຽວ, ແຕ່​ນາງ​ກໍ​ຫ​ຍຸ້ງ​ຢູ່ກັບວຽກ​ທີ່ໂຮງ​ຮຽນ ແລະ ໝູ່​ເພື່ອນ​ຂອງ​ນາງ. ​ໂຊກ​ດີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສອນ​ໃຫ້​ພະ​ຍາ​ຍາມ ແມ່ນ​ແຕ່​ເມື່ອ​ທໍ້​ຖອຍ​ໃຈ, ແລະ ໃນ​ທີ່​ສຸດ​ຂ້າ​ພະ​ເຈົ້າ​ກໍໄດ້​ອອກ​ທ່ຽວກັບ​ນາງ. ແລະ ຫລັງ​ຈາກກ​ານ​ອອກທ່ຽວ​ເທື່ອນັ້ນ ພວກ​ເຮົາ​ໄດ້​ອອກ​ທ່ຽວອີກ​ຕໍ່​ໄປ. ໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ​ໃນ​ລະ​ຫວ່າງ​ການ​ອອກ​ທ່ຽວນັ້ນ​ຂ້າ​ພະ​ເຈົ້າ​ສາ​ມາດ​ເກ້ຍ​ກ່ອມ​ນາງວ່າ​ຂ້າ​ພະ​ເຈົ້າ​ເປັນ​ອາ​ດີດ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ດຽວ​ທີ່​ເໝາະ​ສົມ​ກັບ​ນາງ​ທີ່​ສຸດ ວ່າ​ຢ່າງ​ນ້ອຍ, ທີ່​ກ່ຽວ​ຂ້ອງ​ກັບ​ນາງ. ບັດ​ນີ້, 64 ປີ​ຕໍ່​ມາ, ມີ​ລູກ​ເຈັດ​ຄົນ, ຫລານ ແລະ ເຫລັນ​ຫລາຍໆ​ຄົນ ຜູ້​ທີ່​ຈະ​ຢືນເປັນພະ​ຍານ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ຈິງ​ທີ່​ວ່າ ບໍ່​ວ່າ​ຂ່າວ​ສານ​ຂອງ​ທ່ານ​ຈະ​ດີ​ປານ​ໃດ​ກໍ​ຕາມ, ທ່ານ​ອາດ​ຈະ​ບໍ່​ມີ​ໂອ​ກາດ​ຈະ​ແບ່ງ​ປັນ​ມັນ​ໄດ້​ປາດ​ສະ​ຈາກ​ການ​​ຕິດ​ຕາມ​ຜົນ​ຕໍ່​ໄປ​ທີ່​ສະ​ໝ່ຳ​ສະ​ເໝີ, ຢ່າງບໍ່​ລົດ​ຫລ​ະ.

ນີ້​ອາດ​ເປັນ​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າໄດ້​ຮູ້ສຶກ​ເຖິງ​ການ​ດົນ​ໃຈ​ໃນ​ມື້ນີ້ ​ໃຫ້​​ຕິດ​ຕາມ​ຜົນ​ຕໍ່​ໄປ​ເຖິງ​ຂ່າວ​ສານ​ສອງ​ບົດຂອງ​ຂ້າ​ພະ​ເຈົ້າ​ໃນ​ກອງ​ປະ​ຊຸມ​ໃຫ​ຍ່​ສ​າ​ມັນ​ທີ່​ຜ່ານ​ມາ.

ໃນກອງ​ປະ​ຊຸມ​ເມື່ອ​ເດືອນ​ຕຸ​ລາ ​ປີ 2011, ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ວ່າ​ໃຫ້​ເຮົາ​ຈື່​ຈຳ​ພ​ຣະ​ຄຳ​ທີ່​ສຳ​ຄັນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ ຈະ​ເອີ້ນ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ອົງ​ຕາມ​ນາ​ມ​ໃດ​ໃນ​ຍຸກ​ສຸດ​ທ້າຍ, ແມ່ນ​ແຕ່ ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.1

ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, ພ​ຣະ​ຜູ້​ເປັນ​ເຈົ້າໄດ້​ບອກ​ຢ່າງແຈ່ມ​ແຈ້ງວ່ານີ້ບໍ່​ພຽງ​ແຕ່​ເປັນ​ນາມ​ທາງ​ການ ແຕ່​ເປັນ​ຊື່​ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ອົງ​ຈະ​ຖືກ​ເອີ້ນ. ເພາະ​ການ​ປະ​ກາດ​ທີ່​ແຈ້ງ​ຊັດ​ນີ້, ເຮົາ​ບໍ່​ຄວນ​ກ່າວ​ເຖິງ​ສາ​ດ​ສະ​ໜາ​ຈັກ​ໂດຍ​ນາມ​ອື່ນ​ໃດ, ດັ່ງ​ເຊັ່ນ “ສາ​ດ​ສະ​ໜາ​ມໍ​ມອນ” ຫລື “ສາດ​ສະ​ໜາ​ແອວ​ດີ​ແອ​ສ.”

