​2010–2019
ຮຽນ​ຮູ້​ຈາກ ແອວ​ມາ ​ແລະ ແອມ​ມິວ​ເລັກ
​ເດືອນ​ຕຸລາ 2016


ຮຽນ​ຮູ້​ຈາກ ແອວ​ມາ ​ແລະ ແອມ​ມິວ​ເລັກ

ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ໃດ​ທີ່​ຫລົງ​ທາງ​ຈາກ​ການ​ເປັນ​ສາ​ນຸ​ສິດ ຈະເປີດ​ໃຈ​ຂອງ​ເຂົາ​ເຈົ້າ ​ແລະ ຮຽນ​ຮູ້​ຈາກ​ແອວ​ມາ ​ແລະ ແອມ​ມິວ​ເລັກ.

ແອວ​ມາ​ຜູ້​ເປັນ​ລູກ

ໜຶ່ງ​ໃນ​ຈຳ​ນວນ​ຜູ້​ຄົນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້​ໃນ​ພຣະ​ຄຳ​ພີ ຄື ແອວ​ມາ​ຜູ້​ເປັນ​ລູກ. ເຖິງ​ວ່າ ​ເພິ່ນ​ເປັນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ດາ​ຜູ້​ຍິ່ງ​ໃຫຍ່​ກໍ​ຕາມ ​ເພິ່ນ​ໄດ້ອອກ​ນອກ​ທາງແລ້ວ​ກາຍ​ເປັນ “ຄົນ​ຊົ່ວ​ທີ່​ສຸດ ​​ແລະ ​ນັບ​ຖື​ຮູບ​ບູ​ຊາ.” ແຕ່​ດ້ວຍ​ສາ​ເຫດ​ທີ່​ເຮົາບໍ່​ເຂົ້າ​ໃຈ ​ເພິ່ນ​ໄດ້​ຕໍ່​ຕ້ານ​ບິ​ດາ​ຂອງ​​ເພິ່ນ ​ແລະ ​ຫວັງ​ທຳ​ລາຍ​ສາດ​ສະ​ໜາ​ຈັກ. ຍ້ອນ​ວ່າ​​ເພິ່ນເປັນ​ຄົນ​ເວົ້າ​ເກັ່ງ ​ແລະ ​ຮູ້​ຊັກ​ຊວນ​ຄົນ ​ເພິ່ນກໍ​ເຮັດ​ໄດ້​ສຳ​ເລັດ.1

ແຕ່​ຊີ​ວິດ​ຂອງ​ແອວ​ມາ​ປ່ຽນ​ໄປ ເມື່ອ​ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າມາ​ປະ​ກົດ​ຕໍ່​ໜ້າ​ເພິ່ນ​​ ແລະ ​ກ່າວ​ດ້ວຍ​ນ້ຳ​ສຽງ​ແບບຟ້າ​ຮ້ອງກັບ​​ເພິ່ນ. ເປັນ​ເວ​ລາ​ສາມ​ວັນ ສາມ​ຄືນ, ແອວ​ມາ​ໄດ້ “ຖືກ​ທໍ​ລະ​ມານ​ດ້ວຍ​ຄວາມ​ທໍ​ລະ​ມານ​ນິລັນ​ດອນ, ... ຈົນ​ວ່າ​ຈິດ​ວິນ​ຍານ​ມີ​ຄວາມ​ເຈັບ​ປວດ​ຈົນ​ສຸດ​ຂີດ.” ແລ້ວ​​ຄວາມ​ຊົງ​ຈຳ​ທີ່​ເລືອນ​ລາງ ​ໄດ້​ນຳ​ຄວາມ​ສະຫວ່າງ​ມາສູ່​ຄວາມ​ມືດ​ໃນ​ຈິດ​ໃຈ​ຂອງ​ເພິ່ນ—​ເຖິງຄວາມ​ຈິງ​ນິ​ລັນ​ດອນ, ທີ່​ພໍ່​​ເພິ່ນ​ໄດ້​ສັ່ງ​ສອນ​ໄວ້ວ່າ: ພຣະ​ເຢ​ຊູ​ຄຣິດ​ຈະ​​ສະ​ເດັດ​ມາ “ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ.” ແອວມາ​ໄດ້​ປະ​ຕິ​ເສດ​ແນວ​ຄິດ​ແນວ​ນີ້​ດົນ​ແລ້ວ, ແຕ່​ບັດ​ນີ້ “​ເພິ່ນ​ກຳ​ລັງ​ນຶກ​ເຖິງ​ແນວ​ຄິດ​ແນວ​ນີ້,” ແລ້ວ​​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ດ້ວຍ​ຄວາມ​ຖ່ອມ​ຕົນ ​ແລະ ​ຈິງ​ໃຈ.2

ຫລັງ​ຈາກ​ແອວ​ມາມີ​ປະ​ສົບ​ການນີ້​ແລ້ວ ​ເພິ່ນ​ປ່ຽນ​ເປັນ​ຄົນ​ໃໝ່. ນັບ​ແຕ່​ນັ້ນ​ມາ ​ເພິ່ນ​ໄດ້​ອຸ​ທິດ​ຊີ​ວິດ​ຂອງ​​ເພິ່ນແກ້​ໄຂທຸກ​ຢ່າງ​ທີ່​​ເພິ່ນ​ໄດ້​ເຮັດ​ຄວາມ​ເສຍ​ຫາຍ. ​ເພິ່ນ​ໄດ້​ເປັນ​ຕົວຢ່າງ​ທີ່​ມີ​ພະລັງ ​ເຖິງ​ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ​ແລະ ການ​ອົດທົນຢ່າງ​ຊື່ສັດ.

