ສິ່ງ​ຊ່ວຍ​ສຶກ​ສາ
ສຳ​ນຶກ, ຄວາມ​ສຳ​ນຶກ


ສຳ​ນຶກ, ຄວາມ​ສຳ​ນຶກ

ຄວາມ​ຮູ້​ສຶກ​ພາຍ​ໃນ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ສິ່ງ​ທີ່​ຜິດ ທີ່​ມາ​ຈາກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ໃນ​ມະນຸດ​ທັງ​ປວງ (ມຣນ 7:16). ພວກ​ເຮົາ​ໄດ້​ເກີດ​ມາ​ພ້ອມ​ດ້ວຍ​ຄວາມ​ສາ​ມາດ​ທຳ​ມະ​ຊາດ ທີ່​ຈະ​ບອກ​ໄດ້​ວ່າ​ອັນ​ໃດ​ຖືກ​ຕ້ອງ ແລະ ອັນ​ໃດ​ຜິດ ເພາະ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ທີ່​ໄດ້​ມອບ​ໃຫ້​ແກ່​ທຸກ​ຄົນ (ຄພ 84:46). ຄວາມ​ສາ​ມາດ​ນີ້​ຖືກ​ເອີ້ນ​ວ່າ​ຄວາມ​ສຳ​ນຶກ. ການ​ຄອບ​ຄອງ​ມັນ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ຮັບ​ຜິດ​ຊອບ. ເຊັ່ນ​ດຽວ​ກັບ​ຄວາມ​ສາ​ມາດ​ອື່ນໆ, ຄວາມ​ສຳ​ນຶກ​ຂອງ​ເຮົາ​ອາດ​ຕາຍ​ໄປ​ຜ່ານ​ການ​ບາບ ແລະ ການ​ໃຊ້​ມັນ​ໃນ​ທາງ​ທີ່​ຜິດ.