​2010–2019
ພະຍານ​ຂອງ​ພຣະ​ເຈົ້າ
​ເດືອນ​ຕຸລາ 2016


ພະ​ຍານ​ຂອງ​ພຣະ​ເຈົ້າ

ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ເຊົາ​ຮູ້​ສຶກ​ຜິດ​ກ່ຽວ​ກັບ​ການ​ເຮັດ​ບໍ່​ພຽງ​ພໍ​ຂອງ​ທ່ານ​ ​ເລື່ອງ​ການແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ​ແຕ່ຂໍ​ໃຫ້​ອະ​ທິຖານ “ທີ່ຈະ​ຢືນ [ເປັນ​ພະ​ຍານ] ຂອງ​ພຣະ​ເຈົ້າ.” ນີ້​ເປັນ​ການ​ກະ​ຕຸ້ນ​ທີ່​ໝັ້ນ​ຄົງ​ກວ່າ​ຄວາມ​ຮູ້​ສຶກ​ຜິດ.

ວຽກ​ງານ​ສຳ​ຄັນ​ຂອງ​ພຣະ​ເຈົ້າ​ສ່ວນ​ຫລາຍ ນ້ອຍ​ຄົນ​ໃນ​ໂລກ​ຈະ​ຮັບ​ຮູ້. ​ຫົກ​ສັດ​ຕະ​ວັດ​ກ່ອນ​ພຣະ​ຄຣິດ​ ​ໄດ້​ມີບຸກ​ຄົນ​ທີ່​ຊ່າງ​ຄິດ​ທີ່​ໜ້າ​ນັບ​ຖື ດັ່ງ​ເຊັນ ອົງ​ຈື້ ໃນ​ປະ​ເທດ​ຈີນ ແລະ ພຣະ​ພຸດ​ທະ​ເຈົ້າ​ໃນ​ປະ​ເທດ​ອິນ​ເດຍ​ພາກ​ຕາ​ເວັນ​ອອກ, ​ແຕ່ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ແມ່ນ​ໄດ້​ຕົກ​ຢູ່​ທີ່ ດາ​ນີ​ເອນ, ສາດ​ສະ​ດາ​ຜູ້​​ຢູ່​ໃນ​ການ​ເປັນ​ຊະ​ເລີຍ ໃນ​ລະ​ຫ​ວ່າ​ງ​ການ​ປົກ​ຄອງ​ຂອງ ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ​ ແຫ່ງ​ບາ​ບີ​ໂລນ.

​ໂດຍ​ທີ່​ບໍ່​ສະບາຍ​ໃຈ​ກັບ​ຄວາມ​ຝັນ​ເມື່ອ​ຄືນ​ກ່ອນ, ກະ​ສັດ​ເນ​ບູ​ກາດ​ເນັດ​ຊາຈຶ່ງ​ໄດ້​ບັນ​ຊາ​ໃຫ້​ໝໍ​ມໍ ແລະ ໝໍ​ມົນ​ຂອງ​ເພິ່ນ ​ບອກ​ເພິ່ນວ່າ​ເພິ່ນ​ໄດ້​ຝັນ​ຫຍັງ ​ແລະ ​ໃຫ້​ບອກ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນນຳ​ອີກ. ແນ່​ນອນ​ວ່າ ເຂົາ​ເຈົ້າ​ບອກ​ກະ​ສັດ​ບໍ່​ໄດ້​ເຖິງ​ສິ່ງ​ທີ່​ເພິ່ນ​ໄດ້​ຝັນ ແລະ ເຂົາ​ເຈົ້າ​ກໍ​ໄດ້​ຕໍ່​ຕ້ານ. “ບໍ່​ມີ​ຜູ້​ໃດ​ດອກ ໃນ​​ໂລກ​ນີ້ ທີ່​ສາ​ມາດ​ບອກ​ສິ່ງ​ທີ່​ພຣະ​ລາ​ຊາ​ຢາກ​ຮູ້​ນັ້ນ​ໄດ້, ບໍ່​ມີ​ກະ​ສັດ​ອົງ​ໃດ​ເຄີຍ​ໄດ້​ຖາມ​ເຊັ່ນ​ນີ້.”1 ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ​ໃຈ​ຮ້າຍ​ຫລາຍ​ແທ້ໆ ແລະ ໄດ້​ປະ​ກາດ​ຢ່າງ​ໃຈ​ຮ້າຍ​ວ່າ​ ໃຫ້​ປະ​ຫານ​ຜູ້ປຶກ​ສາ​ຂອງ​ເພິ່ນ​ທຸກ​ຄົນ.

ດາ​ນີ​ເອນ, ທີ່​ປຶກ​ສາ​ຜູ້​ສະ​ຫລາດ​ຂອງ​ກະ​ສັດ​ຄົນ​ໜຶ່ງ, ໄດ້​ອະ​ທິ​ຖານ​ທູນ​ຂໍ “ຄວາມ​ເມດ​ຕາ​ຈາກ ... ພຣະ​ເຈົ້າ ... ຂໍ​ໃຫ້​ພຣະ​ອົງ​ອະ​ທິ​ບາຍ​ເລື່ອງ​ລຶກ​ລັບ​ນີ້.”2

ສິ່ງ​ມະ​ຫັດ​ສະ​ຈັນ​ໄດ້​ເກີດ​ຂຶ້ນ. ຄວາມ​ລຶກ​ລັບ​ຂອງ​ສິ່ງ​ທີ່​ກະ​ສັດ​ໄດ້​ຝັນ​ເຫັນ​ກໍ​ຖືກ​ເປີດ​ເຜີຍ​ຕໍ່ ດາ​ນີ​ເອນ.

ດາ​ນີ​ເອນ​ຖືກ​ນຳ​ຕົວ​ໄປ​ເຝົ້າ​ກະ​ສັດ. “ເຈົ້າ​ບອກ​ຄວາມ​ຝັນ ແລະ ແກ້​ຄວາມ​ຝັນ​ຂອງ​ເຮົາ​ໄດ້​ບໍ?”

