ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເອົາ​ຊະ​ນະ​ໂລກ ແລະ ພົບ​ຄວາມ​ເຊົາ​ເມື່ອຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ເອົາ​ຊະ​ນະ​ໂລກ ແລະ ພົບ​ຄວາມ​ເຊົາ​ເມື່ອຍ

ຊອກ​ຫາ​ຄວາມ​ເຊົາ​ເມື່ອຍ​ຈາກ​ຄວາມ​ໜັກ​ໜ່ວງ, ຄວາມ​ບໍ່​ແນ່​ນອນ, ແລະ ຄວາມ​ເຈັບ​ປວດ​ຂອງ​ໂລກ​ນີ້ ໂດຍ​ການ​ເອົາ​ຊະ​ນະ​ໂລກ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ທີ່​ໄດ້​ທັກ​ທາຍ​ທ່ານ​ໃນ​ເຊົ້າ​ວັນ​ຊະ​ບາ​ໂຕ​ທີ່​ຮຸ່ງ​ໂລດ​ມື້​ນີ້. ທ່ານ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ທ່ານ​ເລີ່ມ​ລົງ​ມື​ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ເຫັນ​ຄົນ​ອື່ນ​ຂັດ​ສົນ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ກັບ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ທີ່​ທ່ານ​ສະ​ແດງ​ເທື່ອ​ແລ້ວ​ເທື່ອ​ອີກ. ຂ້າ​ພະ​ເຈົ້າ​ຮ້ອງ​ໄຫ້​ເພາະ​ຄວາມ​ເຈັບ​ປວດ​ໃຈ, ຄວາມ​ຜິດ​ຫວັງ, ແລະ ຄວາມ​ກັງ​ວົນ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ຂ້າ​ພະ​ເຈົ້າ​ຮັບ​ຮອງ​ກັບ​ທ່ານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຮັກ​ທ່ານ. ພວກ​ພຣະ​ອົງ​ຮູ້​ເຖິງ​ສະ​ຖາ​ນະ​ການ​ຂອງ​ທ່ານ, ຄວາມ​ດີ​ງາມ​ຂອງ​ທ່ານ, ຄວາມ​ຕ້ອງ​ການ​ຂອງ​ທ່ານ, ແລະ ຄຳ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ທ່ານ. ເທື່ອ​ແລ້ວ​ເທື່ອ​ອີກ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພື່ອ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ທີ່​ມີ​ຕໍ່​ທ່ານ.

ການ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ເປັນ​ສິ່ງ​ສຳ​ຄັນ, ເພາະ​ເບິ່ງ​ຄື​ວ່າ ເຮົາ​ຖືກ​ລົບ​ກວນ​ດ້ວຍ​ຂ່າວ​ສານ​ທີ່​ໜ້າ​ເປັນ​ຫ່ວງ​ໃນ​ແຕ່​ລະ​ວັນ. ທ່ານ​ອາດ​ມີ​ມື້​ທີ່​ທ່ານ​ຢາກ​ນຸ່ງ​ຊຸດ​ນອນ, ຕູ້ມ​ຜ້າ​ຫົ່ມ​ນອນ​ຂົດ​ຢູ່, ແລະ ຂໍ​ໃຫ້​ໃຜ​ຜູ້​ໜຶ່ງ​ມາ​ປຸກ​ທ່ານ​ເມື່ອ​ຄວາມ​ວຸ້ນ​ວາຍ​ຈົບ​ລົງ.

ແຕ່, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມີ​ສິ່ງ​ອັດ​ສະ​ຈັນ​ຢ່າງ​ຫລວງ​ຫລາຍ​ຢູ່​ຂ້າງ​ໜ້າ. ໃນ​ວັນ​ຂ້າງ​ໜ້າ, ເຮົາ​ຈະ​ເຫັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ອັນ ຍິ່ງ​ໃຫຍ່​ທີ່​ສຸດ ຂອງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໂລກ ເຄີຍ ເຫັນ​ມາ​ກ່ອນ. ລະ​ຫວ່າງ​ເວ​ລາ​ນີ້ ແລະ ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ກັບ​ມາ “ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່,”1 ພຣະ​ອົງ​ຈະ​ປະ​ທານ​ສິດ​ທິ​ພິ​ເສດ, ພອນ, ແລະ ການ​ອັດ​ສະ​ຈັນ ຈົນ​ນັບ​ບໍ່​ຖ້ວນ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ກຳ​ລັງ​ອາ​ໄສ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ຊັບ​ຊ້ອນ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ໂລກ​ແທ້ໆ. ຄວາມ​ຊັບ​ຊ້ອນ ແລະ ການ​ທ້າ​ທາຍ​ເຮັດ​ໃຫ້​ຫລາຍ​ຄົນ​ຮູ້​ສຶກ​ໜັກ​ໃຈ ແລະ ໝົດ​ແຮງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ພິ​ຈາ​ລະ​ນາ​ປະ​ສົບ​ການ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ອາດ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ ເຖິງ​ວິ​ທີ​ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ​ສາ​ມາດ​ເຊົາ​ເມື່ອຍ​ໄດ້​ແນວ​ໃດ.

