ພຣະ​ຄຳ​ພີ
ແອວມາ 2


ບົດ​ທີ 2

ອາມ​ລິ​ໄຊ​ພະ​ຍາ​ຍາມ​ຈະ​ເປັນ​ກະສັດ ແລະ ຖືກ​ປະ​ຕິ​ເສດ​ໂດຍ​ສຽງ​ຂອງ​ຜູ້​ຄົນ—ຜູ້​ຕິດ​ຕາມ​ຂອງ​ລາວ​ໄດ້​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ—ຊາວ​ອາມ​ລິ​ໄຊ​ກໍ່​ສົງ​ຄາມ​ກັບ​ຊາວ​ນີໄຟ ແລະ ໄດ້​ເສຍ​ໄຊ​ໄປ—ຊາວ​ເລມັນ​ກັບ​ຊາວ​ອາມ​ລິ​ໄຊ​ຮວມ​ກຳ​ລັງ​ເຂົ້າ​ກັນ ແລະ ໄດ້​ເສຍ​ໄຊ​ໄປ—ແອວມາ​ຂ້າ​ອາມ​ລິ​ໄຊ. ປະ​ມານ 87 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເລີ່ມ​ຈາກ​ປີ​ທີ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ພວກ​ເຂົາ, ມັນ​ເລີ່ມ​ມີ​ການ​ຜິດ​ຖຽງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ; ເພາະ​ວ່າ​ມີ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ອາມ​ລິ​ໄຊ, ລາວ​ເປັນ​ຄົນ​ສະຫລາດ​ແກມ​ໂກງ, ແທ້​ຈິງ​ແລ້ວ, ລາວ​ເປັນ​ຄົນ​ສະຫລາດ​ຕາມ​ລະບຽບ​ຂອງ​ໂລກ, ລາວ​ເປັນ​ຄົນ​ແບບ​ດຽວ​ກັບ​ຜູ້​ທີ່​ຂ້າ ກີເດໂອນ​ດ້ວຍ​ດາບ ຜູ້​ຊຶ່ງ​ໄດ້​ຖືກ​ປະ​ຫານ​ຊີ​ວິດ​ໄປ​ແລ້ວ​ຕາມ​ກົດ​ໝາຍ—

2 ບັດ​ນີ້​ອາມ​ລິ​ໄຊ​ຄົນ​ນີ້​ໄດ້​ຊັກ​ຊວນ​ຜູ້​ຄົນ​ຫລາຍ​ຄົນ​ໃຫ້​ຕິດ​ຕາມ​ລາວ​ໄປ​ດ້ວຍ​ເລ່​ຫລ່ຽມ​ຂອງ​ລາວ; ມາກ​ຫລາຍ​ຈົນ​ພວກ​ເຂົາ​ເລີ່ມ​ມີ​ອຳນາດ​ຫລາຍ​ຂຶ້ນ; ແລະ ພວກ​ເຂົາ​ເລີ່ມ​ພະ​ຍາ​ຍາມ​ສະຖາ​ປະນາ​ອາມ​ລິ​ໄຊ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ພວກ​ເຂົາ.

3 ບັດ​ນີ້​ມັນ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຕື່ນ​ຕົກ​ໃຈ​ພ້ອມ​ທັງ​ຜູ້​ຄົນ​ທີ່​ບໍ່​ໄດ້​ຖືກ​ຊັກ​ນຳ​ໄປ​ຕາມ​ການ​ຊັກ​ນຳ​ຂອງ​ອາມ​ລິ​ໄຊ​ນຳ​ອີກ; ເພາະ​ວ່າ​ພວກ​ເຂົາ​ຮູ້​ວ່າ​ຕາມ​ກົດ​ໝາຍ​ຂອງ​ພວກ​ເຂົາ ເລື່ອງ​ແບບ​ນີ້​ຕ້ອງ​ສະຖາ​ປະນາ​ຂຶ້ນ​ໂດຍ ສຽງ​ຂອງ​ຜູ້​ຄົນ.

