ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ວິ​ຫານ ແລະ ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ພຣະ​ວິ​ຫານ ແລະ ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ

ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ວຸ້ນ​ວາຍ​ໃດໆ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ, ບ່ອນ​ທີ່​ປອດ​ໄພ​ທີ່​ສຸດ​ຝ່າຍ​ວິນ​ຍານ ແມ່ນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ພາຍ​ໃນ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ທ່ານ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ໄດ້​ຢູ່​ກັບ​ທ່ານ​ໃນ​ເຊົ້າ​ມື້​ນີ້ ເພື່ອ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

ດັ່ງ​ທີ່​ທ່ານ​ຮູ້, ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ບູ​ລະ​ນະ​ພຣະ​ວິ​ຫານ​ເຊົາ​ເລັກ​ແຫ່ງ​ປະ​ຫວັດ​ສາດ​ຢ່າງ​ໃຫຍ່. ໂຄງ​ການ​ທີ່​ຊັບ​ຊ້ອນ​ນີ້ ແມ່ນ​ລວມ​ທັງ​ການ​ເສີມ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຮາກ​ຖານ​ດັ້ງ​ເດີມ, ຊຶ່ງ​ໃຊ້​ງານ​ມາ​ໄດ້​ຫລາຍ​ກວ່າ​ໜຶ່ງ​ສັດ​ຕະ​ວັດ​ແລ້ວ. ພຣະ​ວິ​ຫານ​ແຫ່ງ​ນີ້​ຈະ​ຕ້ອງ​ຕັ້ງ​ຢູ່​ດົນ​ນານ. ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ, ຂ້າ​ພະ​ເຈົ້າ​ໄດ້​ກວດ​ສອບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ໃຫຍ່​ນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ຈະ​ປາບ​ປື້ມ ທີ່​ໄດ້​ເຫັນ​ສິ່ງ​ທີ່​ເວັນ​ດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ຈະ​ເຫັນ​ວ່າ ເປັນ​ຫຍັງ​ເພງ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ”1 ຈຶ່ງ​ມີ​ຄວາມ​ໝາຍ​ໃໝ່​ຕໍ່​ພວກ​ເຮົາ.

ວິ​ດີ​ໂອ​ຈາກ​ສະ​ຖານ​ທີ່​ພຣະ​ວິ​ຫານ​ເຊົາ​ເລັກ​ທີ່​ກຳ​ລັງ​ທຳ​ການ​ບູ​ລະ​ນະ: “ພວກ​ເຮົາ​ກຳ​ລັງ​ເບິ່ງ​ຮາກ​ຖານ​ດັ້ງ​ເດີມ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ. ຂ້າ​ພະ​ເຈົ້າ​ກຳ​ລັງ​ຢືນ​ຢູ່​ກ້ອງ​ບ່ອນ​ທີ່​ເຄີຍ​ເປັນ​ຫ້ອງ​ອຸດ​ທະ​ຍານ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກວດ​ສອບ​ເບິ່ງ​ຝີ​ມື​ຂອງ​ພຣະ​ວິ​ຫານ​ນີ້​ໝົດ​ທຸກ​ບ່ອນ, ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ກັບ​ສິ່ງ​ທີ່​ຜູ້​ບຸກ​ເບີກ​ໄດ້​ເຮັດ​ສຳ​ເລັດ. ຂ້າ​ພະ​ເຈົ້າ​ອັດ​ສະ​ຈັນ​ໃຈ​ຫລາຍ​ເມື່ອ​ຂ້າ​ພະ​ເຈົ້າ​ພິ​ຈາ​ລະ​ນາ​ວ່າ ເຂົາ​ເຈົ້າ​ສ້າງ​ພຣະ​ວິ​ຫານ​ທີ່​ງົດ​ງາມ​ແຫ່ງ​ນີ້​ດ້ວຍ​ພຽງ​ແຕ່​ເຄື່ອງ​ມື ແລະ ວິ​ທີ​ການ​ສ້າງ​ທີ່​ມີ​ໃຫ້​ເຂົາ​ເຈົ້າ ໃນ​ສັດ​ຕະ​ວັດ​ກ່ອນ​ເທົ່າ​ນັ້ນ ໄດ້​ແນວ​ໃດ.

“ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ທົດ​ສະ​ວັດ​ຕໍ່​ມາ, ຖ້າ​ຫາກ​ເຮົາ​ກວດ​ກາ​ເບິ່ງ​ຮາກ​ຖານ​ຢ່າງ​ໃກ້​ຊິດ, ເຮົາ​ຈະ​ສາ​ມາດ​ເຫັນ​ຜົນ​ກະ​ທົບ​ຂອງ​ການ​ກັດ​ເຊາະ, ຊ່ອງ​ວ່າງ​ໃນ​ຫີນ​ດັ້ງ​ເດີມ, ແລະ ລະ​ດັບ​ຄວາມ​ໝັ້ນ​ຄົງ​ຂອງ​ຫີນ ໃນ​ແຕ່​ລະ​ໄລ​ຍະ.

“ບັດ​ນີ້ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ວິ​ສະ​ວະ​ກອນ, ສະ​ຖາ​ປະ​ນິກ, ແລະ ຜູ້​ຊ່ຽວ​ຊານ​ດ້ານ​ການກໍ່​ສ້າງ​ສາ​ມາດ​ເຮັດ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ຖານ​ດັ້ງ​ເດີມ, ຂ້າ​ພະ​ເຈົ້າ​ຈຶ່ງ​ປະ​ຫລາດ​ໃຈ​ຫລາຍ. ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໜ້າ​ອັດ​ສະ​ຈັນ​ໃຈ​ແທ້ໆ!

“ຮາກ​ຖານ​ຂອງ​ອາ​ຄານ​ໃດໆ, ໂດຍ​ສະ​ເພາະ​ໃຫຍ່​ຂະ​ໜາດ​ນີ້, ຈະ​ຕ້ອງ​ໝັ້ນ​ຄົງ ແລະ ທົນ​ທານ​ພໍ​ທີ່​ຈະ​ທົນ​ກັບ​ແຜ່ນ​ດິນ​ໄຫວ, ການ​ເຂົ້າ​ຂີ້​ໝ້ຽງ, ລົມ​ແຮງ, ແລະ ການ​ເຄື່ອນ​ໂຍກ​ທີ່​ກະ​ທົບ​ກະ​ເທືອນ​ຕໍ່​ອາ​ຄານ​ທຸກ​ຫລັງ ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້. ວຽກ​ງານ​ທີ່​ຊັບ​ຊ້ອນ​ຂອງ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃນ​ເວ​ລາ​ນີ້ ຈະ​ເຮັດ​ໃຫ້​ພຣະ​ວິ​ຫານ​ທີ່​ສັກ​ສິດ​ໝັ້ນ​ຄົງ ດ້ວຍ​ຮາກ​ຖານ​ທີ່​ໝັ້ນ​ຄົງ ແລະ ຈະ​ສາ​ມາດ​ທົນ​ທານ​ກັບ​ການ​ທົດ​ສອບ​ຂອງ​ເວ​ລາ.”

