ພຣະ​ຄຳ​ພີ
ຄຳ​ນຳ


ຄຳ​ນຳ

ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ເປັນ​ການ​ຄັດ​ເລືອກ​ເອົາ​ເນື້ອ​ຄວາມ​ທີ່​ດີ​ທີ່​ສຸດ ຊຶ່ງ​ກ່ຽວ​ກັບ​ດ້ານ​ສຳ​ຄັນ​ຫລາຍໆ​ດ້ານ​ກ່ຽວ​ກັບ​ສັດທາ ແລະ ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເນື້ອ​ຫາ​ເຫລົ່າ​ນີ້​ໄດ້​ຖືກ​ແປ ແລະ ຖືກ​ຈັດ​ທຳ​ໂດຍ​ສາດ​ສະ​ດາ​ໂຈເຊັບ ສະມິດ, ແລະ ຫລາຍ​ສ່ວນ​ກໍ​ຖືກ​ຈັດ​ພິມ​ໃນ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຍຸກ​ສະ​ໄໝ​ຂອງ​ເພິ່ນ.

ເນື້ອ​ຄວາມ​ສຳ​ຄັນ​ຊຸດ​ທຳ​ອິດ​ຊຶ່ງ​ມີ​ຊື່​ວ່າ ໄຂ່​ມຸກ​ອັນ​ລ້ຳ​ຄ່າ ໄດ້​ຖືກ​ຈັດ​ທຳ​ຂຶ້ນ​ໃນ​ປີ 1851 ໂດຍ​ແອວເດີ ແຟຣງ​ກລິນ ດີ ຣິ​ເຈີດສ໌, ຊຶ່ງ​ໃນ​ຕອນ​ນັ້ນ​ເປັນ​ສະມາ​ຊິກ​ຄົນ​ໜຶ່ງ​ໃນ​ສະພາ​ອັກຄະ​ສາວົກ​ສິບ​ສອງ ແລະ ເປັນ​ປະທານ​ເຜີຍ​ແຜ່​ຢູ່​ເຂດ​ອັງ​ກິດ. ຈຸດ​ປະສົງ​ຂອງ​ມັນ​ຄື​ທີ່​ຈະ​ໃຫ້​ຄວາມ​ສະ​ດວກ​ໃນ​ການ​ເຂົ້າ​ໃຈ​ເຖິງ​ບົດ​ຄວາມ​ສຳ​ຄັນ ຊຶ່ງ​ເຄີຍ​ພິມ​ເຜີຍ​ແຜ່​ຢ່າງ​ຈຳ​ກັດ​ໃນ​ວັນ​ເວລາ​ຂອງ​ໂຈເຊັບ ສະມິດ. ເມື່ອ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ເພີ່ມ​ເຕີມ​ຫລາຍ​ຂຶ້ນ​ຕະຫລອດ​ທົ່ວ​ເອີ​ຣົບ ແລະ ອາ​ເມ​ຣິ​ກາ, ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ຈັດ​ທຳ​ເນື້ອ​ຄວາມ​ເຫລົ່າ​ນີ້​ໄວ້​ໃຊ້. ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ຖືກ​ໃຊ້​ກັນ​ຢ່າງ​ກວ້າງ​ຂວາງ ແລະ ຕໍ່​ມາ​ໄດ້​ກາຍ​ເປັນ​ໜັງ​ສື​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ໂດຍ​ການ​ດຳ​ເນີນ​ງານ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ແລະ ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເຄິ່ງ​ປີ ໃນ​ເມືອງ​ເຊົາ​ເລັກ ໃນ​ວັນທີ 10 ເດືອນ​ຕຸລາ, 1880.

ມີ​ການ​ກວດ​ແກ້​ເນື້ອ​ຄວາມ​ຫລາຍ​ເທື່ອ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ປີ 1878 ໄດ້​ຕື່ມ​ພາກ​ສ່ວນ​ໜຶ່ງ​ຂອງ​ໜັງ​ສື​ໂມເຊ​ໃສ່​ນຳ ຊຶ່ງ​ບໍ່​ມີ​ຢູ່​ໃນ​ຊຸດ​ທຳ​ອິດ. ໃນ​ປີ 1902 ບາງ​ສ່ວນ​ໃນ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ ຊຶ່ງ​ມີ​ຂໍ້​ຄວາມ​ຊ້ຳ​ກັນ​ຢູ່​ໃນ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ໄດ້​ຖືກ​ຕັດ​ອອກ. ການ​ຈັດ​ເຂົ້າ​ເປັນ​ບົດ ແລະ ຂໍ້, ພ້ອມ​ດ້ວຍ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, ໄດ້​ຈັດ​ຂຶ້ນ​ໃນ​ປີ 1902. ການ​ຈັດ​ພິມ​ຄັ້ງ​ທຳ​ອິດ​ແມ່ນ​ເປັນ​ລັກ​ສະ​ນະ ມີ​ສອງ​ແຖວ, ພ້ອມ​ດ້ວຍ​ດັດ​ຊະ​ນີ, ໄດ້​ຈັດ​ຂຶ້ນ​ໃນ​ປີ 1921. ບໍ່​ໄດ້​ມີ​ການ​ດັດ​ແປງ​ອື່ນ​ໃດ​ອີກ​ຈົນ​ເຖິງ​ເດືອນ​ເມສາ ປີ 1976, ເມື່ອ​ມີ​ການ​ເພີ່ມ​ການ​ເປີດ​ເຜີຍ​ສອງ​ເລື່ອງ​ໃສ່. ໃນ​ປີ 1979 ສອງ​ເລື່ອງ​ດັ່ງ​ກ່າວ​ໄດ້​ຖືກ​ຍ້າຍ​ອອກ​ຈາກ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ ແລ້ວ​ເອົາ​ໄປ​ໄວ້​ໃນ​ຄຳ​ສອນ ແລະ ພັນທະ​ສັນ​ຍາ, ຊຶ່ງ​ຕອນ​ນີ້​ຄື​ພາກ 137 ແລະ 138. ໃນ​ສະບັບ​ພິມ​ປະ​ຈຸ​ບັນ​ກໍ​ມີ​ການ​ດັດ​ແປງ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ເອ​ກະ​ສານ​ລຸ້ນ​ທຳ​ອິດ.