ແອວ​ມາ​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ປົກ​ຄອງ​ຕໍ່​ຈາກ​ພໍ່​ຂອງ​​ເພິ່ນ ​ໃນ​ຖານະຜູ້ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

ພົນ​ລະ​ເມືອງ​ທຸກ​ຄົນ​ຂອງ​ປະ​ຊາ​ຊາດ​ນີ​ໄຟ​ຕ້ອງ​ຮູ້​ກ່ຽວ​ກັບ​ເລື່ອງ​ຂອງ​ແອວ​ມາ. ໃນ​ Twitters, Instagrams, ​ແລະ Facebooks ໃນ​ສະ​ໄໝ​ຂອງ​​ເພິ່ນ ຄືຊິ​ມີ​ແຕ່​ຮູບ ​​ແລະ ​ເລື່ອງ​ຕ່າງໆ​ຂອງ​​ເພິ່ນ. ໃນ​ໜ້າ​ປົກ ແຊ​ຣາ​ເຮັມ​ລາ ​ລາຍ​ສັບ​ປະ​ດາ ອາດ​ຈະ​ມີ​ແຕ່​ຮູບ​ຂອງ​​ເພິ່ນເປັນ​ປະ​ຈຳ ​ແລະ ​ເປັນ​ຫົວ​ຂໍ້​ໃນ​ບັນ​ນາ​ທິ​ການ. ໃນ​ລາຍ​ການ​ໂທ​ລະ​ພາບ​ຕ່າງໆ, ​ແລະ ​ຊີ​ວະ​ປະ​ຫວັດ​ຫຍໍ້​ໃນ​ໜັງ​​ ແລະ ​ສາ​ລະ​ຄະ​ດີ​ຕ່າງໆ. ສະຫລຸບ​ແລ້ວ ເພິ່ນ​ອາດ​ເປັນ​ດາ​ລາ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ສະ​ໄໝ​ນັ້ນ​ນໍ້.

ເມື່ອ​ແອວ​ມາ​ເຫັນ​ວ່າ ຜູ້​ຄົນ​ຂອງ​​ເພິ່ນ​ລືມ​ພຣະ​ເຈົ້າ ​ແລະ ​ມີ​ຄວາມ​ທະ​ນົງ​ໃຈ​​ ແລະ ​ຜິດ​ຖຽງ​ກັນ, ​ເພິ່ນ​ເລີຍ​ເລືອກ​ລາ​ອອກ​ຈາກ​ຕຳ​ແໜ່ງ ​ແລະ ​ໄດ້ອຸທິດ​ຕົນ​ຕໍ່​ຖາ​ນະ​ປະ​ໂລ​ຫິດ​ສຸງ​ສຸດ​​ ແລະ ​ລະ​ບຽບ​ສັກ​ສິດ​ຂອງ​ພຣະເຈົ້າ,”3 ໂດຍ​ການ​ປ່າວ​ປະ​ກາດ​ຕໍ່​ຊາວ​ນີ​ໄຟ​ໃຫ້​ກັບ​ໃຈ.

ແອວ​ມາ​ໄດ້ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຕອນ​ຕົ້ນ—ຈົນ​ວ່າ ​ເພິ່ນ​ໄດ້​ເດີນ​ທາງ​ໄປ​ເມືອງ ແອມ​ໂມ​ໄນ​ຮາ. ຄົນ​ໃນ​ເມືອງ​ນັ້ນ​ຮູ້​ດີ​ວ່າ​​ ເພິ່ນ​ບໍ່​ໄດ້​ເປັນ​ຜູ້​ນຳ​ການ​ເມືອງ​ຂອງ​ເຂົາ​ເຈົ້າ​ອີກ ​ແລະ ​ເຂົາ​ເຈົ້າ​ກໍ​ບໍ່​ມີ​ຄວາມ​ເຄົາ​ລົບ​​ເພິ່ນ​ໃນ​ຖາ​ນະ​ປະ​ໂລ​ຫິດ​ປານ​ໃດ. ເຂົາ​ເຈົ້າ​ດ່າ, ເຍາະ​ເຍີ້ຍ, ​ແລະ ​ໄລ່ເພິ່ນ​ໜີ​ຈາກ​ເມືອງ​ຂອງ​ເຂົາ​ເຈົ້າ.

ດ້ວຍ​ຄວາມ​ເສົ້າ​ໃຈ ແອວ​ມາ​ຈຶ່ງ​ໜີ​ຈາກ​ເມືອງ​ແອມ​ໂມ​ໄນ​ຮາ.4

ແຕ່​ທູດ​ໄດ້​ບອກ​ເພິ່ນ​ໃຫ້​ຄືນ​ໄປ.

ໃຫ້​ທ່ານ​​ຄິດລອງ​ເບິ່ງ: ​ເພິ່ນ​ໄດ້​ຖືກ​ບອກ​ໃຫ້​ກັບ​ໄປ​ຫາ​ຜູ້​ຄົນ​ທີ່​ຊັງ​​ເພິ່ນ ​ແລະ ​ກຽດ​ຊັງ​ສາດ​ສະ​ໜາ​ຈັກ. ມັນ​ເປັນ​ງານ​ມອບ​ໝາຍ​ທີ່​ອັນ​ຕະ​ລາຍ ຫລື ອາດ​ຈະ​ເປັນ​ໄພ​ຕໍ່​ຊີ​ວິດ​ກໍ​ໄດ້. ແຕ່​ແອວ​ມາ​ບໍ່​ໄດ້​ລັງ​ເລ​ໃຈ. ​“ເພິ່ນ​ໄດ້​ກັບ​ໄປ​ຢ່າງ​ໄວ​ວາ.”5

ແອວ​ມາ​ໄດ້​ອົດ​ອາ​ຫານ​ເປັນ​ເວ​ລາ​ຫລາຍ​ວັນ​ ກ່ອນ​​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ. ​ຢູ່​ທີ່​ນັ້ນ ເພິ່ນ​ຖາມ​ຄົນ​ແປກ​ໜ້າ​ວ່າ: ​“ເຈົ້າຫາອັນ​ໃດ​ໃຫ້​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ​ກິນ​ແດ່​ໄດ້​ບໍ່.”6

