ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 6: ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ


“ບົດ​ທີ 6: ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 6,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເອີ້ນ​ເປ​ໂຕ ແລະ ອັນ​ເດ​ອາ, ໂດຍ ແຮ​ຣີ ແອນ​ເດີ​ສັນ

ບົດ​ທີ 6

ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ການ​ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ຈະ​ຊ່ວຍ​ເຮົາ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ແນວ​ໃດ?

  • ເຮົາ​ທັງ​ຈະ​ສາ​ມາດ ສະ​ແຫວງ​ຫາ ແລະ ຮັບ ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ໄດ້​ແນວ​ໃດ?

  • ຄຸນ​ລັກ​ສະ​ນະ​ຢ່າງ​ໃດ ຫລື ຄຸນ​ລັກ​ສະ​ນະ​ຢ່າງ​ໃດ​ແດ່​ທີ່​ເຮົາ​ຄວນ​ສຸມ​ໃຈ​ໃສ່​ໃນ​ເວ​ລາ​ນີ້?

ຄຳ​ນຳ

ໃນ​ຕອນ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ຍ່າງ​ໄປ​ຕາມ​ຝັ່ງ​ທະ​ເລ​ຄາ​ລີ​ເລ ແລະ ໄດ້​ເອີ້ນ​ຊາວ​ປະ​ມົງ​ສອງ​ຄົນ, ເປ​ໂຕ ແລະ ອັນ​ເດ​ອາ. “ຈົ່ງ​ຕາມ​ເຮົາ​ມາ,” ພຣະ​ອົງ​ໄດ້​ກ່າວ, “ແລະ ເຮົາ​ຈະ​ສອນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ” (ມັດ​ທາຍ 4:19; ເບິ່ງ ມາ​ຣະ​ໂກ 1:17 ນຳ​ອີກ).

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ເອີ້ນ​ທ່ານ​ສູ່​ວຽກ​ງານ​ຂອງ​ພຣະ​ອົງ​ເຊັ່ນ​ກັນ, ແລະ ພຣະ​ອົງ​ກໍ​ໄດ້​ເຊື້ອ​ເຊີນ​ທ່ານ​ໃຫ້​ຕິດ​ຕາມ​ພຣະ​ອົງ​ນຳ​ອີກ. “ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ?” ພຣະ​ອົງ​ໄດ້​ຖາມ. “ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ” (3 ນີ​ໄຟ 27:27).

ບາງ​ບົດ​ໃນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສຸມ​ໃສ່​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ດັ່ງ​ເຊັ່ນ ວິ​ທີ​ການ​ສຶກ​ສາ, ວິ​ທີ​ສິດ​ສອນ, ແລະ ວິ​ທີ​ຕັ້ງ​ເປົ້າ​ໝາຍ. ສິ່ງ​ສຳ​ຄັນ​ພໍໆ​ກັບ​ສິ່ງ​ທີ່​ທ່ານ​ເຮັດ​ກໍ​ຄື​ວ່າ ທ່ານ​ເປັນ​ໃຜ ແລະ ທ່ານ​ຈະ​ກາຍ​ເປັນ​ໃຜ. ນັ້ນ​ແມ່ນ​ຈຸດ​ສຸມ​ຂອງ​ບົດ​ນີ້.

ພຣະ​ຄຳ​ພີ​ບັນ​ຍາຍ​ເຖິງ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ ຊຶ່ງ​ຈຳ​ເປັນ​ຕໍ່​ທ່ານ​ໃນ​ການ​ສະ​ແຫວງ​ຫາ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ ແລະ ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ. ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄິດ​ຄື​ຄຸນ​ສົມ​ບັດ ຫລື ລັກ​ສະ​ນະ​ພິ​ເສດ​ຈຳ​ເພາະ​ຂອງ​ທຳ​ມະ​ຊາດ ແລະ ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ບົດ​ນີ້​ບັນ​ຍາຍ​ຄຸນ​ລັກ​ສະ​ນະ​ບາງ​ຢ່າງ​ເຫລົ່າ​ນັ້ນ. ສຶກ​ສາ​ສິ່ງ​ເຫລົ່າ​ນີ້ ແລະ ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ​ກັບ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນັ້ນ. ຊອກ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ອື່ນໆ.

ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4. ຄຸນ​ລັກ​ສະ​ນະ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ລະ​ບຸ​ວ່າ​ສຳ​ຄັນ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ? ການ​ສະ​ແຫວງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ​ໄດ້​ແນວ​ໃດ?

“ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້”

ສາດ​ສະ​ດາ​ໂມ​ໂຣ​ໄນ​ໄດ້​ແນະ​ນຳ​ວ່າ, “ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ​ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້​ຜູ້​ຊຶ່ງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ໄວ້” (ອີ​ເທີ 12:41). ວິ​ທີ​ສຳ​ຄັນ​ວິ​ທີ​ໜຶ່ງ​ໃນ​ການ​ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ຄື​ການ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ການ​ເຜີຍ​ແຜ່​ຂອງ​ທ່ານ​ເປັນ​ເວ​ລາ​ທີ່​ເໝາະ​ສົມ ທີ່​ຈະ​ສຸມ​ໃຈ​ໃສ່​ສິ່ງ​ນີ້.

ເມື່ອ​ທ່ານ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ, ທ່ານ​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ດີ​ຂຶ້ນ. ທ່ານ​ຈະ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ, ຄວາມ​ສະ​ຫງົບ, ແລະ ການ​ເຕີບ​ໂຕ​ທາງ​ວິນ​ຍານ ເມື່ອ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ລັກ​ສະ​ນະ​ຂອງ​ທ່ານ. ທ່ານ​ຍັງ​ຈະ​ສະ​ຖາ​ປະ​ນາ​ພື້ນ​ຖານ​ສຳ​ລັບ​ການ​​ສືບ​ຕໍ່​ຕິດ​ຕາມ​ພຣະ​ອົງ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ​ນຳ​ອີກ.

ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ

ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ເຊັ່ນ​ດຽວ​ກັບ​ສິ່ງ​ທີ່​ດີ​ທັງ​ໝົດ, ຂອງ​ປະ​ທານ​ເຫລົ່າ​ນີ້​ມີ​ມາ​ຜ່ານ​ທາງ “ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ນຳ​ອີກ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ອີ​ເທີ 12:41).

ຈົ່ງ​ສຸມ​ໃຈ​ໃສ່​ພຣະ​ຄຣິດ​ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ປູກ​ຝັງ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36). ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ບໍ່​ແມ່ນ​ລາຍ​ການ​ໃນ​ໃບ​ກວດ​ສອບ. ມັນ​ບໍ່​ແມ່ນ​ເຕັກ​ນິກ​ທີ່​ທ່ານ​ພັດ​ທະ​ນາ​ໃນ​ໂຄງ​ການ​ປັບ​ປຸງ​ຕົນ​ເອງ. ບໍ່​ສາ​ມາດ​ໄດ້​ມັນ​ມາ​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ມຸ່ງ​ໝັ້ນ​ສ່ວນ​ບຸກ​ຄົນ​ເທົ່າ​ນັ້ນ. ແຕ່, ທ່ານ​ສາ​ມາດ​ໄດ້​ຮັບ​ເມື່ອ​ທ່ານ​ພະ​ຍາ​ຍາມ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ຈົ່ງ​ອະ​ທິ​ຖານ​ເພື່ອ​ພຣະ​ເຈົ້າ​ຈະ​ໃຫ້​ພອນ​ແກ່​ທ່ານ​ດ້ວຍ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້. ຮັບ​ຮູ້​ຄວາມ​ອ່ອນ​ແອ​ຂອງ​ທ່ານ ແລະ ຄວາມ​ຕ້ອງ​ການ​ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ​ດ້ວຍ​ຄວາມ​ຖ່ອມ​ຕົນ. ເມື່ອ​ທ່ານ​ເຮັດ, ພຣະ​ອົງ​ຈະ “ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ [ທ່ານ]” (ອີ​ເທີ 12:27).

ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ

ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ, ຕະ​ຫລອດ​ຊີ​ວິດ. ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ, ຈົ່ງ​ປັບ​ປຸງ​ການ​ຕັດ​ສິນ​ໃຈ​ເທື່ອ​ລະ​ຢ່າງ.

ອົດ​ທົນ​ກັບ​ຕົວ​ເອງ. ພຣະ​ເຈົ້າ​ຮູ້​ວ່າ​ການ​ປ່ຽນ​ແປງ ແລະ ການ​ເຕີບ​ໂຕ​ຕ້ອງ​ໃຊ້​ເວ​ລາ. ພຣະ​ອົງ​ພໍ​ພຣະ​ໄທ​ໃນ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ຂອງ​ທ່ານ ແລະ ຈະ​ອວຍ​ພອນ​ທ່ານ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ທີ່​ທ່ານ​ໄດ້​ເຮັດ.

ເມື່ອ​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ, ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ທ່ານ​ຈະ​ປ່ຽນ​ໄປ. ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທຳ​ມະ​ຊາດ​ຂອງ​ທ່ານ​ຈະ​ຖືກ​ຫລໍ່​ຫລອມ (ເບິ່ງ ໂມ​ໄຊ​ຢາ 3:19).

ຮູບ​ພາບ
ພາ​ລີ ພີ ພະ​ແຣັດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຂະ​ຫຍາຍ ແລະ ເປີດ​ຄວາມ​ສາ​ມາດ​ຂອງ​ທ່ານ​ໃຫ້​ກວ້າງ​ອອກ. ພຣະ​ອົງ “ດົນ​ໃຈ​ຄຸນ​ນະ​ທຳ, ຄວາມ​ເມດ​ຕາ, ຄວາມ​ດີ, ຄວາມ​ອ່ອນ​ໂຍນ, ແລະ ຄວາມ​ໃຈ​ບຸນ. … ສະ​ຫລຸບ​ແລ້ວ, ມັນ​ເປັນ, ດັ່ງ​ທີ່​ມັນ​ເຄີຍ​ເປັນ​ໄຂ​ໃນ​ກະ​ດູກ, ຄວາມ​ຊື່ນ​ຊົມ​ໃນ​ໃຈ, ແສງ​ສະ​ຫວ່າງ​ຕໍ່​ດວງ​ຕາ, ດົນ​ຕີ​ຕໍ່​ຫູ, ແລະ ຊີ​ວິດ​ສູ່​ທັງ​ຕົວ” (Parley P. Pratt, Key to the Science of Theology [1855], 98–99).

ການ​ສຶກ​ສາ​ພຣະ​ຄຳ​ພີ

​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ເຮັດ​ຕາມ​ພຣະ​ຄຳ​ພີ​ກ່ຽວ​ກັບ​ການ​ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ?

