ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັງ​ຄົມ​ແບບ​ຍືນ​ຍົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ສັງ​ຄົມ​ແບບ​ຍືນ​ຍົງ

ຖ້າ​ຫາກ​ພວກ​ເຮົາ ແລະ ເພື່ອນ​ບ້ານມີ​ຈຳ​ນວນຫລາຍ​ພໍ ທີ່ພະ​ຍາ​ຍາມ​ນຳ​ພາ​ຊີ​ວິດ​ຂອງ​ຕົນ ໂດຍຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ແລ້ວ​ຄຸນ​ນະ​ທຳ​ທາງ​ສິນ​ທຳ​ທີ່​ຈຳ​ເປັນ ຈະ​ມີ​ຢູ່​ໃນ​ທຸກ​ສັງ​ຄົມ.

ສຽງ​ເພງ​ມ່ວນ​ອອນ​ຊອນ​ຫລາຍ​ເຖິງພຣະ​ຜູ້​ຊ່ວຍ​ໃຫ້​ລອດທີ່​ສະ​ຫງ່າ​ງາມ.

ໃນ​ປີ 2015 ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮູ້​ສິ່ງ​ທີ່​ເອີ້ນ​ວ່າ “ແຜນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030.” ມັນ​ໄດ້​ຖືກ​ບັນ​ຍາຍ​ວ່າ​ເປັນ “ການ​ແບ່ງ​ປັນ​ໂຄງ​ຮ່າງ​ສຳ​ລັບ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຈະ​ເລີນ​ກ້າວ​ໜ້າ​ສຳ​ລັບ​ຜູ້​ຄົນ ແລະ ດວງ​ໂລກ, ໃນ​ເວ​ລານີ້ ແລະ ໃນ​ອະ​ນາ​ຄົດ.” ແຜນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮ່ວມ​ດ້ວຍ​ຈຸດ​ເປົ້າ​ໝາຍ 17 ຢ່າງ​ໃຫ້​ບັນ​ລຸ​ກ່ອນ​ປີ 2030, ດັ່ງ​ເຊັ່ນ: ບໍ່​ມີ​ຄວາມ​ທຸກ​ຍາກ, ບໍ່​ມີ​ຄວາມ​ຫິວ​ໂຫຍ, ມີການ​ສຶກ​ສາທີ່​ດີ, ມີຄວາມ​ສະ​ເໝີພາບ​ທາງ​ເພດ, ມີນ້ຳ​ສະ​ອາດ ແລະ ສຸ​ຂາ​ອະ​ນາ​ໄມ, ແລະ ມີການ​ງານ​ທີ່​ເໝາະ​ສົມ.1

ແນວ​ຄິດ​ເລື່ອງການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເປັນ​ໜ້າ​ສົນ​ໃຈ ແລະ ສຳ​ຄັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ສຸກ​ເສີນ​ຫລາຍກວ່າ ແມ່ນ​ຄຳ​ຖາມ​ອັນ​ກວ້າງ​ຂວາງ​ກວ່າ​ກ່ຽວ​ກັບ ສັງ​ຄົມ​ແບບ​ຍືນ​ຍົງ. ແມ່ນ​ຫຍັງ​ຄື​ພື້ນ​ຖານ​ທີ່​ຈະ​ຄ້ຳ​ຈູນ​ສັງ​ຄົມ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ, ສັງ​ຄົມ​ທີ່​ສົ່ງ​ເສີມ​ຄວາມ​ສຸກ, ຄວາມ​ກ້າວ​ໜ້າ, ຄວາມ​ສະ​ຫງົບ, ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ? ພຣະ​ຄຳ​ພີ​ໄດ້​ບັນ​ທຶກ​ຢ່າງ​ໜ້ອຍ​ສອງ​ສັງ​ຄົມ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ເຊັ່ນ​ນັ້ນ. ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພວກ​ເຂົາ?

ໃນ​ສະ​ໄໝ​ບູ​ຮານ, ເອ​ນົກ​ທີ່​ເປັນ​ປິ​ຕຸ ແລະ ສາດ​ສະ​ດາໄດ້​ສັ່ງ​ສອນ​ຄວາມ​ຊອບ​ທຳ ແລະ “ສ້າງ​ເມືອງ​ທີ່​ເອີ້ນ​ວ່າ​ເມືອງ​ບໍ​ລິ​ສຸດ, ແມ່ນ​ແຕ່ ຊີ​ໂອນ.”2 ພຣະ​ຄຳ​ພີ​ລາຍ​ງານ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ; ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ.”3

“ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ແຜ່ນ​ດິນ, ແລະ ພວກ​ເຂົາ​ໄດ້​ຮັບ​ພອນ​ຢູ່​ເທິງ​ພູ, ແລະ ເທິງ​ບ່ອນ​ສູງ, ແລະ ຈະ​ເລີນ​ຮຸ່ງ​ເຮືອງ.”4

