ບົດທີ 31
ນີໄຟເວົ້າວ່າເປັນດ້ວຍເຫດໃດພຣະຄຣິດຈຶ່ງຮັບບັບຕິສະມາ—ມະນຸດຄວນຕິດຕາມພຣະຄຣິດ, ຮັບບັບຕິສະມາ, ຮັບເອົາພຣະວິນຍານບໍລິສຸດ, ແລະ ອົດທົນຈົນເຖິງທີ່ສຸດເພື່ອຄວາມລອດ—ການກັບໃຈ ແລະ ການບັບຕິສະມາແມ່ນປະຕູທີ່ຈະນຳໄປເຖິງທາງຄັບ ແລະ ແຄບ—ຊີວິດນິລັນດອນມາເຖິງຜູ້ທີ່ຮັກສາພຣະບັນຍັດຫລັງຈາກບັບຕິສະມາ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້ານີໄຟຈົບ ກການທຳນາຍຂອງຂ້າພະເຈົ້າທີ່ໃຫ້ກັບພວກທ່ານ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າໄດ້ບັນທຶກທັງໝົດໄວ້ບໍ່ໄດ້ນອກຈາກສອງສາມເລື່ອງທີ່ຂ້າພະເຈົ້າຮູ້ວ່າຕ້ອງເກີດຂຶ້ນຢ່າງແນ່ນອນ; ທັງຂ້າພະເຈົ້າບັນທຶກໄວ້ບໍ່ໄດ້ນອກຈາກຄຳເວົ້າສອງສາມຄຳຂອງຢາໂຄບນ້ອງຊາຍຂອງຂ້າພະເຈົ້າ.
2 ດັ່ງນັ້ນ, ເລື່ອງທີ່ຂ້າພະເຈົ້າໄດ້ບັນທຶກໄວ້ກໍພຽງພໍສຳລັບຂ້າພະເຈົ້າ, ນອກຈາກຈະເປັນຄຳເວົ້າສອງສາມຄຳ ຊຶ່ງຂ້າພະເຈົ້າຕ້ອງເວົ້າກ່ຽວກັບ ກຄຳສອນຂອງພຣະຄຣິດ; ດັ່ງນັ້ນ, ຂ້າພະເຈົ້າຈະເວົ້າກັບພວກທ່ານຢ່າງແຈ່ມແຈ້ງຕາມຄວາມແຈ່ມແຈ້ງຂອງການທຳນາຍຂອງຂ້າພະເຈົ້າ.
3 ເພາະຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄວາມແຈ່ມແຈ້ງ; ເພາະຕາມວິທີນີ້ ອົງພຣະຜູ້ເປັນເຈົ້າທຳງານຢູ່ໃນບັນດາລູກຫລານມະນຸດ. ເພາະອົງພຣະຜູ້ເປັນເຈົ້າປະທານ ກຄວາມສະຫວ່າງໃຫ້ແກ່ຄວາມເຂົ້າໃຈ; ເພາະພຣະອົງຮັບສັ່ງກັບມະນຸດຕາມ ຂພາສາຂອງພວກເຂົາ ຊຶ່ງໄປສູ່ຄວາມເຂົ້າໃຈຂອງພວກເຂົາ.
4 ດັ່ງນັ້ນ, ຂ້າພະເຈົ້າຢາກໃຫ້ພວກທ່ານຈົດຈຳວ່າ ຂ້າພະເຈົ້າເວົ້າກັບພວກທ່ານແລ້ວກ່ຽວກັບ ກສາດສະດາຜູ້ນັ້ນທີ່ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນ, ທີ່ຈະໃຫ້ບັບຕິສະມາແກ່ ຂພຣະເມສານ້ອຍຂອງພຣະເຈົ້າ, ຊຶ່ງຈະຍົກເອົາບາບຂອງໂລກໄປ.