ດາ​ນີ​ເອນ​ໄດ້​ຕອບ​ວ່າ:

“ບໍ່​ມີ​ໝໍມົນ, ໝໍ​ໂຫນ, ໝໍ​ມໍ​ຜູ້​ໃດ​ດອກ​ທີ່ [ສາ​ມາດ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ທ່ານ​ຝັນ​ໄດ້]. …

“ແຕ່​ມີ​ພຣະ​ເຈົ້າ​ອົງ​ໜຶ່ງ​ເທິງ​ຟ້າ​ສະ​ຫວັນ​ທີ່ [ສາ​ມາດ​ເປີດ​ເຜີຍ​ຄວາ​ມເລິກ​ລັບ​ທັງ​ຫລາຍ ແລະ ພຣະ​ອົງ] ໃຫ້​ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ... ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ. …

ດາ​ນີ​ເອນ​ໄດ້​ກ່າວ​ວ່າ, “ພຣະ​ເຈົ້າ​ແຫ່ງ​ຟ້າ​ສະ​ຫວັນ [ຈະ] ຕັ້ງ​ອາ​ນາ​ຈັກ​ໜຶ່ງ​ຂຶ້ນ, [ຫີ​ນ​ໃຫຍ່​ກ້ອນ​ໜຶ່ງ​ທີ່​ແຕກ​ອອກ​ມາ​ເອງ​ຈາກ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ, ໄດ້​ໃຫຍ່​ຂຶ້ນ​ກາຍ​ເປັນ​ພູ​ເຂົາ​ເຕັມ​ແຜ່ນ​ດິນ​ໂລກ] ຊຶ່ງ​ຈະ​ບໍ່​ສູນ​ຫາຍ​ໄປ​ຈັກ​ເທື່ອ ... [ແຕ່​ຈະ] ຕັ້ງ​ໝັ້ນ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິດ.

“… ດາ​ນີ​ເອນ​ໄດ້​ກ່າວ​ວ່າ, “ຂ້າ​ນ້ອຍ​ໄດ້​ບອກ​ທ່ານ​ຖືກ​ຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ... ແລະ ແກ້​ຄວາມ​ຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມ​ຈິງ.”3

​ເມື່ອ​ໄດ້ຍິນ​ກ່ຽວ​ກັບ​ຄວາມ​ຝັນ ​ແລະ ຄວາມ​ໝາຍ​ໄດ້​ຖືກ​ແປໃຫ້​ຮູ້, ກະ​ສັດ​ໄດ້​ກ່າວ​ຢ່າງ​ອາດ​ຫານ​ວ່າ, “ພຣະ​ເຈົ້າ​ຂອງ​ເຈົ້າ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ເໜືອ​ພຣະ​ທັງ​ປວງ, ແລະ ເປັນ​ມະຫາ​ກະສັດເໜືອ​ກະ​ສັດ​ທັງ​ຫລາຍ.”4

​ຈາກ​ຄວາມ​ຊ່ວຍ​ເຫລືອ​ທີ່​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ຕໍ່​ດາ​ນີ​ເອນ ​ໄດ້​ມີ​ຄຳ​ທຳນາຍ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຈະ​ຖືກຟື້ນ​ຟູ​ຄືນ​ມາ​ໃໝ່ສູ່​ໂລກ ​ໃນ​ອະນາຄົດ, “ອາ​ນາ​ຈັກ​ໜຶ່ງ ... [ທີ່​ຈະ​ເຕັມ] ​ແຜ່ນ​ດິນ​ໂລກ … ຊຶ່ງ [ຈະ] ບໍ່​ສູນ​ຫາຍ​ໄປ​ຈັກ​ເທື່ອ ... [ແຕ່ຈະ] ຕັ້ງ​ໝັ້ນ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິດ.”

ຈຳ​ນວນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ນີ້​ຈະ​ບໍ່​ມີ​ຫລາຍ, ອີງ​ຕາມ​ທີ່​ນີ​ໄຟ​ໄດ້​ທຳ​ນາຍ​ໄວ້, ແຕ່​ເຂົາ​ເຈົ້າ​ຈະ​ຢູ່​ທົ່ວ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ, ແລະ ອຳ​ນາດ ແລະ ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ມີ​ໄວ້​ໃຫ້​ທຸກ​ຄົນ​ທີ່​ປາດ​ຖະ​ໜາ​ມັນ, ເຕັມ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ ຕາມ​ທີ່​ດາ​ນີ​ເອນ​ໄດ້​ທຳ​ນາຍ​ໄວ້​ລ່ວງ​ໜ້າ.5

ໃນ​ປີ 1831 ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້​ ທີ່​ວ່າ: ຂໍ​ກະ​ແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ [ແລະ ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ] ໄດ້​ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ເທິງ​ແຜ່ນ​ດິນ​ໂລກ, ແລະ ຈາກ​ບ່ອນ​ນັ້ນ​ພຣະ​ກິດ​ຕິ​ຄຸນ​ຈະ​ຂະ​ຫຍາຍ​ອອກ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຄື​ກັນ​ກັບ​ຫີນ​ກ້ອນ​ໜຶ່ງ​ ຊຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ ໂດຍ​ບໍ່​ມີ​ໃຜ​ເຮັດ ຈະ​ກິ້ງ​ອອກ​ໄປ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ.”6