4 ສະນັ້ນ, ຖ້າ​ຫາກ​ເປັນ​ໄປ​ໄດ້​ທີ່​ອາມ​ລິ​ໄຊ​ຈະ​ໄດ້​ສຽງ​ຂອງ​ປະ​ຊາ​ຊົນ, ໂດຍ​ທີ່​ລາວ​ເປັນ​ຄົນ​ຊົ່ວ, ລາວ​ຈະ ເຮັດ​ໃຫ້​ຄົນ​ທັງ​ໝົດ ໝົດ​ສິດ ແລະ ສິດ​ທິ​ພິ​ເສດ​ຂອງ​ສາດ​ສະ​ໜາ​ຈັກ; ເພາະ​ວ່າ​ມັນ​ເປັນ​ເຈດ​ຕະ​ນາ​ຂອງ​ລາວ​ທີ່​ຈະ​ທຳ​ລາຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ມາ​ຊຸມ​ນຸມ​ກັນ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ຕາມ​ຄວາມ​ສະ​ໝັກ​ໃຈ​ຂອງ​ໃຜ​ລາວ, ແລ້ວ​ແຕ່​ຈະ​ໄປ​ນຳ​ອາມ​ລິ​ໄຊ, ຫລື ວ່າ​ຈະ​ຕໍ່​ຕ້ານ​ລາວ ໄດ້​ແຍກ​ກັນ​ເປັນ​ກຸ່ມໆ, ໂດຍ​ມີ​ການໂຕ້​ຖຽງ ແລະ ຂັດ​ແຍ້ງ​ກັນ​ຢ່າງ​ໜ້າ​ປະ​ຫລາດ.

6 ແລະ ພວກ​ເຂົາ​ໄດ້​ມາ​ຊຸມ​ນຸມ​ກັນ​ແນວ​ນັ້ນ ເພື່ອ​ອອກ​ສຽງ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ ໄດ້​ນຳ​ສະ​ເໜີ​ເລື່ອງ​ນີ້​ຕໍ່​ຜູ້​ຕັດ​ສິນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຽງ​ຂອງ​ຜູ້​ຄົນ​ໄດ້​ຕໍ່​ຕ້ານ​ອາມ​ລິ​ໄຊ, ຈົນ​ວ່າ​ລາວ​ບໍ່​ໄດ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ.

8 ແລະ ບັດ​ນີ້​ມັນ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ທີ່​ຄັດ​ຄ້ານ​ລາວ​ປິ​ຕິ​ຍິນ​ດີ​ທີ່​ສຸດ; ແຕ່​ອາມ​ລິ​ໄຊ​ໄດ້​ຍຸ​ຍົງ​ຜູ້​ທີ່​ເຫັນ​ດ້ວຍ​ກັບ​ລາວ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ທີ່​ບໍ່​ເຫັນ​ດ້ວຍ​ກັບ​ລາວ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ແລະ ໄດ້​ແຕ່ງ​ຕັ້ງ​ອາມ​ລິ​ໄຊ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ.

10 ບັດ​ນີ້​ເມື່ອ​ອາມ​ລິ​ໄຊ​ໄດ້​ເປັນ​ກະສັດ​ປົກ​ຄອງ​ພວກ​ເຂົາ​ແລ້ວ ລາວ​ກໍ​ສັ່ງ​ໃຫ້​ຜູ້​ຄົນ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ; ແລະ ສິ່ງ​ນີ້​ເຮັດ​ໄປ​ເພື່ອ​ລາວ​ຈະ​ເຮັດ​ໃຫ້​ພວກ​ນັ້ນ​ມາ​ຂຶ້ນ​ກັບ​ລາວ.

11 ບັດ​ນີ້​ຜູ້​ຄົນ​ຂອງ​ອາມ​ລິ​ໄຊ​ແຕກ​ຕ່າງ​ອອກ​ໄປ​ຕາມ​ຊື່​ຂອງ​ອາມ​ລິ​ໄຊ, ໂດຍ​ມີ​ຊື່​ວ່າ ຊາວ ອາມ​ລິ​ໄຊ; ແລະ ຜູ້​ທີ່​ເຫລືອ​ຢູ່​ມີ​ຊື່​ວ່າ ຊາວ​ນີໄຟ, ຫລື ຜູ້​ຄົນ​ຂອງ​ພຣະ​ເຈົ້າ.

