​2010–2019
“ຖ້າ​ພວກ​ທ່ານ​ຮັກ​ເຮົາ, ພວກ​ທ່ານ​ກໍ​​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ”
ເມສາ 2014


“ຖ້າ​ພວກ​ທ່ານ​ຮັກ​ເຮົາ, ພວກ​ທ່ານ​ກໍ​​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ”

ການ​ໃຊ້​ອຳ​​ເພີ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ໝາຍ​ຄວາມ​ວ່າ​ການ​ເລືອກ​ທີ່​ຈະ “ເຮັດ​ສິ່ງທີ່​ດີ [ແລະ ປ່ອຍ​ໃຫ້] ຜົນ​ຕິດ​ຕາມ​ມາ.”

ອ້າ​ຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ບັນ​ດາ​ບົດ​ຮຽນ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຊີວິດຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ບໍ່​ມີ​ບົດ​ໃດ​ທີ່​ແຈ່ມ​ແຈ້ງ ແລະ ມີ​ພະ​ລັງ​ຫລາຍ​ໄປ​ກວ່າ​ບົດ​ຮຽນ​ຂອງ​ການ​ເຊື່ອ​ຟັງ.

ຕົວ​ຢ່າງ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ

ໃນກອງ​ປະຊຸມ​ມະຫາສານ​ຢູ່​ໃນ​ສະຫວັນ​ກ່ອນ​ເຮົາ​ມາ​ເກີດ, ລູ​ຊີ​ເຟີ​ໄດ້​ກະ​ບົດ​ຕໍ່​ແຜນ​ຂອງພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​. ຜູ້​ທີ່​ໄດ້​ຕິດ​ຕາມ​ລູ​ຊີ​ເຟີ​ໄດ້​ສິ້ນ​ສຸດ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຂົາ—ໃຫ້​ລະ​ວັງ​ວ່າ​ທ່ານ​ຕິ​ດຕາມ​ໃຜ!

ແລ້ວ​ພ​ຣະ​ເຢ​ຊູ​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ຈະ​ເຊື່ອ​ຟັງ​ເມື່ອ​ພ​ຣະ​ອົງ​ໄດ້​ກ່າວ​ຕໍ່ພ​ຣະ​ບິ​ດາວ່າ ພຣະ​ປະ​ສົງ​ຂອງພ​ຣະ​ບິ​ດາເທິງ​ສະ​ຫວັນ​​ຈະ​ເປັນ​ໄປ, ແລະ ລັດ​ສະ​ໝີ​ພາບ​ຈະ​ເປັນ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຕະ​ຫລອດ​ການ.1 ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ໄດ້​ທົນ​ທຸກ​ກັບ​ການ​ລໍ້​ລວງ ແຕ່​ພ​ຣະ​ອົງ​ບໍ່​ໄດ້​ເອົາ​ພ​ຣະ​ໄທ​ໃສ່​ກັບ​ມັນ.2 ແທ້​ຈິງ​ແລ້ວ, “ພ​ຣະ​ອົງ [ກໍ​ໄດ້​ຮຽນ​ຮູ້] ເຊື່ອ​ຟັງ​ໂດຍ​ທາງ​ຄວາມ​ທົນ​ທຸກ​ທໍ​ລະ​ມານ.”3

ເພາະ​ວ່າພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ​ເຊື່ອ​ຟັງ, ພ​ຣະ​ອົງຈຶ່ງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ເຮັດ​ໃຫ້​ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ໄປ​ໄດ້ ແລະ ຕຽມ​ທາງ​ໃຫ້​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຜູ້​ຮູ້ວ່າ​ເຮົາ​ຈະ​ເຮັດ​ຄວາມ​ຜິດ ​ແລະ ​ເຮົາ​ຈະ​ຮຽນ​ທີ່​ຈະ​ເຊື່ອ​ຟັງ​​​ໃນ​ຄວາມ​ເປັນ​ມະຕະ. ເມື່ອ​ເຮົາ​ເຊື່ອ​ຟັງ, ເຮົາ​ຍອມ​ຮັບ​ການ​ເສ​ຍ​ສະ​ລະ​ຂອງ​ພ​ຣະ​ອົງ, ເພາະເຮົາ​ເຊື່ອ​ວ່າ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢຊູ​ຄ​ຣິດ, ມະ​ນຸດ​ທັງ​ປວງຈະ​ລອດ​ໄດ້, ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ, ພິ​ທີ​ການ, ​ແລະ ພຣະບັນຍັດ ທີ່​ມອບ​ໃຫ້​ໃນ​ພ​ຣະ​ກິ​ດ​ຕິ​ຄຸນ.4

