​2022
ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ
ເດືອນ​ຕຸ​ລາ 2022


“The Everlasting Covenant,” Liahona, Oct. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ຕຸ​ລາ 2022

The Everlasting Covenant

ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໄດ້​ເຂົ້າ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ພິ​ເສດ.

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

The Lord Jesus Christ [ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ], ໂດຍ ແດວ ພາ​ສັນ

ໃນ​ໂລກ​ນີ້​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ ແລະ ຂ່າວ​ລື​ກ່ຽວ​ກັບ​ສົງ​ຄາມ, ຄວາມ​ຕ້ອງ​ການ​ຄວາມ​ຈິງ, ຄວາມ​ສະ​ຫວ່າງ, ແລະ ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ມີ​ຫລາຍ​ກວ່າ​ທີ່​ເຄີຍ​ມີ​ມາ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ສະ​ຫງ່າ​ລາ​ສີ, ແລະ ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ສຶກ​ສາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ກົດ​ເກນ​ຂອງ​ພຣະ​ກິດ​ຕິ​ຄຸນ. ເຮົາ​ຊື່ນ​ຊົມ​ກັບ​ໂອ​ກາດ​ທີ່​ໄດ້​ແບ່ງ​ປັນ​ມັນ—ເພື່ອ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ມັນ ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ.

ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເລື້ອຍໆ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ ແລະ ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ບັບ​ຕິ​ສະ​ມາ, ເຮົາ​ໄດ້​ຮັບ​ເອົາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ບັບ​ຕິ​ສະ​ມາ​ແມ່ນ​ປະ​ຕູ​ທີ່​ນຳ​ໄປ​ສູ່​ການ​ກາຍ​ເປັນ​ຜູ້​ໄດ້​ຮັບ​ມໍ​ລະ​ດົກ​ແຫ່ງ​ຄຳ​ສັນ​ຍາ​ທັງ​ໝົດ​ນຳ​ກັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່ ອັບ​ຣາ​ຮາມ, ອີ​ຊາກ, ຢາ​ໂຄບ, ແລະ ລູກ​ຫລານ​ຂອງ​ພວກ​ເພິ່ນ.1

“ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ”2 (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:6) ແລະ ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ເປັນ​ສິ່ງ​ຈຳ​ເປັນ​ຄື​ກັນ—ສອງ​ວິ​ທີ​ໃນ​ການ​ກ່າວ​ຄຳ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ຊາຍ ແລະ ຍິງ​ທີ່​ເປັນ​ມະ​ນຸດ​ໃນ​ເວ​ລາ​ທີ່​ແຕກ​ຕ່າງ​ກັນ.

ຄຸນ​ນະ​ສັບ ອັນ​ເປັນ​ນິດ ໝາຍ​ເຖິງ ພັນ​ທະ​ສັນ​ຍາ​ທີ່​ມີ​ຢູ່​ແລ້ວ​ກ່ອນ​ການ​ສ້າງ​ຮາກ​ຖານ​ຂອງ​ໂລກ! ແຜນ​ນັ້ນ​ໄດ້​ຖືກ​ກຳ​ນົດ​ໄວ້​ໃນ​ສະ​ພາ​ມະ​ຫາ​ສານ​ໃນ​ສະ​ຫວັນ ລວມ​ທັງ​ການ​ຮັບ​ຮູ້​ຢ່າງ​ມີ​ສະ​ຕິ​ວ່າ ເຮົາ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ຈັດ​ຕຽມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄວ້​ໃຫ້​ຜູ້​ທີ່​ຈະ​ເອົາ​ຊະ​ນະ​ຜົນ​ສະ​ທ້ອນ​ຂອງ​ການ​ຕົກ. ພຣະ​ເຈົ້າ​ໄດ້​ບອກ​ອາ​ດາມ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ລາວ​ວ່າ:

“ເຈົ້າ​ເປັນ​ຄົນ​ຕາມ​ລະ​ບຽບ​ຂອງ​ພຣະ​ອົງ​ຜູ້​ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ທີ່​ສິ້ນ​ສຸດ​ຂອງ​ປີ, ຈາກ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

“ຈົ່ງ​ເບິ່ງ, ເຈົ້າ​ເປັນ​ໜຶ່ງ​ໃນ​ເຮົາ, ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ແລະ ດັ່ງ​ນັ້ນ​ຄົນ​ທັງ​ປວງ​ຈະ​ກາຍ​ເປັນ​ບຸດ​ຂອງ​ເຮົາ” (ໂມ​ເຊ 6:67–68).

ອາ​ດາມ ແລະ ເອ​ວາ ໄດ້​ຮັບ​ເອົາ​ພິ​ທີ​ການ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ເລີ່ມ​ຕົ້ນ​ຂະ​ບວນ​ການ​ຂອງ​ການ​ເປັນ​ໜຶ່ງ​ກັບ​ພຣະ​ເຈົ້າ. ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ເມື່ອ​ທ່ານ ແລະ ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ນັ້ນ​ຄື​ກັນ, ເຮົາ​ມີ​ວິ​ຖີ​ຊີ​ວິດ​ໃໝ່. ດັ່ງ​ນັ້ນ ເຮົາ​ຈຶ່ງ​ສ້າງ​ຄວາມ​ສຳ​ພັນ​ກັບ​ພຣະ​ເຈົ້າ ທີ່​ຍອມ​ໃຫ້​ພຣະ​ອົງ​ອວຍ​ພອນ ແລະ ປ່ຽນ​ແປງ​ເຮົາ. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ນຳ​ພາ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ຖ້າ​ເຮົາ​ຍອມ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ, ພັນ​ທະ​ສັນ​ຍາ​ນັ້ນ​ຈະ​ນຳ​ພາ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ​ຫລາຍ​ຂຶ້ນ​ເລື້ອຍໆ. ພັນ​ທະ​ສັນ​ຍາ​ທັງ​ໝົດ​ມີ​ຈຸດ​ປະ​ສົງ​ເພື່ອ​ຜູກ​ມັດ. ມັນ​ສ້າງ​ຄວາມ​ສຳ​ພັນ​ດ້ວຍ​ສາຍ​ສຳ​ພັນ​ອັນ​ເປັນ​ນິດ.

ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ພິ​ເສດ

ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ຈະ​ໜີ​ຈາກ​ພື້ນ​ຖານ​ກາງ​ຕະ​ຫລອດ​ໄປ. ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ຜູກ​ພັນ​ເຊັ່ນ​ນັ້ນ​ກັບ​ພຣະ​ອົງ. ຕາມ​ຄວາມ​ຈິງ​ແລ້ວ, ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ໄດ້​ເຂົ້າ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ທີ່​ພິ​ເສດ. ໃນ​ພາ​ສາ​ເຮັບ​ເຣີ, ພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ຮັກ​ນັ້ນ​ຖືກ​ເອີ້ນ​ວ່າ hesed (חֶסֶד).3

Hesed ບໍ່​ມີ​ສັບ​ທຽບ​ເທົ່າ​ໃນ​ພາ​ສາ​ອັງ​ກິດ. ຜູ້​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສະ​ບັບ​ກະ​ສັດ​ເຈມສ໌ ຄົງ​ມີ​ບັນ​ຫາ​ວ່າ​ຈະ​ໃຊ້​ຄຳ​ໃດ​ກັບ hesed ໃນ​ພາ​ສາ​ອັງ​ກິດ. ເຂົາ​ເຈົ້າ​ມັກ​ເລືອກ​ໃຊ້ “ຄວາມ​ຮັກ​ແພງ.” ຄຳ​ນີ້​ຕີ​ຄວາມ​ໝາຍ​ໄດ້​ຫລາຍ ແຕ່​ບໍ່​ແມ່ນ​ຄວາມ​ໝາຍ​ທັງ​ໝົດ​ຂອງ hesed. ການ​ແປ​ອື່ນໆ​ກໍ​ໃຊ້​ຄຳ, ເຊັ່ນ​ວ່າ “ເມດ​ຕາ” ແລະ “ຄວາມ​ດີ.” Hesed ເປັນ​ສັບ​ພິ​ເສດ​ສະ​ເພາະ​ທີ່​ບັນ​ຍາຍ​ຄວາມ​ສຳ​ພັນ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ໃນ​ນັ້ນ​ທັງ​ສອງ​ຝ່າຍ​ຖືກ​ຜູກ​ມັດ​ໃຫ້​ຈົງ​ຮັກ​ພັກ​ດີ ແລະ ຊື່​ສັດ​ຕໍ່​ກັນ​ແລະ​ກັນ.

ການ​ແຕ່ງ​ງານ​ຊັ້ນ​ສູງ​ກໍ​ເປັນ​ຄວາມ​ສຳ​ພັນ​ຂອງ​ພັນ​ທະ​ສັນ​ຍາ​ເຊັ່ນ​ນີ້. ສາ​ມີ ແລະ ພັນ​ລະ​ຍາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ນຳ​ກັນ​ວ່າ​ຈະ​ຈົງ​ຮັກ​ພັກ​ດີ ແລະ ຊື່​ສັດ​ຕໍ່​ກັນ​ແລະ​ກັນ.

Hesed ເປັນ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ພິ​ເສດ​ທີ່​ພຣະ​ເຈົ້າ​ຮູ້​ສຶກ​ຕໍ່ ແລະ ມີ​ຕໍ່​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ແລະ ເຮົາ​ກໍ​ຮູ້​ສຶກ hesed ຕໍ່​ພຣະ​ອົງ.

ຮູບ​ພາບ
ຄູ່​ບ່າວ​ສາວ​ຢູ່​ນອກ​ພຣະ​ວິ​ຫານ

ເມື່ອ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຈະ​ໃກ້​ຊິດ​ຫລາຍ​ກວ່າ ກ່ອນ​ທີ່​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ. ບັດ​ນີ້ ເຮົາ​ຖືກ​ຜູກ​ມັດ​ເຂົ້າ​ກັນ.

ຮູບ​ຖ່າຍ​ໂດຍ ແຈ​ຣີ ແອວ ການສ໌

ຍ້ອນ​ວ່າ​ພຣະ​ເຈົ້າ​ມີ hesed ຕໍ່​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, ພຣະ​ອົງ​ຈະ​ຮັກ​ເຂົາ​ເຈົ້າ. ພຣະ​ອົງ​ຈະ​ສືບ​ຕໍ່​ທຳ​ງານ​ກັບ​ເຂົາ​ເຈົ້າ ແລະ ສະ​ເໜີ​ມອບ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ປ່ຽນ​ແປງ. ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ເຂົາ​ເຈົ້າ​ເມື່ອ​ເຂົາ​ເຈົ້າ​ກັບ​ໃຈ. ແລະ ຖ້າ​ຫາກ​ເຂົາ​ເຈົ້າ​ຫລົງ​ທາງ​ໄປ, ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພົບ​ເຫັນ​ເສັ້ນ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ເມື່ອ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຈະ​ໃກ້​ຊິດ​ຫລາຍ​ກວ່າ ກ່ອນ​ທີ່​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ. ບັດ​ນີ້ ເຮົາ​ຖືກ​ຜູກ​ມັດ​ເຂົ້າ​ກັນ. ຍ້ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ. ເຮົາ​ແຕ່​ລະ​ຄົນ​ມີ​ບ່ອນ​ພິ​ເສດ​ໃນ​ພຣະ​ໄທ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ມີ​ຄວາມ​ຫວັງ​ສູງ​ໃນ​ຕົວ​ພວກ​ເຮົາ.

ທ່ານ​ກໍ​ຮູ້​ເຖິງ​ການ​ປະ​ກາດ​ແຫ່ງ​ປະ​ຫວັດ​ສາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ. ມັນ​ມາ​ເຖິງ​ໂດຍ​ທາງ​ການ​ເປີດ​ເຜີຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂຈ​ເຊັບ​ວ່າ, “ຄຳ​ສັນ​ຍາ​ນີ້​ເປັນ​ຂອງ​ພວກ​ເຈົ້າ​ເໝືອນ​ກັນ, ເພາະ​ວ່າ​ພວກ​ເຈົ້າ​ເປັນ​ຂອງ​ອັບ​ຣາ​ຮາມ, ແລະ ຄຳ​ສັນ​ຍາ​ໄດ້​ຖືກ​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:31).

ດັ່ງ​ນັ້ນ, ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ນີ້​ຈຶ່ງ​ໄດ້​ຖືກ​ຟື້ນ​ຟູ​ໃຫ້​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຟື້ນ​ຟູ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຄວາມ​ສົມ​ບູນ​ຂອງ​ມັນ. ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້! ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຖືກ​ຜູກ​ມັດ​ໂດຍ​ກົງ ເຂົ້າ​ກັບ​ພັນ​ທະ​ສັນ​ຍາ​ນັ້ນ​ຂອງ​ອັບ​ຣາ​ຮາມ. ໃນ​ພຣະ​ວິ​ຫານ ຄູ່​ແຕ່ງ​ງານ​ໄດ້​ຖືກ​ແນະ​ນຳ​ຕໍ່​ພອນ ທັງ​ໝົດ ທີ່​ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ລູກ​ຫລານ​ທີ່​ຊື່​ສັດ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ.