ແອມ​ມິວ​ເລັກ

ຊາຍ​ຜູ້​ນີ້​ຊື່​ວ່າ ແອມ​ມິວ​ເລັກ

ແອມ​ມິວ​ເລັກ​ເປັນ​ຊາຍ​ຮັ່ງ​ມີ, ເປັນ​ຄົນ​ມີ​ຊື່​ສຽງ​ຂອງ​ເມືອງ​ແອມ​ໂມ​ໄນ​ຮາ. ເຖິງ​​ແມ່ນວ່າ​ເພິ່ນ​ມາ​ຈາກ​ເຊື້ອ​ສາຍ​ທີ່​ມີ​ສັດ​ທາ​ເຂັ້ມ​ແຂງ ແຕ່​ສັດ​ທາ​ຂອງ​ເພິ່ນ​ອ່ອນ​ແອ. ຕໍ່​ມາ​ເພິ່ນ​ໄດ້​ສາ​ລະ​ພາບ​ວ່າ, “ຂ້າ​ພະ​ເຈົ້າ​ຖືກ​ຮຽກ​ຮ້ອງ​ຫລາຍ​ເທື່ອ ​ແລະ ​ຂ້າ​ພະ​ເຈົ້າ​ບໍ່​ຍອມ​ຟັງ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້, ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ບໍ່​ຍອມ​ເຊື່ອ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ກະ​ບົດ​ຕໍ່​ພຣະ​ເຈົ້າ.”7

ແຕ່​ພຣະ​ເຈົ້າ​ໄດ້​ຕຽມ​ແອມ​ມິວ​ເລັກ ​ແລະ ​ເມື່ອ​​ແອ​ມມິວ​ເລັກ​ໄດ້​ພົບ​ກັບ​ແອວ​ມາ ເພິ່ນ​ໄດ້​ຕ້ອນ​ຮັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃນ​ເຮືອນ​ຂອງ​ເພິ່ນ ແອວ​ມາ​ໄດ້​ພັກ​ເຊົາ​ຢູ່​ເຮືອນ​ເພິ່ນ​ເປັນ​ເວ​ລາ​ຫລາຍ​ມື້.8 ໃນ​​ໄລຍະ​ນັ້ນ​ ແອມ​ມິວ​ເລັກ​ໄດ້ເປີດ​ໃຈຟັງ​ຂ່າວ​ສານ​ຂອງ​ແອວ​ມາ ແລ້ວ​ມີ​ສິ່ງ​ປ່ຽນ​ແປງ​ທີ່​ມະຫັດສະ​ຈັນ​ເກີດ​ຂຶ້ນ​ກັບ​ເພິ່ນ. ນັບ​ແຕ່​ນັ້ນມາ, ​ແອມມິວ​ເລັກ​ບໍ່​ພຽງ​ແຕ່​ເຊື່ອ​ເທົ່າ​ນັ້ນ ເພິ່ນ​ຍັງ​ໄດ້​ກາຍ​ມາ​ເປັນຜູ້​ປົກ​ປ້ອງຄວາມ​ຈິງ​ອີກ​ດ້ວຍ.

ເມື່ອ​ແອວ​ມາ​ໄດ້​ອອກ​ໄປ​ສອນຜູ້​ຄົນ​ຂອງ​ເມືອງ​ແອມ​ໂມ​ໄນ​ຮາ ​ເພິ່ນ​ມີ​ພະ​ຍານ​ຄົນ​ທີ​ສອງ​ທີ່​ຊື່ ແອມ​ມິວ​ເລັກ ຢູ່​ທາງຂ້າງ​ເພິ່ນ, ຈາກ​ກຸ່ມ​ຂອງ​ເຂົາ​ເຈົ້າ.

ເຫດ​ການ​ທີ່​ຕາມ​ມາ​ນັ້ນ ​ເປັນ​ໜຶ່ງ​ເຫດ​ການ ທີ່ມີທັງຄວາມ​ໂສກ​ເສົ້າ​​ ແລະ ​ຄວາມ​ສຸກທີ່​ສຸດ ຊຶ່ງ​ໄດ້​ມີ​ການ​ບັນ​ຍາຍ​ໃນ​ທົ່ວ​ພຣະ​ຄຳ​ພີ​ທັງ​ໝົດ. ທ່ານ​ສາ​ມາດ​ອ່ານ​ເລື່ອງ​ນັ້ນ​ໄດ້​ຈາກ​ ແອວ​ມາ ບົດ​ທີ 8 ​ເຖິງ 16.

ມື້​ນີ້ ຂ້າ​ພະ​ເຈົ້າ​ຢາກ​ຖາມ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ສອງ​ຂໍ້​ນີ້​ຄື:

ທຳ​ອິດ “ເຮົາສາມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ແອວ​ມາ?”

ທີ​ສອງ “ເຮົາ​ເປັນ​​ເໝືອນແອມ​ມິວ​ເລັກ​ແນວ​ໃດ?”

​ເຮົາ​ສາມາດຮຽນ​ຮູ້​ຫຍັງ​ແດ່​ຈາກ​ແອວ​ມາ?

ຂ້າພະ​ເຈົ້າຂໍ​ເລີ່ມຕົ້ນດ້ວຍ​ການ​ຖາມຜູ້​ນຳ​ໃນ​ອະ​ດີດ, ໃນ​ປະຈຸ​ບັນ, ຫລື​ ໃນ​ອະ​ນາ​ຄົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ວ່າ, “ທ່ານ​ສາມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ແອວ​ມາ?”