ໜ້າ​ທີ່​ຮັບຜິດຊອບ​ທີ່​ເຮົາ​ແບ່ງປັ​ນ

ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ກໍ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ. ມັນເໝືອນ​ດັ່ງ​​ຮູບ​ຕໍ່​ເຂົ້າກັນ​ເປັນ​ຮູບ​ໃຫຍ່ ​ຈະ​ຖືກ​ວາງ​ໄວ້​ໃນ​ທີ່​ຂອງ​ມັນ​ ກ່ອນ​ເຫດ​ການ​ທີ່​ຮຸ່ງ​ໂລດ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ. ​ເຊັ່ນ​ດຽວ​ກັບທີ່​ເຮົາ​ອາດ​ສັບ​ສົນ​ໄປ​ດ້ວຍຮູບ​ຕໍ່​ເຂົ້າກັນ ​​ຊິ້ນ​ນ້ອຍໆ​​ເປັນ​ກອງ, ໄພ່​ພົນ​ໃນ​ຕອນ​ຕົ້ນ​ຄົ​ງເຫັນ​ໜ້າ​ທີ່​ມອບ​ໝາຍ​ໃຫ້​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ອອກ​ໄປ​ສູ່​ໂລກ ວ່າ​ເປັນ​ວຽກ​ງານ​ທີ່​ເກືອບ​ເປັນ​ໄປ​ບໍ່​ໄດ້. ແຕ່​​ເມື່ອເຂົາ​ເຈົ້າ​ໄດ້​ເລີ່ມ​ຕົ້ນ, ເທື່ອ​ລະ​ຄົນ, ຕໍ່​ຮູບ​​ເຂົ້າກັນ ເທື່ອ​ລະ​ຊິ້ນ, ທຳ​ອິດ​ຊອກ​ຫາຊິ້ນ​ທີ່​​​ຢູ່​ນອກກ່ອນ, ເຮັດ​ວຽກ​ທີ່​ຈະ​ຈັດ​ໃຫ້​ງານ​ອັນ​ສັກ​ສິດ​ນີ້​ເຂົ້າ​ກັບ​ຂອບ ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ກ້ອນ​ຫີນ​ທີ່​ບໍ່​ມີ​ໃຜ​ຕັດ ຈະ​ກິ້ງ​ອອກ​ໄປ ຈາກ​ຮ້ອຍ​ເຖິງ​ພັນ, ເຖິງ​ສິບໆ​ພັນ, ແລະ ບັດ​ນີ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ເປັນ​ຫລາຍ​ລ້ານ​ຄົນ ທົ່ວ​ທຸກ​ປະ​ເທດ​ຊາດ ກໍ​ເອົາ​ຮູບ​ຫລາຍໆຊິ້ນ ​ຂອງ​ວຽກ​ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ ​ຕໍ່​ເຂົ້າ​ກັນ.

ຮູບ​ພາບ
ຮູບ​ຕໍ່​​ເຂົ້າກັນຢ່າງ​ຫລວງຫລາຍ

ແຕ່​ລະ​ຄົນ​ເປັນ​ຊິ້ນ​ໜຶ່ງ​ຂອງ​ຮູບ​ຕໍ່​ເຂົ້າກັນ, ແລະ ເຮົາ​ແຕ່​ລະ​ຄົນ​ກໍ​ຊ່ວຍ​ຈັດ​ວາງ​ຊິ້ນ​ຈຳ​ເປັນ​ເຫລົ່າ​ນັ້ນ. ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນໃນ​ອຸ​ດົມ​ການ​ນີ້. ມຸມ​ມອງ​ຂອງ​ເຮົາ​ໃນ​ອະ​ນາ​ຄົດ​ກໍ​ແຈ່ມ​ແຈ້ງ​ດີ. ເຮົາ​ເຫັນ​ໄດ້​ວ່າ​ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ຄົງ​ມີ​ຢູ່​ຕໍ່​ໄປ, ແລະ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊີ້​ນຳ​ເຮົາ​ຢູ່ ໃນ​ຂະ​ນະ​ທີ່​ເຮົາ​ສຳ​ເລັດ​ບ່ອນ​ຫວ່າງ​ທີ່​ຍັງ​ຢູ່. ແລ້ວ “ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ນັ້ນ​ສຳ​ເລັດ​ແລ້ວ,”7 ແລະ ພຣະ​ອົງ​ຈະ​ສະ​ເດັດ​ກັບ​ຄືນ​ມາ​ໃນ​ຄວາມ​ສະ​ຫງ່າລາສີ ແລະ ​ໃນລັດ​ສະ​ໝີ​ພາບ.

ຮູບ​ພາບ
ເຮົາ​ແຕ່ລະຄົນ​​ເປັນ​ຄື​ກັນ​ກັບ​ຮູບ​​ຕໍ່​ເຂົ້າກັນ

ປະ​ທານທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ: “ບັດ​ນີ້​ເຖິງ​ເວ​ລາ​ແລ້ວ ສຳ​ລັບ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ຈະ​ຮ່ວມ​ໄມ້​ຮ່ວມ​ມື​ກັນ, ທີ່​ຈະ​ເຮັດ​ວຽກ​ງານຮ່ວມ​ກັນ ... ເພື່ອ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ອົງ. ... ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃນ​ການ​ອອກ​ແຮງ​ງານ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ຈະ​ກະ​ທຳ​ດ້ວຍ​ສັດ​ທາ ທີ່​ຈະ​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະ​ອົງ​ບັນ​ລຸ​ຜົນ​ສຳ​ເລັດ.”8

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຖືກ​ມອບ​ໝາຍ​ຈາກ​ສະ​ຫວັນ ທີ່​ໃນ​ຄັ້ງ​ໜຶ່ງ​ຕົກ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ບັດ​ນີ້​ກໍ​ຕົກ​ເປັນ​ຂອງ​ເຮົາ​ທຸກ​ຄົນ. ເຮົາ​ທຸກ​ຄົນ​ຢາກ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ ທີ່​ຄົນ​ເປັນ​ພັນໆ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແຕ່​ລະ​ອາ​ທິດ. ແມ່ນ​ແຕ່​ດ້ວຍ​ພອນ​ອັນ​ປະ​ເສີດ​ນີ້, ຄວາມ​ຫ່ວງ​ໃຍ​ທີ່​ມີ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ ຍັງ​ນຳ​ຄວາມ​ຮີບ​ດ່ວນ​ທີ່​ມີ​ອິດ​ທິ​ພົນ ທີ່​ຈະ​ແບ່ງ​ປັນ ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອາ​ນາ​ຈັກຂອງ​ພຣະ​ເຈົ້າ ຕະ​ຫລອດ​ທົ່ວ​ໂລກ.