ເໝືອນ​ດັ່ງ​ອາ​ດາມ, ທ່ານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເມື່ອ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ຕົວ​ເອງ. ແລ້ວ​ເຮົາ​ເຂົ້າ​ໄປ​ຢ່າງ​ສົມ​ບູນ​ໃນ​ພຣະ​ວິ​ຫານ. ພອນ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ໄດ້​ຖືກ​ມອບ​ໃຫ້​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ພອນ​ເຫລົ່າ​ນີ້​ອະ​ນຸ​ຍາດ​ໃຫ້​ເຮົາ, ໃນ​ເວ​ລາ​ຟື້ນ​ຄືນ​ຊີ​ວິດ, ໄດ້ “ຮັບບັນ​ລັງ, ອາ​ນາ​ຈັກ, ເຂດ​ປົກ​ຄອງ, ອຳ​ນາດ, ການ​ຄອບ​ຄອງ, ‘ສູງ​ສຸດ ແລະ ເລິກ​ສຸດ​ທັງ​ປວງ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19].”4

ໃນ​ທ້າຍ​ຂອງ​ພຣະ​ຄຳ​ພີ​ເດີມ, ເຮົາ​ອ່ານ​ຄຳ​ສັນ​ຍາ​ຂອງ​ມາ​ລາ​ກີ ວ່າ​ເອ​ລີ​ຢາ​ຈະ “ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ” (ມາ​ລາ​ກີ 4:6). ໃນ​ອິດ​ສະ​ຣາ​ເອນ​ສະ​ໄໝ​ບູ​ຮານ, ການ​ກ່າວ​ເຖິງ​ບັນ​ພະ​ບຸ​ລຸດ​ເຊັ່ນ​ນັ້ນ ຄົງ​ຈະ​ຕ້ອງ​ກ່າວ​ເຖິງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ. ຄຳ​ສັນ​ຍາ​ນີ້​ແຈ່ມ​ແຈ້ງ​ຂຶ້ນ​ເມື່ອ​ເຮົາ​ອ່ານ​ຂໍ້​ຄວາມ​ນີ້​ໃນ​ໜັງ​ສື​ອີກ​ເຫລັ້ມ ຊຶ່ງ​ໂມ​ໂຣ​ໄນ​ໄດ້​ອ້າງ​ອີງ​ກັບ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ວ່າ: “ເພິ່ນ [ເອ​ລີ​ຢາ] ຈະ​ປູກ​ຝັງ ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ກັບ​ພໍ່​ໄວ້​ໃນ​ໃຈ​ລູກ, ແລະ ໃຈ​ລູກ​ຈະ​ຫັນ​ໄປ​ຫາ​ພໍ່​ຂອງ​ເຂົາ” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:39). ແນ່​ນອນ​ບັນ​ພະ​ບຸ​ລຸດ​ເຫລົ່າ​ນັ້ນ​ແມ່ນ​ລວມ​ທັງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:9–10.)

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຜູ້​ທີ່​ເຮັດ​ພັນ​ທະ​ສັນ​ຍາ ແລະ ຮັກ​ສາ​ມັນ ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ ແລະ ຮັບ​ຄວາມ​ສູງ​ສົ່ງ. ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ຮັບ​ປະ​ກັນ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ລາຍ​ລະ​ອຽດ​ຈາກ Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ

ພຣະ​ເຢ​ຊູ​ຄຣິດ: ສູນ​ກາງ​ຂອງ​ພັນ​ທະ​ສັນ​ຍາ

ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊ່ວຍ​ພຣະ​ບິ​ດາ​ໃຫ້​ບັນ​ລຸ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ໄດ້​ເຮັດ​ໄວ້​ກັບ​ລູກໆ​ຂອງ​ພຣະ​ອົງ. ເພາະ​ພຣະ​ເຢ​ຊູ​ຄຣິດ “ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ,” ສະ​ນັ້ນ “ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້, ນອກ​ຈາກ​ມາ​ທາງ [ພຣະ​ອົງ]” (ໂຢ​ຮັນ 14:6). ການ​ບັນ​ລຸ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ສາ​ມາດ​ເປັນ​ໄປ​ໄດ້​ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ເຢ​ຊູ​ຄຣິດ​ເປັນ ສູນ​ກາງ ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ.

ພຣະ​ຄຳ​ພີ​ເດີມ​ບໍ່​ໄດ້​ເປັນ​ພຽງ​ແຕ່​ພຣະ​ຄຳ​ພີ​ເທົ່າ​ນັ້ນ; ແຕ່​ເປັນ​ໜັງ​ສື​ປະ​ຫວັດ​ສາດ​ນຳ​ອີກ. ທ່ານ​ຄົງ​ຈື່​ການ​ອ່ານ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຂອງ​ນາງ​ຊາ​ຣາຍ​ກັບ​ອັບ​ຣາມ​ໄດ້. ຍ້ອນ​ວ່າ​ພວກ​ເພິ່ນ​ບໍ່​ມີ​ລູກ, ນາງ​ຊາ​ຣາຍ​ຈຶ່ງ​ມອບ​ສາວ​ໃຊ້​ຂອງ​ນາງ​ຊື່, ຮາ​ກາ, ໃຫ້​ເປັນ​ເມຍ​ຂອງ​ອັບ​ຮາ​ຣາມ​ນຳ​ອີກ, ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນາງ​ຮາ​ກາ​ໄດ້​ເກີດ​ລູກ​ຊື່ ອິດ​ຊະ​ມາ​ເອນ.5 ອັບ​ຣາມ​ຮັກ​ອິດ​ຊະ​ມາ​ເອນ, ແຕ່​ລາວ​ຈະ​ບໍ່​ໄດ້​ເປັນ​ລູກ​ຜູ້​ທີ່​ພັນ​ທະ​ສັນ​ຍາ​ຈະ​ຖືກ​ສົ່ງ​ຕໍ່​ໃຫ້. (ເບິ່ງ ປະ​ຖົມ​ມະ​ການ 11:29–30; 16:1, 3, 11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:34.)

ດ້ວຍ​ພອນ​ຈາກ​ພຣະ​ເຈົ້າ, ແລະ ໃນ​ການ​ຕອບ​ສະ​ໜອງ​ສັດ​ທາ​ຂອງ​ນາງ​ຊາ​ຣາຍ,6 ນາງ​ຈຶ່ງ​ຖື​ພາ​ໃນ​ໄວ​ຊະ​ລາ​ຂອງ​ນາງ ເພື່ອ​ວ່າ​ພັນ​ທະ​ສັນ​ຍາ​ຈະ​ຖືກ​ສົ່ງ​ຕໍ່​ໃຫ້​ອີ​ຊາກ ລູກ​ຊາຍ ຂອງ​ນາງ (ເບິ່ງ ປະ​ຖົມ​ມະ​ການ 17:19). ລາວ​ເກີດ​ໃນ​ພັນ​ທະ​ສັນ​ຍາ.