ພ​ຣະ​ເຢ​ຊູ​ໄດ້​ສອນ​ເຮົາ​ໃຫ້​ເຊື່ອ​ຟັງ​ໃນ​ພາ​ສາ​ທີ່​ລຽບ​ງ່າຍ ທີ່​ຈະ​ເຂົ້າ​ໃຈ​ໄດ້​ງ່າ​ຍ​ວ່າ: “ຖ້າ​ພວກ​ທ່ານ​ຮັກ​ເຮົາ, ພວກ​ທ່ານ​ກໍ​​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ,”5 ແລະ “ຈົ່ງ​ຕາມ​ເຮົາ​ມາ.”6

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, “[ເຮົາ​] ຮັບ​ເອົາ​ພ​ຣະ​ນາມ​ຂອງ​ພ​ຣະ​ຄ​ຣິດ ແລະ ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພ​ຣະ​ເຈົ້າ​ວ່າ [ເຮົາ​ຈະ] ເຊື່ອ​ຟັງ​ໄປ​ຈົນ​ສິ້ນ​ຊີ​ວິດ​ [ຂອງເຮົາ​].”7 ທຸກໆ​ວັນ​ອາ​ທິດ​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ນັັ້ນ​ໂດ​ຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ ແລະ ເປັນ​ສັກ​ຂີ​ພະ​ຍານ​ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັ​ກ​ສາ​ພຣະ​ບັນ​ຍັດ. ເຮົາ​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ສຳ​ລັບ​ຄວາມ​ນຶກ​ຄິດ, ຄວາມ​ຮູ້​ສຶກ, ຫລື ການ​ກະ​ທຳ​ທີ່ບໍ່​ສອດ​ຄ່ອງ​ກັບ​ພ​ຣະ​ປະ​ສົງ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ​ໃນ​ຂະນະ​ທີ່ເຮົາ​ກັບ​ໃຈ​ໂດຍ​ການ​ຫັນ​ໜີ​ຈາກ​ການບໍ່​ເຊື່ອ​ຟັງ ແລະ ໂດຍ​ການ​ເລີ່ມ​ທີ່​ຈະ​ເຊື່ອ​ຟັງ​ອີກ ​ເມື່ອ​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ.

ປະ​ເພດ​ຂອງ​ການ​ເຊື່ອ​ຟັງ

ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດຕາມ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນ, ເຮົາ​ກ້າວ​ໜ້າ​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ການ​ເຊື່ອ​ຟັງ. ບາງ​ເທື່ອ​ເຮົາ​ອາດ​ຖືກ​ລໍ້​ລວງ​ໃຫ້​ຕິດ​ຕາມ​ສິ່ງທີ່​ຂ້າ​ພະ​ເຈົ້າ​ເອີ້ນ​ວ່າ “ການ​ເຊື່ອ​ຟັງ​ປັນ​ຍາ​ຂອງ​ມະ​ນຸດ,” ຊຶ່ງ​ໃນ​ນັ້ນ​ເຮົາ​ປະ​ຕິ​ເສດ​ກົດ​ຂອງ​ພ​ຣະ​ເຈົ້າ ແລະ ເລືອກ​ປັນ​ຍາ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ເອງ ຫລື ​ແມ່ນ​ແຕ່​ຄວາມ​ໂດ່​ງດັງ. ​ເພາະ​ຫລາຍ​ຄົນ​ໄດ້​ເຮັດ​ແບບນີ້​ເລື້ອຍໆ, ການ​ບິດ​ເບືອນການ​ເຊື່ອ​ຟັງນີ້ຈະ​ລົດ​ມາດ​ຕະ​ຖານ​ຂອງ​ພ​ຣະ​ເຈົ້າ​ໃນ​ສັງ​ຄົມ​ຂ​ອງ​ເຮົາ ແລະ ໃນ​ກົດ​ໝາຍ​ຂອງ​ເຮົາ.

ບາງ​ເທື່ອ​ສະມາຊິກອາດ​ມີ​ສ່ວນ​​ໃນ “ການ​ເຊື່ອ​ຟັງ​ທີ່​ເລືອກ​ເອົາ​ເອງ,” ປະ​ກາດ​ວ່າ​ຮັກ ແລະ ໃຫ້​ກຽດ​ພ​ຣະ​ເຈົ້າ ໃນ​ຂະ​ນະ​ທີ່​ເລືອກ​ເອົາ​ວ່າ​​ພ​ຣະ​ບັນ​ຍັດ ແລະ ຄຳ​ສອນ​ຂໍ້​ໃດ—ແລະ ຄຳ​ສອນ ແລະ ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຂອງ​ພ​ຣະ​ອົງ—ທີ່​​ເຂົາ​ເຈົ້າ​ຈະ​ຕິດ​ຕາມ​ຢ່າງ​ຄົບ​ຖ້ວນ.