ຂອບ​ເຂດ​ຂອງ​ຄວາມ​ຮູ້ສຶກ​ຜິດ

ເຖິງ​ແມ່ນ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ທ່ານ​ອາດ​ມີ​ຄວາມ​ສຸກ​ໜ້ອຍ​ກັບ​ຄວາມ​ສຳ​ເລັດ​ຂອງ​ທ່ານ​ໃນ​ອະດີດ. ທ່ານ​ອາດ​ຮູ້​ສຶກ​ວ່າ​ໝູ່​ເພື່ອນ​ທີ່​ໄດ້​ກ່າວ​ວ່າ, “ຂ້ອຍ​ໄດ້​ເວົ້າ​ລົມ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ແລ້ວ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແຕ່​ໜ້ອຍ​ຄົນ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ, ແລະ ພ້ອມ​ດ້ວຍ​ຄຳ​ປະ​ຕິ​ເສດ​ແຕ່​ລະ​ເທື່ອ, ບັດ​ນີ້​ຂ້ອຍ​ເລີຍ​ລັງ​ເລ​ໃຈ. ຂ້ອຍ​ຮູ້​ວ່າ​ຂ້ອຍ​ຄວນ​ເຮັດ​ໃຫ້​ໄດ້​ດີກ​ວ່າ​ນີ້, ແຕ່​ຂ້ອຍ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ​ແດ່, ແລະ ສິ່ງ​ທີ່​ຂ້ອຍ​ຮູ້​ສຶກ​ກໍ​ມີ​ແຕ່​ຄວາມ​ຮູ້​ສຶກ​ຜິດ​ຫລາຍໆ​ເທົ່າ​ນັ້ນ.”

ຂ້າ​ພະ​ເຈົ້າ​ອາດ​ຊ່ວຍ​ເຫລືອ​ໄດ້​ບາງ​ຢ່າງ.

ຄວາມ​ຮູ້​ສຶກ​ຜິດ​ກໍ​ມີ​ບົດ​ບາດ​ທີ່​ສຳ​ຄັນ ເພາະ​ມັນ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ຕົວ​ເຖິງ​ການ​ປ່ຽນ​ແປງ ທີ່ເຮົາ​ຕ້ອງ​ປ່ຽນ, ແຕ່​ຍັງ​ມີ​ຂໍ້​ຈຳ​ກັດ​ວ່າ ຄວາມ​ຮູ້​ສຶກ​ຜິດ​ນັ້ນ​ຈະ​ຊ່ວຍ​ເຮົາ​ໄດ້​ຫລາຍ​ປານ​ໃດ.

ຄວາມ​ຮູ້​ສຶກ​ຜິດ​ກໍ​ເໝືອນ​ໝໍ້​ໄຟ​ລົດ​ທີ່​ໃຊ້​ນ້ຳ​ມັນ. ມັນ​ສາມາດເຮັດ​ໃຫ້​ລົດ​ແຈ້ງ​ສະ​ຫວ່າງ, ຕິດ​ເຄື່ອງ​ຈັກ, ແລະ ໄຕ້​ຕາ​ໄຟ​ລົດ, ແຕ່​ມັນ​ຈະ​ບໍ່​ໃຫ້​ພະ​ລັງ​ລົດ​ເພື່ອ​ການ​ເດີນ​ທາງ​ອັນ​ຍາວ​ໄກ​ທີ່​ຕ້ອງ​ຂັບ​ໄປ. ໝໍ້​ໄຟ​ລົດ​ເທົ່າ​ນັ້ນ ຈະ​ບໍ່​ພຽງ​ພໍ. ແລະ ຄວາມ​ຮູ້​ສຶກ​ຜິດ​ກໍ​ເໝືອນ​ກັນ.

ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ເຊົາ​ຮູ້​ສຶກ​ຜິດ​ກ່ຽວ​ກັບ​ການ​ເຮັດ​ບໍ່​ພຽງ​ພໍ​ຂອງ​ທ່ານ​ ​ເລື່ອງ​ການແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ​ແຕ່ຂໍ​ໃຫ້​ອະ​ທິຖານ​​ເໝືອນ​ດັ່ງ​​ແອວ​ມາ​ໄດ້​ສອນ, ​ເພາະ​ໂອກາດທີ່​, “ຈະ​ຢືນ [ເປັນ​ພະ​ຍານ] ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ, ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ ... ເພື່ອ [ຄົນ​ອື່ນ] ຈະ​ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າ​ຢູ່​ກັບ​ບັນ​ດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, [ແລະ] ມີ​ຊີ​ວິດ​ນິ​ລັນ​ດອນ.”9 ນີ້​ເປັນ​ການ​ກະ​ຕຸ້ນ​ທີ່​ໝັ້ນ​ຄົງ​ກວ່າ​ຄວາມ​ຮູ້​ສຶກ​ຜິດ.

ການ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ບ່ອນ ຄື​ການ​ສະ​ແດງ​ອອກ​ເຖິງ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ ແລະ ວິ​ທີ​ທີ່​ເຮົາ​ເວົ້າ​ຈາ.

