ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ
ພາກ​ຫ້ອຍ​ທ້າຍ ຂ: ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ


“ພາກ​ຫ້ອຍ​ທ້າຍ ຂ: ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ພາກ​ຫ້ອຍ​ທ້າຍ ຂ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024

ພາກ​ຫ້ອຍ​ທ້າຍ ຂ

ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ

ໃນ​ເດືອນ​ທີ່​ມີ​ຫ້າ​ອາ​ທິດ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ປ່ຽນ​ບົດ​ຮຽນ​ຂອງ​ວັນ​ອາ​ທິດ​ທີ​ຫ້າ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ດ້ວຍ​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ເຫລົ່າ​ນີ້ ຢ່າງ​ໜ້ອຍ​ໜຶ່ງ​ຢ່າງ ຫລື ຫລາຍ​ກວ່າ​ນັ້ນ.

ຫລັກ​ທຳ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຄຳ​ສອນ​ຂອງ​ພຣະ​ຄຣິດ​ສິດ​ສອນ​ເຮົາ​ໃຫ້​ຮູ້​ວິ​ທີ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ຜູ້​ຄົນ​ຢູ່​ໃນ​ອາ​ເມ​ຣິ​ກາ, ພຣະ​ອົງ​ໄດ້​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ອົງ​ໃຫ້​ກັບ​ພວກ​ເຂົາ. ພຣະ​ອົງ​ໄດ້​ກ່າວ​ວ່າ ເຮົາ​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ມີ​ສັດ​ທາ, ກັບ​ໃຈ, ແລະ ຮັບ​ບັບ​ຕິ​ສະ​ມາ, ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ 3 ນີ​ໄຟ 11:31–40; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:29). ກິດ​ຈະ​ກຳ​ຢູ່​ຂ້າງ​ລຸ່ມ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ສິດ​ສອນ​ເດັກ​ນ້ອຍ​ວ່າ ຫລັກ​ທຳ ແລະ ພິ​ທີ​ການ​ເຫລົ່າ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ໄດ້​ແນວ​ໃດ.

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ໃຫ້​ເບິ່ງ 2 ນີ​ໄຟ 31.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ເອົາ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ການ​ຢືນ​ຢັນ ໃຫ້​ເດັກ​ນ້ອຍ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 1, 111, 103, ແລະ 105). ອ່ານ ຫລື ທ່ອງ​ຈຳ​ຫລັກ​ແຫ່ງ​ຄວາມ​ເຊື່ອ ຂໍ້​ທີ​ສີ່ ກັບ​ເດັກ​ນ້ອຍ, ແລະ ຂໍ​ໃຫ້​ພວກ​ເຂົາ​ເຍິງ​ຮູບ​ຂອງ​ພວກ​ເຂົາ​ຂຶ້ນ ເມື່ອ​ຫລັກ​ທຳ ຫລື ພິ​ທີ​ການ​ນັ້ນ​ຖືກ​ກ່າວ​ເຖິງ. ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ຫລັກ​ທຳ ແລະ ພິ​ທີ​ການ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ສັດ​ທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ການ​ຢືນ​ຢັນ ເປັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ເທື່ອ​ດຽວ ແຕ່​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ຂອງ​ເຮົາ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ? ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ເມັດ​ພືດ ແລະ ຕົ້ນ​ໄມ້​ໃຫຍ່ ໃຫ້​ພວກ​ເຂົາ​ເບິ່ງ (ຫລື ແຕ້ມ​ສິ່ງ​ເຫລົ່າ​ນີ້​ໃສ່​ເທິງ​ກະ​ດານ). ຊ່ວຍ​ໃຫ້​ພວກ​ເຂົາ​ຄິດ​ຫາ​ສິ່ງ​ທີ່​ຊ່ວຍ​ເມັດ​ພືດ​ໃຫ້​ເຕີບ​ໂຕ​ເປັນ​ຕົ້ນ​ໄມ້​ໃຫຍ່, ດັ່ງ​ເຊັ່ນ ນ້ຳ, ດິນ, ແລະ ແສງ​ແດດ. ຊ່ວຍ​ໃຫ້​ພວກ​ເຂົາ​ເຫັນ​ວ່າ ສິ່ງ​ເຫລົ່າ​ນີ້​ຄື​ກັນ​ກັບ​ສິ່ງ​ທີ່​ເຮົາ​ເຮັດ ເພື່ອ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ—ການ​ສ້າງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ​ທຸກວັນ, ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ແລະ ການ​ຟັງ​ຕາມ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ແບ່ງ​ປັນ​ເລື່ອງ​ເລົ່າ​ກັບ​ເດັກ​ນ້ອຍ ກ່ຽວ​ກັບ​ໝາກ​ກະ​ໂພກ​ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ແດວ ຈີ ເຣັນ​ລັນ “How Can Repenting Help Me Feel Happy?” (Friend, Dec. 2017, 12–13, ຫລື Liahona, Dec. 2017, 70–71; ເບິ່ງ ວິ​ດີ​ໂອ “Repentance: A Joyful Choice” [ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ] ນຳ​ອີກ).

    ໃນ​ຈຸດ​ຕ່າງໆ​ລະ​ຫວ່າງ​ເລື່ອງ​ເລົ່າ, ໃຫ້​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຄິດ​ກ່ຽວ​ກັບ​ວ່າ ແອວ​ເດີ ເຣັນ​ລັນ ອາດ​ຮູ້​ສຶກ​ແນວ​ໃດ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ສຶກ​ຊື່ນ​ຊົມ​ເມື່ອ​ເຮົາ​ກັບ​ໃຈ? ແບ່ງ​ປັນ​ກັບ​ເດັກ​ນ້ອຍ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ຮັກ​ທີ່​ທ່ານ​ໄດ້​ຮູ້​ສຶກ ເມື່ອ​ທ່ານ​ໄດ້​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອະ​ໄພ​ໃຫ້​ທ່ານ.

ການ​ບັບ​ຕິ​ສະ​ມາ

ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ໃຫ້​ເຮົາ ເມື່ອ​ພຣະ​ອົງ​ຮັບ​ບັບ​ຕິ​ສະ​ມາ.

