ສິ່ງ​ຊ່ວຍ​ສຶກ​ສາ
ອິດສະ​ຣາເອນ


ອິດສະ​ຣາເອນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ຊື່ ອິດສະ​ຣາເອນ ໃຫ້​ຢາໂຄບ, ລູກ​ຊາຍ​ຂອງ​ອີ​ຊາກ ແລະ ຫລານ​ຊາຍ​ຂອງ​ອັບ​ຣາ​ຮາມ​ໃນ​ພຣະ​ຄຳ​ພີ​ເດີມ (ປຖກ 32:28; 35:10). ຊື່ ອິດສະ​ຣາເອນ ໝາຍ​ເຖິງ​ຕົວ​ຂອງ​ຢາໂຄບ​ເອງ, ລູກ​ຫລານ​ຂອງ​ເພິ່ນ, ຫລື ອາ​ນາ​ຈັກ​ຊຶ່ງ​ລູກ​ຫລານ​ເຫລົ່າ​ນັ້ນ​ຄັ້ງ​ໜຶ່ງ​ເຄີຍ​ຄອບ​ຄອງ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ (2 ຊມອ 1:24; 23:3). ຫລັງ​ຈາກ​ໂມເຊ​ໄດ້​ນຳ​ພາ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ອອກ​ຈາກ​ຄວາມ​ເປັນ​ທາດ​ຢູ່​ເອຢິບ​ແລ້ວ (ອພຍ 3–14), ພວກ​ເຂົາ​ຢູ່​ໃນ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ເປັນ​ເວລາ​ຫລາຍ​ກວ່າ​ສາມ​ຮ້ອຍ​ປີ. ເລີ່ມ​ຕົ້ນ​ຈາກ​ກະສັດ​ໂຊນ, ບັນ​ດາ​ກະສັດ​ໄດ້​ປົກ​ຄອງ​ເໜືອ​ອິດສະ​ຣາເອນ ນຳ​ກັນ​ເປັນ​ໜຶ່ງ ຈົນ​ເຖິງ​ການ​ສິ້ນ​ຊີ​ວິດ​ຂອງ​ໂຊ​ໂລ​ໂມນ, ເມື່ອ​ສິບ​ເຜົ່າ​ໄດ້​ກໍ່​ການ​ກະ​ບົດ​ຕໍ່​ເຣໂຮ​ໂບອາມ ເພື່ອ​ສ້າງ​ຕັ້ງ​ປະ​ຊາ​ຊາດ​ແຍກ​ອອກ​ຕ່າງ​ຫາກ. ຫລັງ​ຈາກ​ອາ​ນາ​ຈັກ​ຂອງ​ອິດສະ​ຣາເອນ​ໄດ້​ຖືກ​ແບ່ງ​ແຍກ, ເຜົ່າ​ທີ່​ຢູ່​ພາກ​ເໜືອ, ຊຶ່ງ​ເປັນ​ສ່ວນ​ທີ່​ໃຫຍ່​ກວ່າ, ໄດ້​ຮັກ​ສາ​ຊື່ ອິດສະ​ຣາເອນ ໄວ້, ໃນ​ຂະນະ​ທີ່​ອາ​ນາ​ຈັກ​ຂອງ​ພາກ​ໃຕ້​ຖືກ​ເອີ້ນ​ວ່າ ຢູ​ດາ. ໃນ​ປະ​ຈຸ​ບັນ​ນີ້​ແຜ່ນ​ດິນ​ກາ​ນາ​ອານ​ຖືກ​ເອີ້ນ ອິດສະ​ຣາເອນ. ໃນ​ຄວາມ​ໝາຍ​ໜຶ່ງ​ອີກ, ອິດສະ​ຣາເອນ ໝາຍ​ເຖິງ​ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ​ໃນ​ພຣະ​ຄຣິດ (ຣມ 10:1; 11:7; ຄລຕ 6:16; ອຟຊ 2:12).

ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ

ຢາໂຄບ​ຫລານ​ຊາຍ​ຂອງ​ອັບ​ຣາ​ຮາມ, ຊຶ່ງ​ຊື່​ໄດ້​ປ່ຽນ​ໄປ​ເປັນ ອິດສະ​ຣາເອນ, ໄດ້​ມີ​ລູກ​ຊາຍ​ຢູ່​ດ້ວຍ​ກັນ​ສິບ​ສອງ​ຄົນ. ຕໍ່​ມາ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ ຫລື ລູກ​ຫລານ​ຂອງ​ອິດສະ​ຣາເອນ. ຕໍ່​ໄປ​ນີ້​ຄື​ລາຍ​ຊື່​ຂອງ​ສິບ​ສອງ​ເຜົ່າ: ຣູເບັນ, ຊີ​ເມ​ໂອນ, ເລວີ, ຢູດາ, ອິດ​ຊາຄາ, ແລະ ເສ​ບູໂລນ (ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ນາງ​ເລອາ); ດານ ແລະ ເນັບ​ທະລີ (ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ນາງ​ບິນຮາ); ກາດ ແລະ ອເຊ (ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ນາງ​ສີລະ​ປາ); ໂຢເຊັບ ແລະ ເບັນ​ຢາ​ມິນ (ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ນາງ​ລາເຊັນ) (ປຖກ 29:32–30:24; 35:16–18).

ຢາໂຄບ​ໄດ້​ໃຫ້​ພອນ​ແກ່​ຜູ້​ນຳ​ຂອງ​ແຕ່​ລະ​ເຜົ່າ​ກ່ອນ​ເພິ່ນ​ຈະ​ສິ້ນ​ຊີ​ວິດ (ປຖກ 49:1–28). ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ເບິ່ງ​ຊື່​ລູກ​ຊາຍ​ແຕ່​ລະ​ຄົນ​ຂອງ​ຢາໂຄບ.

ຣູເບັນ, ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ນຳ​ເມຍ​ຄົນ​ທຳ​ອິດ, ເລ​ອາ, ໄດ້​ສູນ​ເສຍ​ສິດ​ທິ​ຂອງ​ອ້າຍ​ກົກ ແລະ ມູນ​ມໍ​ລະ​ດົກ​ສອງ​ເທົ່າ​ຂອງ​ລາວ​ໄປ ເພາະ​ການ​ເຮັດ​ຜິດ​ສິນ​ທຳ (ປຖກ 49:3–4). ສິດ​ທິ​ຂອງ​ອ້າຍ​ກົກ​ນັ້ນ​ໄດ້​ໄປ​ຕົກ​ຢູ່​ທີ່​ໂຢເຊັບ, ຜູ້​ເປັນ​ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ກັບ​ເມຍ​ຄົນ​ທີ​ສອງ, ລາເຊັນ (1 ຂຄ 5:1–2). ເລວີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ເຜົ່າ​ຂອງ​ລາວ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຖານະ​ປະ​ໂລ​ຫິດ, ບໍ່​ໄດ້​ຮັບ​ມູນ​ມໍ​ລະ​ດົກ ເພາະ​ການ​ເອີ້ນ​ພິ​ເສດ​ຂອງ​ພວກ​ເຂົາ​ໃນ​ບັນ​ດາ​ເຜົ່າ​ທັງ​ໝົດ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ມໍ​ລະ​ດົກ​ສອງ​ເທົ່າ​ຂອງ​ໂຢເຊັບ ຖືກ​ແບ່ງ​ປັນ​ໃຫ້​ແກ່​ລູກ​ຊາຍ​ຂອງ​ໂຢເຊັບ, ເອຟະ​ຣາອີມ ແລະ ມາ​ນາ​ເຊ (1 ຂຄ 5:1; ຢມຢ 31:9), ຜູ້​ທີ່​ຖືກ​ນັບ​ເປັນ​ເຜົ່າ​ໜຶ່ງ​ອີກ​ຕ່າງ​ຫາກ​ຂອງ​ອິດສະ​ຣາເອນ (ປຈສ, ປຖກ 48:5–6 [ພາກ​ຫ້ອຍ​ທ້າຍ]).