ພວກ​ເຮົາ​ກຳ​ລັງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ເພື່ອ​ເສີມ​ຮາກ​ຖານ​ໃຫ້​ກັບ​ພຣະ​ວິ​ຫານ​ທີ່​ເຄົາ​ລົບ​ແຫ່ງ​ນີ້, ຊຶ່ງ​ນັບ​ມື້​ນັບ ເກົ່າ​ແກ່​ລົງ, ເພື່ອ​ວ່າ​ມັນ​ຈະ​ສາ​ມາດ​ຕ້ານ​ທານ​ກັບ​ພະ​ລັງ​ທຳ​ມະ​ຊາດ​ໄດ້ ຈົນ​ເຖິງ​ຊ່ວງ​ໜຶ່ງ​ພັນ​ປີ. ໃນ​ແບບ​ດຽວ​ກັນ, ບັດ​ນີ້​ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ໃຊ້​ມາດ​ຕະ​ການ​ພິ​ເສດ—ບາງ​ທີ​ເປັນ​ມາດ​ຕະ​ການ​ທີ່​ເຮົາ​ບໍ່​ເຄີຍ​ໃຊ້​ມາ​ກ່ອນ—ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ຖານ ທາງ​ວິນ​ຍານ​ສ່ວນ​ຕົວ ຂອງ​ເຮົາ. ເມື່ອ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ໃໝ່ ເຮົາ​ກໍ​ຕ້ອງ​ໃຊ້​ມາດ​ຕະ​ການ​ໃໝ່.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້ ແມ່ນ ຍຸກ​ສຸດ​ທ້າຍ. ຖ້າ​ຫາກ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຕ້ານ​ທານ​ກັບ​ສິ່ງ​ອັນ​ຕະ​ລາຍ ແລະ ຄວາມ​ກົດ​ດັນ​ໃນ​ອະ​ນາ​ຄົດ​ໄດ້, ຈຳ​ເປັນ​ທີ່​ເຮົາ​ແຕ່​ລະ​ຄົນ​ຕ້ອງ​ມີ​ຮາກ​ຖານ​ທາງ​ວິນ​ຍານ​ທີ່ ໝັ້ນ​ຄົງ ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.2

ສະ​ນັ້ນ ຂ້າ​ພະ​ເຈົ້າ​ຂໍ​ຖາມ​ທ່ານ​ແຕ່​ລະ​ຄົນ​ວ່າ ຮາກ​ຖານ ຂອງ​ທ່ານ ໝັ້ນ​ຄົງ​ຫລາຍ​ປານ​ໃດ? ແລະ ທ່ານ​ຕ້ອງ​ໃຊ້​ສິ່ງ​ໃດ​ແດ່​ເພື່ອ​ຊ່ວຍ​ເສີມ​ສ້າງ​ປະ​ຈັກ​ພະ​ຍານ ແລະ ຄວາມ​ເຂົ້າ​ໃຈ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ?

ພຣະ​ວິ​ຫານ​ເປັນ​ສູນ​ກາງ​ຂອງ​ການ​ເສີມ​ສ້າງ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ເຮົາ ເພາະ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ເປັນ​ສູນ​ກາງ​ຂອງ​ພຣະ​ວິ​ຫານ. ທຸກ​ສິ່ງ​ທີ່​ສິດ​ສອນ​ໃນ​ພຣະ​ວິ​ຫານ, ຜ່ານ​ທາງ​ຄຳ​ແນະ​ນຳ ແລະ ຜ່ານ​ທາງ​ພຣະ​ວິນ​ຍານ, ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ພິ​ທີ​ການ​ທີ່​ຈຳ​ເປັນ​ຂອງ​ພຣະ​ອົງ​ຈະ​ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ແລ້ວ, ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ອົງ​ຈະ​ມອບ​ອຳ​ນາດ​ທີ່​ປິ່ນ​ປົວ ແລະ ເສີມ​ສ້າງ ຂອງ​ພຣະ​ອົງ ໃຫ້​ເຮົາ.3 ແລະ ໂອ້, ເຮົາ​ຈະ​ຕ້ອງ​ການ​ອຳ​ນາດ​ຂອງ​ພຣະ​ອົງ​ຫລາຍ​ເທົ່າ​ໃດ ໃນ​ວັນ​ຂ້າງ​ໜ້າ.

ເຮົາ​ໄດ້​ຖືກ​ສັນ​ຍາ​ວ່າ “ຖ້າ​ຫາກ [ເຮົາ] ຕຽມ​ພ້ອມ [ເຮົາ] ຈະ​ບໍ່​ຢ້ານ​ກົວ.”4 ການ​ຮັບ​ຮອງ​ນີ້​ມີ​ຄວາມ​ໝາຍ​ເລິກ​ໃນ​ປະ​ຈຸ​ບັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ເຖິງ​ແມ່ນ​ຈະ​ມີ​ການ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ທຸກ​ວັນ​ນີ້, ຜູ້​ທີ່​ສ້າງ​ຮາກ​ຖານ​ຢູ່​ເທິງ​ພຣະ​ເຢ​ຊູ​ຄຣິດ, ແລະ ໄດ້​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ດຶງ​ເອົາ​ພະ​ລັງ​ຂອງ​ພຣະ​ອົງ, ບໍ່​ຈຳ​ເປັນ​ຕ້ອງ​ຍອມ​ຕໍ່​ຄວາມ​ກັງ​ວົນ​ທີ່​ແຕກ​ຕ່າງ ໃນ​ຍຸກ​ນີ້.