ຮູບ​ພາບ
ຈົ່ງ​ລຸກ​ຂຶ້ນ ແລະ ຍ່າງ​ໄປ, ໂດຍ ຊາຍ​ມັນ ດູ​ວີ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ເພື່ອ​ໃຫ້​ສັດ​ທາ​ນຳ​ໄປ​ສູ່​ຄວາມ​ລອດ, ທ່ານ​ຕ້ອງ​ຕັ້ງ​ມັນ​ໄວ້​ທີ່​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ກິດ​ຈະ​ການ 4:10–12; ໂມ​ໄຊ​ຢາ 3:17; ໂມ​ໂຣ​ໄນ 7:24–26). ເມື່ອ​ທ່ານ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ, ທ່ານ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ໃນ​ຖາ​ນະ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ທ່ານ​ໝັ້ນ​ໃຈ​ວ່າ ເມື່ອ​ທ່ານ​ກັບ​ໃຈ, ທ່ານ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ທ່ານ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ຖືກ​ເຮັດ​ໃຫ້​ສັກ​ສິດ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ 3 ນີ​ໄຟ 27:16, 20).

ສັດ​ທາ​ບໍ່​ແມ່ນ​ການ​ມີ​ຄວາມ​ຮູ້​ທີ່​ສົມ​ບູນ​ແບບ. ແຕ່, ມັນ​ເປັນ​ການ​ຮັບ​ປະ​ກັນ​ຈາກ​ພຣະ​ວິນ​ຍານ​ເຖິງ​ສິ່ງ​ທີ່​ທ່ານ​ບໍ່​ເຫັນ ແຕ່​ເປັນ​ຄວາມ​ຈິງ. (ເບິ່ງ ແອວ​ມາ 32:21.)

ການ​ສະ​ແດງ​ສັດ​ທາ​ຂອງ​ທ່ານ​ຜ່ານ​ທາງ​ການ​ກະ​ທຳ. ການ​ກະ​ທຳ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດັ່ງ​ຕໍ່​ໄປ​ນີ້. ມັນ​ລວມ​ທັງ​ການ​ຮັບ​ໃຊ້​ຄົນ​ອື່ນ ແລະ ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ. ທ່ານ​ຍັງ​ສະ​ແດງ​ສັດ​ທາ​ຂອງ​ທ່ານ ຜ່ານ​ທາງ​ຄວາມ​ພາກ​ພຽນ, ການ​ກັບ​ໃຈ, ແລະ ຄວາມ​ຮັກ​ນຳ​ອີກ.

ສັດ​ທາ​ແມ່ນ​ຫລັກ​ທຳ​ແຫ່ງ​ອຳ​ນາດ. ເມື່ອ​ທ່ານ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ​ທີ່​ເໝາະ​ສົມ​ກັບ​ສະ​ຖາ​ນະ​ການ​ຂອງ​ທ່ານ. ທ່ານ​ຈະ​ສາ​ມາດ​ປະ​ສົບ​ກັບ​ການ​ອັດ​ສະ​ຈັນ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. (ເບິ່ງ ຢາ​ໂຄບ 4:4–7; ໂມ​ໂຣ​ໄນ 7:33; 10:7.)

ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ເຕີບ​ໂຕ ເມື່ອ​ທ່ານ​ຄຸ້ນ​ເຄີຍ​ກັບ​ພຣະ​ອົງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ. ມັນ​ຈະ​ເພີ່ມ​ຂຶ້ນ​ເມື່ອ​ທ່ານ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ, ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ. ຄວາມ​ສົງ​ໄສ ແລະ ບາບ​ທຳ​ລາຍ​ສັດ​ທາ.

ຮູບ​ພາບ
ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ

“ສັດ​ທາ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ຮູ້​ສຶກ​ເທົ່າ​ນັ້ນ; ມັນ​ເປັນ​ການ​ຕັດ​ສິນ​ໃຈ. ດ້ວຍ​ການ​ອະ​ທິ​ຖານ, ການ​ເຊື່ອ​ຟັງ, ແລະ ພັນ​ທະ​ສັນ​ຍາ, ເຮົາ​ສ້າງ ແລະ ປ້ອງ​ກັນ​ສັດ​ທາ​ຂອງ​ເຮົາ. ຄວາມ​ເຊື່ອ​ໝັ້ນ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ ກາຍ​ເປັນ​ແວ່ນ​ຂະ​ຫຍາຍ​ທີ່​ມີ​ພະ​ລັງ ຊຶ່ງ​ຜ່ານ​ສິ່ງ​ນີ້​ເຮົາ​ຕັດ​ສິນ​ສິ່ງ​ອື່ນໆ​ທັງ​ໝົດ. ແລ້ວ, ເມື່ອ​ເຮົາ​ເຫັນ​ຕົວ​ເອງ​ຢູ່​ໃນ​ເບົ້າ​ຫລອມ​ຂອງ​ຊີ​ວິດ, … ເຮົາ​ກໍ​ມີ​ພະ​ລັງ​ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ” (Neil L. Andersen, “It’s True, Isn’t It? Then What Else Matters?Liahona, May 2007, 74).

ການ​ສຶກ​ສາ​ພຣະ​ຄຳ​ພີ

ສັດ​ທາ​ຄື​ຫຍັງ?

ທ່ານ​ໄດ້​ຮັບ​ສັດ​ທາ​ໄດ້​ແນວ​ໃດ, ແລະ ທ່ານ​ສາ​ມາດ​ເຮັດ​ຫຍັງ​ຜ່ານ​ທາງ​ສັດ​ທາ?

ພອນ​ໃດ​ມີ​ມາ​ຜ່ານ​ທາງ​ສັດ​ທາ?

ຮູບ​ພາບ
ຄວາມ​ຫວັງ​ທີ່​ເພີ່ມ​ຂຶ້ນ, ໂດຍ ໂຈ​ເຊັບ ບຣິກ​ກີ

ຄວາມ​ຫວັງ

ຄວາມ​ຫວັງ​ບໍ່​ແມ່ນ​ພຽງ​ແຕ່​ການ​ຄິດ​ເພີ້​ຝັນ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ, ມັນ​ເປັນ​ຄວາມ​ໝັ້ນ​ໃຈ​ທີ່​ໝັ້ນ​ຄົງ, ອີງ​ໃສ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ, ວ່າ​ພຣະ​ເຈົ້າ​ຈະ​​ເຮັດ​ໃຫ້​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ທ່ານ​ເກີດ​ຜົນ (ເບິ່ງ ໂມ​ໂຣ​ໄນ 7:42). ມັນ​ເປັນ​ຄວາມ​ຄາດ​ຫວັງ “ສຳ​ລັບ​ສິ່ງ​ປະ​ເສີດ ຊຶ່ງ​ມາ​ເຖິງ​ແລ້ວ” ຜ່ານ​ທາງ​ພຣະ​ຄຣິດ (ເຮັບ​ເຣີ 9:11).

ແຫລ່ງ​ຄວາມ​ຫວັງ​ສູງ​ສຸດ​ຂອງ​ທ່ານ​ຄື​ພຣະ​ເຢ​ຊູ​ຄຣິດ. ສາດ​ສະ​ດາ​ມໍ​ມອນ​ໄດ້​ຖາມ​ວ່າ, “ແມ່ນ​ອັນ​ໃດ​ທີ່​ທ່ານ​ຈະ​ມີ​ຄວາມ​ຫວັງ​ຕໍ່?” ແລ້ວ​ເພິ່ນ​ຕອບ​ວ່າ, “ທ່ານ​ຈະ​ມີ​ຄວາມ​ຫວັງ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ໂດຍ​ອຳ​ນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເພື່ອ​ຖືກ​ຍົກ​ຂຶ້ນ​ສູ່​ຊີ​ວິດ​ນິ​ລັນ​ດອນ, ແລະ ນີ້​ເພາະ​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ອົງ​ຕາມ​ສັນ​ຍາ” (ໂມ​ໂຣ​ໄນ 7:41; ເບິ່ງ ຂໍ້​ທີ 40–43).

ເມື່ອ​ທ່ານ​ຕັ້ງ​ຄວາມ​ຫວັງ​ຂອງ​ທ່ານ​ໃນ​ພຣະ​ຄຣິດ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ທຸກ​ສິ່ງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24). ຄວາມ​ໝັ້ນ​ໃຈ​ນີ້​ຊ່ວຍ​ໃຫ້​ທ່ານ​ຮັກ​ສາ​ສັດ​ທາ ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ. ມັນ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຕີບ​ໂຕ​ຈາກ​ການ​ທົດ​ລອງ ແລະ ພັດ​ທະ​ນາ​ການ​ປັບ​ຕົວ ແລະ ພະ​ລັງ​ທາງ​ວິນ​ຍານ​ນຳ​ອີກ. ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ເປັນ​ສະ​ໝໍ​ສຳ​ລັບ​ຈິດ​ວິນ​ຍານ​ຂອງ​ທ່ານ (ເບິ່ງ ອີ​ເທີ 12:4).

ຄວາມ​ຫວັງ​ເຮັດ​ໃຫ້​ທ່ານ​ໝັ້ນ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ພາກ​ພຽນ ແລະ ຊອບ​ທຳ​ຂອງ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:17).

ວິ​ທີ​ໜຶ່ງ​ທີ່​ຈະ​ເພີ່ມ​ຄວາມ​ຫວັງ​ແມ່ນ​ຜ່ານ​ທາງ​ການ​ກັບ​ໃຈ. ການ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ ແລະ ການ​ໃຫ້​ອະ​ໄພ​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ກໍ່​ໃຫ້​ເກີດ ແລະ ຟື້ນ​ຄວາມ​ຫວັງ (ເບິ່ງ ແອວ​ມາ 22:16).

ນີ​ໄຟ​ໄດ້​ແນະ​ນຳ​ວ່າ, “ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ” (2 ນີ​ໄຟ 31:20). ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ທ່ານ​ຈະ​ເຕີບ​ໂຕ​ໃນ​ຄວາມ​ສາ​ມາດ​ຂອງ​ທ່ານ “ເພື່ອ​ວ່າ​ຄວາມ​ຫວັງ … ຈະ​ໄດ້​ຈະ​ເລີນ​ຂຶ້ນ” (ໂຣມ 15:13).

ຮູບ​ພາບ
ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ

“ໃນ​ເວ​ລາ​ທີ່​ມີ​ຄວາມ​ທຸກ​ໃຈ, ເຮົາ​ສາ​ມາດ​ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ທີ່​ວ່າ​ສິ່ງ​ຕ່າງໆ​ຈະ ‘ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ [ຂອງ​ເຮົາ]’ ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ຄວາມ​ຫວັງ​ແບບ​ນີ້​ໃນ​ພຣະ​ເຈົ້າ, ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ແລະ ອຳ​ນາດ​ຂອງ​ພຣະ​ອົງ​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ​ດ້ວຍ​ຄວາມ​ກ້າ​ຫານ​ລະ​ຫວ່າງ​ມີ​ການ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຜູ້​ທີ່​ຮູ້​ສຶກ​ຖືກ​ຄຸກ​ຄາມ​ຈາກ​ກຳ​ແພງ​ແຫ່ງ​ຄວາມ​ຢ້ານ​ກົວ, ຄວາມ​ສົງ​ໄສ, ແລະ ຄວາມ​ສິ້ນ​ຫວັງ” (Dieter F. Uchtdorf, “The Infinite Power of Hope,” Liahona, Nov. 2008, 23).