ລະ​ຫວ່າງ​ການ​ເປີດ​ຊົມ​ພຣະ​ວິ​ຫານ ວໍ​ຊິງ​ຕັນ ດີ​ຊີ ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຄະ​ນະ​ກຳ​ມະ​ການ​ຕ້ອນ​ຮັບ​ແຂກ ໄດ້​ເຫັນ​ເຫດ​ການ​ທີ່​ໃຫ້​ຄວາມ​ຮູ້ ຂະ​ນະ​ທີ່​ລາວ​ພາ​ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຫລາຍ​ຄົນ​ທ່ຽວ​ຊົມ​ທົ່ວ​ພຣະ​ວິ​ຫານ. ມີ​ຄອບ​ຄົວ​ໜຶ່ງ​ໄດ້​ຕິດ​ໄປ​ກັບ​ກຸ່ມ​ນັກ​ສື່​ຂ່າວ​ແບບ​ບໍ່​ຮູ້​ຕົວ. ນັກ​ຂ່າວ​ຄົນ​ໜຶ່ງ​ໄດ້​ຖາມ​ກ່ຽວ​ກັບ “ການ​ເດີນ​ທາງ” ຂອງ​ຜູ້​ໄປ​ເຮັດ​ພິ​ທີ​ພຣະ​ວິ​ຫານ ເມື່ອ​ເຂົາ​ເຈົ້າ​ເດີນ​ຈາກ​ຫ້ອງ​ໜຶ່ງ​ໄປ​ຫາ​ອີກ​ຫ້ອງ​ໜຶ່ງ. ລາວ​ຢາກ​ຮູ້​ວ່າ ການ​ເດີນ​ທາງ​ໃນ​ພຣະ​ວິ​ຫານ ເປັນ​ສັນ​ຍາ​ລັກ​ຂອງ​ການ​ທ້າ​ທາຍ​ໃນ​ການ​ເດີນ​ທາງ​ຕະ​ຫລອດ​ຊີ​ວິດ​ຂອງ​ບຸກ​ຄົນ​ຫລື​ບໍ່.

ທ້າວ​ນ້ອຍ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ນັ້ນ​ໄດ້​ເລີ່ມ​ສົນ​ທະ​ນາ. ເມື່ອ​ກຸ່ມ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ຫ້ອງ​ຮັບ​ຂອງ​ປະ​ທານ​ສັກ​ສິດ, ທ້າວ​ນ້ອຍ​ໄດ້​ຊີ້​ໃສ່​ແທ່ນ​ບູ​ຊາ, ບ່ອນ​ທີ່​ຜູ້​ຄົນ​ໃຊ້​ຄຸ​ເຂົ່າ​ເມື່ອ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ແລະ ທ້າວ​ນ້ອຍ​ເວົ້າ​ວ່າ, “ໂອ, ບ່ອນ​ຫັ້ນ​ງາມ. ບ່ອນ​ນີ້​ເປັນ​ບ່ອນ​ໃຫ້​ຜູ້​ຄົນ ເຊົາ​ເມື່ອຍ ຈາກ​ການ​ເດີນ​ທາງ​ໃນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ.”

ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ທ້າວ​ນ້ອຍ​ຄົນ​ນັ້ນ​ຮູ້​ວ່າ​ການ​ສັງ​ເກດ​ຂອງ​ລາວ​ເລິກ​ເຊິ່ງ​ພຽງ​ໃດ. ລາວ​ຄົງ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ເຊື່ອມ​ໂຍງ​ໂດຍ​ກົງ​ລະ​ຫວ່າງ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໃນ​ພຣະ​ວິ​ຫານ ກັບ​ຄຳ​ສັນ​ຍາ​ອັນ​ໜ້າ​ງຶດ​ງໍ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ, ຈົ່ງ​ມາ​ຫາ​ເຮົາ, ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້, ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; … ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.”2

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າ​ພະ​ເຈົ້າ​ເສຍ​ໃຈ​ກັບ​ຜູ້​ທີ່​ໜີ​ຈາກ​ສາດ​ສະ​ໜາ​ຈັກ​ນີ້​ໄປ ເພາະ​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ ສະ​ມາ​ຊິກ​ກະ​ພາບ​ຮຽກ​ຮ້ອງ​ຫລາຍ​ເກີນ​ໄປ​ຈາກ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຄົ້ນ​ພົບ​ວ່າ ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ທີ່​ແທ້​ແລ້ວ ມັນ​ເຮັດ​ໃຫ້​ຊີ​ວິດ​ງ່າຍ​ຂຶ້ນ! ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ກະ​ລຸ​ນາ​ໄຕ່​ຕອງ​ຄວາມ​ຈິງ​ທີ່​ໜ້າ​ງຶດ​ງໍ້​ນັ້ນ!