ຄຳ​ທີ່​ວ່າ ມໍ​ມອນ ສາມ​າດ​ຖືກ​ນຳ​ໃຊ້​ຢ່າງ​ເໝາະ​ສົມ​ຕາມ​ສະ​ພາບ​ການ​ເມື່ອ​ອ້າງ​ເຖິງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ດັ່ງ​ເຊັ່ນ ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ, ຫລື ສະ​ຖາ​ບັນ​ດັ່ງ​ເຊັ່ນ ນັກ​ຮ້ອງ​ປະ​ສານ​ສຽງ​ມໍ​ມອນແທ​ເບີ​ແນ​ໂກ. ສະ​ມາ​ຊິກ​ຂອງ​ສາ​ດ​ສະ​ໜາ​ຈັກ​ກໍ​ຖືກ​ຮູ້​ກັນ​​ທົ່ວໂລກ​ວ່າ​ຊາວ​ມໍ​ມອນ, ແລະ ໃນ​ການ​ພົບ​ປະ​ສັງ​ສັນ​ກັບ​ຄົນ​ທີ່ບໍ່​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຂອງ​ເຮົາ​ອາດ​ເອີ້ນ​ຕົວ​ເອງ​ຢ່າງ​ເໝາະ​ສົມ​ວ່າ​ຊາວ​ມໍ​ມອນ, ຖ້າ​ຫາກ​ເຮົາໃຊ້​ຄຳ​ນີ້​ພ້ອມ​ດ້ວຍ​ຊື່​ເຕັມ​ຂອງ​ສາ​ດ​ສະ​ໜາ​ຈັກ.

ຖ້າ​ຫາກ​ສະ​ມາ​ຊິກ​ຮຽນ​ໃຊ້​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຕ້ອງ​ກັບ​ຄຳ​ທີ່​ວ່າ ມໍ​ມອນ, ມັນ​ຈະ​ເນັ້ນ​ໜັກ​ວ່າ​ເຮົາ​ເປັນ​ຊາວ​ຄ​ຣິດ, ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​​ຕິດ​ຕາມ​ຜົນ​ຕໍ່​ໄປ ແລະ ພັດ​ທະ​ນາ​ອຸ​ປະ​ນິ​ໄສ​ທີ່​ຈະ​ເຮັ​ດ​ໃຫ້​ມັນ​ແຈ້ງ​ຊັດ​​ສະ​ເໝີວ່າ​ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ສ​າດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຂ່າວ​ສານ​ທີສອງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ຂ້າ​ພະ​ເຈົ້າ​ຄວນ​​ຕິດ​ຕາມ​ຜົນ​ຕໍ່​ໄປ​ແມ່ນ​ຖືກ​ກ່າວ​ອອກ​ໄປ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ່​ຜ່ານ​ມານີ້ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຊຸ​ກຍູ້​ສະ​ມາ​ຊິກ​ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮັບ​ການ​ນຳ​ພາ​ໄປ​ຫາ​ວ່າ​ຢ່າງ​ນ້ອຍ​ຄົນ​ໜຶ່ງທີ່​ເຮົາ​ຈະ​ມີ​ໂອ​ກາດ​ເຊື້ອ​ເຊີນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນມາ​ໃໝ່​ກ່ອນ​ເທດ​ສະ​ການ​ຄ​ຣິດ​ສະ​ມັດ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ທີ່​ພິ​ເສດ ທີ່​ເປັນ​ຜົນ​ຂອງ​ການ​ທູນ​ຂໍ​ຂອງ​ເຂົາ​ເຈົ້າ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ມີ​ໂອ​ກາ​ດ​ເຜີຍ​ແຜ່.

ຍົກ​ຕົວ​ຢ່າງ, ອາ​ດີ​ດ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ, ໄດ້​ອະ​ທິ​ຖານ​ໂດຍ​ສະ​ເພາະ​ເພື່ອ​ຈະ​ຖືກ​ນຳ​ພາ​ໄປ​ຫາ “ຄົນ​ຄົນ​ໜຶ່ງ” ທີ່​ລາວຈະ​ສາ​ມາດ​ເຊື້ອ​ເຊີນ. ຊື່​ຂອງ​ອາ​ດີດ​ເພື່ອນ​ຮ່ວມ​ຫ້ອງ​ຮຽນ​ໄດ້​ເຂົ້າ​ມາ​ສູ່​ຄວາມ​ຄິດ​ຂອງ​ລາວ. ລາວ​ໄດ້​ຕິດ​ຕໍ່​ຫາ​ນາງ​ຜ່ານ​ທາງ​ Facebook, ແລະ ລາວ​ໄດ້​ຮຽນ​ຮູ້​ວ່າ​ນາງ​ໄດ້​ອະ​ທິ​ຖານ​ຫາ​ຈຸດ​ປະ​ສົງ ແລະ ຄວາມ​ໝາຍ​ໃນ​ຊີ​ວິດ​ຂອງ​ນາງຢູ່. ລາວ​ໄດ້​​ຕິດ​ຕາມ​ຜົນ​ຕໍ່​ໄປ​ໃນ​ເມື່ອ​ເວ​ລາ​ທີ່​ນາງ​ກຳ​ລັງ​ຄົ້ນ​ຫາ​ຄວາ​ມ​ຈິງ, ແລະ ໃນ​ເດືອນ​ທັນ​ວານີ້ ນາງ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ລາຍ​ງານ​ເຖິງການ​ເຊື້ອ​ເຊີນ​ທີ່​ຄ້າຍ​ຄື​ກັນ​ນີ້, ແຕ່​ໜ້ອຍ​ຄົນ​ໄດ້​​ຕິດ​ຕາມ​ຜົນ​ຕໍ່​ໄປ​ເໝືອນ​ດັ່ງ​ຜູ້​ຊາຍ​ຄົນ​ນີ້ໄດ້​​ເຮັດ.