ແອວ​ມາ​ເປັນ​ຄົນ​ທີ່​ມີ​ພອນ​ສະ​ຫວັນ​​ ແລະ ​ມີ​ຄວາມ​ສາ​ມາດ​ຫລາຍ. ມັນ​ອາດ​ຈະ​ເປັນ​ການ​ງ່າຍ​ທີ່​ຈະ​ຄິດ​ວ່າ ​ເພິ່ນ​ບໍ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ໃດ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ແອວ​ມາ​ໄດ້​ເຮັດ​ຫຍັງ​ແດ່ ເມື່ອ​​ເພິ່ນ​ໄດ້​ກັບ​ມາ​ເມືອງ​ແອມ​ໂມ​ໄນ​ຮາ?

ແອວ​ມາ​ໄດ້​ພົບ​ແອມ​ມິວ​ເລັກ ​ແລະ ​ຂໍ​ຮ້ອງ​ໃຫ້​ເພິ່ນ​ຊ່ວຍ.

​ແລະ ​ແອວ​ມາ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ.

ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ພວກ​ເຮົາ​ທີ່​ເປັນ​ຜູ້​ນຳ ບາງ​ເທື່ອ​ກໍ​ລັງ​ເລ​ໃຈ​ທີ່​ຈະ​ຂໍ​ຮ້ອງ​ໃຫ້​ຜູ້​ອື່ນ​ຊ່ວຍ. ບາງ​ທີ​ພວກ​ເຮົາ​ຄິດ​ວ່າ​ຕົນ​ເອງ​ເຮັດ​ເອົາ​ເອງ​ດີ​ກວ່າ, ຫລື ​ບໍ່​ຢາກ​ລົບ​ກວນ​ຄົນ​ອື່ນ, ຫລື​ ພວກ​ເຮົາ​ຄິດ​ວ່າ​ ຜູ້​ອື່ນ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ. ມີ​ຫລາຍ​ເທື່ອ ທີ່​ພວກ​ເຮົາ​ບໍ່​ກ້າ​ເຊີນ​ຄົນ​ອື່ນ​ໃຫ້​ເຂົາ​ເຈົ້າ​ນຳ​ໃຊ້​ພອນ​ສະ​ຫວັນ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ ໃນການ​ເຮັດ​ວຽກງານຍິ່ງ​ໃຫຍ່​​ແຫ່ງ​ຄວາມ​ລອດ.

ໃຫ້​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເບິ່ງ—ພຣະ​ອົງ​ໄດ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ດ້ວຍ​ພຣະ​ອົງ​ເອງ​ບໍ?

ບໍ່​ເລີຍ.

ຄຳ​ເວົ້າ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ວ່າ “ຖອຍ​ໄປ. ເຮົາ​ຈັດ​ການ​ສິ່ງ​ນີ້​ໄດ້.” ແຕ່​ແມ່ນ​ວ່າ “ຈົ່ງ​ຕາມ​ເຮົາ​ມາ.”9 ພຣະ​ອົງ​​ບັນ​ດານ​ໃຈ, ເຊື້ອ​ເຊີນ, ສັ່ງ​ສອນ, ແລ້ວ​ເຊື່ອ​ໃຈ​ຜູ້​ທີ່​ຕິດ​ຕາມ​ພຣະ​ອົງ “ເພື່ອ​ໃຫ້​ເຮັດ​ຄື​ກັນ ​ຕາມ​ທີ່​ທ່ານ​ໄດ້​ເຫັນ​ເຮົາ​ເຮັດ.”10 ໂດຍ​ທາງ​ນີ້ ພຣະ​ເຢຊູ​ຄຣິດ ບໍ່​ພຽງ​ແຕ່​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ແຕ່​ເສີມ​ສ້າງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ອີກ​ດ້ວຍ.

ບໍ່​ວ່າ​ທ່ານ​ກຳ​ລັງ​ຮັບ​ໃຊ້​ໃນ​ໜ້າ​ທີ່​ໃດ​ກໍ​ຕາມ—ບໍ່​ວ່າ​ທ່ານ​ຈະ​ເປັນ​ປະ​ທານ​ຂອງ​ກຸ່ມ​ມັກ​ຄະ​ນາ​ຍົກ, ປະ​ທານ​ສະ​ເຕກ, ຫລື​ ປະ​ທານ​ທ້ອງ​ຖິ່ນ​ກໍຕາມ—ຖ້າ​ຢາກ​ໄດ້​ຮັບ​ຄວາມ​ສຳ​ເລັດ ທ່ານ​ຕ້ອງ​ຫາ​ຄົນ​ຊ່ວຍ​ເຫລືອ​ທ່ານ​ ທີ່​ຄື​ແອມ​ມິວ​ເລັກ.

ຜູ້​ນັ້ນ​ອາດ​ເປັນ​ບຸກ​ຄົນ​ທີ່​ຖ່ອມ​ຕົນ ຫລື​ ບໍ່​ອອກ​ໜ້າ​ອອກ​ຕາ​ໃນ​ໂບດ. ຜູ້​ນັ້ນ​ອາດ​ເປັນ​ຄົນ​ທີ່ ​ເບິ່ງ​ຄື​ວ່າ ​ບໍ່​ພໍ​ໃຈ​ ຫລື​ ບໍ່​ສາ​ມາດ​ຮັບ​ໃຊ້​ໄດ້. ຜູ້​ທີ່​ຊ່ວຍ​ທ່ານ​ອາດ​ເປັນ​ຄົນ​ໜຸ່ມ ຫລື​ ຄົນ​ເຖົ້າ, ເປັນ​ຜູ້​ຊາຍ ຫລື ຜູ້​ຍິງ, ຫລື​ ຂາດ​ປະ​ສົບ​ການ, ເມື່ອຍ​ລ້າ, ຫລື​ ບໍ່​ເຂັ້ມ​ແຂງ​ໃນ​ໂບດ. ແຕ່​ທ່ານ​ອາດ​ບໍ່​ຮູ້​ໄດ້​​ໃນ​ເທື່ອ​ທຳ​ອິດວ່າ ເຂົາ​ເຈົ້າ​ຫວັງຢາກ​ໄດ້​ຍິນ​ຄຳ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ອາ​ໄສ​ທ່ານ! ຂ້າ​ພະ​ເຈົ້າ​ອາ​ໄສ​ທ່ານ!”