ການ​ສຶກ​ສາ​ພຣະ​ຄຳ​ພີ

ແມ່ນ​ຫຍັງ​ຄື​ຄວາມ​ຫວັງ, ແລະ ເຮົາ​ຫວັງ​ຫຍັງ​ແດ່?

ຮູບ​ພາບ
ພຣະ​ຄຣິດ ແລະ ເດັກ​ນ້ອຍ, ໂດຍ ມີ​ເນີ​ວາ ໄທ​ເກີດ

ຄວາມ​ໃຈ​ບຸນ ແລະ ຄວາມ​ຮັກ

ຄັ້ງ​ໜຶ່ງ​ມີ​ຄົນ​ຖາມ​ພຣະ​ເຢ​ຊູ​ວ່າ, “ອາ​ຈານ​ເອີຍ, ໃນ​ກົດ​ບັນ​ຍັດ ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ພຣະ​ເຢ​ຊູ​ໄດ້​ຕອບ​ວ່າ: “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ. ນັ້ນ​ແຫລະ ແມ່ນ​ກົດ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ. ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:37–39).

ຄວາມ​ໃຈ​ບຸນ​ຄື “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ” [ໂມ​ໂຣ​ໄນ 7:47]. ມັນ​ລວມ​ທັງ​ຄວາມ​ຮັກ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ມໍ​ມອນ​ສິດ​ສອນ​ວ່າ, “ອະ​ທິ​ຖານ​ຫາ​ພຣະ​ບິດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້” (ໂມ​ໂຣ​ໄນ 7:48). ເມື່ອ​ທ່ານ​ອະ​ທິ​ຖານ​ຂໍ​​ໃຫ້​ຄວາມ​ໃຈ​ບຸນ​ເຕັມ​ຢູ່​ໃນ​ໃຈ​ທ່ານ, ທ່ານ​ຈະ​ໄດ້​ຊີມ​ລົດ​ຊາດ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ຜູ້​ຄົນ​ຈະ​ເພີ່ມ​ຂຶ້ນ, ແລະ ທ່ານ​ຈະ​ມາ​ຮູ້​ສຶກ​ເປັນ​ຫ່ວງ​ດ້ວຍ​ຄວາມ​ຈິງ​ໃຈ ຕໍ່​ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ. ທ່ານ​ຈະ​ເຫັນ​ເຂົາ​ເຈົ້າ​ວ່າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ​ຂອງ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ແລະ ທ່ານ​ຈະ​ອອກ​ແຮງ​ເພື່ອ​ເຂົາ​ເຈົ້າ.

ເມື່ອ​ທ່ານ​ອະ​ທິ​ຖານ​ທູນ​ຂໍ​ຂອງ​ປະ​ທານ​ແຫ່ງ​ຄວາມ​ໃຈ​ບຸນ, ທ່ານ​ຈະ​ມີ​ແນວ​ໂນ້ມ​ໜ້ອຍ​ລົງ​ກັບ​ຄວາມ​ຮູ້​ສຶກ​ໃນ​ທາງ​ລົບ ດັ່ງ​ເຊັ່ນ​ຄວາມ​ຄຽດ​ແຄ້ນ ຫລື ຄວາມ​ອິດ​ສາ. ທ່ານ​ຈະ​ຕັດ​ສິນ ຫລື ວິ​ພາກວິ​ຈານ​ຄົນ​ອື່ນ​ໜ້ອຍ​ລົງ. ທ່ານ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ​ໃນ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃຈ​ເຂົາ​ເຈົ້າ ແລະ ມຸມມອງ​ຂອງ​ເຂົາ​ເຈົ້າ. ທ່ານ​ຈະ​ອົດ​ທົນ​ຫລາຍ​ຂຶ້ນ ແລະ ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ຜູ້​ຄົນ ເມື່ອ​ເຂົາ​ເຈົ້າ​ດີ້ນ​ລົນ ຫລື ທໍ້​ແທ້. (ເບິ່ງ ໂມ​ໂຣ​ໄນ 7:45.)

ຄວາມ​ໃຈ​ບຸນ, ເຊັ່ນ​ດຽວ​ກັບ​ສັດ​ທາ, ນຳ​ໄປ​ສູ່​ການ​ກະ​ທຳ. ທ່ານ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ມັນ ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ຄົນ​ອື່ນ ແລະ ໃຫ້​ຕົວ​ເອງ.

ຄວາມ​ໃຈ​ບຸນ​ຄື​ການ​ປ່ຽນ​ແປງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ມອບ​ມັນ “ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ; … ເພື່ອ​ວ່າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, … ເພື່ອ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ” (ໂມ​ໂຣ​ໄນ 7:48).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຄວາມ​ໃຈ​ບຸນ​ຄື​ຫຍັງ?

ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ​ຄວາມ​ໃຈ​ບຸນ​ແນວ​ໃດ?

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ໃຈ​ບຸນ​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້?

ຮູບ​ພາບ
ເອ​ສະ​ເທີ (ລາ​ຊີ​ນີ​ເອ​ສະ​ເທີ), ໂດຍ ມີ​ເນີ​ວາ ໄທ​ເກີດ

ຄຸນ​ນະ​ທຳ

“ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນ … ມີ​ຄຸນ​ນະ​ທຳ,” ຫລັກ​ແຫ່ງ​ຄວາມ​ເຊື່ອ​ກ່າວ (1:13). ຄຸນ​ນະ​ທຳ​ເປັນ​ແບບ​ແຜນ​ຂອງ​ຄວາມ​ຄິດ ແລະ ການ​ປະ​ພຶດ ອີງ​ຕາມ​ມາດ​ຕະ​ຖານ​ທາງ​ສິນ​ທຳ​ຂັ້ນ​ສູງ. ມັນ​ເປັນ​ຄວາມ​ຊື່​ສັດ​ຕໍ່​ພຣະ​ເຈົ້າ ແລະ ຄົນ​ອື່ນ. ສ່ວນ​ສຳ​ຄັນ​ຂອງ​ຄຸນ​ນະ​ທຳຄື​ຄວາມ​ພະ​ຍາ​ຍາມ​ໃຫ້​ສະ​ອາດ ແລະ ບໍ​ລິ​ສຸດ​ທາງວິນ​ຍານ ແລະ ທາງ​ຮ່າງ​ກາຍ.

ຄຸນ​ນະ​ທຳ​ເກີດ​ຂຶ້ນ​ໃນ​ຄວາມ​ຄິດ ແລະ ຄວາມ​ປາດ​ຖະ​ໜາ. “ໃຫ້​ຄຸນ​ນະ​ທຳ​ປະ​ດັບ​ຄວາມ​ນຶກ​ຄິດ​ຂອງ​ທ່ານ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45). ສຸມ​ໃສ່​ຄວາມ​ຊອບ​ທຳ, ຄວາມ​ຄິດ​ທີ່​ຍົກ​ລະ​ດັບ. ເອົາ​ຄວາມ​ຄິດ​ທີ່ບໍ່​ສົມ​ຄວນ​ອອກ​ໄປ​ຈາກ​ຈິດ​ໃຈ​ຂອງ​ທ່ານ ແທນ​ທີ່​ຈະ​ຢູ່​ກັບ​ມັນ.

ຈິດ​ໃຈ​ຂອງ​ທ່ານ​ກໍ​ຄື​ກັນ​ກັບ​ເວ​ທີ​ໃນ​ໂຮງ​ລະ​ຄອນ. ຖ້າ​ຫາກ​ທ່ານ​ປ່ອຍ​ໃຫ້​ຄວາມ​ຄິດ​ທີ່​ບໍ່​ດີ​ວົນ​ວຽນ​ຢູ່​ເທິງ​ເວ​ທີ​ຂອງ​ຄວາມ​ຄິດ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ບາບ​ຫລາຍ​ຂຶ້ນ. ຖ້າ​ຫາກ​ທ່ານ​ໝັ່ນ​ເຕີມ​ຈິດ​ໃຈ​ຂອງ​ທ່ານ​ດ້ວຍ​ສິ່ງ​ທີ່​ດີ, ທ່ານ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ຍອມ​ຮັບ​ສິ່ງ​ທີ່​ເປັນ​ຄຸນ​ນະ​ທຳ ແລະ ຫລີກ​ລ້ຽງ​ຈາກ​ສິ່ງ​ທີ່​ຊົ່ວ​ຮ້າຍ. ຈົ່ງ​ສະ​ຫລາດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ປ່ອຍ​ໃຫ້​ເຂົ້າ​ໄປ ແລະ ຢູ່​ເທິງ​ເວ​ທີ​ຂອງ​ຈິດ​ໃຈ​ຂອງ​ທ່ານ.

ເມື່ອ​ທ່ານ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄຸນ​ນະ​ທຳ, “ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ … ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຂອງ​ທ່ານ​ສະ​ເໝີ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45–46).

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ມີ​ຄຸນ​ນະ​ທຳ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ຄວາມ​ຊື່​ສັດ

ຄວາມ​ຊື່​ສັດ​ມາ​ຈາກ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ​ທີ່​ໃຫ້​ຮັກ​ພຣະ​ເຈົ້າ (ເບິ່ງ ມັດ​ທາຍ 22:37). ເພາະ​ທ່ານ​ຮັກ​ພຣະ​ເຈົ້າ, ທ່ານ​ຈຶ່ງ​ຊື່​ສັດ​ຕໍ່​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ເໝືອນ​ດັ່ງ​ພວກ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ, ທ່ານ “ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ” (ແອວ​ມາ 53:21).

ເມື່ອ​ທ່ານ​ມີ​ຄວາມ​ຊື່​ສັດ, ທ່ານ​ເຂົ້າ​ໃຈ​ວ່າ ມີ​ສິ່ງ​ຖືກ ແລະ ຜິດ ແລະ ມີ​ຄວາມ​ຈິງ​ທີ່​ສົມ​ບູນ—ຄວາມ​ຈິງ​ຂອງ​ພຣະ​ເຈົ້າ. ທ່ານ​ໃຊ້​ອຳ​ເພີ​ໃຈ​ຂອງ​ທ່ານ​ເພື່ອ​ເລືອກ​ຕາມ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ແລະ ທ່ານ​ກັບ​ໃຈ​ທັນ​ທີ​ເມື່ອ​ທ່ານບໍ່​ເຮັດ​ເຊັ່ນ​ນັ້ນ. ສິ່ງ​ທີ່​ທ່ານ​ເລືອກ​ທີ່​ຈະ​ຄິດ—ແລະ ສິ່ງ​ທີ່​ທ່ານ​ເຮັດ​ເມື່ອ​ທ່ານ​ເຊື່ອ​ວ່າ​ບໍ່​ມີ​ໃຜ​ກຳ​ລັງ​ເບິ່ງ—ເປັນ​ສິ່ງ​ວັດ​ແທກ​ຄວາມ​ຊື່​ສັດ​ຂອງ​ທ່ານ.