ຂໍ​ໃຫ້​ເປີດ​ໃຈ​ກ​ວ້າງ​ກ່ຽວ​ກັບ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ. ເມື່ອ​ມີ​ໂອ​ກາດ, ຂໍ​ໃຫ້​ກ່າວ​ເຖິງ​ຊີ​ວິດ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ຂອງ​ປະ​ທານ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ມະ​ນຸດ​ທັງ​ປວງ ທີ່​ບໍ່​ມີ​ຫຍັງ​ທຽບ​ເທົ່າ. ຂໍ​ໃຫ້​ແບ່ງປັນ​ຄວາມ​ຈິງ​ທີ່​ມີ​ພະ​ລັງ​ຂອງ​ພຣະ​ອົງ ຈາກ​ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ອົງ​ໄດ້​ໃຫ້​ສັນ​ຍາ​ແກ່​ເຮົາ​ວ່າ: “ທຸກ​ຄົນ ... ທີ່​ຮັບ​ເຮົາ​ຕໍ່​ໜ້າ​ມະ​ນຸດ, ເຮົາ​ກໍ​ຈະ​ຮັບ​ຜູ້​ນັ້ນ​ຕໍ່​ພຣະ​ພັກຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ໃນ​ສະ​ຫວັນ.”10 ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ກັບ​ທ່ານ​ວ່າ ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ​ຫາ​ໂອ​ກາດ​ທີ່​ຈະ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ,” ເລື້ອຍໆ ແລະ ຢ່າງ​ຈິງ​ໃຈ ໂອ​ກາດ​ເຫລົ່າ​ນັ້ນ​ຈະ​ມາ​ເຖິງ, ແລະ ຜູ້​ຄົນ​ທີ່​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ຫລາຍ​ຂຶ້ນ ກໍ​ຈະ​ຖືກ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ທ່ານ. ເມື່ອ​ທ່ານ​ຕອບ​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ນີ້, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ເອົາ​ຖ້ອຍ​ຄຳ​ຂອງ​ທ່ານ​ເຂົ້າ​ໄປ​ສູ່​ຈິດ​ໃຈ​ຄົນ​ອື່ນ, ແລະ ມື້​ໜຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຮັບ​ທ່ານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ.

ຄວາມ​ພະຍາຍາມ​ເປັນ​ກຸ່ມ

ວຽກ​ງານ​ທາງ​ວິນ​ຍານ​ແຫ່ງ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ ໃຫ້​ເຂົ້າ​ມາ​ສູ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ເປັນ​ຄວາມ​ພະ​ຍາ​ຍາມ​ຂອງ​ສ່ວນ​ລວມ. ຂໍ​ໃຫ້​ໃຊ້​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ໄວ​ເທົ່າ​ທີ່​ທ່ານ​ສາ​ມາດ, ແລະ ໃຫ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ແຕ່​ຂໍ​ໃຫ້​ຈຳ​ໄວ້​ວ່າ ວັນ​ເວ​ລາ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຄົນ​ອື່ນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ທ່ານ​ຄົນ​ດຽວ.11

ນາງແຄມ​ລາ ເພ​ສອນ ຈາກ​ໝູ່​ເກາະ ມໍ​ຣີ​ທີ​ອະ​ສ໌, ໄດ້​ເຂົ້າ​ໂຮງ​ຮຽນ​ການ​ແພດ​ຢູ່​ທີ່ ໂບ​ໂດ ປະ​ເທດ​ຝະ​ຣັ່ງ​ເສດ ຕອນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ນາງ ໃນ​ເດືອນ​ກຸມ​ພາ ປີ 1991. ພວກ​ເຮົາ​ໄດ້​ອະ​ທິ​ຖານ​ເປັນ​ຄອບ​ຄົວ ເພື່ອ​ຈະ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ສະ​ແຫວງ​ຫາ​ຄວາມ​ຈິງ, ແລະ ພວກ​ເຮົາ​ໄດ້​ສອນ​ນາງ​ຢູ່​ທີ່​ບ້າ​ນ​ນ​ຂອງ​ພວກເຮົາ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ນາງ, ແຕ່​ພວກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ທີ່​ມີ​ອິດ​ທິ​ພົນ​ຫລາຍ​ໃນ​ການ​ເຂົ້າ​ມາ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ ນາງ​ແຄມ​ລາ. ໝູ່​ເພື່ອນ, ຜູ້​ສອນ​ສາດ​ສະ​ໜາ, ແລະ ແມ່ນ​ແຕ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ​ໄດ້​ເປັນ “ພະ​ຍານ​ຂອງ​ພຣະ​ເຈົ້າ” ໃນ​ບ້ານ​ເກີດ​ຂອງ​ນາງ, ແລະ ວັນ​ໜຶ່ງ​ໃນ​ປະ​ເທດ​ຝະ​ຣັ່ງ​ເສດ, ເມື່ອ​ເວ​ລາ​ກໍ​ເໝາະ​ສົມ​ສຳ​ລັບ ນາງ​ແຄມ​ລາ, ນາງ​ກໍ​ໄດ້​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ. ບັດ​ນີ້, 25 ປີ​ຕໍ່​ມາ, ພອນ​ຂອງ​ການ​ຕັດ​ສິນ​ໃຈ​ນັ້ນ​ກໍ​ໄດ້​ຢູ່​ອ້ອມ​ຂ້າງ​ນາງ, ແລະ ລູກ​ຊາຍ​ຂອງ​ນາງ​ກໍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ທີ່​ປະ​ເທດ ມາ​ດາ​ກາ​ສະ​ກາ.

ຮູບ​ພາບ
ແຄມ​ລາ ​ເພ​ສອນ ​ແລະ ຄອບຄົວ

ຂໍ​ບໍ່​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ແບ່ງ​ປັນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ຄົນ​ອື່ນ ວ່າ​ເປັນ​ການ​ສອບ​ເສັງ​ທີ່​ຜ່ານ ຫລື ຕົກ ດ້ວຍ​ວ່າ​ຄະ​ແນນ​ຂອງ​ທ່ານ ຖືກ​ກຳ​ນົດ​ໂດຍການ​ຕອບ​ຮັບ​ຕໍ່​ຄວາມ​ຮູ້​ສຶກ ຫລື ການ​ເຊື້ອ​ເຊີນ​ຂອງ​ທ່ານ​ໃຫ້​ໝູ່​ເພື່ອນ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ນັ້ນ ວ່າ​ເປັນ​ໄປ​ໃນ​ທາງ​ດີ ຫລື ບໍ່.12 ດ້ວຍ​ສາຍ​ຕາ​ຂອງ​ມະ​ນຸດ​ຂອງ​ເຮົາ, ເຮົາ​ບໍ່​ສາ​ມາດ​ຕັດ​ສິນ​ຜົນ​ສະ​ທ້ອນ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ໄດ້, ຫລື ວ່າ​ເຮົາ​ສາ​ມາດ​ຈັດ​ຕັ້ງ​ເວ​ລາ​ໃດ​ໄດ້. ເມື່ອທ່ານ​ແບ່ງ​ປັນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ຄົນ​ອື່ນ, ​ກໍ​ຖື​ວ່າ​ທ່ານໄດ້ຄະ​ແນນ​ສູງ​ສຸດສະ​ເໝີ.

