ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 7


ປຈສ, ມັດທາຍ 7:1–2. ປຽບ​ທຽບ​ໃສ່​ກັບ ມັດທາຍ 7:1–2

ຢ່າ​ຕັດ​ສິນ​ຢ່າງ​ບໍ່​ຊອບ​ທຳ.

1 ບັດ​ນີ້ ນີ້​ຄື​ຖ້ອຍ​ຄຳ​ຊຶ່ງ​ພຣະ​ເຢຊູ​ໄດ້​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຄວນ​ກ່າວ​ກັບ​ຜູ້​ຄົນ.

2 ຢ່າ​ຕັດ​ສິນ​ຢ່າງບໍ່​ຊອບ​ທຳ, ເພື່ອ​ເຈົ້າ​ຈະ​ບໍ່​ຖືກ​ຕັດ​ສິນ; ແຕ່​ຈົ່ງ​ຕັດ​ສິນ​ຢ່າງ​ຊອບ​ທຳ.

ປຈສ, ມັດທາຍ 7:4–8. ປຽບ​ທຽບ​ໃສ່​ກັບ ມັດທາຍ 7:3–5

ພຣະ​ເຢຊູ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ໃຫ້​ປະ​ເຊີນ​ໜ້າ​ກັບ​ພວກ​ທຳມະຈານ, ພວກ​ຟາຣີຊາຍ, ພວກ​ປະ​ໂລ​ຫິດ, ແລະ ພວກ​ເລວີ ເພາະ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ພວກ​ເຂົາ.

4 ແລະ ອີກ​ເທື່ອ​ໜຶ່ງ, ພວກ​ເຈົ້າ​ຕ້ອງ​ກ່າວ​ກັບ​ພວກ​ເຂົາ​ວ່າ, ເປັນ​ຫຍັງ​ເຈົ້າ​ຈຶ່ງຫລຽວ​ເຫັນ​ຂີ້​ເຫຍື້ອ​ຢູ່​ໃນ​ຕາ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ, ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ແລ້ວ​ເຈົ້າ​ບໍ່​ເຫັນ?

5 ຫລື ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່​ນ້ອງ​ຂອງ​ເຈົ້າ​ວ່າ, ຂໍ​ອະ​ນຸ​ຍາດ​ໃຫ້​ຂ້ອຍ​ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່; ແຕ່​ບໍ່​ສາ​ມາດ​ຫລຽວ​ເຫັນ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ?

6 ແລະ ພຣະ​ເຢຊູ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, ຈົ່ງ​ເບິ່ງ ພວກ​ເຈົ້າ​ເປັນ​ພວກ​ທຳມະ​ຈານ, ແລະ ພວກ​ຟາ​ລີ​ຊາຍ, ແລະ ພວກ​ປະ​ໂລ​ຫິດ, ແລະ ພວກ​ເລວີ​ບໍ? ພວກ​ເຂົາ​ສອນ​ຢູ່​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ແຕ່​ບໍ່​ຮັກ​ສາ​ກົດ, ຫລື ພຣະ​ບັນ​ຍັດ; ແລະ ທຸກ​ຄົນ​ໄດ້​ອອກ​ໄປ, ແລະ ຢູ່​ພາຍ​ໃຕ້​ບາບ.

7 ພວກ​ເຈົ້າ​ຈົ່ງ​ອອກ​ໄປ ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ, ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ສອນ​ກົດ ແລະ ພຣະ​ບັນ​ຍັດ​ໃຫ້​ຜູ້​ຄົນ, ແຕ່​ຕົວ​ເອງ​ເປັນ​ລູກໆ​ຂອງ​ຄວາມ​ເສື່ອມ​ສູນ?

8 ຈົ່ງ​ກ່າວ​ກັບ​ພວກ​ເຂົາ​ວ່າ, ຄົນ​ໜ້າ​ຊື່​ໃຈ​ຄົດ​ເອີຍ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ສາ​ກ່ອນ; ແລະ ແລ້ວ​ເຈົ້າ​ກໍ​ຈະ​ສາ​ມາດ​ເຫັນ​ໄດ້​ແຈ້ງ ເພື່ອ​ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຕາ​ພີ່​ນ້ອງ​ຂອງ​ເຈົ້າ.

ປຈສ, ມັດທາຍ 7:9–11. ປຽບ​ທຽບ​ໃສ່​ກັບ ມັດທາຍ 7:6

ພຣະ​ເຢຊູ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ສັ່ງ​ສອນ​ເລື່ອງ​ການ​ກັບ​ໃຈ ແລະ ບໍ່​ໃຫ້​ບອກ​ໂລກ​ກ່ຽວ​ກັບ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ.

9 ພວກ​ເຈົ້າ​ຈົ່ງ​ອອກ​ໄປ​ໃນ​ໂລກ, ກ່າວ​ກັບ​ທຸກ​ຄົນ​ວ່າ ຈົ່ງ​ກັບ​ໃຈ, ເພາະ​ອາ​ນາ​ຈັກ​ສະຫວັນ​ມາ​ໃກ້​ພວກ​ທ່ານ​ແລ້ວ.