12 ສະນັ້ນ ຜູ້​ຄົນ​ຊາວ​ນີໄຟ​ໄດ້​ຮູ້​ຈັກ​ເຖິງ​ເຈດ​ຕະ​ນາ​ຂອງ​ຊາວ​ອາມ​ລິ​ໄຊ, ແລະ ສະນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ຕຽມ​ພ້ອມ​ເພື່ອ​ຈະ​ໄດ້​ປະ​ເຊີນ​ໜ້າ​ກັບ​ຊາວ​ອາມ​ລິ​ໄຊ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຖື​ອາ​ວຸດ​ທຸກ​ຊະ​ນິດ​ເຊັ່ນ​ດາບ ແລະ ດາບ​ສອງ​ຄົມ, ຄັນ​ທະ​ນູ ແລະ ລູກ​ທະ​ນູ, ກ້ອນ​ຫີນ ແລະ ກະ​ຖຸນ, ແລະ ອາວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ.

13 ແລະ ພວກ​ເຂົາ​ຕຽມ​ພ້ອມ​ເພື່ອ​ຈະ​ໄດ້​ປະ​ເຊີນ​ໜ້າ​ກັບ​ຊາວ​ອາມ​ລິ​ໄຊ​ທີ່​ຈະ​ຍົກ​ທັບ​ມາ​ຕີ​ດັ່ງ​ນັ້ນ. ແລະ ໄດ້​ມີ​ການ​ແຕ່ງ​ຕັ້ງ​ນາຍ​ທະ​ຫານ, ແລະ ນາຍ​ທະ​ຫານ​ຊັ້ນ​ສູງ, ແລະ ຫົວ​ໜ້າ​ນາຍ​ທະ​ຫານ, ຕາມ​ຈຳນວນ​ຜູ້​ຄົນ​ຂອງ​ພວກ​ເຂົາ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາມ​ລິ​ໄຊ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຖື​ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ; ແລະ ລາວ​ໄດ້​ແຕ່ງ​ຕັ້ງ​ຜູ້​ປົກ​ຄອງ ແລະ ຜູ້​ນຳ​ດູ​ແລ​ຜູ້​ຄົນ​ຂອງ​ລາວ​ຄື​ກັນ ເພື່ອ​ຈະ​ໄດ້​ນຳ​ເອົາ​ຄົນ​ເຫລົ່າ​ນັ້ນ​ໄປ​ເຮັດ​ສົງ​ຄາມ​ກັບ​ພີ່​ນ້ອງ​ຂອງ​ຕົນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ອາມ​ລິ​ໄຊ​ໄດ້​ຍົກ​ທັບ​ມາ​ເຖິງ​ເນີນ​ພູ​ອາມ​ໄນ​ຫູ, ຊຶ່ງ​ຢູ່​ທາງ​ເບື້ອງ​ຕາ​ເວັນ​ອອກ​ຂອງ ແມ່​ນ້ຳ​ຊີໂດນ, ຊຶ່ງ​ໄຫລ​ຜ່ານ ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ຢູ່​ບ່ອນ​ນັ້ນ​ທີ່​ພວກ​ເຂົາ​ໄດ້​ເລີ່ມ​ຕໍ່​ສູ້​ກັບ​ຊາວ​ນີໄຟ.

16 ບັດ​ນີ້, ແອວມາ​ໂດຍ​ທີ່​ເປັນ ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຜູ້​ປົກ​ຄອງ​ຜູ້​ຄົນ​ຂອງ​ນີໄຟ, ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ຂຶ້ນ​ໄປ​ພ້ອມ​ກັບ​ຜູ້​ຄົນ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ພ້ອມ​ກັບ​ນາຍ​ທະ​ຫານ​ຂອງ​ເພິ່ນ, ແລະ ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ນຳ​ໜ້າ​ກອງ​ທັບ​ຂອງ​ເພິ່ນ​ໄປ​ສູ້​ຮົບ​ກັບ​ຊາວ​ອາມ​ລິ​ໄຊ.

