ພຣະ​ຄຳ​ພີ
ອີເທີ 15


ບົດ​ທີ 15

ຊາວ​ຢາເຣັດ​ຈຳນວນ​ຫລາຍ​ລ້ານ​ຄົນ​ຖືກ​ຂ້າ​ຕາຍ​ໃນ​ສະ​ໜາມ​ຮົບ—ຊີດ ແລະ ໂຄ​ຣິ​ອານ​ທະ​ເມີ​ເຕົ້າ​ໂຮມ​ຜູ້​ຄົນ​ທັງ​ໝົດ​ເພື່ອ​ສູ້​ຮົບ​ໃນ​ສົງ​ຄາມ​ແຫ່ງ​ມະຕະ—ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົ້ມ​ເລີກ​ຄວາມ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ—ປະ​ຊາ​ຊາດ​ຢາເຣັດ​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ—ໂຄ​ຣິ​ອານ​ທະ​ເມີ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເມື່ອ​ບາດ​ແຜ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ຫາຍ​ດີ​ແລ້ວ, ລາວ​ເລີ່ມ​ຈື່​ຈຳ ຄຳ​ເວົ້າ​ທີ່​ອີເທີ​ໄດ້​ເວົ້າ​ກັບ​ລາວ.

2 ລາວ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ລາວ​ເກືອບ​ສອງ​ລ້ານ​ຄົນ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ, ແລະ ລາວ​ເລີ່ມ​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ; ແທ້​ຈິງ​ແລ້ວ, ມີ​ຊາຍ​ຊະ​ກັນ​ທີ່​ຖືກ​ຂ້າ​ຕາຍ​ສອງ​ລ້ານ​ຄົນ​ພ້ອມ​ທັງ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ.

3 ລາວ​ຈຶ່ງ​ເລີ່ມ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຊຶ່ງ​ລາວ​ໄດ້​ເຮັດ​ໄປ​ນັ້ນ; ລາວ​ເລີ່ມ​ນຶກ​ເຖິງ​ຄຳ​ເວົ້າ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ສາດ​ສະ​ດາ​ທັງ​ຫລາຍ, ແລະ ລາວ​ເຫັນ​ວ່າ​ມັນ​ສຳ​ເລັດ​ແລ້ວ​ຕາມ​ນັ້ນ​ທຸກ​ຂໍ້​ຈົນ​ຮອດ​ບັດ​ນີ້; ແລະ ຈິດ​ວິນ​ຍານ​ຂອງ​ລາວ​ໂສກ​ເສົ້າ​ຫລາຍ ແລະ ບໍ່​ຍອມ​ທີ່​ຈະ​ສະ​ບາຍ​ໃຈ​ເລີຍ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ຂຽນ​ສານ​ຫາ​ຊີດ, ເພື່ອ​ສະແດງ​ຄວາມ​ປາດ​ຖະ​ໜາ​ໃຫ້​ຊີດ​ຍົກ​ເວັ້ນ​ຜູ້​ຄົນ, ແລະ ລາວ​ຈະ​ມອບ​ອາ​ນາ​ຈັກ​ໃຫ້​ເພື່ອ​ເຫັນ​ແກ່​ຊີ​ວິດ​ຂອງ​ຜູ້​ຄົນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊີດ​ໄດ້​ຮັບ​ສານ​ຂອງ​ລາວ​ແລ້ວ, ລາວ​ຈຶ່ງ​ໄດ້​ຂຽນ​ສານ​ຕອບ​ໂຄ​ຣິ​ອານ​ທະ​ເມີ, ວ່າ​ຖ້າ​ຫາກ​ໂຄ​ຣິ​ອານ​ທະ​ເມີ​ຍອມ​ມອບ​ຕົວ​ເພື່ອ​ຊີດ​ຈະ​ໄດ້​ຂ້າ​ລາວ​ດ້ວຍ​ດາບ​ຂອງ​ຕົນ​ແລ້ວ, ລາວ​ຈະ​ໄວ້​ຊີ​ວິດ​ຂອງ​ຜູ້​ຄົນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ບໍ່​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເລີຍ; ແລະ ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ຖືກ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ຊີດ; ແລະ ຜູ້​ຄົນ​ຂອງ​ຊີດ​ໄດ້​ຖືກ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ; ດັ່ງ​ນັ້ນ, ຜູ້​ຄົນ​ຂອງ​ຊີດ​ຈຶ່ງ​ໄດ້​ສູ້​ຮົບ​ກັບ​ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ.

