ພຣະ​ຄຳ​ພີ
ອີເທີ 8


ບົດ​ທີ 8

ມັນ​ມີ​ການ​ຜິດ​ຖຽງ​ກັນ ແລະ ມີ​ການ​ຂັດ​ແຍ້ງ​ກັນ​ເລື່ອງ​ອາ​ນາ​ຈັກ—ເອ​ຄິດ​ຈັດ​ຕັ້ງ​ຄຳ​ສາບານ​ການ​ມົ້ວ​ສຸມ​ລັບ​ເພື່ອ​ປະ​ຫານ​ຊີ​ວິດ​ກະສັດ—ການ​ມົ້ວ​ສຸມ​ລັບ​ເປັນ​ຂອງ​ມານ ແລະ ຜົນ​ຄື​ການ​ທຳ​ລາຍ​ປະ​ຊາ​ຊາດ—ຄົນ​ຕ່າງ​ຊາດ​ໃນ​ສະ​ໄໝ​ປະ​ຈຸ​ບັນ​ຖືກ​ເຕືອນ​ໃຫ້​ຕໍ່​ຕ້ານ​ການ​ມົ້ວ​ສຸມ​ລັບ​ຊຶ່ງ​ພະ​ຍາ​ຍາມ​ໂຄ່ນ​ລົ້ມ​ອິດສະ​ລະ​ພາບ​ຂອງ​ແຜ່ນ​ດິນ, ປະ​ຊາ​ຊາດ, ແລະ ປະເທດ​ຊາດ​ທັງ​ໝົດ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊູນ​ໄດ້​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ວ່າ ໂອເມ, ແລະ ໂອເມ​ໄດ້​ປົກ​ຄອງ​ແທນ​ລາວ. ແລະ ໂອເມ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ຢາເຣັດ; ແລະ ຢາເຣັດ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ.

2 ແລະ ຢາເຣັດ​ໄດ້​ກະ​ບົດ​ຕໍ່​ບິດາ​ຂອງ​ຕົນ, ແລະ ມາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຫັດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເວົ້າ​ຍ້ອງ​ຍໍ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ຍ້ອນ​ວ່າ​ຄຳ​ເວົ້າ​ອັນ​ມີ​ເລ່​ຫລ່ຽມ​ຂອງ​ລາວ​ຈົນ​ວ່າ​ລາວ​ໄດ້​ອາ​ນາ​ຈັກ​ເຄິ່ງ​ໜຶ່ງ​ມາ​ປົກ​ຄອງ.

3 ແລະ ເມື່ອ​ລາວ​ໄດ້​ອາ​ນາ​ຈັກ​ມາ​ເຄິ່ງ​ໜຶ່ງ​ແລ້ວ, ລາວ​ກໍ​ໄດ້​ມາ​ສູ້​ຮົບ​ກັບ​ບິດາ​ຂອງ​ຕົນ, ແລະ ລາວ​ໄດ້​ຈັບ​ເອົາ​ບິດາ​ຂອງ​ຕົນ​ໄປ​ເປັນ​ຊະ​ເລີຍ, ແລະ ເຮັດ​ໃຫ້​ບິດາ​ຂອງ​ຕົນ​ທຳ​ງານ​ໃນ​ຂະນະ​ທີ່​ເປັນ​ຊະ​ເລີຍ;

4 ແລະ ບັດ​ນີ້, ໃນ​ໄລ​ຍະ​ເວລາ​ແຫ່ງ​ການ​ປົກ​ຄອງ​ຂອງ​ໂອເມ, ລາວ​ໄດ້​ຕົກ​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ເຄິ່ງ​ໜຶ່ງ​ຂອງ​ຊີ​ວິດ​ຂອງ​ລາວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ, ຊຶ່ງ​ໃນ​ບັນ​ດາ​ລູກ​ພວກ​ນີ້ ມີ​ສອງ​ຄົນ​ຊື່​ວ່າ ເອຊະໂຣມ ແລະ ໂຄຣິອານ​ທະເມີ.

