​2010–2019
ຈົ່ງ​ລຸກຂຶ້ນໃນ​ຄວາມ​ເຂັ້ມ​ແຂງ, ​ເອື້ອຍນ້ອງ​ໃນ​ຊີ​ໂອນ
​ເດືອນ​ຕຸລາ 2016


ຈົ່ງ​ລຸກຂຶ້ນໃນ​ຄວາມ​ເຂັ້ມ​ແຂງ, ​ເອື້ອຍນ້ອງ​ໃນ​ຊີ​ໂອນ

​​ໃນ​ການ​ເປັນ​ຜູ້​ຮັກສາ​ພັນທະ​ສັນຍາ​ທີ່​ເຫລື້ອມ​ໃສ, ​ເຮົາ​ຕ້ອງ​ສຶກສາຄຳ​ສອນ​ອັນ​ສຳຄັນຂອງ​ພຣະກິດ​ຕິ​ຄຸນ ​ແລະ ມີ​ປະຈັກ​ພະຍານ​ຢ່າງ​ບໍ່​ຫວັ່ນ​ໄຫວ ເຖິງຄວາມ​ຈິງຂອງ​ມັນ.

ຊ່າງ​ເປັນຄວາມ​ສຸກ​ແທ້ໆ ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່​ນີ້ ຮ່ວມ​ກັບ​ເດັກ​ຜູ້ຍິງ, ຍິງ​ໜຸ່ມ, ​ແລະ ສະຕີ​ທັງຫລາຍ​ຂອງ​ສາດສະໜາ​ຈັກ. ພວກ​ເຮົາ​ກໍ​ຍັງ​ຮູ້​ວ່າ ມີ​​ເອື້ອຍ​ນ້ອງຄົນ​ອື່ນ​ໆຫລາຍ​ພັນ​ຄົນຕື່ມ​ອີກ ທີ່​ໄດ້​​ມາເຕົ້າ​ໂຮມ​ກັນ​ເປັນ​ກຸ່ມໆ ຢູ່ຕະຫລອດ​ທົ່ວ​ໂລກ ​ເພື່ອ​ຮັບ​ຊົມ​ຮັບ​ຟັງ ລາຍການ​ນີ້, ​ແລະ ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ໂອກາດ ​ແລະ ວິທີ​ທາງ​ທີ່​ໃຫ້​ພວກ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ ​ໃນ​ຄວາມ​ເປັນ​ໜຶ່ງ ​ແລະ ​ໃນ​ຈຸດປະສົງ​ດຽວ​ກັນ ​ໃນ​ຄ່ຳ​ຄືນ​ນີ້.

​ໃນ​ເດືອນ​ຕຸລາ ປີ 2006, ປະ​ທານກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ປາ​ໄສ ມີ​ຫົວ​ຂໍ້​ວ່າ “ຈົ່ງ​ລຸກຂຶ້ນ, ​ໂອ້ ບຸລຸດ​ຂອງ​ພຣະ​ເຈົ້າ,” ​ຕາມ​ເພງ​ສວດ ທີ່​​ໄດ້​ແຕ່ງ​ຂຶ້ນ​ໃນ​ປີ 1911.1 ມັນ​​ໄດ້​ເປັນ​ການ​ເອີ້ນ​​ໃຫ້​ປະຕິບັດ ສຳລັບ​ຜູ້​ຊາຍ​ຂອງ​ສາດສະໜາ​ຈັກ ​ເພື່ອ​ໃຫ້​ລຸກຂຶ້ນ ​ແລະ ພັດທະນາ​ຕົນ. ຄຳ​ປາ​ໄສ​ນັ້ນ ​ໄດ້​ດັງກ້ອງ​ຢູ່​ໃນ​​ໃຈ​ຂອງ​ຂ້າພະ​ເຈົ້າ ​ໃນຂະນະ​ທີ່​ຂ້າພະ​ເຈົ້າອະທິຖານ ຢາກ​ຮູ້​ສິ່ງ​ທີ່​ຂ້າພະ​ເຈົ້າຄວນ​ເອົາ​ມາ​ແບ່ງປັນ​ກັບ​ທ່ານ.