ຜູ້​ຄົນ​ໃນ​ສັດ​ຕະ​ວັດ​ທີ​ໜຶ່ງ ແລະ ທີ​ສອງ ຢູ່​ໃນ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ ຮູ້​ກັນ​ດີ​ວ່າ​ເປັນ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ ໄດ້​ເປັນ​ຕົວ​ຢ່າງທີ່​ດີ​​ເລື່ອງ​ສັງ​ຄົມ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ. ຫລັງ​ຈາກພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະຊົນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ໜ້າ​ອັດ​ສະ​ຈັນ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ, “ພວກ​ເຂົາ​ໄດ້​ເດີນ​ໄປ​ຕາມ​ພຣະ​ບັນ​ຍັດ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ໂດຍການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ, ແລະ ການ​ຊຸມ​ນຸມ​ກັນ​ເລື້ອຍໆ​ເພື່ອ​ອະ​ທິ​ຖານ ແລະ ເພື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. …

“ແລະ ມັນ​ບໍ່​ມີ​ການ​ອິດສາ​ບັງ​ບຽດ, ບໍ່​ມີ​ການ​ຜິດ​ຖຽງ, ບໍ່​ມີ​ການ​ວຸ້ນວາຍ, ບໍ່​ມີ​ການ​ໂສ​ເພ​ນີ, ບໍ່​ມີ​ການ​ເວົ້າ​ຕົວະ, ບໍ່​ມີ​ການ​ຄາດ​ຕະ​ກຳ, ບໍ່​ມີ​ການ​ປະພຶດ​ລາມົກ​ຢ່າງໃດ​ເລີຍ; ແລະ ໂດຍ​ແນ່ນອນ​ແລ້ວ ຄົງ​ບໍ່​ມີ​ຜູ້ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມສຸກ​ຫລາຍ​ໄປ​ກວ່າ​ນີ້​ໃນ​ບັນດາ​ຜູ້ຄົນ​ທັງ​ປວງ​ທີ່​ພຣະຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ.”5

ສັງ​ຄົມ​ຢູ່​ໃນ​ສອງ​ຕົວ​ຢ່າງ​ເຫລົ່າ​ນີ້​ໄດ້​ຖືກ​ຄ້ຳ​ຈູນ​ດ້ວຍ​ພອນ​ຈາກ​ສະ​ຫວັນ ໂດຍ​ຕົວ​ຢ່າງ​ຂອງ​ຄວາມ​ອຸ​ທິດ​ຕົນ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ບັນ​ຍັດ​ສອງ​ປະ​ການ ທີ່​ວ່າ: “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ຄວາມ​ຄິດ” ແລະ “ຈົ່ງຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”6 ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ສ່ວນ​ຕົວ, ແລະ ພວກ​ເຂົາ​ໄດ້​ດູ​ແລ​ຄວາມ​ຜາ​ສຸກ​ຝ່າຍ​ຮ່າງ​ກາຍ ແລະ ຝ່າຍ​ວິນ​ຍານ​ຂອງ​ກັນ​ແລະ​ກັນ. ຕາມ​ຖ້ອຍ​ຄຳ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພວກ​ເຂົາ​ເປັນ​ສັງ​ຄົມ​ທີ່ “ທຸກ​ຄົນ​ສົນ​ໃຈ​ກັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ແລະ ເຮັດ​ທຸກ​ສິ່ງ​ທັງ​ປວງ ເພາະ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.”7

ແຕ່​ໜ້າ​ເສຍ​ໃຈ, ດັ່ງ​ທີ່​ແອວ​ເດີ ຄວິນ​ຕິນ ແອວ ຄຸມ ໄດ້​ກ່າວມື້​ເຊົ້າ​ນີ້, ສັງຄົມ​ສົມບູນ​ແບບ​ທີ່ໄດ້​ຖືກ​ບັນ​ຍາຍ​ຢູ່​ໃນ 4 ນີ​ໄຟ ຂອງ​ພຣະ​ຄຳ​ພີ​ມໍ​ມອນ ບໍ່​ໄດ້​ຍືນ​ຍົງ​ກາຍ​ສັດ​ຕະ​ວັດ​ທີ​ສອງ. ຄວາມ​ຍືນ​ຍົງບໍ່​ສາ​ມາດ​ຮັບ​ປະ​ກັນ​ໄດ້, ແລະ ສັງ​ຄົມ​ທີ່​ຈະ​ເລີນ​ກ້າວ​ໜ້າ​ກໍ​ສາ​ມາດ​ລົ້ມ​ເຫລວ​ໄດ້​ເມື່ອ​ເວ​ລາ​ຜ່ານ​ໄປ ຖ້າ​ຫາກ​ພວກ​ເຂົາ​ປະ​ຖິ້ມ​ຄຸນ​ນະ​ທຳ​ທີ່​ສຳ​ຄັນ ທີ່​ຄ້ຳ​ຈູນ​ຄວາມ​ສະ​ຫງົບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ພວກ​ເຂົາ. ໃນ​ກໍລະ​ນີນີ້, ການຍອມ​ຕໍ່​ການ​ລໍ້​ລວງ​ຂອງ​ມານ, ຜູ້​ຄົນ “ເລີ່ມ​ແບ່ງ​ຊັ້ນ​ວັນ​ນະ​ກັນ; ແລະ ພວກ​ເຂົາ​ເລີ່ມ​ສ້າງສາດ​ສະ​ໜາ​ຈັກ​ຂອງ​ຕົນ​ເອງ​ຂຶ້ນ ເພື່ອ​ຫາຜົນ​ປະ​ໂຫຍດ, ແລະ ເລີ່ມ​ປະ​ຕິ​ເສດ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ.”8

