Scripture Stories
ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ


“ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

1 ນີ​ໄຟ 3

ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ

ການ​ເດີນ​ທາງ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຕັ້ງ​ຜ້າ​ເຕັນ

ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ໃນ​ຄວາມ​ຝັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ກ່ຽວ​ກັບ​ພຣະ​ຄຳ​ພີ​ທີ່​ຖືກ​ຂຽນ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ຊາຍ​ຄົນ​ໜຶ່ງ​ຊື່ ລາ​ບານ​ມີ​ມັນ​ຢູ່​ເຢ​ຣູ​ຊາ​ເລັມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຄອບ​ຄົວ​ຂອງ​ລີ​ໄຮ​ຕ້ອງ​ໄດ້​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ໄປ​ກັບ​ພວກ​ເພິ່ນ ໃນ​ການ​ເດີນ​ທາງ​ຂອງ​ພວກ​ເພິ່ນ.

1 ນີ​ໄຟ 3:1–3, 19–20

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ເວົ້າ​ກັບ​ຄອບ​ຄົວ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ໃຫ້​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ກັບ​ໄປ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ພວກ​ອ້າຍ​ຂອງ​ນີ​ໄຟ​ເວົ້າ​ຈົ່ມ. ພວກ​ເຂົາ​ໄດ້​ບອກ​ລີ​ໄຮ​ວ່າ​ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ. ພວກ​ເຂົາ​ບໍ່​ຢາກ​ໄປ.

1 ນີ​ໄຟ 3:4–5

ຮູບ​ພາບ
ຊາ​ໄຣ​ຢາ, ລີ​ໄຮ, ແລະ ນີ​ໄຟ​ກຳ​ລັງ​ເວົ້າ

ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ, ແຕ່​ນີ​ໄຟ​ຢາກ​ເຊື່ອ​ຟັງ. ເພິ່ນ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເພິ່ນ ແລະ ພວກ​ອ້າຍ​ຂອງ​ເພິ່ນ. ນີ​ໄຟ​ໄດ້​ບອກ​ລີ​ໄຮ​ວ່າ ເພິ່ນ​ຈະ​ໄປ​ເຢ​ຣູ​ຊາ​ເລັມ ແລະ ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

1 ນີ​ໄຟ 3:6–8

ຮູບ​ພາບ
ອ້າຍ​ນ້ອງ​ເຂົາ​ເຈົ້າ​ຢູ່​ໃກ້​ເຢ​ຣູ​ຊາ​ເລັມ

ເລ​ມັນ, ເລ​ມູ​ເອນ, ແຊມ, ແລະ ນີ​ໄຟ​ໄດ້​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ. ເມື່ອ​ເຂົາ​ເຈົ້າ​ໄປ​ເຖິງ, ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ ເລ​ມັນ​ຈະ​ໄປ​ເຮືອນ​ຂອງ​ລາ​ບານ ແລະ ຂໍ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

1 ນີ​ໄຟ 3:9–11

ຮູບ​ພາບ
ລາ​ບານ ແລະ ເລ​ມັນ

ເມື່ອ​ເລ​ມັນ​ຂໍ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ, ລາ​ບານ​ເອີ້ນ​ລາວ​ວ່າ​ເປັນ​ຄົນ​ຂະ​ໂມຍ. ລາ​ບານ​ເວົ້າ​ວ່າ​ລາວ​ຈະ​ຂ້າ​ເລ​ມັນ.

1 ນີ​ໄຟ 3:11–13

ຮູບ​ພາບ
ເລ​ມັນ​ກຳ​ລັງ​ແລ່ນ​ໜີ​ຈາກ​ພວກ​ທະ​ຫານ​ຍາມ

ເລ​ມັນ​ໄດ້​ແລ່ນ​ໜີ ແລະ ບອກ​ພວກ​ນ້ອງ​ຊາຍ​ຂອງ​ລາວ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.

1 ນີ​ໄຟ 3:14

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ເວົ້າ​ນຳ​ພວກ​ອ້າຍ

ອ້າຍ​ນ້ອງ​ສີ່​ຄົນ​ເຂົາ​ເຈົ້າ​ໂສກ​ເສົ້າ. ເລ​ມັນ, ເລ​ມູ​ເອນ, ແລະ ແຊມ​ຢາກ​ກັບ​ໄປ​ຫາ​ພໍ່​ແມ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແຕ່​ນີ​ໄຟ​ມີ​ແນວ​ຄິດ. ເພິ່ນ​ໄດ້​ເວົ້າ​ວ່າ ເຂົາ​ເຈົ້າ​ສາ​ມາດ​ນຳ​ສົມ​ບັດ​ໄປ​ແລກ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຈາກ​ລາ​ບານ​ໄດ້. ເຂົາ​ເຈົ້າ​ໄດ້​ກັບ​ໄປ​ບ້ານ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ເມືອງ ແລະ ໄດ້​ນຳ​ເອົາ​ຄຳ ແລະ ເງິນ​ຂອງ​ເຂົາ​ເຈົ້າ​ເພື່ອ​ໄປ​ແລກ​ປ່ຽນ.