ລັດ​ຖະ​ບານ​ຢູ່​ບາງ​ບ່ອນ​ກໍ​ຈຳ​ກັດ​ວຽກ​ງານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ, ຊຶ່ງ​​ເຮັດ​ໃຫ້ສະ​ມາ​ຊິກ​ຜູ້​ສູງ​ສົ່ງ​ຂອງ​ເຮົາ​ໃຫ້​ສະ​ແດງ​ຄວາມ​ກ້າ​ຫານ​ຍິ່ງ​ຂຶ້ນ ໃນ​ການ “ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ … ໃນ​ທຸກ​ບ່ອນ.”

ນາງນາ​ເດ​ສະ​ດາ ຈາກ​ເມືອງ​ມະ​ສະ​ກູ ມັກ​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຜູ້​ຄົນ ​ທີ່ລາວ​​ໄດ້ເອົາ​ມັນໃສ່​ໄວ້​ໃນ​ກ່ອງ ພ້ອມ​ດ້ວຍ​ເຂົ້າ​ໜົມ​ຈຳນວນ​ໜຶ່ງ. ນາງ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ບອກ​ເຂົາ​ເຈົ້າ​ວ່າ ມັນ​ເປັນ​ຂອງ​ຂວັນ​ທີ່​ຫວານ​ແຊບ​ຊ້ອຍ​ທີ່​ສຸດ​ທີ່​ຂ້າ​ນ້ອຍ​ສາ​ມາດ​ໃຫ້​ເຂົາ​ເຈົ້າ​ໄດ້.”

ບໍ່​ດົນ​ຫລັງ​ຈາກ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປະ​ເທດ ຢູ​ຄະ​ເຣນ, ນາງ​ສະ​ແວັດ​ລາ​ນາ ໄດ້​ຮັບ​ການ​ດົນ​ໃຈ​ວ່າ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ນາງ​ເຫັນ​ເລື້ອຍໆ​ໃນ​ລົດ​ເມ. ເມື່ອ​ຊາຍ​ຄົນ​ນັ້ນ​ໄດ້​ລົງ​ລົດ​​ເມ, ນາງ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ຮູ້​ເລື່ອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ບໍ?” ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຢາກ​ຮູ້.” ຜູ້​ສອນ​ສາດ​ສະ​ໜາ​ກໍ​ໄດ້​ສອນ ທ້າວ​ວິກ​ເຕີ, ແລະ ລາວ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​. ຕໍ່​ມາ ລາວ ແລະ ນາງ​ສະ​ແວັດ​ລາ​ນາ ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ ຟຣີ​ເບີກ ປະ​ເທດ​ເຢຍ​ລະ​ມັນ.

ຂໍ​ໃຫ້​ລະ​ວັງ​ໄວ້​ເດີ, ພອນ​ຂອງ​ທ່ານ​ອາດ​ມາ​ໃນ​ວິ​ທີ​ທີ່​ທ່ານ​ບໍ່​ໄດ້​ຄາດ​ຄິດ​ເອົາ​ໄວ້​ເລີຍ.

ເມື່ອ​ເຈັດ​ປີ​ກ່ອນ, ຄາ​ຕີ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ ທ້າວ ດີ​ເອ​ໂກ ໂກ​ເມ​ສ ແລະ ຄອບ​ຄົວ​ທີ່​ສວຍ​ງາມ​ຂອງ​ລາວ ຢູ່​ທີ່​ເມືອງ​ເຊົາ​ເລັກ. ເຂົາ​ເຈົ້າ​ໄດ້​ໄປ​ທ່ຽວ​ຊົມ​ການ​ເປີດ​ຊົມ​ພຣະ​ວິ​ຫານ​ນຳ​ພວກ​ເຮົາ ແຕ່​ໄດ້​ປະ​ຕິ​ເສດ​ຢ່າງ​ສຸ​ພາບ ບໍ່​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກຕື່ມ​ອີກ. ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​​ແບ​ບບໍ່​ຄາດ​ຄິດຈາກ ທ້າວດີ​ເອ​ໂກ. ເຫດ​ການ​ໃນ​ຊີ​ວິດ​ຂອງ​ລາວ​ໄດ້​ນຳ​ໃຫ້​ລາວ​ຄຸ​ເຂົ່າ​ອະ​ທິ​ຖານ. ລາວ​ໄດ້​ຊອກ​ຫາ​ຜູ້​ສອນ​ສາດ​ສະ​ໜາ​ດ້ວຍ​ຕົວ​ເອງ, ໄດ້​ຮຽນ​ບົດ​ສົນ​ທະ​ນາ, ແລະ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ. ໃນ​ວັນ​ທີ 11 ເດືອນ​ມິ​ຖຸ​ນາ ທີ່​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ພ້ອມ​ດ້ວຍ​ເພື່ອນ ແລະ ສາ​ນຸ​ສິດ​ຊື່ ດີ​ເອ​ໂກ ໂກ​ເມ​ສ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ​ໄດ້​ເກີດ​ຂຶ້ນ​ຕາມ​ເວ​ລາ​ຂອງ​ມັນ​ເອງ ແລະ ໄດ້​ເປັນ​ມາ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ຫລາຍໆ​ຄົນ ທີ່​ໄດ້​ເອື້ອມ​ອອກ​ໄປ​ຫາ​ລາວ ໃນ​ການ​ເປັນ “ພະ​ຍານ​ຂອງ​ພຣະ​ເຈົ້າ.”