ລາງ​ວັນ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຄື​ພະ​ລັງ​ຈາກ​ສະ​ຫວັນ—ພະ​ລັງ​ທີ່​ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ໃຈ ໄດ້​ດີ​ກວ່າ​ເກົ່າ. ພະ​ລັງ​ນີ້​ເຮັດ​ໃຫ້​ເຮົາ​ສະ​ບາຍ​ໃຈ​ຂຶ້ນ. ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຂົ້າ​ເຖິງ​ອຳ​ນາດ​ທີ່​ສູງ​ກວ່າ​ຂອງ​ພຣະ​ອົງ. ດັ່ງ​ນັ້ນ, ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈຶ່ງ​ມີ​ສິດ​ໄດ້​ຮັບ ຄວາມ​ເຊົາ​ເມື່ອຍ ທີ່​ມາ​ສູ່​ເຂົາ​ເຈົ້າ​ຜ່ານ​ທາງ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ.

ກ່ອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຍອມ​ຕົນ​ຕໍ່​ຄວາມ​ທຸກ​ທໍ​ລະ​ມານ​ຢູ່​ທີ່​ເຄັດ​ເຊ​ມາ​ເນ ແລະ ພູ​ກະ​ໂຫລກ​ຫົວ, ​ພຣະ​ອົງ​ໄດ້​ປະ​ກາດ​ຕໍ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, “ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ ໄດ້​ຊະ​ນະ​ໂລກ​ແລ້ວ.”3 ຕໍ່​ຈາກ​ນັ້ນ, ພຣະ​ເຢ​ຊູ​ໄດ້​ວິງ​ວອນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ ເມື່ອ​ພຣະ​ອົງ​ກ່າວ​ວ່າ, “ເຮົາ ຈະ ໃຫ້ ພວກ​ເຈົ້າ ເອົາ ຊະ​ນະ ໂລກ.”4

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ໃນ​ມື້​ນີ້ ແມ່ນ​ວ່າ ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ໂລກ​ທີ່​ຕົກ​ນີ້, ແລະ ເພາະ​ພຣະ​ອົງ​ໄດ້​ຊົດ​ໃຊ້​ເພື່ອ​ເຮົາ​ແຕ່​ລະ​ຄົນ, ທ່ານ​ກໍ​ສາ​ມາດ​ເອົາ​ຊະ​ນະ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ບາບ, ເຫັນ​ແກ່​ຕົວ, ແລະ ໝົດ​ແຮງ​ຢູ່​ເລື້ອຍ​ນີ້​ໄດ້​ຄື​ກັນ.

ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ໄດ້​ໄຖ່​ເຮົາ​ແຕ່​ລະ​ຄົນ​ຈາກ​ຄວາມ​ອ່ອນ​ແອ, ຄວາມ​ຜິດ​ພາດ, ແລະ ບາບ, ແລະ ເພາະ​ພຣະ​ອົງ​ໄດ້​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ, ຄວາມ​ກັງ​ວົນ, ແລະ ຄວາມ​ໜັກ​ໜ່ວງ​ທຸກ​ຢ່າງ ທີ່​ທ່ານ​ເຄີຍ​ມີ,5 ແລ້ວ ເມື່ອ​ທ່ານ​ກັບ​ໃຈ​ຢ່າງ​ແທ້​ຈິງ ແລະ ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ຢູ່​ເໜືອ​ໂລກ​ທີ່​ບໍ່​ແນ່​ນອນ​ໃນ​ປະ​ຈຸ​ບັນ​ນີ້​ໄດ້.