5 ແລະ ບັດນີ້, ຖ້າຫາກພຣະເມສານ້ອຍຂອງພຣະເຈົ້າ, ໂດຍທີ່ພຣະອົງບໍລິສຸດຍັງຈຳຕ້ອງຮັບ ກບັບຕິສະມາດ້ວຍນ້ຳ ເພື່ອໃຫ້ຄວາມຊອບທຳທັງໝົດສຳເລັດ, ໂອ້ ແລ້ວພວກເຮົາ ໂດຍທີ່ບໍ່ບໍລິສຸດ ຈະຍັງຕ້ອງຮັບບັບຕິສະມາຍິ່ງກວ່ານັ້ນພຽງໃດ, ແທ້ຈິງແລ້ວ, ແມ່ນດ້ວຍນ້ຳ!
6 ແລະ ບັດນີ້, ຂ້າພະເຈົ້າຢາກຖາມພວກທ່ານ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າວ່າ, ດ້ວຍເລື່ອງໃດທີ່ພຣະເມສານ້ອຍຂອງພຣະເຈົ້າໄດ້ເຮັດໃຫ້ຄວາມຊອບທຳທັງໝົດສຳເລັດ ໂດຍການຮັບບັບຕິສະມາດ້ວຍນ້ຳ?
7 ພວກທ່ານບໍ່ຮູ້ບໍວ່າພຣະອົງບໍລິສຸດ? ແຕ່ເຖິງແມ່ນພຣະອົງບໍລິສຸດ, ພຣະອົງຍັງສະແດງແກ່ລູກຫລານມະນຸດວ່າ ຕາມທາງຂອງເນື້ອໜັງ ພຣະອົງຖ່ອມຕົວຕໍ່ພຣະພັກຂອງພຣະບິດາ, ແລະ ເປັນພະຍານຕໍ່ພຣະບິດາວ່າ ຈະ ກເຊື່ອຟັງພຣະອົງໃນການຮັກສາພຣະບັນຍັດຂອງພຣະອົງ.
8 ດັ່ງນັ້ນ, ຫລັງຈາກພຣະອົງຮັບບັບຕິສະມາດ້ວຍນ້ຳແລ້ວ ພຣະວິນຍານບໍລິສຸດຈຶ່ງສະເດັດລົງມາເທິງພຣະອົງໃນ ກຮູບ ຂນົກເຂົາ.
9 ແລະ ອີກຢ່າງໜຶ່ງ, ມັນສະແດງໃຫ້ລູກຫລານມະນຸດເຫັນຄວາມຄັບຂອງທາງ, ແລະ ຄວາມແຄບຂອງ ກປະຕູ, ຊຶ່ງໂດຍທາງນັ້ນພວກເຂົາຈະເຂົ້າໄປໂດຍທີ່ພຣະອົງເຮັດເປັນຕົວຢ່າງໄວ້ຕໍ່ໜ້າພວກເຂົາແລ້ວ.
10 ແລະ ພຣະອົງໄດ້ກ່າວກັບລູກຫລານມະນຸດວ່າ: ພວກທ່ານຈົ່ງ ກຕາມເຮົາມາເຖີດ. ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຈະ ຂຕາມພຣະເຢຊູໄດ້ບໍນອກຈາກພວກເຮົາຈະເຕັມໃຈຮັກສາພຣະບັນຍັດຂອງພຣະບິດາ?
11 ແລະ ພຣະບິດາໄດ້ກ່າວວ່າ: ຈົ່ງກັບໃຈ! ຈົ່ງກັບໃຈ, ແລະ ຮັບບັບຕິສະມາໃນພຣະນາມຂອງບຸດທີ່ຮັກຂອງເຮົາ.
12 ແລະ ສຸລະສຽງຂອງພຣະບຸດມາເຖິງຂ້າພະເຈົ້າອີກ, ມີຄວາມວ່າ: ຄົນທີ່ຮັບບັບຕິສະມາໃນນາມຂອງເຮົາ, ພຣະບິດາຈະ ກປະທານພຣະວິນຍານບໍລິສຸດໃຫ້ພວກເຂົາເໝືອນກັບເຮົາ; ດັ່ງນັ້ນ, ຈົ່ງ ຂຕາມເຮົາມາ, ແລະ ເຮັດສິ່ງທີ່ເຈົ້າເຫັນເຮົາເຮັດ.