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ສາມ​ຮ້ອຍ​ປີ​ຜ່ານ​ໄປ, ທັງ​ຜູ້​ຄົນ​ຂອງ​ນີໄຟ ແລະ ຜູ້​ຄົນ​ຂອງ​ເລມັນ​ກັບ​ມາ​ເປັນ​ຄົນ​ຊົ່ວ​ຫລາຍ​ຂຶ້ນ​ເທົ່າໆ​ກັນ.”9

ເມື່ອ​ເຖິງ​ທ້າຍ​ສັດ​ຕະ​ວັດ​ທີ​ສາມ, ຫລາຍ​ລ້ານ​ຄົນ​ໄດ້​ຕາຍ​ໄປ​ໃນ​ສົງ​ຄາມ​ທີ່​ຂ້າ​ກັນ​ເອງ, ແລະ ຄັ້ງ​ໜຶ່ງ​ເຄີຍ​ເປັນ​ປະ​ຊາ​ຊາດ​ທີ່​ກົມ​ກຽວ​ກັນ ໄດ້​ກາຍ​ເປັນ​ເຜົ່າ​ທີ່​ເຮັດ​ສົງ​ຄາມ.

ການ​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ເລື່ອງນີ້ ແລະ ຕົວ​ຢ່າງ​ອື່ນໆ​ຂອງ​ສັງ​ຄົມ​ທີ່ເຄີຍ​ຈະ​ເລີນ​ຮຸ່ງ​ເຮືອງ ຊຶ່ງ​ຕໍ່​ມາ​ໄດ້​ລົ້ມ​ເຫລວ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ເມື່ອ​ຜູ້​ຄົນ​ຫັນ​ໜີ​ຈາກ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ແລະ ເລີ່ມ​ຕົ້ນ​ໄວ້​ວາງ​ໃຈ​ໃນ “ແຂນ​ແຫ່ງ​ເນື້ອ​ໜັງ,” ແລ້ວ​ໄພ​ພິ​ບັດ​ຈະເກີດ​ຂຶ້ນ. ການ​ໄວ້​ວາງ​ໃຈ​ໃນ​ແຂນ​ແຫ່ງ​ເນື້ອໜັງ ຄື​ການ​ບໍ່​ສົນ​ໃຈ​ກັບ​ພ​ຣະ​ຜູ້​ສ້າງ​ສິດ​ທິຂອງ​ມະ​ນຸດ ແລະ ກຽດ​ສັກ​ສີ​ຂອງ​ມະ​ນຸດ ແລະ ເຫັນ​ແກ່​ຄວາມ​ຮັ່ງ​ມີ, ອຳ​ນາດ, ແລະ ຄຳ​ສັນ​ລະ​ເສີນ​ຂອງ​ໂລກ (ຂະ​ນະ​ທີ່ສ່ວນ​ຫລາຍ​ຈະ​ເຍາະ​ເຍີ້ຍ ແລະ ຂົ່ມ​ເຫັງ​ຜູ້​ທີ່​ເຮັດ​ຕາມ​ມາດ​ຕະ​ຖານ​ທີ່​ແຕກ​ຕ່າງ). ໃນ​ຂະ​ນະ​ດຽວ​ກັນ, ຄົນ​ໃນ​ສັງ​ຄົມ​ທີ່​ຍືນ​ຍົງ​ຈະ​ສະ​ແຫວງ​ຫາ, ດັ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ ໄດ້​ກ່າວໄວ້​ວ່າ “ຈະ​ເລີນ​ຮຸ່ງ​ເຮືອງ ແລະ ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຜູ້​ສ້າງ [ພວກ​ເຂົາ], ຫລື ໃນ​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ທ່ຽງ​ທຳ ແລະ ຈິງ.”10

ສະ​ຖາ​ບັນ​ຄອບ​ຄົວ ແລະ ສາດ​ສະ​ໜາ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ສຳ​ລັບ​ການໃຫ້​ຄຸນ​ນະ​ທຳ​ແກ່ບຸກ​ຄົນ ແລະ ຊຸມ​ຊົນ ເພື່ອ​ຄ້ຳ​ຈູນ​ສັງ​ຄົມ​ແບບ​ຍືນ​ຍົງ​ນັ້ນ. ຄຸນ​ນະ​ທຳ​ເຫລົ່າ​ນີ້, ຊຶ່ງ​ມີ​ຮາກ​ຖານ​ຈາກ​ພ​ຣະ​ຄຳ​ພີ, ແມ່ນ​ຮ່ວມ​ດ້ວຍ​ຄວາມ​ຊື່​ສັດ, ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຄວາມ​ຮັບ​ຜິດ​ຊອບ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ແຕ່ງ​ງານ ແລະ ຄວາມ​ຊື່​ສັດໃນການແຕ່ງງານ, ການ​ເຄົາ​ລົບ​ຄົນ​ອື່ນ ແລະ ຊັບ​ສິນ​ຂອງ​ຄົນ​ອື່ນ, ການ​ຮັບ​ໃຊ້, ແລະ ຄວາມ​ຈຳ​ເປັນ ແລະ ກຽດ​ສັກ​ສີ​ຂອງ​ການ​ງານ, ໃນ​ບັນ​ດາ​ສິ່ງ​ອື່ນໆ.