ຮູບ​ພາບ
ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ, ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌

ຄວາມ​ຊື່​ສັດ​ໝາຍ​ຄວາມ​ວ່າ​ທ່ານບໍ່​ລົດ​ມາດ​ຕະ​ຖານ ຫລື ພຶດ​ຕິ​ກຳ​ຂອງ​ທ່ານ ເພື່ອ​ໃຫ້​ຜູ້​ອື່ນ​ປະ​ທັບ​ໃຈ ຫລື ເປັນ​ທີ່​ຍອມ​ຮັບ. ທ່ານ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ແມ່ນ​ແຕ່​ເມື່ອ​ຄົນ​ອື່ນ​ເຍາະ​ເຍີ້ຍ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ທີ່​ຈະ​ຈິງ​ໃຈ​ຕໍ່​ພຣະ​ເຈົ້າ (ເບິ່ງ 1 ນີ​ໄຟ 8:24–28). ທ່ານ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ສະ​ພາບ​ແວດ​ລ້ອມ, ລວມ​ທັງ​ວິ​ທີ​ທີ່​ທ່ານ​ສະ​ແດງ​ຕົວ​ຕົນ​ຂອງ​ທ່ານ​ທາງ​ອອນ​ລາຍ.

ເມື່ອ​ທ່ານ​ມີ​ຄວາມ​ຊື່​ສັດ, ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ ຕະ​ຫລອດ​ຫລັງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຊອບ​ທຳ​ຂອງ​ທ່ານ​ຕໍ່​ຄົນ​ອື່ນ.

ຄວາມ​ຊື່​ສັດ​ແມ່ນ​ລວມ​ທັງ​ຄວາມ​ສຸດ​ຈະ​ລິດ​ກັບ​ພຣະ​ເຈົ້າ, ຕົວ​ເອງ, ຜູ້​ນຳ​ຂອງ​ທ່ານ, ແລະ ຄົນ​ອື່ນໆ. ທ່ານ​ບໍ່​ເວົ້າ​ຕົວະ, ບໍ່​ໂກງ, ຫລື ບໍ່​ຫລອກ​ລວງ. ເມື່ອ​ທ່ານ​ເຮັດ​ຄວາມ​ຜິດ, ທ່ານຍອມ​ຮັບ​ຄວາມ​ຮັບ​ຜິດ​ຊອບ ແລະ ກັບ​ໃຈ ແທນ​ທີ່​ຈະ​ພະ​ຍາ​ຍາມ​ຫາ​ເຫດ​ຜົນ ຫລື ເຂົ້າ​ຂ້າງ​ຕົນ​ເອງ.

ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ, ທ່ານ​ຈະ​ມີ​ຄວາມ​ສະ​ຫງົບ​ພາຍ​ໃນ ແລະ ເຄົາ​ລົບ​ຕົນ​ເອງ. ພຣະ​ຜູ້​ເປັນ​ເຈົ້າ ແລະ ຄົນ​ອື່ນໆ​ຈະ​ໄວ້​ວາງ​ໃຈ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຄວາມ​ຊື່​ສັດ ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ສ່ຽງ​ຫລາຍ​ທີ່​ສຸດ​ແນວ​ໃດ?

ນັກ​ຮົບ​ໜຸ່ມ​ໃນ​ກອງ​ທັບ​ຂອງ​ຮີ​ລາ​ມັນ​ໄດ້​ສະ​ແດງ​ຄວາມ​ຊື່​ສັດ​ແນວ​ໃດ?

ດາ​ນີ​ເອນ​ສະ​ແດງ​ຄວາມ​ຊື່​ສັດ​ແນວ​ໃດ? ພຣະ​ເຈົ້າ​ອວຍ​ພອນ​ດາ​ນີ​ເອນ​ສຳ​ລັບ​ຄວາມ​ຊື່​ສັດ​ຂອງ​ລາວ​ແນວ​ໃດ?

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຮັກ​ໄຮ​ຣຳ ອ້າຍ​ຂອງ​ໂຈ​ເຊັບ ສະ​ມິດ?

ຮູບ​ພາບ
ເພີ່ມ​ສັດ​ທາ, ຄຸນ​ນະ​ທຳ, ໂດຍ ວາວ​ເຕີ ເຣນ

ຄວາມ​ຮູ້

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ວ່າ, “ຈົ່ງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດທາ​ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118). ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ ແລະ ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ, ຈົ່ງ​ສະ​ແຫວງ​ຫາ​ຄວາມ​ຮູ້, ໂດຍ​ສະ​ເພາະ​ຄວາມ​ຮູ້​ທາງ​ວິນ​ຍານ.

ສຶກ​ສາ​ພຣະ​ຄຳ​ພີ​ທຸກວັນ, ຕະ​ຫລອດ​ທັງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຜ່ານ​ທາງ​ການ​ສຶກ​ສາ ແລະ ການ​ອະ​ທິ​ຖານ, ຈົ່ງ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ສຳ​ລັບ​ຄຳ​ຖາມ​ສະ​ເພາະ, ການ​ທ້າ​ທາຍ, ແລະ ໂອ​ກາດ. ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ທ່ານ​ສາ​ມາດ​ໃຊ້​ໃນ​ການ​ສິດ​ສອນ ແລະ ໃນ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

ເມື່ອ​ທ່ານ​ສຶກ​ສາ​ຢ່າງ​ພາກ​ພຽນ ແລະ ດ້ວຍ​ການ​ອະ​ທິ​ຖານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ຈິດ​ໃຈ​ຂອງ​ທ່ານ. ພຣະ​ອົງ​ຈະ​ສິດ​ສອນ​ທ່ານ ແລະ ປະ​ທານ​ຄວາມ​ເຂົ້າ​ໃຈ​ໃຫ້​ທ່ານ. ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ ແລະ ຂອງ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ ໃນ​ຊີ​ວິດ​ຂອງ​ທ່ານ. ເໝືອນ​ດັ່ງ​ນີ​ໄຟ, ທ່ານ​ສາ​ມາດ​ເວົ້າ​ວ່າ:

“ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ພຣະ​ຄຳ​ພີ, ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄຳ​ນຶງ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນັ້ນ. … ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄິດ​ຄຳ​ນຶງ​ຢູ່​ຕະ​ຫລອດ​ເວ​ລາ​ເຖິງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ” (2 ນີ​ໄຟ 4:15–16).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຄວາມ​ຮູ້​ສາ​ມາດ​ຊ່ວຍ​ທ່ານ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

ທ່ານ​ຈະ​ສາ​ມາດ​ຮັບ​ຄວາມ​ຮູ້​ໄດ້​ແນວ​ໃດ?

ຮູບ​ພາບ
ບຸກ​ຄົນ​ທີ່​ສະ​ທ້ອນ​ຈາກ​ແສງ​ແດດ

ຄວາມ​ອົດ​ທົນ

ຄວາມ​ອົດ​ທົນ​ແມ່ນ​ຄວາມ​ສາ​ມາດ​ທີ່​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ຂະ​ນະ​ທີ່​ທ່ານ​ປະ​ເຊີນ​ກັບ​ຄວາມ​ຊັກ​ຊ້າ, ການ​ຕໍ່​ຕ້ານ, ຫລື ຄວາມ​ທຸກ​ທໍ​ລະ​ມານ. ຜ່ານ​ທາງ​ສັດ​ທາ​ຂອງ​ທ່ານ, ທ່ານ​ໄວ້​ວາງ​ໃຈ​ໃນ​ເວ​ລາ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ຄຳ​ສັນ​ຍາ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ອົງ​ເກີດ​ສຳ​ເລັດ​ຜົນ.

ເມື່ອ​ທ່ານ​ອົດ​ທົນ, ທ່ານ​ເບິ່ງ​ຊີ​ວິດ​ຈາກ​ມຸມ​ມອງ​ນິ​ລັນ​ດອນ. ທ່ານບໍ່​ໄດ້​ຄາດ​ຫວັງ​ພອນ ຫລື ຜົນ​ຮັບ​ໃນ​ທັນ​ທີ​ທັນ​ໃດ. ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ທ່ານ ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ເກີດ​ຂຶ້ນ “ເປັນ​ບັນ​ທັດ, … ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ” (2 ນີ​ໄຟ 28:30). ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ບາງ​ຢ່າງ​ອາດ​ບໍ່​ເກີດ​ຂຶ້ນ​ຈົນ​ກວ່າ​ຫລັງ​ຈາກ​ຊີ​ວິດ​ນີ້.

ຄວາມ​ອົດ​ທົນ​ບໍ່​ແມ່ນ​ຄວາມ​ກຽດ​ຄ້ານ ຫລື ການ​ລາ​ອອກ​ຢ່າງ​ເສີຍ​ເມີຍ. ມັນ​ແມ່ນ “[ການ​ເຮັດ] ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳ​ນາດ [ຂອງ​ທ່ານ]” ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ພຣະ​ເຈົ້າ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:17). ທ່ານ​ປູກ, ຫົດ​ນ້ຳ, ບຳ​ລຸງ​ລ້ຽງ​ເມັດ​ພືດ, ແລະ ພຣະ​ເຈົ້າ​ໃຫ້​ເພີ່ມ​ຂຶ້ນ “ໃນ​ບໍ່​ຊ້າ​ນີ້” (ແອວ​ມາ 32:42; ເບິ່ງ 1 ໂກ​ຣິນ​ໂທ 3:6–8 ນຳ​ອີກ). ທ່ານ​ເຮັດ​ວຽກ​ງານ​ເປັນ​ຫຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ, ໄວ້​ວາງ​ໃຈ​ວ່າ​ເມື່ອ​ທ່ານ​ໄດ້​ເຮັດ​ສ່ວນ​ຂອງ​ທ່ານ​ແລ້ວ, ພຣະ​ອົງ​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ໃຫ້​ສຳ​ເລັດ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ ແລະ ຕາມ​ອຳ​ເພີ​ໃຈ​ຂອງ​ແຕ່​ລະ​ຄົນ.

ຄວາມ​ອົດ​ທົນ​ຍັງ​ໝາຍ​ຄວາມ​ວ່າ ເມື່ອ​ສິ່ງ​ໃດ​ສິ່ງ​ໜຶ່ງ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້, ທ່ານ​ຈະ​ຍອມ​ຮັບ​ມັນ​ດ້ວຍ​ຄວາມ​ກ້າ​ຫານ, ດ້ວຍ​ພຣະ​ຄຸນ, ແລະ ດ້ວຍ​ສັດ​ທາ.