7 ແລະ ເວລາ​ໂຄ​ຣິ​ອານ​ທະ​ເມີ​ເຫັນ​ວ່າ ຕົນ​ເອງ​ກຳ​ລັງ​ຈະ​ເສຍ​ໄຊ ລາວ​ຈຶ່ງ​ໄດ້​ໜີ​ໄປ​ຕໍ່​ໜ້າ​ຜູ້​ຄົນ​ຂອງ​ຊີດ​ອີກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ມາ​ຮອດ​ນ້ຳ​ຣິບ​ລີ​ອານ​ຄຳ, ຊຶ່ງ​ແປ​ວ່າ ກວ້າງ​ໃຫຍ່​ໄພ​ສານ ຫລື ໃຫຍ່​ກວ່າ​ນ້ຳ​ທັງ​ໝົດ; ດັ່ງ​ນັ້ນ, ເວລາ​ພວກ​ເຂົາ​ມາ​ຮອດ​ແມ່​ນ້ຳ​ນີ້​ແລ້ວ ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ; ແລະ ຊີດ​ກໍ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ​ໃກ້​ກັນ​ນັ້ນ; ແລະ ສະນັ້ນ ໃນ​ມື້​ຕໍ່​ມາ​ພວກ​ເຂົາ​ໄດ້​ອອກ​ມາ​ສູ້​ຮົບ​ກັນ​ອີກ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ສູ້​ຮົບ​ກັນ​ຢ່າງ​ດຸ​ເດືອດ​ທີ່​ສຸດ, ຊຶ່ງ​ເຮັດ​ໃຫ້​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຮັບ​ບາດ​ເຈັບ​ອີກ, ແລະ ລາວ​ໄດ້​ສະ​ຫລົບ​ໄປ​ເພາະ​ການ​ເສຍ​ເລືອດ​ຢ່າງ​ໜັກ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ມຸ້ງ​ໜ້າ​ເຂົ້າ​ຫາ​ກອງ​ທັບ​ຂອງ​ຊີດ​ຈົນ​ວ່າ​ໄດ້​ຮັບ​ໄຊ​ຊະນະ​ຈາກ​ສັດ​ຕູ, ຈົນ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ປົບ​ໜີ​ຕໍ່​ໜ້າ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ທາງ​ໃຕ້, ແລະ ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ ໂອ​ແກດ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ​ໃກ້​ກັບ​ເນີນ​ພູ​ຣາ​ມາ; ແລະ ມັນ​ເປັນ​ເນີນ​ພູ​ແຫ່ງ​ດຽວ​ກັນ​ກັບ​ບ່ອນ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ມໍມອນ​ໄດ້ ເຊື່ອງ​ບັນ​ທຶກ​ສັກ​ສິດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ທັງ​ໝົດ​ໃນ​ທົ່ວ​ຜືນ​ແຜ່ນ​ດິນ, ຜູ້​ທີ່​ບໍ່​ໄດ້​ຖືກ​ຂ້າ, ນອກ​ຈາກ​ອີເທີ​ເທົ່າ​ນັ້ນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີເທີ​ໄດ້​ເຫັນ​ການ​ປະ​ພຶດ​ທັງ​ໝົດ​ຂອງ​ຜູ້​ຄົນ; ແລະ ເພິ່ນ​ເຫັນ​ວ່າ​ຜູ້​ຄົນ​ທີ່​ສະ​ໜັບ​ສະ​ໜູນ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ເຂົ້າ​ຮ່ວມ​ກັບ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ; ແລະ ຜູ້​ຄົນ​ທີ່​ສະ​ໜັບ​ສະ​ໜູນ​ຊີດ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ກອງ​ທັບ​ຂອງ​ຊີດ.