​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ຊີວິດ​ຢູ່​ໃນ “ວັນ​ເວລາ​ທີ່​ອັນຕະລາຍ.”2 ສະພາບ​ການ​ຂອງ​ວັນ​ເວລາ​ຂອງ​ເຮົາ ບໍ່​ຄວນ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ປະຫລາດ​ໃຈ. ມັນ​ໄດ້​ຖືກ​ບອກ​ໄວ້​ລ່ວງ​ໜ້າ​ກ່ອນ​ແລ້ວ ​ເປັນ​ເວລາ​ຫລາຍພັນ​ປີ ​ເພື່ອເປັນ​ຄຳ​ເຕືອນ​ໃຈ ​ແລະ ການ​ຕັກ​ເຕືອນ ​​ໃຫ້​ເຮົາ​ຕຽມ​ພ້ອມ. ບົດ​ທີ 8 ຂອງ​ໜັງສື​ມໍ​ມອນ ​ໄດ້​ບັນຍາຍ​ຢ່າງບໍ່​ຜິດ​ພ້ຽນ ​ແບບ​ອຶດ​ອັດ​ໃຈ ​ເຖິງ​ສະພາບ​ຂອງ​ວັນ​ເວລາ​ຂອງ​ເຮົາ. ​ໃນ​ບົດ​ນີ້, ​ໂມ​ໂຣ​ໄນ​ກ່າວ​ວ່າ ​ເພິ່ນ​ໄດ້​ເຫັນ​ວັນ​ເວລາ​ຂອງ​ເຮົາ, ​ແລະ ມັນ​ຮ່ວມ​ດ້ວຍ​ສົງຄາມ ​ແລະ ຂ່າວ​ລື​ກ່ຽວ​ກັບ​ສົງຄາມ, ພິດ​ຮ້າຍໃນ​ອາກາດ, ການ​ຂ້າ​ຟັນ, ການ​ລັກຂະ​ໂມຍ, ​ແລະ ຜູ້​ຄົນ​ຈະ​ບອກ​ວ່າ ບໍ່​ມີສິ່ງ​ໃດ​ຖືກ ຫລື ຜິດ ​ໃນ​ສາຍພຣະ​ເນດຂອງ​ພຣະ​ເຈົ້າ. ​ເພິ່ນ​ໄດ້​ບັນຍາຍ​ເຖິງ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທະ​ນົງ​ໃຈ, ​ເປັນ​ຫ່ວງ​ນຳ​ການ​ນຸ່ງ​ຖື​ເຄື່ອງ​ທີ່​ມີ​ລາຄາ​ແພງ, ​ແລະ ຜູ້​ທີ່​ຫົ​ວ​ເຍາະ​ເຍີ້​ຍສາ​ດສະໜາ. ​ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ທີ່ຫລົງ​ໄຫລ​ນຳ​ສິ່ງ​ທີ່​ເປັນ​ຂອງໂລກ ຈົນ​ເຂົາຍອມ “​ໃຫ້​ຄົນ​ຂັດ​ສົນ, ​ແລະ ຄົນ​ເປືອຍ​ເປົ່າ, ​ແລະ ຄົນ​ເຈັບ​ປ່ວຍ, ​ແລະ ຄົນ​ເປັນ​ທຸກ​ຜ່ານ​ເຂົາໄປ”3 ​ໂດຍ​ທີ່​ບໍ່​ຫລຽວ​ແລ​​ເຂົາ​ເຈົ້າ.

​ໂມ​ໂຣ​ໄນ​ໄດ້ຖາມ​ເຮົາ ​ໃນ​ຄຳ​ຖາມ​ທີ່​ໃຫ້​ເຮົາສຳ​ຫລວດ​ຕົນ​ເອງ ​ໃນ​ວັນ​ເວລາ​ນີ້. ​ເພິ່ນ​ກ່າວ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ອັບອາຍ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງພຣະຄຣິດ?”4 ຄຳ​ຖາມ​ຂໍ້​ນີ້ ບັນຍາຍ​ຢ່າງ​ຖືກຕ້ອງ ​ເຖິງ​ສະພາບ​ຂອງ​ໂລກ​ຂອງ​ເຮົາ.

​ໂຈ​ເຊັບ ສະ​ມິດ—ມັດ​ທາຍ ຊີ້​ບອກ​ວ່າ ​ໃນ​ຍຸກ​ສຸດ​ທ້າຍ ​ແມ່ນ​ແຕ່ “ຜູ້​ໄດ້​ຖືກ​ເລືອກ​ໄວ້​ຕາມ​ພັນທະ​ສັນຍາ”5 ຈະ​ຖືກ​ຫລອກ​ລວງ. ບຸກຄົນ​ແຫ່ງ​ພັນທະ​ສັນຍາ​ເຫລົ່ານັ້ນ​ແມ່ນ​ຮ່ວມ​ດ້ວຍ ​ເດັກນ້ອຍ​ຜູ້ຍິງ, ຍິງ​ໜຸ່ມ, ​ແລະ ສະຕີ ຂອງ​ສາດສະໜາ​ຈັກ ຜູ້​ໄດ້​ຮັບ​ບັບຕິ​ສະມາ ​ແລະ ​ໄດ້​ເຮັດ​ພັນທະ​ສັນຍາ ນຳພຣະບິດາ​ເທິງ​ສະຫວັນ​ແລ້ວ. ​ແມ່ນ​ແຕ່​ ​ເຮົາ ​ກໍ​ຢູ່​ໃນ​ຂັ້ນອັນຕະລາຍ ຂອງ​ການ​ຖືກ​ຫລອກ​ລວງ ​ໂດຍ​ຄຳ​ສອນ​ເທັດ.

​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າບໍ່​ເຊື່ອ​ວ່າ ສະພາບ​ການຈະ​ດີ​ຂຶ້ນ​ໄປ​ຂ້າງ​ໜ້າ. ຖ້າ​ຫາກ​ສະພາບ​ການ​ເປັນ​ຢູ່​ແບບ​ນີ້, ​ເຮົາ​ຕ້ອງ​ຕຽມ​ສຳລັບ​ມໍ​ລະ​ສຸມ ທີ່ຢູ່​ຂ້າງ​ໜ້າ. ອາດ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ມີ​ຄວາມ​ທໍ້ຖອຍ​ໃຈ, ​ແຕ່​ໃນ​ຖານະ​ທີ່​ເປັນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນຍາ, ​ເຮົາ​ບໍ່​ຄວນ​ທໍ້ຖອຍ​ໃຈ. ດັ່ງ​ທີ່ ​ແອວ​ເດີ ​ແກຣີ ອີ ສະຕີບ​ເວັນ​ສອນ ​ໄດ້​ກ່າວ​ວ່າ, “ການ​ທົດ​ແທນ​ຢ່າງ​ເພື່ອ​ແຜ່​ຂອງ​ພຣະບິດາ​ເທິງ​ສະຫວັນສຳລັບ​ເຮົາ ຜູ້ມີ​ຊີວິດ​ຢູ່ ​ໃນ​ວັນ​ເວລາ​ທີ່​ອັນຕະລາຍ ​ແມ່ນ​ວ່າ ​ເຮົາກໍ​ມີຊີວິດຢູ່​ ​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ​ຄື​ກັນ.”6 ຂ້າພະ​ເຈົ້າມັກ​ຄຳ​ປອບ​ໂຍນ​ນີ້.

