ພຣະ​ຄຳ​ພີ
ແອວມາ 29


ບົດ​ທີ 29

ແອວມາ​ປາດ​ຖະ​ໜາ​ທີ່​ຈະ​ຮ້ອງ​ປ່າວ​ເຖິງ​ການ​ກັບ​ໃຈ​ດ້ວຍ​ສຽງ​ຂອງ​ທູດ—ພຣະ​ຜູ້​ເປັນ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ມີ​ຜູ້​ສອນ​ແກ່​ທຸກໆ​ປະ​ຊາ​ຊາດ—ແອວມາ​ພາກ​ພູມ​ໃຈ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ຄວາມ​ສຳ​ເລັດ​ຂອງ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ. ປະ​ມານ 76 ປີ ກ່ອນ ຄ.ສ.

1 ໂອ້ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ເປັນ​ທູດ, ແລະ ສາ​ມາດ​ປາດ​ຖະ​ໜາ​ໄດ້​ຕາມ​ໃຈ​ຊອບ​ຂອງ​ຂ້າ​ພະ​ເຈົ້າ, ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປ​ເວົ້າ​ດ້ວຍ​ສຽງ​ແກ​ຂອງ​ພຣະ​ເຈົ້າ, ດ້ວຍ​ສຽງ​ທີ່​ສັ່ນ​ສະ​ເທືອນ​ແຜ່ນ​ດິນ​ໂລກ, ແລະ ຮ້ອງ​ປ່າວ​ການ​ກັບ​ໃຈ​ຕໍ່​ທຸກໆ​ຄົນ!

2 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ເຖິງ​ເລື່ອງ​ການ​ກັບ​ໃຈ, ແລະ ແຜນ​ແຫ່ງ​ການ​ໄຖ່​ແກ່​ທຸກ​ຈິດ​ວິນ​ຍານ​ໃຫ້​ດັງ​ຄື​ສຽງ​ຟ້າ​ຮ້ອງ, ເພື່ອ​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ມາ​ຫາ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ໃນ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ​ອີກ​ເລີຍ.

3 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ມະນຸດ, ແລະ ເຮັດ​ບາບ​ໄດ້​ໃນ​ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຄວນ​ພໍ​ໃຈ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແບ່ງ​ປັນ​ໃຫ້​ຂ້າ​ພະ​ເຈົ້າ.

4 ຂ້າ​ພະ​ເຈົ້າ​ບໍ່​ຄວນ​ຈະ​ປ່ຽນ​ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ເປັນ​ຄຳ​ສັ່ງ​ອັນ​ໝັ້ນ​ຄົງ​ຂອງ​ພຣະ​ຜູ້​ທ່ຽງ​ທຳ, ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ປະທານ​ໃຫ້​ມະນຸດ​ຕາມ ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ, ບໍ່​ວ່າ​ມັນ​ຈະ​ເປັນ​ໄປ​ເພື່ອ​ຄວາມ​ຕາຍ ຫລື ເພື່ອ​ຊີ​ວິດ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ໄດ້​ແບ່ງ​ປັນ​ໃຫ້​ມະນຸດ, ແທ້​ຈິງ​ແລ້ວ, ໄດ້​ມອບ​ຄຳ​ສັ່ງ​ແກ່​ເຂົາ​ຊຶ່ງ​ເປັນ​ຄຳ​ສັ່ງ​ທີ່​ປ່ຽນ​ແປງ​ບໍ່​ໄດ້, ອີງ​ຕາມ ຄວາມ​ປະສົງ​ຂອງ​ເຂົາ, ບໍ່​ວ່າ​ມັນ​ຈະ​ເປັນ​ໄປ​ເພື່ອ​ຄວາມ​ລອດ ຫລື ເພື່ອ​ຄວາມ​ພິນາດ.