ເຖິງ​ແມ່ນ​ວ່າ​ພຣະ​ເຢ​ຊູ​ບໍ່​ມີ​ບາບ, ແຕ່​ພຣະ​ອົງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ເພື່ອ​ເປັນ​ຕົວ​ຢ່າງ​ເຖິງ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ (ເບິ່ງ 2 ນີ​ໄຟ 31:6–10).

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ, ໃຫ້​ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37; Gospel Topics, “Baptism,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ສະ​ແດງ​ຮູບ​ພາບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ບັບ​ຕິ​ສະ​ມາ​ຂອງ​ອີກ​ຄົນ​ໜຶ່ງ (ຫລື ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 35 ແລະ ເລກ​ທີ 103 ຫລື ເລກ​ທີ 104 ກໍ​ໄດ້). ຂໍ​ໃຫ້​ເດັກ​ນ້ອຍ​ແບ່ງ​ປັນ​ສິ່ງ​ທີ່​ແຕກ​ຕ່າງ ແລະ ສິ່ງ​ທີ່​ເໝືອນ​ກັນ ລະ​ຫວ່າງ​ຮູບ​ສອງ​ແຜ່ນ​ນີ້. ອ່ານ ມັດ​ທາຍ 3:13–17 ຫລື “ບົດ​ທີ 10: ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ” ນຳ​ກັນ ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 26–29, ຫລື ເບິ່ງ​ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ຢູ່​ທີ່ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

    ປ່ອຍ​ໃຫ້​ເດັກ​ນ້ອຍ​ຊີ້ບອກ​ສິ່ງ​ທີ່​ຢູ່​ໃນ​ຮູບ​ພາບ ທີ່​ຖືກ​ກ່າວ​ເຖິງ​ຢູ່​ໃນ​ການ​ອ່ານ ຫລື ໃນ​ວິ​ດີ​ໂອ. ບອກ​ເດັກ​ນ້ອຍ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ.

  • ຟັງ​ເພງ ຫລື ຮ້ອງ​ເພງ​ກ່ຽວ​ກັບ​ບັບ​ຕິ​ສະ​ມາ, ດັ່ງ​ເຊັ່ນ “When Jesus Christ Was Baptized” (Children’s Songbook, 102). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຈາກ​ເພງ? ອ່ານ 2 ນີ​ໄຟ 31:9–10, ແລະ ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຕັ້ງ​ໃຈ​ຟັງ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ​ຕົວ​ເອງ​ກ່ຽວ​ກັບ​ມື້​ທີ່​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ.

ເຮົາ​ສາ​ມາດ​ເລືອກ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັບ​ບັບ​ຕິ​ສະ​ມາ.

ການ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ກະ​ກຽມ​ສຳ​ລັບ​ເຫດ​ການ​ໃດ​ໜຶ່ງ. ມັນ​ໝາຍ​ຄວາມ​ວ່າ ການ​ກະ​ກຽມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ ແລະ ແລ້ວ​ໝາຍ​ເຖິງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນັ້ນ​ທັງ​ຊີ​ວິດ. ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຂົາ​ຈະ​ເຮັດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເມື່ອ​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ, ຊຶ່ງ​ລວມ​ທັງ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ເຮັດ​ກັບ​ພວກ​ເຂົາ ແລະ ຄຳ​ສັນ​ຍາ​ທີ່​ພວກ​ເຂົາ​ເຮັດ​ກັບ​ພຣະ​ອົງ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ອະ​ທິ​ບາຍ​ວ່າ ພັນ​ທະ​ສັນ​ຍາ​ແມ່ນ​ຄຳ​ສັນ​ຍາ​ລະ​ຫວ່າງ​ບຸກ​ຄົນ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ເຈົ້າ​ສັນ​ຍາ​ວ່າ ຈະ​ອວຍ​ພອນ​ເຮົາ. ຂຽນ ຄຳ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຕໍ່​ເຮົາ ໃສ່​ເທິງ​ກະ​ດານ. ອ່ານ ໂມ​ໄຊ​ຢາ 18:10, 13 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37 ນຳ​ກັນ, ແລະ ຊ່ວຍ​ໃຫ້​ເດັກ​ນ້ອຍ​ຂຽນ​ລາຍ​ການ​ຄຳ​ສັນ​ຍາ​ທີ່​ພວກ​ເຂົາ​ພົບ​ເຫັນ ໃສ່​ກ້ອງ​ຫົວ​ຂໍ້​ທີ່​ເໝາະ​ສົມ (ເບິ່ງ Dallin H. Oaks, “Your Baptism Covenant,” Friend, Feb. 2021, 2–3 ນຳ​ອີກ). ສະ​ແດງ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ອວຍ​ພອນ​ທ່ານ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ.

  • ສະ​ແດງ​ຮູບ​ໃຫ້​ເດັກ​ນ້ອຍ​ເບິ່ງ ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ ເມື່ອ​ພຣະ​ອົງ​ຢູ່​ເທິງ​ໂລກ (ສຳ​ລັບ​ບາງ​ຕົວ​ຢ່າງ, ໃຫ້​ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 33–49). ປ່ອຍ​ໃຫ້​ເດັກ​ນ້ອຍ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ໃນ​ແຕ່​ລະ​ຮູບ. ອ່ານ ໂມ​ໄຊ​ຢາ 18:8–10, 13, ແລະ ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ພວກ​ເຂົາ​ສັນ​ຍາ​ວ່າ​ຈະ​ເຮັດ ເມື່ອ​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ “The Baptism Covenant,” Friend, Feb. 2019, 7; Liahona, Feb. 2019, F3 ນຳ​ອີກ). ຄຳ​ສັນ​ຍາ​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ການ​ກະ​ທຳ​ໃນ​ແຕ່​ລະ​ວັນ​ຂອງ​ເຮົາ​ແນວ​ໃດ? ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແຕ້ມ​ຮູບ​ຕົວ​ເອງ​ກຳ​ລັງ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ ດັ່ງ​ທີ່​ພຣະ​ເຢ​ຊູ​ຈະ​ເຮັດ. ຫລື ທ່ານ​ສາ​ມາດ​ເຮັດ​ປ້າຍ​ຕິດ​ເສື້ອ​ແບບ​ລຽບ​ງ່າຍ​ໃຫ້​ເດັກ​ນ້ອຍ​ໃສ່ ດ້ວຍ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ປ້າຍ​ຊື່.