5 ແລະ ພວກ​ເຂົາ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ ຍ້ອນ​ການ​ກະ​ທຳ​ຂອງ​ຢາເຣັດ​ອ້າຍ​ຂອງ​ຕົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຈັດ​ກອງ​ທັບ ແລະ ໄດ້​ສູ້​ຮົບ​ກັບ​ຢາເຣັດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ສູ້​ຮົບ​ກັບ​ຢາເຣັດ​ໃນ​ເວລາ​ກາງ​ຄືນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ໄດ້​ຂ້າ​ຄົນ​ໃນ​ກອງ​ທັບ​ຂອງ​ຢາເຣັດ​ແລ້ວ ແລະ ກຳ​ລັງ​ຈະ​ຂ້າ​ລາວ​ນຳ​ອີກ; ແລະ ລາວ​ໄດ້​ວິງ​ວອນ​ພວກ​ເຂົາ​ໃຫ້​ໄວ້​ຊີ​ວິດ​ລາວ, ແລະ ລາວ​ຈະ​ຍົກ​ອາ​ນາ​ຈັກ​ຄືນ​ໃຫ້​ບິດາ​ຂອງ​ຕົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ໄວ້​ຊີ​ວິດ​ລາວ.

7 ແລະ ບັດ​ນີ້​ຢາເຣັດ​ໄດ້​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ ຍ້ອນ​ການ​ສູນ​ເສຍ​ອາ​ນາ​ຈັກ​ໄປ​ນັ້ນ, ເພາະ​ວ່າ​ໃຈ​ຂອງ​ລາວ​ຢູ່​ກັບ​ອາ​ນາ​ຈັກ ແລະ ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຂອງ​ໂລກ.

8 ບັດ​ນີ້​ໂດຍ​ທີ່​ລູກ​ສາວ​ຂອງ​ຢາເຣັດ​ເປັນ​ຄົນ​ຊຳ​ນິ​ຊຳ​ນານ​ທີ່​ສຸດ, ແລະ ໂດຍ​ທີ່​ໄດ້​ເຫັນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ບິດາ​ຕົນ, ນາງ​ຈຶ່ງ​ໄດ້​ຄິດ​ວາງ​ແຜນ​ເພື່ອ​ຈະ​ກູ້​ເອົາ​ອາ​ນາ​ຈັກ​ຄືນ​ມາ​ໃຫ້​ບິດາ​ຂອງ​ນາງ​ໃຫ້​ໄດ້.

9 ບັດ​ນີ້​ລູກ​ສາວ​ຂອງ​ຢາເຣັດ​ເປັນ​ຄົນ​ງາມ​ທີ່​ສຸດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນາງ​ໄດ້​ເວົ້າ​ກັບ​ບິດາ​ຂອງ​ນາງ​ວ່າ: ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພໍ່​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເຊັ່ນ​ນີ້? ພໍ່​ບໍ່​ໄດ້​ອ່ານ​ບັນ​ທຶກ​ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ນຳ​ຂ້າມ​ຄວາມ​ເລິກ​ທີ່​ສຸດ​ຂອງ​ທະເລ​ອັນ​ກວ້າງ​ໃຫຍ່​ມາ​ບໍ? ຈົ່ງ​ເບິ່ງ, ມັນ​ບໍ່​ມີ​ເລື່ອງ​ລາວ​ກ່ຽວ​ກັບ​ຄົນ​ໃນ​ສະ​ໄໝ​ກ່ອນ​ບໍ​ທີ່​ໃຊ້​ແຜນ​ການ ລັບ​ຂອງ​ພວກ​ເຂົາ, ຊຶ່ງ​ໃນ​ແຜນ​ການ​ນັ້ນ​ພວກ​ເຂົາ​ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ຫລາຍ​ແຫ່ງ ແລະ ມີ​ຄວາມ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ?