ທ່ານ​ສາ​ມາດ​ເອົາ​ຊະ​ນະ​ໄພ​ພິ​ບັດ​ທາງ​ວິນ​ຍານ ແລະ ທາງ​ອາ​ລົມ​ຂອງ​ໂລກ​ນີ້​ໄດ້, ລວມ​ທັງ​ຄວາມ​ຈອງ​ຫອງ, ຄວາມ​ທະ​ນົງ​ຕົວ, ຄວາມ​ໃຈ​ຮ້າຍ, ການ​ຜິດ​ສິນ​ທຳ, ຄວາມ​ກຽດ​ຊັງ, ຄວາມ​ໂລບ, ຄວາມ​ອິດ​ສາ, ແລະ ຄວາມ​ຢ້ານ​ກົວ. ເຖິງ​ແມ່ນ​ສິ່ງ​ລົບ​ກວນ ແລະ ການ​ບິດ​ເບືອນ​ໝຸນ​ວຽນ​ຢູ່​ຮອບ​ຕົວ​ເຮົາ, ແຕ່​ທ່ານ​ສາ​ມາດ​ພົບ ຄວາມ​ເຊົາ​ເມື່ອຍ—ທີ່​ແທ້​ຈິງ ໝາຍ​ເຖິງ​ການ​ບັນ​ເທົາ​ທຸກ ແລະ ຄວາມ​ສະ​ຫງົບ—ແມ່ນ​ແຕ່​ທ່າມ​ກາງ​ບັນ​ຫາ​ທີ່​ໜ້າ​ລຳ​ຄານ​ທີ່​ສຸດ​ຂອງ​ທ່ານ.

ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້​ກະ​ຕຸ້ນ​ຄຳ​ຖາມ​ພື້ນ​ຖານ​ສາມ​ຂໍ້:

ຂໍ້​ທຳ​ອິດ, ການ​ເອົາ​ຊະ​ນະ​ໂລກ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ຂໍ້​ທີ​ສອງ, ເຮົາ​ຈະ​ເຮັດ​ແນວ​ໃດ?

ຂໍ້​ທີ​ສາມ, ການ​ເອົາ​ຊະ​ນະ​ໂລກ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ການ​ເອົາ​ຊະ​ນະ​ໂລກ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ເຖິງ​ການ​ເອົາ​ຊະ​ນະ​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ສົນ​ໃຈ​ເລື່ອງ​ຂອງ​ໂລກ​ນີ້​ຫລາຍ​ກວ່າ​ເລື່ອງ​ຂອງ​ພຣະ​ເຈົ້າ. ໝາຍ​ເຖິງ​ການ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຫລາຍ​ກວ່າ​ປັດ​ຊະ​ຍາ​ຂອງ​ມະ​ນຸດ. ໝາຍ​ເຖິງ​ການ​ຍິນ​ດີ​ໃນ​ຄວາມ​ຈິງ, ປະ​ນາມ​ການ​ຫລອກ​ລວງ, ແລະ ກາຍ​ເປັນ “ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ຄຣິດ.”6 ໝາຍ​ເຖິງ​ການ​ເລືອກ​ທີ່​ຈະ​ຫລີກ​ເວັ້ນ​ຈາກ​ທຸກ​ສິ່ງ​ທີ່​ຂັບ​ໄລ່​ພຣະ​ວິນ​ຍານ​ໃຫ້​ໜີ​ໄປ. ໝາຍ​ເຖິງ​ການ​ເຕັມ​ໃຈ​ທີ່​ຈະ “ປະ​ຖິ້ມ” ແມ່ນ​ແຕ່​ບາບ​ທີ່​ເຮົາ​ໂປດ​ປານ.7

ບັດ​ນີ້, ການ​ເອົາ​ຊະ​ນະ​ໂລກ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຈະ​ຕ້ອງ​ສົມ​ບູນ​ແບບ​ໃນ​ຊີ​ວິດ​ນີ້, ແລະ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ບັນ​ຫາ​ຂອງ​ທ່ານ​ຈະ​ຫາຍ​ໄປ​ຢ່າງ​ໜ້າ​ອັດ​ສະ​ຈັນ—​ເພາະ​ມັນ​ຈະ​ບໍ່​ເປັນ​ເຊັ່ນ​ນັ້ນ. ແລະ ມັນ​ຈະ ບໍ່ ໝາຍ​ຄວາມ​ວ່າ ທ່ານ​ຈະ​ບໍ່​ເຮັດ​ຄວາມ​ຜິດ​ອີກ. ແຕ່​ການ​ເອົາ​ຊະ​ນະ​ໂລກ​ໝາຍ​ຄວາມ​ວ່າ ການ​ຕໍ່​ຕ້ານ​ບາບ​ຂອງ​ທ່ານ​ຈະ​ມີ​ເພີ່ມ​ຂຶ້ນ. ໃຈ​ຂອງ​ທ່ານ​ຈະ​ອ່ອນ​ລົງ ຂະ​ນະ​ທີ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ເພີ່ມ​ຂຶ້ນ.8 ການ​ເອົາ​ຊະ​ນະ​ໂລກ​ໝາຍ​ເຖິງ​ການ​ເຕີບ​ໂຕ​ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ຫລາຍ​ກວ່າ​ທ່ານ​ຈະ​ຮັກ​ຄົນ​ໃດ ຫລື ສິ່ງ​ອື່ນ​ໃດ.