14 ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ໃຊ້​ເວລາ​ປະ​ມານ​ສີ່​ປີ​ເພື່ອ​ເຕົ້າ​ໂຮມ​ຜູ້​ຄົນ​ທັງ​ໝົດ​ທີ່​ຢູ່​ໃນ​ຜືນ​ແຜ່ນ​ດິນ, ແລະ ເພື່ອ​ຕົນ​ຈະ​ໄດ້​ຮັບ​ກຳ​ລັງ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຜູ້​ຄົນ​ມາ​ເຕົ້າ​ໂຮມ​ກຳ​ລັງ​ກັນ​ໝົດ​ທຸກ​ຄົນ​ແລ້ວ, ທຸກ​ຄົນ​ຈຶ່ງ​ໄປ​ກັບ​ກອງ​ທັບ​ທີ່​ຕົນ​ຕ້ອງ​ການ​ພ້ອມ​ດ້ວຍ​ເມຍ​ຂອງ​ຕົນ ແລະ ລູກ​ຂອງ​ຕົນ—ທັງ​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ ກໍ​ໄດ້​ຖື​ອາ​ວຸດ​ແຫ່ງ​ສົງ​ຄາມ, ໂດຍ​ມີ​ໂລ່, ແລະ ແຜ່ນ​ປົກ​ເອິກ, ແລະ ເຄື່ອງ​ປ້ອງ​ກັນ​ຫົວ, ແລະ ນຸ່ງ​ຫົ່ມ​ຕາມ​ວິ​ທີ​ການ​ຂອງ​ສົງ​ຄາມ—ພວກ​ເຂົາ​ໄດ້​ເດີນ​ທັບ​ເຂົ້າ​ຫາ​ກັນ​ເພື່ອ​ສູ້​ຮົບ, ແລະ ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ຕະຫລອດ​ມື້​ນັ້ນ​ແຕ່​ບໍ່​ມີ​ຝ່າຍ​ໃດ​ຊະນະ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເຖິງ​ຕອນ​ກາງ​ຄືນ​ມາ ພວກ​ເຂົາ​ກໍ​ອິດ​ເມື່ອຍ ແລະ ໄດ້​ກັບ​ຄືນ​ໄປ​ຄ້າຍ​ຂອງ​ໃຜ​ລາວ; ແລະ ຫລັງ​ຈາກ​ກັບ​ຄືນ​ໄປ​ເຖິງ​ຄ້າຍ​ແລ້ວ ພວກ​ເຂົາ​ກໍ​ເລີ່ມ​ຄ່ຳ​ຄວນ ຍ້ອນ​ວ່າ​ການ​ສູນ​ເສຍ​ຜູ້​ຄົນ​ທີ່​ຖືກ​ຂ້າ​ຕາຍ; ແລະ ສຽງ​ຮ້ອງ​ຂອງ​ພວກ​ເຂົາ ແລະ ການ​ຄ່ຳ​ຄວນ​ຂອງ​ພວກ​ເຂົາ​ນັ້ນ​ດັງ​ແຮງ​ທີ່​ສຸດ, ຈົນ​ເຮັດ​ໃຫ້​ມີ​ສຽງ​ດັງ​ກ້ອງ​ສະ​ໜັ່ນ​ທີ່​ສຸດ​ໃນ​ອາ​ກາດ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ພວກ​ເຂົາ​ໄດ້​ອອກ​ໄປ​ສູ້​ຮົບ​ກັນ​ອີກ, ແລະ ການ​ສູ້​ຮົບ​ໃນ​ມື້​ນັ້ນ​ຍິ່ງ​ໃຫຍ່ ແລະ ເປັນ​ໜ້າ​ຢ້ານ​ກົວ​ທີ່​ສຸດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ບໍ່​ມີ​ຝ່າຍ​ໃດ​ຈະ​ເອົາ​ຊະນະ​ໄດ້, ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ​ມາ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ອາ​ກາດ​ດັງ​ກ້ອງ​ສະ​ໜັ່ນ​ໄປ​ດ້ວຍ​ສຽງ​ຮ້ອງ​ໄຫ້ ແລະ ສຽງ​ຄວນ​ຄາງ, ດ້ວຍ​ສຽງ​ຈົ່ມ​ວ່າ​ຂອງ​ພວກ​ເຂົາ ຍ້ອນ​ວ່າ​ການ​ສູນ​ເສຍ​ຜູ້​ຄົນ​ຂອງ​ພວກ​ເຂົາ​ທີ່​ຖືກ​ຂ້າ​ຕາຍ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ຂຽນ​ສານ​ໄປ​ຫາ​ຊີດ​ອີກ, ໂດຍ​ປາດ​ຖະ​ໜາ​ບໍ່​ໃຫ້​ລາວ​ມາ​ສູ້​ຮົບ​ອີກ, ແຕ່​ໃຫ້​ລາວ​ເອົາ​ອາ​ນາ​ຈັກ​ໄປ ແລະ ໃຫ້​ໄວ້​ຊີ​ວິດ​ຂອງ​ຜູ້​ຄົນ.