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ​ມີ​ມາ​ແຕ່​ບູ​ຮານ​ນະ​ການ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ອາ​ດາມ ແລະ ເອ​ວາ ໃຫ້​ອະ​ທິ​ຖານ, ເຮັດ​ພັນ​ທະ​ສັນ​ຍາ, ແລະ ຖວາຍ​ເຄື່ອງ​ບູ​ຊາ.5 ແນ່​ນອນ, “ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຜູ້​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ, ພວກ​ເຂົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ສ້າງ​ພຣະ​ວິ​ຫານ.”6 ໜັງ​ສື​ມາດ​ຕະ​ຖານ​ເຕັມ​ໄປ​ດ້ວຍ​ແຫລ່ງ​ອ້າງ​ອີງ​ກ່ຽວ​ກັບ​ຄຳ​ສອນ, ພາ​ສາ​ກ່ຽວ​ກັບ​ພຣະ​ວິ​ຫານ, ແລະ ອື່ນໆ.7 ທຸກ​ສິ່ງ ທີ່​ເຮົາ​ເຊື່ອ ແລະ ທຸກ ຄຳ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ຈະ​ລວມ​ຢູ່​ໃນ​ພຣະ​ວິ​ຫານ. ໃນ ທຸກ ຍຸກ​ທຸກ​ສະ​ໄໝ, ພຣະ​ວິ​ຫານ​ໄດ້​ເນັ້ນ​ເຖິງ​ຄວາມ​ຈິງ​ທີ່​ປະ​ເສີດ​ວ່າ ຜູ້​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ໄວ້​ກັບ​ພຣະ​ເຈົ້າ ແລະ ຮັກ​ສາ​ມັນ ເປັນ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ.

ດັ່ງ​ນັ້ນ, ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ເຮັດ​ພັນ​ທະ​ສັນ​ຍາ​ຢ່າງ​ດຽວ​ກັນ​ນັ້ນ​ກັບ​ພຣະ​ເຈົ້າ ທີ່​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ​ໄດ້​ເຮັດ. ແລະ ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ພອນ​ຢ່າງ​ດຽວ​ກັນ​ນັ້ນ!

ຮູບ​ພາບ
ພຣະ​ວິ​ຫານ​ເຄີດ​ແລນ ແລະ ນາ​ວູ

ພຣະ​ວິ​ຫານ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຍຸກ​ສະ​ໄໝ ນີ້ ນັບ​ຈາກ​ສະ​ໄໝ​ບູ​ຮານ.8 ເອ​ລີ​ຢາ​ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ສິດ​ອຳ​ນາດ​ຂອງ​ການ​ຜະ​ນຶກ​ໃຫ້​ໂຈ​ເຊັບ ສະ​ມິດ ໃນ​ພຣະ​ວິ​ຫານ​ເຄີດ​ແລນ. ຄວາມ​ສົມ​ບູນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ ໃນ​ພຣະ​ວິ​ຫານ​ນາ​ວູ.9

ຈົນ​ກະ​ທັ້ງ​ເຖິງ​ຕອນ​ເພິ່ນ​ຖືກ​ສັງ​ຫານ, ໂຈ​ເຊັບ ສະ​ມິດ ໄດ້​ສືບ​ຕໍ່​ຮັບ​ການ​ເປີດ​ເຜີຍ ທີ່​ສົ່ງ​ເສີມ​ການ​ຟື້ນ​ຟູ​ພິ​ທີ​ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ການ​ຜະ​ນຶກ.10 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ກໍ​ຮັບ​ຮູ້​ວ່າ ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ປຸງ​ເພີ່ມ​ເຕີມ. ຫລັງ​ຈາກ​ໄດ້​ມອບ​ຂອງ​ປະ​ທານ​ສັກ​ສິດ​ໃຫ້​ແກ່​ບຣິ​ກຳ ຢັງ ໃນ​ເດືອນ​ພຶດ​ສະ​ພາ ປີ 1842 ແລ້ວ, ໂຈ​ເຊັບ​ໄດ້​ບອກ​ບຣິ​ກຳ​ວ່າ, “ມັນ​ບໍ່​ເປັນ​ລະ​ບຽບ, ແຕ່​ພວກ​ເຮົາ​ກໍ​ໄດ້​ເຮັດ​ໃຫ້​ດີ​ທີ່​ສຸດ​ແລ້ວ​ຕາມ​ສະ​ຖາ​ນະ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ, ແລະ ຂ້ອຍ​ຫວັງ​ວ່າ​ເຈົ້າ​ຈະ​ຮັບ​ເອົາ​ສິ່ງ​ນີ້ ແລະ ຈັດ​ລະ​ບຽບ ແລະ ລະ​ບົບ​ພິ​ທີ​ການ​ທັງ​ໝົດ.”11

ຫລັງ​ຈາກ​ການ​ຕາຍ​ຂອງ​ສາດ​ສະ​ດາ, ປະ​ທານ​ຢັງ​ໄດ້​ດູ​ແລ​ການ​ສ້າງ​ພຣະ​ວິ​ຫານ​ນາ​ວູ12 ແລະ ຕໍ່​ມາ​ໄດ້​ສ້າງ​ພຣະ​ວິ​ຫານ​ຫລາຍ​ແຫ່ງ​ຢູ່​ໃນ​ເຂດ​ຢູ​ທາ. ລະ​ຫວ່າງ​ການ​ອຸ​ທິດ​ຊັ້ນ​ລຸ່ມ​ຂອງ​ພຣະ​ວິ​ຫານ​ເຊັ້ນ​ຈອດ, ບຣິ​ກຳ ຢັງ ໄດ້​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ເຖິງ​ຄວາມ​ຮີບ​ຮ້ອນ​ທີ່​ຕ້ອງ​ສ້າງ​ພຣະ​ວິ​ຫານ ເມື່ອ​ເພິ່ນ​ກ່າວ​ວ່າ, “ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລີ້ນ​ຂອງ​ສຽງ​ຟ້າ​ຮ້ອງ​ທັງ​ເຈັດ ຮ້ອງ​ບອກ​ຜູ້​ຄົນ​ໃຫ້​ຕື່ນ.”13

