ສິ່ງ​ຊ່ວຍ​ສຶກ​ສາ
ສັດທາ


ສັດທາ

ຄວາມ​ໝັ້ນ​ໃຈ​ໃນ​ບາງ​ສິ່ງ ຫລື ໃນ​ບາງ​ຄົນ. ດັ່ງ​ທີ່​ມັກ​ໃຊ້​ຢູ່​ໃນ​ພຣະ​ຄຳ​ພີ, ສັດທາ​ຄື​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢຊູ​ຄຣິດ ທີ່​ນຳ​ພາ​ບຸກ​ຄົນ​ໄປ​ເຊື່ອ​ຟັງ​ພຣະ​ອົງ. ຈະ​ຕ້ອງ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ກ່ອນ​ມັນ​ຈະ​ນຳ​ພາ​ບຸກ​ຄົນ​ໄປ​ສູ່​ຄວາມ​ລອດ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ມີ​ສັດທາ​ໃນ​ພຣະ​ເຈົ້າ ພຣະ​ບິດາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ອຳນາດ​ຖານະ​ປະ​ໂລ​ຫິດ, ແລະ ພາກ​ສ່ວນ​ອື່ນໆ​ທີ່​ສຳ​ຄັນ​ເລື່ອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ.

ສັດທາ​ແມ່ນ​ຮ່ວມ​ດ້ວຍ​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ, ແຕ່​ເປັນ​ຄວາມ​ຈິງ (ຮຣ 11:1; ແອວ 32:21; ອທ 12:6). ສັດທາ​ຈະ​ມີ​ມາ​ໂດຍ​ການ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ ຊຶ່ງ​ສິດ​ສອນ​ໂດຍ​ຜູ້​ປະ​ຕິ​ບັດ​ທີ່​ມີ​ສິດ ທີ່​ຖືກ​ພຣະ​ເຈົ້າ​ສົ່ງ​ມາ (ຣມ 10:14–17). ສິ່ງ​ມະຫັດ​ສະຈັນ​ຈະ​ບໍ່​ເກີດ​ຂຶ້ນ​ກ່ອນ​ສັດທາ, ແຕ່​ສັດທາ​ທີ່​ເຂັ້ມ​ແຂງ​ຈະ​ຖືກ​ພັດ​ທະ​ນາ​ຂຶ້ນ​ໂດຍ​ຄວາມ​ເຊື່ອ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ອີກ​ຄຳ​ໜຶ່ງ, ສັດທາ​ມາ​ເຖິງ​ໂດຍ​ຄວາມ​ຊອບ​ທຳ (ແອວ 32:40–43; ອທ 12:4, 6, 12; ຄພ 63:9–12).

ສັດທາ​ທີ່​ແທ້​ຈິງ​ຈະ​ເຮັດ​ໃຫ້​ເກີດ​ສິ່ງ​ມະຫັດ​ສະຈັນ, ພາບ​ນິມິດ, ຄວາມ​ຝັນ, ການ​ປິ່ນ​ປົວ, ແລະ ຂອງ​ປະທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ປະທານ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ. ໂດຍ​ສັດທາ​ບຸກ​ຄົນ​ຈະ​ໄດ້​ຮັບ​ການ​ປົດ​ບາບ ແລະ ໃນ​ທີ່​ສຸດ​ຈະ​ສາ​ມາດ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້. ການ​ຂາດ​ສັດທາ​ຈະ​ພາ​ບຸກ​ຄົນ​ໄປ​ສູ່​ຄວາມ​ໝົດ​ຫວັງ, ຊຶ່ງ​ມາ​ເຖິງ​ເພາະ​ຄວາມ​ຊົ່ວ​ຮ້າຍ (ມຣນ 10:22).