ບາງ​ຄົນ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ຢ່າງ​ເຄັ່ງ​ຄັດ​ເພາະ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ເຫດ​ຜົນ​ທັງ​ໝົດ​ສຳ​ລັບ​ພ​ຣະ​ບັນ​ຍັດ, ດັ່ງ​ທີ່​ເດັກ​ນ້ອຍບໍ່​ເຂົ້າ​ໃຈ​ສະ​ເໝີ​ເຖິງ​ເຫດ​ຜົນ​ຂອງຄຳ​ແນະນຳ ​ແລະ ​ກົດ​ຂອງ​ພໍ່​ແມ່​ຂອງ​ພວກ​ເຂົາ. ແຕ່​ເຮົາ​ຮູ້​ເຫດ​ຜົນ​ທີ່​ເຮົາ​ຕິດ​ຕາມ​ສາດ​ສະ​ດາສະ​ເໝີ, ເພາະ​ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູຄຣິດ, ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເອງເປັນ​ຜູ້​ຊີ້​ນຳ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃນ​ທຸກໆ​ຍຸກ​ສະ​ໄໝ.

ເມື່ອ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາເຖິງ​ການ​ເຊື່ອ​ຟັງ​​ເລິກ​ຊຶ້ງ​ຂຶ້ນ, ເຮົາ​ຮັບ​ຮູ້​ບົດ​ບາດ​ທີ່​ຈຳ​ເປັນ​ຂອງ​ອຳ​ເພີ​ໃຈ. ຕອນພ​ຣ​ະ​ເຢ​ຊູ​ໄດ້​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ, ພ​ຣະ​ອົງ​ໄດ້​ອະ​ທິ​ຖານ​ຫາ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຂອງ​ພ​ຣະ​ອົງສາມ​ເທື່ອວ່າ “ພ​ຣະ​ບິ​ດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້, ຂໍ​ເອົາ​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານ​ນີ້​ໄປ​ຈາກ​ລູກ​ເສຍ: ແຕ່​ຢ່າງ​ໃດ​ກໍ​ດີ ຂໍ​ໃຫ້​ເປັນ​ໄປ​ຕາມ​ພໍ່ຕ້ອງ​ການ ແຕ່ບໍ່​ແມ່ນ​ຕາມ​ລູກ​ຕ້ອງ​ການ.”8 ພຣະ​ເຈົ້າ​ຈະ​ບໍ່​ເອົາອຳ​ເພີ​ໃຈຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄປ​ຈາກ​ພ​ຣະ​ອົງ, ແຕ່​ພຣະ​ອົງ​ຍັງ​ໄດ້​ສົ່ງ​ທູດ​ອົງ​ໜຶ່ງມາ​ຊູ​ພະ​ລັງ​ໃຫ້​ແກ່​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ພົບ​ການ​ທົດ​ສອບ​ອີກ​ຢ່າງ​ໜຶ່ງ​ໃນ​ໂຄ​ລະ​ໂຄ​ທາ, ບ່ອນ​ທີ່​ພ​ຣະ​ອົງ​ສາ​ມາດ​ເອີ້ນ​ຫາ​ເຫລົ່າທູດ​ສະ​ຫວັນ​ຫລາຍກວ່າ​ສິບ​ສອງກອງ​ທັບ​ໃຫ້​ມາ​ເອົາ​ພ​ຣະ​ອົງ​ລົງ​ຈາກ​ໄມ້​ກາງ​ແຂນ​ກໍ​ໄດ້, ແຕ່​ພ​ຣະ​ອົງ​ໄດ້​ເລືອກ​ເອົາ​ເອງ​ທີ່​ຈະ​ອົ​ດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຢ່າງ​ເຊື່ອ​ຟັງ ແລະ ສຳ​ເລັດ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ວ່າ​ນັ້ນ​ໝາຍ​ເຖິງ​ການ​ທຸກ​ທໍ​ລະ​ມານ, ​ແມ່ນ​ແຕ່ການ​ຕາຍ​ຢ່າງ​ແສນ​ສາ​ຫັດ.

ການ​ເຊື່ອ​ຟັງ​ທີ່​ຍິ່ງ​ໃຫ​ຍ່​ທາງວິນ​ຍານ​ຄື ການ​ເຊື່ອ​ຟັງ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ. ມັນ​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ​ຮັກ​ທີ່​ແທ້​ຈິງ​ທີ່​ມີ​ຕໍ່​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພ​ຣະ​ບຸດ​ຂ​ອງ​ພ​ຣະ​ອົງ. ເມື່ອ​ເຮົາ​ເຊື່ອ​ຟັງ​ຢ່າງ​ເຕັມ​ໃຈ, ດັ່ງ​ທີ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ, ເຮົາ​ຈະ​ທະ​ນຸ​ຖະ​ໜອມ​ພ​ຣະ​ຄຳ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ທີ່​ວ່າ: “ທ່ານ​ຜູ້ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເອງ, ເຮົາ​ພໍ​ໃຈ​ນຳ​ເພິ່ນ​ຫລາຍ.”9 ແລະ ເຮົາ​ຄອຍ​ຖ້າ​ທີ່​ຈະ​ໄດ້​ຍິນ, ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ, “ເຈົ້າ​ໄດ້​ເຮັດ​ດີ, ຄົນ​ໃຊ້​ທີ່​ດີ ແລະ ສັດ​ຊື່​ຂອງ​ເຮົາ​ເອີຍ: … ຈົ່ງ​ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ​ກັບ​ເຮົາ​ເຖີດ.”10