17 ແລະ ພວກ​ເຂົາ​ເລີ່ມ​ຂ້າ​ຟັນ​ຊາວ​ອາມ​ລິ​ໄຊ​ໃນ​ເນີນ​ພູ​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີໂດນ. ແລະ ຊາວ​ອາມ​ລິ​ໄຊ​ໄດ້​ຕໍ່​ສູ້​ກັບ​ຊາວ​ນີໄຟ​ດ້ວຍ​ກຳ​ລັງ​ອັນ​ມະຫາ​ສານ, ເຖິງ​ຂະ​ໜາດ​ທີ່​ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ລົ້ມ​ຕາຍ​ຕໍ່​ໜ້າ​ຊາວ​ອາມ​ລິ​ໄຊ.

18 ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ປະທານ​ກຳ​ລັງ​ໃຫ້​ແກ່​ມື​ຂອງ​ຊາວ​ນີໄຟ​ຢູ່, ຈົນ​ວ່າ​ໄດ້​ຂ້າ​ຊາວ​ອາມ​ລິ​ໄຊ​ເປັນ​ຈຳນວນ​ຫລວງ​ຫລາຍ, ຈົນ​ວ່າ​ຊາວ​ອາມ​ລິ​ໄຊ​ເລີ່ມ​ປົບ​ໜີ​ໄປ​ຕໍ່​ໜ້າ​ພວກ​ເຂົາ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ໄລ່​ຕິດ​ຕາມ​ຊາວ​ອາມ​ລິ​ໄຊ​ໄປ​ໝົດ​ມື້​ນັ້ນ, ແລະ ໄດ້​ຂ້າ​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ມີ​ຊາວ​ອາມ​ລິ​ໄຊ​ຖືກ ຂ້າ​ຕາຍ​ເຖິງ​ໜຶ່ງ​ໝື່ນ​ສອງ​ພັນ​ຫ້າ​ຮ້ອຍ​ສາມ​ສິບ​ສອງ​ຄົນ; ແລະ ມີ​ຊາວ​ນີໄຟ​ຖືກ​ຂ້າ​ຕາຍ​ຫົກ​ພັນ​ຫ້າ​ຮ້ອຍ​ຫົກ​ສິບ​ສອງ​ຄົນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ແອວມາ​ບໍ່​ສາ​ມາດ​ໄລ່​ຕາມ​ຊາວ​ອາມ​ລິ​ໄຊ​ຕໍ່​ໄປ​ອີກ​ແລ້ວ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ຕັ້ງ​ຄ້າຍ​ຂຶ້ນ​ໃນ ຮ່ອມພູ​ກີເດໂອນ, ເອີ້ນ​ຮ່ອມ​ພູ​ນີ້​ຕາມ​ຊື່​ຂອງ​ກີເດໂອນ ຊຶ່ງ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ໂດຍ​ມື​ຂອງ ນີຮໍ; ແລະ ຊາວ​ນີໄຟ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ​ຢູ່​ໃນ​ຮ່ອມ​ພູ​ນີ້​ໃນ​ຄືນ​ນັ້ນ.

21 ແລະ ແອວມາ​ໄດ້​ສົ່ງ​ຄົນ​ສອດ​ແນມ​ອອກ​ຕິດ​ຕາມ​ຊາວ​ອາມ​ລິ​ໄຊ​ທີ່​ເຫລືອ​ຢູ່​ເພື່ອ​ເພິ່ນ​ຈະ​ໄດ້​ຮູ້​ຈັກ​ແຜນ​ການ ແລະ ກົນ​ອຸ​ບາຍ​ຂອງ​ພວກ​ເຂົາ, ຊຶ່ງ​ໂດຍ​ທາງ​ນີ້ ເພິ່ນ​ຈຶ່ງ​ຈະ​ໄດ້​ປ້ອງ​ກັນ​ຕົວ​ໃຫ້​ພົ້ນ​ຈາກ​ພວກ​ເຂົາ, ເພື່ອ​ເພິ່ນ​ຈະ​ໄດ້​ປົກ​ປັກ​ຮັກ​ສາ​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໃຫ້​ຖືກ​ທຳ​ລາຍ.

