ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ກະ​ຕິ​ກາ​ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ກະ​ຕິ​ກາ​ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ

ເຮົາ​ຕ້ອງ​ເຂົ້າ​ໃຈ​ກະ​ຕິ​ກາ ຊຶ່ງ​ໃນ​ນັ້ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ດຳ​ເນີນ​ການ. ເມື່ອ​ເຮົາ​ດຳ​ເນີນ​ການ​ພາຍ​ໃນ​ກະ​ຕິ​ກາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ປົດ​ປ່ອຍ​ຄວາມ​ຮູ້​ທີ່​ໜ້າ​ອັດ​ສະ​ຈັນ​ໄດ້.

ເຊັ່ນ​ດຽວ​ກັບ​ພວກ​ທ່ານ​ຫລາຍ​ຄົນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ຈາກ​ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ເປັນ​ເວ​ລາ​ຫລາຍ​ປີ. ສິ່ງ​ນັ້ນ​ອະ​ທິ​ບາຍ, ຢ່າງ​ໜ້ອຍ​ສ່ວນ​ໜຶ່ງ, ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ກ່າວ​ເຖິງ.1 ສະ​ນັ້ນ, ຈຶ່ງ​ຂໍ​ອະ​ໄພ​ທີ່​ໃຊ້​ເພິ່ນ​ເປັນ​ຕົວ​ຢ່າງ …

ນັກ​ບິນ​ທີ່​ຊ່ຽວ​ຊານ​ໃນ​ການ​ບິນ​ຈະ​ບິນ​ພາຍ​ໃນ​ຄວາມ​ສາ​ມາດ​ຂອງ​ເຄື່ອງ​ບິນ ແລະ ຕາມ​ການ​ຊີ້​ນຳ​ຈາກ​ຜູ້​ຄວບ​ຄຸມ​ການ​ຈາ​ລະ​ຈອນ​ທາງ​ອາ​ກາດ ກ່ຽວ​ກັບ​ການ​ໃຊ້​ທາງ​ເດີນ ແລະ ເສັ້ນ​ທາງ​ການ​ບິນ. ເວົ້າ​ງ່າຍໆ, ນັກ​ບິນ​ດຳ​ເນີນ​ງານ​ພາຍ​ໃນ​ກະ​ຕິ​ກາ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເກັ່ງ ຫລື ມີ​ພອນ​ສະ​ຫວັນ​ຫລາຍ​ປານ​ໃດ​ກໍ​ຕາມ, ການ​ບິນ​ຕາມ​ກະ​ຕິ​ກາ​ຈະ​ສາ​ມາດ​ປົດ​ປ່ອຍ​ສັກ​ກະ​ຍະ​ພາບ​ອັນ​ມະ​ຫາ​ສານ​ຂອງ​ຍົນ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ມັນ.

ໃນ​ທຳ​ນອງ​ດຽວ​ກັນ, ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ພາຍ​ໃນ​ກະ​ຕິ​ກາ. ຫລັງ​ຈາກ​ບັບ​ຕິ​ສະ​ມາ, ເຮົາ​ໄດ້​ຮັບ​ຂອງ​ປະ​ທານ​ທີ່​ສະ​ຫງ່າ​ງາມ​ແຕ່​ໃຊ້​ໄດ້, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.2 ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ,3 ແມ່ນ “ພຣະ​ວິນ​ຍານ​ບໍ​ລິ​ສຸດ … [ທີ່] ຈະ​ສະ​ແດງ​ທຸກ​ຢ່າງ​ທີ່ [ເຮົາ] ຄວນ​ເຮັດ​ໃຫ້​ແກ່ [ເຮົາ].”4 ເມື່ອ​ເຮົາ​ບໍ່​ແນ່​ໃຈ ຫລື ບໍ່​ສະ​ບາຍ​ໃຈ, ເຮົາ​ສາ​ມາດ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ.5 ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ສາ​ມາດ​ແຈ່ມ​ແຈ້ງ​ຫລາຍ​ໄປ​ກວ່ານີ້: “ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; … ດ້ວຍ​ວ່າ ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ.”6 ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຮົາ​ສາ​ມາດ​ປ່ຽນ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ.7

ຄຳ​ສັນ​ຍາ​ຂອງ​ການ​ເປີດ​ເຜີຍ​ສ່ວນ​ຕົວ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ແຮງ​ດົນ​ໃຈ​ທີ່​ໜ້າ​ປະ​ຫລາດ, ເຊັ່ນ​ດຽວ​ກັບ​ຍົນ​ທີ່​ກຳ​ລັງ​ບິນ. ແລະ ເໝືອນ​ດັ່ງ​ນັກ​ບິນ, ເຮົາ​ຕ້ອງ​ເຂົ້າ​ໃຈ​ກະ​ຕິ​ກາ ການ​ທຳ​ງານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ການ​ໃຫ້​ການ​ເປີດ​ເຜີຍ​ສ່ວນ​ຕົວ. ເມື່ອ​ເຮົາ​ດຳ​ເນີນ​ການ​ພາຍ​ໃນ​ກະ​ຕິ​ກາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ປົດ​ປ່ອຍ​ຄວາມ​ຮູ້, ການ​ຊີ້​ນຳ, ແລະ ການ​ປອບ​ໂຍນ​ທີ່​ໜ້າ​ອັດ​ສະ​ຈັນ​ໄດ້. ນອກ​ກະ​ຕິ​ກາ​ນັ້ນ, ບໍ່​ວ່າ​ເຮົາ​ຈະ​ສະ​ຫລາດ ຫລື ມີ​ພອນ​ສະ​ຫວັນ​ຫລາຍ​ປານ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ຖືກ​ຫລອກ ແລະ ພັງ ແລະ ຖືກ​ເຜົາ​ໄດ້.