ການ​ໃຊ້​ອຳ​​ເພີ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ໝາຍ​ຄວາມ​ວ່າ​ການ​ເລືອກ​ທີ່​ຈະ “ເຮັດ​ສິ່ງທີ່​ດີ [ແລະ ປ່ອຍ​ໃຫ້] ຜົນ​ຕິດ​ຕາມ​ມາ.”11 ມັນ​ຮຽກ​ຮ້ອງກ​ານ​ຄວບ​ຄຸມ​ຕົນ​ເອງ ແລະ ຈະ​ນຳ​ຄວາມ​ໝັ້ນ​ໃຈ, ຄວາມ​ສຸກ​ນິ​ລັນ​ດອນ, ແລະ ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ບັນ​ລຸ​ຜົນ​ມາ​ສູ່​ເຮົາ, ຜ່ານ​ຕົວ​ຢ່າງ, ໃຫ້​ແກ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ; ແລະ ມັນ​ຈະ​ຮ່ວມ​ດ້ວຍ​ຄຳ​ໝັ້ນສັນ​ຍາ​ສ່ວນ​ຕົວ​ທີ່​ເລິກ​ຊຶ້ງ ທີ່​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ຕິດ​ຕາມ​ຄຳ​ສອນ ແລະ ຄຳ​ແນະ​ນຳ​ຂອ​ງ​ພວກ​ເພິ່ນ.

ຜົນ​ທີ່​ຕາມ​ມາ

ໃນ​ການ​ເລືອກ​ວ່າ​ເຮົາ​ຈະ​ເຊື່ອ​ຟັງ, ​ມັນ​ຈະ​ຊ່ອຍ​ເຮົາ​ສະ​ເໝີ​ທີ່​ຈະຈື່ຈຳ​ຜົນ​ທີ່​ຕາມ​ມາ​ຈາກ​ການ​ເລືອກ​ຂອງ​ເຮົາ. ​ລູ​ຊີ​ເຟີ ແລະ ຜູ້​ຕິດ​ຕາມ​ຂອງ​ມັນ​ໄດ້​ເຂົ້າ​ໃຈ​ຜົນ​ທີ່​ຕາມ​ມາ​ຈາກ​ການ​ເລືອກ​ທີ່​ຈະ​ປະ​ຕິ​ເສດ​ແຜນ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫ​ວັນ​ບໍ? ຖ້າ​ໄດ້​ເຂົ້າ​ໃຈ ເປັນ​ຫ​ຍັງ​ເຂົາ​ຈຶ່ງ​ໄດ້​ເລືອກ​ທາງ​ທີ່​ຮ້າຍ​ແຮງ​ດັ່ງ​ນັ້ນ? ເຮົາ​ອາດ​ຖາມ​ຕົວ​ເຮົາ​ເອງ​ໃນ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນັ້ນວ່າ: ເປັນ​ຫ​ຍັງ​ເຮົາ​ຈຶ່ງ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ເມື່ອ​ເຮົາ​ຮູ້ຜົນ​ທີ່​ຕາມ​ມາ​ນິ​ລັນ​ດອນ​ຂອງ​ບາບ? ພ​ຣະ​ຄຳ​ພີ​ໃຫ້​ຄຳ​ຕອບນັ້ນ​ວ່າ: ສາ​ເຫດທີ່​ກາ​ອິນ ແລະ ລູກໆ​ບາງ​ຄົນ​ຂອງ​ອາ​ດາມ ແລະ ເອ​ວາ​ໄດ້​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ກໍ​ເພາະ​ວ່າ​ພວກ​ເຂົາ​ຮັກ​ຊາ​ຕານ​ຫລາຍ​ກວ່າ​ພ​ຣ​ະ​ເຈົ້າ.12

ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ຈຳ​ເປັນ​ຕໍ່​ການ​ເຊື່ອ​ຟັງ​ເໝືອນ​ດັ່ງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ. ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເຊື່ອ​ຟັງ​ໃນ​ວັນ​ເວ​ລາ​ຂອງໂລກນີ້, ເຮົາ​ປະ​ກາດ​ຄວາມ​ຮັກ​ ແລະ ຄວາມ​ເຄົາ​ລົບ​ທີ່​ມີ​ໃຫ້​ແກ່​ລູກໆ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ທັງ​ປວງ. ແຕ່​ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຄວາມ​ຮັກ​ທີ່​ມີ​ໃຫ້​ຄົນ​ອື່ນນີ້ຈະ​ປ່ຽນ​ແປງ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ, ຊຶ່ງ​ຖືກ​ປະ​ທານ​ໃຫ້​ເພື່ອ​ຄວາມ​ດີ​ຂອງ​ເຮົາ! ຍົກ​ຕົວ​ຢ່າງ, ພ​ຣະ​ບັນ​ຍັດທີ່​ວ່າ​ເຮົາ​ບໍ່​ຄວນ​ຂ້າ​ ຫລື ເຮັດ​ສິ່ງ​ໃດໆ​ທີ່​ຄ້າຍ​ຄື​ກັນນັ້ນ13 ແມ່ນ​ສ້າງ​ຂຶ້ນ​ເທິງ​ພື້ນ​ຖານ​ຂອງ​ກົດ​ທາງວິ​ນ​ຍານ ທີ່​ປົກ​ປ້ອງ​ລູກໆ​ຂອງ​ພ​ຣະ​ເຈົ້າ​ທຸກໆ​ຄົນ, ແມ່ນ​ແຕ່​ຜູ້​ທີ່​ຍັງ​ບໍ່​ທັນ​ເກີດ​ເທື່ອ. ປະ​ສົບ​ການ​ທັງ​ຫລາຍ​ຈາກ​ປະ​ຫວັດ​ສາດສະ​ແດງ​ໃຫ້​ເຫັນ​ວ່າ​ເມື່ອ​ເຮົາ​ບໍ່​ເອົາ​ໃຈ​ໃສ່​ກົດ​ນີ້, ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງ​ຫລາຍ​ຈະ​ຕາມ​ມາ. ແຕ່​ຫລາຍ​ຄົນ​ເຊື່ອ​ວ່າ​ມັນ​ເປັນ​ທີ່ຍອມ​ຮັບ ທີ່ຈະກຳ​ຈັດ​ຊີ​ວິດ​ຂອງ​ເດັກ​ທີ່​ຍັງ​ບໍ່​ທັນ​ເກີດ​ເທື່ອ​ເພື່ອ​ເຫດ​ຜົນ​ຂອງ​ທາງ​ເລື​ອກ ຫລື ຄວາມ​ສະ​ດວກ​ສະ​ບາຍ.

ການ​ແກ້​ຕົວ​ສຳ​ລັບ​ກ​ານບໍ່​ເຊື່ອ​ຟັງ​ຈະ​ບໍ່​ປ່ຽນ​ແປງ​ກົດ​ທາງວິນ​ຍານ ຫລື ຜົນ​ທີ່​ຕາມ​ມາ​ຂອງ​ມັນ ແຕ່​ຈະ​ນຳ​ໄປ​ສູ່​ຄວາມ​ສັບ​ສົນ, ຄວາມບໍ່​ໝັ້ນ​ຄົງ, ເດີນ​​ໂຊ​ເຊ​ໄປ​ຕາມ​ທາງ​ທີ່ແປກ​ປະ​ຫລາດ, ຫລົງ​ທາງ,​ ແລະ ຄວາມ​ໂສກ​ເສົ້າ. ໃນ​ຖາ​ນະທີ່​ເ​ປັນ​ສາ​ນຸ​ສິດ​ຂອງ​ພ​ຣະ​ຄຣິດ, ເຮົາ​ມີ​ພັນ​ທະ​ອັນ​ສັກ​ສິດ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ກົດ ແລະ ພຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ ​ແລະ ພັນທະ​ສັນຍາ​ຊຶ່ງ​ເຮົາ​ໄດ້​ຮັບ​ໄວ້​ກັບ​ຕົນ​ເອງ.

ໃນ​ເດືອນ​ທັນ​ວ່າ​ປີ 1831, ອ້າຍ​ນ້ອງ​ບາງ​ຄົນ​ຖືກ​ເອີ້ນ​ໃຫ້​ໄປ​ຊ່ອຍຜ່ອນ​ຄາຍ​ຄວາມ​ຮູ້​ສຶກບໍ່​ເປັນ​ມິດ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ສາດ​ສະ​ໜາ​ຈັກ​. ຜ່ານ​ສາດ​ສະ​ດາ​ໂຈ​ເຊັບ ​ສະ​ມິດ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ເຂົາ​ເຈົ້າ​ໃນ​ວິ​ທີ​ທາງ​ທີ່ບໍ່​ເປັນ​ປົກ​ກະ​ຕິ, ​ແຕ່​​ເປັນ​ວິທີ​ທີ່ປະ​ຫລາດ​ໃຈ:

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄພ່​ພົນ ​ເຮັດໃຫ້ສັດ​ຕູ​ຂອງ​ເຂົາ​ເຈົ້າຈຳ​ນົນ ແລະ ​ຂໍ​ໃຫ້​ສັດຕູ​ໄປພົບ​ເຂົາ​ເຈົ້າ​ໃນ​ບ່ອນສະ​ທາ​ລະນະ ແລະ ​ເປັນສ່ວນ​ຕົວ​. …

ພ​ຣະ​ອົງ​ໄດ້​ກ່າວ​ວ່າ ໃຫ້​ເຂົາ​ນຳ​ເຫດ​ຜົນ​ທີ່​ໜັກ​ແໜ້ນ​ຂອງ​ເຂົາ​ອອກ​ມາ​ຕໍ່​ຕ້​ານ​ພ​ຣະ​​ອົງ.

ພ​ຣະ​ອົງ​ໄດ້​ກ່າວ​ວ່າ ບໍ່​ມີ​ອາ​ວຸດ​ທີ່​ສ້າງ​ຂຶ້ນ​ຕໍ່​ສູ້​ກັບ​ໄພ່​ພົນ ຈະ​ຮຸ່ງ​ເຮືອງ;

ແລະ ຖ້າ​ຫາກ​ຄົນ​ໃດ​ຂຶ້ນ​ສຽງ​ຖຽງ​ເຂົາ​ເຈົ້າ ເຂົາ​ຈະ​ຈຳ​ນົນໃນ​ເວ​ລາ​ອັນ​ເໝາະ​ສົມ​ຂອງ​ພ​ຣະ​ອົງ​ເອງ.

ດັ່ງ​ນັ້ນ, ເຂົາ​ເຈົ້າ​ຄວນ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ; ​ໃຫ້ຈິງ​ໃຈ ແລ​ະ ຊື່​ສັດ.14

ບົດ​ຮຽນ​ທີ່​ພົບ​ເຫັນ​ໃນ​ພ​ຣະ​ຄຳ​ພີ

ພ​ຣະ​ຄຳ​ພີ​ກໍ​ເຕັ​ມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ສາດ​ສະ​ດາ ຜູ້​ທີ່​ໄດ້​ຮຽນ​ຮູ້​ບົດ​ຮຽນ​ແຫ່ງ​ການ​ເຊື່ອ​ຟັງ​ໂດຍ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ເອງ.