ອະ​ດີດບັນ​ນາ​ທິ​ການ​ໃຫຍ່​ຊື່ ເຈີຣາດ ເບກເກີ ໄດ້​ຂຽນ​ບົດ​ຄວາມ​ສັ້ນ ໃນ​ຕົ້ນ​ປີນີ້ ຢູ່​ໃນໜັງ​ສື​ພິມ The Wall Street Journal ເພື່ອເປັນ​ການ​ໃຫ້​ກຽດ​ແກ່​ທ່ານ ແຟ​ເດີ​ຣິກ ເບກ​ເກີ ພໍ່​ຂອງ​ເພິ່ນ, ເນື່ອງ​ໃນ​ໂອ​ກາດ​ວັນ​ເກີດ ຄົບ​ຮອບ 100 ປີຂອງ​ພໍ່​ເພິ່ນ. ທ່ານ​ເບກ​ເກີ​ໄດ້​ຄາດ​ເດົາ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພໍ່​ຂອງ​ເພິ່ນ​ມີ​ອາ​ຍຸ​ຍືນ​ຍາວ ແຕ່​ແລ້ວ​ໄດ້​ຕື່ມ​ຄວາມ​ຄິດ​ດັ່ງ​ຕໍ່​ໄປ​ນີ້:

“ຂະ​ນະ​ທີ່​ເຮົາ​ທຸກ​ຄົນ​ຢາກ​ຮູ້​ເຖິງ​ເຄັດ​ລັບ​ຂອງ​ການ​ມີ​ຊີ​ວິດ​ທີ່​ຍືນ​ຍາວ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເລື້ອຍໆ​ວ່າ ມັນ​ຈະ​ດີກວ່າ ຖ້າ​ຫາກເຮົາ​ໃຊ້​ເວ​ລາ​ກັບ​ການຊອກ​ຫາ​ສິ່ງ​ທີ່​ເຮັດ​ໃຫ້​ຊີ​ວິດ​ດີ​ຂຶ້ນ, ບໍ່​ວ່າ​ເຮົາ​ຈະ​ມີ​ເວ​ລາ​ໜ້ອຍ​ຫລາຍ​ປານ​ໃດ​ກໍ​ຕາມ​ຢູ່​ໃນ​ໂລກນີ້. ກ່ຽວ​ກັບ​ເລື່ອງນີ້, ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຄັດ​ລັບ​ຂອງ​ພໍ່ຂອງ​ຂ້າ​ພະ​ເຈົ້າ.

“ເພິ່ນເປັນ​ຄົນ​ສະ​ໄໝ​ຕອນ​ຊີ​ວິດ​ຖືກ​ກຳ​ນົດ​ໂດຍ​ໜ້າ​ທີ່​ເປັນ​ຫລັກ, ບໍ່​ແມ່ນ​ໂດຍ​ສິດ​ທິ, ໂດຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ບໍ່​ແມ່ນ​ໂດຍສິດ​ທິ​ພິ​ເສດ​ສ່ວນ​ຕົວ. ຫລັກ​ທຳຕົ້ນ​ຕໍ​ທີ່​ເປັນ​ແຮງ​ດົນ​ໃຈ​ຕະ​ຫລອດ​ສັດ​ຕະ​ວັດ​ຂອງ​ເພິ່ນ ຄື​ຄວາມ​ຮູ້​ສຶກ​ຮັບ​ຜິດ​ຊອບ—ຕໍ່​ຄອບ​ຄົວ, ຕໍ່ພຣະ​ເຈົ້າ, ແລະ ຕໍ່ປະ​ເທດ​ຊາດ.

“ໃນ​ສະ​ໄໝທີ່​ເຕັມ​ໄປ​ດ້ວຍ​ຄອບ​ຄົວ​ແຕກ​ສະ​ຫລາຍ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອຸ​ທິດ​ຕົນ​ເປັນ​ສາ​ມີ​ແກ່​ພັນ​ລະ​ຍາ​ຂອງເພິ່ນ​ເປັນ​ເວ​ລາ 46 ປີ, ເປັນ​ພໍ່​ຕາມ​ໜ້າ​ທີ່​ຕໍ່​ລູກ​ຫົກ​ຄົນ. ບໍ່​ເຄີຍ​ມີ​ເທື່ອ​ໃດ​ທີ່​ເພິ່ນ​ເອົາ​ໃຈ​ໃສ່​ຫລາຍ​ໄປ​ກວ່າ ແລະ ສຳ​ຄັນ​ກວ່າ​ຕອນ​ທີ່​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ການ​ສູນ​ເສຍ​ລູກ​ຄົນ​ໜຶ່ງ​ໄປ​ຢ່າງບໍ່​ຄາດ​ຄິດ. …

“ແລະ ໃນ​ສະ​ໄໝ​ທີ່​ຜູ້​ຄົນ​ເລີ່ມ​ສົງ​ໄສ​ເລື່ອງ​ສາດ​ສະ​ໜາ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ຊີ​ວິດ​ເປັນ​ຊາວ​ກາ​ໂຕ​ລິກ​ທີ່​ຈິງ​ໃຈ ແລະ ຊື່​ສັດ, ດ້ວຍ​ຄວາມ​ເຊື່ອ​ທີ່ບໍ່​ຫວັ່ນ​ໄຫວ ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຄຣິດ. ແນ່ນອນ, ບາງ​ເທື່ອ​ຂ້າ​ພະ​ເຈົ້າກໍ​ຄິດ​ວ່າ ເພິ່ນ​ມີ​ອາ​ຍຸ​ຍືນ​ຍາວ ເພາະ​ເພິ່ນ​ໄດ້​ຕຽມ​ຕົວ​ເອງ​ກ່ອນ​ຕາຍ​ ຫລາຍກວ່າ​ທຸກ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ພົບ​ເຫັນ.