ແລ້ວ, ດ້ວຍ​ວິ​ທີ​ໃດ, ເຮົາ​ຈະ​ເອົາ​ຊະ​ນະ​ໂລກ​ໄດ້? ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວິ​ທີ​ໃຫ້​ເຮົາ. ເພິ່ນ​ໄດ້​ກ່າວ​ວ່າ “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ” ແລະ ຈະ​ເປັນ​ຕະ​ຫລອດ​ໄປ “ເວັ້ນ​ເສຍ​ແຕ່ ເຂົາ​ຈະ​ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ, ແລະ ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ.”9 ທຸກ​ເທື່ອ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ, ທຸກ​ເທື່ອ​ທີ່​ທ່ານ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ດີ—ສິ່ງ​ທີ່ “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ” ບໍ່​ເຮັດ—ທ່ານ​ກຳ​ລັງ​ເອົາ​ຊະ​ນະ​ໂລກ.

ການ​ເອົາ​ຊະ​ນະ​ໂລກ​ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ມື້​ໜຶ່ງ ຫລື ສອງ​ມື້. ມັນ​ເກີດ​ຂຶ້ນ​ຕະ​ຫລອດ​ຊີ​ວິດ ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະ​ອົງ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເຮົາ​ປູກ​ຝັງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ກັບ​ໃຈ​ທຸກ​ວັນ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ມອບ​ພະ​ລັງ​ໃຫ້​ເຮົາ. ເຮົາ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ, ການ​ເປີດ​ເຜີຍ​ສ່ວນ​ຕົວ, ການ​ມີ​ສັດ​ທາ​ຫລາຍ​ຂຶ້ນ, ແລະ ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ. ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ສາ​ມາດ​ເຮັດ​ໃຫ້​ເກີດ​ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ, ທີ່​ກໍ່​ໃຫ້​ເກີດ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ເຮົາ.10

ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃຈ​ຂອງ​ເຮົາ ແລະ ທຳ​ມະ​ຊາດ​ທີ່​ແທ້​ຈິງ​ຂອງ​ເຮົາ​ຈະ​ເລີ່ມ​ຕົ້ນ​ປ່ຽນ​ແປງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຍົກ ເຮົາ​ຂຶ້ນ​ເໜືອ​ແຮງ​ດຶງ​ດູດ​ຂອງ​ໂລກ​ທີ່​ຕົກ​ນີ້ ໂດຍ​ການ​ໃຫ້​ພອນ​ເຮົາ​ດ້ວຍ​ຄວາມ​ໃຈ​ບຸນ, ຄວາມ​ຖ່ອມ​ຕົວ, ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່, ຄວາມ​ເມດ​ຕາ, ການ​ບັງ​ຄັບ​ຕົນ, ຄວາມ​ສະ​ຫງົບ, ແລະ ຄວາມ​ເຊົາ​ເມື່ອຍ ຫລາຍ​ຂຶ້ນ.

ບັດ​ນີ້, ທ່ານ​ອາດ​ຄິດ​ວ່າ ສິ່ງ​ນີ້​ຟັງ​ແລ້ວ​ຄື​ເປັນ​ວຽກ​ງານ​ໜັກ​ທາງ​ວິນ​ຍານ​ຫລາຍ​ກວ່າ ຄວາມ​ເຊົາ​ເມື່ອຍ. ແຕ່​ນີ້​ຄື​ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່: ໃນ​ຂະ​ນະ​ທີ່​ໂລກ​ຢືນ​ຢັນ​ວ່າ​ອຳ​ນາດ, ຊັບ​ສົມ​ບັດ, ຄວາມ​ນິ​ຍົມ, ແລະ ຄວາມ​ສະ​ໜຸກ​ສະ​ໜານ​ຂອງ​ເນື້ອ​ໜັງ ນຳ​ຄວາມ​ສຸກ​ມາ​ໃຫ້, ແຕ່​ມັນ​ບໍ່​ເປັນ​ເຊັ່ນ​ນັ້ນ! ມັນ​ບໍ່​ສາ​ມາດ​ເຮັດ​ໄດ້! ສິ່ງ​ທີ່​ມັນ​ຜະ​ລິດ​ໄດ້​ແມ່ນ​ພຽງ​ແຕ່​ເປັນ​ການ​ທົດ​ແທນ​ທີ່​ວ່າງ​ເປົ່າ​ສຳ​ລັບ “ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ ຂອງ [ຜູ້​ທີ່] ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.”11

