ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 4: ສະ​ແຫວງ​ຫາ ແລະ ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ


“ບົດ​ທີ 4: ສະ​ແຫວງ​ຫາ ແລະ ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 4: ສະ​ແຫວງ​ຫາ ແລະ ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ເລຍ​ໂຮ​ນາ, ໂດຍ ອາ​ໂນລ໌ ຟຣີ​ເບີກ

ບົດ​ທີ 4

ສະ​ແຫວງ​ຫາ ແລະ ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ມີ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່?

  • ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຄົນ​ທີ່​ເຮົາ​ສິດ​ສອນ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຂອງ​ຂວັນ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ລູກໆ​ຂອງ​ພຣະ​ອົງ. ມັນ​ເປັນ​ສິ່ງ​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. ທ່ານ​ຕ້ອງ​ການ​ອຳ​ນາດ​ຂອງ​ການ​ນຳ​ພາ ແລະ ການ​ເປີດ​ເຜີຍ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ທ່ານ​ຊ່ວຍ​ຜູ້​ຄົນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ.

ການ​ໄດ້​ຮັບ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ຮຽກ​ຮ້ອງ​ວຽກ​ງານ​ທາງ​ວິນ​ຍານ. ວຽກ​ງານ​ນີ້​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ມັນ​ຍັງ​ລວມ​ທັງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນຳ​ອີກ (ເບິ່ງ ໂມ​ໄຊ​ຢາ 18:8–10, 13). ມັນ​ລວມ​ທັງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ​ໃນ​ແຕ່​ລະ​ອາ​ທິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79).

ທ່ານ​ປະ​ເຊີນ​ກັບ​ຄວາມ​ຕ້ອງ​ການ ແລະ ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ​ກັນ​ທຸກ​ວັນ. ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຄວນ​ເຮັດ​ຫຍັງ ແລະ ເວົ້າ​ຫຍັງ. ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ ແລະ ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນີ້, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ ໃຫ້​ຫລາຍ​ເກີນ​ກວ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ. ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ທ່ານ​ໃນ​ທຸກ​ດ້ານ​ຂອງ​ການ​ຮັບ​ໃຊ້​ເຜີຍ​ແຜ່ ແລະ ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ. (ເບິ່ງ 2 ນີ​ໄຟ 32:2–5; ແອວ​ມາ 17:3; ຮີ​ລາ​ມັນ 5:17–19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:15–16; 84:85.)

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

“ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ທີ່​ບໍ່​ເຄີຍ​ຂາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (“Revelation for the Church, Revelation for Our Lives,” Liahona, May 2018, 96).

ຮູບ​ພາບ
ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ, ໂດຍ ຊາຍ​ມັນ ດູ​ວີ

ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ

ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ “ໄດ້​ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ, ເພື່ອ​ເຂົາ​ຈະ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ” (ໂມ​ໂຣ​ໄນ 7:16; ເບິ່ງ ຂໍ້​ທີ 14–19; ເບິ່ງ ໂຢ​ຮັນ 1:9 ນຳ​ອີກ). ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຄື​ຄວາມ​ກະ​ຈ່າງ, ຄວາມ​ຮູ້, ແລະ ອິດ​ທິ​ພົນ​ທີ່​ຖືກມອບ​ໃຫ້​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ອິດ​ທິ​ພົນ​ນີ້​ແມ່ນ​ເບື້ອງ​ຕົ້ນ​ຕໍ່​ການ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ຈະ​ນຳ​ພາ​ຜູ້​ທີ່​ເປີດ​ຮັບ​ການ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພຣະ​ກາຍ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ. ພຣະ​ອົງ​ມີ​ພຣະ​ກາຍ​ທີ່​ເປັນ​ວິນ​ຍານ ແລະ ບໍ່​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22). ພຣະ​ອົງ​ເປັນ​ພຣະ​ຜູ້​ປອບ​ໂຍນ, ຜູ້​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ ຈະ​ສິດ​ສອນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃນ​ທຸກ​ສິ່ງ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ລະ​ນຶກ​ເຖິງ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ (ເບິ່ງ ໂຢ​ຮັນ 14:26).

ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພະ​ຍານ​ທີ່​ມາ​ເຖິງ​ຜູ້​ສະ​ແຫວງ​ຫາ​ຄວາມ​ຈິງ​ກ່ອນ​ການ​ບັບ​ຕິ​ສະ​ມາ ຈະ​ມາ​ເຖິງ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທຸກ​ຄົນ​ສາ​ມາດ​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄດ້ ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ [ເຮົາ] ຈະ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ” (ໂມ​ໂຣ​ໄນ 10:5).

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ສິດ​ທິ​ທີ່​ຈະ​ມີ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ນຳ​ຕະ​ຫລອດ​ເວ​ລາ​ເມື່ອ​ເຮົາ​ມີ​ຄ່າ​ຄວນ. ເຮົາ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຫລັງ​ຈາກ​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ. ມັນ​ຖືກ​ມອບ​ໃຫ້​ຜ່ານ​ທາງ​ພິ​ທີ​ການ​ຂອງ​ການ​ຢືນ​ຢັນ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ: “​ມັນ​ມີ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໂກ​ເນ​ລີ​ໂອ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ກ່ອນ​ເພິ່ນ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ຊຶ່ງ​ເປັນ​ອຳ​ນາດ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ພຣະ​ເຈົ້າ​ຕໍ່​ເພິ່ນ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ແຕ່​ເພິ່ນ​ບໍ່​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈົນ​ກວ່າ​ຫລັງ​ຈາກ​ເພິ່ນ​​ໄດ້​ຮັບ​ບັບ​ຕິ​ສະ​ມາ” (Teachings of Presidents of the Church: Joseph Smith [2007], 97).

ມັນ​ເປັນ​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ເຮົາ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ—ເຮັດ​ໃຫ້​ບໍ​ລິ​ສຸດ​ຫລາຍ​ຂຶ້ນ, ສົມ​ບູນ​ຫລາຍ​ຂຶ້ນ, ເຕັມ​ສ່ວນ​ຫລາຍ​ກວ່າ, ເໝືອນ​ດັ່ງ​ພຣະ​ເຈົ້າ​ຫລາຍ​ກວ່າ. ມັນ​ເປັນ​ໂດຍ​ການ​ໄຖ່​ຂອງ​ພຣະ​ຄຣິດ ແລະ ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ເຮົາ​ເກີດ​ໃໝ່​ທາງ​ວິນ​ຍານ ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພຣະ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 27:25–26).

ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຍັງ​ຖືກ​ເອີ້ນ​ວ່າ ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ​ນຳ​ອີກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:3). ໃນ​ຖາ​ນະ​ນີ້, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ວ່າ ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເຮົາ​ໄດ້​ຮັບ ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ເຈົ້າ. ຜູ້​ທີ່​ໄດ້​ຮັບ​ການ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:51–60; ເອ​ເຟ​ໂຊ 1:13–14; ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ”).

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ ຈະ​ຕ້ອງ​ຖືກ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ຈຶ່ງ​ຈະ​ໃຊ້​ໄດ້​ຫລັງ​ຈາກ​ຊີ​ວິດ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7, 18–19, 26). ການ​ຜະ​ນຶກ​ນັ້ນ​ຂຶ້ນ​ຢູ່​ກັບ​ຄວາມ​ຊື່​ສັດ​ຢ່າງ​ຕໍ່​ເນື່ອງ​ຂອງ​ເຮົາ.

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ

ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ໃຫ້ ເພື່ອ​ເປັນ​ພອນ​ໃຫ້​ແກ່​ເຮົາ ແລະ ເພື່ອ​ໃຊ້​ໃນ​ການ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8–9, 26). ຍົກ​ຕົວ​ຢ່າງ, ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮຽນ​ພາ​ສາ​ໃໝ່ ອາດ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ໃນ​ການ​ເວົ້າ​ພາ​ສາ ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃນ​ການ​ສິດ​ສອນ​ຄົນ​ອື່ນ​ໃນ​ພາ​ສາ​ແມ່​ຂອງ​ພວກ​ເຂົາ.