10 ແລະ ບັດ​ນີ້, ສະນັ້ນ, ຂໍ​ໃຫ້​ພໍ່​ຈົ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ເອ​ຄິດ​ລູກ​ຊາຍ​ຂອງ​ຄິມ​ນໍ​ມາ; ແລະ ຈົ່ງ​ເບິ່ງ, ລູກ​ເອງ​ເປັນ​ຄົນ​ງາມ, ແລະ ລູກ​ຈະ ຟ້ອນ​ລຳ​ຕໍ່​ໜ້າ​ລາວ, ແລະ ລູກ​ຈະ​ເຮັດ​ໃຫ້​ລາວ​ພໍ​ໃຈ, ຈົນ​ວ່າ​ລາວ​ຢາກ​ໄດ້​ລູກ​ໄປ​ເປັນ​ພັນ​ລະ​ຍາ​ຂອງ​ລາວ; ດັ່ງ​ນັ້ນ​ຖ້າ​ຫາກ​ລາວ​ປາດ​ຖະ​ໜາ​ຈາກ​ພໍ່​ວ່າ​ໃຫ້​ພໍ່​ຍົກ​ລູກ​ໃຫ້​ເປັນ​ພັນ​ລະ​ຍາ​ຂອງ​ລາວ, ເມື່ອ​ນັ້ນ​ພໍ່​ຈົ່ງ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຈະ​ຍົກ​ນາງ​ໃຫ້​ທ່ານ ຖ້າ​ຫາກ​ທ່ານ​ເອົາ​ຫົວ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ເປັນ​ກະສັດ​ມາ​ໃຫ້​ຂ້າ​ພະ​ເຈົ້າ.

11 ແລະ ບັດ​ນີ້​ໂອເມ ແມ່ນ​ເພື່ອນ​ຂອງ​ເອ​ຄິດ; ດັ່ງ​ນັ້ນ, ເມື່ອ​ຢາເຣັດ​ໄດ້​ສັ່ງ​ໃຫ້​ຄົນ​ໄປ​ເອີ້ນ​ເອ​ຄິດ​ມາ​ຫາ, ລູກ​ສາວ​ຂອງ​ຢາເຣັດ​ກໍ​ໄດ້​ຟ້ອນ​ລຳ​ຕໍ່​ໜ້າ​ລາວ, ເຖິງ​ຂະ​ໜາດ​ທີ່​ເຮັດ​ໃຫ້​ລາວ​ພໍ​ໃຈ, ເຖິງ​ຂະ​ໜາດ​ທີ່​ລາວ​ຢາກ​ໄດ້​ນາງ​ມາ​ເປັນ​ພັນ​ລະ​ຍາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອຄິດ​ໄດ້​ເວົ້າ​ກັບ​ຢາເຣັດ​ວ່າ: ໃຫ້​ນາງ​ມາ​ເປັນ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ສາ.

12 ແລະ ຢາເຣັດ​ເວົ້າ​ກັບ​ລາວ​ວ່າ: ຂ້າ​ພະ​ເຈົ້າ​ຈະ​ຍົກ​ນາງ​ໃຫ້​ທ່ານ, ຖ້າ​ຫາກ​ທ່ານ​ຈະ​ເອົາ​ຫົວ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ເປັນ​ກະສັດ​ມາ​ໃຫ້​ຂ້າ​ພະ​ເຈົ້າ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ຄິດ​ໄດ້​ເຕົ້າ​ໂຮມ​ຍາດ​ພີ່​ນ້ອງ​ທັງ​ໝົດ​ຂອງ​ຕົນ​ໃນ​ຄອບ​ຄົວ​ຂອງ​ຢາເຣັດ ແລະ ໄດ້​ເວົ້າ​ກັບ​ພວກ​ເຂົາ​ເຫລົ່າ​ນັ້ນ​ວ່າ: ພວກ​ທ່ານ​ຈະ​ສາບານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ບໍ​ວ່າ ພວກ​ທ່ານ​ຈະ​ຊື່​ສັດ​ຕໍ່​ຂ້າ​ພະ​ເຈົ້າ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈາກ​ພວກ​ທ່ານ?