19 ແຕ່​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີກ​ລົ້ມ​ຄວາມ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ​ແລ້ວ, ແລະ ຊາຕານ​ມີ​ອຳນາດ​ເຕັມ​ທີ່​ເໜືອ​ໃຈ​ຂອງ​ຜູ້​ຄົນ; ເພາະ​ພວກ​ເຂົາ​ຍອມ​ຕົນ​ໃຫ້​ກັບ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ແລະ ມີ​ຄວາມ​ມືດ​ດັບ​ໃນ​ຈິດ​ໃຈ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ; ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ອອກ​ໄປ​ສູ້​ຮົບ​ກັນ​ອີກ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ຕະຫລອດ​ມື້​ນັ້ນ, ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ​ມາ ພວກ​ເຂົາ​ກໍ​ນອນ​ຢູ່​ກັບ​ດາບ​ຂອງ​ພວກ​ເຂົາ.

21 ແລະ ໃນ​ມື້​ຕໍ່​ມາ ພວກ​ເຂົາ​ກໍ​ໄດ້​ຕໍ່​ສູ້​ກັນ​ຈົນ​ຮອດ​ຕອນ​ກາງ​ຄືນ.

22 ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ, ພວກ​ເຂົາ​ກໍ ມຶນ​ເມົາ​ດ້ວຍ​ຄວາມ​ຄຽດ​ແຄ້ນ, ຄື​ກັນ​ກັບ​ຄົນ​ເມົາ​ເຫລົ້າ​ອະງຸ່ນ; ແລະ ພວກ​ເຂົາ​ກໍ​ໄດ້​ນອນ​ຢູ່​ກັບ​ດາບ​ຂອງ​ພວກ​ເຂົາ​ອີກ.

23 ແລະ ໃນ​ມື້​ຕໍ່​ມາ ພວກ​ເຂົາ​ກໍ​ໄດ້​ຕໍ່​ສູ້​ກັນ​ອີກ; ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ ພວກ​ເຂົາ​ກໍ​ລົ້ມ​ຕາຍ​ກັນ​ໝົດ ຍົກ​ເວັ້ນ​ແຕ່​ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ຫ້າ​ສິບ​ສອງ​ຄົນ, ແລະ ຜູ້​ຄົນ​ຂອງ​ຊີດ​ຫົກ​ສິບ​ເກົ້າ​ຄົນ​ເທົ່າ​ນັ້ນ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ນອນ​ຢູ່​ກັບ​ດາບ​ຂອງ​ພວກ​ເຂົາ​ໃນ​ຄືນ​ນັ້ນ, ແລະ ໃນ​ມື້​ຕໍ່​ມາ ພວກ​ເຂົາ​ກໍ​ໄດ້​ຕໍ່​ສູ້​ກັນ​ອີກ, ແລະ ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຂົາ ແລະ ດ້ວຍ​ດາບ​ຂອງ​ພວກ​ເຂົາ ແລະ ດ້ວຍ​ເຄື່ອງ​ປ້ອງ​ກັນ​ອາ​ວຸດ​ຂອງ​ພວກ​ເຂົາ​ຕະຫລອດ​ມື້​ນັ້ນ.

25 ແລະ ເມື່ອ​ຮອດ​ຕອນ​ກາງ​ຄືນ ຜູ້​ຄົນ​ຂອງ​ຊີດ​ເຫລືອ​ຢູ່​ສາມ​ສິບ​ສອງ​ຄົນ, ແລະ ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ເຫລືອ​ຢູ່​ຊາວ​ເຈັດ​ຄົນ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ພາ​ກັນ​ກິນ​ດື່ມ ແລະ ໄດ້​ເຂົ້າ​ນອນ, ແລະ ໄດ້​ຕຽມ​ຕົວ​ເພື່ອ​ຄວາມ​ຕາຍ​ໃນ​ມື້​ຕໍ່​ມາ. ແລະ ພວກ​ເຂົາ​ເປັນ​ຄົນ​ຮ່າງ​ໃຫຍ່​ສູງ ແລະ ມີ​ກຳ​ລັງ​ຕາມ​ກຳ​ລັງ​ຂອງ​ມະນຸດ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ເປັນ​ເວລາ​ສາມ​ຊົ່ວ​ໂມງ, ແລະ ພວກ​ເຂົາ​ໄດ້​ສະ​ຫລົບ​ໄປ​ດ້ວຍ​ການ​ເສຍ​ເລືອດ​ຢ່າງ​ໜັກ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຮັບ​ກຳ​ລັງ​ພໍ​ທີ່​ຈະ​ຍ່າງ​ໄປ​ໄດ້​ແລ້ວ, ພວກ​ເຂົາ​ກໍ​ຕຽມ​ທ່າ​ທີ່​ຈະ​ໜີ​ໄປ​ເພື່ອ​ເອົາ​ຕົວ​ລອດ; ແຕ່​ຈົ່ງ​ເບິ່ງ, ຊີດ​ໄດ້​ລຸກ​ຂຶ້ນ​ພ້ອມ​ດ້ວຍ​ຜູ້​ຄົນ​ຂອງ​ລາວ, ແລະ ລາວ​ໄດ້​ສາບານ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ວ່າ ລາວ​ຈະ​ຂ້າ​ໂຄ​ຣິ​ອານ​ທະ​ເມີ​ໃຫ້​ໄດ້ ຖ້າ​ບໍ່​ດັ່ງ​ນັ້ນ ລາວ​ກໍ​ຈະ​ຕາຍ​ດ້ວຍ​ດາບ.