10 ແລະ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ ເຈົ້າ​ຈົ່ງ​ເກັບ​ມັນ​ໄວ້​ກັບ​ຕົນ​ເອງ; ເພາະ​ບໍ່​ສົມ​ຄວນ​ທີ່​ຈະເອົາ​ສິ່ງ​ທີ່​ບໍ​ລິ​ສຸດ​ໂຍນ​ໃຫ້​ໝາ; ທັງ​ຢ່າ​ໂຍນ​ໄຂ່​ມຸກໃສ່​ຕໍ່ໜ້າ​ໝູ, ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢ່ຳ​ຖິ້ມ​ໄວ້​ໃຕ້​ຕີນ​ຂອງ​ມັນ.

11 ເພາະ​ໂລກ​ບໍ່​ສາ​ມາດ​ຮັບ​ສິ່ງ​ທີ່​ພວກ​ເຈົ້າ, ພວກ​ເຈົ້າ​ເອງ, ບໍ່​ສາ​ມາດ​ຈະ​ທົນ​ຮັບ​ໄດ້; ດັ່ງ​ນັ້ນ ຢ່າ​ໂຍນ​ໄຂ່​ມຸກ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ເຂົາ, ຢ້ານ​ວ່າ​ພວກ​ເຂົາຈະ​ຫັນ​ກັບ​ມາ​ສີກ​ເນື້ອ​ພວກ​ເຈົ້າ.

ປຈສ, ມັດທາຍ 7:12–17. ປຽບ​ທຽບ​ໃສ່​ກັບ ມັດທາຍ 7:7–8

ພຣະ​ເຢຊູ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ພຣະ​ບິດາ​ປະທານ​ການ​ເປີດ​ເຜີຍ​ໃຫ້​ແກ່​ທຸກ​ຄົນ​ທີ່​ທູນ​ຂໍ.

12 ໃຫ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ຈົ່ງ​ທູນ​ຕໍ່​ພຣະ​ເຈົ້າ; ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ຊອກ​ຫາ, ແລ້ວ​ເຈົ້າ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ.

13 ດ້ວຍ​ວ່າ ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກ​ຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ ແລະ ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້.

14 ແລະ ແລ້ວ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ, ພວກ​ເຂົາ​ຈະ​ກ່າວ​ກັບ​ພວກ​ຂ້າ​ນ້ອຍ​ວ່າ, ພວກ​ເຮົາ​ເປັນ​ຄົນ​ຊອບ​ທຳ​ແລ້ວ, ແລະ ບໍ່​ຈຳ​ເປັນ​ຕ້ອງ​ໃຫ້​ຜູ້​ຄົນ​ມາ​ສອນ​ພວກ​ເຮົາ. ພວກ​ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ຮັບ​ຟັງ​ໂມເຊ ແລະ ສາດ​ສະ​ດາ​ບາງ​ທ່ານ; ແຕ່​ພຣະ​ອົງ​ຈະ​ບໍ່​ຮັບ​ຟັງ​ພວກ​ເຮົາ.

15 ແລະ ພວກ​ເຂົາ​ຈະ​ກ່າວ​ວ່າ, ພວກ​ເຮົາ​ມີ​ກົດ​ສຳ​ລັບ​ຄວາມ​ລອດ, ແລະ ມັນ​ກໍ​ພຽງ​ພໍ​ແລ້ວ​ສຳ​ລັບ​ພວກ​ເຮົາ.

16 ແລ້ວ ພຣະ​ເຢຊູ​ໄດ້​ຕອບ, ແລະ ໄດ້​ກ່າວ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, ດັ່ງ​ນັ້ນ ພວກ​ເຈົ້າ​ຕ້ອງ​ກ່າວ​ກັບ​ພວກ​ເຂົາ,

17 ມີ​ພໍ່​ຄົນ​ໃດ​ແດ່​ໃນ​ບັນ​ດາ​ພວກ​ເຈົ້າ, ທີ່​ມີ​ລູກ​ຊາຍ, ແລະ ໃຫ້​ລາວ​ຢືນ​ຢູ່​ນອກ​ເຮືອນ, ແລະ ເວົ້າ​ວ່າ, ພໍ່​ເອີຍ, ຈົ່ງ​ເປີດ​ປະຕູ​ໃຫ້​ລູກ​ແດ່ ເພື່ອ​ວ່າ​ລູກ​ຈະ​ໄດ້​ເຂົ້າ​ໄປ ແລະ ກິນ​ເຂົ້າ​ນຳ​ພໍ່, ແລ້ວ​ພໍ່​ຈະ​ບໍ່​ເວົ້າ​ວ່າ, ເຂົ້າ​ມາ, ລູກ​ເອີຍ; ເພາະ​ສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ລູກ, ແລະ ສິ່ງ​ທີ່​ລູກ​ມີ​ກໍ​ເປັນ​ຂອງ​ພໍ່?