    ຮູບ​ພາບ
    ເດັກ​ຊາຍ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

    ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ພຣະ​ອົງ​ເຮັດ​ຄຳ​ສັນ​ຍາ​ກັບ​ເຮົາ.

ການ​ຢືນ​ຢັນ

ເມື່ອ​ເຮົາ​ຮັບ​ການ​ຢືນ​ຢັນ, ເຮົາ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ການ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ນຳ​ພອນ​ຫລາຍ​ຢ່າງ​ມາ​ໃຫ້, ລວມ​ທັງ​ໂອ​ກາດ​ສຳ​ລັບ​ເດັກ​ນ້ອຍ​ທີ່​ຈະ​ມີ​ພາກ​ສ່ວນ​ຢ່າງ​ແຂງ​ຂັນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ຢືນ​ຢັນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃຫ້​ເບິ່ງ Gary E. Stevenson, “How Does the Holy Ghost Help You?,” Liahona, May 2017, 117–20; Gospel Topics, “Holy Ghost,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ເຊື້ອ​ເຊີນ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ມາ​ໃນ​ຫ້ອງ ແລະ ແບ່ງ​ປັນ​ວ່າ ​ການ​ຢືນ​ຢັນ​ເປັນ​ຈັ່ງ​ໃດ. ສຳ​ລັບ​ບຸກ​ຄົນ​ນີ້ ການ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໝາຍ​ຄວາມ​ວ່າ​ແນວ​ໃດ? ຊ່ວຍ​ໃຫ້​ເດັກ​ນ້ອຍ​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ຈະ​ສາ​ມາດ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ພວກ​ເຂົາ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ (ດັ່ງ​ເຊັ່ນ ການ​ຮັບ​ໃຊ້​ຄົນ​ອື່ນ, ການ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ພຣະ​ເຢ​ຊູ, ການ​ກ່າວ​ອະ​ທິ​ຖານ​ໃນ​ການ​ປະ​ຊຸມ, ແລະ ອື່ນໆ). ແບ່ງ​ປັນ​ວ່າ ການ​ເຮັດ​ສິ່ງ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ຊື່ນ​ຊົມ​ແນວ​ໃດ ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

  • ສະ​ແດງ​ຮູບ​ຂອງ​ຜູ້​ຄົນ​ຢູ່​ທີ່​ນ້ຳ​ມໍ​ມອນ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 76), ແລະ ຂໍ​ໃຫ້​ເດັກ​ນ້ອຍ​ບັນ​ຍາຍ​ສິ່ງ​ທີ່​ພວກ​ເຂົາ​ເຫັນ​ຢູ່​ໃນ​ຮູບ. ເລົ່າ​ເລື່ອງ​ລາວ​ຂອງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ ຢູ່​ທີ່​ນັ້ນ (ເບິ່ງ ໂມ​ໄຊ​ຢາ 18:1–17; “ບົດ​ທີ 15: ແອວ​ມາ​ສິດ​ສອນ ແລະ ໃຫ້​ບັບ​ຕິ​ສະ​ມາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 43–44, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

    ທົບ​ທວນ ໂມ​ໄຊ​ຢາ 18:8–9 ແລະ ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ສະ​ແດງ​ທ່າ​ທີ ເພື່ອ​ໃຫ້​ພວກ​ເຂົາ​ຈື່​ສິ່ງ​ທີ່​ຜູ້​ຄົນ​ໄດ້​ເຕັມ​ໃຈ​ເຮັດ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ. ແບ່ງ​ປັນ​ປະ​ສົບ​ການ​ເມື່ອ​ທ່ານ​ໄດ້​ເຫັນ​ສະ​ມາ​ຊິກ​ບາງ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຮັບ​ໃຊ້​ໃນ​ວິ​ທີ​ເຫລົ່າ​ນີ້.

ເມື່ອ​ເຮົາ​ໄດ້​ຮັບ​ການ​ຢືນ​ຢັນ, ເຮົາ​ໄດ້​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເມື່ອ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສັນ​ຍາ​ວ່າ ເຮົາ “ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່ [ກັບ​ເຮົາ] ຕະ​ຫລອດ​ເວ​ລາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77). ຂອງ​ປະ​ທານ​ທີ່​ປະ​ເສີດ​ນີ້​ຈາກ​ພຣະ​ເຈົ້າ​ຖືກ​ເອີ້ນ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:15, ແລະ ຂໍ​ໃຫ້​ເດັກ​ນ້ອຍ​ຕັ້ງ​ໃຈ​ຟັງ ຂອງ​ປະ​ທານ​ພິ​ເສດ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ທານ​ໃຫ້​ເຮົາ ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ພວກ​ເຂົາ​ແນວ​ໃດ, ໃຫ້​ທົບ​ທວນ ໂຢ​ຮັນ 14:26; ຄາ​ລາ​ເຕຍ 5:22–23; 2 ນີ​ໄຟ 32:5; 3 ນີ​ໄຟ 27:20 ນຳ​ກັນ. ທ່ານ​ກໍ​ສາ​ມາດ​ທົບ​ທວນ​ບົດ​ຄວາມ​ສັ້ນ “The Holy Ghost Is …” (Friend, June 2019, 24–25; Liahona, June 2019, F12–F13) ນຳ​ອີກ.

  • ກ່ອນ​ຫ້ອງ​ຮຽນ, ຂໍ​ໃຫ້​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ຄົນ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ມາ​ແບ່ງ​ປັນ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ພອນ​ແນວ​ໃດ​ແດ່ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ? ເຂົາ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແນວ​ໃດ?

  • ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ກັນ, ດັ່ງ​ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30). ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ສິ່ງ​ທີ່​​ເພງ​ສິດ​ສອນ​ເຮົາ​ຫຍັງ​ແດ່ ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ເຮົາ​ແນວ​ໃດ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ກ່າວ​ກັບ​ເຮົາ​ໃນ​ຫລາຍ​ວິ​ທີ​ທາງ.