ຮູບ​ພາບ
ດີ​ເອ​ໂກ ​ໂກ​ເມສ ພ້ອມ​ດ້ວຍ​ກຸ່ມ

ຄຳ​ເຊື້ອ​ເຊີນ​ຕໍ່​ຊາວ​ໜຸ່ມ

ຕໍ່​ເຍົາ​ວະ​ຊົນ ແລະ ໜຸ່ມ​ສາວ​ທີ່​ປະ​ເສີດ​ຂອງ​ເຮົາ ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ໃຫ້​ການ​ເຊື້ອ​ເຊີນ ແລະ ການ​ທ້າ​ທາຍ​ພິ​ເສດ​ວ່າ​ ໃຫ້​ເປັນ “ພະ​ຍານ​ຂອງ​ພຣະ​ເຈົ້າ.” ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ​ກຳ​ລັງ​ເປີດ​ໃຈ​ຮັບ​ການ​ສອບ​ຖາມ​ທາງ​ວິນ​ຍານ. ພວກ​ເຈົ້າ​ຈຳ​ ຮູບ​ຕໍ່​ເຂົ້າກັນ ​ນັ້ນ​ໄດ້​ບໍ? ພວກ​ເຈົ້າ​ຈະ​ບໍ່​ເລີ່ມ​ເຮັດ​ວຽກ​ງານ​ນີ້​ປາດ​ສະ​ຈາກ​ແຫລ່ງ​ຊ່ວຍ​ເຫລືອ, ແຕ່ຍັງ​ມີ​ເທັກ​ໂນ​ໂລ​ຈີ ແລະ ສື່​ສານ​ມວນ​ຊົນ​ໄວ້​ໃຫ້​ພວກ​ເຈົ້າ​ໃຊ້. ພວກເຮົາ​ຕ້ອງ​ການ​ພວກ​ເຈົ້າ; ພຣະ​ຜູ້​ເປັນ​​ເຈົ້າຕ້ອງ​ການ​ພວກ​ເຈົ້າ​ໃຫ້​ມີ​ພາກ​ສ່ວນ​ໃນ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ນີ້.

ຮູບ​ພາບ
ຮູບ​​ຕໍ່​​ເຂົ້າກັນທີ່ຢູ່​ໃນ​ມື​ຖື

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ເຫດ​ສະ​ນັ້ນ, ພວກ​ເຈົ້າ​ຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ, ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງພຣະ​ບິ​ດາ, ແລະ ຂອງພຣະ​ບຸດ, ແລະ ຂອງພຣະ​ວິນ​ຍານ​ບໍ​ລິ​ສຸດ.”13

ມັນ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ພວກ​ເຈົ້າ​ອາ​ໄສ​ຢູ່​ທີ່ ອາ​ຟຣິ​ກາ; ອາ​ຊີ; ເອີ​ຣົບ; ອາ​ເມຣິ​ກາ​ເໜືອ, ກາງ, ຫລື ໃຕ້; ເຂດ​ປາ​ຊີ​ຟິກ; ຫລື ໃນ​ເຂດ​ອື່ນ​ໃນ​ໂລກ​ຂອງ​ພຣະ​ເຈົ້າ ​ເພາະພຣະ​ກິດ​ຕິ​ຄຸນ​ຕ້ອງ​ອອກ​ໄປ​ເຖິງ “ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.”14

“ພຣະ​ເຈົ້າ​ແຫ່ງ​ຟ້າ​ສະ​ຫວັນ [ໄດ້] ຕັ້ງ​ອາ​ນາ​ຈັກ​ໜຶ່ງ​ຂຶ້ນ, [ຫີ​ນ​ໃຫຍ່​ກ້ອນ​ໜຶ່ງ​ທີ່​ແຕກ​ອອກ​ມາ​ເອງ​ຈາກ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ, ໄດ້​ໃຫຍ່​ຂຶ້ນ​ກາຍ​ເປັນ​ພູ​ເຂົາ​ເຕັມ​ແຜ່ນ​ດິນ​ໂລກ] ຊຶ່ງ​ຈະ​ບໍ່​ສູນ​ຫາຍ​ໄປ​ຈັກ​ເທື່ອ ... [ແຕ່ຈະ] ຕັ້ງ​ໝັ້ນ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິດ.

“… ຂ້າ​ນ້ອຍ​ໄດ້​ບອກ​ທ່ານ​ຖືກ​ຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ... ແລະ ແກ້​ຄວາມ​ຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມ​ຈິງ.”15

ຂ້າ​ພະ​ເຈົ້າ​ຂໍ​ປິດ​ຄຳ​ປາ​ໄສ​ດ້ວຍ​ຖ້ອຍ​ຄຳ​ຈາກ​ພຣະ​ຄຳ​ພີ Doctrine and Covenants ທີ່​ວ່າ​ ໃຫ້​ເຮົາ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຂະ​ຫຍາຍ​ອອກ​ໄປ​​ເຕັມແຜ່ນ​ດິນ​ໂລກ, ເພື່ອ​ວ່າ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຈະ​ໄດ້​ຮັບ​ມັນ, ແລະ ຕຽມ​ພ້ອມ​ສຳ​ລັບ​ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໃນ​ເວ​ລາ​ນັ້ນ​ບຸດ​ມະ​ນຸດ​ຈະ​ລົງ​ມາ [ຈາ​ກ] ສະ​ຫວັນ, ຫຸ້ມ​ຫໍ່​ດ້ວຍ​ຄວາມ​ຮຸ່ງ​ເຫລື້ອມ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ເພື່ອ​ພົບ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ... ຢູ່​ເທິງ​ແຜ່ນ​ດິນ​ໂລກ.”16 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ດາ​ນີ​ເອນ 2:10.

  2. ດາ​ນີ​ເອນ 2:18.

  3. ດາ​ນີ​ເອນ 2:26–28, 44–45; ​ເບິ່ງ ຂໍ້​ທີ 34–35 ນຳ​ອີກ.