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ຫລາຍ​ຢ່າງ​ມີ​ອະ​ທິ​ບາຍ​ໄວ້​ໃນ ໂມ​ໂຣ​ໄນ 10:8–18, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:11–33, ແລະ 1 ໂກ​ຣິນ​ໂທ 12:1–12. ສິ່ງ​ເຫລົ່າ​ນີ້​ແມ່ນ​ບາງ​ສ່ວນ​ຂອງ​ຂອງ​ປະ​ທານ​ຢ່າງ​ຫລວງ​ຫລາຍ​ຂອງ​ພຣະ​ວິນ​ຍານ. ພຣະ​ຜູ້​ເປັນ​ເຈົ້າ​ອາດ​ໃຫ້​ພອນ​ເຮົາ​ດ້ວຍ​ຂອງ​ປະ​ທານ​ຢ່າງ​ອື່ນ ຂຶ້ນ​ຢູ່​ກັບ​ຄວາມ​ຊື່​ສັດ, ຄວາມ​ຕ້ອງ​ການ​ຂອງ​ເຮົາ, ແລະ ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ໃຫ້​ເຮົາ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທາງ​ວິນ​ຍານ​ຢ່າງ​ພາກ​ພຽນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8; 1 ໂກ​ຣິນ​ໂທ 14:1, 12). ຂອງ​ປະ​ທານ​ເຫລົ່າ​ນີ້​ມີ​ມາ​ໂດຍ​ການ​ອະ​ທິ​ຖານ, ສັດ​ທາ, ແລະ ຄວາມ​ພະ​ຍາ​ຍາມ—ແລະ ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃນ Bible Dictionary, ໃຫ້​ອ່ານ “Holy Ghost,” “Light of Christ,” ແລະ “Spirit, the Holy.” ຂຽນ​ຄຳ​ບັນ​ຍາຍ​ເຖິງ​ລັກ​ສະ​ນະ ແລະ ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ອ່ານ ກິດ​ຈະ​ການ 4:1–33.

  • ເປ​ໂຕ ແລະ ໂຢ​ຮັນ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທາງ​ວິນ​ຍານ​ແນວ​ໃດ?

  • ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເພິ່ນ​ແນວ​ໃດ?

  • ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ນີ້​ກ່ຽວ​ກັບ​ວຽກ​ງານ​ຂອງ​ທ່ານ​ເອງ?

ຮູບ​ພາບ
ກຸ່ມ​ຄົນ​ກຳ​ລັງ​ອະ​ທິ​ຖານ

ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເກີດ​ຂຶ້ນ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ບົດ​ບາດ​ຂອງ​ທ່ານ​ແມ່ນ​ເພື່ອ​ຊ່ວຍ​ນຳ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ມາ​ສູ່​ຊີ​ວິດ​ຂອງ​ບຸກ​ຄົນ. ບາງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້ ມີ​ແນະ​ນຳ​ຢູ່​ຂ້າງ​ລຸ່ມ.

  • ສະ​ແຫວງ​ຫາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ​ທ່ານ ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ, ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ.

  • ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ. ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ ໃນ​ການ​ປັບ​ຂ່າວ​ສານ​ຂອງ​ທ່ານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຄົນ.

  • ເປັນ​ພະ​ຍານ​ວ່າ​ທ່ານ​ຮູ້​ຈັກ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າ​ສິ່ງ​ທີ່​ທ່ານ​ສິດ​ສອນ​ເປັນ​ຄວາມ​ຈິງ. ຂະ​ນະ​ທີ່​ທ່ານ​ເປັນ​ພະ​ຍານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເປັນ​ພະ​ຍານ​ກັບ​ຄົນ​ອື່ນ.

  • ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ກະ​ທຳ, ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຂົາ​ເຈົ້າ. ເມື່ອ​ຜູ້​ຄົນ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ, ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ເບິ່ງ ບົດ​ທີ 11.

  • ຕິດ​ຕາມ​ຜົນ​ໂດຍ​ການ​ຖາມ​ຜູ້​ຄົນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ ຂະ​ນະ​ທີ່​ເຂົາ​ເຈົ້າ​ກະ​ທຳ​ຕາມ​ຄຳ​ເຊື້ອ​ເຊີນ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ຈະ​ເຕີບ​ໂຕ​ເມື່ອ​ເຂົາ​ເຈົ້າ​ກັບ​ໃຈ, ເຊື່ອ​ຟັງ​ພຣະ​ບັນ​ຍັດ, ແລະ ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ຮູ້​ວ່າ ພຣະ​ວິນ​ຍານ​ກຳ​ລັງ​ເຮັດ​ວຽກ​ງານ​ກັບ​ເຂົາ​ເຈົ້າ.

ຮູບ​ພາບ
ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ວ່າ: “ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ເກີດ​ຂຶ້ນ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ. ເມື່ອ​ພຣະ​ວິນ​ຍານ​ສຳ​ຜັດ​ຫົວ​ໃຈ, ຫົວ​ໃຈ​ຈະ​ປ່ຽນ​ແປງ. ເມື່ອ​ບຸກ​ຄົນ … ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ກຳ​ລັງ​ເຮັດ​ວຽກ​ງານ​ກັບ​ເຂົາ​ເຈົ້າ, ຫລື ເມື່ອ​ເຂົາ​ເຈົ້າ​ເຫັນ​ຫລັກ​ຖານ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ແລ້ວ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ ແລະ ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ທາງ​ວິນ​ຍານ ແລະ ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ອົງ​ຈະ​ເພີ່ມ​ຂຶ້ນ. ປະ​ສົບ​ການ​ເຫລົ່າ​ນີ້​ກັບ​ພຣະ​ວິນ​ຍານ​ເປັນ​ໄປ​ຕາມ​ທຳ​ມະ​ຊາດ ເມື່ອ​ບຸກ​ຄົນ​ເຕັມ​ໃຈ​ທີ່​ຈະ​ທົດ​ລອງ​ພຣະ​ຄຳ [ເບິ່ງ ແອວ​ມາ 32:27]. ນີ້​ຄື​ວິ​ທີ​ທີ່​ເຮົາ​ມາ ຮູ້​ສຶກ ເຖິງ​ພຣະ​ກິດ​ຕິ​ຄຸນ​ວ່າ​ເປັນ​ຄວາມ​ຈິງ” (“Now Is the Time,” Ensign, Nov. 2000, 75).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

  • ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້. ເມື່ອ​ທ່ານ​ອ່ານ, ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ບຸກ​ຄົນ​ຮູ້​ສຶກ​ໃນ​ຂະ​ບວນ​ການ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ສົນ​ທະ​ນາ​ຄວາມ​ຮູ້​ແຈ້ງ​ຂອງ​ທ່ານ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ.

    2 ນີ​ໄຟ 4:16–35; ເອ​ໂນດ 1; ໂມ​ໄຊ​ຢາ 4–5; 18:7–14; 27–28; ແອວ​ມາ 5; 17–22; 32; 3638

  • ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ຈະ​ສິດ​ສອນ​ໄດ້​ດີ​ຂຶ້ນ​ດ້ວຍ​ອຳ​ນາດ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ວິນ​ຍານ​ໄດ້​ແນວ​ໃດ. ບັນ​ທຶກ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ສົນ​ທະ​ນາ​ແນວ​ຄິດ​ຂອງ​ທ່ານ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ.

    1 ນີ​ໄຟ 8:11–12; ໂມ​ໄຊ​ຢາ 28:1–4; ແອວ​ມາ 26; 29; 31:26–38; 32; ໂມ​ໂຣ​ໄນ 7:43–48; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4; 18:10–16; 50:21–22.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ໃນ​ວຽກ​ງານ​ຂອງ​ທ່ານ?

ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ມີ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ໃນ​ວຽກ​ງານ​ຂອງ​ທ່ານ?

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອະ​ທິ​ຖານ

ອະ​ທິ​ຖານ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ເພື່ອ​ຊ່ວຍ​ໃຫ້​ຄົນ​ອື່ນ​ປ່ຽນ​ໃຈ​ເຫລື້ອມ​ໃສ, ທ່ານ​ຕ້ອງ​ສິດ​ສອນ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–14, 17–22). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ແລະ ພຣະ​ວິນ​ຍານ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ພຣະ​ວິນ​ຍານ ພວກ​ເຈົ້າ​ຈະ​ບໍ່​ສິດ​ສອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:14).

ເມື່ອ​ທ່ານ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ສິດ​ສອນ​ຂອງ​ທ່ານ, ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ຄຳ​ສອນ​ຂອງ​ທ່ານ “ໄປ​ຫາ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ” (2 ນີ​ໄຟ 33:1). ເມື່ອ​ທ່ານ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ ແລະ ຄົນ​ອື່ນ​ໄດ້​ຮັບ​ໂດຍ​ພຣະ​ວິນ​ຍານ, ທ່ານ​ຈະ “​ເຂົ້າ​ໃຈ​ກັນ” ແລະ “ຮຽນ​ຮູ້ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:22).