22 ບັດ​ນີ້ ຄົນ​ທີ່​ເພິ່ນ​ສົ່ງ​ໄປ​ເບິ່ງ​ຄ້າຍ​ຂອງ​ຊາວ​ອາມ​ລິ​ໄຊ​ນັ້ນ​ຊື່​ວ່າ ຊີ​ຣຳ, ອາມ​ນໍ, ແມນທາຍ, ແລະ ລິມ​ເຮີ; ພວກ​ນີ້​ໄດ້​ອອກ​ໄປ​ພ້ອມ​ຄົນ​ຈຳນວນ​ໜຶ່ງ ເພື່ອ​ຕິດ​ຕາມ​ເບິ່ງ​ຄ້າຍ​ຂອງ​ຊາວ​ອາມ​ລິ​ໄຊ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ພວກ​ເຂົາ​ໄດ້​ກັບ​ຄືນ​ມາ​ຫາ​ຄ້າຍ​ຂອງ​ຊາວ​ນີໄຟ​ຢ່າງ​ຮີບ​ຮ້ອນ​ທີ່​ສຸດ, ຊຶ່ງ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ, ແລະ ມີ​ຄວາມ​ຢ້ານ​ກົວ​ຫລາຍ, ໂດຍ​ກ່າວ​ວ່າ:

24 ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ຕິດ​ຕາມ​ໄປ​ຫາ​ຄ້າຍ​ຂອງ ຊາວ​ອາມ​ລິ​ໄຊ ແລະ ເຮັດ​ໃຫ້​ພວກ​ເຮົາ​ປະ​ຫລາດ​ໃຈ ຫລາຍ​ທີ່​ສຸດ, ເພາະ​ວ່າ​ຢູ່​ໃນ​ແຜ່ນ​ດິນ​ໄມ​ນອນ​ທາງ​ເໜືອ​ແຜ່ນ​ດິນ​ເຊຣາ​ເຮັມລາ, ຢູ່​ໃນ​ເສັ້ນ​ທາງ​ໄປ​ຫາ​ແຜ່ນ​ດິນ ນີໄຟ​ນັ້ນ, ພວກ​ເຮົາ​ໄດ້​ເຫັນ​ທະ​ຫານ​ຊາວ​ເລມັນ​ເປັນ​ຈຳນວນ​ຫລວງ​ຫລາຍ; ແລະ ຈົ່ງ​ເບິ່ງ, ຊາວ​ອາມ​ລິ​ໄຊ​ໄດ້​ເຂົ້າ​ສົມ​ທົບ​ກັບ​ພວກ​ເຂົາ;

25 ແລະ ພວກ​ເຂົາ​ໄດ້​ຍົກ​ກອງ​ທັບ​ມາ​ເຖິງ​ພວກ​ອ້າຍ​ນ້ອງ​ຂອງ​ພວກ​ເຮົາ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ນັ້ນ; ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ກ່ອນ​ພ້ອມ​ທັງ​ຝູງ​ສັດ​ລ້ຽງ, ແລະ ເມຍ​ຂອງ​ພວກ​ເຂົາ, ແລະ ລູກ​ຂອງ​ພວກ​ເຂົາ, ມຸ້ງ​ໜ້າ​ມາ​ຫາ​ເມືອງ​ຂອງ​ພວກ​ເຮົາ; ແລະ ຖ້າ​ຫາກ​ພວກ​ເຮົາ​ບໍ່​ຟ້າວ​ໄປ, ພວກ​ເຂົາ​ຈະ​ເປັນ​ເຈົ້າ​ຂອງ​ເມືອງ​ຂອງ​ພວກ​ເຮົາ, ແລະ ບິດາ​ຂອງ​ພວກ​ເຮົາ, ແລະ ເມຍ​ຂອງ​ພວກ​ເຮົາ, ແລະ ລູກ​ຂອງ​ພວກ​ເຮົາ​ຈະ​ຖືກ​ຂ້າ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີໄຟ​ຈຶ່ງ​ໄດ້​ຟ້າວ​ມ້ຽນ​ມັດ​ເອົາ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ, ແລະ ອອກ​ຈາກ​ຮ່ອມ​ພູ​ກີເດໂອນ ມຸ້ງ​ໜ້າ​ໄປ​ຫາ​ເມືອງ​ຂອງ​ພວກ​ເຂົາ, ຄື​ເມືອງ ເຊຣາ​ເຮັມລາ.