ພຣະ​ເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ນາງ​ຊາ​ຣາຍ ແລະ ອັບ​ຣາມ—ຊາ​ຣາ ແລະ ອັບ​ຣາ​ຮາມ (ເບິ່ງ ປະ​ຖົມ​ມະ​ການ 17:5, 15). ການ​ມອບ​ຊື່​ໃໝ່​ເຫລົ່າ​ນັ້ນ​ໄດ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຊີ​ວິດ ແລະ ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃໝ່​ສຳ​ລັບ​ຄອບ​ຄົວ​ນີ້.

ອັບ​ຣາ​ຮາມ​ຮັກ​ທັງ​ອິດ​ຊະ​ມາ​ເອນ ແລະ ອີ​ຊາກ. ພຣະ​ເຈົ້າ​ໄດ້​ບອກ​ອັບ​ຣາ​ຮາມ​ວ່າ ອິດ​ຊະ​ມາ​ເອນ​ຈະ​ຂະ​ຫຍາຍ​ພົງ​ພັນ ແລະ ກາຍ​ເປັນ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່ (ເບິ່ງ ປະ​ຖົມ​ມະ​ການ 17:20). ໃນ​ເວ​ລາ​ດຽວ​ກັນ, ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ແຈ້ງ​ຊັດ​ວ່າ ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ຜ່ານ​ທາງ​ອີ​ຊາກ (ເບິ່ງ ປະ​ຖົມ​ມະ​ການ 17:19).

ທຸກ​ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ກາຍ​ເປັນ​ພາກ​ສ່ວນ​ໃນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ. ໃນ​ຄາ​ລາ​ເຕຍ​ເຮົາ​ອ່ານ​ວ່າ:

“ຄົນ​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ສວມ​ຊີ​ວິດ​ຂອງ​ພຣະ​ອົງ.

“… ພວກ​ເຈົ້າ​ທຸກ​ຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ​ເຈົ້າ​ເຢ​ຊູ.

“ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ພຣະ​ຄຣິດ​ແລ້ວ ພວກ​ເຈົ້າ​ກໍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍ​ລະ​ດົກ​ຕາມ​ພຣະ​ສັນ​ຍາ” (ຄາ​ລາ​ເຕຍ 3:27–29).

ດັ່ງ​ນັ້ນ, ເຮົາ​ຈຶ່ງ​ສາ​ມາດ​ກາຍ​ເປັນ​ຜູ້​ໄດ້​ຮັບ​ມໍ​ລະ​ດົກ​ແຫ່ງ​ພັນ​ທະ​ສັນ​ຍາ ບໍ່​ວ່າ​ໂດຍ​ກຳ​ເນີດ ຫລື ໃນ​ຖາ​ນະ​ລູກ​ບຸນ​ທຳ​ກໍ​ຕາມ.

ຮູບ​ພາບ
ຜູ້​ຄົນ​ເຕົ້າ​ໂຮມ​ສຳ​ລັບ​ພິ​ທີ​ບັບ​ຕິ​ສະ​ມາ

ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ຈະ​ໜີ​ຈາກ​ພື້ນ​ຖານ​ກາງ​ຕະ​ຫລອດ​ໄປ. ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ຜູກ​ພັນ​ເຊັ່ນ​ນັ້ນ​ກັບ​ພຣະ​ອົງ.

ຢາ​ໂຄບ ລູກ​ຊາຍ​ຂອງ​ອີ​ຊາກ​ກັບ​ນາງ​ເຣ​ເບ​ກາ​ໄດ້​ເກີດ​ໃນ​ພັນ​ທະ​ສັນ​ຍາ. ນອກ​ເໜືອ​ຈາກນີ້, ລາວ​ໄດ້​ເລືອກ​ເຂົ້າ​ໄປ​ດ້ວຍ​ຕົວ​ເອງ. ດັ່ງ​ທີ່​ທ່ານ​ຮູ້​ຈັກ, ຊື່​ຂອງ​ຢາ​ໂຄບ​ໄດ້​ປ່ຽນ​ເປັນ ອິດ​ສະ​ຣາ​ເອນ (ເບິ່ງ ປະ​ຖົມ​ມະ​ການ 32:28), ແປ​ວ່າ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ” ຫລື “ຜູ້​ທີ່​ໄຊ​ຊະ​ນະ​ກັບ​ພຣະ​ເຈົ້າ.”7

ໃນ ອົບ​ພະ​ຍົບ ເຮົາ​ອ່ານ​ວ່າ “ພຣະ​ເຈົ້າ​ລະ​ນຶກ​ເຖິງ​ພັນ​ທະ​ສັນ​ຍາ ທີ່​ພຣະ​ອົງ​ໄດ້​ໃຫ້​ໄວ້​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ” (ອົບ​ພະ​ຍົບ 2:24). ພຣະ​ເຈົ້າ​ໄດ້​ບອກ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ວ່າ, “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ພວກ​ເຈົ້າ​ກໍ​ຈະ​ເປັນ [ຊັບ​ອັນ​ປະ​ເສີດ] ຂອງ​ເຮົາ” (ອົບ​ພະ​ຍົບ 19:5).

ວະ​ລີ “ຊັບ​ອັນ​ປະ​ເສີດ” ຖືກ​ແປ​ຈາກ​ພາ​ສາ​ເຮັບ​ເຣີ segullah, ແປ​ວ່າ ສິ່ງ​ຄອບ​ຄອງ​ທີ່​ມີ​ມູນ​ຄ່າ​ສູງ—“ຊັບ​ສົມ​ບັດ.”8

ພຣະ​ທຳ​ພຣະ​ບັນ​ຍັດ​ສອງ ບອກ​ເລື່ອງ​ລາວ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ. ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຄຳ​ພີ​ໃໝ່ຮູ້​ເຖິງ​ພັນ​ທະ​ສັນ​ຍາ. ຫລັງ​ຈາກ​ເປ​ໂຕ​ໄດ້​ປິ່ນ​ປົວ​ຊາຍ​ທີ່​ເປັນ​ລ່ອຍ​ຢູ່​ຂັ້ນ​ໄດ​ພຣະ​ວິ​ຫານ, ເພິ່ນ​ໄດ້​ສິດ​ສອນ​ຜູ້​ຄົນ​ທີ່​ຢືນ​ເບິ່ງ​ກ່ຽວ​ກັບ​ພຣະ​ເຢ​ຊູ. ເປ​ໂຕ​ໄດ້​ເວົ້າ​ວ່າ, “ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ ແລະ ຢາ​ໂຄບ ຄື​ອົງ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ນະ​ມັດ​ສະ​ການ ໄດ້​ໃຫ້​ພຣະ​ເຢ​ຊູ ພຣະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຮັບ​ສະ​ຫງ່າ​ລາ​ສີ” (ກິດ​ຈະ​ການ 3:13).