ຂ້າ​ພະ​ເຈົ້າ​ເຊື່ອ​ໃນ​ຫລັກ​ທຳ​ຂອງ​ການ​ຕິດ​ຕ​າມ​ຜົນ​ຕໍ່​ໄປ​ນີ້​ແທ້ໆ. ດັ່ງ​ທີ່ກ່າວ​ໄວ້​ໃນ​ປຶ້ມຄູ່​ມື​ຂອງຜູ້​ສອນ​ສາດ​ສະ​ໜາ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸ​ນ​ຂອງ​ເຮົາ, “ການ​ເຊື້ອ​ເຊີນ​ປາດ​ສະ​ຈາກ​ການ​ຕິດ​ຕາມ​ຜົນ​ຕໍ່​ໄປ ກໍ​ຄື​ກັນ​ກັບ​ການ​ເລີ່ມ​ຕົ້ນ​ເດີນ​ທາງ ແຕ່​ໄປ​ບໍ່​ຮອດ​ຈຸດ​ໝາຍ​ປາຍ​ທາງ ຫລື ການ​ຊື້​ປີ້​ໄປ​ເບິ່ງ​ການ​ສະ​ແດງ​ດົນ​ຕີ ແຕ່ບໍ່​ໄດ້​ເຂົ້າ​ໄປ​ໃນ​ໂຮງ​ລະ​ຄອນ. ປ​າດ​ສະ​ຈາກ​ການ​ເຮັດ​ໃຫ້​ສຳ​ເລັດ, ຄຳ​ໝັ້ນ​ສັນ​ຍາ​ກໍ​ບໍ່​ມີ​ຄວາມ​ໝາຍ.”2

ປຶ້​ມ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸ​ນ​ຂອງ​ເຮົາ ສອນ​ທຸກ​ຄົນ​ເຖິງວິ​ທີ​ທີ່​ຈະ​ບໍ່​ພຽງ​ແຕ່​ເຊື້ອ​ເຊີນ ແຕ່​ວິ​ທີ​ທີ່​ຈະ​ຕິດ​ຕາມ​ຜົນ​ຂອງ​ການ​ເຊື້ອ​ເຊີນນັ້ນ​ຕໍ່​ໄປ​ນຳ​ອີກ. ຈຸດ​ປະ​ສົງ​ຂອງວຽກ​ງານ​ເຜີຍ​ແຜ່​ຖືກ​ບັນ​ຍາຍ​ວ່າ ການ​ເຊື້ອ​ເຊີນ “ຄົນ​ອື່ນໆ​ໃຫ້​ມາ​ສູ່​ພ​ຣະ​ຄ​ຣິດ​ໂດຍ​ການ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ໄດ້​ຮັບ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຜ່ານ​ການ​ມີ​ສັດ​ທາ​ໃນ​ພ​ຣະ​ເຢ​ຊູ​ຄ​ຣິດ ແລະ ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”3

​ແນ່ນອນ​ວ່າ ການ​ເຊື້ອ​ເຊີນເປັນ​ພາກ​ສ່ວນ​ຂອງ​ຂັ້ນ​ຕອນ. ແຕ່​ຂໍ​ໃຫ້​ສັງ​ເກດ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່​ສຳ​ລັບ​ສະ​ມາ​ຊິກ​ ເກີນກວ່າ​ການ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ຮັບ​ຟັງ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ. ນີ້​ຮ່ວມ​ດ້ວຍ​ການ​ຕິດ​ຕາມ​ຜົນ​ຕໍ່​ໄປ​ກັບ​ຜູ້​ສອນ​ສາດ​ສະ​ໜາເພື່ອ​ໃຫ້​ແນ່​ໃຈ​ວ່າ​ຜູ້​ຄົນ​ກຳ​ລັງ​ພັດ​ທະ​ນາສັດ​ທາ, ມີກຳ​ລັງ​ໃຈ​ທີ່​ຈະ​ກັບ​ໃຈ, ການ​ຕ​ຽມ​ເຮັດ​ພັນ​ທະ​ສັນ​ຍາ ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

​ຫລັກ​ທຳ​ແຫ່ງ​ການ​ຕິດ​ຕາມ​ຜົນ​ຕໍ່​ໄປ​ຖືກ​ສະ​ແດງ​ໃຫ້​ເຫັນ​ໃນ​ພຣະທຳ​ກິດຈະການ ມີ​ຄຳ​ວ່າ:

“ມື້​ໜຶ່ງ ເປ​ໂຕ ແລະ ໂຢ​ຮັນ​ໄດ້​ໄປ​ຍັງ​ພຣະ​ວິ​ຫານ. …

“​ໃນ​ທາງ​ເຂົ້າ​ທີ່ປະ​ຕູງາມ​ຕາມ​ຄົນ​ເອີ້ນ​ກັນ, ມີ​ຊາຍ​ຜູ້​ໜຶ່ງ​ເປັນ​ຄົນ​ພິ​ການ​ມາ​ແຕ່​ເກີດ, ແຕ່​ລະ​ມື້ລາວ​ໄດ້​ຖືກ​ຫາມ​ມາ ແລະ ວາງ​ລົງ​ນະ​ທີ່ນັ້ນ ເພື່ອ​ຂໍ​ທານ​ນຳ​ຄົນ​ທີ່​ພວມ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ;

“ເມື່ອ​ລາວ​ເຫັນ​ເປ​ໂຕ​ກັບ​ໂຢ​ຮັນ​ພວມ​ເຂົ້າ​ມາ​ ລາວ​ຈຶ່ງ​ຂໍ​ທານ​ນຳ​ສອງ​ຄົນ​ນີ້.

“ເຂົາ​ແນມ​ເບິ່ງ​ລາວ ແລະ ເປ​ໂຕ​ກໍ​ກ່າວ​ວ່າ, ເຈົ້າ​ເບິ່ງ​ໝູ່​ເຮົາ.

“ດັ່ງ​ນັ້ນ ລາວ​ຈຶ່ງ​ເບິ່ງ​ເປ​ໂຕ ແລະ ໂຢ​ຮັນ, ໂດຍ​ນຶກວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາ​ກ​ຄົນ​ທັງ​ສອງ.

“ຝ່າຍ​ເປ​ໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, ເງິນ ແລະ ຄຳ​ເຮົາ​ບໍ່​ມີ​ເລີຍ; ແຕ່​ເຮົາ​ໃຫ້​ເຈົ້າ​ສິ່ງ​ທີ່​ເຮົາ​ມີ​ຢູ່​ຄື: ໃນ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ໄທ​ນາ​ສາ​ເຫລັດ​ເຮົາ​ສັ່ງ​ໃຫ້​ເຈົ້າ​ລຸກ​ຂຶ້ນ ແລະ ຍ່າງ​ໄປ.”

ນັ້ນ​ເປັນ​ການ​ເຊື້ອ​ເຊີນ​ທີ່​ມີ​ພະ​ລັງ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນ​ບໍ? ແຕ່​ເປ​ໂຕບໍ່​ໄດ້ຈົບ​ວຽກ​ງານ​ດ້ວຍ​ການ​ເຊຶ້ອ​ເຊີນເທົ່າ​ນັ້ນ. ພ​ຣະ​ຄຳ​ພີ​ຂໍ້​ຕໍ່​ໄປບອກ​ເຮົາ​ວ່າ “ເປ​ໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນີ້, ແລະ ຊ່ອຍ​ລາວ​ໃຫ້​ລຸກ​ຂຶ້ນ: ໃນ​ທັນ​ໃດ​ນັ້ນ ​ຕີນ​ ແລະ ຂໍ່​ຕີນຂອງ​ລາວກໍ​ມີ​ແຮງ.

“ລາວ​ກະ​ໂດດ​ຂຶ້ນ​ຢືນ ແລະ ເລີ່ມ​ຕົ້ນ​ຍ່າງ​ໄປ​ມາ, ແລ້ວ​ລາວ​ກໍ ເຂົ້າ​ໄປ​ພ​ຣະ​ວິ​ຫານ​ກັບ​ເຂົາ​ທັງ​ສອງ, ທັງ​ຍ່າງ​ທັງເຕັ້ນ, ແລະ ທັງ​ສັນ​ລະ​ເສີນ​ພ​ຣະ​ເຈົ້າ.”4

ອີກ​ຄວາມ​ໝາ​ຍ​ໜຶ່ງ, ເປ​ໂຕບໍ່​ພຽງ​ແຕ່​ໃຊ້​ສິດ​ອຳ​ນາດ​ຂ​ອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ​ເທົ່າ​ນັ້ນ ແລະ ເຊື້ອ​ເຊີນ​ຊາຍ​ຄົນ​ນັ້ນ​ໃຫ້​ລຸກ​ຂຶ້ນ ແລະ ຍ່າງ​ໄປ​ມາ. ເພິ່ນ​ໄດ້​ຕິດ​ຕາມ​ຜົນ​ຕໍ່​ໄປ​ໃນ​ການ​ເຊື້ອ​ເຊີນ​ຂອງ​ເພິ່ນ​ໂດຍ​ການ​ເອື້ອມ​ອອກ​ໄປ​ຊ່ອຍ​ຊາຍ​ຄົນ​ນັ້ນ, ຈັບ​ເອົາ​ມື​ຂວາຂອງ​ລາວ, ດຶງລາວ​ຂຶ້ນ, ແລະ ແລ້ວ​ຍ່າງ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ​ນຳ​ລາວ.