27 ແລະ ຈົ່ງ​ເບິ່ງ, ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຊີໂດນ​ຢູ່​ນັ້ນ, ຊາວ​ເລມັນ​ກັບ​ຊາວ​ອາມ​ລິ​ໄຊ, ຊຶ່ງ​ມີ ຈຳນວນ​ຫລາຍ, ຄື​ກັບ​ວ່າ ເມັດ​ຊາຍ​ໃນ​ທະເລ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ເພື່ອ​ທຳ​ລາຍ​ພວກ​ເຂົາ.

28 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາວ​ນີໄຟ​ໂດຍ​ໄດ້​ຮັບ ກຳລັງ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ໄດ້​ອະ​ທິ​ຖານ​ຢ່າງ​ສຸດ​ກຳ​ລັງ​ຕໍ່​ພຣະ​ອົງ​ເພື່ອ​ພຣະ​ອົງ​ຈະ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ, ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ຍິນ​ສຽງ​ອ້ອນ​ວອນ​ຂອງ​ພວກ​ເຂົາ ແລະ ໄດ້​ປະທານ​ກຳ​ລັງ​ໃຫ້​ພວກ​ເຂົາ, ແລະ ຊາວ​ເລມັນ​ກັບ​ຊາວ​ອາມ​ລິ​ໄຊ​ໄດ້​ລົ້ມ​ຕາຍ​ລົງ​ຕໍ່​ໜ້າ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ຕໍ່​ສູ້​ກັບ​ອາມ​ລິ​ໄຊ​ຕົວ​ຕໍ່​ຕົວ​ດ້ວຍ​ດາບ, ແລະ ທັງ​ສອງ​ໄດ້​ຕໍ່​ສູ້​ກັນ​ຢ່າງ​ສຸດ​ກຳ​ລັງ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໂດຍ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ມີ ສັດທາ​ອັນ​ແຮງ​ກ້າ ຈຶ່ງ​ໄດ້​ຮ້ອງ​ອອກ​ມາ​ວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍ​ຈົ່ງ​ໂປດ​ເມດ​ຕາ ແລະ ໄວ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ການ​ຊ່ວຍ​ເຫລືອ ແລະ ປົກ​ປັກ​ຮັກ​ສາ​ຜູ້​ຄົນ​ພວ​ກ​ນີ້.

31 ບັດ​ນີ້​ເມື່ອ​ແອວມາ​ກ່າວ​ຄຳ​ເຫລົ່າ​ນີ້​ແລ້ວ ເພິ່ນ​ກໍ​ໄດ້​ຕໍ່​ສູ້​ກັບ​ອາມ​ລິ​ໄຊ​ອີກ; ແລະ ເພິ່ນ​ໄດ້​ຮັບ​ກຳ​ລັງ, ເຖິງ​ຂະ​ໜາດ​ທີ່​ເພິ່ນ​ໄດ້​ຂ້າ​ອາມ​ລິ​ໄຊ​ດ້ວຍ​ດາບ.

32 ແລະ ເພິ່ນ​ໄດ້​ຕໍ່​ສູ້​ກັບ​ກະສັດ​ຂອງ​ຊາວ​ເລມັນ​ນຳ​ອີກ; ແຕ່​ວ່າ​ກະສັດ​ຂອງ​ຊາວ​ເລມັນ​ໄດ້​ປົບ​ໜີ​ໄປ​ຕໍ່​ໜ້າ​ແອວມາ ແລະ ໄດ້​ສົ່ງ​ທະ​ຫານ​ອາ​ລັກ​ຂາ​ຂອງ​ຕົນ​ມາ​ຕໍ່​ສູ້​ກັບ​ແອວມາ.