ປະທານຣະ​ໂຊ ​ເອັມ ​​ແນວສັນ ​ໄດ້​ບອກ​ເຮົາ ​ປີ​ກາຍ​ນີ້ວ່າ: “ການ​ໂຈມ​ຕີ​ສາດສະໜາ​ຈັກ ກ່ຽວ​ກັບ​ຄຳ​ສອນ ແລະ​ ວິຖີ​ຊີວິດ​ຂອງ​ເຮົາ​ຈະ​ນັບ​ມື້​ນັບທະວີ​ຂຶ້ນ. ຍ້ອນ​ເຫດ​ນີ້ ພວກ​ເຮົາຕ້ອງ​ການ​ຜູ້ຍິງ​ທີ່​ມີ​ຄວາມ​ເຂົ້າໃຈ​ທ່ຽງ​ແທ້​ກ່ຽວ​ກັບຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ​ ຜູ້​ທີ່​ຈະ​ໃຊ້​ຄວາມ​ເຂົ້າ​ໃຈ​ນັ້ນ​ໄປ​ສອນ ແລະ​ ລ້ຽງ​ດູ​ລຸ້ນຄົນ​ທີ່​ສາມາດ​ຕ້ານທານ​ກັບ​​ຄວາມ​ບາບ​ໄດ້. ພວກ​ເຮົາ​ຕ້ອງ​ການ​ຜູ້​ຍິງ​ທີ່​ຈະ​ສືບ​ຮູ້​ກົນອຸບາຍ​ຫລອກ​ລວງ​ຕ່າງໆ. ພວກ​ເຮົາ​ຕ້ອງ​ການ​ຜູ້​ຍິງ ທີ່​ເຫັນ​ທາງ​ຊ່ວຍ​ເຫລືອ​ຈາກ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໄປ​ຊ່ວຍ​ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ຜູ້​ທີ່ສະ​ແດງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ ​ແລະ​ ດ້ວຍຄວາມ​ໃຈ​ບຸນ. ພວກ​ເຮົາ​ຕ້ອງ​ການຜູ້​ຍິງ​ ທີ່​ມີ​ຄວາມ​ກ້າ​ຫານ ​ແລະ ​ເຂົ້າໃຈ​ເໝືອນ​ດັ່ງ​ແມ່​ເອວາ​ຂອງ​ພວກ​ເຮົາ.”7

ຂ່າວ​ສານ​ນີ້ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເຖິງ​ແມ່ນ​ສະພາບ​ການ​ຂອງ​ວັນ​ເວລາ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ​ແຕ່​ເຮົາ​ມີ​ຫລາຍ​ເຫດຜົນ ທີ່​ຈະ​ປິ​ຕິ​ຍິນ​ດີ ​ແລະ ຄິດ​ໃນ​ແງ່​ດີ. ຂ້າພະ​ເຈົ້າ​ເຊື່ອ​ດ້ວຍ​ສຸດ​ໃຈ​ວ່າ ​ເຮົາ​ມີ​ພະລັງ​ມາຕັ້ງ​ແຕ່​ເກີດ ​ແລະ ມີ​ສັດທາ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສາມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ​ໃນ​ການ​ດຳລົງ​ຊີວິດ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ຊິດ​ສ​ະ​ເຕີ ​ແຊຣີ ດູ ​ໄດ້​ຂຽນ​ວ່າ, “ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ໃນ​ນາທີ​ທີ່​ເຮົາ​ຮຽນ​ທີ່​ຈະ​ປ່ອຍ​ອິດ​ທິພົນ​ທັງ​ໝົດ​ແຫ່ງ​ການ​ເຫລື້​ອມ​ໃສ​ອອກ​ໄປ, ​ໃນການ​ເປັນສະຕີ​ທີ່​ຮັກສາ​ພັນທະ​ສັນຍາ, ​ແລ້ວ​ອານາຈັກ​ຂອງ​ພຣະ​ເຈົ້າຈະ​ປ່ຽນ​ແປງ​ພາຍ​ໃນ​ຂ້າມ​ຄືນ.”8

ມັນ​ຈະ​ເປັນຄວາມ​ພະຍາຍາມ​ທີ່​ພ້ອມ​ໃຈ​ກັນ ກ່ອນ​ຈະ​ເຫລື້ອມ​ໃສ​ໄດ້ ​ແລ​ະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ. ​ໃນ​ການ​ເຮັດ​ສິ່ງ​ນີ້, ​ເຮົາ​ຕ້ອງ​ເປັນ​ເດັກນ້ອຍ​ຜູ້ຍິງ ​ແລະ ​ເປັນ​ສະຕີ ທີ່​ສຶກສາ​ຄຳ​ສອນ​ອັນ​ສຳຄັນ ຂອງ​ພຣະກິດ​ຕິ​ຄຸນ ​ແລະ ມີ​ປະຈັກ​ພະຍານ​ຢ່າງ​ບໍ່​ຫວັ່ນ​ໄຫວ ​ເຖິງຄວາມ​ຈິງ​ຂອງ​ມັນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ມັນ​ມີ​ພື້ນຖານ​ສຳລັບ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງຢູ່​ດ້ວຍ​ກັນສາມ​ຢ່າງ ​ແລະ ຂ້າພະ​ເຈົ້າຄິດ​ວ່າ ມັນ​ສຳຄັນ​ຕໍ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ.