ນັບ​ຈາກ​ເວ​ລາ​ນັ້ນ​ມາ, ພິ​ທີ​ການ​ພຣະ​ວິ​ຫານ​ກໍ​ໄດ້​ຖືກ​ປັບ​ປຸງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. ປະ​ທານ​ແຮ​ໂຣນ ບີ ລີ ໄດ້​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ຂັ້ນ​ຕອນ, ນະ​ໂຍ​ບາຍ, ແລະ ແມ່ນ​ແຕ່​ການ​ບໍ​ລິ​ຫານ​ພິ​ທີ​ການ​ພຣະ​ວິ​ຫານ​ຈຶ່ງ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຟູ. ປະ​ທານ​ລີ​ໄດ້​ກ່າວ​ວ່າ: “ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສູງ​ສົ່ງ. ບໍ່​ມີ​ໃຜ​ປ່ຽນ​ແປງ​ຫລັກ​ທຳ ແລະ [ຄຳ​ສອນ] ຂອງ​ສາດ​ສະ​ໜາ​ຈັກ ຍົກ​ເວັ້ນ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ເປີດ​ເຜີຍ. ແຕ່​ວິ​ທີ​ການ​ຈະ​ຖືກ​ປ່ຽນ​ແປງ​ຕາມ​ການ​ຊີ້​ນຳ ທີ່​ໄດ້​ຮັບ​ການ​ດົນ​ໃຈ ຊຶ່ງ​ມາ​ເຖິງ​ຜູ້​ຄວບ​ຄຸມ ໃນ​ເວ​ລາ​ທີ່​ເໝາະ​ສົມ.”14

ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ປະ​ຕິ​ບັດ​ພິ​ທີ​ສິນ​ລະ​ລຶກ​ໄດ້​ປ່ຽນ​ແປງ​ແນວ​ໃດ ໃນ​ຊ່ວງ​ຫລາຍ​ປີ​ຜ່ານ​ມາ​ນີ້. ໃນ​ສະ​ໄໝ​ກ່ອນ, ນ້ຳ​ສິນ​ລະ​ລຶກ​ໄດ້​ຖືກ​ມອບ​ໃຫ້​ຜູ້​ຄົນ​ທີ່​ມາ​ຮ່ວມ​ປະ​ຊຸມ ຢູ່​ໃນ​ຂັນ​ໃຫຍ່​ໜ່ວຍ​ໜຶ່ງ. ທຸກ​ຄົນ​ກໍ​ດື່ມ​ຈາກ​ຂັນ​ໜ່ວຍ​ດຽວ​ກັນ​ນັ້ນ. ບັດ​ນີ້​ພວກ​ເຮົາ​ໃຊ້​ຈອກ​ແບບ​ກິນ​ແລ້ວ​ຖິ້ມ. ຂັ້ນ​ຕອນ​ໄດ້​ປ່ຽນ​ໄປ, ແຕ່​ພັນ​ທະ​ສັນ​ຍາ​ຍັງ​ເໝືອນ​ເດີມ.

ຈົ່ງ​ໄຕ່​ຕອງ​ຄວາມ​ຈິງ​ສາມ​ຢ່າງ​ເຫລົ່າ​ນີ້:

  1. ການ​ຟື້ນ​ຟູ​ແມ່ນ​ຂະ​ບວນ​ການ, ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ, ແລະ ຈະ​ສືບ​ຕໍ່​ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ອີກ.

  2. ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ15 ແມ່ນ​ເພື່ອ​ຈະ​ນຳ​ພອນ​ຂອງ​ພຣະ​ວິ​ຫານ​ມາ​ໃຫ້​ລູກໆ​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ.

  3. ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ບັນ​ລຸ​ຈຸດ​ປະ​ສົງ ນັ້ນ ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເປີດ​ເຜີຍ​ຄວາມ​ຮູ້​ເພີ່ມ​ເຕີມ. ການ​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ ຈຳ​ເປັນ​ຕ້ອງ​ມີ​ການ​ເປີດ​ເຜີຍ​ຢ່າງ​ຕໍ່​ເນື່ອງ.

ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ມັກ​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ຫາກ​ວ່າ ມີ​ວິ​ທີ​ອື່ນ​ທີ່​ດີ​ກວ່າ​ນີ້ ເພື່ອ​ນຳ​ພອນ​ຂອງ​ພຣະ​ວິ​ຫານ​ໄປ​ໃຫ້​ລູກໆ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ພວກ​ເຮົາ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ເປັນ​ປະ​ຈຳ ໃນ​ເລື່ອງ​ການ​ຮັບ​ຮອງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ສອດ​ຄ່ອງ​ໃນ​ຄຳ​ແນະ​ນຳ​ຂອງ​ພຣະ​ວິ​ຫານ, ພັນ​ທະ​ສັນ​ຍາ, ແລະ ພິ​ທີ​ການ ເຖິງ​ແມ່ນ​ຈະ​ແຕກ​ຕ່າງ​ໃນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ກໍ​ຕາມ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ການ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ, ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ຂັ້ນ​ຕອນ​ເມື່ອ​ບໍ່​ດົນ​ມາ​ນີ້. ພຣະ​ອົງ ປະ​ສົງ​ໃຫ້​ທ່ານ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເຮັດ​ພັນ​ທະ​ສັນ​ຍາ. ພຣະ​ອົງ ປະ​ສົງ​ໃຫ້​ທ່ານ​ໄດ້​ມີ​ປະ​ສົບ​ການ​ຢ່າງ​ສົມ​ບູນ​ແບບ ໃນ​ພິ​ທີ​ການ​ສັກ​ສິດ ຂອງ​ພຣະ​ອົງ. ພຣະ​ອົງ ປະ​ສົງ​ໃຫ້​ທ່ານ​ເຂົ້າ​ໃຈ​ສິດ​ທິ​ພິ​ເສດ, ຄຳ​ສັນ​ຍາ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ. ພຣະ​ອົງ ປະ​ສົງ​ໃຫ້​ທ່ານ​ໄດ້​ຮັບ​ຄວາມ​ຮູ້ ແລະ ຕື່ນ​ຂຶ້ນ​ທາງ​ວິນ​ຍານ ແບບ​ບໍ່​ເຄີຍ​ເປັນ​ມາ​ກ່ອນ. ພຣະ​ອົງ​ປະ​ສົງ​ສິ່ງ​ນີ້​ສຳ​ລັບ​ຜູ້​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ທຸກ​ຄົນ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ.