ແທ້​ຈິງ​ແລ້ວ ມີ​ຫລາຍ​ຄົນ​ຢາກ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ເຂົ້າ​ເຈົ້າ. ເຂົາ​ເຈົ້າ​ຢາກ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຢາກ​ທຸ້ມ​ເທ​ເຫື່ອ​ແຮງ​ຂອງ​ເຂົາ​ເຈົ້າ ໃສ່​ໃນ​ການ​ຕຽມ​ໂລກ​ນີ້​ ເພື່ອ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຂົາ​ເຈົ້າ​ຢາກ​ສ້າງ​ສາສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ແຕ່​ເຂົາ​ເຈົ້າ​ລັງ​ເລ​ໃຈ​ທີ່​ຈະ​ເລີ່ມຕົ້ນ. ສ່ວນ​ຫລາຍ​ ເຂົາ​ເຈົ້າ​ຈະ​ຖ້າ​ໃຫ້​ຖືກຖາມ​ກ່ອນ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄິດ​ເຖິງ​ຄົນ​ທີ່​ຢູ່​ໃນ​ສາ​ຂາ ​ແລະ ​ຫວອດ​ຂອງ​ທ່ານ, ໃນ​​ເຂດ​ເຜີຍ​ແຜ່ ​ແລະ ​ສະ​ເຕກ​ຂອງ​ທ່ານ, ຊຶ່ງ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຍິນ​ການ​ຮຽກ​ຮ້ອງ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທຳ​ງານ​ໃນ​ການ​ຕຽມເຂົາ​ເຈົ້າ​ໃຫ້​ມີ​ຈິດ​ໃຈ​ອ່ອນ​ໂຍນ. ຈົ່ງ​ຊອກ​ຫາ​ເຂົາ​ເຈົ້າດ້ວຍ​ການ​​ເບິ່ງດ້ວຍ​ໃຈ​ຂອງ​ທ່ານ.

ຈົ່ງ​ຊ່ວຍ​ເຂົາ​ເຈົ້າ. ສອນ​ເຂົາ​ເຈົ້າ. ດົນໃຈ​ເຂົາ​ເຈົ້າ. ຖາມ​ເຂົາ​ເຈົ້າ.

ຈົ່ງ​ແບ່ງ​ປັນ​ຄຳ​ເວົ້າ​ຂອງ​ທູດ​ສະ​ຫວັນ​ກັບ​ແອມ​ມິວ​ເລັກ—ເພື່ອ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຫລັ່ງ​ໄຫລ​ມາ​ຫາ​ເຂົາ​ເຈົ້າ ​ແລະ ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.11 ທ່ານ​ອາດ​ຈະ​ແປກ​ໃຈ​ ເມື່ອ​ທ່ານ​ພົບ​ຜູ້​ຮັບ​ໃຊ້​ທີ່ກ້າ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ບໍ່​ເປັນ​ແນວ​ນີ້ ​ເຂົາ​ເຈົ້າ​ອາດ​ຈະ​ຢູ່​ໃນ​ທີ່​ລີ້​ລັບ​ຕະ​ຫລອດ​ໄປ.

“ເຮົາ​ເປັນ​ເໝືອນແອມ​ມິວ​ເລັກ​ແນວ​ໃດ?

​​ໃນ​ຂະນະ​ທີ່​ບາງ​ຄົນ​ຄວນສະ​ແຫວງ​ຫາ​ແອມ​ມິວ​ເລັກ ແຕ່​ສຳ​ລັບ​ບາງ​ຄົນ ​ຄຳ​ຖາມ​ອາດ​ເປັນວ່າ “ເຮົາ​ເປັນ​ເໝືອນ​ແອມ​ມິວ​ເລັກ​ແນວ​ໃດ?”

ຫລາຍ​ປີ​ມາ​ແລ້ວ ທ່ານ​ອາດ​ເປັນ​ສາ​ນຸ​ສິດ​ທີ່​ບໍ່​ເອົາ​​ໃຈ​ໃສ່​ປານ​ໃດ. ບາງ​ທີ​ຄວາມ​ແຮງ​ກ້າ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ອາດ​ເສື່ອມ​ລົງ. ບາງ​ທີ​ທ່ານ​ອາດ​ຫລຸດ​ຖອຍ​ຈາກ​ສາດສະໜາ​ຈັກ. ບາງ​ທີ​ທ່ານ​ອາດ​ຄຽດ ຫລື​ ໂກດ​ແຄ້ນ. ເໝືອນ​ດັ່ງ​ສາດ​ສະ​ໜາ​ຈັກບາງ​ແຫ່ງ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ເອ​ເຟ​ໂຊ, ທ່ານ​ອາດ​ປະ​ຖິ້ມ​ຄົນ “ຮັກ​ຜູ້​ທຳ​ອິດ​ຂອງ​ທ່ານ”12—ຊຶ່ງ​ປະ​ເສີດ, ມີ​ຄວາມ​ຈິງ​ນິ​ລັນ​ດອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ບາງ​ທີ ທ່ານ​ເປັນ​ເໝືອນ​ແອມ​ມິວ​ເລັກ, ທ່ານ​ຮູ້​ໃນ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ “ເອີ້ນ​ທ່ານ​ຫລາຍ​ເທື່ອ” ແຕ່​ທ່ານ​ “ທຳ​ທ່າ​ບໍ່​ໄດ້​ຍິນ.”