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ທັງ​ໝົດ​ໄດ້ ສາບານ​ກັບ​ລາວ, ໂດຍ​ອ້າງ​ເຖິງ​ພຣະ​ເຈົ້າ​ແຫ່ງ​ສະຫວັນ, ແລະ ອ້າງ​ເຖິງ​ຟ້າ​ສະຫວັນ​ນຳ​ອີກ, ແລະ ອ້າງ​ເຖິງ​ແຜ່ນ​ດິນ​ໂລກ​ນຳ​ອີກ, ແລະ ອ້າງ​ວ່າ​ຖ້າ​ຫາກ​ຜູ້​ໃດ​ຫັນ​ປ່ຽນ​ບໍ່​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເອ​ຄິດ​ປາດ​ຖະ​ໜາ ຜູ້​ນັ້ນ​ຈະ​ສູນ​ເສຍ​ຫົວ​ຂອງ​ຕົນ; ແລະ ຜູ້​ໃດ​ທີ່​ເປີດ​ເຜີຍ​ອັນ​ໃດ​ກໍ​ຕາມ​ທີ່​ເອ​ຄິດ​ບອກ​ໃຫ້​ຕົນ​ຮູ້, ຜູ້​ນັ້ນ​ຈະ​ສູນ​ເສຍ​ຊີ​ວິດ​ຂອງ​ຕົນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຫັນ​ດີ​ກັບ​ເອ​ຄິດ​ດັ່ງ​ນັ້ນ. ແລະ ເອ​ຄິດ​ໄດ້​ໃຫ້​ພວກ​ເຂົາ​ກ່າວ ຄຳ​ສາບານ ຊຶ່ງ​ມອບ​ໃຫ້​ຄົນ​ໃນ​ສະ​ໄໝ​ບູຮານ​ຜູ້​ທີ່​ສະແຫວງ​ຫາ​ອຳນາດ, ຊຶ່ງ​ຕໍ່​ກັນ​ມາ​ຈາກ ກາ​ອິນ​ຜູ້​ເປັນ​ຄາດ​ຕະ​ກອນ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ມາ.

16 ແລະ ອຳນາດ​ຂອງ​ມານ​ໄດ້​ຮັກ​ສາ​ຄຳ​ສາບານ​ນີ້​ໄວ້ ເພື່ອ​ຈະ​ໄດ້​ມອບ​ຄຳ​ສາບານ​ເຫລົ່າ​ນີ້​ໃຫ້​ແກ່​ຜູ້​ຄົນ​ຕໍ່​ໄປ, ເພື່ອ​ໃຫ້​ພວກ​ເຂົາ​ຄົງ​ຢູ່​ໃນ​ຄວາມ​ມືດ, ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ສະແຫວງ​ຫາ​ອຳນາດ​ໃຫ້​ມີ​ອຳນາດ, ແລະ ເພື່ອ​ຂ້າ, ແລະ ເພື່ອ​ປຸ້ນ​ຈີ້, ແລະ ເພື່ອ​ຕົວະ​ຍົວະ, ແລະ ເພື່ອ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ ແລະ ການ​ໂສ​ເພ​ນີ.

17 ແລະ ແມ່ນ​ລູກ​ສາວ​ຂອງ​ຢາເຣັດ​ນີ້​ແຫລະ​ທີ່​ໄດ້​ນຳ​ມັນ​ມາ​ໄວ້​ໃນ​ໃຈ​ຂອງ​ລາວ ເພື່ອ​ໃຫ້​ຄົ້ນ​ຄວ້າ​ຫາ​ສິ່ງ​ເກົ່າ​ແກ່​ເຫລົ່າ​ນີ້; ແລະ ຢາເຣັດ​ໄດ້​ນຳ​ມັນ​ມາ​ໄວ້​ໃນ​ໃຈ​ຂອງ​ເອ​ຄິດ; ດັ່ງ​ນັ້ນ ເອ​ຄິດ​ຈຶ່ງ​ໄດ້​ມອບ​ມັນ​ໃຫ້​ແກ່​ຍາດ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຂອງ​ລາວ, ແລະ ນຳ​ພວກ​ເຂົາ​ໄປ​ດ້ວຍ​ຄຳ​ສັນ​ຍາ​ທີ່​ຈົບ​ງາມ​ໃຫ້​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ປາດ​ຖະ​ໜາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຈັດ​ຕັ້ງ ການ​ມົ້ວ​ສຸມ​ລັບ​ຂຶ້ນ, ຄື​ກັນ​ກັບ​ໃນ​ສະ​ໄໝ​ກ່ອນ; ຊຶ່ງ​ການ​ມົ້ວ​ສຸມ​ລັບ​ນັ້ນ​ເປັນ​ໜ້າ​ກຽດ​ຊັງ ແລະ ຊົ່ວ​ຮ້າຍ​ຍິ່ງ​ກວ່າ​ສິ່ງ​ໃດໆ, ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ;

19 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ວຽກ​ໃນ​ການ​ມົ້ວ​ສຸມ​ລັບ, ທັງ​ພຣະ​ອົງ​ບໍ່​ມີ​ພຣະ​ປະສົງ​ໃຫ້​ມະນຸດ​ຂ້າ​ຟັນ​ກັນ, ແຕ່​ໃນ​ທຸກ​ສິ່ງ​ພຣະ​ອົງ​ຊົງ​ຫ້າມ​ມັນ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ເປັນ​ຕົ້ນ​ມາ.