ສະມາ​ຊິກ​ໃນ​ເຜົ່າ​ຂອງ​ຢູ​ດາ​ຕ້ອງ​ເປັນ​ຜູ້​ປົກ​ຄອງ​ຈົນ​ກວ່າ​ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ (ປຖກ 49:10; ປຈສ, ປຖກ 50:24 [ພາກ​ຫ້ອຍ​ທ້າຍ]). ໃນ​ຍຸກ​ສຸດ​ທ້າຍ ເຜົ່າ​ຂອງ​ເອຟະ​ຣາອີມ​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ນຳ​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ໂລກ ແລະ ການ​ເຕົ້າ​ໂຮມ​ອິດສະ​ຣາເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ (ພບຍ 33:13–17). ເວລາ​ຈະ​ມາ​ເຖິງ ເມື່ອ​ເອຟະ​ຣາອີມ​ຈະ​ມີ​ບົດ​ບາດ​ເປັນ​ຜູ້​ນຳ​ໃນ​ການ​ເຕົ້າ​ໂຮມ​ທຸກ​ເຜົ່າ​ຂອງ​ອິດສະ​ຣາເອນ​ເຂົ້າ​ກັນ​ເປັນ​ໜຶ່ງ ໂດຍ​ຜ່ານ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ (ອຊຢ 11:12–13; ຄພ 133:26–34).

ການ​ກະ​ຈັດ​ກະ​ຈາຍ​ຂອງ​ຊາວ​ອິດສະ​ຣາເອນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ​ກະ​ຈັດ​ກະ​ຈາຍ​ໄປ ແລະ ເປັນ​ທຸກ ເພາະ​ຄວາມ​ບໍ່​ຊອບ​ທຳ ແລະ ການ​ກະ​ບົດ​ຂອງ​ພວກ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ການ​ກະ​ຈັດ​ກະ​ຈາຍ​ຂອງ​ຜູ້​ຄົນ​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ປະ​ຊາ​ຊາດ​ຂອງ​ໂລກ ເປັນ​ພອນ​ໃຫ້​ແກ່​ປະ​ຊາ​ຊາດ​ເຫລົ່າ​ນັ້ນ.

ການ​ເຕົ້າ​ໂຮມ​ຊາວ​ອິດສະ​ຣາເອນ

ເຊື້ອ​ສາຍ​ອິດສະ​ຣາເອນ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ໃນ​ຍຸກ​ສຸດ​ທ້າຍ ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ (ຫຼຊ 1:10). ພຣະ​ຜູ້​ເປັນ​ເຈົ້າ​ເຕົ້າ​ໂຮມ​ອິດສະ​ຣາເອນ​ຜູ້​ຄົນ​ຂອງ​ພຣະ​ອົງ ເມື່ອ​ພວກ​ເຂົາ​ຮັບ​ເອົາ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ສິບ​ເຜົ່າ​ທີ່​ຫາຍ​ໄປ​ຂອງ​ອິດສະ​ຣາເອນ

ສິບ​ເຜົ່າ​ຂອງ​ອິດສະ​ຣາເອນ​ໄດ້​ລວມ​ກັນ​ເປັນ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ ແລະ ໄດ້​ຖືກ​ພາ​ໄປ​ເປັນ​ຊະ​ເລີຍ​ຢູ່​ອັດ​ຊີ​ເຣຍ 721 ປີ ກ່ອນ ຄ.ສ. ໃນ​ເວລາ​ນັ້ນ ພວກ​ເຂົາ​ໄດ້​ໄປ​ຫາ “ພາກ​ພື້ນ​ທາງ​ເໜືອ” ແລະ ໄດ້​ສາບ​ສູນ​ໄປ ບໍ່​ມີ​ໃຜ​ຮູ້​ຈັກ. ພວກ​ເຂົາ​ຈະ​ກັບ​ຄືນ​ມາ​ໃນ​ຍຸກ​ສຸດ​ທ້າຍ.