ຄວາມ​ຈິງ​ກໍ​ຄື ການ​ສະ​ແຫວງ​ຫາ​ຄວາມ​ສຸກ​ໃນ​ບ່ອນ​ທີ່​ທ່ານ​ຈະ ບໍ່​ມີ​ວັນ ຫາ​ພົບ ທ່ານ​ຈະ ເມື່ອຍ​ຫລາຍ ກວ່າ! ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ທ່ານ​ທຽມ​ແອກ​ຂອງ​ທ່ານ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ເຮັດ​ວຽກ​ງານ​ຝ່າຍ​ວິນ​ຍານ​ທີ່​ຈຳ​ເປັນ​ຕໍ່​ການ​ເອົາ​ຊະ​ນະ​ໂລກ, ແລ້ວ​ພຣະ​ອົງ, ແລະ ພຣະ​ອົງ​ພຽງ​ຜູ້​ດຽວ, ຈະ​ມີ​ອຳ​ນາດ​ທີ່​ຈະ​ຍົກ​ທ່ານ​ຂຶ້ນ​ເໜືອ​ການ​ດຶງ​ດູດ​ຂອງ​ໂລກ​ນີ້.

ບັດ​ນີ້, ການ​ເອົາ​ຊະ​ນະ​ໂລກ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ? ຄຳ​ຕອບ​ແມ່ນ​ຊັດ​ເຈນ: ການ​ເຂົ້າ​ສູ່​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຈະ​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ອົງ ໃນ​ແບບ​ທີ່​ເຮັດ​ໃຫ້ ທຸກ​ສິ່ງ ກ່ຽວ​ກັບ​ຊີ​ວິດ​ງ່າຍ​ຂຶ້ນ. ກະ​ລຸ​ນາ​ຢ່າ​ເຂົ້າ​ໃຈ​ຜິດ​ຂ້າ​ພະ​ເຈົ້າ: ຂ້າ​ພະ​ເຈົ້າ ບໍ່ ໄດ້​ກ່າວ​ວ່າ ການ​ເຮັດ​ພັນ​ທະ​ສັນ​ຍາ​ເຮັດ​ໃຫ້​ຊີ​ວິດ ງ່າຍ​ຂຶ້ນ. ຕາມ​ຄວາມ​ຈິງ​ແລ້ວ, ໃຫ້​ຄາດ​ຫວັງ​ການ​ຕໍ່​ຕ້ານ, ເພາະ​ຜູ້​ປໍ​ລະ​ປັກ​ບໍ່​ຢາກ​ໃຫ້​ທ່ານ​ຄົ້ນ​ພົບ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແຕ່​ການ​ທຽມ​ແອກ​ຂອງ​ທ່ານ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ຄວາມ​ວ່າ ທ່ານ​ໄດ້​ເຂົ້າ​ເຖິງ​ຄວາມ​ເຂັ້ມ​ແຂງ ແລະ ອຳ​ນາດ​ແຫ່ງ​ການ​ໄຖ່ ຂອງ​ພຣະ​ອົງ.

ຮູບ​ພາບ
ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ

ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ​ຄຳ​ສອນ​ທີ່​ເລິກ​ເຊິ່ງ​ຂອງ​ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ ວ່າ: “ຊາຍ ແລະ ຍິງ​ຜູ້​ມອບ​ຊີ​ວິດ​ໃຫ້​ແກ່​ພຣະ​ເຈົ້າ ຈະ​ພົບ​ເຫັນ​ວ່າ ພຣະ​ອົງ​ສາ​ມາດ​ພັດ​ທະ​ນາ​ຊີ​ວິດ​ຂອງ​ພວກ​ເຂົາ​ໄດ້​ຫລາຍ​ກວ່າ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້. ພຣະ​ອົງ​ຈະ​ເຮັດ​ໃຫ້​ຄວາມ​ຊື່ນ​ຊົມ​ຂອງ​ພວກ​ເຂົາ​ເລິກ​ເຊິ່ງ, ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ພວກ​ເຂົາ, ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ພວກ​ເຂົາ​ແຈ່ມ​ແຈ້ງ, … ຍົກ​ລະ​ດັບ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ, ທະ​ວີ​ຄູນ​ພອນ​ຂອງ​ພວກ​ເຂົາ, ເພີ່ມ​ໂອ​ກາດ​ຂອງ​ພວກ​ເຂົາ, ປອບ​ໂຍນ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ, ເພີ່ມ​ເພື່ອນ​ຝູງ, ແລະ ຖອກ​ເທ​ສັນ​ຕິ​ສຸກ​ລົງ​ມາ.”12