ໜຶ່ງ, ​ເຮົາ​ຕ້ອງ​ມີຄວາມ​ຮູ້​ເຖິ​ງຄວາມ​ສຳຄັນ​ຂອງ​ພຣະ​ເຈົ້າ ພຣະບິດາ​ນິລັນດອນ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຕໍ່​ສັດທາ ​ແລະ ຄວາມ​ລອດ​ຂອງ​ເຮົາ. ພຣະ​ເຢຊູ​ຄຣິດຄື ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ​ເຮົາ​ຕ້ອງ​ສຶກສາ​ ​ແລະ ​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະອົງ ​ແລະ ​ເຖິງ​ວິທີ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ທຸກ​ວັນ; ການ​ກັບ​ໃຈ​ເປັນ​ພອນ​ທີ່​ຢິ່ງ​ໃຫຍ່​ຢ່າງ​ໜຶ່ງ ທີ່​ເຮົາ​ແຕ່ລະຄົນ​ມີ ​ເພື່ອ​ດຳ​ເນີນ​ຕໍ່​ໄປ​ຢູ່​ໃນ​ເສັ້ນທາງ. ​ເຮົາ​ຕ້ອງ​​ເບິ່ງ​ພຣະ​ເຢຊູ​ຄຣິດ ວ່າ​​ເປັນ​ແບບຢ່າງທີ່​ດີ​ ​ແລະ ເປັນ​ຕົວຢ່າງ​ເຖິງ​ຜູ້​ທີ່​ເຮົາ​ຄວນ​ກາຍ​ເປັນ. ​ເຮົາ​ຕ້ອງ​ສອນ​ຄອບຄົວ​ ​ແລະ ຫ້ອງ​ຮຽນ​ຂອງ​ເຮົາ​ຕໍ່​ໄປ ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດອັນ​ຍິ່ງ​ໃຫຍ່​ຂອງ​ພຣະບິດາ, ​ເຊິ່ງຮ່ວມ​ດ້ວຍ​ຄຳ​ສອນ​ຂອງ​ພຣະຄຣິດ.

ສອງ, ​ເຮົາຕ້ອງ​ເຂົ້າ​ໃຈ ຄວາມ​ຈຳ​ເປັນ​ສຳລັບ​ການ​ຟື້ນ​ຟູ​ຄຳ​ສອນ, ການຈັດຕັ້ງ, ​ແລະ ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ​ໃນ​ຍຸກ​ສຸດ​ທ້າຍ​ເຫລົ່າ​ນີ້. ​ເຮົາ​ຕ້ອງ​ມີ​ປະຈັກ​ພະຍານ​ວ່າ ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຖືກ​ເລືອກ​ຈາກ​ສະຫວັນ ​ແລະ ​ໄດ້​ຖືກ​ກຳນົດ​ໂດຍ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ນຳ​ການ​ຟື້ນ​ຟູ​ນີ້​ຄືນ​ມາ ​ແລະ ​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ​ເພິ່ນ​ໄດ້​ຈັດຕັ້ງກຸ່ມ​ສະຕີ​ຂອງ​ສາດສະໜາ​ຈັກຂຶ້ນ ຊຶ່ງ​ເປັນ​ອົງການ​ທີ່​​ເຄີຍ​ມີ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະຄຣິດ ​ໃນ​ສະ​ໄໝ​ບູຮານ.9

​ແລະ ສາມ, ​ເຮົາ​ຕ້ອງ​ສຶກສາ ​ແລະ ​ເຂົ້າ​ໃຈ​ພິທີການ​ຂອງ​ພຣະວິຫານ ​ແລະ ພັນທະ​ສັນຍາ. ພຣະວິຫານ​ມີ​ຄວາມ​ສຳຄັນ ​ໃນ​ຈຸດໃຈກາງ​ຂອງ​ຄວາມ​ເຊື່ອ​ຖື​ທີ່​ສັກສິດ​ຂອງ​ເຮົາ, ​ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ໄປ​ພຣະວິຫານ, ​ໃຫ້​ໄຕ່ຕອງ, ສຶກສາ ​ແລະ ພົບ​ຄວາມ​ໝາຍ​​ ແລະ ນຳ​ໃຊ້​ຄວາມ​ໝາຍ ເປັນ​ສ່ວນ​ຕົວ. ​ເຮົາ​ຈະ​ເຂົ້າ​ໃຈ​ວ່າ ຜ່ານ​ພິທີການ​ຂອງ​ພຣະວິຫານ, ອຳນາດ​ແຫ່ງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ຈະ​ສະ​ແດງ​ໃຫ້​ປະຈັກ ​ໃນ​ຊີວິດ​ຂອງ​ເຮົາ10 ​ແລະ ​ເປັນ​ດັ່ງນັ້ນ ​ເພາະ​ພິທີການ​ຂອງ​ພຣະວິຫານ, ​ເຮົາ​ຈະ​​ໄດ້​ຮັບ​ການ​ປ້ອງ​ກັນ​ດ້ວຍ​ອຳນາດຂອງ​ພຣະ​ເຈົ້າ ​​ແລະ ພຣະນາມ​ຂອງ​ພຣະອົງຈະຢູ່​ກັບ​ເຮົາ, ລັດສະໝີ​ພາບ​ຂອງ​ພຣະອົງຈະ​ຢູ່​ອ້ອມ​ຮອບ​ເຮົາ, ​ແລະ ​ເຫລົ່າ​ທູດ​ຂອງ​ພຣະອົງຈະ​ຮັບຜິດຊອບ​ດູ​ແລ​ເຮົາ.11 ຂ້າພະ​ເຈົ້າສົງ​ໄສ​ ຖ້າ​ຫາກວ່າ​ເຮົາ​ເພິ່ງ​ອາ​ໄສພະລັງ​ຂອງ​ຄຳ​ສັນຍາເຫລົ່າ​ນີ້ຫລື​ບໍ່.

