ພາກທີ 3
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຮາມໂມນີ, ລັດເພັນໂຊເວເນຍ, ເດືອນກໍລະກົດ 1828, ກ່ຽວກັບການສູນເສຍຕົ້ນສະບັບຂອງການແປສ່ວນທຳອິດຂອງພຣະຄຳພີມໍມອນ 116 ໜ້າ, ຊຶ່ງເອີ້ນວ່າ ໜັງສືລີໄຮ. ສາດສະດາໄດ້ຍິນຍອມໃຫ້ມາຕິນ ແຮຣິສ ເອົາການແປເຫລົ່ານັ້ນໄປຈາກການອາລັກຂາຂອງເພິ່ນດ້ວຍຄວາມລັງເລໃຈ, ຜູ້ໄດ້ຊ່ວຍເປັນຄົນຂຽນການແປຂອງພຣະຄຳພີມໍມອນໃຫ້ເພິ່ນຊົ່ວໄລຍະໜຶ່ງ. ການເປີດເຜີຍແມ່ນຖືກມອບໃຫ້ຜ່ານອຸລີມ ແລະ ທຸມມີມ. (ເບິ່ງ ພາກທີ 10.)
1–4, ວິທີທາງຂອງພຣະຜູ້ເປັນເຈົ້າເປັນໜຶ່ງຮອບນິລັນດອນ; 5–15, ໂຈເຊັບ ສະມິດ ຈະຕ້ອງກັບໃຈ ຖ້າບໍ່ດັ່ງນັ້ນ ຈະສູນເສຍຂອງປະທານແຫ່ງການແປ; 16–20, ພຣະຄຳພີມໍມອນອອກມາເພື່ອຊ່ວຍເຊື້ອສາຍຂອງລີໄຮໃຫ້ໄດ້ຮັບຄວາມລອດ.
1 ກວຽກງານ, ແລະ ແຜນການ, ແລະ ຈຸດປະສົງຂອງພຣະເຈົ້າ ຈະລົ້ມເຫລວບໍ່ໄດ້, ທັງບໍ່ໄຮ້ປະໂຫຍດ.
2 ເພາະ ກພຣະເຈົ້າບໍ່ດຳເນີນໄປຕາມທາງຄົດ, ທັງພຣະອົງຈະບໍ່ລ້ຽວໄປທາງຂວາມື ຫລື ຊ້າຍ, ທັງພຣະອົງຈະບໍ່ປ່ຽນແປງຈາກສິ່ງທີ່ພຣະອົງໄດ້ກ່າວໄວ້, ສະນັ້ນ ທາງຂອງພຣະອົງຊື່ຕົງ, ແລະ ຂເສັ້ນທາງເດີນຂອງພຣະອົງຈຶ່ງເປັນໜຶ່ງຮອບນິລັນດອນ.
3 ຈົ່ງຈຳໄວ້, ຈຳໄວ້ວ່າ ບໍ່ແມ່ນ ກວຽກງານຂອງພຣະເຈົ້າທີ່ລົ້ມເຫລວ, ແຕ່ແມ່ນວຽກງານຂອງມະນຸດ;
4 ເພາະເຖິງແມ່ນວ່າມະນຸດອາດໄດ້ຮັບການເປີດເຜີຍຫລາຍຢ່າງ, ແລະ ມີອຳນາດທີ່ຈະເຮັດວຽກງານອັນຍິ່ງໃຫຍ່ຫລາຍຢ່າງ, ແຕ່ຖ້າຫາກເຂົາ ກອວດອ້າງໃນກຳລັງຂອງຕົນເອງ, ແລະ ຖືວ່າ ຂຄຳແນະນຳຂອງພຣະເຈົ້າໄຮ້ປະໂຫຍດ, ແລະ ເຮັດຕາມຄວາມປະສົງ ແລະ ຄວາມປາດຖະໜາອັນເປັນ ຄຕັນຫາຂອງຕົນແລ້ວ, ເຂົາຈະຕົກໄປ ແລະ ຈະນຳ ງການແກ້ແຄ້ນຂອງຄວາມຍຸດຕິທຳຂອງພຣະເຈົ້າມາສູ່ຕົນ.