“ຂ້າ​ພະ​ເຈົ້າ​ໂຊກ​ດີ​ຫລາຍ—ໄດ້​ຮັບ​ການສຶກ​ສາ​ທີ່ດີ, ມີ​ຄອບ​ຄົວ​ທີ່​ດີ, ປະ​ສົບ​ຄວາມ​ສຳ​ເລັດ​ບາງ​ຢ່າງ​ໃນ​ໂລກ ທີ່​ຂ້າ​ພະ​ເຈົ້າ​ບໍ່​ສົມ​ຄວນ​ໄດ້​ຮັບ. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າຮູ້​ສຶກ​ພູມ​ໃຈ ແລະ ຮູ້​ບຸນ​ຄຸນ​ຫລາຍ​ປານ​ໃດ​ກໍ​ຕາມ, ແຕ່​ກໍ​ບໍ່​ເທົ່າ​ກັບ​ຄວາມ​ພູມ​ໃຈ ແລະ ຄວາມ​ຮູ້​ບຸນ​ຄຸນ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ຊາຍ​ຜູ້​ທີ່, ບໍ່​ເຄີຍເອະ​ອະ ຫລື ​ໃຈ​ຮ້າຍ​ໄວ, ບໍ່​ເຄີຍ​ຄິດຢາກ​ໄດ້​ລາງວັນ ຫລື ແມ່ນ​ແຕ່​ຊື່​ສຽງ, ແຕ່​ໄດ້​ໃຊ້​ຊີ​ວິດ—ເປັນ​ເວ​ລາ​ໜຶ່ງ​ສັດ​ຕະ​ວັດ—ຢູ່​ກັບ​ໜ້າ​ທີ່, ຢູ່​ກັບ​ຄວາມ​ຮັບ​ຜິດ​ຊອບ ແລະ, ໃນ​ທີ່​ສຸດ, ມີ​ຄວາມ​ສຸກ​ກັບ​ການ​ໃຊ້​ຊີ​ວິດ​ໃນ​ຄຸນ​ນະ​ທຳ.”11

ຄວາມ​ສຳ​ຄັນ​ທາງສາດ​ສະ​ໜາ ແລະ ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ເຫັນ​ໄດ້​ວ່ານັບ​ມື້​ນັບ​ຫລຸດ​ນ້ອຍ​ຖອຍ​ລົງໃນ​ຫລາຍ​ປີບໍ່​ດົນ​ມານີ້. ຫລາຍ​ຄົນ​ຄິດ​ວ່າ ຄວາມເຊື່ອ ແລະ ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ເຈົ້າ​ແມ່ນບໍ່​ຈຳ​ເປັນ​ສຳ​ລັບ​ຄວາມ​ຊື່​ສັດ​ທາງ​ສິນ​ທຳ​ໃນ​ຕົວ​ບຸກ​ຄົນ ຫລື ໃນ​ສັງ​ຄົມ​ທຸກວັນ​ນີ້​ຂອງ​ໂລກ.12 ຂ້າ​ພະ​ເຈົ້າ​ຄິດ​​ວ່າ​ທຸກ​ຄົນ​ກໍ​ຄົງ​ເຫັນ​ດ້ວຍວ່າ ຜູ້​ທີ່ບໍ່​ມີ​ສາດ​ສະ​ໜາ​ກໍ​ສາ​ມາດ, ແລະ ສ່ວນ​ຫລາຍ, ກໍ​ເປັນ​ຄົນ​ດີ, ເປັນ​ຄົນ​ມີ​ສິນ​ທຳ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ໃຜ​ແດ່​ທີ່ບໍ່​ເຫັນ​ດ້ວຍ, ວ່າ​ສິ່ງນີ້​ໄດ້​ເກີດ​ຂຶ້ນ​ປາດ​ສະ​ຈາກ​ອິດ​ທິ​ພົນ​ຂອງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ອ້າງ​ເຖິງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ, “ເຮົາ​ຄື ຄວາມ​ສະ​ຫວ່າງ​ທີ່​ແທ້​ຈິງ ທີ່​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ມະນຸດ​ທຸກ​ຄົນ​ທີ່​ມາ​ສູ່​ໂລກ.”13 ບໍ່​ວ່າ​ຈະ​ຮັບ​ຮູ້ ຫລື ບໍ່​ຮັບ​ຮູ້​ກໍ​ຕາມ, ຊາຍ, ຍິງ, ແລະ ເດັກ​ນ້ອຍ​ທຸກ​ຄົນ​ທີ່​ເຊື່ອ ຫລື ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ, ໃນ​ທຸກ​ບ່ອນ, ແລະ ໃນ​ທຸກ​ເວ​ລາ ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ແລະ ສະ​ນັ້ນ ​ຈຶ່ງມີ​ຄວາມ​ຮູ້​ສຶກ​ຖືກ​ຜິດ ທີ່ພວກ​ເຂົາ​ເອີ້ນ​ວ່າ ຄວາມ​ສຳ​ນຶກ.14