5 ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄວາມ​ດີ ແລະ ຄວາມ​ຊົ່ວ​ມາ​ຢູ່​ຕໍ່​ໜ້າ​ມະນຸດ​ທັງ​ປວງ; ຜູ້​ໃດ​ທີ່​ບໍ່​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ​ກໍ​ບໍ່​ມີ​ຂໍ້​ຕຳ​ນິ; ແຕ່​ຜູ້​ໃດ​ທີ່ ຮູ້​ຈັກ​ຄວາມ​ດີ ແລະ ຄວາມ​ຊົ່ວ, ເຂົາ​ຈະ​ໄດ້​ຮັບ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ ບໍ່​ວ່າ​ເຂົາ​ປາດ​ຖະ​ໜາ​ຄວາມ​ດີ ຫລື ຄວາມ​ຊົ່ວ, ຊີ​ວິດ ຫລື ຄວາມ​ຕາຍ, ຄວາມ​ຊື່ນ​ຊົມ ຫລື ຄວາມ​ເສຍ​ໃຈ​ໃນ ຈິດ​ສຳ​ນຶກ.

6 ບັດ​ນີ້, ໂດຍ​ທີ່​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ເອງ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ປາດ​ຖະ​ໜາ​ເກີນ​ກວ່າ​ທີ່​ຈະ​ເຮັດ​ວຽກ​ງານ ຊຶ່ງ​ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ມາ​ໃຫ້​ເຮັດ?

7 ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ປາດ​ຖະ​ໜາ​ຢາກ​ເປັນ​ທູດ, ເພື່ອ​ຈະ​ໄດ້​ປະ​ກາດ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ?

8 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ປະທານ​ໃຫ້ ທຸກ​ປະ​ຊາ​ຊາດ​ດ້ວຍ​ຊາດ ແລະ ພາ​ສາ​ຂອງ​ຕົນ​ເອງ​ເພື່ອ​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ໃນ​ສະ​ຕິ​ປັນ​ຍາ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ອົງ ເຫັນ​ວ່າ​ເໝາະ​ສົມ​ທີ່​ພວກ​ເຂົາ​ຄວນ​ມີ; ສະນັ້ນ ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ແນະນຳ​ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ຕາມ​ສິ່ງ​ທີ່​ທ່ຽງ​ທຳ ແລະ ເປັນ​ຄວາມ​ຈິງ.

9 ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ປາບ​ປື້ມ​ໃນ​ເລື່ອງ​ນັ້ນ. ຂ້າ​ພະ​ເຈົ້າ​ບໍ່​ໄດ້ ປາບ​ປື້ມ​ໃນ​ຕົວ​ຂ້າ​ພະ​ເຈົ້າ​ເອງ, ແຕ່​ຂ້າ​ພະ​ເຈົ້າ​ປາບ​ປື້ມ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ນີ້​ຄື​ຄວາມ​ປາບ​ປື້ມ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ບາງ​ທີ​ຂ້າ​ພະ​ເຈົ້າ​ອາດ​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ສູ່​ການ​ກັບ​ໃຈ; ແລະ ນີ້​ຄື​ຄວາມ​ສຸກ​ຂອງ​ຂ້າ​ພະ​ເຈົ້າ.

10 ແລະ ຈົ່ງ​ເບິ່ງ, ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຄົນ​ທີ່​ສຳ​ນຶກ​ຜິດ​ດ້ວຍ​ຄວາມ​ຈິງ​ໃຈ, ແລ້ວ​ເຂົ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ເວລາ​ນັ້ນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ; ແລ້ວ​ຂ້າ​ພະ​ເຈົ້າ​ສຳ​ນຶກ​ໄດ້​ວ່າ ມີ ສິ່ງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ສຳ​ນຶກ​ເຖິງ​ພຣະ​ຫັດ​ທີ່​ມີ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ​ຊຶ່ງ​ເດ່​ມາ​ຫາ​ຂ້າ​ພະ​ເຈົ້າ.