ເປ​ໂຕ​ໄດ້​ປິດ​ຂ່າວ​ສານ​ຂອງ​ເພິ່ນ​ໂດຍ​ການ​ບອກ​ຜູ້​ຄົນ​ທີ່​ຢູ່​ໃນ​ບ່ອນ​ຊຸມ​ນຸມ​ວ່າ, “ທ່ານ​ທັງ​ຫລາຍ​ເປັນ​ລູກ​ຫລານ​ຂອງ [ສາດ​ສະ​ດາ], ແລະ ຂອງ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້ ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ ຄື​ໄດ້​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ, ຄອບ​ຄົວ​ທັງ​ໝົດ​ທົ່ວ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພຣະ​ພອນ” (ກິດ​ຈະ​ການ 3:25). ເປ​ໂຕ​ໄດ້​ເຮັດ​ໃຫ້​ແຈ້ງ​ຊັດ​ຕໍ່​ພວກ​ເຂົາ​ວ່າ ພາກ​ສ່ວນ​ໜຶ່ງ​ໃນ​ພາ​ລະ​ກິດ​ຂອງ​ພຣະ​ຄຣິດ​ແມ່ນ​ເພື່ອ​ບັນ​ລຸ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເທດ​ສະ​ໜາ​ທີ່​ຄ້າຍ​ຄື​ກັນ​ນີ້​ກັບ​ຜູ້​ຄົນ​ໃນ​ອາ​ເມ​ຣິ​ກາ​ສະ​ໄໝ​ບູ​ຮານ. ຢູ່​ທີ່​ນັ້ນ, ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ໄດ້​ບອກ​ຜູ້​ຄົນ​ວ່າ​ພວກ​ເຂົາ​ເປັນ​ໃຜ​ແທ້ໆ. ພຣະ​ອົງ​ໄດ້​ກ່າວ​ວ່າ:

“ຈົ່ງ​ເບິ່ງ, ເຈົ້າ​ເປັນ​ລູກ​ຫລານ​ຂອງ​ສາດ​ສະ​ດາ; ແລະ ເຈົ້າ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ແລະ ເຈົ້າ​ຢູ່​ໃນ​ພັນ​ທະ​ສັນ​ຍາ ຊຶ່ງ​ພຣະ​ບິ​ດາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ, ເມື່ອ​ພຣະ​ອົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ: ແລະ ໃນ​ລູກ​ຫລານ​ຂອງ​ເຈົ້າ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.

“ພຣະ​ບິ​ດາ​ຍົກ​ເຮົາ​ໃຫ້​ກັບ​ເຈົ້າ​ກ່ອນ, ແລະ ສົ່ງ​ເຮົາ​ມາ​ໃຫ້​ພອນ​ແກ່​ເຈົ້າ​ໃນ​ການ​ເຮັດ​ໃຫ້​ເຈົ້າ​ທຸກ​ຄົນ ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ; ແລະ ນີ້​ກໍ​ເພາະ​ວ່າ​ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ” (3 ນີ​ໄຟ 20:25–26).

ທ່ານ​ເຫັນ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ນີ້​ບໍ? ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ກັບ​ພຣະ​ເຈົ້າ ຈະ​ກາຍ​ເປັນ​ບຸກ​ຄົນ​ທີ່​ມີ​ພູມ​ຕ້ານ​ທານ​ບາບ​ໄດ້​ດີ! ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ຈະ​ມີ​ກຳ​ລັງ​ວັງ​ຊາ​ໃນ​ການ​ຕ້ານ​ທານ​ກັບ​ອິດ​ທິ​ພົນ​ຂອງ​ໂລກ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຮັບ​ສ່ວນ​ສິນ​ລະ​ລຶກ

ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ກັບ​ພຣະ​ເຈົ້າ ຈະ​ກາຍ​ເປັນ​ບຸກ​ຄົນ​ທີ່​ມີ​ພູມ​ຕ້ານ​ທານ​ບາບ​ໄດ້​ດີ! ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ຈະ​ມີ​ກຳ​ລັງ​ວັງ​ຊາ​ໃນ​ການ​ຕ້ານ​ທານ​ກັບ​ອິດ​ທິ​ພົນ​ຂອງ​ໂລກ.

ວຽກ​ງານ​ເຜີຍ​ແຜ່: ແບ່ງ​ປັນ​ພັນ​ທະ​ສັນ​ຍາ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ເຮົາ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ ແລະ ແບ່ງ​ປັນ​ພັນ​ທະ​ສັນ​ຍາ. ດ້ວຍ​ເຫດ​ນີ້​ພວກ​ເຮົາ​ຈຶ່ງ​ມີ​ຜູ້​ສອນ​ສາດ​ສະ​ໜາ. ພຣະ​ອົງ​ປາດ​ຖະ​ໜາ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ມີ​ໂອ​ກາດ​ທີ່​ຈະ​ເລືອກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ພຣະ​ເຈົ້າ​ຢາກ​ເຊື່ອມ​ຕໍ່ ຜູ້​ຄົນ​ທັງ​ໝົດ ເຂົ້າ​ກັບ​ພັນ​ທະ​ສັນ​ຍາ ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ.

ດັ່ງ​ນັ້ນ, ວຽກ​ງານ​ເຜີຍ​ແຜ່​ຈຶ່ງ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ອັນ​ຍິ່ງ​ໃຫຍ່. ການ​ເຕົ້າ​ໂຮມ​ນັ້ນ​ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ທຽບ​ເທົ່າ​ໃນ​ຄວາມ​ໃຫຍ່​ໂຕ. ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ທຽບ​ເທົ່າ​ໃນ​ຄວາມ​ສຳ​ຄັນ. ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ສາ​ນຸ​ສິດ​ຂອງ​ພຣະ​ອົງ—ໄດ້​ຮ່ວມ​ມື​ໃນ​ວຽກ​ງານ​ທີ່​ທ້າ​ທາຍ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ, ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້.