ເດັກ​ນ້ອຍ​ຜູ້​ທີ່​ສາ​ມາດ​ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ ຈະ​ກຽມ​ພ້ອມ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ ເພື່ອ​ນຳ​ພາ​ພວກ​ເຂົາ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ. ສິດ​ສອນ​ພວກ​ເຂົາ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ກ່າວ​ກັບ​ເຮົາ​ໃນ​ຫລາຍ​ວິ​ທີ​ທາງ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ຊ່ວຍ​ໃຫ້​ເດັກ​ນ້ອຍ​ຄິດ​ກ່ຽວ​ກັບ​ຫລາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເວົ້າ​ກັບ​ໝູ່​ຄົນ​ໜຶ່ງ​ທີ່​ອາ​ໄສ​ຢູ່​ໄກ, ດັ່ງ​ເຊັ່ນ​ການ​ຂຽນ​ຈົດ​ໝາຍ, ສົ່ງ​ອີ​ເມວ, ຫລື ເວົ້າ​ລົມ​ທາງ​ໂທ​ລະ​ສັບ. ສິດ​ສອນ​ພວກ​ເຂົາ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ກ່າວ​ກັບ​ເຮົາ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃຊ້​ຂ່າວ​ສານ​ຂອງ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ “How Does Heavenly Father Speak to Us?” ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເວົ້າ​ກັບ​ເຮົາ​ໃນ​ຫລາຍ​ວິ​ທີ​ທາງ​ຕໍ່​ຈິດ​ໃຈ ແລະ ໃຈ​ຂອງ​ເຮົາ​ແນວ​ໃດ (Friend, Mar. 2020, 2–3; Liahona, Mar. 2020, F2–F3).

  • ແບ່ງ​ປັນ​ປະ​ສົບ​ການ​ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສື່​ສານ​ກັບ​ທ່ານ, ບໍ່​ວ່າ​ຈະ​ເປັນ​ຜ່ານ​ທາງ​ຄວາມ​ຄິດ​ໃນ​ຈິດ​ໃຈ ຫລື ຜ່ານ​ທາງ​ຄວາມ​ຮູ້​ສຶກ​ໃນ​ໃຈ​ຂອງ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:22–23; 8:2–3; ເບິ່ງ Henry B. Eyring, “Open Your Heart to the Holy Ghost,” Friend, Aug. 2019, 2–3; Liahona, Aug. 2019, F2–F3 ນຳ​ອີກ). ເປັນ​ພະ​ຍານ​ຕໍ່​ເດັກ​ນ້ອຍ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃນ​ວິ​ທີ​ທີ່​ຄ້າຍ​ຄື​ກັນ​ແນວ​ໃດ.

  • ຊ່ວຍ​ໃຫ້​ເດັກ​ນ້ອຍ​ຄິດ​ເຖິງ​ເວ​ລາ​ທີ່​ພວກ​ເຂົາ​ອາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ—ຍົກ​ຕົວ​ຢ່າງ, ຕອນ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລື ຕອນ​ເຮັດ​ບາງ​ສິ່ງ​ທີ່​ດີ​ຕໍ່​ຄົນ​ອື່ນ. ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ມາ​ໃຫ້. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ປະ​ທານ​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ​ໃຫ້​ເຮົາ? ຊ່ວຍ​ໃຫ້​ເດັກ​ນ້ອຍ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ເຮັດ ເພື່ອ​ຈະ​ໄດ້​ຍິນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ເຮົາ. ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເຮັດ ເພື່ອ​ຈະ​ໄດ້​ຍິນ​ພຣະ​ວິນ​ຍານ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ.

ສິນ​ລະ​ລຶກ

ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ຈື່​ຈຳ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ສິນ​ລະ​ລຶກ​ໃຫ້​ເຮົາ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຈື່​ຈຳ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ. ຍ້ອນ​ພິ​ທີ​ການ​ທຸກ​ອາ​ທິດ​ນີ້, ເຮົາ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ຊື່ນ​ຊົມ​ກັບ​ພອນ​ຂອງ​ການ​ບັບ​ຕິ​ສະ​ມາ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ, ໃຫ້​ເບິ່ງ ມັດ​ທາຍ 26:26–30; 3 ນີ​ໄຟ 18:1–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ລະ​ບາຍ​ສີ “Jesus Introduced the Sacrament to the Nephites” ໃນ Scripture Stories Coloring Book: Book of Mormon (2019), 26. ຂໍ​ໃຫ້​ພວກ​ເຂົາ​ລະ​ບຸ​ສິ່ງ​ທີ່​ຜູ້​ຄົນ​ກຳ​ລັງ​ຄິດ​ກ່ຽວ​ກັບ​ຫຍັງ ຢູ່​ໃນ​ຮູບ​ພາບ. ອ່ານ​ພາກ​ສ່ວນ​ໜຶ່ງ​ໃນ 3 ນີ​ໄຟ 18:1–12 ຫລື “ບົດ​ທີ 45: ພຣະ​ເຢ​ຊູ​ຄຣິດ​ຊົງ​ສອນ​ກ່ຽວ​ກັບ​ສິນ​ລະ​ລຶກ ແລະ ການ​ອະ​ທິ​ຖານ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 126–27 ໃຫ້​ເດັກ​ນ້ອຍ​ຟັງ, ຫລື ເບິ່ງ​ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ທີ່ ChurchofJesusChrist.org. ເຮົາ​ສາ​ມາດ​ເຮັດ​ຫຍັງ ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ລະ​ຫວ່າງ​ສິນ​ລະ​ລຶກ?