ວິ​ທີ​ອະ​ທິ​ຖານ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ອະ​ທິ​ຖານ (ເບິ່ງ ມັດ​ທາຍ 6:9–13; 3 ນີ​ໄຟ 18:19). ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ເພື່ອ​ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ການ​ອະ​ທິ​ຖານ​ທີ່​ມີ​ປະ​ສິດ​ທິ​ພາບ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທີ່​ຖ່ອມ​ຕົວ ແລະ ຍືນ​ຍົງ (ເບິ່ງ ໂມ​ໂຣ​ໄນ 10:3–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:10).

ໃຊ້​ພາ​ສາ​ທີ່​ສະ​ແດງ​ເຖິງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ຮັກ ແລະ ນະ​ມັດ​ສະ​ການ​ກັບ​ພຣະ​ເຈົ້າ. ໃນ​ພາ​ສາ​ອັງ​ກິດ, ໃຫ້​ໃຊ້​ພາ​ສາ​ຕາມ​ພຣະ​ຄຳ​ພີ ດັ່ງ​ເຊັ່ນ Thee [ພຣະ​ອົງ], Thou [ພຣະ​ອົງ], Thy [ຂອງ​ພຣະ​ອົງ], ແລະ Thine [ຂອງ​ພຣະ​ອົງ] ແທນ​ທີ່​ຈະ​ໃຊ້​ຄຳ​ສັບ​ພະ​ນາມ​ທົ່ວ​ໄປ​ວ່າ you [ທ່ານ], your [ຂອງ​ທ່ານ], ແລະ yours [ຂອງ​ທ່ານ].

ກ່າວ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສະ​ເໝີ. ຄວາມ​ພະ​ຍາ​ຍາມ​ຢ່າງ​ມີ​ສະ​ຕິ​ທີ່​ຈະ​ຂອບ​ຄຸນ​ຈະ​ຊ່ວຍ​ໃຫ້​ທ່ານ​ຮັບ​ຮູ້​ວ່າ ພຣະ​ເຈົ້າ​ມີ​ເມດ​ຕາ​ກັບ​ທ່ານ​ຫລາຍ​ພຽງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ. ມັນ​ຈະ​ເປີດ​ໃຈ ແລະ ຈິດ​ໃຈ​ຂອງ​ທ່ານ​ຕໍ່​ການ​ດົນ​ໃຈ.

ອະ​ທິ​ຖານ “ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ” ເພື່ອ​ຄວາມ​ໃຈ​ບຸນ​ຈະ​ຖືກ​ມອບ​ໃຫ້​ແກ່​ທ່ານ (ໂມ​ໂຣ​ໄນ 7:48). ອະ​ທິ​ຖານ​ເພື່ອ​ຄົນ​ອື່ນ​ໂດຍ​ກ່າວ​ຊື່. ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ສະ​ແຫວງ​ຫາ​ການ​ດົນ​ໃຈ​ສຳ​ລັບ​ວິ​ທີ​ທີ່​ທ່ານ​ຈະ​ເຊື້ອ​ເຊີນ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພຣະ​ຄຣິດ.

ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ ມັດ​ທາຍ 6:9–13. ຖາມ​ຕົວ​ເອງ​ໃນ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ໜ້າ​ທີ່​ຮັບ​ຜິດ​ຊອບ​ປະ​ຈຸ​ບັນ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ມີ​ອິດ​ທິ​ພົນ​ຕໍ່​ການ​ອະ​ທິ​ຖານ​ຂອງ​ທ່ານ​ແນວ​ໃດ?

  • ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ​ໃນ​ທາງ​ໃດ​ແດ່?

  • ທ່ານ​ອະ​ທິ​ຖານ​ແນວ​ໃດ​ເພື່ອ​ໃຫ້​ສາ​ມາດ​ເອົາ​ຊະ​ນະ​ການ​ລໍ້​ລວງ​ໄດ້?

  • ທ່ານ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ​ຂອງ​ທ່ານ​ແນວ​ໃດ?

  • ທ່ານ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ​ແນວ​ໃດ​ເມື່ອ​ທ່ານ​ອະ​ທິ​ຖານ?

ເວ​ລາ​ທີ່​ຈະ​ອະ​ທິ​ຖານ

ທ່ານ​ຄວນ​ອະ​ທິ​ຖານ​ເມື່ອ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຄົ້ນ​ຫາ​ຢ່າງ​ພາກ​ພຽນ, ອະ​ທິ​ຖານ​ສະ​ເໝີ, ແລະ ມີ​ຄວາມ​ເຊື່ອ, ແລ້ວ​ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24).

ແອວ​ມາ​ໄດ້​ກ່າວ​ວ່າ, “ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ, ແລະ ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ; ແທ້​ຈິງ​ແລ້ວ, ເວລາ​ລູກ​ນອນ​ລົງ​ຕອນ​ກາງ​ຄືນ​ກໍ​ຈົ່ງ​ນອນ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ພຣະ​ອົງ​ຈະ​ໄດ້​ດູ​ແລ​ລູກ​ເວລາ​ລູກ​ນອນ; ແລະ ເວລາ​ລູກ​ຕື່ນ​ຂຶ້ນ​ຕອນ​ເຊົ້າ ກໍ​ຂໍ​ໃຫ້​ໃຈ​ຂອງ​ລູກ​ເຕັມ​ໄປ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ​ພຣະ​ເຈົ້າ” (ແອວ​ມາ 37:37; ເບິ່ງ 34:17–27 ນຳ​ອີກ).

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ຫງວນ​ເວ​ລາ​ງຽບໆ, ເປັນ​ສ່ວນ​ຕົນ​ເພື່ອ​ອະ​ທິ​ຖານ: “ເຂົ້າ​ໄປ​ໃນ​ຫ້ອງ ແລະ … ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ເຈົ້າ” (3 ນີ​ໄຟ 13:6; ເບິ່ງ ຂໍ້​ທີ 7–13 ນຳ​ອີກ).

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສິດ​ສອນ​ວ່າ: “ທຸກ​ເຊົ້າ … , ຜູ້​ສອນ​ສາດ​ສະ​ໜາ​ຄວນ​ຄຸ​ເຂົ່າ ແລະ ວິງ​ວອນ​ພຣະ​ເຈົ້າ​ໃຫ້​ມາຍ​ລີ້ນ​ຂອງ​ເຂົາ​ເຈົ້າ ແລະ ກ່າວ​ຜ່ານ​ທາງ​ເຂົາ​ເຈົ້າ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ເຂົາ​ເຈົ້າ​ຈະ​ສິດ​ສອນ. ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ເຮັດ​ສິ່ງ​ນີ້, ແສງ​ສະ​ຫວ່າງ​ໃໝ່​ຈະ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຈະ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ເຮັດ​ວຽກ​ງານ​ຫລາຍ​ຂຶ້ນ. ເຂົາ​ເຈົ້າ​ຈະ​ມາ​ຮູ້​ຈັກ​ສິ່ງ​ນັ້ນ​ໃນ​ຄວາມ​ເປັນ​ຈິງ​ແທ້ໆ, ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເວົ້າ​ແທນ​ພຣະ​ອົງ” (“Missionary Service,” First Worldwide Leadership Training Meeting, Jan. 11, 2003, 20).

ການ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ເມື່ອ​ເຮົາ​ອະ​ທິ​ຖານ

ການ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ​ໝາຍ​ເຖິງ​ການ​ໄວ້​ວາງ​ໃຈ​ພຣະ​ອົງ. ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ໄວ້​ວາງ​ໃຈ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ເວ​ລາ​ຂອງ​ພຣະ​ອົງ ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ທ່ານ (ເບິ່ງ ເອ​ຊາ​ຢາ 55:8–9). ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ:

“ບໍ່​ວ່າ​ສັດ​ທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ​ພຽງ​ໃດ​ກໍ​ຕາມ, ມັນ​ບໍ່​ສາ​ມາດ​ສ້າງ​ຜົນ​ທີ່​ກົງ​ກັນ​ຂ້າມ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຜູ້​ທີ່​ເຮົາ​ມີ​ສັດ​ທາ. ຈົ່ງ​ຈື່​ຈຳ​ສິ່ງ​ນີ້​ໄວ້ ເມື່ອ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ເບິ່ງ​ຄື​ວ່າ​ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ວິ​ທີ ຫລື ໃນ​ເວ​ລາ​ທີ່​ທ່ານ​ປາດ​ຖະ​ໜາ. ການ​ໃຊ້​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຢູ່​ພາຍ​ໃຕ້​ລະ​ບຽບ​ຂອງ​ສະ​ຫວັນ, ຄວາມ​ດີ ແລະ ພຣະ​ປະ​ສົງ ແລະ ປັນ​ຍາ ແລະ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໝີ. ເມື່ອ​ເຮົາ​ມີ​ສັດ​ທາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເຊັ່ນ​ນັ້ນ, ເຮົາ​ກໍ​ມີ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ສະ​ຫງົບ​ສຸກ​ທີ່​ແທ້​ຈິງ​ໃນ​ຊີ​ວິດ​ຂອງ​ເຮົາ” (“The Atonement and Faith,” Ensign, Apr. 2010, 30).

ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ທີ່​​ອາດ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ຮັບ​ຄຳ​ຕອບ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ຮູ້​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ! ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ຢ້ານ​ກົວ ແລະ ນ້ຳ​ຕາ​ໃນ​ຊ່ວງ​ເວ​ລາ​ເຊັ່ນ​ນັ້ນ. ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ບໍ່​ເຄີຍ​ຖືກ​ລະ​ເລີຍ. ສັດ​ທາ​ຂອງ​ເຮົາ​ບໍ່​ເຄີຍ​ຖືກ​ມອງ​ຂ້າມ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ທັດ​ສະ​ນະ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ຮອບ​ຮູ້​ນັ້ນ​ກວ້າງ​ໄກ​ກວ່າ​ທັດ​ສະ​ນະ​ຂອງ​ເຮົາ​ຫລາຍ. ໃນ​ຂະ​ນະ​ທີ່​ເຮົາ​ຮູ້​ເຖິງ​ບັນ​ຫາ ແລະ ຄວາມ​ເຈັບ​ປວດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ, ພຣະ​ອົງ​ຮູ້​ເຖິງ​ຄວາມ​ກ້າວ​ໜ້າ ແລະ ສັກ​ກະ​ຍະ​ພາບ​ອະ​ມະ​ຕະ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ຍອມ​ເຮັດ​ຕາມ​ດ້ວຍ​ຄວາມ​ອົດ​ທົນ ແລະ ຄວາມ​ກ້າ​ຫານ, ແລ້ວ​ການ​ປິ່ນ​ປົວ​ຈາກ​ສະ​ຫວັນ​ສາ​ມາດ​ມາ​ແທນ​ທີ່​ໃນ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ອົງ​ເອງ” (“Jesus Christ—the Master Healer,” Liahona, Nov. 2005, 86).

ຮູບ​ພາບ
ທາງ​ໄປ​ເມືອງ​ເອ​ມາ​ອູດ, ໂດຍ​ ກະ​ເຣກ ອໍ​ສັນ

ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ

ມັນ​ສຳ​ຄັນ​ສຳ​ລັບ​ທ່ານ ແລະ ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ການ​ສື່​ສານ​ຈາກ​ພຣະ​ວິນ​ຍານ. ຕາມ​ປົກ​ກະ​ຕິ​ແລ້ວ ພຣະ​ວິນ​ຍານ​ສື່​ສານ​ຢ່າງ​ງຽບໆ, ຜ່ານ​ທາງ​ຄວາມ​ຮູ້​ສຶກ, ຈິດ​ໃຈ, ແລະ ຫົວ​ໃຈ. ສາດ​ສະ​ດາ​ເອ​ລີ​ຢາ​ໄດ້​ພົບ​ເຫັນ​ວ່າ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ລົມ, ແຜ່ນ​ດິນ​ໄຫວ, ຫລື ໄຟ—ແຕ່ “ເບົາໆ​ດັງ​ແວ່ວ​ມາ” (1 ກະ​ສັດ 19:12). ມັນ “ບໍ່​ແມ່ນ​ສຽງ​ຟ້າ​ຮ້ອງ,” ແຕ່​ວ່າ​ມັນ “​ເປັນ​ສຽງ​ອ່ອນ​ຫວານ​ຂອງ​ຄວາມ​ນິ້ມ​ນວນ​ຢ່າງ​ແຈ່ມ​ແຈ້ງ, ຄ້າຍ​ຄື​ກັບ​ວ່າ​ເປັນ​ສຽງ​ສື່ມ​ໃສ່​ຫູ,” ແຕ່​ມັນ​ສາ​ມາດ “ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກ​ດວງ” (ຮີ​ລາ​ມັນ 5:30).

ການ​ສື່​ສານ​ຈາກ​ພຣະ​ວິນ​ຍານ​ສາ​ມາດ​ຮູ້​ສຶກ​ແຕກ​ຕ່າງ​ກັບ​ແຕ່​ລະ​ຄົນ. ບໍ່​ວ່າ​ການ​ສື່​ສານ​ເຫລົ່າ​ນີ້​ຈະ​ຮູ້​ສຶກ​ແນວ​ໃດ, ພຣະ​ຄຳ​ພີ​ສິດ​ສອນ​ວິ​ທີ​ທີ່​ຈະ​ຮັບ​ຮູ້​ມັນ. ຍົກ​ຕົວ​ຢ່າງ, ພຣະ​ວິນ​ຍານ​ໃຫ້​ຄວາມ​ຮູ້​ແກ່​ທ່ານ ແລະ ນຳ​ພາ​ທ່ານ​ໃຫ້​ເຮັດ​ຄວາມ​ດີ. ພຣະ​ອົງ​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແກ່​ຈິດ​ໃຈ​ຂອງ​ທ່ານ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໃຫ້​ເດີນ​ໄປ​ໃນ​ຄວາມ​ຖ່ອມ ແລະ ຕັດ​ສິນ​ຢ່າງ​ຊອບ​ທຳ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–14 ແລະ ຊ່ອງ “ການ​ສຶກ​ສາ​ສ່ວນ​ຕົວ” ໃນ​ສ່ວນ​ຫລັງ​ຂອງ​ພາກ​ນີ້.)

ໃນ​ການ​ຕອບ​ຄຳ​ຖາມ​ທີ່​ວ່າ “ເຮົາ​ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ໄດ້​ແນວ​ໃດ?” ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ອ່ານ ໂມ​ໂຣ​ໄນ 7:13, 16–17. ແລ້ວ​ເພິ່ນ​ໄດ້​ກ່າວ​ວ່າ:

“ນັ້ນ​ຄື​ການ​ທົດ​ສອບ, ຖ້າ​ຈະ​ເວົ້າ​ແລ້ວ. ມັນ​ຊັກ​ຊວນ​ໃຫ້​ຄົນ​ເຮັດ​ຄວາມ​ດີ, ລຸກ​ຂຶ້ນ, ຢືນ​ສູງ, ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ມີ​ເມດ​ຕາ, ເອື້ອ​ເຟື້ອ​ເພື່ອ​ແຜ່​ບໍ? ແລ້ວ ມັນ​ກໍ​ມາ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ. …

“… ຖ້າ​ມັນ​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ດີ, ມັນ​ກໍ​ມາ​ຈາກ​ພຣະ​ເຈົ້າ. ຖ້າ​ມັນ​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ຊົ່ວ, ມັນ​ກໍ​ມາ​ຈາກ​ມານ. … ແລະ ຖ້າ​ທ່ານ​ກຳ​ລັງ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ຖ້າ​ຫາກ​ທ່ານ​ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ຖືກ​ຕ້ອງ, ທ່ານ​ຈະ​ຮູ້​ໃນ​ໃຈ​ຂອງ​ທ່ານ​ວ່າ ພຣະ​ວິນ​ຍານ​ກຳ​ລັງ​ກ່າວ​ສິ່ງ​ໃດ​ກັບ​ທ່ານ.

“ທ່ານ​ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ ໂດຍ​ຜົນ​ຂອງ​ພຣະ​ວິນ​ຍານ—ສິ່ງ​ທີ່​ໃຫ້​ຄວາມ​ກະ​ຈ່າງ, ສິ່ງ​ທີ່​ເສີມ​ສ້າງ, ສິ່ງ​ທີ່​ເປັນ​ທາງ​ບວກ ແລະ ຢືນ​ຢັນ ແລະ ຍົກ​ລະ​ດັບ ແລະ ນຳ​ພາ​ເຮົາ​ໄປ​ຫາ​ຄວາມ​ຄິດ​ທີ່​ດີ​ກວ່າ ແລະ ຄຳ​ເວົ້າ​ທີ່​ດີ​ກວ່າ ແລະ ການ​ກະ​ທຳ​ທີ່​ດີ​ກວ່າ ແມ່ນ​ມາ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ” (Teachings of Gordon B. Hinckley [1997], 260–61).