ຕໍ່​ໄປ​ນີ້​ເປັນ​ຄຳ​ນຳ​ຫຍໍ້​ສຳ​ລັບ​ເນື້ອ​ຄວາມ​ໃນ​ປະ​ຈຸ​ບັນ:

  1. ການ​ຄັດ​ເລືອກ​ມາ​ຈາກ​ໜັງ​ສື​ໂມເຊ. ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ໜັງ​ສື​ປະ​ຖົມ​ມະ​ການ ຊຶ່ງ​ໂຈເຊັບ ສະມິດ ໄດ້​ແປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ທີ່​ເພິ່ນ​ໄດ້​ເລີ່ມ​ຕົ້ນ​ແປ​ໃນ​ເດືອນ​ມິຖຸນາ 1830.

  2. ໜັງ​ສື​ອັບ​ຣາ​ຮາມ. ການ​ແປ​ທີ່​ດົນ​ໃຈ​ຈາກ​ການ​ຂຽນ​ຂອງ​ອັບ​ຣາ​ຮາມ. ໂຈເຊັບ ສະມິດ ໄດ້​ເລີ່ມ​ຕົ້ນ​ການ​ແປ​ໃນ​ປີ 1835 ຫລັງ​ຈາກ​ໄດ້​ແຜ່ນ​ພະ​ພາຍ​ຣັສ ຂອງ​ເອຢິບ. ການ​ແປ​ໄດ້​ຖືກ​ພິມ​ເປັນ​ຕອນໆ ໃນ​ວາ​ລະ​ສານ Times and Seasons ເລີ່ມ​ຈາກ​ວັນທີ 1​ເດືອນ​ມີນາ, 1842, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ.

  3. ໂຈເຊັບ ສະມິດ—ມັດທາຍ. ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ປະຈັກ​ພະຍານ​ຂອງ​ມັດທາຍ ຊຶ່ງ​ໂຈເຊັບ ສະມິດ ໄດ້​ແປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ເບິ່ງ ຄຳ​ສອນ ແລະ ພັນທະ​ສັນ​ຍາ 45:60–61 ສຳ​ລັບ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ​ໃຫ້​ເລີ່ມ​ຕົ້ນ​ການ​ແປ​ພຣະ​ຄຳ​ພີ​ໃໝ່).

  4. ໂຈເຊັບ ສະມິດ—ປະຫວັດ. ການ​ຄັດ​ເລືອກ​ມາ​ຈາກ​ປະຈັກ​ພະຍານ ແລະ ປະຫວັດ​ສາດ​ຢ່າງ​ເປັນ​ທາງ​ການ​ຂອງ​ໂຈເຊັບ ສະມິດ, ຊຶ່ງ​ເພິ່ນ ແລະ ຜູ້​ຂຽນ​ຂອງ​ເພິ່ນ ໄດ້​ຕຽມ​ໄວ້​ໃນ​ປີ 1838–1839 ແລະ ໄດ້​ພິມ​ເປັນ​ຕອນໆ​ໃນ​ວາ​ລະ​ສານ Times and Seasons ໃນ​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ເລີ່ມ​ຈາກ​ວັນທີ 15 ເດືອນ​ມີນາ, 1842.

  5. ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຖ້ອຍ​ຖະ​ແຫລງ​ໂດຍ​ໂຈເຊັບ ສະມິດ ທີ່​ໄດ້​ພິມ​ໃນ​ວາ​ລະ​ສານ Times and Seasons ວັນທີ 1​ເດືອນ​ມີນາ, 1842, ພ້ອມ​ກັບ​ປະຫວັດ​ສາດ​ສັ້ນໆ​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ວ່າ​ເປັນ ຈົດ​ໝາຍ​ເວັ້ນ​ເວິທ໌.