  • ຂໍ​ໃຫ້​ເດັກ​ນ້ອຍ​ບອກ​ທ່ານ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ພວກ​ເຂົາ​ຄວນ​ຈື່​ຈຳ​ທີ່​ຈະ​ເຮັດ​ສະ​ເໝີ, ດັ່ງ​ເຊັ່ນ ພະ​ຍາ​ຍາມ​ມັດ​ສາຍ​ເກີບ ຫລື ລ້າງ​ມື​ກ່ອນ​ກິນ​ອາ​ຫານ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ສິ່ງ​ເຫລົ່າ​ນີ້? ອ່ານ ໂມ​ໂຣ​ໄນ 4:3 ໃຫ້​ເດັກ​ນ້ອຍ​ຟັງ, ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເຮົາ​ສັນ​ຍາ​ວ່າ ຈະ​ລະ​ນຶກ​ເຖິງ​ສະ​ເໝີ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ? ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ເຂົ້າ​ຈີ່ ແລະ ນ້ຳ​ສິນ​ລະ​ລຶກ ຊ່ວຍ​ໃຫ້​ເຮົາ​ລະ​ນຶກ​ເຖິງ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ກະ​ທຳ​ເພື່ອ​ເຮົາ​ແນວ​ໃດ (ເບິ່ງ ໂມ​ໂຣ​ໄນ 4:3; 5:2).

  • ຂຽນ​ຄຳ​ວ່າ “ເຮົາ​ສັນ​ຍາ​ທີ່​ຈະ …” ໃສ່​ເທິງ​ກະ​ດານ. ອ່ານ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ​ໃຫ້​ເດັກ​ນ້ອຍ​ຟັງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79). ເມື່ອ​ພວກ​ເຂົາ​ໄດ້​ຍິນ​ຄຳ​ສັນ​ຍາ​ທີ່​ເຮົາ​ເຮັດ​ກັບ​ພຣະ​ເຈົ້າ, ໃຫ້​ຢຸດ ແລະ ຊ່ວຍ​ພວກ​ເຂົາ​ປະ​ກອບ​ປະ​ໂຫຍກ​ຢູ່​ເທິງ​ກະ​ດານ​ໃຫ້​ສົມ​ບູນ ດ້ວຍ​ຄຳ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ຍິນ. ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ວ່າ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ກຳ​ລັງ​ເຮັດ​ຄຳ​ສັນ​ຍາ​ອັນ​ດຽວ​ກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕອນ​ເຮົາ​ຮັບ​ບັບ​ຕິ​ສະ​ມາ.

  • ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄວ້​ກັບ​ຕົວ​ເຮົາ​ເອງ ໝາຍ​ຄວາມ​ວ່າ​ແນວ​ໃດ? ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ຄຳ​ຖາມ​ຂໍ້​ນີ້, ໃຫ້​ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ເຮົາ​ຕິດ​ຊື່​ເຮົາ​ໄວ້. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕິດ​ຊື່​ເຮົາ​ໄວ້​ກັບ​ສິ່ງ​ເຫລົ່າ​ນັ້ນ? ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ຢາກ​ຕິດ​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ກັບ​ເຮົາ? ໃຫ້​ພິ​ຈາ​ລະ​ນາ​ແບ່ງ​ປັນ​ຄຳ​ອະ​ທິ​ບາຍ​ນີ້​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຮ່ວມ​ທັງ​ການ​ປະ​ກາດ ແລະ ການ​ເປັນ​ພະ​ຍານ​ຕໍ່​ຄົນ​ອື່ນ—ຜ່ານ​ທາງ​ການ​ກະ​ທຳ ແລະ ຖ້ອຍ​ຄຳ​ຂອງ​ເຮົາ—ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ” (“The Correct Name of the Church,” Liahona, Nov. 2018, 88).

ອຳ​ນາດ, ສິດ​ອຳ​ນາດ, ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ພຣະ​ເຈົ້າ​ອວຍ​ພອນ​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ—ຍິງ ແລະ ຊາຍ, ໜຸ່ມ ແລະ ແກ່—ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ພວກ​ເຂົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ເມື່ອ​ເຮົາ​ຮັບ​ເອົາ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 3.5, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ເພື່ອ​ຮຽນ​ຮູ້​ຕື່ມ​ອີກ, ໃຫ້​ເບິ່ງ Russell M. Nelson, “Spiritual Treasures,” Liahona, Nov. 2019, 76–79; “ຫລັກ​ທຳ​ຖາ​ນະ​ປະ​ໂລ​ຫິດ,” ບົດ​ທີ 3 ໃນ ຄູ່​ມື​ທົ່ວ​ໄປ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ຊ່ວຍ​ໃຫ້​ເດັກ​ນ້ອຍ​ສັງ​ເກດ​ເບິ່ງ​ພອນ​ທີ່​ພວກ​ເຂົາ​ໄດ້​ຮັບ ຍ້ອນ​ຖາ​ນະ​ປະ​ໂລ​ຫິດ. ເພື່ອ​ໃຫ້​ແນວ​ຄິດ​ບາງ​ຢ່າງ​ແກ່​ພວກ​ເຂົາ, ທ່ານ​ສາ​ມາດ​ສາຍ​ວິ​ດີ​ໂອ “Blessings of the Priesthood” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  • ໃຫ້​ຄິດ​ທີ່​ຈະ​ຂຽນ​ພອນ​ເຫລົ່າ​ນີ້​ໃສ່​ເທິງ​ກະ​ດານ. ເປັນ​ຫຍັງ​ພອນ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ຕໍ່​ເຮົາ? ເປັນ​ພະ​ຍານ​ວ່າ ພອນ​ເຫລົ່າ​ນີ້​ມາ​ເຖິງ​ເຮົາ ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ.