ແຕ່​ມັນ​ມີ​ຫລາຍ​ກວ່າ​ນັ້ນ—ຫລາຍ​ກວ່າ​ນັ້ນ​ອີກ. ມີ​ຄວາມ​ຕ້ອງ​ການ​ຫລາຍ​ທີ່​ຈະ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຜູ້​ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ. ພຣະ​ເຈົ້າ​ຢາກ​ໃຫ້​ທຸກ​ຄົນ, ຢູ່​ທັງ​ສອງ​ຟາກ​ມ່ານ, ໄດ້​ຊື່ນ​ຊົມ​ກັບ​ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເປີດ​ຕ້ອນ​ຮັບ​ທຸກ​ຄົນ. ພວກ​ເຮົາ​ຂໍ​ໃຫ້​ທຸກ​ຄົນ​ເດີນ​ໄປ​ໃນ​ເສັ້ນ​ທາງ​ນັ້ນ​ກັບ​ພວກ​ເຮົາ. ບໍ່​ມີ​ວຽກ​ງານ​ອື່ນ​ໃດ​ອີກ​ທີ່​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ແບບ​ນີ້. ດ້ວຍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ​ປາ​ນີ​ຕໍ່​ທຸກໆ​ຄົນ​ທີ່​ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ໃຈ​ເຂົາ” (ຮີ​ລາ​ມັນ 3:27).

ເພາະ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໄດ້​ຖືກ​ຟື້ນ​ຟູ, ຍິງ ແລະ ຊາຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ໄດ້​ເຂົ້າ​ເຖິງ “ພອນ ທາງ​ວິນ​ຍານ ທັງ​ໝົດ” ຂອງ​ພຣະ​ກິດ​ຕິ​ຄຸນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:18; ເນັ້ນ​ຄຳ​ເນີ້ງ).

ໃນ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ ໃນ​ປີ 1836, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເອ​ລີ​ຢາ​ໄດ້​ມາ​ປະ​ກົດ. ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ເພິ່ນ? “ເພື່ອ​ຫັນ … ລູກ​ໄປ​ຫາ​ພໍ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:15). ອີ​ລາຍ​ກໍ​ໄດ້​ມາ​ປະ​ກົດ​ເຊັ່ນ​ກັນ. ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ເພິ່ນ? ເພື່ອ​ມອບ “ຍຸກ​ສະ​ໄໝ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ໃຫ້, ໂດຍ​ກ່າວ​ວ່າ ໃນ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ ຄົນ​ທຸກ​ລຸ້ນ​ຕໍ່​ຈາກ​ພວກ​ເຮົາ​ຈະ​ໄດ້​ຮັບ​ພອນ” ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:12). ດັ່ງ​ນັ້ນ, ພຣະ​ອາ​ຈານ​ຈຶ່ງ​ໄດ້​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ສິດ​ທີ່​ຈະ​ມອບ​ພອນ​ພິ​ເສດ​ສະ​ເພາະ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ໃຫ້​ແກ່​ຄົນ​ອື່ນ ໃຫ້​ກັບ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ.9

ໃນ​ສາດ​ສະ​ໜາ​ຈັກ, ເຮົາ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທັງ​ເປັນ​ການ​ສ່ວນ​ຕົວ ແລະ ເປັນ​ກຸ່ມ​ໃຫຍ່. ເຊັ່ນ​ດຽວ​ກັນ​ກັບ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ມີ​ຄວາມ​ສຳ​ພັນ​ພິ​ເສດ​ສະ​ເພາະ ແບບ​ເສັ້ນ​ຂະ​ໜານ​ຄຽງ​ຄູ່​ກັນ​ໄປ ທີ່​ສ້າງ​ຄວາມ​ຮັກ​ພິ​ເສດ, ຄວາມ​ສຳ​ພັນ​ໃໝ່​ກໍ​ຖືກ​ສ້າງ​ຂຶ້ນ​ເຊັ່ນ​ກັນ ເມື່ອ​ເຮົາ​ຜູກ​ມັດ​ຕົວ​ເອງ​ໂດຍ​ພັນ​ທະ​ສັນ​ຍາ ແບບ​ເສັ້ນ​ຕັ້ງ​ສູງ​ຂຶ້ນ​ເລື້ອຍໆ ກັບ​ພຣະ​ເຈົ້າ​ຂອງ​ເຮົາ!

ນີ້​ອາດ​ເປັນ​ສິ່ງ​ທີ່​ນີ​ໄຟ​ໝາຍ​ເຖິງ ເມື່ອ​ເພິ່ນ​ກ່າວ​ວ່າ ພຣະ​ເຈົ້າ “ຮັກ​ຜູ້​ທີ່​ຮັບ​ຮູ້​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ” (1 ນີ​ໄຟ 17:40). ນີ້​ຄື​ເຫດ​ຜົນ, ໃນ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ, ທີ່​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ພິ​ເສດ—ຫລື hesed—ມີ​ໃຫ້​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ການ​ຜູກ​ມັດ ແລະ ໃນ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ກັບ​ພຣະ​ເຈົ້າ, ແມ່ນ​ແຕ່ “ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ” (ພຣະ​ບັນ​ຍັດ​ສອງ 7:9).

ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ປ່ຽນ​ແປງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຕະ​ຫລອດ​ໄປ. ພັນ​ທະ​ສັນ​ຍາ​ອວຍ​ພອນ​ເຮົາ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຢ່າງ​ຫລວງ​ຫລາຍ.10 ມັນ​ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ທີ່​ເຮົາ​ເປັນ ແລະ ວິ​ທີ​ທີ່​ພຣະ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ກາຍ​ເປັນ​ຜູ້​ທີ່​ເຮົາ​ສາ​ມາດ​ກາຍ​ເປັນ. ເຮົາ​ໄດ້​ຮັບ​ສັນ​ຍາ​ວ່າ ເຮົາ, ເຊັ່ນ​ກັນ, ສາ​ມາດ​ເປັນ “ຊັບ​ອັນ​ປະ​ເສີດ” ຕໍ່​ພຣະ​ອົງ (ເພງ​ສັນ​ລະ​ເສີນ 135:4).

ຄຳ​ສັນ​ຍາ ແລະ ສິດ​ທິ​ພິ​ເສດ

ຜູ້​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ ແລະ ຮັກ​ສາ​ມັນ ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ ແລະ ໄດ້​ຮັບ​ຄວາມ​ສູງ​ສົ່ງ, “ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7). ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ຮັບ​ປະ​ກັນ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ (ເບິ່ງ ເຮັບ​ເຣີ 7:22; 8:6). ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ຮັກ​ພຣະ​ເຈົ້າ ແລະ ໃຫ້​ພຣະ​ອົງ​ໄຊ​ຊະ​ນະ​ເໜືອ​ທຸກ​ສິ່ງ​ອື່ນ​ໃດ​ໃນ​ຊີ​ວິດ​ຂອງ​ຕົນ ຈະ​ເຮັດ​ໃຫ້​ພຣະ​ອົງ​ມີ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ ເຮົາ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ຮັບ​ເອົາ​ປິ​ຕຸ​ພອນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ຂອງ​ເຮົາ​ເຂົ້າ​ກັບ​ບັນ​ພະບຸ​ລຸດ​ໃນ​ສະ​ໄໝ​ບູ​ຮານ. ພອນ​ເຫລົ່າ​ນັ້ນ​ກໍ​ຈະ​ໃຫ້​ເຫັນ​ຈັກ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ຂ້າງ​ໜ້າ​ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ກ່າວ​ກັບ​ເປ​ໂຕ

ຍ້ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ.