ຕາມ​ຕົວ​ຢ່າງ​ຂອງ​ເປ​ໂຕ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ​ເຮົາ​ທຸກ​ຄົນສາ​ມາດມີ​ສ່ວນ​ຮ່ວມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ວຽກ​ງານ​ເຜີຍ​ແຜ່​ໂດຍ​ການ​ເອົາ​ສັດ​ທາ​ມາ​ແທນ​ຄວາມ​ຢ້ານ​ກົວ, ເຊື້ອ​ເຊີນ​ຄົນ​ໃດ​ຄົນ​ໜຶ່ງວ່າ​ຢ່າງ​ນ້ອຍ​ໜຶ່ງ​ເທື່ອ​ແຕ່​ລະ​ສາມເດືອນ—ສີ່​ເທື່ອ​ຕໍ່​ປີ—ໃຫ້​ໄດ້​ຮັບ​ການ​ສອນ​ຈາກ​ຜູ້​ສອນ​ສາດ​ສະ​ໜາເຕັມ​ເວ​ລາ. ເຂົາ​ເຈົ້າ​ພ້ອມ​ທີ່​ຈະ​ສອນ​ໂດຍພ​ຣະ​ວິນ​ຍານ ດ້ວຍ​ການ​ດົນ​ໃຈ​ທີ່​ຈິງ​ໃຈ ແລະ ເລິກ​ຊຶ້ງ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ. ພ້ອມ​ກັນເຮົາ​ສາມ​າດ​ຕິດ​ຕາມ​ຜົນ​ຂອງ​ການ​ເຊື້ອ​ເຊີນ​ຂອງ​ເຮົາ​ຕໍ່​ໄປ ແລະ ຈັບ​ມື​ຄົນ​ອື່ນ, ຍົກ​ເຂົາ​ເຈົ້າ​ຂຶ້ນ ແລະ ຍ່າງ​ໄປ​ກັບ​ເຂົາ​ເຈົ້າ​ໃນ​ການ​ເດີນ​ທາງ​ທາງວິນ​ຍານ​ຂອງ​ເຂົາ​ເຈົ້າ​.

ເພື່ອ​ຈະ​ຊ່ອຍ​ໄດ້​ໃນ​ຂັ້ນ​ຕອນນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ສະ​ມາ​ຊິກ​ທຸ​ກ​ຄົນ, ບໍ່​ວ່າ​ການ​ເອີ້ນ​ໃນ​ປະ​ຈຸ​ບັນ​ຂອງ​ທ່ານ​ຈະ​ເປັນ​ອັນ​ໃດ​ ຫລື ວ່າ​ໃນ​ລະ​ດັ​ບ​ຄວາມ​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ໃຫ້​ມີ​ປຶ້ມ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ. ມັນ​ມີ​ຂາຍຢູ່​ໃນ​ສູ​ນ​ຈຳ​ໜ່າຍ ​ແລະ ມີ​ບໍລິການທາງ​ອິນ​ເຕີ​ແນັດ. ທ່ານ​ສາມາດ​ເປີດ​ອ່ານ​ ຫລື ດາວ​ໂຫລ​ດໄດ້​ຟຣີ ທາງ​ອິນ​ເຕີ​​​ແນັດ. ມັນ​ເປັນ​ຄູ່​ມື​ສຳ​ລັບ​ວຽກ​ງານ​ການ​ເຜີຍ​ແຜ່—ຊຶ່ງ​ໝາຍ​ຄວາມ​ວ່າ​ມັນ​ເປັນ​ຄູ່​ມື​ສຳ​ລັບ​ເຮົາ​ທຸກ​ຄົນ. ຂໍ​ໃຫ້​ອ່ານ​ມັນ, ສຶກ​ສາ​ມັນ, ແລະ ແລ້ວ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ເພື່ອ​ຊ່ອຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພ​ຣະ​ຄ​ຣິດ ຜ່ານ​ການ​ເຊື້ອ​ເຊີນ ແລະ ການ​ຕິດ​ຕາມ​ຜົນ​ຕໍ່​ໄປ. ດັ່ງ​ທີ່​ປະ​ທານທອມ​ມັສ ແອັສ ມອ​ນ​ສັນ​ ໄດ້​ກ່າວ​ວ່າ: “ນີ້​ຄື​ເວ​ລາ​ທີ່​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ຈະ​ຮ່ວມ​​ໄມ້​ຮ່ວມ​ມື​ກັນ, ເຮັດ​ວຽກ​ນຳກັນ, ເພື່ອ​ອອກ​ແຮງ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ເພື່ອ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພ​ຣະ​ອົງ.”5

​ພ​ຣະ​ເຢ​ຊູ​ຄ​ຣິດ​ໄດ້​ສອນ​ສາ​ນຸ​ສິດ​ຂອງ​ພ​ຣະ​ອົງ​ວ່າ:

“ການ​ເກັບ​ກ່ຽວ​ກໍ​ກວ້າງ​ໃຫ​ຍ່, ແຕ່​ມີ​ຄົນ​ງານ​ນ້ອຍ​ເພື່ອ​ຮວບ​ຮວມ​ໄວ້;

“ຈົ່ງ​ອ້ອນວອນ​ຂໍ​ນຳ​ເຈົ້າ​ຂອງ​ແຫ່ງ​ການ​ເກັບ​ກ່ຽວ, ໃຫ້​ໃຊ້​ຄົນ​ງານ​ມາ​ຫລາຍ​ຂຶ້ນ​ເພື່ອ​ຮວບ​ຮວມ​ການ​ເກັບ​ກ່ຽວ​ຂອງ​ຕົນ​ໄວ້.”6

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອຳ​ທິ​ຖານນັ້ນ​ແລ້ວ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ດ້ວຍ​ ຈຳ​ນວນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ທີ່​ຫລາຍ​ທີ່​ສຸດທີ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ໃນການ​ເພີ່ມ​ຈຳ​ນວນ​ຄົນ​ງານ​ທີ່​ຊື່​ສັດ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໂອ​ກາດ​ໃຫ້​ເຮົາ​ອີກ​ເພື່ອ​ຈະ​ຊ່ອຍ​ພ​ຣະ​ອົງ​ໃນ​ການ​ເກັບ​ກ່ຽວ​ທີ່​ຍິ່ງ​ໃຫ​ຍ່​ຂອງ​ຈິດ​ວິນ​ຍານນັ້ນ.

ມີ​ວິ​ທີ​ທາງ​ທີ່​ໃຊ້​ການ​ໄດ້​ສຳ​ລັບ​ສະ​ມາ​ຊິກ​ທີ່​ຈະ​ຊ່ອຍ ແລະ ສະ​ໜັບ​ສະ​ໜູນ​ຜູ້​ສອນ​ສາ​ດ​ສະ​ໜາ​ທີ່​ປະ​ເສີດ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດບອກ​ຜູ້​ສອນ​ສ​າດ​ສະ​ໜາ​ວ່າ​ທ່ານ​ກຳ​ລັງ​ສຶກ​ສາ​ປຶ້​ມ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ຂໍ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ທ່ານ​ເຫັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຢູ່​ໃນ​ການ​ສຶກ​ສາຂອງ​ເຂົາ​ເຈົ້າ. ເມື່ອ​ທ່ານ​ແບ່ງ​ປັນ​ນຳ​ກັນ, ຄວາມ​ໝັ້ນ​ໃຈທີ່​ເພີ່ມ​ທະ​ວີ​ຂຶ້ນ​ລະ​ຫວ່າງ​ທ່ານ ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຈ​ະ​ກ້າວ​ໄປ​ໜ້າ​ຢ່າງ​ແນ່ນອນ, ດັ່ງ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ:

ເພື່ອ​ວ່າ​ມະ​ນຸດ​ທຸກ​ຄົນ​ [ຊາຍ ແລະ ຍິງ] ຈະ​ໄດ້​ກ່າວ​ໃນ​ພ​ຣະ​ນາມ​ຂອງ​ອົງພ​ຣະຜູ້​ເປັນ​​ເຈົ້າ, ແມ່ນ​ແຕ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ.7

ແລະ ພ​ຣະ​ອົງ​ໄດ້​ສົ່ງ​ສະ​ມາ​ຊິກ​ອອກ​ໄປ​ໃຫ້​ເປັນ​ພະ​ຍານ ແລະ ເຕືອນ​ຜູ້​ຄົນ, ແລະ ໄດ້​ກ່າວ​ວ່າ​ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ເຕືອນ​​ ຈະເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ.8

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ຄິດ​ເຖິງຜົນ​ສະ​ທ້ອນນັ້ນ​ໄດ້​ບໍ ຖ້າ​ຫາກ​ຄອບ​ຄົ​ວ ແລະ ໝູ່​ເພື່ອນ​ເອົາ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ຢູ່​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າຈາກ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸ​ນ​ຂອງ​ເຮົາ ຮ່ວມ​ເຂົ້າ​ໃນ​ຈົດ​ໝາຍ ແລະ ອີ​ເມວ​ຂອງ​ເຂົາ​ເຈົ້າ​ເຖິງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລ​າ? ທ່ານ​ສາ​ມາດ​ເຫັນ​ພອນ​ທີ່​ຈະ​ມາ​ສູ່​ຄອບ​ຄົວ​ເມື່ອ​ເຂົາ​ເຈົ້າ​ຮູ້ ແລະ ເຂົ້າ​ໃຈ​ດີ​ຂຶ້ນ​ເຖິງ​ສິ່ງ​ທີ່​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ເຂົາ​ເຈົ້າ​ຈະ​ສຶກ​ສາ ແລະ ສັ່ງ​ສອນ​ໃນ​ການ​ເຜີຍ​ແຜ່​ຂອງ​ພ​ວກ​ເຂົາ? ແລະ ແລ້ວທ່ານ​ສາ​ມາດ​ເລີ່ມ​ເຂົ້າ​ໃຈ​​​ເຖິງຄວາມ​ເລິກ​ຊຶ້ງ​ຂອງພ​ຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ທີ່​ຈະ​ເປັນ​ຂອງ​ເຮົາ, ເປັນ​ສ່ວນ​ບຸກ​ຄົນ ແລະ ທັງ​ສ່ວນ​ລວມ, ຕາມ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຕໍ່​ທຸກ​ຄົນ​ທີ່​ສະ​ແດງ​ປະ​ຈັກ​ພະ​ຍານ​ໃນ​ຂັ້ນ​ຕອນ​ຂ​ອງ​ການ​ເຊື້ອ​ເຊີນ​ຈິດ​ວິນ​ຍານ​ໃຫ້​ມາ​ສູ່​ພ​ຣະ​ອົງ—ແລະ ແລ້ວ​ຕິດ​ຕາມ​ຜົນ​ຕໍ່​ໄປນຳ​ການ​ເຊື້ອ​ເຊີນ​ເຫລົ່​ານັ້ນ.

