ພຣະ​ຄຳ​ພີ
3 ນີໄຟ 14


ບົດ​ທີ 14

ພຣະ​ເຢຊູ​ບັນ​ຊາ​ວ່າ: ຢ່າ​ກ່າວ​ໂທດ​ຜູ້​ອື່ນ; ໃຫ້​ທູນ​ຂໍ​ຈາກ​ພຣະ​ເຈົ້າ; ລະ​ວັງ​ສາດ​ສະ​ດາ​ປອມ—ພຣະ​ອົງ​ສັນ​ຍາ​ວ່າ ຜູ້​ທີ່​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ຈະ​ໄດ້​ຮັບ​ຄວາມ​ລອດ—ປຽບ​ທຽບ​ກັບ ມັດທາຍ 7. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ຮັບ​ສັ່ງ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້​ຫັນ​ໄປ​ທາງ​ຝູງ​ຊົນ​ອີກ, ແລະ ໄດ້​ເປີດ​ປາກ​ກ່າວ​ກັບ​ພວກ​ເຂົາ​ອີກ, ມີ​ຄວາມ​ວ່າ: ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຢ່າ​ກ່າວ​ໂທດ​ຜູ້​ອື່ນ, ເພື່ອ​ເຈົ້າຈະ​ບໍ່​ຖືກ​ກ່າວ​ໂທດ​ຄືນ.

2 ເພາະ​ສິ່ງ​ໃດ​ທີ່​ເຈົ້າ​ເອົາ​ມາ​ກ່າວ​ໂທດ​ຜູ້​ອື່ນ, ເຈົ້າ​ກໍ​ຈະ​ຖືກ​ກ່າວ​ໂທດ​ໃນ​ສິ່ງ​ນັ້ນ; ແລະ ເຈົ້າ​ຕວງ​ຜູ້​ອື່ນ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ, ເຈົ້າ​ກໍ​ຈະ​ຖືກ​ຕວງ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ​ຄື​ກັນ.

3 ແລະ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້​ເຫຍື້ອ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ, ແຕ່​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ, ເຈົ້າ​ບໍ່​ຮູ້​ສຶກ?

4 ຫລື ເຈົ້າ​ຈະ​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ເຈົ້າ​ໄດ້​ແນວ​ໃດ​ວ່າ: ໃຫ້​ຂ້ອຍ​ເຂ່ຍ​ຂີ້​ເຫຍື້ອ​ອອກ​ຈາກ​ຕາ​ເຈົ້າ​ເທາະ—​ແລະ ຈົ່ງ​ເບິ່ງ, ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ?

5 ເຈົ້າ​ຄົນ​ໜ້າ​ຊື່​ໃຈ​ຄົດ, ຈົ່ງ​ເອົາ​ໄມ້​ທັງ ທ່ອນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເສຍ​ກ່ອນ; ແລ້ວ​ເຈົ້າ​ຈຶ່ງ​ຈະ​ເຫັນ​ໄດ້​ຄັກ ເພື່ອ​ຈະ​ໄດ້​ເຂ່ຍ​ຂີ້​ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ.

6 ຢ່າ​ເອົາ​ຂອງ​ທີ່ ປະ​ເສີດ​ໃຫ້​ໝາ, ຢ່າ​ໂຍນ​ໄຂ່​ມຸກ​ໃສ່​ຕໍ່​ໜ້າ​ໝູ, ຢ້ານ​ວ່າ​ມັນ​ຈະ​ຢຽບ​ຍ່ຳ​ເສຍ ແລະ ຈະ​ຕ່າວ​ຄືນ​ມາ​ຂົບ​ເຈົ້າ​ນຳ​ອີກ.