Lovest Thou Me More Than These? [ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?] ໂດຍ ເດ​ວິດ ລິນ​ສະ​ລີ

ການ​ເອີ້ນ​ຂອງ​ເຮົາ​ໃນ​ຖາ​ນະ​ອິດ​ສະ​ຣາ​ເອນ​ແຫ່ງ​ພັນ​ທະ​ສັນ​ຍາ ແມ່ນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຮັບ​ຮູ້​ຄວາມ​ຊື່ນ​ຊົມ ແລະ ສິດ​ທິ​ພິ​ເສດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ມັນ​ເປັນ​ການ​ເອີ້ນ​ໃຫ້​ຊຸກ​ຍູ້​ຊາຍ ແລະ ຍິງ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ, ເດັກ​ນ້ອຍ​ທຸກ​ຄົນ, ເພື່ອ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ມັນ​ກໍ​ເປັນ​ການ​ເອີ້ນ​ໃຫ້​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ນຳ​ອີກ, ຜູ້​ຖືກ​ສົ່ງ​ອອກ​ໄປ​ດ້ວຍ​ຄຳ​ແນະ​ນຳ​ໃຫ້​ບັບ​ຕິ​ສະ​ມາ ແລະ ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ນຳ​ກັນ ແລະ ພຣະ​ອົງ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:9).

ຊາຍ ແລະ ຍິງ​ທຸກ​ຄົນ​ຜູ້​ມີ​ພາກ​ສ່ວນ​ໃນ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໂດຍ​ກົງ. ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສ່ວນ​ບຸກ​ຄົນ. ເຮົາ​ກໍ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ກຸ່ມ​ໃຫຍ່​ເຊັ່ນ​ກັນ. ການ​ມັກ​ໃຊ້​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ວິ​ທີ​ທີ່​ຈຳ​ເປັນ​ສຳ​ລັບ​ເຮົາ​ເປັນ​ກຸ່ມ​ໃຫຍ່​ໃນ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ການ​ກະ​ທຳ​ດ້ວຍ​ຄວາມ​ໃຈ​ບຸນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ hesed ຂອງ​ພຣະ​ເຈົ້າ.

ເປັນ​ຫຍັງ​ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ກະ​ຈັດ​ກະ​ຈາຍ​ໄປ? ຍ້ອນ​ວ່າ​ຜູ້​ຄົນ​ໄດ້​ລະ​ເມີດ​ພຣະ​ບັນ​ຍັດ ແລະ ແກວ່ງ​ກ້ອນ​ຫີນ​ໃສ່​ສາດ​ສະ​ດາ. ພຣະ​ບິ​ດາ​ທີ່​ຊົງ​ຮັກ ແຕ່​ໂສກ​ເສົ້າ​ໄດ້​ຕອບ​ຮັບ​ດ້ວຍ​ການ​ກະ​ຈັດ​ກະ​ຈາຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ​ໄກໆ ແລະ ທຸກ​ທີ່​ທຸກ​ບ່ອນ.11

ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ໄດ້​ກະ​ຈັດ​ກະ​ຈາຍ​ພວກ​ເຂົາ​ດ້ວຍ​ຄຳ​ສັນ​ຍາ​ວ່າ ໃນ​ມື້​ໜຶ່ງ​ຊາວ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ເຕົ້າ​ໂຮມຄືນ​ອີກ​ເຂົ້າ​ໃນ​ຝູງ​ຂອງ​ພຣະ​ອົງ.

ເຜົ່າ​ຂອງ​ຢູ​ດາ​ໄດ້​ຮັບ​ໂອ​ກາດ​ໃຫ້​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທຳ​ອິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຈາກ​ເຜົ່າ​ນັ້ນ, ນາງ​ມາ​ຣີ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ມານ​ດາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ເຜົ່າ​ຂອງ​ໂຢ​ເຊັບ, ຜ່ານ​ທາງ​ເຜົ່າ​ຂອງ​ເພິ່ນ ແລະ ລູກ​ຊາຍ​ຂອງ​ນາງ​ອາ​ເສ​ນາດ, ເອ​ຟະ​ຣາ​ອີມ ແລະ ມາ​ນາ​ເຊ (ເບິ່ງ ປະ​ຖົມ​ມະ​ການ 41:50–52; 46:20), ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ນຳ​ພາ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໃນ​ຄວາມ​ສຳ​ພັນ​ທີ່​ຕະ​ຫລອດ​ກາ​ລະ​ນານ hesed, ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ພຣະ​ເຈົ້າ​ຢາກ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ! ພຣະ​ອົງ​ຢາກ​ໃຫ້​ລູກໆ​ແຕ່​ລະ​ຄົນ​ຂອງ​ພຣະ​ອົງ—ຢູ່​ທັງ​ສອງ​ຟາກ​ມ່ານ—ໄດ້​ຍິນ​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ

ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ— hesed ທີ່​ໜ້າ​ເຫລືອ​ເຊື່ອ​ນັ້ນ, ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ຫ່ວງ​ໃຍ ແລະ ການ​ເອື້ອມ​ອອກ​ໄປ​ຫາ​ກັນ​ແລະ​ກັນ​ນັ້ນ. ການ​ຮູ້​ສຶກ​ຄວາມ​ຮັກ​ນັ້ນ​ເປັນ​ການ​ປົດ​ປ່ອຍ ແລະ ການ​ຍົກ​ລະ​ດັບ. ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ທ່ານ​ຈະ​ເຄີຍ​ປະ​ສົບ​ຄື ເມື່ອ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ.

ການ​ຮັກ​ພຣະ​ເຈົ້າ​ຫລາຍ​ກວ່າ​ຄົນ​ອື່ນໆ ຫລື ສິ່ງ​ອື່ນໆ ແມ່ນ​ເງື່ອນ​ໄຂ​ທີ່​ນຳ​ສັນ​ຕິ​ສຸກ, ຄວາມ​ໝັ້ນ​ໃຈ, ແລະ ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ມາ​ໃຫ້.

ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ—ຄວາມ​ສຳ​ພັນ hesed ​ຂອງ​ເຮົາ​ກັບ​ພຣະ​ອົງ. ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ ຜູ້​ຈະ​ຮັກ​ສາ​ພຣະ​ຄຳ​ຂອງ​ພຣະ​ອົງ​ສະ​ເໝີ. ພຣະ​ອົງ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ອົງ​ສາ​ມາດ, ໂດຍບໍ່​ລະ​ເມີດ​ອຳ​ເພີ​ໃຈ​ຂອງ​ເຮົາ, ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໄວ້.

ພຣະ​ຄຳ​ພີ​ມໍ​ມອນ​ເລີ່ມ​ຕົ້ນ ແລະ ຈົບ​ດ້ວຍ​ຂໍ້​ອ້າງ​ອີງ​ຕໍ່​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ນີ້. ຈາກ​ຊື່​ຂອງ​ພຣະ​ຄຳ​ພີ​ເຖິງ​ປະ​ຈັກ​ພະ​ຍານ​ມ້ວນ​ທ້າຍ​ຂອງ​ມໍ​ມອນ ແລະ ໂມ​ໂຣ​ໄນ, ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອ້າງ​ເຖິງ​ພັນ​ທະ​ສັນ​ຍາ (ເບິ່ງ ມໍ​ມອນ 5:20; 9:37). ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເຄື່ອງ​ໝາຍ​ຕໍ່​ໂລກວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ເຮັດ​ໃຫ້​ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ອັບຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ​ສຳ​ເລັດ​ຜົນ.12

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຖືກ​ເອີ້ນ​ໃນ​ເວ​ລາ​ທີ່​ສຳ​ຄັນ​ນີ້ ໃນ​ປະ​ຫວັດ​ສາດ​ຂອງ​ໂລກ ເພື່ອ​ສິດ​ສອນ​ຊາວ​ໂລກ​ກ່ຽວ​ກັບ​ຄວາມ​ສວຍ​ງາມ ແລະ ພະ​ລັງ​ຂອງ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄວ້​ວາງ​ພຣະ​ໄທ​ເຮົາ​ຢ່າງ​ບໍ່​ສົງ​ໄສ ໃນ​ການ​ເຮັດ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ນີ້.

ຂ່າວ​ສານ​ນີ້​ກໍ​ໄດ້​ມອບ​ໃຫ້​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ສຳ​ລັບ​ຜູ້​ນຳ ໃນ​ວັນ​ທີ 31 ເດືອນ​ມີ​ນາ, 2022.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, “Children of the Covenant,” Ensign, May 1995, 34.

  2. ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຄື ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ລວມ​ທັງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:2). ມັນ “ໃໝ່” ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕໍ່ ຫລື ຟື້ນ​ຟູ​ມັນ, ແລະ ມັນ​ກໍ​ເປັນ “ອັນ​ເປັນ​ນິດ” ເພາະ​ມັນ​ບໍ່​ປ່ຽນ​ແປງ.

  3. ການ​ສົນ​ທະ​ນາ​ທີ່​ສົມ​ບູນ​ກ່ຽວ​ກັບ hesed ແລະ ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ ມີ​ຢູ່​ໃນ Kerry Muhlestein, ພຣະ​ເຈົ້າ​ຈະ​ໄຊ​ຊະ​ນະ, ພັນ​ທະ​ສັນ​ຍາ​ບູ​ຮານ, ພອນ​ສະ​ໄໝ​ໃໝ່, ແລະ ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ (2021).

  4. Russell M. Nelson, ໃນ “Special Witnesses of Christ,” Liahona, Apr. 2001, 7.

  5. ຄຳ​ສັບ ອິດ​ຊະ​ມາ​ເອນ ໃນ​ພາ​ສາ​ເຮັບ​ເຣີ ແປ​ວ່າ “ພຣະ​ເຈົ້າ​ໄດ້​ຍິນ” (Bible Dictionary, “Ishmael”).

  6. “ເພາະ​ເພິ່ນ​ມີ​ຄວາມ​ເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ມີ​ກຳ​ລັງ​ໃຫ້​ບັງ​ເກີດ​ເຊື້ອ​ສາຍ ເມື່ອ​ອາ​ຍຸ​ແກ່​ເກີນ​ແລ້ວ ແລະ ນາງ​ຊາ​ຣາ​ກໍ​ເປັນ​ໝັນ, ແຕ່​ອັບ​ຣາ​ຮາມ​ກໍ​ຖື​ວ່າ ພຣະ​ອົງ​ຜູ້​ຊົງ​ສັນ​ຍາ​ນັ້ນ​ເປັນ​ຜູ້​ສັດ​ຊື່” (ເຮັບ​ເຣີ 11:11).

  7. Bible Dictionary, “Israel.”

  8. ເບິ່ງ Bible Dictionary, “Peculiar”; “Hebrew and Chaldee Dictionary,” Strong’s Exhaustive Concordance of the Bible (1984), 82, word 5459.

  9. ເບິ່ງ Russell M. Nelson, “Thanks for the Covenant” (Brigham Young University devotional, Nov. 22, 1988), 4, speeches.byu.edu.

  10. “ທຸກໆ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເປັນ​ໂອ​ກາດ​ທີ່​ຈະ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ. ສຳ​ລັບ​ໃຜ​ກໍ​ຕາມ​ທີ່​ສະ​ທ້ອນ​ຈັກ​ບຶດ​ໜຶ່ງ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ການ​ໃຫ້​ຄວາມ​ຜູກ​ພັນ​ນັ້ນ​ເຂັ້ມ​ແຂງ​ຂຶ້ນ ແລະ ຄວາມ​ສຳ​ພັນ​ນັ້ນ​ໃກ້​ຊິດ​ຂຶ້ນ ເປັນ​ຂໍ້​ສະ​ເໜີ​ທີ່​ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້” (Henry B. Eyring, “Making Covenants with God” [Brigham Young University fireside, Sept. 8, 1996], 3, speeches.byu.edu).

  11. “ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ການ​ກະ​ຈັດ​ກະ​ຈາຍ​ຂອງ​ຜູ້​ຄົນ​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ປະ​ຊາ​ຊາດ​ຂອງ​ໂລກ ເປັນ​ພອນ​ໃຫ້​ແກ່​ປະ​ຊາ​ຊາດ​ເຫລົ່າ​ນັ້ນ” (ຄູ່​ມື​ພຣະ​ຄຳ​ພີ, “ອິດ​ສະ​ຣາ​ເອນ,” scriptures.ChurchofJesusChrist.org; ເບິ່ງ ຢາ​ໂຄບ 5:1-8, 20 ນຳ​ອີກ).

  12. Russell M. Nelson, “The Future of the Church: Preparing the World for the Savior’s Second Coming,” Liahona, Apr. 2020, 9.