ເມື່ອ​ທ່ານ​ສະ​ແຫວງ​ຫາ ແລະ ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຫລິງ​ເຫັນ ແລະ ເຂົ້າ​ໃຈ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ​ຈະ​ພັດ​ທະ​ນາ​ຂຶ້ນ​ຕາມ​ການ​ເວ​ລາ (ເບິ່ງ 2 ນີ​ໄຟ 28:30). ໃນ​ບາງ​ວິ​ທີ, ການ​ປັບ​ໃຫ້​ເຂົ້າ​ກັບ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ຫລາຍ​ຂຶ້ນ ກໍ​ຄື​ກັນ​ກັບ​ການ​ຮຽນ​ພາ​ສາ​ອື່ນ. ມັນ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ ຊຶ່ງ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ແລະ ອົດ​ທົນ.

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ. ຖ້າ​ຫາກ​ທ່ານ​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ອື່ນ, ທ່ານ​ອາດ​ບໍ່​ຮູ້​ສຶກ​ເຖິງ​ສຽງ​ສື່ມ​ຂອງ​ພຣະ​ວິນ​ຍານ. ຫລື ພຣະ​ອົງ​ອາດ​ລໍ​ຖ້າ​ການ​ສື່​ສານ​ຈົນ​ກວ່າ​ທ່ານ​ຈະ​ສະ​ແຫວງ​ຫາ​ອິດ​ທິ​ພົນ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ເຕັມ​ໃຈ​ທີ່​ຖ່ອມ​ຕົວ ທີ່​ຈະ​ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ.

ສຽງ​ໃນ​ໂລກ​ແຂ່ງ​ຂັນ​ກັນ​ເພື່ອ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຂອງ​ທ່ານ. ສຽງ​ເຫລົ່າ​ນີ້​ສາ​ມາດ​ປິດ​ບັງ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ໄດ້​ຢ່າງ​ງ່າຍ​ດາຍ ຍົກ​ເວັ້ນ​ແຕ່​ທ່ານ​ຈະ​ໃຫ້​ພຣະ​ວິນ​ຍານ​ຢູ່​ໃນ​ໃຈ​ທ່ານ. ຈົ່ງ​ຈື່​ຈຳ​ຄຳ​ແນະ​ນຳ​ນີ້​ຈາກ​ພຣະ​ຜູ້​ເປັນ​ເຈົ້າ: “ຈົ່ງ​ງຽບ​ສະ​ຫງົບ​ຢູ່, ແລະ ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະ​ເຈົ້າ” (ເພງ​ສັນ​ລະ​ເສີນ 46:10; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:16 ນຳ​ອີກ).

ຮູບ​ພາບ
ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ

“ພຣະ​ເຈົ້າ​ໃຊ້​ແບບ​ແຜນ​ຫລາກ​ຫລາຍ​ເພື່ອ​ຖ່າຍ​ທອດ​ການ​ເປີດ​ເຜີຍ​ຕໍ່​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ, ດັ່ງ​ເຊັ່ນ​ຄວາມ​ຄິດ​ຕໍ່​ຈິດ​ໃຈ ແລະ ຄວາມ​ຮູ້​ສຶກ​ຕໍ່​ຫົວ​ໃຈ, ຄວາມ​ຝັນ, … ແລະ ການ​ດົນ​ໃຈ. ການ​ເປີດ​ເຜີຍ​ບາງ​ຢ່າງ​ອາດ​ໄດ້​ຮັບ​ໂດຍ​ທັນ​ທີ ແລະ ມີ​ພະ​ລັງ; ບາງ​ຢ່າງ​ອາດ​ເປັນ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ແລະ ລະ​ອຽດ​ອ່ອນ. ການ​ຮັບ, ການ​ຮັບ​ຮູ້, ແລະ ການ​ຕອບ​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ​ເປັນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ເຮົາ​ທຸກ​ຄົນ​ຄວນ​ປາດ​ຖະ​ໜາ ແລະ ສະ​ແຫວງ​ຫາ​ຢ່າງ​ເໝາະ​ສົມ” (David A. Bednar, “The Spirit of Revelation in the Work,” 2018 mission leadership seminar).

ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ​ພຣະ​ຄຳ​ພີ​ໃນ​ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້. ໃຫ້​ຄິດ​ເຖິງ​ເວ​ລາ​ທີ່​ທ່ານ​ໄດ້​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ, ຄວາມ​ຄິດ, ຫລື ຄວາມ​ປະ​ທັບ​ໃຈ​ໃດໆ ທີ່​ບັນ​ຍາຍ​ໃນ​ຂໍ້​ເຫລົ່າ​ນີ້. ເມື່ອ​ທ່ານ​ສຶກ​ສາ ແລະ ມີ​ປະ​ສົບ​ການ, ໃຫ້​ເພີ່ມ​ຂໍ້​ພຣະ​ຄຳ​ພີ​ໃສ່​ໃນ​ລາຍ​ການ​ນີ້. ໃຫ້​ຄິດ​ວ່າ​ທ່ານ​ຈະ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ຄົນ​ອື່ນ​ຮູ້​ສຶກ ແລະ ຮັບ​ຮູ້​ພຣະ​ວິນ​ຍານ​ໄດ້​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:23; 11:12–14; 88:3; ໂຢ​ຮັນ 14:26–27; ໂຣມ 15:13; ຄາ​ລາ​ເຕຍ 5:22–23

ໃຫ້​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ຮັກ, ຄວາມ​ຊື່ນ​ຊົມ, ສັນ​ຕິ​ສຸກ, ການ​ປອບ​ໂຍນ, ຄວາມ​ອົດ​ທົນ, ຄວາມ​ອ່ອນ​ນ້ອມ, ຄວາມ​ອ່ອນ​ໂຍນ, ສັດ​ທາ, ແລະ ຄວາມ​ຫວັງ.

ແອວ​ມາ 32:28; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:14–15; 8:2–3; 1 ໂກ​ຣິນ​ໂທ 2:9–11

ໃຫ້​ຄວາມ​ກະ​ຈ່າງ ແລະ ໃຫ້​ຄວາມ​ຄິດ​ໃນ​ຈິດ​ໃຈ ແລະ ຄວາມ​ຮູ້​ສຶກ​ໃນ​ຫົວ​ໃຈ.

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:11–12

ຊ່ວຍ​ໃຫ້​ພຣະ​ຄຳ​ພີ​ມີ​ຜົນ​ກະ​ທົບ​ຢ່າງ​ຫລວງ​ຫລາຍ.

ແອວ​ມາ 19:6

ແທນ​ຄວາມ​ມືດ​ດ້ວຍ​ແສງ​ສະ​ຫວ່າງ.

ໂມ​ໄຊ​ຢາ 5:2–5

ເພີ່ມ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຫລີກ​ລ້ຽງ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ.

ໂມ​ໂຣ​ໄນ 10:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:9; 100:8; ໂຢ​ຮັນ 14:26; 15:26; 16:13

ສິດ​ສອນ​ຄວາມ​ຈິງ ແລະ ນຳ​ມັນ​ມາ​ສູ່​ຄວາມ​ຊົງ​ຈຳ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:57

ນຳ​ພາ ແລະ ປົກ​ປ້ອງ​ຈາກ​ການ​ຫລອກ​ລວງ.

2 ນີ​ໄຟ 31:18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:27; ໂຢ​ຮັນ 16:13–14

ສັນ​ລະ​ເສີນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:16; 84:85; 100:5–8; ລູ​ກາ 12:11–12

ແນະ​ນຳ​ຄຳ​ເວົ້າ​ຂອງ​ຄູ​ສອນ​ທີ່​ຖ່ອມ​ຕົວ.

ໂມ​ໂຣ​ໄນ 10:8–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8–26; 1 ໂກ​ຣິນ​ໂທ 12

ໃຫ້​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:30; 50:29–30

ບອກ​ສິ່ງ​ທີ່​ຈະ​ອະ​ທິ​ຖານ​ທູນ​ຂໍ.

2 ນີ​ໄຟ 32:1–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:15

ບອກ​ສິ່ງ​ທີ່​ຈະ​ເຮັດ.

1 ນີ​ໄຟ 10:22; ແອວ​ມາ 18:35

ຊ່ວຍ​ໃຫ້​ຄົນ​ຊອບ​ທຳ​ກ່າວ​ດ້ວຍ​ພະ​ລັງ ແລະ ສິດ​ອຳ​ນາດ.

2 ນີ​ໄຟ 31:17; ແອວ​ມາ 13:12; 3 ນີ​ໄຟ 27:20

ຊຳ​ລະ​ໃຫ້​ບໍ​ລິ​ສຸດ ແລະ ນຳ​ການ​ປົດ​ບາບ​ມາ​ໃຫ້.