ສິດ​ທິ​ພິ​ເສດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ເຫລົ່າ​ນີ້​ຕິດ​ຕາມ​ຜູ້​ທີ່​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ຫວັນ ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ເອົາ​ຊະ​ນະ​ໂລກ​ນີ້. ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ຮຽກ​ຮ້ອງ​ສະ​ມາ​ຊິກ​ທັງ​ສາດ​ສະ​ໜາ​ຈັກ ຢ່າງ​ດຽວ​ກັນ​ກັບ​ທີ່​ໄດ້​ຮຽກ​ຮ້ອງ​ຜູ້​ໃຫຍ່​ໜຸ່ມ ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ຊັກ​ຊວນ​ເຂົາ​ເຈົ້າ​ໃນ​ເວ​ລາ​ນັ້ນ—ແລະ ຂ້າ​ພະ​ເຈົ້າ ອ້ອນ​ວອນ ທ່ານ​ໃນ​ເວ​ລາ​ນີ້—ໃຫ້​ດູ​ແລ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພະ​ຍາ​ຍາມ​ທີ່​ຈະ​ມີ​ມັນ. ບຳ​ລຸງ​ລ້ຽງ​ມັນ​ເພື່ອ​ວ່າ​ມັນ​ຈະ​ເຕີບ​ໂຕ. ລ້ຽງ​ດູ​ມັນ​ດ້ວຍ​ຄວາມ​ຈິງ. ຢ່າ​ເຮັດ​ໃຫ້​ມັນ​ເປິ​ເປື້ອນ​ດ້ວຍ​ປັດ​ຊະ​ຍາ​ເທັດ​ຂອງ​ບັນ​ດາ​ຊາຍ ແລະ ຍິງ​ທີ່​ບໍ່​ເຊື່ອ. ເມື່ອ​ທ່ານ​ສືບ​ຕໍ່​ເສີມ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເປັນ​ລຳ​ດັບ​ຄວາມ​ສຳ​ຄັນ​ທີ່​ສູງ​ສຸດ, ໃຫ້​ເຝົ້າ​ເບິ່ງ​ສິ່ງ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ.13

ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃນ​ເຊົ້າ​ມື້​ນີ້ ໃຫ້​ຊອກ​ຫາ ຄວາມ​ເຊົາ​ເມື່ອຍ ຈາກ​ຄວາມ​ໜັກ​ໜ່ວງ, ຄວາມ​ບໍ່​ແນ່​ນອນ, ແລະ ຄວາມ​ເຈັບ​ປວດ​ຂອງ​ໂລກ​ນີ້ ໂດຍ ການ​ເອົາ​ຊະ​ນະ ໂລກ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ. ໃຫ້​ພຣະ​ອົງ​ຮູ້​ຜ່ານ​ທາງ​ການ​ອະ​ທິ​ຖານ​ຂອງ​ທ່ານ ແລະ ການ​ກະ​ທຳ​ຂອງ​ທ່ານ ວ່າ​ທ່ານ​ຈິງ​ຈັງ​ກ່ຽວ​ກັບ​ການ​ທີ່​ຈະ​ເອົາ​ຊະ​ນະ​ໂລກ. ທູນ​ຂໍ​ພຣະ​ອົງ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄວາມ​ຄິດ​ຂອງ​ທ່ານ ແລະ ສົ່ງ​ຄວາມ​ຊ່ວຍ​ເຫລືອ​ທີ່​ທ່ານ​ຕ້ອງ​ການ​ມາ​ໃຫ້. ແຕ່​ລະ​ມື້, ໃຫ້​ບັນ​ທຶກ​ຄວາມ​ຄິດ​ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ; ແລ້ວ​ເຮັດ​ຕາມ​ນັ້ນ​ຢ່າງ​ພາກ​ພຽນ. ໃຊ້​ເວ​ລາ​ຫລາຍ​ຂຶ້ນ​ໃນ​ພຣະ​ວິ​ຫານ, ແລະ ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ ເຖິງ​ວິ​ທີ​ທີ່​ພຣະ​ວິ​ຫານ​ສິດ​ສອນ​ທ່ານ ໃຫ້​ຢູ່​ເໜືອ​ໂລກ​ທີ່​ຕົກ​ນີ້.14

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ກ່ອນ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ເປັນ​ວຽກ​ງານ​ທີ່​ສຳ​ຄັນ ທີ່​ສຸດ ຊຶ່ງ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ອົງ​ປະ​ກອບ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ການ​ເຕົ້າ​ໂຮມ ຄື​ການ​ກະ​ກຽມ​ຜູ້​ຄົນ​ທີ່​ສາ​ມາດ, ພ້ອມ​ແລ້ວ, ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ອີກ, ຜູ້​ຄົນ​ທີ່​ເລືອກ​ເອົາ​ພຣະ​ເຢ​ຊູ​ຄຣິດ​ເໜືອ​ໂລກ​ທີ່​ຕົກ, ຜູ້​ຄົນ​ທີ່​ປິ​ຕິ​ຍິນ​ດີ​ກັບ​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ, ສັກ​ສິດ​ກວ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ວິງ​ວອນ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ກາຍ​ເປັນ​ຄົນ​ຊອບ​ທຳ​ເຊັ່ນ​ນີ້. ທະ​ນຸ​ຖະ​ໜອມ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ເໜືອ​ຄຳ​ໝັ້ນ​ສັນ​ຍາ​ອື່ນໆ​ທັງ​ໝົດ. ເມື່ອ​ທ່ານ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ຈະ​ມີ​ຄວາມ​ສະ​ຫງົບ, ຄວາມ​ໝັ້ນ​ໃຈ, ຄວາມ​ຊື່ນ​ຊົມ, ແລະ ແມ່ນ​ແລ້ວ ຄວາມ​ເຊົາ​ເມື່ອຍ ຫລາຍ​ຂຶ້ນ.