ພຣະ​ຄຳ​ພີ​ເປັນ​ອົງ​ປະ​ກອບ​ທຳ​ອິດ​ຂອງ​ກະ​ຕິ​ກາ​ນີ້ ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ.8 ການ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ດັ່ງ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ, ກະ​ຕຸ້ນ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ແອວ​ເດີ ຣໍ​ເບີດ ດີ ແຮວສ໌ ໄດ້​ກ່າວ​ວ່າ: “ເມື່ອ​ເຮົາ​ຢາກ​ເວົ້າ​ກັບ​ພຣະ​ເຈົ້າ, ເຮົາ​ອະ​ທິ​ຖານ. ແລະ ເມື່ອ​ເຮົາ​ຢາກ​ໃຫ້​ພຣະ​ອົງ​ກ່າວ​ກັບ​ເຮົາ, ເຮົາ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ.”9

ພຣະ​ຄຳ​ພີ​ກໍ​ຍັງ​ສິດ​ສອນ​ເຮົາ​ອີກ​ເຖິງ​ວິ​ທີ​ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ແນວ​ໃດ.10 ແລະ ເຮົາ​ທູນ​ຂໍ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ດີ11 ແລະ ບໍ່​ແມ່ນ​ສິ່ງ​ທີ່​ຂັດ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.12 ເຮົາ​ບໍ່ “ຂໍ​ຜິດ,” ດ້ວຍ​ແຮງ​ຈູງ​ໃຈ​ທີ່​ບໍ່​ເໝາະ​ສົມ ເພື່ອ​ສົ່ງ​ເສີມ​ລາຍ​ການ​ຂອງ​ເຮົາ​ເອງ ຫລື ເຕີມ​ເຕັມ​ຄວາມ​ສຸກ​ຂອງ​ເຮົາ​ເອງ.13 ເໜືອ​ສິ່ງ​ອື່ນ​ໃດ, ເຮົາ​ທູນ​ຂໍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ,14 ໂດຍ​ເຊື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ.15

ອົງ​ປະ​ກອບ​ທີ​ສອງ​ຂອງ​ກະ​ຕິ​ກາ ຄື​ການ​ທີ່​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ພຽງ​ແຕ່​ພາຍ​ໃນ​ຂອບ​ເຂດ​ຂອງ​ເຮົາ​ເທົ່າ​ນັ້ນ ແລະ ບໍ່​ແມ່ນ​ພາຍ​ໃນ​ອະ​ພິ​ສິດ​ຂອງ​ຄົນ​ອື່ນ. ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ບິນ​ຂຶ້ນ ແລະ ລົງ​ຈອດ​ໃນ​ທາງ​ເດີນ​ທີ່​ກຳ​ນົດ​ໄວ້​ຂອງ​ເຮົາ​ເອງ. ຄວາມ​ສຳ​ຄັນ​ຂອງ​ທາງ​ເດີນ​ທີ່​ຖືກ​ກຳ​ນົດ​ໄວ້​ເປັນ​ຢ່າງ​ດີ ໄດ້​ຮຽນ​ຮູ້​ຕັ້ງ​ແຕ່​ຕອນ​ຕົ້ນ​ປະ​ຫວັດ​ສາດ​ຂອງ​ການ​ຟື້ນ​ຟູ. ໄຮ​ຣຳ ເພຈ໌, ຜູ້​ໜຶ່ງ​ໃນ​ພະ​ຍານ​ແປດ​ຄົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ອ້າງ​ວ່າ​ຕົນ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ທັງ​ສາດ​ສະ​ໜາ​ຈັກ. ສະ​ມາ​ຊິກ​ຫລາຍ​ຄົນ​ໄດ້​ຖືກ​ຫລອກ ແລະ ຕົກ​ຢູ່​ໃນ​ອິດ​ທິ​ພົນ​ທີ່​ຜິດ.

ໃນ​ການ​ຕອບ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ “ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຮັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ໃນ​ສາດ​ສະ​ໜາ​ຈັກ​ນີ້ ຍົກ​ເວັ້ນ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ … ຈົນ​ກວ່າ​ເຮົາ​ຈະ​ກຳ​ນົດ​ຄົນ​ອື່ນ​ໃຫ້​ເຮັດ​ແທນ​ລາວ.”16 ຄຳ​ສອນ, ພຣະ​ບັນ​ຍັດ, ແລະ ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ແມ່ນ​ອະ​ພິ​ສິດ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ຜູ້​ຮັບ​ມັນ​ຈາກ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.17 ນັ້ນ​ຄື​ທາງ​ເດີນ​ຂອງ​ສາດ​ສະ​ດາ.