  4. ດາ​ນີ​ເອນ 2:47.

  5. ​ເບິ່ງ 1 ນີ​ໄຟ 14:12–14.

  6. ​ເບິ່ງ Doctrine and Covenants 65:2; ​ເບິ່ງ Doctrine and Covenants 110:11 ນຳ​ອີກ.

  7. Teachings of Presidents of the Church: Joseph Smith (2007), 444; ​ເບິ່ງ Boyd K. Packer, “The Standard of Truth Has Been Erected,” Liahona, Nov. 2003, 27 ນຳ​ອີກ.

  8. Thomas S. Monson, “Welcome to Conference, Liahona, Nov. 2013, 4.

  9. ​ໂມ​ໄຊ​ຢາ 18:9.

  10. ມັດ​ທາຍ 10:32.

  11. ເມື່ອ​ໜຶ່ງ​ເດືອນ​ຜ່ານ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ທີ່​ເມືອງຊານ​ຕາ ມາ​ຣີ​ອາ, ປະ​ເທດ​ບຣາ​ຊິນ. ບຣາ​ເດີ ໂຮ​ອາ ກຣາ ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, ຕອນ​ເພິ່ນ​ເປັນ​ຊາຍ​ໜຸ່ມ ເພິ່ນ​ໄດ້​ໄປ​ໂບດ​ສອງ​ປີ, ຢາກ​ຮັບ​ບັບ​ຕິ​ສະ​ມາ, ແຕ່​ພໍ່​ຂອງ​ເພິ່ນ​ບໍ່​ອະ​ນຸ​ຍາດ. ມື້​ໜຶ່ງ​ເພິ່ນ​ໄດ້​ບອກ​ເອື້ອຍ​ຂອງ​ເພິ່ນ, ຜູ້​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ດຽວ​ກັນ, ວ່າ​ເຂົາ​ເຈົ້າ​ຕ້ອງ​ຄຸ​ເຂົ່າ​ລົງ ແລະ ອະ​ທິ​ຖານ ຂໍ​ໃຫ້​ພຣະ​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ພໍ່​ອ່ອນ​ລົງ. ເຂົາ​ເຈົ້າ​ໄດ້​ຄຸ​ເຂົ່າ​ອະ​ທິ​ຖານ ແລ້ວ​ໄປ​ໂຮງ​ຮຽນ.

    ຕອນ​ພວກ​ເພິ່ນ​ກັບ​ບ້ານ​ມື້​ນັ້ນ, ເປັນ​ທີ່​ໜ້າ​ແປກ​ໃຈ​ທີ່ ລຸງ, ອ້າຍ​ຂອງ​ພໍ່​ພວກ​ເພິ່ນ​ໄດ້​ມາ​ຢາມ​ຈາກ​ເມືອງ​ທີ່​ຫ່າງ​ໄກ. ລຸງ​ໄດ້​ຢູ່​ໃນ​ບ້ານ ເວົ້າ​ລົມ​ນຳ​ພໍ່​ຂອງ​ພວກ​ເພິ່ນ​ຢູ່. ໂດຍ​ທີ່​ມີ​ລຸງ​ຢູ່​ໃນ​ຫ້ອງ, ພວກ​ເພິ່ນ​ໄດ້​ຖາມ​ພໍ່​ວ່າ​ພວກ​ເພິ່ນ​ຮັບ​ບັບ​ຕິ​ສະ​ມາ​ໄດ້​ບໍ. ລຸງ​ໄດ້​ກ້າວ​ໄປ​ໜ້າ ແລະ ໄດ້​ວາງ​ມື​ທີ່​ບ່າ​ໄຫລ່​ຂອງ​ນ້ອງ​ຊາຍ ແລະ ໄດ້​ເວົ້າ​ວ່າ, “ເຣ​ນາ​ໂດ, ມັນ​ເປັນ​ຄວາມ​ຈິງ​ແທ້ໆ. ໃຫ້​ລູກ​ຮັບ​ບັບ​ຕິ​ສະ​ມາ​ສາ​.” ບໍ່​ມີ​ໃຜ​ຮູ້​ເລີຍ​ວ່າ​ລຸງ​ຄົນ​ນັ້ນ ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເມື່ອ​ສາມ​ສີ່​ເດືອນ​ກ່ອນ​ໜ້ານັ້ນ.

    ລຸງ​ຄົນ​ນັ້ນ​ຖືກ​ດົນ​ໃຈ​ໃຫ້​ເດີນ​ທາງ​ໄປ​ຢາມ​ບ້ານ​ນ້ອງ​ຊາຍ, ແລະ ເປັນ​ເພາະ​ລາວ​ໄດ້ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ” ໃນ​ມື້​ນັ້ນ, ຫລານ​ສາວ ແລະ ຫລານ​ຊາຍ​ຂອງ​ລາວ​ກໍ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຮັບ​ບັບ​ຕິ​ສະ​ມາ. ສາມ​ສີ່​ອາ​ທິດ​ຕໍ່​ມາ, ເຣ​ນາ​ໂດ ແລະ ພັນ​ລະ​ຍາ​ຂອງ​ລາວ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ພຣະ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​​ເຂົາ​ເຈົ້າ ໃນ​ວິ​ທີ​ມະ​ຫັດ​ສະ​ຈັນ ຜ່ານ​ຄົນ​ທີ່​ເຕັມ​ໃຈ​ຢືນ “ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ.”

  12. “You succeed when you invite, regardless of how it turns out” (Clayton M. Christensen, The Power of Everyday Missionaries [2012], 23; ​ເບິ່ງ everydaymissionaries.org) ນຳ​ອີກ.

  13. ມັດ​ທາຍ 28:19.

  14. ​ໂມ​​ໄຊ​ຢາ 15:28.

  15. ດາ​ນີ​ເອນ 2:44–45; ​ເບິ່ງ ຂໍ້​ທີ 34–35 ນຳ​ອີກ.

  16. ເບິ່ງ Doctrine and Covenants 65:5.