  • ຂຽນ​ຫົວ​ຂໍ້​ດັ່ງ​ຕໍ່​ໄປ​ນີ້​ໃສ່​ເທິງ​ກະ​ດານ: ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ປະ​ທານ​ໃຫ້​ມະ​ນຸດ​ຢູ່​ໃນ​ໂລກ. ຂໍ​ໃຫ້​ເດັກ​ນ້ອຍ​ວາງ​ຮູບ​ໃສ່​ກ້ອງ​ຫົວ​ຂໍ້​ທີ​ໜຶ່ງ ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ໃຊ້​ອຳ​ນາດ​ຂອງ​ພຣະ​ອົງ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ເຮົາ​ແນວ​ໃດ, ດັ່ງ​ເຊັ່ນ ໂດຍ​ການ​ສ້າງ​ໂລກ​ນີ້, ໂດຍ​ການ​ນຳ​ພາ ແລະ ການ​ຊີ້​ນຳ​ເຮົາ, ໂດຍ​ການ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ພຣະ​ອົງ​ຮັກ ແລະ ຮູ້​ຈັກ​ເຮົາ, ແລະ ໂດຍ​ການ​ໄດ້​ຍິນ ແລະ ​ການ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 3, 68, 90111). ຂໍ​ໃຫ້​ພວກ​ເຂົາ​ວາງ​ຮູບ​ໃສ່​ກ້ອງ​ຫົວ​ຂໍ້​ທີ​ສອງ ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຢູ່​ໃນ​ໂລກ​ໃຊ້ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ເປັນ​ພອນ​ໃຫ້​ແກ່​ເຮົາ​ແນວ​ໃດ, ດັ່ງ​ເຊັ່ນ ໂດຍ​ການ​ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ, ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ການ​ປະ​ຕິ​ບັດ​ສິນ​ລະ​ລຶກ, ແລະ ການ​ຜະ​ນຶກ​ຄອບ​ຄົວ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 46, 104, 105, 107120). ແບ່ງ​ປັນ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ສຳ​ລັບ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ທີ່​ມັນ​ນຳ​ມາ​ໃຫ້.

  • ວິ​ທີ​ຫລັກ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ພອນ​ແຫ່ງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ​ແມ່ນ​ຜ່ານ​ທາງ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20). ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮຽນ​ຮູ້​ຄວາມ​ຈິງ​ນີ້, ທ່ານ​ສາ​ມາດ​ຂຽນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ໃສ່​ເທິງ​ກະ​ດານ: 3 ນີ​ໄຟ 11:21–26, 33 (ບັບ​ຕິ​ສະ​ມາ); ໂມ​ໂຣ​ໄນ 2 (ການ​ຢືນ​ຢັນ); ໂມ​ໂຣ​ໄນ 4–5 (ສິນ​ລະ​ລຶກ). ເດັກ​ນ້ອຍ​ແຕ່​ລະ​ຄົນ​ສາ​ມາດ​ເລືອກ​ເອົາ​ຂໍ້​ໜຶ່ງ​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ແລະ ລະ​ບຸ​ພິ​ທີ​ການ​ທີ່​ມັນ​ບັນ​ຍາຍ. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແບ່ງ​ປັນ​ວ່າ ພວກ​ເຂົາ​ໄດ້​ຮັບ​ພອນ​ເປັນ​ສ່ວນ​ຕົວ​ແນວ​ໃດ ໂດຍ​ການ​ຮັບ​ເອົາ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ.

  • ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ອຳ​ນາດ​ຈາກ​ພຣະ​ເຈົ້າ ເມື່ອ​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ພວກ​ເຂົາ. ຖາມ​ເດັກ​ນ້ອຍ​ວ່າ ອຳ​ນາດ​ນີ້​ສາ​ມາດ​ຊ່ວຍ​ພວກ​ເຂົາ​ແນວ​ໃດ.

ວຽກ​ງານ​ຂອງ​ພຣະ​ເຈົ້າ​ຖືກ​ຊີ້​ນຳ​ໂດຍ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ບັນ​ລຸ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ສະ​ມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຂອງ​ສາດ​ສະ​ໜາ​ຈັກ​ສາ​ມາດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ. ນອກ​ເໜືອ​ຈາກ​ນີ້, ເມື່ອ​ໃດ​ກໍ​ຕາມ​ທີ່​ບຸກ​ຄົນ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສຳ​ລັບ​ການ​ເອີ້ນ ຫລື ການ​ມອບ​ໝາຍ ໃຫ້​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ສາ​ມາດ​ໃຊ້​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກມອບ​ໃຫ້. ການ​ໃຊ້​ສິດ​ອຳ​ນາດ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ຖືກ​ຊີ້​ນຳ​ໂດຍ​ບຸກ​ຄົນ​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ດັ່ງ​ເຊັ່ນ ປະ​ທານ​ສະ​ເຕກ, ອະ​ທິ​ການ, ແລະ ປະ​ທານ​ກຸ່ມ. ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ​ທີ່​ຈະ​ຊີ້​ນຳ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ອ່ານ ມາ​ຣະ​ໂກ 3:14–15 ກັບ​ເດັກ​ນ້ອຍ, ແລະ ສະ​ແດງ​ຮູບ​ກ່ຽວ​ກັບ​ເຫດ​ການ​ທີ່​ຖືກ​ບັນ​ຍາຍ​ໃນ​ນັ້ນ​ໃຫ້​ພວກ​ເຂົາ​ເບິ່ງ (ດັ່ງ​ເຊັ່ນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 38). ຖາມ​ເດັກ​ນ້ອຍ​ວ່າ ພວກ​ເຂົາ​ເຄີຍ​ເຫັນ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ ຫລື ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສຳ​ລັບ​ການ​ເອີ້ນ​ບໍ່ (ຫລື ບອກ​ພວກ​ເຂົາ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ທ່ານ​ເຄີຍ​ມີ). ມັນ​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ແນວ​ໃດ? ຊ່ວຍ​ໃຫ້​ເດັກ​ນ້ອຍ​ຂຽນ​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ ຫລື ການ​ເອີ້ນ​ໃສ່​ເທິງ​ກະ​ດານ ທີ່​ສາ​ມາດ​ຖືກມອບ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ດັ່ງ​ເຊັ່ນ ຄູ​ສອນ ຫລື ຜູ້​ນຳ​ໃນ​ອົງ​ການ​ໃດ​ໜຶ່ງ. ຢູ່​ທາງ​ຂ້າງ​ຂອງ​ຕຳ​ແໜ່ງ ຫລື ການ​ເອີ້ນ, ທ່ານ​ສາ​ມາດ​ຂຽນ​ບາງ​ສິ່ງ​ທີ່​ຜູ້​ຄົນ​ໃນ​ຕຳ​ແໜ່ງ​ນັ້ນ ຫລື ໃນ​ການ​ເອີ້ນ​ນັ້ນ​ມີ​ສິດ​ອຳ​ນາດ​ທີ່​ຈະ​ເຮັດ. ບອກ​ເດັກ​ນ້ອຍ​ວ່າ ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ຄົນ​ໃດ​ຄົນ​ໜຶ່ງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຂໍ​ກະ​ແຈ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮັບ​ໃຊ້​ແນວ​ໃດ.

  • ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຄິດ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ທ່ານ​ຕ້ອງ​ໃຊ້​ກະ​ແຈ, ດັ່ງ​ເຊັ່ນ​ລົດ ຫລື ປະ​ຕູ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຖ້າ​ທ່ານ​ບໍ່​ມີ​ກະ​ແຈ? ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65:2 ນຳ​ກັນ, ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ມີ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຢູ່​ໃນ​ໂລກ​ນີ້. ທ່ານ​ກໍ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “Where Are the Keys?” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ແລະ ຊອກ​ຫາ​ສິ່ງ​ທີ່​ແອວ​ເດີ ສະ​ຕີບ​ເວັນ​ສັນ ສິດ​ສອນ​ກ່ຽວ​ກັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

  • ຂໍ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ໃນ​ຫວອດ​ທີ່​ດຳ​ລົງ​ຂໍ​ກະ​ແຈ ໃຫ້​ມາ​ຫ້ອງ​ທ່ານ ແລະ ແບ່ງ​ປັນ​ກັບ​ເດັກ​ນ້ອຍ​ວ່າ ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໝາຍ​ຄວາມ​ວ່າ​ແນວ​ໃດ. ເຊື້ອ​ເຊີນ​ເພິ່ນ​ໃຫ້​ບັນ​ຍາຍ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ. ພາກ​ສ່ວນ​ໃດ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເພິ່ນ​ນຳ​ພາ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຫລືອ​ເພິ່ນ​ແນວ​ໃດ?

ພຣະ​ວິ​ຫານ ແລະ ແຜນ​ແຫ່ງ​ຄວາມ​ສຸກ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ວິ​ຫານ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ໃນ​ພຣະ​ວິ​ຫານ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ອົງ, ໄດ້​ຮັບ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ໄດ້​ຮັບ​ການ​ເປີດ​ເຜີຍ, ປະ​ຕິ​ບັດ​ພິ​ທີ​ການ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ, ແລະ ຮັບ​ການ​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ເຮົາ​ຊົ່ວ​ນິ​ລັນ​ດອນ. ທັງ​ໝົດ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ທ່ານ​ຈະ​ສາ​ມາດ​ຊ່ວຍ​ເດັກ​ນ້ອຍ​ທີ່​ທ່ານ​ສິດ​ສອນ​ຮັບ​ຮູ້​ເຖິງ​ຄວາມ​ສັກ​ສິດ​ຂອງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ ແລະ ກະ​ກຽມ​ພວກ​ເຂົາ​ເອງ​ໃຫ້​ມີ​ຄ່າ​ຄວນ​ເພື່ອ​ຈະ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ພຣະ​ວິ​ຫານ? ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:15–17; Russell M. Nelson, “Closing Remarks,” Liahona, Nov. 2019, 120–22; “Why Latter-day Saints Build Temples,” temples.ChurchofJesusChrist.org.

ຮູບ​ພາບ
ຊາວ​ໜຸ່ມ​ຢູ່​ນອກ​ພຣະ​ວິ​ຫານ

ພຣະ​ວິ​ຫານ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ສະ​ແດງ​ຮູບ​ໜຶ່ງ​ໃບ ຫລື ຫລາຍ​ກວ່າ​ນັ້ນ​ກ່ຽວ​ກັບ​ພຣະ​ວິ​ຫານ. ຖາມ​ເດັກ​ນ້ອຍ​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ພິ​ເສດ. ລະ​ບຸ​ວ່າ ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ​ມີ​ຄຳ​ນີ້​ຈາ​ລຶກ​ໄວ້: “ບໍ​ລິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ: ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ຖາມ​ເດັກ​ນ້ອຍ​ວ່າ ພວກ​ເຂົາ​ຄິດ​ວ່າ “ບໍ​ລິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ຖືກ​ເອີ້ນ​ວ່າ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ສິ່ງ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ວິ​ຫານ? ຖ້າ​ຫາກ​ມີ​ເດັກ​ນ້ອຍ​ຄົນ​ໃດ​ເຄີຍ​ໄປ​ພຣະ​ວິ​ຫານ, ເຂົາ​ສາ​ມາດ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ ຕອນ​ເຂົາ​ຢູ່​ທີ່​ນັ້ນ. ຖ້າ​ຫາກ​ທ່ານ​ເຄີຍ​ໄປ​ພຣະ​ວິ​ຫານ, ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ເຖິງ​ການ​ສະ​ຖິດ​ຢູ່​ທີ່​ນັ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ຕໍ່​ທ່ານ.

  • ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:15–17 ນຳ​ກັນ. ຂໍ​ໃຫ້​ເດັກ​ນ້ອຍ​ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ຈາກ​ຜູ້​ທີ່​ເຂົ້າ​ໄປ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ຄ່າ​ຄວນ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ອົງ? ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນາ​ນີ້, ໃຫ້​ເວົ້າ​ລົມ​ກັບ​ເດັກ​ນ້ອຍ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ລວມ​ທັງ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ມັນ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ໃຫ້​ມາ​ແບ່ງ​ປັນ​ກັບ​ພວກ​ເຂົາ ກ່ຽວ​ກັບ​ການ​ສຳ​ພາດ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ວ່າ​ເປັນ​ຈັ່ງ​ໃດ ແລະ ຄຳ​ຖາມ​ທີ່​ໃຊ້​ຖາມ.

ໃນ​ພຣະ​ວິ​ຫານ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ” (“Come, Follow Me,” Liahona, May 2019, 91). ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ລວມ​ທັງ​ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ແລະ ພິ​ທີ​ການ ແລະ ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ຂໍ​ໃຫ້​ເດັກ​ນ້ອຍ​ຊ່ວຍ​ທ່ານ​ທົບ​ທວນ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ວ່າ​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ (ເບິ່ງ ໂມ​ໄຊ​ຢາ 18:10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79). ສະ​ແດງ​ຮູບ​ພຣະ​ວິ​ຫານ ແລະ ອະ​ທິ​ບາຍ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ພອນ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ຢາກ​ປະ​ທານ​ໃຫ້​ເຮົາ​ຢູ່​ໃນ​ພຣະ​ວິ​ຫານ.