13 ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າ ຖ້າຫາກພວກທ່ານຈະໄປຕາມພຣະບຸດດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ ໂດຍບໍ່ເປັນຄົນໜ້າຊື່ໃຈຄົດ ແລະ ບໍ່ມີການຫລອກລວງຕໍ່ພຣະພັກຂອງພຣະເຈົ້າ, ແຕ່ດ້ວຍເຈດຕະນາອັນແທ້ຈິງ, ໂດຍການກັບໃຈຈາກບາບຂອງພວກທ່ານ, ໂດຍການເປັນພະຍານຕໍ່ພຣະບິດາວ່າ ພວກທ່ານເຕັມໃຈຮັບເອົາພຣະນາມຂອງພຣະຄຣິດໂດຍ ກການບັບຕິສະມາ—ແທ້ຈິງແລ້ວ, ໂດຍການຕາມພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງທ່ານລົງໄປໃນນ້ຳຕາມພຣະຄຳຂອງພຣະອົງ ຈົ່ງເບິ່ງເມື່ອນັ້ນທ່ານຈະໄດ້ຮັບພຣະວິນຍານບໍລິສຸດ; ແທ້ຈິງແລ້ວ, ເມື່ອນັ້ນ ຂການບັບຕິສະມາດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດຈະມາເຖິງ; ແລະ ເມື່ອນັ້ນພວກທ່ານຈະເວົ້າໄດ້ດ້ວຍ ຄລີ້ນຂອງທູດ, ແລະ ຮ້ອງສັນລະເສີນແດ່ພຣະຜູ້ບໍລິສຸດຂອງອິດສະຣາເອນ.
14 ແຕ່ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ສຸລະສຽງຂອງພຣະບຸດມາເຖິງຂ້າພະເຈົ້າ, ມີຄວາມວ່າ: ຫລັງຈາກເຈົ້າກັບໃຈຈາກບາບຂອງເຈົ້າ ແລະ ເປັນພະຍານຕໍ່ພຣະບິດາວ່າ ເຈົ້າເຕັມໃຈຮັກສາບັນຍັດຂອງເຮົາ ໂດຍການບັບຕິສະມາດ້ວຍນ້ຳ, ແລະ ຮັບການບັບຕິສະມາດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ, ແລະ ເວົ້າດ້ວຍວາຈາໃໝ່, ແທ້ຈິງແລ້ວ, ແມ່ນດ້ວຍວາຈາຂອງທູດ, ແລະ ຫລັງຈາກນັ້ນຈະ ກປະຕິເສດເຮົາ, ມັນຈະເປັນການ ຂດີກວ່າ ສຳລັບເຈົ້າຖ້າຫາກເຈົ້າບໍ່ໄດ້ຮູ້ຈັກເຮົາເລີຍ.
15 ແລະ ຂ້າພະເຈົ້າໄດ້ຍິນສຸລະສຽງຈາກພຣະບິດາ, ມີຄວາມວ່າ: ແທ້ຈິງແລ້ວ, ຄຳຂອງຜູ້ເປັນທີ່ຮັກຂອງເຮົາຈິງ ແລະ ຊື່ສັດ. ຜູ້ໃດອົດທົນຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ.
16 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ດ້ວຍສິ່ງນີ້ວ່າ ນອກຈາກມະນຸດຈະ ກອົດທົນຈົນເຖິງທີ່ສຸດໃນການທຳຕາມ ຂຕົວຢ່າງຂອງພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ເຂົາຈະລອດບໍ່ໄດ້.