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ບຸກ​ຄົນ​ໜຶ່ງ​ຜູ້​ໄດ້​ຖືກ​ຈັບ​ໃນ​ຂໍ້​ຫາ​ການ​ບຸກ​ລຸກ. ລາວ​ບອກ​ຂ້າ​ພະ​ເຈົ້າ​ວ່າ ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ວ່າ ມີ​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ທີ່​ຖືກ​ຝັງ​ໄວ້​ໃຕ້​ພື້ນ​ຊັ້ນ​ທີ​ໜຶ່ງ​ຂອງ​ອາ​ຄານ​ຫລັງ​ນັ້ນ​ທີ່​ລາວ​ພະ​ຍາ​ຍາມ​ເຂົ້າ​ໄປ. ລາວ​ບອກ​ວ່າ​ເມື່ອ​ລາວ​ໄດ້​ພຣະ​ຄຳ​ພີ​ເຫລັ້ມ​ນັ້ນ​ແລ້ວ, ລາວ​ກໍ​ຈະ​ຮູ້​ວ່າ ລາວ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ການ​ແປ, ຊຶ່ງ​ຈະ​ນຳ​ພຣະ​ຄຳ​ພີ​ໃໝ່​ອອກ​ມາ, ແລະ ດັດ​ແປງ​ຄຳ​ສອນ ແລະ ການ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ບອກ​ລາວ​ວ່າ ລາວ​ຄິດ​ຜິດ, ແລະ ລາວ​ໄດ້​ວິງວອນ​ໃຫ້​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ນີ້. ຂ້າ​ພະ​ເຈົ້າ​ບອກ​ລາວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຮັດ. ລາວ​ເລີ່ມ​ເວົ້າ​ຈາ​ຫຍາບ​ຄາຍ ແລະ ວາງ​ໂທ​ລະ​ສັບ.18

ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ອະ​ທິ​ຖານ​ກ່ຽວ​ກັບ​ການ​ຮຽກ​ຮ້ອງ​ນີ້​ດ້ວຍ​ເຫດ​ຜົນ​ງ່າຍໆ ແຕ່​ເລິກ​ເຊິ່ງ: ພຽງ​ແຕ່​ສາດ​ສະ​ດາ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ ສຳ​ລັບ​ສາດ​ສະ​ໜາ​ຈັກ. ມັນ​ຈະ “ກົງ​ກັນ​ຂ້າມ​ກັບ​ແຜນ​ຂອງ​ພຣະ​ເຈົ້າ”19 ທີ່​ຜູ້​ອື່ນ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຊັ່ນ​ນັ້ນ, ຊຶ່ງ​ຕ້ອງ​ຢູ່​ໃນ​ທາງ​ເດີນ​ຂອງ​ສາດ​ສະ​ດາ.

ການ​ເປີດ​ເຜີຍ ສ່ວນ​ຕົວ ເປັນ​ຂອງ​ບຸກ​ຄົນ​ຢ່າງ​ຖືກ​ຕ້ອງ. ທ່ານ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ, ຍົກ​ຕົວ​ຢ່າງ, ກ່ຽວ​ກັບ​ການ​ອາ​ໄສ​ຢູ່​ບ່ອນ​ໃດ, ເສັ້ນ​ທາງ​ອາ​ຊີບ​ໃດ​ທີ່​ຈະ​ຕິດ​ຕາມ, ຫລື ແຕ່ງ​ງານ​ກັບ​ໃຜ.20 ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ສິດ​ສອນ​ຄຳ​ສອນ ແລະ ແບ່ງ​ປັນ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ, ແຕ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ທ່ານ. ນັ້ນ​ຄື​ການ​ເປີດ​ເຜີຍ​ຂອງ​ທ່ານ​ທີ່​ຈະ​ໄດ້​ຮັບ, ນັ້ນ​ຄື​ທາງ​ເດີນ​ຂອງ​ທ່ານ.

ອົງ​ປະ​ກອບ​ທີ​ສາມ​ຂອງ​ກະ​ຕິ​ກາ​ຄື ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈະ​ຕ້ອງ​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ນຳ​ພຣະ​ອົງ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ອະ​ທິ​ຖານ​ທີ່​ເປັນ​ໃນ​ລັກ​ສະ​ນະ​ນີ້: “ພຣະ​ບິ​ດາ​ເທິງ​ສະ​ຫວັນ, ການ​ນະ​ມັດ​ສະ​ການ​ທີ່​ໂບດ​ແມ່ນ​ໜ້າ​ເບື່ອ. ຂໍ​ໃຫ້​ຂ້າ​ນ້ອຍ​ນະ​ມັດ​ສະ​ການ​ພຣະ​ອົງ​ໃນ​ວັນ​ຊະ​ບາ​ໂຕ​ຢູ່​ເທິງ​ພູ ຫລື ຢູ່​ແຄມ​ທະ​ເລ​ໄດ້​ບໍ? ຂໍ​ໃຫ້​ຂ້າ​ນ້ອຍ​ຖືກ​ຍົກ​ເວັ້ນ​ຈາກ​ການ​ໄປ​ໂບດ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ແຕ່​ຍັງ​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ຂອງ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ​ໄດ້​ບໍ?”21 ໃນ​ການ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ເຊັ່ນ​ນັ້ນ, ເຮົາ​ຄົງ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ຕອບ​ແນວ​ໃດ: “ລູກ​ເອີຍ, ເຮົາ​ໄດ້​ເປີດ​ເຜີຍ​ຄວາມ​ປະ​ສົງ​ຂອງ​ເຮົາ​ແລ້ວ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕ.”