ການ​ປ່ຽນ​ແປງ​ຂັ້ນ​ຕອນ​ພຣະ​ວິ​ຫານ​ໃນ​ປະ​ຈຸ​​ບັນ, ແລະ ຢ່າງ​ອື່ນໆ​ທີ່​ຈະ​ເກີດ​ຂຶ້ນ, ເປັນ​ຫລັກ​ຖານ​ຕໍ່​ເນື່ອງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຢ່າງ​ໃກ້​ຊິດ. ພຣະ​ອົງ​ໄດ້​ໃຫ້​ໂອ​ກາດ​ເຮົາ​ທຸກ​ຄົນ ເພື່ອ​ເສີມ​ສ້າງ​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ເຮົາ ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໂດຍ​ການ​ໃຫ້​ຊີ​ວິດ​ຂອງ​ເຮົາ​ຈົດ​ຈໍ່​ຢູ່​ທີ່​ພຣະ​ອົງ ແລະ ຢູ່​ທີ່​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ເມື່ອ​ທ່ານ​ນຳ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ນຳ​ຫົວ​ໃຈ​ທີ່​ຊອກ​ຊ້ຳ, ແລະ ນຳ​ຈິດ​ໃຈ​ທີ່​ສະ​ແຫວງ​ຫາ ມາ​ຍັງ​ບ້ານ​ແຫ່ງ​ການ​ຮຽນ​ຮູ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ ຈະ​ສິດ​ສອນ​ທ່ານ.

ຖ້າ​ຫາກ​ໄລ​ຍະ​ທາງ, ບັນ​ຫາ​ເລື່ອງ​ສຸ​ຂະ​ພາບ, ຫລື ສິ່ງ​ອື່ນໆ​ໄດ້​ກີດ​ກັນ​ທ່ານ​ຈາກ​ການ​ໄປ​ພຣະ​ວິ​ຫານ​ຊົ່ວ​ໄລ​ຍະ​ໜຶ່ງ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຫາ​ເວ​ລາ​ເພື່ອ​ທົບ​ທວນ​ໃນ​ຈິດ​ໃຈ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ຖ້າ​ທ່ານ​ບໍ່​ມັກ​ໄປ​ພຣະ​ວິ​ຫານ, ໃຫ້​ໄປ​ຫລາຍ​ເພີ່ມ​ຂຶ້ນ—ບໍ່​ແມ່ນ​ໜ້ອຍ​ລົງ. ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ສິດ​ສອນ ແລະ ດົນ​ໃຈ​ທ່ານ​ຢູ່​ທີ່​ນັ້ນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ເວ​ລາ​ຜ່ານ​ໄປ, ພຣະ​ວິ​ຫານ​ຈະ​ເປັນ​ສະ​ຖານ​ທີ່​ປອດ​ໄພ, ປອບ​ໃຈ, ແລະ ໃຫ້​ການ​ເປີດ​ເຜີຍ.

ຖ້າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ກັບ​ຜູ້​ໃຫຍ່​ໜຸ່ມ​ທຸກ​ຄົນ​ໜ້າ​ຕໍ່​ໜ້າ​ໄດ້, ຂ້າ​ພະ​ເຈົ້າ​ຈະ​ຮຽກ​ຮ້ອງ​ທ່ານ ໃຫ້​ສະ​ແຫວງ​ຫາ​ຄູ່​ຄອງ​ທີ່​ທ່ານ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ. ທ່ານ​ອາດ​ສົງ​ໄສ​ວ່າ ສິ່ງ​ນີ້​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ ຫລາຍ​ທີ່​ສຸດ! ເມື່ອ​ທ່ານ​ແຕ່ງ​ງານ​ຢູ່​ໃນ​ພຣະ​ວິ​ຫານ ແລະ ກັບ​ໄປ​ເລື້ອຍໆ, ທ່ານ​ຈະໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ແລະ ຖືກ​ຊີ້​ນຳ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ.

ຖ້າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ກັບ​ສາ​ມີ ແລະ ພັນ​ລະ​ຍາ​ທຸກ​ຄົນ ຜູ້ ຍັງ ບໍ່​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ​ເທື່ອ, ຂ້າ​ພະ​ເຈົ້າ​ຈະ​ຮຽກ​ຮ້ອງ​ທ່ານ ໃຫ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຮັບ​ເອົາ​ພິ​ທີ​ການ​ອັນ​ສູງ​ສຸດ ແລະ ປ່ຽນ​ຊີ​ວິດ​ນີ້.16 ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ຢູ່​ບໍ? ພຽງ​ແຕ່​ເມື່ອ​ຖ້າ​ຫາກ​ທ່ານ​ຢາກ​ກ້າວ​ໜ້າ​ຕະ​ຫລອດ​ໄປ ແລະ ຢູ່​ນຳ​ກັນ​ຕະ​ຫລອດ​ໄປ. ຄວາມ​ປາດ​ຖະ​ໜາ ທີ່​ຈະ​ໄດ້​ຢູ່​ນຳ​ກັນ​ເທົ່າ​ນັ້ນ ຈະ​ບໍ່​ເກີດ​ຜົນ. ບໍ່​ມີ​ພິ​ທີ​ອື່ນ​ໃດ ຫລື ພັນ​ທະ​ໃດ ຈະ​ເຮັດ​ໃຫ້​ມັນ​ເກີດ​ຜົນ​ໄດ້.17

ຖ້າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ກັບ​ຜູ້​ຊາຍ ຫລື ຜູ້​ຍິງ​ທຸກ​ຄົນ ທີ່​ຢາກ​ແຕ່ງ​ງານ ແຕ່​ຍັງ​ບໍ່​ພົບ​ຄູ່​ນິ​ລັນ​ດອນ​ເທື່ອ, ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ທ່ານ​ບໍ່​ໃຫ້​ລໍ​ຖ້າ​ຈົນ​ກວ່າ​ໄດ້​ແຕ່ງ​ງານ ຈຶ່ງ​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ເລີ່ມ​ຕົ້ນ​ໃນ​ເວ​ລາ​ນີ້ ເພື່ອ​ຮຽນ​ຮູ້ ແລະ ມີ​ປະ​ສົບ​ການ​ວ່າ ການ​ຕິດ​ອາ​ວຸດ​ດ້ວຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ.