​ເອື້ອຍ​ນ້ອງ​ທັງຫລາຍ, ​ເຖິງ​ແມ່ນ​ຜູ້​ມີ​ອາຍຸ​ນ້ອຍ​ສຸດ ຢູ່​ໃນ​ກອງ​ປະຊຸມ​ນີ້ ກໍ​ສາມາດ​ລຸກຂຶ້ນ​ໃນ​ສັດທາ ​ແລະ ​ເປັນ​ຕົວຢ່າງ​ທີ່​ສຳຄັນ​ໄດ້ ​ໃນ​ການ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ. ​ເດັກນ້ອຍ​ຈະ​ເລີ່​ມມີ​ປະຈັກ​ພະຍານ​ຂອງ​ຕົນ​ເອງ ​ໂດຍ​ການ​ອ່ານ ​ແລະ ຟັງ​ການ​ອ່ານ​ພຣະຄຳ​ພີ, ອະທິຖານ​ທຸກ​ວັນ, ​ແລະ ຮັບ​ສ່ວນ​ສິນລະ​ລຶກ ​ໃນ​ວິທີ​ທີ່​ມີ​ຄວາມ​ໝາຍ. ​ເດັກ​ຍິງ​ນ້ອຍ ​ແລະ ຍິງ​ໜຸ່ມ​ທຸກ​ຄົນ ສາມາດ​ຊຸກຍູ້​ໃຫ້​ມີ​ການ​ສັງ​ສັນ​ໃນ​ຄອບຄົວ ​ແລະ ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ່. ພວກ​ເຈົ້າສາມາດ​ເປັນ​ຄົນ​ທຳ​ອິດ ທີ່​ຄຸ​ເຂົ່າ​ລົງ ​ໃນ​ຂະນະ​ທີ່​ຄອບຄົວ​ຂອງພວກ​ເຈົ້າ​ເຕົ້າ​ໂຮມ​ກັນ​ເພື່ອ​ອະທິຖານ​ເປັນ​ຄອບຄົວ. ​ເຖິງ​ແມ່ນວ່າ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າຈະ​ບໍ່​​ເປັນ​ແບບ​ໃນ​ອຸດົມ​ຄະຕິ​ກໍ​ຕາມ, ​ແຕ່​ຕົວຢ່າງ​ຂອງການ​ດຳລົງ​ຊີວິດ​ຕາມພຣະກິດ​ຕິ​ຄຸນ​ຂອງ​ພວກ​ເຈົ້າ ສາມາດ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ໃນ​ຄອບຄົວ​ພວກ​ເຈົ້າ ​ແລະ ໝູ່​ເພື່ອນ​ໄດ້.

ຍິງ​ໜຸ່ມຂອງ​ສາດສະໜາ​ຈັກ ຕ້ອງ​​ເຫັນຕົວ​ເອງ​ວ່າ​ເປັນ​ພາກສ່ວນ​ທີ່​ສຳຄັນ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ທີ່​ຖືກ​ນຳພາ​ໂດຍ​ຖານະ​ປະ​ໂລຫິດ ​ແລະ ບໍ່​ຄວນ​ເປັນ​ພຽງ​ແຕ່​ຜູ້​ຢືນ​ເບິ່ງ​ຢູ່​ຂ້າງໆ ​ແລະ ​ເປັນ​ຜູ້​ສະໜັບສະໜູນ​ເທົ່າ​ນັ້ນ. ພວກ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ ​ແລະ ​ໄດ້​ຖືກ​​ແຕ່ງຕັ້ງ​ເປັນ​ທາງ​ການ ​ໂດຍ​ຜູ້​ດຳລົງ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ​ເພື່ອ​ໃຫ້​ເປັນ​ຜູ້ນຳ ​ດ້ວຍ​ອຳນາດ ​ແລະ ສິດ​ອຳນາດ ​ໃນ​ວຽກ​ງານ​ນີ້. ​ເມື່ອ​ພວກ​ເຈົ້າຂະຫຍາຍ​ການ​ເອີ້ນ​ຂອງ​ພວກ​ເຈົ້າ ຢູ່​ໃນ​ຕຳ​ແໜ່​ງຝ່າຍ​ປະທານ​ຫ້ອງ ​ແລະ ຕຽມ​ຕົວ​ທາງ​ວິນ​ຍານ​, ​ໃຫ້​ປຶກສາ​ຫາລື​ນຳ​ກັນ, ​ເອື້ອມ​ອອກ​ໄປ​ປະຕິບັດ​ຕໍ່​ສະມາຊິກ​ໃນ​ຫ້ອງ​ຂອງ​ພວກ​ເຈົ້າ, ​ແລະ ສອນ​ພຣະກິດ​ຕິ​ຄຸນ​ໃຫ້​ກັນ​ແລະ​ກັນ, ​ແລ້ວ​ພວກ​ເຈົ້າຈະ​​ໄດ້​ເຮັດ​ພາກສ່ວນ​ຂອງ​ພວກ​ເຈົ້າ ​ໃນ​ວຽກ​ງານ​ນີ້ ​ແລະ ພວກ​ເຈົ້າພ້ອມ​ທັງ​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ ຈະ​ໄດ້​ຮັບ​ພອນ.

ສະຕີ​ທຸກ​ຄົນ ຕ້ອງ​ເຫັນ​ຕົວ​ເອງວ່າ​ເປັນ​ພາກສ່ວນ​ທີ່​ສຳຄັນ ​ໃນ​ວຽກ​ງານ​ຂອງ​ຖານະ​ປະ​ໂລຫິດ. ສະຕີ​ໃນ​ສາດສະໜາ​ຈັກ​ນີ້ ​ເປັນ​ປະທານ, ທີ່​ປຶກສາ, ຄູ​ສອນ, ສະມາຊິກ​ໃນ​ສະພາ, ​ເອື້ອຍ​ນ້ອງ, ​ແລະ ​ເປັນ​ແມ່, ​ແລະ ​ອານາຈັກ​ຂອງ​ພຣະ​ເຈົ້າ ບໍ່​ສາມາດ​ກ້າວໜ້າ ຍົກ​ເວັ້ນ​ແຕ່​ເຮົາຈະ​ລຸກຂຶ້ນ ​ແລະ ​​ເຮັດ​ໜ້າ​ທີ່​ຂອງ​ເຮົາ​ດ້ວຍ​ສັດທາ. ບາງ​ຄັ້ງ ​ເຮົາ​ພຽງ​ແຕ່​ຕ້ອງການ​ມີມະ​ໂນ​ພາບ​ທີ່​ດີ​ເລີດ​ເທົ່າ​ນັ້ນ ​ເຖິງ​ສິ່ງ​ທີ່​ສາມາດ​ເປັນ​ໄປ​ໄດ້​.