ເມື່ອ​ເຮົາ​ຂໍ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ບາງ​ສິ່ງ ຊຶ່ງ​ພຣະ​ເຈົ້າ​ໄດ້​ໃຫ້​ການ​ຊີ້​ນຳ​ຢ່າງ​ແຈ່ມ​ແຈ້ງ​ແລ້ວ, ເຮົາ​ເປີດ​ຕົນ​ເອງ​ເພື່ອ​ຕີ​ຄວາມ​ໝາຍ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ໃນ​ທາງ​ທີ່​ຜິດ ແລະ ໄດ້​ຍິນ​ແຕ່​ສິ່ງ​ທີ່​ເຮົາ​ຢາກ​ໄດ້​ຍິນ. ຄັ້ງ​ໜຶ່ງ​ຊາຍ​ຄົນ​ໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ດີ້ນ​ລົນ​ຂອງ​ລາວ​ທີ່​ຈະ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ລາວ​ໝັ້ນ​ຄົງ​ທາງ​ການ​ເງິນ. ລາວ​ຄິດ​ທີ່​ຈະ​ຍັກ​ຍອກ​ເງິນ​ເປັນ​ຄຳ​ຕອບ, ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ ຮູ້​ສຶກ​ວ່າ ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ຢືນ​ຢັນ​ວ່າ ລາວ​ຄວນ​ເຮັດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ລາວ​ຖືກ​ຫລອກ ເພາະ​ລາວ​ໄດ້​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ທີ່​ຂັດ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ເຕືອນ​ວ່າ, “ບໍ່​ມີ​ສິ່ງ​ໃດ​ທຳ​ຮ້າຍ​ລູກ​ຫລານ​ມະ​ນຸດ​ຫລາຍ​ໄປ​ກວ່າ​​ການ​ຢູ່​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ວິນ​ຍານ​ເທັດ, ເມື່ອ​ພວກ​ເຂົາ​ຄິດ​ວ່າ ພວກ​ເຂົາ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.”22

ບາງ​ຄົນ​ອາດ​ຊີ້​ບອກ​ວ່າ ນີ​ໄຟ​ໄດ້​ລະ​ເມີດ​ພຣະ​ບັນ​ຍັດ​ເມື່ອ​ເພິ່ນ​ຂ້າ​ລາ​ບານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຍົກ​ເວັ້ນ​ນີ້​ບໍ່​ໄດ້​ລົບ​ລ້າງ​ກົດ—ກົດ​ທີ່​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈະ​ຕ້ອງ​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ບໍ່​ມີ​ຄຳ​ອະ​ທິ​ບາຍ​ງ່າຍໆ​ໃດ​ທີ່​ເປັນ​ໜ້າ​ພໍ​ໃຈ​ກ່ຽວ​ກັບ​ເລື່ອງ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ໃນ​ບາງ​ດ້ານ. ເຫດ​ການ​ນີ້​ບໍ່​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ນີ​ໄຟ​ທູນ​ຖາມ​ຖ້າ​ຫາກ​ວ່າ​ເພິ່ນ​ສາ​ມາດ​ຂ້າ​ລາ​ບານ​ຫລື​ບໍ່. ມັນ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ເພິ່ນ​ຢາກ​ເຮັດ. ການ​ຂ້າ​ລາ​ບານ​ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ນີ​ໄຟ ແຕ່​ເພື່ອ​ໃຫ້​ພຣະ​ຄຳ​ພີ​ແກ່​ປະ​ຊາ​ຊາດ​ໃນ​ອະ​ນາ​ຄົດ ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ. ແລະ ນີ​ໄຟ​ໝັ້ນ​ໃຈ​ວ່າ ມັນ​ແມ່ນ​ການ​ເປີດ​ເຜີຍ—ຕາມ​ຄວາມ​ຈິງ​ແລ້ວ, ໃນ​ກໍ​ລະ​ນີນີ້, ມັນ​ເປັນ​ພຣະ​ບັນ​ຍັດ​ຈາກ​ພຣະ​ເຈົ້າ.23

ອົງ​ປະ​ກອບ​ທີ​ສີ່​ຂອງ​ກະ​ຕິ​ກາ​ຄື ການ​ຮັບ​ຮູ້​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ແລ້ວ​ກັບ​ທ່ານ​ເປັນ​ສ່ວນ​ຕົວ, ໃນ​ຂະ​ນະ​ທີ່​ເປີດ​ຮັບ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ​ຈາກ​ພຣະ​ອົງ. ຖ້າ​ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ ແລະ ສະ​ຖາ​ນະ​ການ​ຍັງ​ບໍ່​ປ່ຽນ​ແປງ, ເປັນ​ຫຍັງ​ເຮົາ​ຈຶ່ງ​ຄາດ​ຫວັງ​ໃຫ້​ຄຳ​ຕອບ​ແຕກ​ຕ່າງ? ໂຈ​ເຊັບ ສະ​ມິດ ໄດ້​ສະ​ດຸດ​ກັບ​ບັນ​ຫາ​ແບບ​ນີ້ ໃນ​ປີ 1828. ພາກ​ສ່ວນ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ, ເມື່ອ​ມາ​ຕິນ ແຮ​ຣິສ, ຜູ້​ອຸ​ປະ​ຖຳ ແລະ ຜູ້​ຂຽນ​ຄົນ​ກ່ອນ, ໄດ້​ຂໍ​ອະ​ນຸ​ຍາດ​ຈາກ​ໂຈ​ເຊັບ ເພື່ອ​ເອົາ​ໜ້າ​ທີ່​ແປ​ແລ້ວ​ໄປ​ໃຫ້​ພັນ​ລະ​ຍາ​ຂອງ​ລາວ​ເບິ່ງ. ໂດຍ​ທີ່​ບໍ່​ແນ່​ໃຈ ແລະ ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ, ໂຈ​ເຊັບ​ຈຶ່ງ​ໄດ້​ອະ​ທິ​ຖານ​ຂໍ​ການ​ຊີ້​ນຳ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ບໍ່​ໃຫ້​ມາ​ຕິນ​ເອົາ​ໜ້າ​ເຫລົ່າ​ນັ້ນ​ໄປ.