20 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ບໍ່​ໄດ້​ຂຽນ​ແບບ​ສະບັບ​ຂອງ​ຄຳ​ສາບານ ແລະ ການ​ມົ້ວ​ສຸມ​ລັບ​ຂອງ​ພວກ​ເຂົາ​ໄວ້, ເພາະ​ມັນ​ເປັນ​ທີ່​ຮູ້​ຈັກ​ແກ່​ຂ້າ​ພະ​ເຈົ້າ​ວ່າ ມັນ​ມີ​ຢູ່​ແລ້ວ​ກັບ​ຄົນ​ທັງ​ປວງ, ແລະ ມັນ​ມີ​ຢູ່​ແລ້ວ​ໃນ​ບັນ​ດາ​ຊາວ​ເລມັນ.

21 ແລະ ມັນ​ເປັນ​ເຫດ​ໃຫ້​ເກີດ ຄວາມ​ພິນາດ​ແກ່​ຜູ້​ຄົນ​ພວກ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເວົ້າ​ເຖິງ​ຢູ່​ດຽວ​ນີ້, ແລະ ມັນ​ນຳ​ຄວາມ​ພິນາດ​ມາ​ໃຫ້​ຜູ້​ຄົນ​ຂອງ​ນີໄຟ​ນຳ​ອີກ.

22 ແລະ ປະ​ຊາ​ຊາດ​ໃດ​ກໍ​ຕາມ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ການ​ມົ້ວ​ສຸມ​ລັບ​ແບບ​ນີ້, ເພື່ອ​ໃຫ້​ໄດ້​ອຳນາດ ແລະ ຜົນ​ປະ​ໂຫຍດ​ຈົນ​ໃຫ້​ມັນ​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ປະ​ຊາ​ຊາດ; ຈົ່ງ​ເບິ່ງ, ປະ​ຊາ​ຊາດ​ນັ້ນ​ຈະ​ຖືກ​ທຳ​ລາຍ; ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້ ເລືອດ​ຂອງ​ໄພ່​ພົນ​ຂອງ​ພຣະ​ອົງ​ຊຶ່ງ​ຖືກ​ພວກ​ເຂົາ​ຫລັ່ງ ຮ້ອງ​ທູນ​ພຣະ​ອົງ​ຈາກ​ພື້ນ​ດິນ​ສະເໝີ​ໄປ​ເພື່ອ ການ​ແກ້​ແຄ້ນ​ຄົນ​ເຫລົ່າ​ນັ້ນ ແລະ ພຣະ​ອົງ​ບໍ່​ແກ້​ແຄ້ນ​ພວກ​ເຂົາ.

23 ດັ່ງ​ນັ້ນ, ໂອ້ ທ່ານ​ຄົນ​ຕ່າງ​ຊາດ, ມັນ​ແມ່ນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ທ່ານ, ເພື່ອ​ໂດຍ​ການ​ນີ້​ທ່ານ​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ທ່ານ, ແລະ ບໍ່​ປ່ອຍ​ໃຫ້​ການ​ມົ້ວ​ສຸມ​ລັບ​ຢູ່​ເໜືອ​ທ່ານ, ຊຶ່ງ​ສ້າງ​ຂຶ້ນ​ເພື່ອ​ໃຫ້​ມີ ອຳນາດ ແລະ ຮັບ​ຜົນ​ປະ​ໂຫຍດ—ແລະ ວຽກ​ງານ, ແທ້​ຈິງ​ແລ້ວ, ວຽກ​ງານ​ແຫ່ງ​ຄວາມ​ພິນາດ​ຍ່ອມ​ມາ​ສູ່​ທ່ານ, ແທ້​ຈິງ​ແລ້ວ, ແມ່ນ​ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຈະ​ຕົກ​ລົງ​ມາ​ໃສ່​ທ່ານ​ເພື່ອ​ການ​ໂຄ່ນ​ລົ້ມ, ແລະ ເພື່ອ​ຄວາມ​ພິນາດ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ຈະ​ປ່ອຍ​ໃຫ້​ສິ່ງ​ເຫລົ່າ​ນີ້​ມີ​ຢູ່.