ຮູບ​ພາບ
ຊິດ​ສະ​ເຕີ ມັນ​ໂດ​ນາ​ໂດ ກັບ ຊິດ​ສະ​ເຕີ ​ໂອ​ສະກາ​ສັນ

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ສະຕີ​ຄົນ​ໜຶ່ງ​ຢູ່​ປະ​ເທດ ​ແມັກ​ຊິ​ໂກ ຜູ້​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ການ​ຂະຫຍາຍ​ການ​ເອີ້ນ​ຂອງ​ນາງ ດ້ວຍ​ສັດທາ. ມາ​ຟີສາ ມັນ​ໂດ​ນາ​ໂດ ​ໄດ້​ຖືກ​ເອີ້ນ​ໃຫ້​ສອນ​ຫ້ອງ​ຮຽນ​ວັນ​ອາທິດ​ຂອງ​ຊາວ ​ໜຸ່ມ ​ເມື່ອ​ສາມ​ປີ​ກ່ອນ. ມີ​ນັກຮຽນ 7 ຄົນ ມາ​ຫ້ອງ​ຮຽນ​ຂອງ​ນາງ ຕອນ​ນາງ​ໄດ້​ຖືກ​ເອີ້ນ, ​ແຕ່​ບັດ​ນີ້ ມີ​ນັກຮຽນ​ຢູ່​ດ້ວຍ​ກັນ 20 ຄົນ ທີ່​ມາ​ເປັນ​ປະຈຳ. ຂ້າພະ​ເຈົ້າ​ໄດ້​ຖາມ​ນາງດ້ວຍຄວາມ​ປະຫລາດ​ໃຈ, ວ່າ​ນາງ​ໄດ້​ເຮັດ​ແນວ​ໃດ ຈຶ່ງ​ສາມາດ​ມີ​ນັກຮຽນ​ຫລາຍ​ຂຶ້ນ. ນາງ​​ເວົ້າຢ່າງ​ຖ່ອມຕົວ​ວ່າ, “ໂອ້, ບໍ່​ແມ່ນ​ແຕ່​ຂ້າ​ນ້ອຍ​ຄົນ​ດຽວ. ທຸກ​ຄົນ​ໃນ​ຫ້ອງ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ.” ​ເຂົາ​ເຈົ້າ​ໄດ້​ເບິ່ງ​ລາຍ​ຊື່​ຂອງ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ນຳ​ກັນ ຢູ່​ໃນ​ຫ້ອງ, ​ແລະ ທຸກ​ຄົນ​ກໍ​ໄດ້​​ໄປ​ນຳ​ກັນ ​ເພື່ອ​ໄປ​ເຊື້ອ​ເຊີນ​ຄົນ​ເຫລົ່ານັ້ນ ​ໃຫ້ກັບ​ຄືນ​ມາ​ໂບດ. ​ເຂົາ​ເຈົ້າ​ໄດ້​ມີ​ການ​ຮັບ​ບັບຕິ​ສະມາ​ນຳ​ອີກ ​​ເນື່ອງ​ດ້ວຍ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ໂຮງຮຽນ​ວັນ​ອາທິດ ​ໃນ​ປະ​ເທດ​ແມັກ​ຊິ​ໂກ

ຊິດ​ສະ​ເຕີ ມັນ​ໂດ​ນາ​ໂດ ​ໄດ້​ມີ​ເວບ​ໄຊ້ ສຳລັບ​ຫ້ອງ​ຮຽນ​ຂອງ​ນາງ ຊື່ວ່າ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ​ແລະ ນາງ​ໄດ້​ລົງ​ຂໍ້ຄວາມ​ທີ່​ດົນ​ໃຈ ​ແລະ ຂໍ້​ພຣະຄຳ​ພີ​ໃສ່​ໃນ​ນັ້ນ ຫລາຍ​ເທື່ອ​ຕໍ່​ອາທິດ. ນາງ​ໄດ້​ສົ່ງ​ຂໍ້​ຄວາມທາງ​ມື​ຖື​ ໄປ​ຫາ​ນັກຮຽນ​ຂອງ​ນາງເປັນ​ປະຈຳ ພ້ອມ​ກັບ​ການ​ມອບ​ໝາຍ ​ແລະ ການ​ໃຫ້​ກຳລັງ​ໃຈ. ນາງ​ຮູ້ສຶກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສື່ສານ ​ໃນ​ວິທີ​ທີ່​ຍິງ​ໜຸ່ມ​ຈະ​ເຂົ້າ​ໃຈ, ​ແລະ ນາງ​ກໍ​ປະສົບ​ຄວາມ​ສຳ​ເລັດ. ນາງ​ພຽງບອກ​ຂ້າພະ​ເຈົ້າວ່າ, “ຂ້ານ້ອຍ​ຮັກ​ນັກຮຽນ​ຂອງ​ຂ້ານ້ອຍ.” ຂ້າພະ​ເຈົ້າ​ສາມາດ​ຮູ້ສຶກ​​ເຖິງ​ຄວາມ​ຮັກ​ນັ້ນ ​ໃນ​ຂະນະ​ທີ່​ນາງ​ບອກ​ເລົ່າ​ເຖິງ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ, ​ແລະ ຕົວຢ່າງ​ຂອງ​ນາງ ​ໄດ້​ເຕືອນ​ໃຈ​ຂ້າພະ​ເຈົ້າ​ເຖິງ​ສິ່ງ​ທີ່​ບຸກຄົນໆ​ໜຶ່ງ​ ຜູ້​ມີ​ສັດທາ ​ແລະ ການ​ກະທຳ​ຂອງ​ເຂົາ​ເຈົ້າ ສາມາດ​ບັນລຸ​ວຽກ​ງານ​ນີ້​ໄດ້ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະຜູ້​ເປັນ​ເຈົ້າ​.