ເຖິງ​ຢ່າງ​ໃດ​ກໍ​ດີ, ພຣະ​ຜູ້​ເປັນ​ເຈົ້າ​ຫລິງ​​ເຫັນ​ຄວາມ​ສາມາດ​ໃນຕົວ​ທ່ານ ​ດັ່ງ​ທີ່​ພຣະອົງ​ເຫັນ​ໃນ​ຕົວ​ແອມ​ມິວ​ເລັກ​—​ທີ່​ຈະ​ກາຍ​ເປັນ​ຄົນ​ຮັບ​ໃຊ້​ທີ່​ກ້າ​ຫານ​ໃນ​ວຽກ​ງານ​ອັນ​ສຳ​ຄັນ. ມີ​ຫລາຍ​ຄົນ​ທີ່​ຕ້ອງ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ບໍ່​ມີ​ຄົນ​ໃດ​ທີ່​ຈະ​ຮັບ​ໃຊ້​ຄື​ກັນ​ກັບ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງ​ໃຈ​ທ່ານ​ກັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ທີ່​ມີ​ຄວາມ​ສາມາດ​ອັນ​ສັກ​ສິດ​ໃນ​ການ​ທີ່​ຈະ​ເປັນ​ພອນ​​ ແລະ ​ຊ່ວຍ​ເຫລືອ​ຄົນ​ອື່ນ.

ການ​ເດີນ​ທາງ​ຂອງ​ສະ​ມາ​ຊິກ​ຄົນ​ໜຶ່ງ

ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ການ​ເດີນ​ທາງ​ຂອງ​ອ້າຍ​ນ້ອງ​ຄົນ​ໜຶ່ງ ຊຶ່ງ​ຖາມ​ຕົນ​ເອງ​ວ່າ “ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ໄດ້​ຍິນ​ພຣະ​ອົງ​ບໍ່?” ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ຊື່​ອ້າຍ​ນ້ອງ​ທີ່​ດີ​ຄົນ​ນີ້​ວ່າ ເດວິດ.

ເດວິດ​ເປັນ​ສະ​ມາ​ຊິກ​ໂບດ​ໄດ້​ປະ​ມານ 30 ປີ​ແລ້ວ. ​ລາວ​ໄດ້​ໄປ​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແລ້ວ​ໄປ​ໂຮງ​ຮຽນ​ກົດ​ໝາຍ. ເມື່ອ​​ລາວກຳ​ລັງ​ສຶກ​ສາ​​ ແລະ ​ຫາ​ລ້ຽງ​ຄອບ​ຄົວ​ໜຸ່ມ​ຂອງ​​ລາວນັ້ນ ​ລາວມີ​ຄວາມ​ສັບ​ສົນ​ຫລັງ​ຈາກ​ທີ່​​ລາວໄດ້​ພົບ​ຂໍ້​ມູນ​ອັນ​ໜຶ່ງ​ກ່ຽວ​ກັບ​ສາດ​ສະ​ໜາຈັກ. ​ເມື່ອລາວອ່ານ​ໜັງ​ສື​ທີ່​ເປັນ​ທາງ​ລົບ​ນັ້ນ​ຫລາຍ​ເທົ່າ​ໃດ ​ລາວຍິ່ງ​ມີ​ຄວາມ​ວຸ້ນ​ວາຍ​ໃຈ​ຫລາຍ​ເທົ່າ​ນັ້ນ. ຈົນ​ຕໍ່​ມາ​​ລາວ​ໄດ້ຂໍ​ຮ້ອງ​ໃຫ້​ເອົາ​ຊື່​ຂອງ​​ລາວອອກ​ຈາກ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ.

ແຕ່​ນັ້ນ​ມາ ເໝືອນ​ກັບ​ແອວ​ມາ​ໃນ​ສະ​ໄໝ​ຫົວ​ດື້​ຂອງ​​ເພິ່ນ ທ້າວ​ເດວິດ​ໄດ້​ໃຊ້​ເວ​ລາ​ຖົກ​ຖຽງ​ກັບ​ສະ​ມາ​ຊິກ​ໂບດ​ທາງ​ອິນ​ເຕີ​ເນັດ, ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະທ້າ​ທາຍ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ.

​ລາວເກັ່ງ​ໃນ​ເລື່ອງ​ນີ້.

ຂ້າ​ພະ​ເຈົ້າ​ໃຫ້​ນາມ​ສົມ​ມຸດ​ກັບ​ສະ​ມາ​ຊິກ​ຄົນ​ໜຶ່ງ​ທີ່​​ລາວ​ຖົກ​ຖຽງ​ນຳ​ນັ້ນ​ວ່າ ທ້າວ​ເຈ​ຄອບ. ເຈ​ຄອບ​ເປັນ​ຄົນ​ມີເມດ​ຕາ ​ແລະ ​ເຄົາ​ລົບ ທ້າວເດວິດ​ສະ​ເໝີ. ແຕ່​​ລາວເດັດ​ດ່ຽວ​ໃນ​ການ​ປົກ​ປ້ອງ​ສາດ​ສະ​ໜາ​ຈັກ.