ມາ​ຕິນ​ໄດ້​ຂໍ​ໃຫ້​ໂຈ​ເຊັບ​ທູນ​ຖາມ​ພຣະ​ເຈົ້າ​ອີກ. ໂຈ​ເຊັບ​ກໍ​ໄດ້​ເຮັດ, ແລະ ຄຳ​ຕອບ​ນັ້ນ, ບໍ່​ໜ້າ​ແປກ​ໃຈ, ເໝືອນ​ເດີມ. ແຕ່​ມາ​ຕິນ​ໄດ້​ອ້ອນ​ວອນ​ໂຈ​ເຊັບ​ໃຫ້​ທູນ​ຖາມ​ເປັນ​ເທື່ອ​ທີ​ສາມ, ແລະ ໂຈ​ເຊັບ​ກໍ​ໄດ້​ເຮັດ. ເທື່ອ​ນີ້​ພຣະ​ເຈົ້າ​ບໍ່​ໄດ້​ກ່າວ​ວ່າ​ບໍ່. ແທນ​ທີ່, ມັນ​ຄື​ກັນ​ກັບ​ວ່າ ພຣະ​ເຈົ້າ​ໄດ້​ກ່າວ​ວ່າ, “ໂຈ​ເຊັບ, ເຈົ້າ​ຮູ້​ວ່າ​ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້, ແຕ່​ເຈົ້າ​ມີ​ອຳ​ເພີ​ໃຈ​ທີ່​ຈະ​ເລືອກ.” ເມື່ອ​ເພິ່ນ​ຮູ້​ສຶກ​ບໍ່​ຖືກ​ສັ່ງ​ຫ້າມ​ອີກ​ແລ້ວ, ໂຈ​ເຊັບ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ອະ​ນຸ​ຍາດ​ໃຫ້​ມາ​ຕິນ​ເອົາ​ຕົ້ນ​ສະ​ບັບ 116 ໜ້າ ໄປ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສອງ​ສາມ​ຄົນ​ເບິ່ງ. ໜັງ​ສື​ທີ່​ແປ​ເຫລົ່າ​ນັ້ນ​ໄດ້​ຫາຍ​ໄປ ແລະ ບໍ່​ສາ​ມາດ​ກູ້​ຄືນ​ໄດ້​ອີກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕິ​ຕຽນ​ໂຈ​ເຊັບ​ຢ່າງ​ຮຸນ​ແຮງ.24

ໂຈ​ເຊັບ​ໄດ້​ຮຽນ​ຮູ້, ເໝືອນ​ດັ່ງ​ສາດ​ສະ​ດາ​ຢາ​ໂຄບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສິດ​ສອນ: “ຢ່າ​ພະ​ຍາ​ຍາມ​ແນະ​ນຳ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ໃຫ້​ຮັບ​ເອົາ​ຄຳ​ແນະ​ນຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ. ເພາະ … ພຣະ​ອົງ​ໄດ້​ແນະ​ນຳ​ດ້ວຍ​ຄວາມ​ສະ​ຫລຽວ​ສະ​ຫລາດ.”25 ຢາ​ໂຄບ​ໄດ້​ເຕືອນ​ວ່າ ເລື່ອງ​ຮ້າຍ​ຈະ​ເກີດ​ຂຶ້ນ​ເມື່ອ​ເຮົາ​ທູນ​ຂໍ​ສິ່ງ​ທີ່​ເຮົາ​ບໍ່​ຄວນ​ຂໍ. ເພິ່ນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ຜູ້​ຄົນ​ໃນ​ເຢ​ຣູ​ຊາ​ເລັມ​ຈະ​ສະ​ແຫວງ​ຫາ “ສິ່ງ​ທີ່​ພວກ​ເຂົາ​ບໍ່ [ອາດ] ເຂົ້າ​ໃຈ​ໄດ້,” ເບິ່ງ “ຂ້າມ​ເຄື່ອງ​ໝາຍ,” ແລະ ເບິ່ງ​ກາຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ໄປ​ເລີຍ.26 ພວກ​ເຂົາ​ສະ​ດຸດ​ຍ້ອນ​ວ່າ​ພວກ​ເຂົາ​ທູນ​ຂໍ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ຄວນ​ຂໍ ແລະ ບໍ່​ສາ​ມາດ​ເຂົ້າ​ໃຈ.