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ການ​ປ່ຽນ​ແປງສ່ວນ​ຕົວ ແລະ ສັງ​ຄົມ​ແຍກ​ຄຸນ​ນະ​ທຳ​ຂອງ​ຜູ້​ຄົນ​ອອກ​ຈາກ​ຄວາມ​ຮູ້​ສຶກ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ມັນ​ກໍຄື​ກັນ​ກັບ​ການ​ຕັດ​ຕົ້ນ​ໄມ້ອອກ​ຈາກ​ຮາກ​ຂອງ​ມັນ. ການ​ພຽງ​ແຕ່​ເພິ່ງ​ອາ​ໄສວັດ​ທະ​ນະ​ທຳ ແລະ ປະ​ເພ​ນີ​ເທົ່າ​ນັ້ນ​ແມ່ນບໍ່​ພຽງ​ພໍ​ຕໍ່​ການຄ້ຳ​ຈູນ​ຄຸນ​ນະ​ທຳ​ໃນ​ສັງ​ຄົມ. ເມື່ອ​ບຸກ​ຄົນ​ໃດ​ທີ່ບໍ່​ມີ​ພຣະ​ເຈົ້າ​ເໜືອກວ່າ​ຕົວ​ເອງ ແລະ ບໍ່​ສະ​ແຫວງ​ຫາ​ສິ່ງທີ່​ດີກວ່າ​ຄວາມ​ພໍ​ໃຈ​ຂອງ​ຕົນ ແລະ ການ​ເລືອກ​ຂອງ​ຕົນ, ແລ້ວ​ຜົນ​ກະ​ທົບ​ຈະ​ສະ​ແດງ​ໃຫ້​ປະ​ຈັກ ເມື່ອ​ເຖິງ​ເວ​ລາ​ທີ່​ເໝາະ​ສົມ.

ຍົກ​ຕົວ​ຢ່າງ, ສັງ​ຄົມ​ທີ່​ການຍິນ​ຍອ​ມ​ເຫັນ​ດີຂອງ​ບຸກ​ຄົນ​ເປັນ​ພຽງ​ຂໍ້​ຈຳ​ກັດ​ດຽວ​ໃນ​ກິດ​ຈະ​ກຳ​ທາງ​ເພດ ຄື​ສັງ​ຄົມ​ທີ່​ເສື່ອມ​ໂຊມ. ການ​ຫລິ້ນ​ຊູ້, ການ​ມົ້ວ​ສຸມສຳ​ພັນ​ເພດ, ການ​ມີ​ລູກ​ນອກ​ການແຕ່ງ​ງານ,15 ແລະ ການ​ເລືອກ​ແທ້ງ​ລູກ ເປັນ​ຕົວ​ຢ່າງ​ຂອງ​ຜົນ​ສະ​ທ້ອນທີ່​ຂົມ​ຂື່ນ​ຈາກ​ການ​ປະ​ຕິ​ວັດ​ເລື່ອງ​ຄວາມ​ສຳ​ພັນ​ທາງ​ເພດ​ອັນ​ຕໍ່​ເນື່ອງ. ຜົນ​ສະ​ທ້ອນ​ຢ່າງ​ອື່ນ​ທີ່​ຕໍ່​ຕ້ານ​ກັບ​ສັງ​ຄົມ​ແບບ​ຍືນ​ຍົງທີ່​ມີ​ຄຸນ​ນະ​ພາບ​ດີ ແມ່ນ​ຮ່ວມ​ດ້ວຍ​ຈຳ​ນວນ​ເດັກ​ນ້ອຍ​ທີ່​ຖືກ​ລ້ຽງ​ດູ​ໃນ​ຄວາມ​ຍາກ​ຈົນ ແລະ ປາດ​ສະ​ຈາກ​ອິດ​ທິພົນ​ທາງບວກ​ຂອງ​ພໍ່, ບາງ​ເທື່ອໃນ​ຫລາຍ​ລຸ້ນ​ຄົນ, ແມ່​ຍິງ​ຕ້ອງ​ຮັບ​ພາ​ລະ​ດ້ວຍ​ຕົວ​ເອງ ແທນ​ທີ່​ຈະ​ຕ້ອງ​ຊ່ວຍ​ກັນ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ, ຂາດ​ການ​ສຶກ​ສາ​ຫລາຍ​ທີ່​ສຸດ ດັ່ງ​ເຊັ່ນ​ໂຮງ​ຮຽນ, ເຊັ່ນ​ດຽວ​ກັບ​ສະ​ຖາ​ບັນ​ອື່ນໆ, ທີ່​ຊົດ​ເຊີຍ​ຄວາມ​ລົ້ມ​ເຫລວ​ໃນ​ບ້ານ​ເຮືອນ.16 ນອກ​ເໜືອ​ໄປ​ຈາກ​ພະ​ຍາດສະ​ພາບ​ທາງ​ສັງ​ຄົມ​ເຫລົ່າ​ນີ້​ແລ້ວ ກໍ​ຍັງ​ມີ​ຄວາມ​ເຈັບ​ປວດ​ໃຈ ແລະ ຄວາມ​ໝົດ​ຫວັງ​ຈົນ​ນັບ​ບໍ່​ຖ້ວນ—ຄວາມ​ພິ​ນາດ​ທາງ​ຈິດ​ໃຈ ແລະ ທາງ​ອາ​ລົມ ຈະ​ເກີດ​ກັບ​ທັງ​ຜູ້ຮູ້​ສຶກ​ຜິດ ແລະ ຜູ້ບໍ່​ມີ​ຄວາມ​ຜິດ.