ຫລາຍ​ປີ​ຜ່ານ​ໄປ ທ້າວ​ເດວິດ ​ແລະ ທ້າວ​ເຈ​ຄອບ ໄດ້​ມີ​ຄວາມ​ເຄົາ​ລົບ​​ ແລະ ​ມິດ​ຕະ​ພາບ​ຕໍ່​ກັນ. ສິ່ງ​ທີ່​ເດວິດ​ບໍ່​ເຄີຍ​ຮູ້​ຄື​ວ່າ ທ້າວເຈ​ຄອບ​ໄດ້​​ອະ​ທິ​ຖານ​ສຳລັບ​ທ້າວເດວິດ​ຢ່າງ​ບໍ່​ລົດ​ລະ​ເປັນ​ເວ​ລາ​ຫລາຍ​ກວ່າ​ສິບ​ປີ. ​ລາວຍັງ​ໄດ້​ຂຽນ​ຊື່​ຂອງ​​ທ້າວ​ເດ​ວິດໃສ່​ໃນເຈ້ຍ​ອະ​ທິ​ຖານ​ ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້ານຳ​ອີກ ດ້ວຍ​ຄວາມ​ຫວັງ​ວ່າ ຈິດ​ໃຈ​ຂອງ​ທ້າວເດວິດ​ຈະ​ຖ່ອມລົງ.

ເວ​ລາ​ຕໍ່​ມາ ທ້າວເດວິດ​ກໍ​ໄດ້​ປ່ຽນ​ຢ່າງ​ຊ້າໆ. ​ລາວເລີ່ມ​ຈື່​ຈຳ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​​ລາວເຄີຍ​ມີ. ​ລາວ​ໄດ້ຫວນຄິດ​ເຖິງ​ຄວາມ​ສຸກ​ທີ່​​ລາວ​ເຄີຍ​ມີ​ເມື່ອ​​ລາວ​ເປັນ​ສະ​ມາ​ຊິກ​ໂບດ.

ເໝືອນ​ກັບ​ແອວ​ມາ ທ້າວເດວິດ​ບໍ່​ເຄີຍ​ລືມ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ​ ທີ່​​ລາວເຄີຍມີມາ​ກ່ອນ​ເລີຍ. ​ແລະ ​ເໝືອນ​ກັນ​ກັບ​ແອມ​ມິວ​ເລັກ ທ້າວເດວິດ​ຮູ້​ສຶກ​​ເຖິງຄວາມ​ສຳ​ພັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບັດ​ນີ້​​ທ້າວ​ເດ​ວິດ​ໄດ້​ກາຍ​ເປັນຫຸ້ນ​ສ່ວນໃນ​ສຳ​ນັກ​ງານ​ທະ​ນາຍ​ຄວາມ​ແຫ່ງ​ໜຶ່ງ—ຊຶ່ງ​ເປັນ​ງານ​ທີ່​ມີ​ຊື່​ສຽງ. ບັດ​ນີ້​ໃຜໆ​ກໍ​ຮູ້​ດີ​ວ່າ ​ລາວ​ເປັນຄົນ​ວິ​ຈານ​ສາດ​ສະ​ໜາ​ຈັກ ​ແລະ ​​ລາວກໍ​ມີ​ຄວາມ​ທະ​ນົງ​ໃຈ ​ເກີນ​ກວ່າ​ທີ່​ຈະ​ຂໍ​ເປັນ​ສະ​ມາ​ຊິກ​ຄືນ​ໃໝ່.

​ເຖິງຢ່າງ​ໃດ​ກໍ​ດີ, ​ລາວ​ເລີ່ມ​ຮູ້​ສຶກ​ເຖິງ​ຄວາມ​ຈູງ​ໃຈ​ຂອງພຣະຜູ້​ລ້ຽງ.

​ລາວເຊື່ອ​ແທ້ໆໃນ​ພຣະ​ຄຳ​ພີ ທີ່​ວ່າ “ຖ້າ​ພວກ​ທ່ານ​ຂາດ​ປັນ​ຍາ ໃຫ້​ທູນ​ຖາມ​ພຣະ​ເຈົ້າ ຜູ້​​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ລຸນາ ​​ແລະ ​ບໍ່​​ກ່າວ​ຕິ ​ແລະ ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ.”13 ​ລາວອະ​ທິ​ຖານ​ວ່າ “ຂ້າ​ແດ່​ພຣະອົງ​ເຈົ້າ ຂ້າ​ນ້ອຍ​ຢາກ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ອີກ ແຕ່​ຂ້າ​ນ້ອຍ​ຢາກ​ຮູ້​ຄຳ​ຕອບ​ກ່ອນ.”

​ລາວ​ເລີ່ມຟັງ​ສຽງ​ຊຶ່ມຂອງ​ພຣະ​ວິນ​ຍານ ​ແລະ ​ຄຳ​ຕອບ​ທີ່​ດົນໃຈ​ຂອງ​ໝູ່​ເພື່ອນ​ທີ່​ລາວ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ. ເທື່ອ​ແລ້ວ ເທື່ອ​ເລົ່າ ຄວາມ​ສົງ​ໄສ​ຂອງ​​ລາວໄດ້​ກາຍ​ເປັນ​ສັດ​ທາ ຈົນ​ທີ່​ສຸດ​​ ​ລາວສຳ​ນຶກ​ໄດ້ ອີກ​ຄັ້ງ​ໜຶ່ງ ​ລາວຮູ້​ສຶກ​​ມີປະ​ຈັກ​ພະ​ຍານ​​ເຖິງ​ພຣະ​ເຢ​ຊູ​ຄຣິດ ​ແລະ ​​ເຖິງສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ຂອງ​ພຣະອົງ.

ມາ​ເຖິງ​ຈຸດ​ນັ້ນ ​ລາວ​ຮູ້​ວ່າ ​ລາວ​ຕ້ອງ​ລືມ​ຄວາມ​ທະ​ນົງ​ໃຈຂອງ​​ລາວ ​ແລະ ​ເຮັດ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ ເພື່ອ​ຈະ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ໃໝ່.

ຕໍ່​ມາ ທ້າວ​ເດວິດ​ກໍ​ໄດ້ຮັບ​ບັບຕິ​ສະມາ ​ແລະ ຕັ້ງ​ໜ້າ​ລໍ​ຄອຍທີ່​ຈະ​ໄດ້​ຮັບ​ພອນຢ່າງ​ອື່ນໆ​ອີກ.