ພັດ​ທະ​ນາ​ຄວາມ​ອົດ​ທົນ​ກັບ​ຄົນ​ອື່ນ, ລວມ​ທັງ​ຄູ່​ສອນ​ຂອງ​ທ່ານ ແລະ ຜູ້​ທີ່​ທ່ານ​ຮັບ​ໃຊ້. ໃຫ້​ອົດ​ທົນ​ກັບ​ຕົວ​ທ່ານ​ເອງ​ເຊັ່ນ​ດຽວ​ກັນ. ພະ​ຍາ​ຍາມ​ໃຫ້​ດີ​ທີ່​ສຸດ​ພາຍ​ໃນ​ຕົວ​ທ່ານ​ເອງ ໃນ​ຂະ​ນະ​ທີ່​ຮູ້​ວ່າ​ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ​ເທື່ອ​ລະ​ກ້າວ.

ເຊັ່ນ​ດຽວ​ກັບ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ, ການ​ເຕີບ​ໂຕ​ໃນ​ຄວາມ​ອົດ​ທົນ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ. ການ​ໃຊ້​ຄວາມ​ອົດ​ທົນ ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ການ​ປິ່ນ​ປົວ​ຈິດ​ວິນ​ຍານ​ຂອງ​ທ່ານ ແລະ ຕໍ່​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ.

ຮູບ​ພາບ
ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ

“ຄວາມ​ອົດ​ທົນ​ໝາຍ​ເຖິງ​ການ​ລໍ​ຄອຍ​ຢ່າງ​ຫ້າວ​ຫັນ ແລະ ດ້ວຍ​ການ​ອົດ​ກັ້ນ. ມັນ​ໝາຍ​ເຖິງ​ການ​ຢູ່​ກັບ​ບາງ​ສິ່ງ​ບາງ​ຢ່າງ ແລະ ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້—ເຮັດ​ວຽກ, ຫວັງ, ແລະ ໃຊ້​ສັດ​ທາ; ແບກ​ຮັບ​ຄວາມ​ລຳ​ບາກ​ດ້ວຍ​ຄວາມ​ກ້າ​ຫານ, ເຖິງ​ແມ່ນ​ວ່າ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ​ຈະ​ຊັກ​ຊ້າ​ກໍ​ຕາມ. ຄວາມ​ອົດ​ທົນ​ບໍ່​ແມ່ນ​ພຽງ​ແຕ່​ການ​ອົດ​ກັ້ນ​ເທົ່າ​ນັ້ນ, ແຕ່​ເປັນ​ການ​ອົດ​ກັ້ນ​ໄດ້​ດີ!” (Dieter F. Uchtdorf, “Continue in Patience,” Liahona, May 2010, 57).

ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ ໂມ​ໄຊ​ຢາ 28:1–9.

  • ແມ່ນ​ຫຍັງ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ?

  • ແມ່ນ​ຫຍັງ​ຄື​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນັ້ນ? (ເບິ່ງ ແອວ​ມາ 17:10–11; 26:27.)

  • ແມ່ນ​ຫຍັງ​ຄື​ຜົນ​ຮັບ​ຂອງ​ຄວາມ​ອົດ​ທົນ ແລະ ຄວາມ​ພາກ​ພຽນ​ຂອງ​ເຂົາ​ເຈົ້າ? (ເບິ່ງ ແອວ​ມາ 26.)

ຂຽນ​ຄຳ​ຕອບ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ເປັນ​ຫຍັງ​ຄວາມ​ອົດ​ທົນ​ຈຶ່ງ​ສຳ​ຄັນ? ຄວາມ​ອົດ​ທົນ ແລະ ສັດ​ທາ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

ຮູບ​ພາບ
ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ເຈົ້າ (ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ​ກັບ​ມານ​ດາ​ຂອງ​ພຣະ​ອົງ), ໂດຍ ຊາຍ​ມັນ ດູ​ວີ

ຄວາມ​ຖ່ອມ​ຕົວ

ຄວາມ​ຖ່ອມ​ຕົວ​ຄື​ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມັນ​ເປັນ​ການ​ເຕັມ​ໃຈ​ທີ່​ຈະ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ອົງ​ໃນ​ສິ່ງ​ທີ່​ສຳ​ເລັດ. ມັນ​ເປັນ​ສິ່ງ​ທີ່​ສອນ​ໄດ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136:32). ຄວາມ​ຖ່ອມ​ຕົວ​ແມ່ນ​ລວມ​ທັງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພອນ​ຂອງ​ພຣະ​ເຈົ້າ ແລະ ການ​ຍອມ​ຮັບ​ວ່າ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ພຣະ​ອົງ​ຊ່ວຍ​ຜູ້​ທີ່​ຖ່ອມ​ຕົວ.

ຄວາມ​ຖ່ອມ​ຕົວ​ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ບໍ່​ແມ່ນ​ຄວາມ​ອ່ອນ​ແອ. ຄວາມ​ຖ່ອມ​ຕົວ​ເປັນ​ຕົວ​ກະ​ຕຸ້ນ​ທີ່​ສຳ​ຄັນ​ສຳ​ລັບ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ (ເບິ່ງ ອີ​ເທີ 12:27).

ເມື່ອ​ທ່ານ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຖ່ອມ​ຕົວ, ທ່ານ​ສາ​ມາດ​ມີ​ຄວາມ​ໝັ້ນ​ໃຈ​ໄດ້​ວ່າ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ແມ່ນ​ເພື່ອ​ຄວາມ​ດີ​ຂອງ​ທ່ານ. ທ່ານ​ຍັງ​ໝັ້ນ​ໃຈ​ວ່າ ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ຮຽກ​ຮ້ອງ​ຈາກ​ທ່ານ ຖ້າ​ຫາກ​ທ່ານ​ເພິ່ງ​ອາ​ໄສ​ພຣະ​ອົງ. ທ່ານ​ຍັງ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງ​ໃຈ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ເພິ່ນ​ນຳ​ອີກ. ຄວາມ​ຖ່ອມ​ຕົວ​ຈະ​ຊ່ວຍ​ໃຫ້​ທ່ານ​ເຊື່ອ​ຟັງ, ຂະ​ຫຍັນ, ແລະ ຮັບ​ໃຊ້.

ກົງ​ກັນ​ຂ້າມ​ກັບ​ຄວາມ​ຖ່ອມ​ຕົວ​ແມ່ນ​ຄວາມ​ທະ​ນົງ​ໃຈ. ຄວາມ​ທະ​ນົງ​ໃຈ​ໝາຍ​ເຖິງ​ການ​ໄວ້​ວາງ​ໃຈ​ໃນ​ຕົວ​ເອງ​ຫລາຍ​ກວ່າ​ໃນ​ພຣະ​ເຈົ້າ. ມັນ​ຍັງ​ໝາຍ​ເຖິງ​ການ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ໄວ້​ເໜືອ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ. ຄວາມ​ທະ​ນົງ​ໃຈ​ເປັນ​ການ​ແຂ່ງ​ຂັນ; ຜູ້​ທີ່​ມີ​ຄວາມ​ທະ​ນົງ​ໃຈ​ຈະ​ສະ​ແຫວງ​ຫາ​ທີ່​ຈະ​ມີ​ຫລາຍ​ກວ່າ ແລະ ຖື​ວ່າ​ເຂົາ​ເຈົ້າ​ດີ​ກວ່າ​ຄົນ​ອື່ນ. ຄວາມ​ທະ​ນົງ​ໃຈ​ເປັນ​ສິ່ງ​ກີດ​ຂວາງ​ທີ່​ຍິ່ງ​ໃຫຍ່.

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ຖ່ອມ​ຕົວ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເຮົາ​ຈະ​ໄດ້​ຮັບ​ພອນ​ຢ່າງ​ໃດ​ແດ່​ເມື່ອ​ເຮົາ​ຖ່ອມ​ຕົວ​ລົງ?

ທ່ານ​ຈະ​ສາ​ມາດ​ຮັບ​ຮູ້​ຄວາມ​ທະ​ນົງ​ໃຈ​ໃນ​ຕົວ​ເອງ​ໄດ້​ແນວ​ໃດ?

ຮູບ​ພາບ
ໂປ​ໂລ, ອັກ​ຄະ​ສາ​ວົກ, ກຳ​ລັງ​ສິດ​ສອນ​ຝູງ​ຊົນ

ຄວາມ​ພາກ​ພຽນ

ຄວາມ​ພາກ​ພຽນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ຈິງ​ຈັງ. ໃນ​ວຽກ​ງານ​ເຜີຍ​ແຜ່, ຄວາມ​ພາກ​ພຽນ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ທ່ານ​ພາກ​ພຽນ, ທ່ານ​ຈະ​ພົບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ເພິ່ງ​ພໍ​ໃຈ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ແອວ​ມາ 26:16).

ຄວາມ​ພາກ​ພຽນ​ແມ່ນ​ລວມ​ທັງ​ການ​ເຮັດ​ສິ່ງ​ດີ​ຫລາຍ​ຢ່າງ ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ທ່ານ​ເອງ ແທນ​ທີ່​ຈະ​ລໍ​ຖ້າ​ໃຫ້​ຜູ້​ນຳ​ບອກ​ທ່ານ​ວ່າ​ໃຫ້​ເຮັດ​ຫຍັງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27–29).

ສືບ​ຕໍ່​ເຮັດ​ສິ່ງ​ທີ່​ດີ ເຖິງ​ແມ່ນ​ວ່າ​ມັນ​ຈະ​ຍາກ ຫລື ທ່ານ​ເມື່ອຍ​ກໍ​ຕາມ. ແຕ່​ຈົ່ງ​ຮັບ​ຮູ້​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ຄວາມ​ສົມ​ດຸນ ແລະ ການ​ພັກ​ຜ່ອນ ເພື່ອ​ວ່າ​ທ່ານ​ຈະ​ບໍ່ “ແລ່ນ​ໄວ​ກວ່າ​ກຳ​ລັງ [ຂອງ​ທ່ານ]” (ໂມ​ໄຊ​ຢາ 4:27).

ໃຫ້​ໃຈ ແລະ ຄວາມ​ສົນ​ໃຈ​ຂອງ​ທ່ານ​ຈົດ​ຈໍ່​ຢູ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ. ຫລີກ​ເວັ້ນ​ຈາກ​ສິ່ງ​ທີ່​ລົບ​ກວນ​ທ່ານ​ຈາກ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ທ່ານ. ສຸມ​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃສ່​ກິດ​ຈະ​ກຳ​ທີ່​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ ໃນ​ເຂດ​ຂອງ​ທ່ານ ແລະ ເປັນ​ປະ​ໂຫຍດ​ທີ່​ສຸດ​ຕໍ່​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

ຮູບ​ພາບ
ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ

“ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ເອີ້ນ​ເຮົາ ແລະ ໄວ້​ວາງ​ໃຈ​ໃນ​ຕົວ​ເຮົາ ເຖິງ​ແມ່ນ​ໃນ​ຄວາມ​ອ່ອນ​ແອ​ທີ່​ພຣະ​ອົງ​ຮູ້​ວ່າ​ເຮົາ​ມີ. ພຣະ​ອົງ​ຮູ້​ຈັກ​ການ​ທົດ​ລອງ​ທີ່​ເຮົາ​ຈະ​ປະ​ເຊີນ. ໂດຍ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ໄດ້​ຮັບ​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ ແລະ ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ເຮົາ​ຮັບ​ໃຊ້​ເພື່ອ​ພຣະ​ອົງ. ເມື່ອ​ເຮົາ​ຮັບ​ໃຊ້​ພຣະ​ອົງ​ດົນ​ນານ​ພໍ ແລະ ດ້ວຍ​ຄວາມ​ພາກ​ພຽນ, ເຮົາ​ຈະ​ປ່ຽນ​ແປງ. ເຮົາ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ​ໄດ້” (Henry B. Eyring, “Act in All Diligence,” Liahona, May 2010, 62–63).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຄວາມ​ພາກ​ພຽນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຫວັງ​ໃຫ້​ທ່ານ​ມີ​ຄວາມ​ພາກ​ພຽນ?