33 ແຕ່​ແອວມາ​ກັບ​ທະ​ຫານ​ອາ​ລັກ​ຂາ​ຂອງ​ເພິ່ນ​ໄດ້​ຕໍ່​ສູ້​ກັບ​ທະ​ຫານ​ອາ​ລັກ​ຂາ​ຂອງ​ກະສັດ​ຂອງ​ຊາວ​ເລມັນ ຈົນ​ວ່າ​ເພິ່ນ​ໄດ້​ຂ້າ ແລະ ຂັບ​ໄລ່​ພວກ​ເຂົາ​ໃຫ້​ຖອຍ​ກັບ​ຄືນ​ໄປ.

34 ແລະ ເພິ່ນ​ຈຶ່ງ​ໄດ້​ກວາດ​ລ້າງ​ແຜ່ນ​ດິນ​ແນວ​ນີ້, ຫລື ແທ້​ຈິງ​ແລ້ວ, ຝັ່ງ​ຊຶ່ງ​ຢູ່​ທາງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຊີໂດນ, ໄດ້​ໂຍນ​ສົບ​ຊາວ​ເລມັນ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ລົງ​ໃນ​ນ້ຳ​ຊີໂດນ​ເພື່ອ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ມີ​ບ່ອນ​ຂ້າມ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ ແລະ ຊາວ​ອາມ​ລິ​ໄຊ​ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຊີໂດນ​ໄດ້​ສະ​ດວກ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ຂ້າມ​ແມ່​ນ້ຳ​ຊີໂດນ​ໄປ​ແລ້ວ ຊາວ​ເລມັນ​ກັບ​ຊາວ​ອາມ​ລິ​ໄຊ​ເລີ່ມ​ປົບ​ໜີ​ໄປ​ກ່ອນ, ທັງໆ​ທີ່​ພວກ​ເຂົາ​ມີ​ຄົນ​ເປັນ​ຈຳນວນ​ຫລາຍ​ກວ່າ​ຈົນ​ນັບ​ບໍ່​ຖ້ວນ.

36 ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ກ່ອນ​ຊາວ​ນີໄຟ​ຈະ​ມາ​ຮອດ ມຸ້ງ​ໜ້າ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊຶ່ງ​ຢູ່​ທາງ​ຕາ​ເວັນ​ຕົກ ແລະ ທາງ​ເໜືອ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ໄປ; ແລະ ຊາວ​ນີໄຟ​ໄດ້​ໄລ່​ຕິດ​ຕາມ​ພວກ​ເຂົາ​ໄປ​ດ້ວຍ​ກຳ​ລັງ​ອັນ​ມະຫາ​ສານ ແລະ ໄດ້​ຂ້າ​ພວກ​ເຂົາ​ຖິ້ມ.

37 ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ອ້ອມ​ໄວ້​ທຸກ​ດ້ານ, ແລະ ຖືກ​ຂ້າ​ຕາຍ, ແລະ ຖືກ​ຂັບ​ໄລ່​ຈົນ​ກະ​ຈັດ​ກະ​ຈາຍ​ໄປ ທາງ​ຕາ​ເວັນ​ຕົກ ແລະ ທາງ​ເໜືອ​ຈົນ​ເຖິງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຊຶ່ງ​ມີ​ຊື່​ວ່າ ເຮີ​ເມົ້າ; ແລະ ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊຶ່ງ​ມີ​ສັດ​ປ່າ ແລະ ສັດ​ຮ້າຍ​ຫລາຍ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ຄົນ​ໄດ້​ຕາຍ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຍ້ອນ​ບາດ​ແຜ​ຂອງ​ຕົນ, ແລະ ຖືກ​ສັດ​ປ່າ​ເຫລົ່າ​ນັ້ນ​ກິນ​ຊາກ​ສົບ​ຂອງ​ພວກ​ເຂົາ, ແລະ ແຮ້ງ​ໃນ​ອາ​ກາດ​ກິນ​ນຳ​ອີກ; ແລະ ພົບ​ກະ​ດູກ​ຂອງ​ພວກ​ເຂົາ​ກອງ​ຢູ່​ທົ່ວ​ແຜ່ນ​ດິນ.