ໂຈ​ເຊັບ ສະ​ມິດ​ ຖືກ​ສັ່ງ​ສອນ​ເຖິງ​ຜົນ​ທີ່​ຕາມ​ມາ​ຂອງ​ການຍອມ​ຕໍ່​ການ​ກົດ​ດັນ​ຂອງ ມາ​ຕິນ ແຮ​ຣິ​ສ ​ທີ່​ເປັນ​ຜູ້​ອຸປະກາລະ, ​ເປັນເພື່ອນ​ ແລະ ຜູ້​ຂຽນຂອງ​ເພິ່ນ. ໃນ​ການ​ຕອບ​ຮັບ​ຕໍ່​ຄຳ​ຂໍ​ຮ້ອງ​ຂອງ​ ມາ​ຕິນ, ໂຈ​ເຊັບ ໄດ້​ທູນ​ຂໍ​ຄຳ​ອະ​ນຸ​ຍາດ​ຈາກ​ພ​ຣ​ະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ໃຫ້ ມາ​ຕິນ ຢືມ ໜັງ​ສື 116 ໜ້າ​ໃນ​ຕົ້ນ​ສະ​ບັບ​​ເອ​ກະ​ສານຈາກ​ພ​ຣະ​ຄຳ​ພີ​ມໍ​ມອນ ເພື່ອ​ວ່າ ມາ​ຕິນ​ຈະ​ສາ​ມາດ​ສະ​ແດງ​ມັນ​ໃຫ້​ຄອບ​ຄົວ​ຂອງ​ລາວ​ເຫັນ, ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ ໂຈ​ເຊັບ​ ໃຫ້​ຕອບ​ວ່າບໍ່. ​ມາ​ຕິນ ໄດ້​ວິງວອນ​ນຳ ໂຈ​ເຊັບ​ ໃຫ້​ທູນ​ຂໍ​ພ​ຣະ​ຜູ້​ເປັນ​ເຈົ້າ​ອີກ. ຫລັງ​ຈາກ ໂຈ​ເຊັບ​ໄດ້​ທູນ​ຂໍ​ເປັນ​ເທື່ອ​ທີ​ສາມ ພ​ຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ໄດ້​ອະ​ນຸ​ຍາດ ໃຫ້​ແກ່​ຫ້າ​ຄົນ​ໂດຍ​ສະ​ເພາະ​ທີ່​ຈະ​ທົບ​ທວນ​ຕົ້ນ​ສະ​ບັບນັ້ນ. ໃນ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ທີ່​ສຸດ ມາ​ຕິນ ໄດ້​ສັນ​ຍາ​ວ່າ​ຈະ​ເຮັດ​ຕາມ​ຂໍ້​ຕົກ​ລົງ​ນີ້. ເມື່ອ​ລາວ​ເມືອ​ຮອດ​ບ້ານ, ແລະ ຖືກ​ກົດ​ດັນ​ໃຫ້​ສະ​ແດງເອ​ກະ​ສານນັ້ນ, ລາວ​ໄດ້​ລືມ​ຄຳ​ສາ​ບານ​ອັນ​ສັກ​ສິດ​ຂອງ​ລາວ ແລະ ໄດ້​ປ່ອຍ​ໃຫ້​ຄົນ​ອື່ນ​ເຫັນ​ເອ​ກະ​ສານ, ແລະ ເພາະ​ເຫດນັ້ນ​ລາວ​ກໍ​ໄດ້​ສູນ​ເສຍ​ເອ​ກະ​ສານນັ້ນ​ໄປ.15 ຜົນ​ທີ່​ຕາມ​ມາ​ກໍ​ຄື, ໂຈ​ເຊັບ ຖືກ​ພ​ຣະ​ຜູ້​ເປັນ​ເຈົ້າ​ຕຳ​ນິ​ຕິ​ຕຽນ ແລະ ຖືກ​ປະ​ຕິ​ເສດ​ບໍ່​ໃຫ້​​ແປ​ພຣະ​ຄຳ​ພີ​ມໍ​ມອນ. ໂຈ​ເຊັບ​ໄດ້​ທົນ​ທຸກ ແລະ ໄດ້​ກັບ​ໃຈ​ຈາກ​ການ​ລະ​ເມີດ​ຂອງ​ເພິ່ນ​ທີ່​ໄດ້​ຍອມ​ຕໍ່​ການ​ກົດ​ດັນ​ຈາກ​ຄົນ​ອື່ນ ​ແລະ ​ໄດ້​ສູນ​ເສຍ​ມັນໄປ. ຫລັງ​ຈາກເວ​ລາ​ຜ່ານ​ໄປ​ໜ້ອຍ​ໜຶ່ງ, ໂຈ​ເຊັບ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ແປ​ຕໍ່​ໄປ. ໂຈ​ເຊັບ ໄດ້​ຮຽນ​ບົດ​ຮຽນ​ທີ່​ສຳ​ຄັນ​ຂອງ​ການ​ເຊື່ອ​ຟັງ ທີ່​ໄດ້​ເປັນຜົນ​ປະ​ໂຫຍດ​ໃຫ້​ແກ່​ເພິ່ນ​ຕະ​ຫລອດ​ຊີ​ວິດ!

ສາດ​ສະ​ດາ ໂມ​ເຊ ກໍ​ໃຫ້​ຕົວ​ຢ່າງ​ອີກ​ຢ່າງ​ໜຶ່ງ. ເມື່ອ ໂມ​ເຊ​ ໄດ້​ຮັບ​ເອົາ​ຄົນ​ອີ​ຕີ​ໂອ​ເປຍມາ​ເປັນ​ເມຍ​ຢ່າງ​ເຊື່ອ​ຟັງ, ມາ​ຣີ​ອາມ ແລະ ອາ​ໂຣນ ໄດ້​ກ່າວ​ຕໍ່​ຕ້​ານ​ເພິ່ນ. ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ນ​າ​ມ​ເຂົາ​ເຈົ້າ​ວ່າ, “ດັ່ງ​ນັ້ນ​ເຮົາ​ຈຶ່ງ​ກ່າວ​ກັບ [ໂມ​ເຊ] ໜ້າ​ຕໍ່​ໜ້າ​ຢ່າງ​ຈະ​ແຈ້ງ ແລະ ຢ່າງບໍ່​ມີ​ບັນ​ຫາ.”16 ພ​ຣ​ະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ເຫດ​ການທີ່​ຍິ່ງ​ໃຫຍ່ນີ້​ເພື່ອ​ສອນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ. ໃນ​ປີ 1830 ​ໄຮຣຳ ​ເພຈ ໄດ້​ປະ​ກາດ​ວ່າ​ໄດ້​ຮັບ​ການ​ເປີດ​ເຜີຍສຳ​ລັບ​ສາດ​ສະ​ໜາ​ຈັກ. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີສອນ​ລາວ ແລະ ໄດ້​ສັ່ງ​ສອນ​ໄພ່​ພົນ​ວ່າ, ເຂົາ​ເຈົ້າ​ຄວນ​ເຊື່ອ​ຟັງ​ຕໍ່​ສິ່ງ​ທີ່​ພ​ຣະ​ອົງ​ຈະ​ປະ​ທານ​ໃຫ້ [ໂຈ​ເຊັບ], ແມ່ນ​ແຕ່​ດັ່ງ​ ອາໂຣນ,17 ເພາະ​ວ່າ​ພຣະອົງ​​ໄດ້​ຮັບ​ພວກ​ເພິ່ນ​​ເຊັ່ນ​ດຽວ​ກັບ​ໂມ​ເຊ.18