1 ນີ​ໄຟ 3:14–16, 22–24

ຮູບ​ພາບ
ອ້າຍ​ນ້ອງ​ເຂົາ​ເຈົ້າ​ກຳ​ລັງ​ແລ່ນ​ໜີ​ຈາກ​ພວກ​ທະ​ຫານ​ຍາມ

ເມື່ອ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄຳ ແລະ ເງິນ​ຕໍ່​ໜ້າ​ລາ​ບານ, ລາວ​ກໍ​ຢາກ​ໄດ້​ທັງ​ໝົດ. ແຕ່​ລາວ​ຈະ​ບໍ່​ມອບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ໃຫ້. ກົງ​ກັນ​ຂ້າມ, ລາວ​ໄດ້​ບອກ​ຄົນ​ຮັບ​ໃຊ້​ຂອງ​ລາວ​ໃຫ້​ຂ້າ​ອ້າຍ​ນ້ອງ​ເຂົາ​ເຈົ້າ ເພື່ອ​ວ່າ​ລາວ​ຈະ​ໄດ້​ຍຶດ​ເອົາ​ຄຳ ແລະ ເງິນ​ຂອງ​ເຂົາ​ເຈົ້າ.

1 ນີ​ໄຟ 3:16, 23–25

ຮູບ​ພາບ
ອ້າຍ​ນ້ອງ​ເຂົາ​ເຈົ້າ​ກຳ​ລັງ​ລີ້​ຈາກ​ພວກ​ທະ​ຫານ​ຍາມ

ອ້າຍ​ນ້ອງ​ສີ່​ຄົນ​ເຂົາ​ເຈົ້າ​ໄດ້​ແລ່ນ​ເອົາ​ຕົວ​ລອດ ແລະ ໄດ້​ປະ​ຄຳ ແລະ ເງິນ​ຂອງ​ເຂົາ​ເຈົ້າ​ໄວ້​ທາງ​ຫລັງ. ຄົນ​ຮັບ​ໃຊ້​ຂອງ​ລາ​ບານ​ໄລ່​ຕາມ​ເຂົາ​ເຈົ້າ​ບໍ່​ທັນ. ອ້າຍ​ນ້ອງ​ເຂົາ​ເຈົ້າ​ໄດ້​ລີ້​ຢູ່​ໃນ​ຖ້ຳ.

1 ນີ​ໄຟ 3:26–27

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ໃຈ​ຮ້າຍ​ໃຫ້​ນີ​ໄຟ​ກັບ​ແຊມ

ຫລັງ​ຈາກ​ຄວາມ​ຫຍຸ້ງ​ຍາກ​ທັງ​ໝົດ​ເຫລົ່າ​ນີ້, ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ໃຈ​ຮ້າຍ​ໃຫ້​ນີ​ໄຟ. ເຂົາ​ເຈົ້າ​ໄດ້​ຕີ​ນີ​ໄຟ​ກັບ​ແຊມ​ດ້ວຍ​ກິ່ງ​ໄມ້.

1 ນີ​ໄຟ 3:28

ຮູບ​ພາບ
ທູດ​ສະ​ຫວັນ​ກຳ​ລັງ​ເວົ້າ​ກັບ​ເລ​ມັນ ແລະ ເລ​ມູ​ເອນ

ທັນ​ໃດ​ນັ້ນ, ທູດ​ອົງ​ໜຶ່ງ​ໄດ້​ມາ ແລະ ໄດ້​ຖາມ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຕີ​ນີ​ໄຟ. ທູດ​ໄດ້​ເວົ້າ​ວ່າ ນີ​ໄຟ​ຖືກ​ເລືອກ​ໃຫ້​ນຳ​ພາ​ພວກ​ເຂົາ. ແລ້ວ​ທູດ​ໄດ້​ບອກ​ພວກ​ເຂົາ​ໃຫ້​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ກຽມ​ຫົນ​ທາງ​ໄວ້​ໃຫ້​ເຂົາ​ເຈົ້າ​ເພື່ອ​ຈະ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

1 ນີ​ໄຟ 3:29