ດ້ວຍ​ອຳ​ນາດ​ຂອງ​ການ​ເປັນ​ອັກ​ຄະ​ສາ​ວົກ​ທີ່​ສັກ​ສິດ​ທີ່​ຂ້າ​ພະ​ເຈົ້າ​ດຳ​ລົງ​ຢູ່, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​ໃນ​ການ​ສະ​ແຫວງ​ຫາ​ທີ່​ຈະ​ເອົາ​ຊະ​ນະ​ໂລກ​ນີ້. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຮຽນ​ຮູ້​ວິ​ທີ​ທີ່​ຈະ​ດຶງ​ເອົາ​ອຳ​ນາດ​ຂອງ​ພຣະ​ອົງ​ໄດ້​ດີ​ກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ສາ​ມາດ​ຫລິງ​ເຫັນ​ຄວາມ​ຈິງ ຈາກ​ຄວາມ​ຜິດ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ສົນ​ໃຈ​ເລື່ອງ​ຂອງ​ພຣະ​ເຈົ້າ​ຫລາຍ​ກວ່າ​ເລື່ອງ​ຂອງ​ໂລກ​ນີ້. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ທ່ານ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ທີ່​ທ່ານ​ຮັກ. ດ້ວຍ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ໂລກ​ນີ້, ທ່ານ​ກໍ​ສາ​ມາດ​ເຮັດ​ໄດ້​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:36: “ແລ້ວ​ເຄື່ອງ​ໝາຍ​ຂອງ​ບຸດ​ມະ​ນຸດ​ຈະ​ປະ​ກົດ​ຂຶ້ນ​ໃນ​ຟ້າ​ສະ​ຫວັນ, ແລະ ຈາກ​ນັ້ນ​ທຸກ​ເຜົ່າ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເປັນ​ທຸກ; ແລະ ພວກ​ເຂົາ​ຈະ​ເຫັນ​ບຸດ​ມະ​ນຸດ​ລົງ​ມາ​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະ​ຫວັນ, ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”

  2. ມັດ​ທາຍ 11:28–30; ເນັ້ນ​ຄຳ​ເນີ້ງ.

  3. ໂຢ​ຮັນ 16:33; ເນັ້ນ​ຄຳ​ເນີ້ງ.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:2; ເນັ້ນ​ຄຳ​ເນີ້ງ.

  5. ເບິ່ງ ແອວ​ມາ 7:11–13.

  6. 2 ນີ​ໄຟ 28:14.

  7. ເບິ່ງ ເລື່ອງ​ລາວ​ຂອງ​ບິ​ດາ​ຂອງ​ກະ​ສັດ​ລາ​ໂມ​ໄນ ໃນ ແອວ​ມາ 22, ໂດຍ​ສະ​ເພາະ ແອວ​ມາ 22:18.

  8. ເບິ່ງ ໂມ​ໄຊ​ຢາ 5:7.

  9. ໂມ​ໄຊ​ຢາ 3:19; ເນັ້ນ​ຄຳ​ເນີ້ງ.

  10. ເບິ່ງ 2 ນີ​ໄຟ 31; 3 ນີ​ໄຟ 27:16–20.

  11. ໂມ​ໄຊ​ຢາ 2:41.

  12. Teachings of Presidents of the Church: Ezra Taft Benson (2014), 42–43.

  13. ເບິ່ງ Russell M. Nelson, “Choices for Eternity” (worldwide devotional for young adults, May 15, 2022), broadcasts.ChurchofJesusChrist.org.

  14. ປະ​ທານ​ເດ​ວິດ ໂອ ມິກ​ເຄ ໄດ້​ກ່າວ​ວ່າ ໃນ​ພຣະ​ວິ​ຫານ ເຮົາ​ໄດ້​ກ້າວ “ຂຶ້ນ​ສູ່​ທີ່​ປະ​ທັບ​ນິ​ລັນ​ດອນ​ເທື່ອ​ລະ​ຂັ້ນ” (ໃນ Truman G. Madsen, The Temple: Where Heaven Meets Earth [2008], 11).