ຖ້າ​ຫາກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ສຳ​ລັບ​ສະ​ພາບ​ການ​ຂອງ​ເຮົາ​ເອງ ແລະ ສະ​ຖາ​ນະ​ການ​ຍັງ​ບໍ່​ປ່ຽນ​ແປງ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ​ຂອງ​ເຮົາ​ແລ້ວ.27 ຍົກ​ຕົວ​ຢ່າງ, ບາງ​ເທື່ອ​ເຮົາ​ໄດ້​ທູນ​ຂໍ​ເທື່ອ​ແລ້ວ​ເທື່ອ​ອີກ​ເພື່ອ​ຂໍ​ການ​ໃຫ້​ອະ​ໄພ. ຖ້າ​ຫາກ​ເຮົາ​ໄດ້​ກັບ​ໃຈ​ແລ້ວ, ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ມີ​ຄວາມ​ສະ​ຫງົບ​ໃນ​ຈິດ​ສຳ​ນຶກ, ແລະ ໄດ້​ຮັບ​ການ​ປົດ​ບາບ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ທູນ​ຂໍ​ອີກ ແຕ່​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ຄຳ​ຕອບ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແລ້ວ.28

ເຖິງ​ແມ່ນ​ເຮົາ​ໄດ້​ໄວ້​ວາງ​ໃຈ​ໃນ​ຄຳ​ຕອບ​ຂອງ​ພຣະ​ເຈົ້າ​ກ່ອນ​ໜ້າ​ນີ້, ແຕ່​ເຮົາ​ຕ້ອງ​ເປີດ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ເພີ່ມ​ເຕີມ. ເຖິງ​ແນວ​ໃດ, ຈຸດ​ໝາຍ​ປາຍ​ທາງ​ຂອງ​ຊີ​ວິດ​ສ່ວນ​ໜ້ອຍ ຈະ​ໄປ​ຮອດ​ໄປ​ເຖິງ​ດ້ວຍ​ຖ້ຽວ​ບິນ​ຕົງ. ເຮົາ​ຄວນ​ຮັບ​ຮູ້​ວ່າ ການ​ເປີດ​ເຜີຍ​ສ່ວນ​ຕົວ​ອາດ​ໄດ້​ຮັບ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ,”29 ວ່າ​ການ​ຊີ້​ນຳ​ທີ່​ເປີດ​ເຜີຍ​ສາ​ມາດ​ມາ​ເຖິງ​ເທື່ອ​ລະ​ເລັກ​ລະ​ນ້ອຍ.30

ອົງ​ປະ​ກອບ​ຂອງ​ກະ​ຕິ​ກາ​ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ແມ່ນ​ທັບ​ຊ້ອນ​ກັນ ແລະ ສົ່ງ​ເສີມ​ກັນ​ແລະ​ກັນ. ແຕ່​ພາຍ​ໃນ​ກະ​ຕິ​ກາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ ແລະ ຈະ​ເປີດ​ເຜີຍ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງ​ການ​ເພື່ອ​ຈະ​ບິນ​ຂຶ້ນ ແລະ ຮັກ​ສາ​ແຮງ​ຜັກ​ດັນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ດັ່ງ​ນັ້ນ ເຮົາ​ສາ​ມາດ​ໄດ້​ຮັບ​ພອນ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ກາຍ​ເປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ເປັນ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ທວງ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ສຳ​ລັບ​ຕົວ​ທ່ານ​ເອງ, ເຂົ້າ​ໃຈ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ, ສອດ​ຄ່ອງ​ກັບ​ພຣະ​ຄຳ​ພີ ແລະ ພຣະ​ບັນ​ຍັດ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ພຣະ​ອົງ, ແລະ ພາຍ​ໃນ​ຂອບ​ເຂດ ແລະ ອຳ​ເພີ​ໃຈ​ຂອງ​ທ່ານ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ ແລະ ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ທ່ານ.31 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ໃຊ້​ການ​ປຽບ​ທຽບ​ກ່ຽວ​ກັບ​ເຄື່ອງ​ບິນ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ມີ​ປະ​ສິດ​ທິ​ພາບ ເພື່ອ​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຍົກ​ຕົວ​ຢ່າງ, ເມື່ອ​ບໍ່​ດົນ​ມາ​ນີ້​ເພິ່ນ​ໄດ້​ເຊື່ອມ​ໂຍງ​ການ​ກວດ​ສອບ​ກ່ອນ​ບິນ​ຂອງ​ນັກ​ບິນ​ກັບ​ການ​ສິດ​ສອນ​ເໝືອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ “A Teacher’s Checklist” ([broadcast for teachers, June 12, 2022], broadcasts.ChurchofJesusChrist.org).

  2. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ສະ​ມາ​ຊິກ​ອົງ​ທີ​ສາມ​ຂອງ​ຝ່າຍ​ພຣະ​ເຈົ້າ, ຊຶ່ງ​ມັກ​ເອີ້ນ​ກັນ​ວ່າ ພຣະ​ວິນ​ຍານ ຫລື ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ແລະ ປະ​ກອບ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ແຜນ​ແຫ່ງ​ຄວາມ​ລອດ. ພຣະ​ອົງ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ, ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ທຸກ​ສິ່ງ, ຊຳ​ລະ​ຜູ້​ທີ່​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ, ແລະ ເປັນ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ວິນ​ຍານ​ບໍ​ລິ​ສຸດ,” scriptures.ChurchofJesusChrist.org).