ຄວາມ​ພາກ​ພຽນ​ກ່ຽວ​ຂ້ອງ​ກັບ​ອຳ​ເພີ​ໃຈ​ແນວ​ໃດ?

ຮູບ​ພາບ
ນັກ​ຮົບ​ໜຸ່ມ​ສອງ​ພັນ​ຄົນ (ກອງ​ທະ​ຫານ​ໜຸ່ມ​ສອງ​ພັນ​ຄົນ), ໂດຍ ອາ​ໂນລ໌ ຟຣີ​ເບີກ

ການເຊື່ອຟັງ

ການ​ຮັບ​ໃຊ້​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ສ່ວນ​ເສີມ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ. ເມື່ອ​ທ່ານ​ຮັບ​ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະ​ທານ​ສັກ​ສິດ, ທ່ານ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ວ່າ ທ່ານ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ: “ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດ​ທົນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ສູ່​ສະ​ຫວັນ, ແລ້ວ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ” (ໂມ​ໄຊ​ຢາ 2:41).

ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ເປັນ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂຢ​ຮັນ 14:15). ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ” (ໂຢ​ຮັນ 15:10).

ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ​ນຳ​ອີກ ເມື່ອ​ພວກ​ເພິ່ນ​ແນະ​ນຳ​ທ່ານ​ໃນ​ເລື່ອງ​ຄວາມ​ຊອບ​ທຳ.

ຮູບ​ພາບ
ແອວ​ເດີ ແດວ ຈີ ເຣັນ​ລັນ

“ການ​ເຊື່ອ​ຟັງ​ເປັນ​ທາງ​ເລືອກ​ຂອງ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຢ່າງ​ຊັດ​ເຈນ. ດັ່ງ​ທີ່​ກ່າວ​ຢູ່​ໃນ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ຂອງ ລູ​ກາ 14:28, ພຣະ​ເຢ​ຊູ​ໄດ້​ຊີ້​ນຳ​ວ່າ, ‘ດັ່ງ​ນັ້ນ, ຈົ່ງ​ຕົກ​ລົງ​ໃຈ, ວ່າ​ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຈະ​ສິດ​ສອນ, ແລະ ບັນ​ຊາ​ພວກ​ເຈົ້າ.’ ມັນ​ງ່າຍໆ. … ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ໝັ້ນ​ຄົງ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ. ເຮົາ​ຈະ​ຫລີກ​ລ້ຽງ​ຈາກ​ການ​ທຳ​ລາຍ​ແຫລ່ງ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ ແລະ ອອກ​ນອກ​ເສັ້ນ​ທາງ​ທີ່​ບໍ່​ເກີດ​ຜົນ ແລະ ທຳ​ລາຍ​ຊີ​ວິດ​ຂອງ​ເຮົາ” (Dale G. Renlund, “Constructing Spiritual Stability” [Brigham Young University devotional, Sept. 16, 2014], 2, speeches.byu.edu).

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ເຊື່ອ​ຟັງ​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້?

ຮູບ​ພາບ
ພຣະ​ຄຣິດ​ກັບ​ຊາວ​ປະ​ມົງ (ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ), ໂດຍ ເຈ ເຄີກ ຣິ​ເຈີດສ໌

ແບບ​ແຜນ​ສຳ​ລັບ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ

ແບບ​ແຜນ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ພັດ​ທະ​ນາ ແລະ ຮັບ​ຄຸນ​ລັກ​ສະ​ນະ​ທີ່​ບັນ​ຍາຍ​ໄວ້​ໃນ​ບົດ​ນີ້ ແລະ ຄຸນ​ລັກ​ສະ​ນະ​ອື່ນໆ​ທີ່​ບັນ​ຍາຍ​ໄວ້​ໃນ​ພຣະ​ຄຳ​ພີ:

  • ລະ​ບຸ​ຄຸນ​ລັກ​ສະ​ນະ​ທີ່​ທ່ານ​ຕ້ອງ​ການ​ສະ​ແຫວງ​ຫາ.

  • ຂຽນ​ລາຍ​ລະ​ອຽດ​ຂອງ​ຄຸນ​ລັກ​ສະ​ນະ.

  • ຂຽນ​ລາຍ​ການ ແລະ ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ທີ່​ສະ​ແດງ​ຕົວ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ ຫລື ທີ່​ສິດ​ສອນ​ກ່ຽວ​ກັບ​ມັນ.

  • ບັນ​ທຶກ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

  • ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ເພື່ອ​ຄວາມ​ກ້າວ​ໜ້າ​ໃນ​ຄຸນ​ລັກ​ສະ​ນະ.

  • ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ພັດ​ທະ​ນາ ແລະ ຮັບ​ຄຸນ​ລັກ​ສະ​ນະ.

  • ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ເປັນ​ໄລ​ຍະໆ.

ຮູບ​ພາບ
ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ

“ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ຜູ້​ທີ່ ຕ້ອງ​ການ ປັບ​ປຸງ, ຜູ້​ຍອມ​ຮັບ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ພຣະ​ບັນ​ຍັດ ແລະ ພະ​ຍາ​ຍາມ ຮັກ​ສາ​ມັນ​ໄວ້, ຜູ້​ທະ​ນຸ​ຖະ​ໜອມ​ຄຸນ​ນະ​ທຳ​ເໝືອນ​ດັ່ງ​ພຣະ​ຄຣິດ ແລະ ພະ​ຍາ​ຍາມ ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ ເພື່ອ​ໃຫ້​ໄດ້​ມັນ​ມາ. ຖ້າ​ຫາກ​ທ່ານ​ສະ​ດຸດ​ໃນ​ການ​ສະ​ແຫວງ​ຫາ​ນັ້ນ, ທຸກ​ຄົນ​ກໍ​ຄື​ກັນ; ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃກ້ ເພື່ອ​ຊ່ວຍ​ໃຫ້​ທ່ານ​ດຳ​ເນີນ​ຕໍ່​ໄປ. … ອີກ​ບໍ່​ດົນ​ທ່ານ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ທີ່​ທ່ານ​ສະ​ແຫວງ​ຫາ” (Jeffrey R. Holland, “Tomorrow the Lord Will Do Wonders among You,” Liahona, May 2016, 126).

ການ​ສຶກ​ສາ​ສ່ວນ​ຕົວ

ລະ​ບຸ​ຄຸນ​ລັກ​ສະ​ນະ​ຈາກ​ບົດ​ນີ້ ຫລື ຈາກ​ພຣະ​ຄຳ​ພີ. ເຮັດ​ຕາມ​ແບບ​ແຜນ​ທີ່​ຫາ​ກໍ​ອະ​ທິ​ບາຍ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ ແລະ ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ.

ເບິ່ງ​ປ້າຍ​ຊື່​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ. ມັນ​ແຕກ​ຕ່າງ​ຈາກ​ປ້າຍ​ຊື່​ທີ່​ພະ​ນັກ​ງານ​ບໍ​ລິ​ສັດ​ໃສ່​ແນວ​ໃດ? ໃຫ້​ສັງ​ເກດ​ເບິ່ງວ່າ ສອງ​ພາກ​ສ່ວນ​ທີ່​ໂດດ​ເດັ່ນ​ແມ່ນ​ຊື່​ຂອງ​ທ່ານ ແລະ ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ທ່ານ​ຈະ​ສາ​ມາດ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ດີກວ່າ​ເກົ່າ ໃນ​ຖາ​ນະ​ສາ​ນຸ​ສິດ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ເຊື່ອມ​ໂຍງ​ຊື່​ຂອງ​ທ່ານ​ໃສ່​ກັບ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ທາງ​ທີ່​ເປັນ​ທາງ​ບວກ?

ຂຽນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ທົບ​ທວນ​ຄຸນ​ລັກ​ສະ​ນະ​ທີ່​ລະ​ບຸ​ໄວ້​ໃນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ໃດໆ​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ໃຫ້​ປະ​ກອບ​ໜ້າ “​ກິດ​ຈະ​ກຳ​ຄຸນ​ລັກ​ສະ​ນະ” ຢູ່​ທ້າຍ​ຂອງ​ບົດ​ນີ້​ເປັນ​ໄລ​ຍະໆ.

  • ລະ​ບຸ​ຄຸນ​ລັກ​ສະ​ນະ​ຢູ່​ໃນ​ບົດ​ນີ້. ຖາມ​ຕົວ​ເອງ:

    • ເຮົາ​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ນີ້​ໄດ້​ແນວ​ໃດ?

    • ການ​ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ນີ້​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

  • ຊອກ​ຫາ​ຕົວ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ ໃນ​ຊີ​ວິດ​ຂອງ​ຊາຍ ແລະ ຍິງ​ຢູ່​ໃນ​ພຣະ​ຄຳ​ພີ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ຊອກ​ຫາ​ຕົວ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ ໃນ​ເພງ​ສັກ​ສິດ​ຂອງ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ, ໃຫ້​ທ່ອງ​ຈຳ​ເນື້ອ​ເພງ​ສວດ ຫລື ເພງ​ຕ່າງໆ​ເພື່ອ​ຊອກ​ຫາ​ຄວາມ​ເຂັ້ມ​ແຂງ ແລະ ພະ​ລັງ. ເວົ້າ​ຊ້ຳ ຫລື ຮ້ອງ​ເພງ​ນີ້ ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ສຶກ​ສາ​ການ​ອ້າງ​ອີງ​ເຖິງ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ຫລື ແຫລ່ງ​ຂໍ້​ມູນ​ອື່ນໆ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ. ສົນ​ທະ​ນາ​ວິ​ທີ​ການ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ທ່ານ​ອາດ​ຈະ​ສົນ​ທະ​ນາ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ໃນ​ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ທ່ານ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ຫລາຍ​ມື້​ກ່ອນ​ການ​ປະ​ຊຸມ​ສະ​ພາ ຫລື ກອງ​ປະ​ຊຸມ, ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ​ກະ​ກຽ​ມ​ຄຳ​ປາ​ໄສ​ປະ​ມານ​ຫ້າ​ນາ​ທີ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ. ໃຫ້​ເວ​ລາ​ໃນ​ການ​ປະ​ຊຸມ​ເພື່ອ​ຜູ້​ສອນ​ສາດ​ສະ​ໜາ​ສອງ​ສາມ​ຄົນ​ຈະ​ໄດ້​ແບ່ງ​ປັນ​ຄຳ​ປາ​ໄສ​ຂອງ​ເຂົາ​ເຈົ້າ.