ແລະ ຕໍ່​ທ່ານ​ທຸກ​ຄົນ ຜູ້​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ຮຽກ​ຮ້ອງ​ທ່ານ​ໃຫ້​ສະ​ແຫວງ​ຫາ—ດ້ວຍ​ການ​ອະ​ທິ​ຖານ ແລະ ດ້ວຍ​ຄວາມ​ສະ​ໝ່ຳ​ສະ​ເໝີ—ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ພຣະ​ວິ​ຫານ.18 ປະ​ຕູ​ທາງ​ວິນ​ຍານ​ຈະ​ເປີດ​ຢູ່. ທ່ານ​ຈະ​ຮຽນ​ຮູ້​ວິ​ທີ​ແຫວກ​ຜ້າ​ກັ້ງ​ລະ​ຫວ່າງ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ວິ​ທີ​ທູນ​ຂໍ​ໃຫ້​ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ​ຊ່ວຍ​ເຫລືອ​ທ່ານ, ແລະ ວິ​ທີ​ຮັບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ໄດ້​ດີ​ກວ່າ​ເກົ່າ. ຄວາມ​ພາກ​ພຽນ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ເຮັດ​ສິ່ງ​ນີ້ ຈະ​ເສີມ​ສ້າງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ການ​ບູ​ລະ​ນະ​ພຣະ​ວິ​ຫານ​ເຊົາ​ເລັກ​ສຳ​ເລັດ​ຮຽບ​ຮ້ອຍ, ຈະ ບໍ່​ມີ​ບ່ອນ​ໃດ ປອດ​ໄພ​ຫລາຍ​ໄປ​ກວ່າ​ຂ້າງ​ໃນ​ຂອງ​ພຣະ​ວິ​ຫານ​ນັ້ນ ລະ​ຫວ່າງ​ແຜ່ນ​ດິນ​ໄຫວ ໃນ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ.

ເຊັ່ນ​ດຽວ​ກັນ, ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ວຸ້ນ​ວາຍ​ໃດໆ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ, ບ່ອນ​ທີ່​ປອດ​ໄພ​ທີ່​ສຸດ ຝ່າຍ​ວິນ​ຍານ ແມ່ນ​ການ​ດຳ​ລົງ​ຊີ​ວິດ​ຢູ່ ພາຍ​ໃນ ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ທ່ານ!

ກະ​ລຸ​ນາ​ເຊື່ອ​ຂ້າ​ພະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ເມື່ອ​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ​ຖືກ​ສ້າງ​ຂຶ້ນ​ຢ່າງ​ໝັ້ນ​ຄົງ​ເທິງ​ພຣະ​ເຢ​ຊູ​ຄຣິດ, ທ່ານ ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ. ເມື່ອ​ທ່ານ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ທີ່​ທ່ານ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ, ທ່ານ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ໂດຍ​ອຳ​ນາດ​ຂອງ​ພຣະ​ອົງ. ແລ້ວ, ເມື່ອ​ແຜ່ນ​ດິນ​ໄຫວ​ທາງ​ວິນ​ຍານ​ເກີດ​ຂຶ້ນ, ທ່ານ​ຈະ​ສາ​ມາດ​ຍຶດ​ໝັ້ນ​ຢູ່​ຢ່າງ ເຂັ້ມ​ແຂງ ເພາະ​ວ່າ​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ​ໝັ້ນ​ຄົງ ແລະ ບໍ່​ຫວັ່ນ​ໄຫວ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ: ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ປະ​ສົງ​ໃຫ້ ທ່ານ ເລືອກ​ກັບ​ຕ່າວ​ຄືນ​ບ້ານ​ຫາ​ພຣະ​ອົງ. ແຜນ​ແຫ່ງ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ພຣະ​ອົງ ກໍ​ບໍ່​ສັບ​ສົນ, ແລະ ໃຫ້​ກຽດ​ແກ່​ອຳ​ເພີ​ໃຈ​ຂອງ​ທ່ານ. ທ່ານ​ມີ​ສິດ​ທີ່​ຈະ​ເລືອກ​ວ່າ ທ່ານ​ຢາກ​ເປັນ​ຄົນ​ແບບ​ໃດ—ແລະ ຢາກ​ຢູ່​ກັບ​ໃຜ—ໃນ​ໂລກ​ທີ່​ຈະ​ມາ​ເຖິງ!

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ! ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້​ຖືກ​ຟື້ນ​ຟູ​ເພື່ອ​ຊ່ວຍ​ທ່ານ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  2. ເພື່ອ​ວ່າ “ເມື່ອ​ມານ​ສົ່ງ​ລົມ​ອັນ​ແຮງ​ກ້າ​ມາ, … ມັນ​ຈະ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ເໜືອ [ເຮົາ] … ເພາະ​ດານ​ຫີນ​ບ່ອນ​ທີ່ [ເຮົາ] ຖືກ​ສ້າງ​ຂຶ້ນ​ເທິງ​ນັ້ນ, ຊຶ່ງ​ເປັນ ຮາກ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້” (ຮີ​ລາ​ມັນ 5:12; ເນັ້ນ​ຄຳ​ເນີ້ງ).

  3. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15, 22.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:30; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:55 ນຳ​ອີກ.

  5. ເບິ່ງ ໂມ​ເຊ 5:5–6.

  6. Bible Dictionary, “Temple.”

  7. ສຳ​ລັບ​ຕົວ​ຢ່າງ, ເບິ່ງ ອົບ​ພະ​ຍົບ 28; 29; ລະ​ບຽບ​ພວກ​ເລ​ວີ 8. ຫໍ​ເຕັນ​ສັກ​ສິດ​ຂອງ​ໂມ​ເຊ ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ຫໍ​ເຕັນ​ແຫ່ງ​ພັນ​ທະ​ສັນ​ຍາ” (ຈົດ​ບັນ​ຊີ 9:15) ແລະ “ຫໍ​ເຕັນ​ສັກ​ສິດ​ແຫ່ງ​ຄຳ​ພິ​ຍານ” (ອົບ​ພະ​ຍົບ 38:21). ພຣະ​ວິ​ຫານ​ຂອງ​ໂຊ​ໂລ​ໂມນ​ໄດ້​ຖືກ​ທຳ​ລາຍ 587 ປີ ກ່ອນ ຄ.ສ., ສອງ​ສາມ​ປີ​ຈາກ​ນັ້ນ​ຄອບ​ຄົວ​ຂອງ​ລີ​ໄຮ​ກໍ​ໄດ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ. ການ​ສ້ອມ​ແປງ​ພຣະ​ວິ​ຫານ​ໂດຍ​ເຊ​ຣຸບ​ບາ​ເບນ ໄດ້​ເກີດ​ຂຶ້ນ​ປະ​ມານ 70 ປີ​ຕໍ່​ມາ. ມັນ​ໄດ້​ຖືກ​ທຳ​ລາຍ​ດ້ວຍ​ໄຟ 37 ປີ​ກ່ອນ ຄ.ສ. ເຮ​ໂຣດ​ໄດ້​ຂະ​ຫຍາຍ​ພຣະ​ວິ​ຫານ​ປະ​ມານ 16 ປີ​ກ່ອນ ຄ.ສ. ແລ້ວ ພຣະ​ວິ​ຫານ​ແຫ່ງ​ນີ້, ໂດຍ​ທີ່​ຮູ້​ຈັກ​ກັນ​ໂດຍ​ພຣະ​ເຢ​ຊູ, ໄດ້​ຖືກ​ທຳ​ລາຍ ໃນ ຄ.ສ. 70. ນີ​ໄຟ​ໄດ້​ມີ​ປະ​ສົບ​ການ​ກ່ຽວ​ກັບ​ພຣະ​ວິ​ຫານ ໂດຍ​ການ​ຂຶ້ນ​ໄປ “ເທິງ​ພູ​ເລື້ອຍໆ” ເພື່ອ​ອະ​ທິ​ຖານ (1 ນີ​ໄຟ 18:3) ແລະ ຕໍ່​ມາ, ໃນ​ອາ​ເມ​ຣິ​ກາ, ໄດ້​ສ້າງ​ພຣະ​ວິ​ຫານ “ຕາມ​ແບບ​ພຣະ​ວິ​ຫານ​ຂອງ​ໂຊ​ໂລ​ໂມນ,” ແຕ່​ບໍ່​ໄດ້​ສ້າງ​ດ້ວຍ​ສິ່ງ​ຂອງ​ທີ່​ມີ​ຄ່າ​ຫລາຍ (ເບິ່ງ 2 ນີ​ໄຟ 5:16).