ນີ​ໄຟ​ປະ​ກາດ​ວ່າ:

“ວິບັດ​ແກ່​ຜູ້​ທີ່ເຊື່ອ​ຟັງ​ກົດ​ເກນ​ຂອງ​ມະນຸດ ແລະ ປະ​ຕິ​ເສດ​ອຳນາດ​ຂອງ​ພຣະ​ເຈົ້າ, ແລະ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ! …

“… ວິ​ບັດ​ແກ່​ຄົນ​ທັງ​ຫລາຍ​ທີ່​ຕົວ​ສັ່ນ ແລະ ໃຈ​ຮ້າຍ​ຍ້ອນ​ວ່າ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ!”17

ກົງ​ກັນ​ຂ້າມ, ຂ່າວ​ສານ​ທີ່​ໜ້າ​ຊື່ນ​ຊົນ​ຂອງ​ພວກ​ເຮົາ​ຕໍ່​ລູກໆ​ຂອງ​ພວກ​ເຮົາ ແລະ ຕໍ່​ມວນ​ມະ​ນຸດ​ແມ່ນວ່າ “ຄວາມ​ຈິງ​ຂອງ​ພຣະ​ເຈົ້າ” ຊີ້​ໃຫ້​ໄປ​ຫາ​ເສັ້ນ​ທາງ​ທີ່​ດີກວ່າ, ຫລື ດັ່ງ​ທີ່​ໂປ​ໂລ​ໄດ້​ກ່າວ​ວ່າ, “ທາງ​ອັນ​ດີ​ຫລາຍກວ່ານັ້ນ,”18 ທາງ​ທີ່​ພາ​ໄປ​ຫາ​ຄວາມ​ຜາສຸກ​ສ່ວນ​ຕົວ ແລະ ຂອງ​ຊຸມ​ຊົນ​ໃນ​ເວ​ລານີ້ ແລະ ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຊື່ນ​ຊົມ​ໃນ​ພາຍ​ຂ້າງ​ໜ້າ.

ຄວາມ​ຈິງ​ຂອງ​ພຣະ​ເຈົ້າ ອ້າງ​ເຖິງ​ຄວາມ​ຈິງ​ຕົ້ນ​ຕໍ​ທີ່​ຢູ່​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ຄວາມ​ຈິງ​ເຫລົ່າ​ນີ້​ແມ່ນ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ວ່າ​ພຣະ​ອົງ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງວິນ​ຍານ​ຂອງ​ເຮົາ; ວ່າ​ມັນ​ເປັນການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ໄດ້​ມອບ​ພຣະ​ບັນ​ຍັດ​ໃຫ້​​ແກ່ເຮົາ ທີ່​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ສຸກ​ອັນ​ເຕັມ​ປ່ຽມ​ກັບ​ພຣະ​ອົງ; ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ; ວ່າ​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ ເພື່ອ​ຊົດ​ໃຊ້​ແທນ​ບາບ ໃນ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ​ຂອງ​ເຮົາ; ວ່າ​ພຣະ​ອົງ​ໄດ້​ຟື້ນ​ຊີບ​ຈາກ​ຄວາມ​ຕາຍ, ຊຶ່ງນຳ​ການ​ຟື້ນຄືນ​ຊີ​ວິດ​ມາ​ໃຫ້​ມະ​ນຸດ​ຊາດ; ແລະ ວ່າ​ເຮົາ​ທຸກ​ຄົນ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ເພື່ອ​ຮັບ​ການພິ​ພາກ​ສາ, ນັ້ນ​ຄື, ເພື່ອລາຍ​ງານ​ຊີ​ວິດ​ຂອງ​ເຮົາ.19