7 ຈົ່ງ ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ຊອກ, ແລ້ວ​ເຈົ້າ​ຈະ​ພົບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

8 ເພາະ​ວ່າ​ທຸກ​ຄົນ​ທີ່​ໝັ່ນ​ຂໍ, ຈະ​ໄດ້​ຮັບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ຊອກ, ຈະ​ພົບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ເຄາະ, ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

9 ຫລື ມີ​ຜູ້​ໃດ​ແດ່​ໃນ​ພວກ​ເຈົ້າ​ທີ່ ຖ້າ​ຫາກ​ລູກ​ຂອງ​ຕົນ​ຂໍ​ເຂົ້າ​ປັ້ນ​ໜຶ່ງ, ພໍ່​ຈະ​ເອົາ​ກ້ອນ​ຫີນ​ໃຫ້​ບໍ?

10 ຫລື ຖ້າ​ຫາກ​ລູກ​ຂອງ​ຕົນ​ຂໍ​ປາ, ພໍ່​ຈະ​ເອົາ​ງູ​ໃຫ້​ບໍ?

11 ເຫດ​ສະນັ້ນ, ເຈົ້າ​ຜູ້​ເປັນ​ຄົນ​ຊົ່ວ​ກໍ​ຍັງ​ຮູ້​ຈັກ​ເອົາ​ຂອງ​ດີ​ໃຫ້​ລູກ​ຂອງ​ຕົນ, ແລ້ວ​ພຣະ​ບິດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະຫວັນ​ຈະ​ປະທານ​ຂອງ​ດີ​ໃຫ້​ແກ່​ຄົນ​ທີ່​ທູນ​ຂໍ​ຈາກ​ພຣະ​ອົງ​ຫລາຍ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ?

12 ສະນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຢາກ​ໃຫ້​ມະນຸດ​ເຮັດ​ກັບ​ເຈົ້າ, ເຈົ້າ​ຈົ່ງ ເຮັດ​ເຊັ່ນ​ນັ້ນ​ກັບ​ພວກ​ເຂົາ, ເພາະ​ນີ້​ຄື​ກົດ ແລະ ສາດ​ສະ​ດາ.

13 ຈົ່ງ​ເຂົ້າ​ໄປ​ທາງ ປະຕູ​ຄັບ; ເພາະ​ວ່າ​ປະຕູກ​ວ້າງ​ຂວາງ ແລະ ທາງ​ກໍ ກວ້າງ​ຂວາງ​ຈະ​ນຳ​ໄປ​ຫາ​ຄວາມ​ພິນາດ, ແລະ ມີ​ຫລາຍ​ຄົນ​ເຂົ້າ​ໄປ​ໃນ​ທາງ​ນັ້ນ.

14 ເພາະ​ວ່າ ປະຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ, ແລະ ທາງ​ກໍ ແຄບ, ແລະ ມີ​ໜ້ອຍ​ຄົນ​ທີ່​ພົບ​ທາງ​ນີ້.

15 ຈົ່ງ​ລະ​ວັງ ສາດ​ສະ​ດາ​ປອມ, ຜູ້​ທີ່​ປອມ​ຕົວ​ຄື​ແກະ​ມາ​ຫາ​ເຈົ້າ, ແຕ່​ພາຍ​ໃນ​ເຂົາ​ເປັນ​ໝາ​ໄນ​ຕົວ​ຮ້າຍ.

16 ເຈົ້າ​ຈະ​ຮູ້​ຈັກ​ເຂົາ​ໂດຍ​ໝາກ​ຜົນ​ຂອງ​ເຂົາ. ຜູ້​ຄົນ​ຈະ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ​ບໍ, ຫລື ເກັບ​ໝາກ​ເດື່ອ​ຈາກ​ຕົ້ນ​ໜາມ​ບໍ?

17 ດັ່ງ​ນັ້ນ ຕົ້ນ​ໄມ້​ດີ​ທຸກ​ຕົ້ນ​ຍ່ອມ​ເກີດ​ໝາກ​ຜົນ​ດີ; ແຕ່​ຕົ້ນ​ໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ຜົນ​ບໍ່​ດີ.