  • ແຍກ​ຜູ້​ສອນ​ສາດ​ສະ​ໜາ​ອອກ​ເປັນ​ສີ່​ກຸ່ມ ແລະ ມອບ​ໝາຍ​ວຽກ​ງານ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ເຂົາ​ເຈົ້າ:

    ກຸ່ມ​ທີ 1: ອ່ານ 1 ນີ​ໄຟ 17:7–16 ແລະ ຕອບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

    • ນີ​ໄຟ​ໃຊ້​ສັດ​ທາ​ຂອງ​ເພິ່ນ​ແນວ​ໃດ?

    • ນີ​ໄຟ​ໄດ້​ເຮັດ​ຫຍັງ​ເພື່ອ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ?

    • ຄຳ​ສັນ​ຍາ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ກັບ​ນີ​ໄຟ?

    • ເລື່ອງ​ລາວ​ນີ້​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ເຜີຍ​ແຜ່​ແນວ​ໃດ?

    ກຸ່ມ​ທີ 2: ອ່ານ ມາ​ຣະ​ໂກ 5:24–34 ແລະ ຕອບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

    • ຜູ້​ຍິງ​ຄົນ​ນີ້​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

    • ເປັນ​ຫຍັງ​ນາງ​ຈຶ່ງ​ໄດ້​ຮັບ​ການ​ປິ່ນ​ປົວ?

    • ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນາງ ໃນ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ເຮົາ​ໄດ້​ແນວ​ໃດ?

    ກຸ່ມ​ທີ 3: ອ່ານ ຢາ​ໂຄບ 7:1–15 ແລະ ຕອບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

    • ເປັນ​ຫຍັງ​ສັດ​ທາ​ຂອງ​ຢາ​ໂຄບ​ຈຶ່ງ​ເຂັ້ມ​ແຂງ​ພໍ​ທີ່​ຈະ​ຕ້ານ​ທານ​ກັບ​ການ​ໂຈມ​ຕີ​ຂອງ​ເຊ​ເຣັມ​ໄດ້?

    • ຢາ​ໂຄບ​ໃຊ້​ສັດ​ທາ​ແນວ​ໃດ​ເມື່ອ​ເພິ່ນ​ເວົ້າ​ກັບ​ເຊ​ເຣັມ?

    • ການ​ກະ​ທຳ​ຂອງ​ຢາ​ໂຄບ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ແນວ​ໃດ?

    ກຸ່ມ​ທີ 4: ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:8–18 ແລະ ຕອບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

    • ໂຈ​ເຊັບ ສະ​ມິດ ໄດ້​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໃນ​ທາງ​ໃດ?

    • ສັດ​ທາ​ຂອງ​ເພິ່ນ​ຖືກ​ທົດ​ລອງ​ແນວ​ໃດ?

    • ເພິ່ນ​ໄດ້​ເຮັດ​ຫຍັງ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ?

    • ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໂຈ​ເຊັບ ສະ​ມິດ ໄດ້​ແນວ​ໃດ?

    ຫລັງ​ຈາກ​ທຸກ​ກຸ່ມ​ແລ້ວໆ, ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ເຕົ້າ​ໂຮມ​ກັນ ແລະ ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສົນ​ທະ​ນາ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ອ່ານ​ໜຶ່ງ​ໃນ​ພຣະ​ທຳ​ສີ່​ເຫລັ້ມ​ທຳ​ອິດ ໃນ​ພຣະ​ຄຳ​ພີ​ໃໝ່ ຫລື 3 ນີ​ໄຟ 11–28. ໃຫ້​ເຂົາ​ເຈົ້າ​ຂີດ​ກ້ອງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ເຊັ່ນ​ກັນ.

  • ໃຊ້​ການ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ທີ່​ຈະ​ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ກ່ຽວ​ກັບ​ຄວາມ​ພາກ​ພຽນ. ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ພາກ​ພຽນ​ໃນ​ການ​ສຸມ​ໃສ່​ຜູ້​ຄົນ​ເປັນ​ການ​ສະ​ແດງ​ຄວາມ​ຮັກ​ແນວ​ໃດ.

  • ລະ​ຫວ່າງ​ການ​ສຳ​ພາດ ຫລື ການ​ສົນ​ທະ​ນາ, ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ເວົ້າ​ລົມ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ.

ກິດ​ຈະ​ກຳ​ຄຸນ​ລັກ​ສະ​ນະ

ຈຸດ​ປະ​ສົງ​ຂອງ​ກິດ​ຈະ​ກຳ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ລະ​ບຸ​ໂອ​ກາດ​ສຳ​ລັບ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ. ອ່ານ​ແຕ່​ລະ​ລາຍ​ການ​ທີ່​ຢູ່​ຂ້າງ​ລຸ່ມ. ຕັດ​ສິນ​ໃຈ​ວ່າ​ຄຳ​ເວົ້າ​ນັ້ນ​ເປັນ​ຄວາມ​ຈິງ​ກ່ຽວ​ກັບ​ທ່ານ​ແນວ​ໃດ, ແລະ ເລືອກ​ຄຳ​ຕອບ​ທີ່​ເໝາະ​ສົມ. ຂຽນ​ຄຳ​ຕອບ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ບໍ່​ມີ​ໃຜ​ສາ​ມາດ​ຕອບ​ວ່າ “ຕະ​ຫລອດ​ເວ​ລາ” ກັບ​ທຸກ​ຄຳ​ເວົ້າ. ການ​ເຕີບ​ໂຕ​ທາງ​ວິນ​ຍານ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ. ນັ້ນ​ຄື​ເຫດ​ຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ຕື່ນ​ເຕັ້ນ ແລະ ກຸ້ມ​ຄ່າ—ເພາະ​ມີ​ໂອ​ກາດ​ຈົນ​ນັບ​ບໍ່​ຖ້ວນ​ທີ່​ຈະ​ເຕີບ​ໂຕ ແລະ ປະ​ສົບ​ພອນ​ຂອງ​ການ​ເຕີບ​ໂຕ.

ໃຫ້​ສະ​ບາຍ​ໃຈ​ກັບ​ການ​ເລີ່ມ​ຕົ້ນ​ໃນ​ຈຸດ​ທີ່​ທ່ານ​ຢູ່. ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ຕົວ​ເອງ​ທີ່​ຈະ​ເຮັດ​ວຽກ​ງານ​ທາງ​ວິນ​ຍານ​ທີ່​ຈຳ​ເປັນ​ເພື່ອ​ເຕີບ​ໂຕ. ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ເມື່ອ​ທ່ານ​ປະ​ສົບ​ຄວາມ​ລົ້ມ​ເຫລວ, ຈົ່ງ​ໝັ້ນ​ໃຈ​ວ່າ​ພຣະ​ອົງ​ຈະ​ຊ່ວຍ​ທ່ານ. ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ, ຈົ່ງ​ສະ​ແຫວງ​ຫາ​ການ​ນຳ​ພາ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ໃດ ທີ່​ຄວນ​ສຸມ​ໃຈ​ໃສ່​ໃນ​ເວ​ລາ​ຕ່າງໆ ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ.

ຄຳ​ອະ​ທິ​ບາຍ​ຄຳ​ຕອບ

  • 1 = ບໍ່​ເຄີຍ

  • 2 = ບາງ​ຄັ້ງ

  • 3 = ເລື້ອຍໆ

  • 4 = ເກືອບ​ຕະ​ຫລອດ​ເວ​ລາ

  • 5 = ຕະ​ຫລອດ​ເວ​ລາ

ສັດ​ທາ

  1. ຂ້ອຍ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຍອມ​ຮັບ​ພຣະ​ອົງ​ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້ອຍ. (2 ນີ​ໄຟ 25:29)

  2. ຂ້ອຍ​ຮູ້​ສຶກ​ໝັ້ນ​ໃຈ​ວ່າ​ພຣະ​ເຈົ້າ​ຮັກ​ຂ້ອຍ. (1 ນີ​ໄຟ 11:17)

  3. ຂ້ອຍ​ໄວ້​ວາງ​ໃຈ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຽງ​ພໍ​ທີ່​ຈະ​ຮັບ​ເອົາ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ເຮັດ​ສິ່ງ​ທີ່​ພຣະ​ອົງ​ຂໍ. (1 ນີ​ໄຟ 3:7)

  4. ຂ້ອຍ​ເຊື່ອ​ວ່າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂ້ອຍ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ຂ້ອຍ ແລະ ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ເມື່ອ​ຂ້ອຍ​ກັບ​ໃຈ. (ເອ​ໂນດ 1:2–8)

  5. ຂ້ອຍ​ມີ​ສັດ​ທາ​ວ່າ​ພຣະ​ເຈົ້າ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້ອຍ. (ໂມ​ໄຊ​ຢາ 27:14)

  6. ຂ້ອຍ​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕະ​ຫລອດ​ທັງ​ວັນ ແລະ ຈື່​ຈຳ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79)

  7. ຂ້ອຍ​ມີ​ສັດ​ທາ​ວ່າ​ພຣະ​ເຈົ້າ​ຈະ​ນຳ​ສິ່ງ​ທີ່​ດີ​ມາ​ສູ່​ຊີ​ວິດ​ຂອງ​ຂ້ອຍ ແລະ ຊີ​ວິດ​ຂອງ​ຄົນ​ອື່ນໆ ເມື່ອ​ພວກ​ເຮົາ​ອຸ​ທິດ​ຕົວ​ເອງ​ແດ່​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ. (ອີ​ເທີ 12:12)

  8. ຂ້ອຍ​ຮູ້​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. (ໂມ​ໂຣ​ໄນ 10:3–5)

  9. ຂ້ອຍ​ມີ​ສັດ​ທາ​ທີ່​​ຈະ​ສຳ​ເລັດ​ສິ່ງ​ທີ່​ພຣະ​ຄຣິດ​ຕ້ອງ​ການ​ໃຫ້​ຂ້ອຍ​ເຮັດ. (ໂມ​ໂຣ​ໄນ 7:33)

ຄວາມ​ຫວັງ

  1. ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ຂ້ອຍ​ຢ່າງ​ໜຶ່ງ​ຄື ການ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. (ໂມ​ໂຣ​ໄນ 7:41)

  2. ຂ້ອຍ​ໝັ້ນ​ໃຈ​ວ່າ​ຂ້ອຍ​ຈະ​ມີ​ການ​ເຜີຍ​ແຜ່​ທີ່​ມີ​ຄວາມ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 31:3–5)

  3. ຂ້ອຍ​ຮູ້​ສຶກ​ສະ​ຫງົບ ແລະ ຄິດ​ໃນ​ແງ່​ດີ​ກ່ຽວ​ກັບ​ອະ​ນາ​ຄົດ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23)