17 ດັ່ງນັ້ນ, ຈົ່ງເຮັດສິ່ງທີ່ຂ້າພະເຈົ້າບອກພວກທ່ານວ່າຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າຂອງພວກທ່ານ ແລະ ພຣະຜູ້ໄຖ່ຂອງພວກທ່ານເຮັດ; ເພາະດ້ວຍເຫດນີ້ ສິ່ງເຫລົ່ານີ້ຈຶ່ງຖືກສະແດງແກ່ຂ້າພະເຈົ້າ ເພື່ອພວກທ່ານຈະໄດ້ຮູ້ຈັກປະຕູ ຊຶ່ງໂດຍທາງນັ້ນພວກທ່ານຄວນເຂົ້າໄປ. ເພາະປະຕູທີ່ພວກທ່ານຄວນເຂົ້າໄປຄືການກັບໃຈ ແລະ ຮັບ ກການບັບຕິສະມາດ້ວຍນ້ຳ; ແລະ ເວລານັ້ນ ຂການປົດບາບຂອງພວກທ່ານຈະມາເຖິງໂດຍໄຟ ແລະ ໂດຍພຣະວິນຍານບໍລິສຸດ.
18 ແລະ ເມື່ອພວກທ່ານຍອມຢູ່ໃນ ກທາງ ຂຄັບ ແລະ ແຄບນີ້ຊຶ່ງນຳໄປຫາຊີວິດນິລັນດອນ; ແທ້ຈິງແລ້ວ, ພວກທ່ານເຂົ້າໄປໃນປະຕູແລ້ວ; ພວກທ່ານເຮັດຕາມພຣະບັນຍັດຂອງພຣະບິດາ ແລະ ພຣະບຸດ; ແລະ ພວກທ່ານຮັບພຣະວິນຍານບໍລິສຸດ ຊຶ່ງເປັນ ຄພະຍານເຖິງພຣະບິດາ ແລະ ພຣະບຸດເພື່ອໃຫ້ສັນຍາ ຊຶ່ງພຣະອົງເຮັດໄວ້ສຳເລັດ, ຄືຖ້າຫາກພວກທ່ານເຂົ້າໄປທາງນັ້ນ ພວກທ່ານຈະໄດ້ຮັບ.
19 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຫລັງຈາກພວກທ່ານເຂົ້າໄປໃນທາງຄັບ ແລະ ແຄບນັ້ນແລ້ວ, ຂ້າພະເຈົ້າຢາກຖາມວ່າເຮັດທຸກຢ່າງ ກແລ້ວບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ; ເພາະພວກທ່ານບໍ່ໄດ້ມາເຖິງທີ່ນີ້ນອກຈາກເປັນໄປໂດຍພຣະຄຳຂອງພຣະຄຣິດ, ພ້ອມດ້ວຍ ຂສັດທາອັນບໍ່ສັ່ນສະເທືອນໃນພຣະອົງ, ໂດຍ ຄໄວ້ວາງໃຈຢ່າງເຕັມທີ່ໃນພຣະຄຸນຄວາມດີຂອງພຣະອົງ ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ.
20 ດັ່ງນັ້ນ, ພວກທ່ານຕ້ອງ ກມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງ ຂຄວາມຫວັງ ແລະ ຄຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກພວກທ່ານຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ງອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.
21 ແລະ ບັດນີ້, ຈົ່ງເບິ່ງພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ນີ້ຄື ກທາງນັ້ນ ແລະ ຂບໍ່ມີທາງ ຫລື ຄພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍ ຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. ແລະ ບັດນີ້, ຈົ່ງເບິ່ງ ນີ້ຄື ງຄຳສອນຂອງພຣະຄຣິດ, ແລະ ຄືຄຳສອນອັນດຽວ ແລະ ແທ້ຈິງຂອງ ຈພຣະບິດາ ແລະ ຂອງພຣະບຸດ ແລະ ຂອງພຣະວິນຍານບໍລິສຸດ, ຊຶ່ງເປັນ ສພຣະເຈົ້າອົງດຽວ, ທີ່ເປັນຢູ່ຕະຫລອດການ. ອາແມນ.