18 ຕົ້ນ​ດີ​ຈະ​ເກີດ​ໝາກ​ຜົນ​ບໍ່​ດີ​ບໍ່​ໄດ້, ຫລື ຕົ້ນ​ໄມ້​ບໍ່​ດີ​ຈະ​ເກີດ​ໝາກ​ຜົນ​ດີ​ບໍ່​ໄດ້.

19 ຕົ້ນ​ໄມ້​ທຸກ​ຕົ້ນ​ທີ່ ບໍ່​ເກີດ​ໝາກ​ຜົນ​ດີ​ຕ້ອງ​ຖືກ​ໂຄ່ນ​ລົງ, ແລະ ຖືກ​ໂຍນ​ເຂົ້າ​ໃນ​ກອງ​ໄຟ​ເສຍ.

20 ດັ່ງ​ນັ້ນ ເຈົ້າ​ຈະ​ຮູ້​ຈັກ​ເຂົາ​ໂດຍ ໝາກ​ຜົນ​ຂອງ​ເຂົາ.

21 ບໍ່​ແມ່ນ​ໝົດ​ທຸກ​ຄົນ​ທີ່​ກ່າວ​ກັບ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຈົ້າ​ເອີຍ, ແລ້ວ​ຈະ​ໄດ້​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ສະຫວັນ​ໄດ້; ມີ​ແຕ່​ຜູ້​ທີ່​ກະ​ທຳ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ຢູ່​ໃນ​ສະຫວັນ​ເທົ່າ​ນັ້ນ ທີ່​ຈະ​ເຂົ້າ​ໄປ​ໄດ້.

22 ຫລາຍ​ຄົນ​ຈະ ກ່າວ​ກັບ​ເຮົາ​ໃນ​ມື້​ນັ້ນ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ບໍ່​ໄດ້​ທຳ​ນາຍ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ບໍ, ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພວກ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ຂັບ​ໄລ່​ຜີ​ອອກ​ໄປ, ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ພວກ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ກະ​ທຳ​ສິ່ງ​ແປກ​ປະ​ຫລາດ​ຫລາຍ​ຢ່າງ​ບໍ່​ແມ່ນ​ບໍ?

23 ແລະ ເມື່ອ​ນັ້ນ​ເຮົາ​ຈະ​ບອກ​ກັບ​ພວກ​ເຂົາ​ວ່າ: ເຮົາ​ບໍ່​ເຄີຍ ຮູ້​ຈັກ​ພວກ​ເຈົ້າ; ພວກ​ເຈົ້າ​ຜູ້​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ​ເອີຍ, ຈົ່ງ ຜ່າຍ​ໜີ​ໄປ​ໃຫ້​ພົ້ນ​ຈາກ​ເຮົາ​ເສຍ.

24 ສະນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ ແລະ ປະ​ຕິ​ບັດ​ຕາມ, ຜູ້​ນັ້ນ​ກໍ​ປຽບ​ເໝືອນ​ຄົນ​ສະຫລາດ​ຜູ້​ປຸກ​ເຮືອນ​ຂອງ​ຕົນ​ໃສ່​ເທິງ​ດານ ຫີນ

25 ແລະ ຝົນ​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ເຮືອນ​ນັ້ນ; ແລະ ມັນບໍ່ ພັງ, ເພາະ​ວ່າ​ມັນ​ຖືກ​ສ້າງ​ໃສ່​ເທິງ​ດານ​ຫີນ.

26 ແຕ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ ແລ້ວ​ບໍ່ປະຕິບັດ​ຕາມ​ກໍ​ປຽບ​ເໝືອນ​ຄົນ​ໂງ່, ຜູ້​ປຸກ​ເຮືອນ​ຂອງ​ຕົນ​ໃສ່​ເທິງ ດິນ​ຊາຍ

27 ແລະ ຝົນ​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ເຮືອນ​ນັ້ນ; ແລະ ມັນ​ພັງ, ແລະ ການ​ພັງ​ນັ້ນ​ໃຫຍ່​ຫລວງ.