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຜ່ານ​ສ​າດ​ສະ​ດາ​ໂຈ​ເຊັບ​ ສະ​ມິດ​ ວ່າ ເມື່ອ​ເຮົາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ​ເຮົາ​ຈະ​ໄດ້​ຮັບ​ພອນ, ເພາະ​ປະ​ຈັກ​ພະ​ຍານ​ທີ່​ເຮົາ​ກ່າວ​ ຈະ​ຖືກ​ບັນ​ທຶກໄວ້​ໃນ​ສະ​ຫວັນ​ເພື່ອ​ເຫລົ່າ​ທູດ​ຈະ​ເບິ່ງ, ແລະ ເພິ່ນ​ຊື່ນ​ຊົມ​ໃນ​ເຮົາ, ແລະ ບາບ​ຂອງ​ເຮົາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ.9

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ພ​ຣະ​ອົງ​ຈະ​ໃຫ້​ອະ​ໄພ​ບາບ​ຂອ​ງ​ເຮົາ, ແລະ ແລ້ວ​ໄດ້​ໃຫ້​ພ​ຣະ​ບັນ​ຍັດ​ນີ້​ວ່າ ໃຫ້​ເຮົາ​ຄົງ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ການ​​ສະ​ແດງ​ປະ​ຈັກ​ພະ​ຍານ​ແກ່​ທົ່ວ​ໂລກ ເຖິງ​ເລື່ອງ​ເຫລົ່າ​ນັ້ນ​ຊຶ່ງ​ຕິດ​ຕໍ່​ມາ​ເຖິງ​ເຮົາ.10

ຖ້າ​ຫາກ​ເຮົາ​ຕິດຕາມ​ຜົນ​ຕໍ່​ໄປ, ​ພຣະຜູ້​ເປັນ​ເຈົ້າຈະ​ບໍ່​ປະ​ຖິ້ມ​​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ເກີນກວ່າ​ຈະ​ອະ​ທິ​ບາຍ​ໄດ້ ທີ່​ຕິດ​ຕາມ​ມາ​ນຳ​ການ​ເຊື້ອ​ເຊີນ​ທີ່​ຖືກ​ກະ​ຕຸ້ນ​ດ້ວຍ​ປະ​ຈັກ​ພະ​ຍານ ແລະ ການ​ຕິດ​ຕາມ​ຜົນ​ທີ່​ຊື່​ສັດ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທົ່ວ​ໂລກ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ປະ​ເທດ​ອາ​ຊັງ​ຕີນບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ເຊື້ອ​ເຊີນ​ຄົນ​ມາ​ໂບດ​ກ່ອນກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ນີ້. ເດັກ​ຊາຍ​ຄົນ​ໜຶ່ງ​ອາ​ຍຸ​ແປດ​ປີ ຊື່ ຈະ​ຊົວ​ ໄດ້​ຮັບ​ຟັງ ​ແລະ ໄດ້​ເຊີນໝູ່​ເພື່ອນທີ່ຮັກ​ຂອງ​ລາວ ແລະ ຄອບ​ຄົວຂອງ​ເພື່ອນ​ລາວ​ ມາ​ການ​ເປີດ​ຊົມທີ່​ຫວອດ​ຂອງ​ລາວ​ໃນ​ເມືອງບວຍ​ໂນ ອາ​ເຣ​ສ. ຂ້າ​ພະ​ເຈົ້າ​ຂໍ​ອ່ານ​ຈາກ​ຈົດ​ໝາຍ​ທີ່​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ຮັບ ທີ່​ອະ​ທິ​ບາຍ​ເຖິງ​ການ​ເຊື້ອ​ເຊີນ​ຂອງ​ທ້າວ​ຈະ​ຊົວ ແລະ ການ​ຕິດ​ຕາມ​ຜົນ​ຕໍ່​ໄປ​ຂອງ​ລາວ​ວ່າ:

“ທຸກໆ​ນາ​ທີ ທ້າວ​ຈະ​ຊົວ ໄດ້​ແລ່ນ​ອອກ​ໄປ​ຫາ​ປະ​ຕູ ເພື່ອ​ຈະ​ເຫັນ​ວ່າໝູ່​ເພື່ອນ​ຂອງ​ລາວ​ໄດ້​ມາ. ລາວ​ໄດ້​ເວົ້າ​ວ່າ​ ລາວ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ [ມາ].