1 ນີ​ໄຟ 2:16–17; 2 ນີ​ໄຟ 33:1; ແອວ​ມາ 24:8

ນຳ​ຄວາມ​ຈິງ​ເຂົ້າ​ສູ່​ຫົວ​ໃຈ​ຂອງ​ຜູ້​ຟັງ.

1 ນີ​ໄຟ 18:1–3; ອົບ​ພະ​ຍົບ 31:3–5

ເສີມ​ສ້າງ​ທັກ​ສະ ແລະ ຄວາມ​ສາ​ມາດ.

1 ນີ​ໄຟ 7:15; 2 ນີ​ໄຟ 28:1; 32:7; ແອວ​ມາ 14:11; ມໍ​ມອນ 3:16; ອີ​ເທີ 12:2

ກະ​ຕຸ້ນ​ໃຫ້​ໄປ​ຂ້າງ​ໜ້າ ຫລື ຖອຍ​ຫລັງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–22

ໃຫ້​ຄວາມ​ຮູ້​ທັງ​ຄູ​ສອນ ແລະ ນັກ​ຮຽນ.

ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ

ໃນ​ຖາ​ນະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ຕ້ອງ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ໃນ​ວິ​ທີ​ຂອງ​ພຣະ​ອົງ ແລະ ໂດຍ​ອຳ​ນາດ​ຂອງ​ພຣະ​ອົງ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ “ບໍ່​ມີ​ຄົນ​ໃດ​ສາ​ມາດ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ປາດ​ສະ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (Teachings: Joseph Smith332).

ໄວ້​ວາງ​ໃຈ​ພຣະ​ວິນ​ຍານ​ເພື່ອ​ນຳ​ພາ​ທ່ານ​ໃນ​ທຸກ​ດ້ານ​ຂອງ​ວຽກ​ງານ​ຂອງ​ທ່ານ. ພຣະ​ອົງ​ຈະ​ໃຫ້​ຄວາມ​ກະ​ຈ່າງ ແລະ ດົນ​ໃຈ​ທ່ານ. ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ທ່ານ​ພົບ​ເຫັນ​ຜູ້​ຄົນ​ທີ່​ຈະ​ສິດ​ສອນ ແລະ ຈະ​ນຳ​ພະ​ລັງ​ມາ​ສູ່​ການ​ສິດ​ສອນ​ຂອງ​ທ່ານ. ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ທ່ານ​ຂະ​ນະ​ທີ່​ທ່ານ​ຊ່ວຍ​ເຫລືອ​ສະ​ມາ​ຊິກ, ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ, ແລະ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ.

ຜູ້​ສອນ​ສາດ​ສະ​ໜາ​ບາງ​ຄົນ​ຮູ້​ສຶກ​ໝັ້ນ​ໃຈ​ໃນ​ຕົນ​ເອງ. ບາງ​ຄົນ​ຂາດ​ຄວາມ​ໝັ້ນ​ໃຈ​ດັ່ງ​ກ່າວ. ຈົ່ງ​ໝັ້ນ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ຖ່ອມ​ຕົວ, ບໍ່​ແມ່ນ​ໃນ​ຕົນ​ເອງ. ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ​ຫລາຍ​ກວ່າ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ຂອງ​ຕົນ​ເອງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເກີນ​ກວ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ແລະ ພິ​ຈາ​ລະ​ນາ​ວ່າ​ພຣະ​ຄຳ​ພີ​ຕອບ​ຄຳ​ຖາມ​ທີ່​ສຳ​ຄັນ​ເຫລົ່າ​ນີ້ ທີ່​ທ່ານ​ຄວນ​ຖາມ​ແຕ່​ລະ​ວັນ​ແນວ​ໃດ. ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ຄຳ​ສອນ​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ໃນ​ຄວາມ​ພະ​ຍາ​ຍາມ​ຊອກ​ຫາ, ການ​ວາງ​ແຜນ, ແລະ ການ​ສຶກ​ສາ​ສ່ວນ​ຕົວ ແລະ ກັບ​ຄູ່​ສອນ​ໄດ້​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເພື່ອ​ຈະ​ສິດ​ສອນ, ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ, ແລະ ຕິດ​ຕາມ​ຜົນ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ໄດ້​ແນວ​ໃດ?

ເຮົາ​ຄວນ​ໄປ​ໃສ?

ເຮົາ​ຄວນ​ເຮັດ​ສິ່ງ​ໃດ?

ເຮົາ​ຄວນ​ເວົ້າ​ຫຍັງ?

ເຮົາ​ຄວນ​ໃຊ້​ພຣະ​ຄຳ​ພີ​ໃນ​ການ​ສິດ​ສອນ​ຂອງ​ເຮົາ​ແນວ​ໃດ?

ຂໍ້​ຄວນ​ລະ​ວັງ

ຢືນ​ຢັນ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ດ້ວຍ​ແຫລ່ງ​ຂໍ້​ມູນ​ທີ່​ເຊື່ອ​ຖື​ໄດ້

ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ​ຂໍ​ການ​ດົນ​ໃຈ, ໃຫ້​ປຽບ​ທຽບ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ຂອງ​ທ່ານ​ໃສ່​ກັບ​ຂໍ້​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ຈະ​ສອດ​ຄ່ອງ​ກັບ​ແຫລ່ງ​ເຫລົ່າ​ນີ້.

ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ພາຍ​ໃນ​ການ​ມອບ​ໝາຍ​ຂອງ​ທ່ານ

ຈົ່ງ​ແນ່​ໃຈ​ວ່າ​ຄວາມ​ຮູ້​ສຶກ​ທີ່​ທ່ານ​ໄດ້​ຮັບ​ແມ່ນ​ສອດ​ຄ່ອງ​ກັບ​ການ​ມອບ​ໝາຍ​ຂອງ​ທ່ານ. ເວັ້ນ​ເສຍ​ແຕ່​ທ່ານ​ຖືກ​ເອີ້ນ​ໂດຍ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ, ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ່​ໄດ້​ຖືກ​ມອບ​ໃຫ້ ເພື່ອ​ໃຫ້​ທ່ານ​ແນະ​ນຳ ຫລື ຕັກ​ເຕືອນ​ຄົນ​ອື່ນ. ຍົກ​ຕົວ​ຢ່າງ, ທ່ານ​ຈະ​ບໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ເພື່ອ​ໃຫ້​ບອກ​ອະ​ທິ​ການ​ເຖິງ​ສິ່ງ​ທີ່​ເພິ່ນ​ຄວນ​ເຮັດ​ໃນ​ການ​ເອີ້ນ​ຂອງ​ເພິ່ນ.

ຮູບ​ພາບ
ຂອງ​ປະ​ທານ​ແຫ່ງ​ຄວາມ​ສະ​ຫວ່າງ

ຫລິງ​ເຫັນ​ອິດ​ທິ​ພົນ​ທີ່​ແທ້​ຈິງ​ຂອງ​ພຣະ​ວິນ​ຍານ

ປະ​ທານ​ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ ໄດ້​ແນະ​ນຳ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ໄວ້​ກ່ອນ. … ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຫາກ​ເຮົາ​ບໍ່​ລະ​ມັດ​ລະ​ວັງ … , ເຮົາ​ອາດ​ເລີ່ມ​ພະ​ຍາ​ຍາມ​ປອມ​ແປງ​ອິດ​ທິ​ພົນ​ທີ່​ແທ້​ຈິງ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ວິ​ທີ​ທີ່​ບໍ່​ສົມ​ຄວນ ແລະ ອຸ​ບາຍ​ລໍ້​ລວງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ເມື່ອ​ເບິ່ງ​ຄື​ກັບ​ວ່າ​ອາ​ລົມ​ທີ່​ຮຸນ​ແຮງ ຫລື ນ້ຳ​ຕາ​ທີ່​ໄຫລ​ອອກ​ມາ ຈະ​ທຽບ​ໄດ້​ກັບ​ການ​ສະ​ຖິດ​ຢູ່​ຂອງ​ພຣະ​ວິນ​ຍານ. ແນ່​ນອນ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ນຳ​ຄວາມ​ຮູ້​ສຶກ​ທາງ​ອາ​ລົມ​ທີ່​ຮຸນ​ແຮງ, ລວມ​ທັງ​ນ້ຳ​ຕາ​ມາ​ໃຫ້, ແຕ່​ການ​ສະ​ແດງ​ອອກ​ພາຍ​ນອກ​ນັ້ນ​ບໍ່​ຄວນ​ສັບ​ສົນ​ກັບ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ວິນ​ຍານ​ນັ້ນ​ເອງ” (The Teachings of Howard W. Hunter [1997], 184).