  4. ຂ້ອຍ​ເຊື່ອ​ວ່າ​ມື້​ໃດ​ມື້​ໜຶ່ງ​ຂ້ອຍ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. (ອີ​ເທີ 12:4)

ຄວາມ​ໃຈ​ບຸນ ແລະ ຄວາມ​ຮັກ

  1. ຂ້ອຍ​ຮູ້​ສຶກ​ປາດ​ຖະ​ໜາ​ຢ່າງ​ຈິງ​ໃຈ​ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ຜູ້​ອື່ນ. (ໂມ​ໄຊ​ຢາ 28:3)

  2. ເມື່ອ​ຂ້ອຍ​ອະ​ທິ​ຖານ, ຂ້ອຍ​ທູນ​ຂໍ​ຄວາມ​ໃຈ​ບຸນ—ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ. (ໂມ​ໂຣ​ໄນ 7:47–48)

  3. ຂ້ອຍ​ພະ​ຍາ​ຍາມ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ ແລະ ເຫັນ​ມຸມ​ມອງ​ຂອງ​ເຂົາ​ເຈົ້າ. (ຢູ​ດາ 1:22)

  4. ຂ້ອຍ​ໃຫ້​ອະ​ໄພ​ຄົນ​ອື່ນ​ຜູ້​ໄດ້​ລ່ວງ​ເກີນ ຫລື ເຮັດ​ຜິດ​ຕໍ່​ຂ້ອຍ. (ເອ​ເຟ​ໂຊ 4:32)

  5. ຂ້ອຍ​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮັກ ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ໂດດ​ດ່ຽວ, ດີ້ນ​ລົນ, ຫລື ທໍ້​ແທ້. (ໂມ​ໄຊ​ຢາ 18:9)

  6. ເມື່ອ​ເໝາະ​ສົມ, ຂ້ອຍ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ​ຕໍ່​ຄົນ​ອື່ນ ໂດຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ. (ລູ​ກາ 7:12–15)

  7. ຂ້ອຍ​ຊອກ​ຫາ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ. (ໂມ​ໄຊ​ຢາ 2:17)

  8. ຂ້ອຍ​ເວົ້າ​ໃນ​ແງ່​ດີ​ກ່ຽວ​ກັບ​ຄົນ​ອື່ນ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:27)

  9. ຂ້ອຍ​ໃຈ​ດີ ແລະ ອົດ​ທົນ​ກັບ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຍາກ​ທີ່​ຈະ​ເຂົ້າ​ກັນ​ໄດ້. (ໂມ​ໂຣ​ໄນ 7:45)

  10. ຂ້ອຍ​ພົບ​ຄວາມ​ຊື່ນ​ຊົມ​ໃນ​ຄວາມ​ສຳ​ເລັດ​ຂອງ​ຄົນ​ອື່ນ. (ແອວ​ມາ 17:2–4)

ຄຸນ​ນະ​ທຳ

  1. ຂ້ອຍ​ສະ​ອາດ ແລະ ບໍ​ລິ​ສຸດ​ໃນ​ໃຈ. (ເພງ​ສັນ​ລະ​ເສີນ 24:3–4)

  2. ຂ້ອຍ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ. (ໂມ​ໄຊ​ຢາ 5:2)

  3. ຂ້ອຍ​ສຸມ​ໃສ່​ຄວາມ​ຄິດ​ທີ່​ຊອບ​ທຳ, ທີ່​ຍົກ​ລະ​ດັບ ແລະ ກຳ​ຈັດ​ຄວາມ​ຄິດ​ທີ່​ບໍ່​ດີ​ອອກ​ໄປ​ຈາກ​ຈິດ​ໃຈ​ຂອງ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45)

  4. ຂ້ອຍ​ກັບ​ໃຈ​ຈາກ​ບາບ​ຂອງ​ຂ້ອຍ ແລະ ພະ​ຍາ​ຍາມ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:26–28; ອີ​ເທີ 12:27)

  5. ຂ້ອຍ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–13)

ຄວາມ​ຊື່​ສັດ

  1. ຂ້ອຍ​ຈິງ​ໃຈ​ຕໍ່​ພຣະ​ເຈົ້າ​ຕະ​ຫລອດ​ເວ​ລາ. (ໂມ​ໄຊ​ຢາ 18:9)

  2. ຂ້ອຍ​ບໍ່​ລົດ​ມາດ​ຕະ​ຖານ ຫລື ການ​ປະ​ພຶດ​ຂອງ​ຂ້ອຍ ເພື່ອ​ໃຫ້​ຄົນ​ອື່ນ​ປະ​ທັບ​ໃຈ ຫລື ຍອມ​ຮັບ. (1 ນີ​ໄຟ 8:24–28)

  3. ຂ້ອຍ​ຊື່​ສັດ​ກັບ​ພຣະ​ເຈົ້າ, ຕົວ​ເອງ, ຜູ້​ນຳ​ຂອງ​ຂ້ອຍ, ແລະ ຄົນ​ອື່ນໆ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:9)

  4. ຂ້ອຍ​ເປັນ​ທີ່​ເພິ່ງ​ໄດ້. (ແອວ​ມາ 53:20)

ຄວາມ​ຮູ້

  1. ຂ້ອຍ​ຮູ້​ສຶກ​ໝັ້ນ​ໃຈ​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້ອຍ​ເຖິງ​ຄຳ​ສອນ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. (ແອວ​ມາ 17:2–3)

  2. ຂ້ອຍ​ສຶກ​ສາ​ພຣະ​ຄຳ​ພີ​ທຸກວັນ. (2 ຕີ​ໂມ​ທຽວ 3:16–17)

  3. ຂ້ອຍ​ສະ​ແຫວງ​ຫາ​ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ຈິງ ແລະ ພົບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:7)

  4. ຂ້ອຍ​ສະ​ແຫວງ​ຫາ​ຄວາມ​ຮູ້ ແລະ ການ​ນຳ​ພາ​ຜ່ານ​ທາງ​ພຣະ​ວິນ​ຍານ. (1 ນີ​ໄຟ 4:6)

  5. ຂ້ອຍ​ທະ​ນຸ​ຖະ​ໜອມ​ຄຳ​ສອນ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. (2 ນີ​ໄຟ 4:15)

ຄວາມ​ອົດ​ທົນ

  1. ຂ້ອຍ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ເພື່ອ​ໃຫ້​ພອນ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເກີດ​ສຳ​ເລັດ​ຜົນ. (2 ນີ​ໄຟ 10:17)

  2. ຂ້ອຍ​ສາ​ມາດ​ລໍ​ຖ້າ​ສິ່ງ​ຕ່າງໆ​ໂດຍ​ບໍ່​ຕ້ອງ​ເສຍ​ໃຈ ຫລື ອຸກ​ອັ່ງ. (ໂຣມ 8:25)

  3. ຂ້ອຍ​ອົດ​ທົນ​ກັບ​ການ​ທ້າ​ທາຍ​ຂອງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. (ແອວ​ມາ 17:11)

  4. ຂ້ອຍ​ອົດ​ທົນ​ກັບ​ຄົນ​ອື່ນ. (ໂຣມ 15:1)

  5. ຂ້ອຍ​ອົດ​ທົນ​ກັບ​ຕົວ​ເອງ ແລະ ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ຂ້ອຍ​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ຂ້ອຍ. (ອີ​ເທີ 12:27)

  6. ຂ້ອຍ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ດ້ວຍ​ຄວາມ​ອົດ​ທົນ ແລະ ສັດ​ທາ. (ແອວ​ມາ 34:40–41)

ຄວາມ​ຖ່ອມ​ຕົວ

  1. ຂ້ອຍ​ອ່ອນ​ນ້ອມ ແລະ ຕ່ຳ​ຕ້ອຍ​ໃນ​ໃຈ. (ມັດ​ທາຍ 11:29)

  2. ຂ້ອຍ​ເພິ່ງ​ອາ​ໄສ​ພຣະ​ເຈົ້າ​ເພື່ອ​ຄວາມ​ຊ່ວຍ​ເຫລືອ. (ແອວ​ມາ 26:12)

  3. ຂ້ອຍ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ. (ແອວ​ມາ 7:23)

  4. ຄຳ​ອະ​ທິ​ຖານ​ຂອງ​ຂ້ອຍ​ແມ່ນ​ຈິງ​ຈັງ ແລະ ຈິງ​ໃຈ. (ເອ​ໂນດ 1:4)

  5. ຂ້ອຍ​ຂອບ​ໃຈ​ສຳ​ລັບ​ການ​ຊີ້​ນຳ​ຈາກ​ຜູ້​ນຳ ຫລື ຄູ​ສອນ. (2 ນີ​ໄຟ 9:28–29)

  6. ຂ້ອຍ​ພະ​ຍາ​ຍາມ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. (ໂມ​ໄຊ​ຢາ 24:15)

ຄວາມ​ພາກ​ພຽນ

  1. ຂ້ອຍ​ເຮັດ​ວຽກ​ງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ຂ້ອຍ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຢ່າງ​ໃກ້​ຊິດ​ກໍ​ຕາມ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:26–27)

  2. ຂ້ອຍ​ສຸມ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້ອຍ​ໃສ່​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. (ມັດ​ທາຍ 23:23)

  3. ຂ້ອຍ​ໄດ້​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ​ຢ່າງ​ໜ້ອຍ​ວັນ​ລະ​ສອງ​ຄັ້ງ. (ແອວ​ມາ 34:17–27)

  4. ຂ້ອຍ​ສຸມ​ຄວາມ​ຄິດ​ຂອງ​ຂ້ອຍ​ໃສ່​ການ​ເອີ້ນ​ຂອງ​ຂ້ອຍ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:2, 5)

  5. ຂ້ອຍ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ເປັນ​ປະ​ຈຳ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:119)

  6. ຂ້ອຍ​ເຮັດ​ວຽກ​ໜັກ​ຈົນ​ກວ່າ​ວຽກ​ຈະ​ສຳ​ເລັດ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:4)

  7. ຂ້ອຍ​ພົບ​ຄວາມ​ຊື່ນ​ຊົມ ແລະ ເພິ່ງ​ພໍ​ໃຈ​ກັບ​ວຽກ​ງານ​ຂອງ​ຂ້ອຍ. (ແອວ​ມາ 36:24–25)

ການ​ເຊື່ອ​ຟັງ

  1. ເມື່ອ​ຂ້ອຍ​ອະ​ທິ​ຖານ, ຂ້ອຍ​ທູນ​ຂໍ​ຄວາມ​ເຂັ້ມ​ແຂງ ເພື່ອ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ ແລະ ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. (3 ນີ​ໄຟ 18:15)

  2. ຂ້ອຍ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:8)

  3. ຂ້ອຍ​ເຕັມ​ໃຈ​ເຊື່ອ​ຟັງ​ກົດ​ຂອງ​ເຂດ​ເຜີຍ​ແຜ່ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ຂອງ​ຂ້ອຍ. (ເຮັບ​ເຣີ 13:17)

  4. ຂ້ອຍ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ກົດ ແລະ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41:5)