“ເວ​ລາ​ກໍໄດ້​ຜ່ານ​ໄປ ແລະ ໝູ່ເພື່ອນ​ຂອງ​ທ້າວ​ຈະ​ຊົວ​ກໍ​ບໍ່​ໄດ້​ມາ, ແຕ່​ທ້າວ​ຈະ​ຊົວ​ບໍ່​ໄດ້​ທໍ້​ຖອຍ. ລາວ​ໄດ້​ກວດ​ເບິ່ງ​ປະ​ຕູ​ຢ່າງ​ຊື່​ສັດ​ທຸກໆ​ສາມ​ສີ່​ນາ​ທີ. ​ເກືອບເຖິງ​ເວ​ລາ​ທີ່​ຈະ​ມ້ຽນ​ມັດ​ສິ່ງ​ຂອງ​ເອົາ​ໄວ້ ເມື່ອທ້າວ​ຈະ​ຊົວ​ໄດ້​ເຕັ້ນ​ຂຶ້ນ​ເຕັ້ນ​ລົງ ແລະ ປະ​ກາດ​ວ່າ, ‘ເຂົາ​ເຈົ້າ​ມາ​ຮອດແລ້ວ! ເຂົາ​ເຈົ້າ​ມາຮອດ​ແລ້ວ!’ ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ໜ້າ​ຂຶ້ນ​ເຫັນ​ໝົດ​ທັງ​ຄອບ​ຄົວ​ໄດ້​ພາ​ກັນ​ຍ່າງມາ​ໂບດ. ທ້າວ​ຈະ​ຊົວ​ໄດ້​ແລ່ນ​ໄປ​ທັກ​ທາຍ​ເຂົາ​ເຈົ້າ ແລະ ໂອບກອດໝູ່​ເພື່ອນ​ຂອງ​ລາວ. ເຂົາ​ເຈົ້າ​ໄດ້​ພາ​ກັນ​ມາ ແລະ ປະ​ກົດ​ວ່າ​ມ່ວນ​ຊື່ນ​ນຳ​ການ​ທ່ຽວ​ຊົມ​ນັ້ນ​ຫລາຍ. ເຂົາ​ເຈົ້າ​ໄດ້​ເອົາ​ປຶ້ມ​ນ້ອຍ​ຫລາຍ​ຢ່າງ ແລະ ໄດ້​ໃຊ້​ເວ​ລາ​ຫລາຍ​ເພື່ອ​ຮູ້​ຈັກ​ກັນ​ກັບ​ໝູ່​ເພື່ອນ​ຄົນ​ໃໝ່. ມັນ​ເປັນ​ສິ່ງ​ດີ​ທີ​ທີ່ໄດ້​ເຫັນ​ສັດ​ທາ​ຂອງ​ເດັກ​ຊາ​ຍ​ນ້ອຍ​ຄົນ​ນີ້ ແລະ ຮູ້​ວ່າ​ເດັກ​ປະ​ຖົມ​ໄວ​ກໍ​ສ​າ​ມາດ​ເປັນ​ຜູ້​ສອນ​ສ​າດ​ສະ​ໜາ​ໄດ້​ຄື​ກັນ.”11

​ມັນ​ເປັນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້​າ​ວ່າ ​ເມື່ອ​ເຮົາ​ພະ​ຍາ​ຍາມ​​ເຮັດ​ວຽກ​ງານ​ດ້ວຍ​ກັນ, ການສະ​ແຫວງ​ຫາຜູ້​ຄົນ, ​ການ​ເຊື້ອ​ເຊີນ, ແລະ ການ​ຕິດ​ຕ​າມ​ຜົນ​ຕໍ່​ໄປ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ ແລະ ສັດ​ທາ, ​​ແລ້ວພຣະຜູ້​ເປັນ​ເຈົ້າຈະ​ພໍພຣະ​ໄ​ທກັບ​ເຮົາ ​ແລະ ຫລາຍ​ຮ້ອຍ​ຫລາຍ​ພັນ​ຄົນຂອງ​ລູກໆ​ຂອງ​ພຣະ​ເຈົ້າ ຈະ​ພົບ​ເຫັນ​ຈຸດປະສົງ ​ແລະ ສັນຕິ​ສຸກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂໍ​ໃຫ້​ພ​ຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ອວຍ​ພອນ​ເຮົາ​ທຸກ​ຄົນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເຖີດ ທີ່​ຈະ​ເລັ່ງ​ວຽກ​ງານ​​ແຫ່ງ​ຄວາມ​ລອດ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາ​ມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.