  3. ເບິ່ງ 2 ນີ​ໄຟ 31:19–21; ໂມ​ໄຊ​ຢາ 4:8. ບໍ່​ມີ​ທາງ​ອື່ນ​ທີ່​ເຮົາ​ຈະ “ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.” ຄວາມ​ປາດ​ຖະ​ໜາ​ທີ່​ເປັນ​ຢ່າງ​ອື່ນ ຈະ​ບໍ່​ສ້າງ​ເສັ້ນ​ທາງ​ຢ່າງ​ອື່ນ.

  4. 2 ນີ​ໄຟ 32:5; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:43–44 ນຳ​ອີກ.

  5. ເບິ່ງ 2 ນີ​ໄຟ 32:4; Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 93–96.

  6. ມັດ​ທາຍ 7:7–8.

  7. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”; “ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ”; General Handbook: Serving in The Church of Jesus Christ of Latter-day Saints, 27.0; 27.2, ChurchofJesusChrist.org.

  8. ເບິ່ງ 2 ນີ​ໄຟ 32:3.

  9. Robert D. Hales, “Holy Scriptures: The Power of God unto Our Salvation,” Liahona, Nov. 2006, 26–27.

  10. ພຣະ​ຄຳ​ພີ​ສິດ​ສອນ​ວ່າ ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ອ່ອນ​ໂຍນ ແລະ ແຜ່ວ​ເບົາ​ເໝືອນ​ການ​ກະ​ຊິບ—ບໍ່​ດັງ ຫລື ສະ​ນັ່ນ; ມັນ​ລຽບ​ງ່າຍ, ສະ​ຫງົບ, ແລະ ທຳ​ມະ​ດາ; ມັນ​ສາ​ມາດ​ເຈາະ​ເລິກ ແລະ ເຜົາ​ໄໝ້; ມັນ​ມີ​ຜົນ​ກະ​ທົບ​ຕໍ່​ທັງ​ຈິດ​ໃຈ ແລະ ຫົວ​ໃຈ; ມັນ​ນຳ​ສັນ​ຕິ​ສຸກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ຫວັງ​ມາ​ໃຫ້—ບໍ່​ແມ່ນ​ຄວາມ​ຢ້ານ​ກົວ, ຄວາມ​ກັງ​ວົນ, ຫລື ເປັນ​ຫ່ວງ; ມັນ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ຄວາມ​ດີ—ບໍ່​ເຮັດ​ຄວາມ​ຊົ່ວ; ແລະ ມັນ​ໃຫ້​ຄວາມ​ຮູ້ ແລະ ມີ​ລົດ​ແຊບ—ບໍ່​ລຶກ​ລັບ. ເບິ່ງ 1 ກະ​ສັດ 19:11–12; ອອມ​ໄນ 1:25; ແອວ​ມາ 32:28; ຮີ​ລາ​ມັນ 5:30–33; 3 ນີ​ໄຟ 11:3; ໂມ​ໂຣ​ໄນ 7:16–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:22–24; 8:2–3; 9:8–9; 11:12–14; 85:6; Boyd K. Packer, “The Candle of the Lord,” Ensign, Jan. 1983, 51–56; Russell M. Nelson, “Hear Him,” Liahona, May 2020, 88–92; Russell M. Nelson, “Embrace the Future with Faith,” Liahona, Nov. 2020, 73–76; Russell M. Nelson, “Revelation for the Church, Revelation for Our Lives,” 93–96.

  11. ເບິ່ງ 3 ນີ​ໄຟ 18:20; ໂມ​ໂຣ​ໄນ 7:26; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:64–65.

  12. ເບິ່ງ ຮີ​ລາ​ມັນ 10:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:30.

  13. ຢາ​ໂກ​ໂບ 4:3; 2 ນີ​ໄຟ 4:35; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:10; 46:7; 88:64–65.

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:64–65; ຄູ່​ມື​ພຣະ​ຄຳ​ພີ, “ການ​ອະ​ທິ​ຖານ,” scriptures.ChurchofJesusChrist.org.

  15. ເບິ່ງ 3 ນີ​ໄຟ 18:20; ໂມ​ໂຣ​ໄນ 7:26.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2, 7.

  17. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:4–5.

  18. ໂຊກ​ດີ​ທີ່, ໄດ້​ມີ​ການ​ຈັດ​ຫາ​ເພື່ອ​ໃຫ້​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແລະ ການ​ຮັກ​ສາ​ທີ່​ລາວ​ຕ້ອງ​ການ​ແທ້ໆ.

  19. Teachings of Presidents of the Church: Joseph Smith (2007), 197.

  20. ເບິ່ງ Thomas S. Monson, “Whom Shall I Marry?,” New Era, Oct. 2004, 4.

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9–16.