ເກົ້າ​ປີ​ນັບ​ແຕ່​ຖືກ​ເອີ້ນ​ວ່າ “ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ” ໃນ​ພຣະ​ຄຳ​ພີ​ມໍ​ມອນ, ສາດ​ສະ​ດາ​ແອວ​ມາ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ເພິ່ນ​ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ເພື່ອ​ໄປ​ຮັບ​ໃຊ້​ເປັນ​ຜູ້​ນຳ​ພາສາດ​ສະ​ໜາ​ຈັກ​ເຕັມ​ເວ​ລາ. ຈຸດ​ປະ​ສົງ​ຂອງ​ເພິ່ນ​ແມ່ນ​ເພື່ອ​ຈັດ​ການ​ກັບ​ຄວາມ​ທະ​ນົງ​ຕົວ, ການ​ຂົ່ມ​ເຫັງ, ແລະ ຄວາມ​ໂລບ ທີ່​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ ແລະ ໂດຍ​ສະ​ເພາະ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.20 ດັ່ງ​ທີ່​ແອວ​ເດີ ສະ​ຕີບ​ເວັນ ດີ ນາ​ດໍ ຄັ້ງ​ໜຶ່ງ​ໄດ້​ສັງ​ເກດ​ວ່າ, “ການ​ຕັດ​ສິນ​ໃຈ​ທີ່​ດົນ​ໃຈ [ຂອງແອວ​ມາ] ແມ່ນ​ການບໍ່​ໃຊ້​ເວ​ລາ​ຫລາຍກວ່ານັ້ນ ພະ​ຍາ​ຍາມ​ເຮັດ ແລະ ຕັ້ງ​ກົດ​ລະບຽບ​ຫລາຍ​ຕື່ມ​ອີກ ເພື່ອ​ປ່ຽນ​ແປງ​ການ​ປະ​ພຶດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ແຕ່ເພື່ອ​ກ່າວ​ກັບ​ພວກ​ເຂົາ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເພື່ອ​ສິດ​ສອນ​ຄຳ​ສອນ ແລະ ໃຫ້​ຄວາມເຂົ້າ​ໃຈ​ເຖິງ​ແຜນ​ແຫ່ງ​ການ​ໄຖ່ຂອງ​ພວກ​ເຂົາ ນຳ​ພາ​ພວກ​ເຂົາ​ໄປ​ສູ່​ການ​ປ່ຽນ​ແປງ​ການ​ປະ​ພຶດ​ຂອງ​ພວກ​ເຂົາ​ເອງ.”21

ມີ​ຫລາຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ໃນ​ຖາ​ນະ​ເພື່ອນ​ບ້ານ ແລະ ເພື່ອນ​ຮ່ວມ​ຊາດ​ທີ່​ມີ​ສ່ວນ​ຮ່ວມ​ເພື່ອ​ຄວາມ​ຍືນ​ຍົງ ແລະ ຄວາມສຳ​ເລັດ​ຜົນ​ຂອງ​ສັງ​ຄົມ​ທີ່​ເຮົາ​ອາ​ໄສ​ຢູ່, ແລະ ແນ່ນອນ​ການ​ຮັບ​ໃຊ້​ຂັ້ນພື້ນ​ຖານ ແລະ ຍືນ​ຍາວ​ຫລາຍ​ທີ່​ສຸດ​ຂອງ​ເຮົາ ຄື​ການ​ສິດ​ສອນ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ ທີ່​ມີ​ຢູ່​ໃນ​ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ. ດັ່ງ​ທີ່​ກ່າວ​ຢູ່​ໃນ​ເນື້ອ​ເພງສວດ​ເພງນີ້ວ່າ:

ສັດ​ທາ​ຂອງ​ບັນ​ພະ​ບຸ​ລຸດ, ເຮົາ​ຈະ​ຮັກ​ສາ

ທັງ​ເພື່ອນ​ພ້ອງ ໃນ​ຄວາມ​ຂັດ​ແຍ້ງ​ທັງ​ຫລາຍ,

ທັງສັ່ງ​ສອນ​ຄວາມ​ຮັກ​ຕາມ​ທີ່​ຮູ້​ຈັກ,

ດ້ວຍ​ຖ້ອຍ​ຄຳ ແລະ ຊີ​ວິດ​ທີ່​ດີ​ງາມ.22

ຖ້າ​ຫາກ​ພວກ​ເຮົາ ແລະ ເພື່ອນ​ບ້ານ​ມີ​ຈຳ​ນວນຫລາຍ​ພໍ ທີ່ພະ​ຍາ​ຍາມຕັດ​ສິນ​ໃຈ ແລະ ນຳ​ພາ​ຊີ​ວິດ​ຂອງ​ຕົນ ໂດຍຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ແລ້ວ​ຄຸນ​ນະ​ທຳ​ທາງ​ສິນ​ທຳ​ທີ່​ຈຳ​ເປັນ ຈະ​ມີ​ຢູ່​ໃນ​ທຸກ​ສັງ​ຄົມ.

ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນໄດ້​ມອບ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃຫ້​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ອັນ​ເປັນ​ນິດ.23

“[ພຣະ​ເຢ​ຊູ​ຄຣິດ] ຍ່ອມ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ນອກ​ຈາກ​ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ​ຮັກ​ໂລກ​ຈົນ​ຍອມ​ສະ​ລະ​ຊີ​ວິດ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ພາ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ. ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງບໍ່​ບັນ​ຊາ​ຜູ້​ໃດ​ວ່າ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ.

“ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ຮ້ອງ​ບອກ​ຜູ້​ໃດ​ບໍ​ວ່າ: ຈົ່ງ​ໄປ​ຈາກ​ເຮົາ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ບໍ່​ເລີຍ; ແຕ່​ພຣະ​ອົງ​ກ່າວ​ວ່າ: ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈົ່ງມາ​ຫາ​ເຮົາ​ເຖີດ, ຈົ່ງຊື້​ນົມ ແລະ ນ້ຳ​ເຜິ້ງ, ໂດຍ​ປາດ​ສະ​ຈາກ​ເງິນ ແລະ ປາດ​ສະ​ຈາກ​ລາ​ຄາ.”24

ໃນ​ເລື່ອງນີ້​ພວກ​ເຮົາ​ປະ​ກາດ “ດ້ວຍ​ໃຈ​ທີ່ນອບ​ນ້ອມ, ດ້ວຍ​ວິນ​ຍານ​ຂອງ​ຄວາມ​ອ່ອນ​ໂຍນ,”25 ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.