24 ດັ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ທ່ານ, ເມື່ອ​ທ່ານ​ເຫັນ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ, ທ່ານ​ຄວນ​ຈະ​ຕື່ນ​ຂຶ້ນ​ສູ່​ຄວາມ​ເຂົ້າ​ໃຈ​ເຖິງ​ສະພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ທ່ານ, ຍ້ອນ​ວ່າ​ການ​ມົ້ວ​ສຸມ​ລັບ​ນີ້ ຊຶ່ງ​ຈະ​ມີ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ; ຖ້າ​ບໍ່​ດັ່ງ​ນັ້ນ ວິບັດ​ຈົ່ງ​ມີ​ກັບ​ມັນ, ເພາະ​ເລືອດ​ຂອງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ຂ້າ​ຕາຍ​ໄດ້​ຮ້ອງ​ຂຶ້ນ​ຈາກ​ພື້ນ​ດິນ​ເພື່ອ​ແກ້​ແຄ້ນ​ມັນ, ແລະ ແກ້​ແຄ້ນ​ຜູ້​ທີ່​ສ້າງ​ມັນ​ຂຶ້ນ​ມາ.

25 ເພາະວ່າ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ທີ່​ສ້າງ​ມັນ ຍ່ອມ​ສະແຫວງ​ຫາ​ທີ່​ຈະ​ລົບ​ລ້າງ ອິດສະ​ລະ​ພາບ​ຂອງ​ແຜ່ນ​ດິນ, ປະ​ຊາ​ຊາດ, ແລະ ປະເທດ​ຊາດ​ທັງ​ໝົດ; ແລະ ຈະ​ນຳ​ເອົາ​ຄວາມ​ພິນາດ​ມາ​ສູ່​ຜູ້​ຄົນ​ທັງ​ໝົດ, ເພາະ​ວ່າ​ມັນ​ຖືກ​ສ້າງ​ຂຶ້ນ​ໂດຍ​ບິດາ​ຂອງ​ຄວາມ​ຂີ້​ຕົວະ​ທັງ​ໝົດ, ແມ່ນ​ຄົນ​ຂີ້​ຕົວະ​ຜູ້​ດຽວ​ກັນ​ນັ້ນ​ທີ່ ຫລອກ​ລວງ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ແມ່ນ​ຄົນ​ຂີ້​ຕົວະ​ຜູ້​ດຽວ​ກັນ​ນີ້​ແຫລະ​ທີ່​ເຮັດ​ໃຫ້​ມະນຸດ​ເຮັດ​ຄາດ​ຕະ​ກຳ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ມາ; ເປັນ​ຜູ້​ທີ່​ເຮັດ​ໃຫ້​ໃຈ​ຂອງ​ມະນຸດ​ແຂງ​ກະ​ດ້າງ ຈົນ​ໄດ້​ຂ້າ​ສາດ​ສະ​ດາ​ທັງ​ຫລາຍ, ແລະ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ, ແລະ ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ​ນັບ​ແຕ່​ຕອນ​ຕົ້ນ.

26 ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຈຶ່ງ​ໄດ້​ຮັບ​ບັນ​ຊາ​ໃຫ້​ຂຽນ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ, ແລະ ວ່າ​ເວລາ​ຈະ​ມາ​ຮອດ ຊຶ່ງ​ຊາຕານ​ຈະ ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ, ມີ​ແຕ່​ເຂົາ​ຈະ​ຖືກ ຊັກ​ຈູງ​ໃຫ້​ເຮັດ​ແຕ່​ຄວາມ​ດີ​ຕະຫລອດ​ໄປ, ເພື່ອ​ເຂົາ​ຈະ​ໄດ້​ມາ​ຫາ​ອ່າງ​ນ້ຳ​ແຫ່ງ​ຄວາມ​ຊອບ​ທຳ​ທັງ​ປວງ ແລະ ລອດ.