ການ​ເຊື່ອ​ຟັງ​ນຳ​ພອນມາ​ໃຫ້ ແລະ ເມື່ອ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພ​ຣະ​ເຈົ້າ, ​ມັນ​ກໍ​ເປັນ​ໄປ​ໂດຍ​ການ​ເຊື່ອ​ຟັງ​ກົດ​ນັ້ນ ຊຶ່ງພອນນັ້ນ​ຖືກ​ກຳ​ນົດ​​ໄວ້.19

ການ​ເຊື່ອ​ຟັງ​ຖືກ​ສອນ​ໂດຍ​ຕົວ​ຢ່າງ. ໂດຍ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ, ເຮົາ​ສອນ​ລູກໆ​ຂອງ​ເຮົາ​ວ່າ: “ຈົ່ງຮ​ຽນ​ຮູ້​ປັນ​ຍາ​ໃນ​ໄວ​ໜຸ່ມ​ຂອງ​ລູກ; ແທ້​ຈິງ​ແລ້ວ, ຈົ່ງ​ຮຽນ​ຮູ້​ໃນ​ໄວ​ໜຸ່ມ​ຂອງ​ລູກ​ເພື່ອ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ.”20

ການ​ເຊື່ອ​ຟັງ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ສາ​ມາດ​ທີ່​ຈະ​ອົ​ດ​ທົນ​ຕໍ່​ການ​ທົດ​ສອບ ແລະ ການ​ທົດ​ລອງ​​ໃນ​ອະ​ນາ​ຄົດ. ການ​ເຊື່ອ​ຟັງ​ໃນ​ສວນ​​ເຄັດ​ເຊ​ມາ​ເນ​ໄດ້​ຕຽມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະ​ເຊື່ອ​ຟັງ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ໂຄ​ລະ​ໂຄ​ທາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​​ແພງຂອງ​ຂ້າ​ພະ​ເຈົ້າ, ຖ້ອຍ​ຄຳ​ຂອງ​ ແອວ​ມາ​ ສະ​ແດງ​ເຖິງ​ຄວາມ​ຮູ້​ສຶກ ແລະ ຄວາມ​ນຶດ​ຄິດ​ທີ່​ເລິກ​ຊຶ້ງ​​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ:

“ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ພວກ​ທ່ານ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ປຸກ​ພວກ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ໜ້າ​ທີ່​ຂອງ​ພວກ​ທ່ານ​ຕໍ່​ພ​ຣະ​ເຈົ້າ, ເພື່ອ​ພວກ​ທ່ານ​ຈະ​ເດີນ​ໄປ​ໂດຍບໍ່​ມີຄວາມ​ຜິດ​ຕໍ່​ພ​ຣະ​ພັກ​ຂອງ​ພ​ຣະ​ອົງ. …

“ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່າ​ນ​ຖ່ອມ​ຕົວ​, ເປັນ​ຄົນ​ສອນ​ງ່າຍ ແລະ ອ່ອນ​ໂຍນ; … ພາກ​ພຽນ​ໃນ​ການ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຕະ​ຫລອດ​ເວ​ລາ.”21

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ພິ​ເສດ​ວ່າ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ຊົງພ​ຣະ​ຊົນ​ຢູ່. ເພາະ​ພ​ຣະ​ອົງ​ໄດ້​ເຊື່ອ​ຟັງ, “ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ແລ​ະ ທຸກ​ລິ້ນ​ຈະ​ສາ​ລະ​ພາບ … ວ່າ​ພ​ຣະ​ອົງ​ຄື​ [ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ].”22 ຂໍ​ໃຫ້​ເຮົາ​ຈົ່ງ​ຮັກ​ພ​ຣະ​ອົງ​ຢ່າງ​ເລິກ​ຊຶ້ງ ແລະ ເຊື່ອ​ພ​ຣະ​ອົງ​ໃນ​ສັດທາ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ ເພື່ອ​ວ່າ​ເຮົາ​ກໍ​ຈະ​ເຊື່ອ​ຟັງ​ຄື​ກັນ, ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ, ແລະ ກັບ​ຄືນ​ໄປ​ຢູ່​ກັບ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ໃນ​ອາ​ນາ​ຈັກ​ຂ​ອງ​ພ​ຣະ​ເຈົ້າຂອງ​ເຮົາ​, ນີ້​ຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.