  • ແຕ້ມ​ຮູບ​ປະ​ຕູ​ໂຂງ​ທີ່​ນຳ​ໄປ​ສູ່​ເສັ້ນ​ທາງ. ຖາມ​ເດັກ​ນ້ອຍ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຄິດ​ວ່າ ການ​ມີ​ເສັ້ນ​ທາງ​ໃຫ້​ເດີນ​ໄປ​ແມ່ນ​ຊ່ວຍ​ໄດ້​ຫລາຍ. ອ່ານ 2 ນີ​ໄຟ 31:17–20 ນຳ​ກັນ, ບ່ອນ​ທີ່​ນີ​ໄຟ​ປຽບ​ທຽບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ໃສ່​ກັບ​ປະ​ຕູ​ໂຂງ ແລະ ເຊື້ອ​ເຊີນ​ເຮົາ​ໃຫ້​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ຫລັງ​ຈາກ​ບັບ​ຕິ​ສະ​ມາ. ມີ​ພັນ​ທະ​ສັນ​ຍາ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ, ລວມ​ທັງ​ພັນ​ທະ​ສັນ​ຍາ​ທີ່​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ. ອະ​ທິ​ບາຍ​ວ່າ ປະ​ທານ​ແນວ​ສັນ​ໄດ້​ເອີ້ນ​ເສັ້ນ​ທາງ​ນີ້​ວ່າ “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”

ໃນ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເພື່ອ​ບັນ​ພະ​ບຸ​ລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ທີ່​ຈະ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ອົງ, ເຖິງ​ແມ່ນ​ພວກ​ເຂົາ​ໄດ້​ຕາຍ​ໄປ​ໂດຍ​ທີ່​ບໍ່​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ. ໃນ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແທນ​ເຂົາ​ເຈົ້າ.

ກິດ​ຈະ​ກຳ​ທີ່​ເປັນ​ໄປ​ໄດ້

  • ເວົ້າ​ລົມ​ກ່ຽວ​ກັບ​ເວ​ລາ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ເຮັດ​ບາງ​ສິ່ງ​ເພື່ອ​ທ່ານ ທີ່​ທ່ານບໍ່​ສາ​ມາດ​ເຮັດ​ດ້ວຍ​ຕົວ​ເອງ. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ. ອະ​ທິ​ບາຍ​ວ່າ ເມື່ອ​ເຮົາ​ໄປ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ໄດ້​ຮັບ​ພິ​ທີ​ການ ດັ່ງ​ເຊັ່ນ ການ​ບັບ​ຕິ​ສະ​ມາ​ແທນ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ເຮົາ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ແນວ​ໃດ ເມື່ອ​ເຮົາ​ເຮັດ​ວຽກ​ງານ​ແທນ​ຄົນ​ຕາຍ? ພຣະ​ອົງ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ເຮົາ ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ເພື່ອ​ຕົວ​ເອງ?

  • ເຊື້ອ​ເຊີນ​ຄົນ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ທີ່​ເຄີຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ເພື່ອ​ໃຫ້​ມາ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ. ຖາມ​ເຂົາ​ເຈົ້າ​ວ່າ ການ​ໄດ້​ຢູ່​ໃນ​ພຣະ​ວິ​ຫານ​ນັ້ນ​ເປັນ​ຈັ່ງ​ໃດ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ວ່າ ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ເຮັດ​ວຽກ​ງານ​ນີ້​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ.

  • ແຕ້ມ​ຮູບ​ຕົ້ນ​ໄມ້​ໃສ່​ເທິງ​ກະ​ດານ, ລວມ​ທັງ​ຮາກ ແລະ ກິ່ງ​ງ່າ. ຂໍ​ໃຫ້​ເດັກ​ນ້ອຍ​ຄິດ​ກ່ຽວ​ກັບ​ວ່າ ຄອບ​ຄົວ​ເປັນ​ຄື​ກັນ​ກັບ​ຕົ້ນ​ໄມ້​ແນວ​ໃດ. ຂຽນ ບັນ​ພະ​ບຸ​ລຸດ ໃສ່​ຮາກ, ຂຽນ ລູກ​ຫລານ ໃສ່​ກິ່ງ​ງ່າ, ແລະ ຂຽນ ເຈົ້າ ໃສ່​ຕົ້ນ. ອ່ານ​ປະ​ໂຫຍກ​ນີ້​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:18 ນຳ​ກັນ: “ເພາະ​ວ່າ​ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຂົາ [ບັນ​ພະ​ບຸ​ລຸດ] ພວກ​ເຮົາ​ກໍ​ຈະ​ດີ​ພ້ອມ​ບໍ່​ໄດ້; ທັງ​ພວກ​ເຂົາ​ກໍ​ຄື​ກັນ ຈະ​ດີ​ພ້ອມ​ບໍ່​ໄດ້ ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຮົາ.” ຖາມ​ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້: “ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ? ເປັນ​ຫຍັງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ຈຶ່ງ​ຕ້ອງ​ການ​ເຮົາ? ພໍ່​ແມ່, ປູ່​ຍ່າ​ຕາ​ຍາຍ, ແລະ ບັນ​ພະ​ບຸ​ລຸດ​ຄົນ​ອື່ນໆ​ຂອງ​ເຮົາ​ໄດ້​ຊ່ວຍ​ເຫລືອ​ເຮົາ​ແນວ​ໃດ?” ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຄົ້ນ​ຄວ້າ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:18 ສຳ​ລັບ​ວະ​ລີ​ທີ່​ບັນ​ຍາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຊ່ວຍ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ແຕ່​ລະ​ຄົນ ເພື່ອ​ຊອກ​ຫາ​ຊື່​ບັນ​ພະ​ບຸ​ລຸດ​ຄົນ​ໜຶ່ງ ເພື່ອ​ໃຫ້​ເດັກ​ນ້ອຍ​ນຳ​ໄປ​ພຣະ​ວິ​ຫານ (ເບິ່ງ FamilySearch.org).