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:119; 124:31.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16; 124:28. ຫີນ​ເສົາ​ເອກ​ຂອງ​ພຣະ​ວິ​ຫານ​ນາ​ວູ​ໄດ້​ຖືກ​ວາງ​ລົງ​ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1841, ພຽງ​ແຕ່​ສອງ​ສາມ​ເດືອນ​ຫລັງ​ຈາກ​ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ໃຫ້​ສ້າງ​ພຣະ​ວິ​ຫານ. ພຣະ​ວິ​ຫານ​ນາ​ວູ​ມີ​ຈຸດ​ປະ​ສົງ​ເພີ່ມ​ເຕີມ. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ຈຳ​ເປັນ​ຕ້ອງ​ມີ​ອ່າງ​ບັບ​ຕິ​ສະ​ມາ ເພື່ອ​ໄພ່​ພົນ​ຈະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ສຳ​ລັບ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:29–30).

  10. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131; 132. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128 ບັນ​ຈຸ​ສານ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ໄດ້​ຂຽນ​ຫາ​ໄພ່​ພົນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ. ໃນ​ນັ້ນ ເພິ່ນ​ໄດ້​ປະ​ກາດ​ວ່າ ຄວາມ​ລອດ​ຂອງ​ຄົນ​ຕາຍ “ຈຳ​ເປັນ​ແລະ ສຳ​ຄັນ​ຕໍ່​ຄວາມ​ລອດ​ຂອງ​ເຮົາ, … [ເພາະ] ປາດ​ສະ​ຈາກ​ພວກ​ເຮົາ, ພວກ​ເຂົາ​ຈະ​ດີ​ພ້ອມ​ບໍ່​ໄດ້—ທັງ​ພວກ​ເຮົາ​ກໍ​ຄື​ກັນ ຈະ​ດີ​ພ້ອມ​ບໍ່​ໄດ້ ຖ້າ​ຫາກ​ປາດ​ສະ​ຈາກ​ຄົນ​ຕາຍ​ຂອງ​ພວກ​ເຮົາ” (ຂໍ້​ທີ 15).

  11. Joseph Smith, ໃນ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 454.

  12. “ນັກ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ​ຊື່ ຈອດ ເອ ສະ​ມິດ ໄດ້​ສະ​ຫລຸບ​ວ່າ ມີ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ຈຳ​ນວນ 5,634 ຄົນ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຂົາ​ເຈົ້າ ໃນ​ພຣະ​ວິ​ຫານ​ນາ​ວູ ທີ່​ສ້າງ​ສຳ​ເລັດ​ສ່ວນ​ໜຶ່ງ ໃນ​ເດືອນ​ທັນ​ວາ ປີ 1845 ແລະ ໃນ​ເດືອນ​ມັງ​ກອນ ປີ 1846. ມີ​ການ​ສືບ​ຕໍ່​ຜະ​ນຶກ​ຄູ່​ສາ​ມີ​ພັນ​ລະ​ຍາ ຈົນ​ເຖິງ​ວັນ​ທີ 7 ເດືອນ​ກຸມ​ພາ, [1846,] ຊຶ່ງ​ເມື່ອ​ເຖິງ​ເວ​ລາ​ນັ້ນ ມີ​ຄູ່​ສາ​ມີ​ພັນ​ລະ​ຍາ​ຫລາຍ​ກວ່າ 2,000 ຄູ່ ໄດ້​ຜະ​ນຶກ​ເຂົ້າ​ກັນ​ໂດຍ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ” (Bruce A. Van Orden, “Temple Finished before Exodus,” Deseret News, Dec. 9, 1995, deseret.com; ເບິ່ງ Richard O. Cowan, “Endowments Bless the Living and Dead,” Church News, Aug. 27, 1988, thechurchnews.com) ນຳ​ອີກ.

  13. “ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ຈະ​ວ່າ​ແນວ​ໃດ ຖ້າ​ຫາກ​ເຂົາ​ເຈົ້າ​ສາ​ມາດ​ເວົ້າ​ຈາກ​ພື້ນ​ດິນ​ໄດ້? ເຂົາ​ເຈົ້າ​ຊິ​ບໍ່​ເວົ້າ​ແບບ​ນີ້​ບໍ, ‘ພວກ​ເຮົາ​ໄດ້​ນອນ​ຢູ່​ນີ້​ຫລາຍ​ພັນ​ປີ​ແລ້ວ, ຢູ່​ໃນ​ເຮືອນ​ຄຸກ​ນີ້, ລໍ​ຖ້າ​ໃຫ້​ສະ​ໄໝ​ນີ້​ມາ​ເຖິງ’? … ເປັນ​ຫຍັງ, ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ອຳ​ນາດ ສຽງ​ຟ້າ​ຮ້ອງ​ຈາກ​ສະ​ຫວັນ​ຄົງ​ດັງ​ກ້ອງ​ຢູ່​ໃນ​ຫູ​ຂອງ​ພວກ​ເຮົາ, ຖ້າ​ຫາກ​ພວກ​ເຮົາ​ພຽງ​ແຕ່​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ວຽກ​ງານ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ຢູ່​ນີ້. ເຫລົ່າ​ທູດ​ທັງ​ຫລາຍ​ໃນ​ສະ​ຫວັນ​ກຳ​ລັງ​ຫລຽວ​ເບິ່ງ​ຜູ້​ຄົນ​ກຸ່ມ​ນ້ອຍໆ, ແລະ ກະ​ຕຸ້ນ​ພວກ​ເຂົາ​ໃຫ້​ນຳ​ຄວາມ​ລອດ​ມາ​ສູ່​ຄອບ​ຄົວ​ມະ​ນຸດ. … ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລີ້ນ​ຂອງ​ສຽງ​ຟ້າ​ຮ້ອງ​ທັງ​ເຈັດ ຮ້ອງ​ບອກ​ຜູ້​ຄົນ​ໃຫ້​ຕື່ນ” (Discourses of Brigham Young, sel. John A. Widtsoe [1954], 403–4).