ຊາວ​ໜຸ່ມ​ຂອງ​ພວກ​ເຮົາ ກຳລັງ​ປະ​ເຊີນ​ກັບ​ຄຳ​ຖາມ​ທີ່​ຍາກ ​ໃນ​ແຕ່​ລະ​ວັນ, ​ແລະ ຫລາຍ​ຄົນ​​ໃນ​ພວກ​ເຮົາ​ມີ​ຄົນ​ທີ່​ເຮົາ​ຮັກ ຜູ້​ກຳລັງ​ດີ້ນ​ລົນ​ຊອກ​ຫາ​ຄຳ​ຕອບ. ຂ່າວ​ດີ​ກໍ​ຄື ມັນ​ ມີ ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ເຫລົ່ານັ້ນ. ​ໃຫ້​ຟັງ​ຂ່າວສານ​​ເມື່ອ​ບໍ່​ດົນ​ມາ​ນີ້ ຈາກ​ຜູ້ນຳ​ຂອງ​ເຮົາ. ​ເຮົາ​ຖືກ​ແນະນຳ​ໃຫ້​ສຶກສາ ​ແລະ ​ໃຫ້​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ. ​ເຮົາ​ຖືກ​ເຕືອນ​​ເຖິງ​ຫລັກ​ທຳ ​ໃນ​ໃບ​ປະກາດ​ກ່ຽວ​ກັບ​ຄອບຄົວ.12 ​ເຮົາ​ຖືກ​ຊຸກຍູ້​ໃຫ້​ສອນ ​ແລະ ​ໃຊ້​ແຫ​ລ່ງ​ເຫລົ່ານັ້ນ ​ໃນ​ການ​ປະ​ເມີນຕົວ​ເອງ ​ເພື່ອ​ຮັກສາ​ຕົວ​ເຮົາ ​ໃຫ້​ຢູ່​ໃນ​ເສັ້ນທາງ​ທີ່​ຄັບ​ແຄບ.

ປະມານ​ໜຶ່ງ​ປີ​ມາ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ແມ່​ໜຸ່ມ​ຄົນ​ໜຶ່ງ​ທີ່​ມີ​ລູກ​ນ້ອຍ ຜູ້​ໄດ້​ຕັດສິນ​ໃຈ ລຸກຂຶ້ນ​ເພື່ອ​ປົກ​ປ້ອງ​ລູກໆ​ຂອງ​ນາງ ຈາກ​ອິດ​ທິພົນ​ທີ່​ບໍ່​ດີ ​ເຊິ່ງພວກ​ເຂົາ​ເຫັນ​ຢູ່​ໃນ​ອິນ​ເຕີ​ເນັດ ​ແລະ ຢູ່​ທີ່​ໂຮງຮຽນ. ນາງ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ໜຶ່ງ​ໃນ​ແຕ່​ລະອາ​ທິດ, ສ່ວນ​ຫລາຍ​ຈະ​ເປັນ​ເລື່ອງ​ທີ່​ຜູ້​ຄົນ​ກ່າວ​ເຖິງ​​ເລື້ອຍໆ ​ແລະ ສົ່ງ​ຕໍ່​ຫາ​ກັນ​ຢູ່​ໃນ​ອິນ​ເຕີ​ເນັດ, ​ແລະ ນາງ​ໄດ້​ເລີ່ມຕົ້ນການ​ສົນທະນາ​ທີ່​ມີ​ຄວາມ​ໝາຍ ​ໃນ​ລະຫວ່າງ​ອາທິດ ກັບ​ລູກໆ​ຂອງ​ນາງ ​ເມື່ອ​ພວກ​ເຂົາ​ມີ​ຄຳ​ຖາມ ​ແລະ ນາງ​ກໍ​ສາມາດ​ໃຫ້​ຄຳ​ຕອບ​ທີ່​ສົມ​ມາ​ພາ​ຄວນ ​ແລະ ​ໃນ​ມຸມ​ມອງ​ທີ່​ເໝາະ​ສົມ ​​ກ່ຽວ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ. ນາງ​ໄດ້​ເຮັດ​ໃຫ້​ບ້ານເຮືອນ​ຂອງ​ນາງ​ເປັນ​ບ່ອນ​ປອດ​ໄພ ທີ່​ສາມາດ​ຖາມ​ກັນ​ໄດ້ ​ແລະ ມີ​ການ​ສອນ​ພຣະກິດ​ຕິ​ຄຸນ​ຢ່າງ​ມີ​ຄວາມ​ໝາຍ.