  22. Joseph Smith, ໃນ Times and Seasons, Apr. 1, 1842, 744, josephsmithpapers.org.

  23. ພຣະ​ຜູ້​ເປັນ​ເຈົ້າ​ມັກ​ປ່ຽນ​ແປງ, ແກ້​ໄຂ, ຫລື ຍົກ​ເວັ້​ນ​ພຣະ​ບັນ​ຍັດ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ, ແຕ່​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ຜ່ານ​ທາງ​ການ​ເປີດ​ເຜີຍ ຂອງ​ສາດ​ສະ​ດາ ແລະ ບໍ່​ແມ່ນ​ການ​ເປີດ​ເຜີຍ ສ່ວນ​ຕົວ. ການ​ເປີດ​ເຜີຍ ຂອງ​ສາດ​ສະ​ດາ ມາ​ເຖິງ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ຖືກ​ແຕ່ງ​ຕັ້ງ​ຕໍ່​ໜ້າ​ທີ່​ອີງ​ຕາມ​ປັນ​ຍາ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ເຈົ້າ. ຂໍ້​ຍົກ​ເວັ້ນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ເປີດ​ເຜີຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໂມ​ເຊ ແລະ ໂຢ​ຊວຍ ເພື່ອ​ໃຫ້​ຂ້າ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ກາ​ນາ​ອານ ເຖິງ​ແມ່ນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ບອກ​ວ່າ “ຢ່າ​ຂ້າ​ຄົນ” (ອົບ​ພະ​ຍົບ 20:13). ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ສາ​ມາດ ແລະ ຈະ​ແກ້​ໄຂ​ພຣະ​ບັນ​ຍັດ ຂອງ​ພຣະ​ອົງ ເພື່ອ​ຈຸດ​ປະ​ສົງ ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ບໍ່​ໄດ້​ເປັນ​ອິດ​ສະ​ລະ, ຜ່ານ​ທາງ​ການ​ເປີດ​ເຜີຍ ສ່ວນ​ຕົວ ທີ່​ຈະ​ປ່ຽນ​ແປງ ຫລື ເມີນ​ເສີຍ​ຈາກ​ພຣະ​ບັນ​ຍັດ​ທີ່​ຖືກ​ສະ​ຖາ​ປະ​ນາ​ໄວ້ ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ແກ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ.

    ເບິ່ງ 1 ນີ​ໄຟ 4:12–18; ສຳ​ລັບ​ບົດ​ທີ່​ສົມ​ບູນ​ກວ່າ, ໃຫ້​ເບິ່ງ Joseph Spencer, 1st Nephi: A Brief Theological Introduction (2020), 66–80.

  24. ສຳ​ລັບ​ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບ​ຕົ້ນ​ສະ​ບັບ 116 ໜ້າ, ໃຫ້​ເບິ່ງ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 44–53; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:5–15; 10:1–5 ນຳ​ອີກ.

  25. ຢາ​ໂຄບ 4:10.

  26. ເບິ່ງ ຢາ​ໂຄບ 4:14–16.

  27. ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ພວກ​ເຮົາ​ບໍ່​ເຄີຍ​ຮຽກ​ຮ້ອງ​ການ​ເປີດ​ເຜີຍ​ພິ​ເສດ​ຈາກ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ອີກ​ເລີຍ ນອກ​ຈາກ​ໃນ​ກໍ​ລະ​ນີ​ທີ່​ບໍ່​ມີ​ການ​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້ ທີ່​ເໝາະ​ສົມ​ກັບ​ກໍ​ລະ​ນີ” (ໃນ History, 1838–1856 [Manuscript History of the Church], volume A-1, 286–87, josephsmithpapers.org).

  28. ເບິ່ງ ໂມ​ໄຊ​ຢາ 4:3. ເມື່ອ​ເຮົາ​ຍັງ​ຮູ້​ສຶກ​ຜິດ ແລະ ກິນ​ແໜງ​ແຄງ​ໃຈ​ຫລັງ​ຈາກ​ການ​ກັບ​ໃຈ​ທີ່​ຈິງ​ໃຈ ແລະ ດ້ວຍ​ເຈດ​ຕະ​ນາ​ແລ້ວ, ຕາມ​ປົກ​ກະ​ຕິ​ເປັນ​ເພາະ​ການ​ຂາດ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ອະ​ໄພ ແລະ ປິ່ນ​ປົວ​ເຮົາ​ຢ່າງ​ສົມ​ບູນ. ບາງ​ເທື່ອ​ເຮົາ​ເຊື່ອ​ວ່າ​ການ​ໃຫ້​ອະ​ໄພ​ແມ່ນ​ສຳ​ລັບ​ຄົນ​ອື່ນ ແຕ່​ບໍ່​ແມ່ນ​ສຳ​ລັບ​ເຮົາ​ທັງ​ໝົດ. ນັ້ນ​ເປັນ​ພຽງ​ການ​ຂາດ​ສັດ​ທາ​ໃນ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ສຳ​ເລັດ ເພາະ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ.

  29. ເບິ່ງ ເອ​ຊາ​ຢາ 28:10; 2 ນີ​ໄຟ 28:30; David A. Bednar, “Line upon Line, Precept upon Precept,” New Era, Sept. 2010, 3–7.

  30. ແຕ່​ຖ້າ​ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ການ​ເປີດ​ເຜີຍ​ແກ່​ທ່ານ, ຈົ່ງ​ທູນ​ຂໍ​ຕໍ່​ໄປ. ດັ່ງ​ທີ່ ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ສິດ​ສອນ​ວ່າ: “ຈົ່ງ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ. … ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ກະ​ທຳ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ, ພຣະ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ທ່ານ​ດຳ​ເນີນ​ໄປ​ໄກ​ຫລາຍ​ເກີນ​ໄປ ກ່ອນ​ຈະ​ໄດ້​ຮັບ​ການ​ກະ​ຕຸ້ນ​ເຕືອນ​ວ່າ​ທ່ານ​ໄດ້​ຕັດ​ສິນ​ໃຈ​ຜິດ” (“Using the Supernal Gift of Prayer,” Liahona, May 2007, 10).

  31. ເບິ່ງ 2 ນີ​ໄຟ 32:5.