11 ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ສຳ​ນຶກ​ໄດ້​ເຖິງ​ຄວາມ​ເປັນ​ຊະ​ເລີຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ; ເພາະ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ຄວາມ​ເປັນ​ທາດ ແລະ ດ້ວຍ​ເຫດ​ນີ້ ຈຶ່ງ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ; ແທ້​ຈິງ​ແລ້ວ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າ​ຂອງ​ອີ​ຊາກ, ແລະ ພຣະ​ເຈົ້າ​ຂອງ​ຢາໂຄບ​ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ຄວາມ​ເປັນ​ທາດ.

12 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈື່​ຈຳ​ຢູ່​ສະເໝີ​ເຖິງ​ການ​ເປັນ​ຊະ​ເລີຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ; ແລະ ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ​ໄດ້ ປົດ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເອຢິບ ແລະ ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ຄວາມ​ເປັນ​ທາດ.

13 ແທ້​ຈິງ​ແລ້ວ, ແລະ ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ ຊຶ່ງ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ​ທີ່​ໄດ້​ເອີ້ນ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ເອົາ​ຕຳ​ແໜ່ງ​ອັນ​ສັກ​ສິດ, ເພື່ອ​ສັ່ງ​ສອນ​ພຣະ​ຄຳ​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້, ແລະ ໄດ້​ປະທານ​ຄວາມ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ຊຶ່ງ​ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ ຄວາມ​ສຸກ.

14 ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ສຳ​ເລັດ​ຂອງ​ຂ້າພະ​ເຈົ້າ​ແຕ່​ຝ່າຍ​ດຽວ​ເທົ່າ​ນັ້ນ, ແຕ່​ຂ້າພະ​ເຈົ້າ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ສຸກ​ໃນ ຄວາມ​ສຳ​ເລັດ​ຂອງ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ຜູ້​ທີ່​ໄດ້​ຂຶ້ນ​ໄປ​ຫາ​ແຜ່ນດິນ​ນີໄຟ​ນຳ​ອີກ.

15 ຈົ່ງ​ເບິ່ງ, ເຂົາ​ເຈົ້າ​ໄດ້​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ, ແລະ ໄດ້​ນຳ​ເອົາ​ຜົນ​ງານ​ຢ່າງ​ຫລວງ​ຫລາຍ​ອອກ​ມາ; ແລະ ລາງ​ວັນ​ຂອງ​ພວກ​ເຂົາ​ນັ້ນ​ຍິ່ງ​ໃຫຍ່​ແທ້ໆ!

16 ບັດ​ນີ້, ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຄວາມ​ສຳ​ເລັດ​ຂອງ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ຂ້າ​ພະ​ເຈົ້າ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ພາ​ໄປ, ຈົນ​ວ່າ​ມັນ​ຖືກ​ແຍກ​ອອກ​ຈາກ​ຮ່າງ​ກາຍ, ຄື​ກັບ​ວ່າ ມັນ​ເປັນ​ຄວາມ​ສຸກ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ.

17 ແລະ ບັດ​ນີ້​ຂໍ​ພຣະ​ເຈົ້າ​ຈົ່ງ​ໂປດ​ປະທານ​ແກ່​ຄົນ​ເຫລົ່າ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ນັ່ງ​ລົງ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ດ້ວຍ​ເຖີດ; ແທ້​ຈິງ​ແລ້ວ, ແລະ ໃຫ້​ແກ່​ຄົນ​ທັງ​ໝົດ​ຜູ້​ເປັນ​ຜົນ​ງານ​ຈາກ​ການ​ອອກ​ແຮງ​ງານ​ຂອງ​ພວກ​ເຂົາ​ນຳ​ອີກ. ເພື່ອ​ພວກ​ເຂົາ​ຈະ​ບໍ່​ອອກ​ໄປ​ອີກ, ແຕ່​ເພື່ອ​ພວກ​ເຂົາ​ຈະ​ສັນ​ລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ. ແລະ ຂໍ​ພຣະ​ເຈົ້າ​ຈົ່ງ​ໂປດ​ປະທານ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ເວົ້າ​ໄວ້​ດ້ວຍ​ເຖີດ. ອາແມນ.