ຂ້າພະ​ເຈົ້າ​ເປັນ​ຫ່ວງ​ວ່າ ​ເຮົາ​ມີ​ຊີວິດ​ຢູ່​ໃນ​​ວັນ​ເວລາ​ທີ່​ພະຍາຍາມຫລີກ​ເວັ້ນຈາກ​ການ​ເຮັດ​ໃຫ້​ຄົນ​ອື່ນ​ຜິດ​ໃຈ ຈົນ​ບາງ​ຄັ້ງ ​ເຮົາ​ພະຍາຍາມ​ຫລີກ​​ເວັ້ນຈາກ​ການ​ສອນຫລັກ​ທຳ​ທີ່​ຖືກຕ້ອງ. ​ເຮົາ​ບໍ່​ຢາກສອນ​ກຸ່ມ​ຍິງ​ໜຸ່ມ​ຂອງ​ເຮົາວ່າ ການ​ເປັນ​ແມ່​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ເພາະ​ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ແຕ່ງງານ​ຜິດ​ໃຈ, ຫລື ຜູ້​ທີ່​ບໍ່ສາມາດ​ມີ​ລູກ​ຜິດ​ໃຈ, ຫລື ຖືກ​ມອງ​ເຫັນ​ວ່າ ​ເຮົາ​ເປັນ​ຄົນທີ່​ເຮັດ​ໃຫ້​ຄົນ​ອື່ນ​ອຶດ​ອັດ​ໃຈ. ອີກຝ່າຍ​​ໜຶ່ງ, ​ເຮົາ​ບໍ່​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສຶກສາ ​ເພາະ​ເຮົາ​ບໍ່​ຢາກ​ສົ່ງ​ຂ່າວສານ​ວ່າ ມັນ​ມີ​ຄວາມ​ສຳຄັນ​ເກີນ​ກວ່າ​ການ​ແຕ່ງງານ. ​ເຮົາ​ຫລີກ​ເວັ້ນຈາກ​ການ​ປະກາດ​ວ່າ ພຣະບິດາ​ເທິງ​ສະຫວັນ​ຖື​ວ່າ ການ​ແຕ່ງງານ ​ແມ່ນ​ລະຫວ່າງ​ຜູ້​ຊາຍ​ກັບ​ຜູ້ຍິງ ​ເພາະ​ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ຜູ້​ສົນ​ໃຈ​ເພດ​ດຽວ​ກັນ​ຜິດ​ໃຈ. ​ແລະ ​ເຮົາ​ອາດ​ພົບ​ວ່າ ການ​ສົນທະນາ​ກັນ​ເລື່ອງ​ເພດ ຫລື ​ເລື່ອງ​ການ​ຮ່ວມ​ເພດ​ທີ່​ຖືກຕ້ອງ ​ເປັນ​ສິ່ງ​ຍາກ​ທີ່​ຈະ​ນຳ​ຂຶ້ນ ມາສົນທະນາ​ກັນ.

​ເອື້ອຍ​ນ້ອງ​ທັງຫລາຍ, ​ແນ່ນອນ​ວ່າ​ເຮົາ​ຕ້ອງ​ໃຊ້​ຄວາມ​ຮູ້ສຶກ​ໄວ, ​ແຕ່​ຂໍ​ໃຫ້​ເຮົາ​ຈົ່ງ​ໃຊ້​ການ​ຕັດສິນ​ທີ່​ຖືກຕ້ອງ​ນຳ​ອີກ ​ແລະ ​ໃຊ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ​ໃນ​ຄວາມ​ກ້າຫານ ​ແລະ ກ່າວອອກ​ມາ​ຢ່າງ​ຊື່​ຕົງ ​ເມື່ອ​ເຮົາ​ສອນ​ລູກໆ​ ​ແລະ ຊາວ​ໜຸ່ມ​ຂອງ​ເຮົາ ​ເຖິງ​ຄວາມ​ສຳຄັນ​ຂອງ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ ທີ່​ເຂົາ​ເຈົ້າຕ້ອງ​ເຂົ້າ​ໃຈ ​ເພື່ອ​ຈະ​ໄດ້​ດຳ​ເນີນ​ຢູ່​ໃນ​ໂລກ ທີ່​ພວກ​ເຂົາ​ອາ​ໄສ​ຢູ່. ຖ້າ​ຫາກ​ເຮົາ​ບໍ່​ສອນ​ລູກໆ ​ແລະ ຊາວ​ໜຸ່ມ​ຂອງ​ເຮົາ ​ເຖິງ​ຄຳ​ສອນ​ທີ່​ແທ້​ຈິງ—​ແລະ ສອນ​ມັນ​ຢ່າງ​ແຈ່ມ​ແຈ້ງ—​ແລ້ວ ​ໂລກ​ນີ້​ຈະ​ສອນ​ຄຳ​ຕົວະ​ຂອງ​ຊາຕານ​ໃຫ້​ແກ່​ພວກ​ເຂົາ.

ຂ້າພະ​ເຈົ້າຮັກ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ​ແລະ ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ອັນ​ເປັນນິດ ສຳລັບ​ການ​ຊີ້​ນຳ, ພະລັງ, ​ແລະ ຄວາມ​ຊ່ວຍ​ເຫລືອ​ໃນ​ທຸກ​ວັນ ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ ​ໃນ​ຖານະ​ທີ່​ເປັນ​ທິດາ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພອນ​ໃຫ້​ແກ່​​ເຮົາ, ​ໃນ​ຖານະ​ທີ່​ເປັນ​ສະຕີ​ຜູ້​ດຳລົງ​ຊີວິດ​ຢູ່​ໃນ ວັນ​ເວລາ​ທີ່​ອັນຕະລາຍນີ້, ດ້ວຍ​ອຳນາດ, ຂອງ​ປະທານ, ​ແລະ ຄວາມ​ເຂັ້ມ​ແຂງທັງ​ໝົດ ທີ່​ເຮົາ​ຕ້ອງການ ​ໃນ​ການ​ຕຽມ​ໂລກ​ສຳລັບ​ການສະ​ເດັດ​ມາຄັ້ງທີ​ສອງ ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ທຸກ​ຄົນ​ຈະ​ເຫັນ​ຄວາມ​ສາມາດ​ຂອງ​ຕົນ​ເອງ ​ແລະ ລຸກຂຶ້ນກາຍ​ເປັນ​ສະຕີ​ແຫ່ງ​ສັດທາ ​ແລະ ມີ​ຄວາມ​ກ້າຫານ ດັ່ງ​ທີ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນປະສົງ​ໃຫ້​ເຮົາ​ເປັນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.