ຂ້າ​ພະ​ເຈົ້າ​ດີ​ໃຈ ທີ່​ຈະ​ລາຍ​ງານ​ວ່າ ໃນ​ລະ​ດູ​ຮ້ອນ​ທີ່​ຜ່ານ​ມາ​ນີ້ ພອນຢ່າງ​ອື່ນໆ​ກໍ​ໄດ້​ມາ​ສູ່​ທ້າວເດວິດ​ອີກ​ຄັ້ງ. ​ລາວ​ເປັນ​ຄົນ​ເຂັ້ມ​ແຂງ​ໃນ​ໂບດ​ອີກ ​ແລະ ​ຕອນ​ນີ້​​ລາວ​ເປັນ​ຜູ້​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຢູ່ໃນ​ຫວອດ​ຂອງ​​ລາວ. ​ລາວສວຍ​ໂອ​ກາດ​ຕະ​ຫລອດ​ທີ່​ຈະ​ໂອ້​ລົມ​ກັບ​ຄົນ​ອື່ນ​ໃນ​ການ​ກັບ​ໃຈ​ຂອງ​​ລາວ, ໃນ​ການ​ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ທີ່​ຕົນ​​ໄດ້ເຮັດ ​ແລະ ເປັນ​ປະ​ຈັກ​ພະ​ຍານ​​ເຖິ​ງພຣະກິດ​ຕິ​ຄຸນ​ຂອງພຣະ​ເຢ​ຊູ​ຄຣິດ.

ສະຫລຸບ

ອ້າຍ​ເອື້ອຍ​ນ້ອງ​, ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ສະ​ແຫວງ​ຫາ, ຊອກ​ຫາ, ດົນ​ໃຈ, ​ແລະ ​ເພິ່ງ​ພາ​ຄົນ​ແບບ​ແອມ​ມິວ​ເລັກ​ ຢູ່ໃນ​ຫວອດ ​ແລະ ​ໃນ​ສະ​ເຕກ​ຂອງ​ເຮົາ. ໃນ​ສາດ​ສະ​ໜາ​ຈັກ​ປະ​ຈຸ​ບັນນີ້ ມີ​ຫລາຍໆ​ຄົນ​ທີ່​ຄື​ແອມ​ມິວ​ເລັກ.

ບາງ​ທີ ທ່ານ​ອາດ​ຮູ້​ຜູ້​ໜຶ່ງ. ບາງ​ທີ ທ່ານ​ກໍ​ເປັນ​ຜູ້​ໜຶ່ງ.

ບາງ​ທີ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊຶ່ມ​ໃສ່​ຫູ​ທ່ານ​ຕະ​ຫລອດ ໄດ້​ເຕືອນ​ທ່ານ​ໃຫ້​ກັບ​ຄືນ​ຫາພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ, ບໍ​ລິ​ຈາກ​ພອນ​ສະ​ຫວັນ​ຂອງ​ທ່ານ, ປະ​ຕິ​ບັດ​ຖາ​ນະ​ປະ​ໂລ​ຫິດ​ດ້ວຍ​ຄວາມ​ຊອບ​ທຳ, ​ແລະ ​ຮັບ​ໃຊ້​ຄຽງ​ຂ້າງ​ກັບ​ສະ​ມາ​ຊິກ​ໃນ​ໂບດ​ ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ໃກ້​ຊິດ​ກັບ​ພຣະ​ເຢ​ຊູ​ຄຣິດ ​ແລະ ​​ໃນການ​ເສີມ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ​ນີ້.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ​ທ່ານ​ຢູ່​ໃສ. ພຣະ​ອົງ​ຮູ້​ໃຈ​ຂອງ​ທ່ານ. ພຣະ​ອົງ​ປະ​ສົງ​ທີ່​ຈະ​ຊ່ວຍ​ກູ້​ທ່ານ. ພຣະ​ອົງ​ຈະ​ຊ່ວຍ​ທ່ານ​. ຈົ່ງ​ເປີດ​ໃຈ​ຮັບ​ພຣະອົງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ໃດ​ທີ່​ຫລົງ​ທາງ​ຈາກ​ການ​ເປັນ​ສາ​ນຸ​ສິດ—ແມ້​ແຕ່​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ—ຈະ​ໄຕ່​ຕອງ​ເຖິງພຣະຄຸນ​ຄວາມ​ດີ ​ແລະ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ເປີດ​ໃຈ​ຂອງ​ເຂົາ​ເຈົ້າ, ຮຽນ​ຮູ້​ຈາກ​ແອວ​ມາ ​ແລະ ແອມ​ມິວ​ເລັກ, ​ແລະ ​ມາ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຊີ​ວິດ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.”

ຂ້າ​ພະ​ເຈົ້າ​ຂໍ​ຊັກ​ຊວນ​ທ່ານ​ໃຫ້​ເຮັດ​ຕາມ​ການ​ຮຽກ​ຮ້ອງຂອງ​ພຣະອົງ, ແນ່​ນອນ​, ທ່ານ​ຈະ​ໄດ້​ຮັບຜົນ​ເກັບ​ກ່ຽວຈາກ​ສະ​ຫວັນ. ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຫລັ່ງ​ໄຫລ​ມາ​ຫາ​ທ່ານ ​ແລະ ຄອບ​ຄົວທ່ານ.14

ຂ້າ​ພະ​ເຈົ້າ​ຂໍ​​ເປັນ​ພະຍານ ​ແລະ ຂໍອວຍ​ພອນ​ທ່ານ ​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກຄົນ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃນ​ພຣະນາມ​ຂອງພຣະ​ເຢ​ຊູ​ຄຣິດ​, ອາແມນ.