ຢ່າ​ພະ​ຍາ​ຍາມ​ບັງ​ຄັບ​ເລື່ອງ​ທາງ​ວິນ​ຍານ

ເລື່ອງ​ທາງ​ວິນ​ຍານ​ບໍ່​ສາ​ມາດ​ຖືກ​ບັງ​ຄັບ​ໄດ້. ທ່ານ​ສາ​ມາດ​ປູກ​ຝັງ​ທັດ​ສະ​ນະ​ຄະ​ຕິ ແລະ ສະ​ພາບ​ແວດ​ລ້ອມ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ, ແລະ ທ່ານ​ສາ​ມາດ​ກຽມ​ຕົວ​ເອງ, ແຕ່​ທ່ານ​ບໍ່​ສາ​ມາດ​ກຳ​ນົດ​ວ່າ ການ​ດົນ​ໃຈ​ນັ້ນ​ຈະ​ມາ​ເຖິງ​ໃນ​ວິ​ທີ​ໃດ ແລະ ເມື່ອ​ໃດ. ຈົ່ງ​ອົດ​ທົນ ແລະ ໄວ້​ວາງ​ໃຈ​ວ່າ ທ່ານ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທ່ານ​ຕ້ອງ​ການ ເມື່ອ​ເຖິງ​ເວ​ລາ​ທີ່​ເໝາະ​ສົມ.

ຮັກ​ສາ​ປະ​ສົບ​ການ​ທາງ​ວິນ​ຍານ​ໃຫ້​ສັກ​ສິດ

ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ອາດ​ຮັບ​ຮູ້​ປະ​ສົບ​ການ​ທາງ​ວິນ​ຍານ​ຫລາຍ​ກວ່າ​ທີ່​ທ່ານ​ເຄີຍ​ມີ​ມາ​ກ່ອນ​ໃນ​ຊີ​ວິດ​ຂອງ​ທ່ານ. ປະ​ສົບ​ການ​ເຫລົ່າ​ນີ້​ແມ່ນ​ສັກ​ສິດ ແລະ ໂດຍ​ທົ່ວ​ໄປ​ແລ້ວ ມີ​ໄວ້​ເພື່ອ​ການ​ໃຫ້​ຄວາມ​ຮູ້, ໃຫ້​ຄຳ​ແນະ​ນຳ, ຫລື ການ​ແກ້​ໄຂ.

ປະ​ສົບ​ການ​ຫລາຍ​ຢ່າງ​ເຫລົ່າ​ນີ້​ຈະ​ດີ​ທີ່​ສຸດ​ຖ້າ​ເກັບ​ໄວ້​ເປັນ​ສ່ວນ​ຕົວ. ແບ່ງ​ປັນ​ສະ​ເພາະ​ເມື່ອ​ພຣະ​ວິນ​ຍານ​ລະ​ບຸ​ວ່າ ທ່ານ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ (ເບິ່ງ ແອວ​ມາ 12:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:64; 84:73).

ໃຫ້​ໃຊ້​ການ​ຕັດ​ສິນ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ເອງ​ໃນ​ບາງ​ກໍ​ລະ​ນີ

ບາງ​ຄັ້ງ​ເຮົາ​ຕ້ອງ​ການ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ໃນ​ທຸກ​ສິ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ່ວນ​ຫລາຍ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ກະ​ທຳ​ໂດຍ​ການ​ໃຊ້​ການ​ຕັດ​ສິນ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ​ເອງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:5; 61:22; 62:5). ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ:

“ຄວາມ​ປາດ​ຖະ​ໜາ​ໃຫ້​ພຣະ​ເຈົ້າ​ນຳ​ພາ​ເປັນ​ພະ​ລັງ, ແຕ່​ຕ້ອງ​ມາ​ພ້ອມ​ກັບ​ຄວາມ​ເຂົ້າ​ໃຈ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປ່ອຍ​ໃຫ້​ການ​ຕັດ​ສິນ​ໃຈ​ຫລາຍ​ຢ່າງ​ເປັນ​ການ​ເລືອກ​ສ່ວນ​ຕົວ​ຂອງ​ເຮົາ. ການ​ຕັດ​ສິນ​ໃຈ​ສ່ວນ​ຕົວ​ເປັນ​ໜຶ່ງ​ໃນ​ແຫລ່ງ​ທີ່​ມາ​ຂອງ​ການ​ເຕີບ​ໂຕ ທີ່​ເຮົາ​ຕ້ອງ​ປະ​ສົບ​ໃນ​ຊ່ວງ​ມະ​ຕະ. ບຸກ​ຄົນ​ທີ່​ພະ​ຍາ​ຍາມ​ສົ່ງ​ການ​ຕັດ​ສິນ​ໃຈ​ທັງ​ໝົດ​ໄປ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ທູນ​ຂໍ​ການ​ເປີດ​ເຜີຍ​ໃຫ້​ກັບ​ທຸກ​ການ​ເລືອກ ບໍ່​ດົນ​ຈະ​ພົບ​ເຫັນ​ສະ​ຖາ​ນະ​ການ ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ອະ​ທິ​ຖານ​ຂໍ​ການ​ນຳ​ພາ ແລະ ບໍ່​ໄດ້​ຮັບ. ຍົກ​ຕົວ​ຢ່າງ, ສິ່ງ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຫລາຍໆ​ສະ​ຖາ​ນະ​ການ ຊຶ່ງ​ໃນ​ນັ້ນ​ການ​ເລືອກ​ບໍ່​ສຳ​ຄັນ ຫລື ການ​ເລືອກ​ໃດ​ໜຶ່ງ​ເປັນ​ທີ່​ຍອມ​ຮັບ​ໄດ້.

“ເຮົາ​ຄວນ​ສຶກ​ສາ​ສິ່ງ​ຕ່າງໆ​ໃນ​ຄວາມ​ຄິດ​ຂອງ​ເຮົາ, ໂດຍ​ການ​ໃຊ້​ພະ​ລັງ​ແຫ່ງ​ເຫດ​ຜົນ​ທີ່​ພຣະ​ຜູ້​ສ້າງ​ຂອງ​ເຮົາ​ໄດ້​ເອົາ​ໃສ່​ໄວ້​ໃນ​ຕົວ​ເຮົາ. ແລ້ວ​ເຮົາ​ຄວນ​ອະ​ທິ​ຖານ​ເພື່ອ​ການ​ນຳ​ພາ ແລະ ກະ​ທຳ​ຕາມ ຖ້າ​ເຮົາ​ໄດ້​ຮັບ. ຖ້າ​ຫາກ​ເຮົາ​ບໍ່​ໄດ້​ຮັບ​ການ​ນຳ​ພາ, ເຮົາ​ຄວນ​ກະ​ທຳ​ຕາມ​ການ​ຕັດ​ສິນ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ. ບຸກ​ຄົນ​ທີ່​ບາກ​ບັ່ນ​ໃນ​ການ​ສະ​ແຫວງ​ຫາ​ການ​ນຳ​ພາ​ທີ່​ເປີດ​ເຜີຍ​ກ່ຽວ​ກັບ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເລືອກ​ໃຫ້​ຊີ້​ນຳ​ເຮົາ ອາດ​ຄິດ​ຫາ​ຄຳ​ຕອບ​ຈາກ​ການ​ຈິນ​ຕະ​ນາ​ການ ຫລື ອັກ​ຄະ​ຕິ​ຂອງ​ຕົນ​ເອງ ຫລື ອາດ​ໄດ້​ຮັບ​ຄຳ​ຕອບ​ຜ່ານ​ສື່​ຂອງ​ການ​ເປີດ​ເຜີຍ​ທີ່​ບໍ່​ຈິງ” (“Our Strengths Can Become Our Downfall,” Ensign, Oct. 1994, 13–14).

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ ເຖິງ​ຂະ​ໜາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຮົາ​ບໍ່​ໃຫ້​ປະ​ຕິ​ເສດ ຫລື ຂັດ​ຂືນ​ພຣະ​ວິນ​ຍານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້?