  14. Harold B. Lee, “God’s Kingdom—a Kingdom of Order,” Ensign, Jan. 1971, 10. ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ກ່າວ​ໂດຍ​ປະ​ທານ​ວິວ​ເຝີດ ວູດ​ຣັບ ໃນ​ປີ 1896 ນຳ​ອີກ; ເພິ່ນ​ໄດ້​ປະ​ກາດ​ວ່າ: “ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ວ່າ, ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວ່າ​ພວກ​ເຮົາ​ຄວນ​ສືບ​ຕໍ່ ແລະ ດຳ​ເນີນ​ໄປ​ໜ້າ. ພວກ​ເຮົາ​ຍັງ​ບໍ່​ແລ້ວ [ເທື່ອ] ກັບ​ການ​ເປີດ​ເຜີຍ. … ປະ​ທານ [ບຣິ​ກຳ] ຢັງ, ຜູ້​ຕໍ່​ຈາກ​ປະ​ທານ​ໂຈ​ເຊັບ ສະ​ມິດ, ໄດ້​ພາ​ພວກ​ເຮົາ​ມາ​ບ່ອນ​ນີ້. ເພິ່ນ​ໄດ້​ຈັດ​ລະ​ບຽບ​ພຣະ​ວິ​ຫານ​ເຫລົ່າ​ນີ້ ແລະ ປະ​ຕິ​ບັດ​ໜ້າ​ທີ່​ການ​ເອີ້ນ ແລະ ຕຳ​ແໜ່ງ​ຂອງ​ເພິ່ນ. … ເພິ່ນ​ບໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ທັງ​ໝົດ​ທີ່​ກ່ຽວ​ກັບ​ວຽກ​ງານ​ນີ້; ທັງ​ປະ​ທານ​ເທ​ເລີ​ກໍ​ບໍ່​ໄດ້​ຮັບ​ທັງ​ໝົດ, ວິວ​ເຝີດ ວູດ​ຣັບ ກໍ​ບໍ່​ໄດ້​ຮັບ​ທັງ​ໝົດ​ຄື​ກັນ. ມັນ​ຈະ​ບໍ່​ມີ​ທີ່​ສຸດ​ສຳ​ລັບ​ວຽກ​ງານ​ນີ້ ຈົນ​ກວ່າ​ມັນ​ສົມ​ບູນ​ແບບ” (The Discourses of Wilford Woodruff, sel. G. Homer Durham [1946], 153–54).

  15. ເບິ່ງ 3 ນີ​ໄຟ 29:8–9.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:2, 4.

  17. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7.

  18. ແອວ​ເດີ ຈອນ ເອ ວິດ​ໂຊ ໄດ້​ຂຽນ​ວ່າ: “ຕໍ່​ຊາຍ ແລະ ຍິງ ຜູ້​ໄດ້​ເຂົ້າ​ໄປ​ພຣະ​ວິ​ຫານ, ດ້ວຍ​ຕາ​ທີ່​ເປີດ, ເຮັດ​ຕາມ​ສັນ​ຍາ​ລັກ ແລະ ພັນ​ທະ​ສັນ​ຍາ, ແລະ ສືບ​ຕໍ່​ຢ່າງ​ສະ​ໝ່ຳ​ສະ​ເໝີ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຄວາມ​ໝາຍ​ທັງ​ໝົດ, ພຣະ​ເຈົ້າ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ການ​ເປີດ​ເຜີຍ​ໄດ້​ມີ​ມາ. ຂອງ​ປະ​ທານ​ສັກ​ສິດ​ກໍ​ເຕັມ​ໄປ​ດ້ວຍ​ສັນ​ຍາ​ລັກ​ທີ່​ພຽງ​ແຕ່​ຄົນ​ໂງ່​ເທົ່າ​ນັ້ນ​ທີ່​ພະ​ຍາ​ຍາມ​ອະ​ທິ​ບາຍ​ມັນ; ມັນ​ເຕັມ​ໄປ​ດ້ວຍ​ການ​ເປີດ​ເຜີຍ​ສຳ​ລັບ​ຜູ້​ທີ່​ໃຊ້​ເຫື່ອ​ແຮງ​ຂອງ​ຕົນ ເພື່ອ​ສະ​ແຫວງ​ຫາ ແລະ ເພື່ອ​ຈະ​ໄດ້​ເຫັນ, ຊຶ່ງ​ບໍ່​ມີ​ຄຳ​ເວົ້າ​ໃດ​ຂອງ​ມະ​ນຸດ ທີ່​ສາ​ມາດ​ອະ​ທິ​ບາຍ ຫລື ບັນ​ຍາຍ​ຢ່າງ​ແຈ່ມ​ແຈ້ງ​ໄດ້ ເຖິງ​ສິ່ງ​ທີ່​ອາດ​ເປັນ​ໄປ​ໄດ້ ໃນ​ວຽກ​ງານ​ພຣະ​ວິ​ຫານ. ຂອງ​ປະ​ທານ​ສັກ​ສິດ​ທີ່​ຖືກ​ມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ ສາ​ມາດ​ເຂົ້າ​ໃຈ​ໄດ້​ດີ​ທີ່​ສຸດ​ໂດຍ​ການ​ເປີດ​ເຜີຍ” (ໃນ Archibald F. Bennett, Saviors on Mount Zion [Sunday School manual, 1950], 168).