29 ດັ່ງ​ນັ້ນ, ລາວ​ຈຶ່ງ​ໄດ້​ໄລ່​ຕາມ​ພວກ​ເຂົາ​ໄປ, ແລະ ໃນ​ມື້​ຕໍ່​ມາ​ຊີດ​ກໍ​ຕາມ​ມາ​ທັນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ທຸກ​ຄົນ​ໄດ້​ລົ້ມ​ຕາຍ​ດ້ວຍ​ດາບ ໝົດ​ແລ້ວ, ນອກ​ຈາກ​ໂຄ​ຣິ​ອານ​ທະ​ເມີ​ກັບ​ຊີດ​ເທົ່າ​ນັ້ນ, ຈົ່ງ​ເບິ່ງ ຊີດ​ໄດ້​ສະ​ຫລົບ​ໄປ​ເພາະ​ການ​ເສຍ​ເລືອດ​ຢ່າງ​ໜັກ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ເນີ້ງ​ຕົວ​ເອື່ອຍ​ດາບ, ແລະ ພັກ​ຜ່ອນ​ຢູ່​ໜ້ອຍ​ໜຶ່ງ, ແລ້ວ​ລາວ​ໄດ້​ຕັດ​ຫົວ​ຊີດ​ຈົນ​ຂາດ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ລາວ​ໄດ້​ຕັດ​ຫົວ​ຂອງ​ຊີດ​ຂາດ​ແລ້ວ, ຊີດ​ໄດ້​ເອົາ​ມື​ຊູ​ຕົວ​ເອງ​ໃຫ້​ລຸກ​ຂຶ້ນ ແລະ ກໍ​ລົ້ມ​ລົງ​ອີກ; ແລະ ຫລັງ​ຈາກ​ທີ່​ລາວ​ຊັກ​ເພື່ອ​ຫາຍ​ໃຈ, ລາວ​ກໍ​ໄດ້​ຂາດ​ໃຈ​ຕາຍ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ, ຄື​ກັນ​ກັບ​ຄົນ​ທີ່​ຕາຍ​ແລ້ວ.

33 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ກັບ​ອີເທີ, ແລະ ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ອອກ​ໄປ. ແລະ ອີເທີ​ໄດ້​ອອກ​ໄປ, ແລະ ເຫັນ​ວ່າ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ເລັດ​ແລ້ວ​ທັງ​ໝົດ; ແລະ ເພິ່ນ​ໄດ້​ຈົບ ບັນ​ທຶກ​ຂອງ​ເພິ່ນ; (ແລະ ຂ້າ​ພະ​ເຈົ້າບໍ່​ໄດ້​ຂຽນ​ໄວ້​ແມ່ນ​ແຕ່​ໜຶ່ງ​ສ່ວນ​ຮ້ອຍ) ແລະ ເພິ່ນ​ໄດ້​ເຊື່ອງ​ມັນ​ໄວ້​ດ້ວຍ​ວິ​ທີ​ທີ່​ຜູ້​ຄົນ​ຂອງ​ລິມໄຮ​ໄດ້​ພົບ​ເຫັນ​ມັນ.

34 ບັດ​ນີ້​ຄຳ​ສຸດ​ທ້າຍ​ຊຶ່ງ ອີເທີ​ໄດ້​ຂຽນ​ໄວ້​ມີ​ດັ່ງ​ນີ້: ບໍ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມີ​ພຣະ​ປະສົງ​ໃຫ້​ຂ້າ​ພະ​ເຈົ້າ​ປ່ຽນ​ແປງ​ສະພາບ, ຫລື ໃຫ້​ຂ້າ​ພະ​ເຈົ້າ​ຍອມ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເນື້ອ​ໜັງ​ນັ້ນ, ມັນ​ບໍ່​ສຳ​ຄັນ​ຖ້າ​ຫາກ​ເປັນ​ໄປ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ອາແມນ.