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ແບ່ງ​ໜ້າ​ເຈ້ຍ​ອອກ​ເປັນ​ສອງ​ຖັນ. ຖັນ​ໜຶ່ງ​ໃສ່​ຊື່​ວ່າ “ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ” ແລະ ​ອີກ​ຖັນ​ໜຶ່ງ​ໃສ່​ຊື່​ວ່າ “ສິ່ງ​ທີ່​ລີ​ໄຮ ຫລື ນີ​ໄຟ​ໄດ້​ເຮັດ.” ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ເລຍ​ໂຮ​ນາ ແລະ ຄັນ​ທະ​ນູ​ຫັກ (1 ນີ​ໄຟ 16:9–31) ຫລື ເລື່ອງ​ລາວ​ກ່ຽວ​ກັບ​ນີ​ໄຟ​ສ້າງ​ເຮືອ (1 ນີ​ໄຟ 17:7–16; 18:1–6). ຂຽນ​ລາຍ​ການ​ຈາກ​ເລື່ອງ​ລາວ​ໃສ່​ໃນ​ຖັນ​ທີ່​ເໝາະ​ສົມ. ພິ​ຈາ​ລະ​ນາ​ສິ່ງ​ທີ່​ເລື່ອງ​ລາວ​ສາ​ມາດ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ການ​ດົນ​ໃຈ.

  • ເບິ່ງ​ໃນ​ບັນ​ທຶກ​ຂອງ​ທ່ານ ແລະ ຊອກ​ຫາ​ໂອ​ກາດ​ທີ່​ທ່ານ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ ຫລື ເຄີຍ​ປະ​ສົບ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ. ຄິດ​ກ່ຽວ​ກັບ​ວ່າ​ປະ​ສົບ​ການ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ໃດ, ຢູ່​ໃສ, ແລະ ເປັນ​ຫຍັງ. ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ແດງ​ໃຫ້​ປະ​ຈັກ​ແນວ​ໃດ? ທ່ານ​ໄດ້​ຮູ້​ສຶກ​ແນວ​ໃດ? ການ​ຈື່​ຈຳ​ປະ​ສົບ​ການ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮັບ​ຮູ້​ພຣະ​ວິນ​ຍານ.

  • ສຶກ​ສາ ແອວ​ມາ 33:1–12 ແລະ ແອວ​ມາ 34:17–31. ຄຳ​ຖາມ​ໃດ​ແດ່​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ຕອບ? (ທົບ​ທວນ ແອວ​ມາ 33:1–2.) ພວກ​ເພິ່ນ​ໄດ້​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ແນວ​ໃດ? ພວກ​ເພິ່ນ​ໄດ້​ຮັບ​ຮອງ​ຫຍັງ​ແດ່?

  • ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ພຣະ​ວິນ​ຍານ​ຈະ​ນຳ​ພາ​ເຮົາ​ໃນ​ຫລາຍ​ວິ​ທີ​ທີ່​ສຳ​ຄັນ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ໃຫ້​ລະ​ບຸ​ແງ່​ມຸມ​ຂອງ​ວຽກ​ງານ​ຂອງ​ທ່ານ ທີ່​ຮຽກ​ຮ້ອງ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ. ຫລັກ​ທຳ​ໃນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ກັບ​ຄູ່​ສອນ​ຂອງ​ທ່ານ? ການ​ປະ​ຊຸມ​ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ພິ​ທີ​ບັບ​ຕິ​ສະ​ມາ, ແລະ ການ​ປະ​ຊຸມ​ອື່ນໆ?

    ອະ​ທິ​ຖານ

    ການ​ດຳ​ເນີນ​ການ​ປະ​ຊຸມ

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ເວົ້າ​ລົມ​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ທີ່​ທ່ານ​ກ່າວ​ໃນ​ຖາ​ນະ​ຄູ່​ສອນ. ມັນ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ? ທ່ານ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ ໃນ​ຖາ​ນະ​ຄູ່​ສອນ​ແນວ​ໃດ? ເມື່ອ​ທ່ານ​ອະ​ທິ​ຖານ​ໃນ​ຖາ​ນະ​ຄູ່​ສອນ, ທ່ານ:

    • ເຊື່ອ​ວ່າ​ພຣະ​ເຈົ້າ​ຈະ​ປະ​ທານ​ສິ່ງ​ທີ່​ທ່ານ​ທູນ​ຂໍ​ໃນ​ຄວາມ​ຊອບ​ທຳ ແລະ ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ບໍ?

    • ຮັບ​ຮູ້ ແລະ ຂອບ​ພຣະ​ໄທ​ສຳ​ລັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ບໍ?

    • ອະ​ທິ​ຖານ​ເພື່ອ​ຜູ້​ຄົນ​ໂດຍ​ກ່າວ​ຊື່ ແລະ ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ບໍ?

    • ອະ​ທິ​ຖານ​ເພື່ອ​ກັນ​ແລະ​ກັນ ແລະ ຂໍ​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ທ່ານ​ບໍ?

    • ຮັບ​ຮູ້​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ບໍ?

    • ອະ​ທິ​ຖານ​ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ​ບໍ?

  • ສົນ​ທະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ສະ​ແຫວງ​ຫາ​ພຣະ​ວິນ​ຍານ​ຢ່າງ​ພາກ​ພຽນ​ຫລາຍ​ກວ່າ​ເກົ່າ.

  • ສົນ​ທະ​ນາ​ວິ​ທີ​ທີ່​ແຕກ​ຕ່າງ​ທີ່​ຜູ້​ຄົນ​ບັນ​ຍາຍ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ບັນ​ທຶກ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ທີ່​ທ່ານ​ສິດ​ສອນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ວິນ​ຍານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ຄົນ​ອື່ນ​ຮັບ​ຮູ້​ອິດ​ທິ​ພົນ​ອັນ​ສັກ​ສິດ​ນີ້​ໄດ້​ແນວ​ໃດ?

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເມື່ອ​ເໝາະ​ສົມ, ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແບ່ງ​ປັນ​ເລື່ອງ​ລາວ ຫລື ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ ໃນ​ກອງ​ປະ​ຊຸມ​ສະ​ແດງ​ປະ​ຈັກ​ພະ​ຍານ​ເມື່ອ​ບໍ່​ດົນ​ມາ​ນີ້, ປະ​ສົບ​ການ​ການ​ສິດ​ສອນ, ຫລື ໃນ​ສະ​ພາບ​ແວດ​ລ້ອມ​ອື່ນໆ. ເລື່ອງ​ລາວ ແລະ ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ຄົນ​ອື່ນ​ແບ່ງ​ປັນ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ພັດ​ທະ​ນາ​ສັດ​ທາ ແລະ ຮັບ​ຮູ້​ວ່າ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ກໍ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ກວ້າງ​ຂວາງ ແລະ ເລື້ອຍໆ.

  • ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ພາ​ລະ​ກິດ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ສົນ​ທະ​ນາ​ວ່າ​ການ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຊ່ວຍ​ໃຫ້​ທ່ານ​ເຫັນ​ວິ​ທີ​ເລັກໆ​ນ້ອຍໆ ແຕ່​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ທ່ານ​ແນວ​ໃດ (ເບິ່ງ ອີ​ເທີ 3:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:21). ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ສະ​ແດງ​ຄວາມ​ກະ​ຕັນ​ຍູ.

  • ພິ​ຈາ​ລະ​ນາ​ຂໍ​ໃຫ້​ສະ​ມາ​ຊິກ​ໃໝ່​ບອກ​ວິ​ທີ​ທີ່​ລາວ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ພຣະ​ວິນ​ຍານ ໃນ​ເວ​ລາ​ທີ່​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ແນວ​ໃດ. ຂໍ​ໃຫ້​ບຸກ​ຄົນ​ນັ້ນ​ແບ່ງ​ປັນ​ສະ​ເພາະ​ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ເໝາະ​ສົມ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ທ່ານ​ອາດ​ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ລວມ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ເໝາະ​ສົມ​ໄວ້​ໃນ​ຈົດ​ໝາຍ​ປະ​ຈຳ​ອາ​ທິດ​ທີ່​ສົ່ງ​ເຖິງ​ທ່ານ.

  • ໃນ​ການ​ສຳ​ພາດ ຫລື ໃນ​ການ​ສົນ​ທະ​ນາ, ບາງ​ເທື່ອ​ໃຫ້​ຖາມ​ຜູ້​ສອນ​ສາດ​ສະ​ໜາ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ໃນ​ຕອນ​ເຊົ້າ ແລະ ຕອນ​ແລງ​ຂອງ​ເຂົາ​ເຈົ້າ. ຖ້າ​ຈຳ​ເປັນ, ປຶກ​ສາ​ກັບ​ເຂົາ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ການ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ.

  • ຖາມ​ຜູ້​ສອນ​ສາດ​ສະ​ໜາ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ຊ່ວຍ​ໃຫ້​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ຮູ້​ສຶກ ແລະ ຮັບ​ຮູ້​ພຣະ​ວິນ​ຍານ​ແນວ​ໃດ.