5 ຈົ່ງເບິ່ງ, ສິ່ງເຫລົ່ານີ້ໄດ້ຖືກຝາກຝັງໄວ້ນຳເຈົ້າ, ແຕ່ບັນຍັດທີ່ເຈົ້າໄດ້ຮັບເຄັ່ງຄັດຫລາຍຂະໜາດໃດ; ແລະ ໃຫ້ຈື່ຈຳຄຳສັນຍາທີ່ໄດ້ເຮັດໄວ້ກັບເຈົ້ານຳອີກ, ຖ້າເຈົ້າບໍ່ໄດ້ລ່ວງລະເມີດມັນ.
6 ແລະ ຈົ່ງເບິ່ງ, ຈັກເທື່ອແລ້ວທີ່ເຈົ້າໄດ້ ກລ່ວງລະເມີດບັນຍັດ ແລະ ກົດຂອງພຣະເຈົ້າ, ແລະ ໄດ້ເຮັດຕາມ ຂການຊັກຊວນຂອງມະນຸດຕໍ່ໄປ.
7 ເພາະ, ຈົ່ງເບິ່ງ, ເຈົ້າບໍ່ຄວນ ກຢ້ານກົວມະນຸດຫລາຍກວ່າພຣະເຈົ້າ. ເຖິງແມ່ນວ່າມະນຸດຈະຖືວ່າຄຳແນະນຳຂອງພຣະເຈົ້າໄຮ້ປະໂຫຍດ, ແລະ ຂດູຖູກພຣະຄຳຂອງພຣະອົງ—
8 ແຕ່ເຈົ້າຄວນຈະຊື່ສັດ; ແລະ ພຣະອົງຄົງຈະເດ່ແຂນຂອງພຣະອົງອອກມາ ແລະ ຄ້ຳຈູນເຈົ້າຕ້ານທານກັບ ກລູກສອນໄຟທັງປວງຂອງ ຂຄູ່ຕໍ່ສູ້; ແລະ ພຣະອົງຄົງຈະຢູ່ນຳເຈົ້າໃນ ຄຄວາມທຸກຮ້ອນ ທຸກເທື່ອ.
9 ຈົ່ງເບິ່ງ, ເຈົ້າຄືໂຈເຊັບ, ແລະ ເຈົ້າໄດ້ຖືກເລືອກໃຫ້ເຮັດວຽກງານຂອງພຣະຜູ້ເປັນເຈົ້າ, ແຕ່ເປັນເພາະການລ່ວງລະເມີດ, ຖ້າເຈົ້າບໍ່ລະວັງ ເຈົ້າຈະຕົກໄປ.
10 ແຕ່ ຈົ່ງຈຳໄວ້ວ່າ ພຣະເຈົ້າມີເມດຕາ; ສະນັ້ນ, ຈົ່ງກັບໃຈຈາກສິ່ງທີ່ເຈົ້າໄດ້ເຮັດຜ່ານມາ ຊຶ່ງກົງກັນຂ້າມກັບບັນຍັດ ຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ, ແລະ ເຈົ້າຍັງຖືກເລືອກ, ແລະ ເຈົ້າຖືກເອີ້ນໃຫ້ເຮັດວຽກງານຄືນອີກ;
11 ຍົກເວັ້ນແຕ່ເຈົ້າຈະເຮັດສິ່ງນີ້, ເຈົ້າຈະຖືກປ່ອຍໄປ ແລະ ເປັນເໝືອນດັ່ງຄົນອື່ນໆ, ແລະ ບໍ່ມີຂອງປະທານອີກຕໍ່ໄປ.
12 ແລະ ເມື່ອເຈົ້າປ່ອຍການຫລຽວເຫັນ ແລະ ອຳນາດທີ່ຈະ ກແປ ຊຶ່ງພຣະເຈົ້າປະທານໃຫ້ເຈົ້າໄປ ກໍເທົ່າກັບວ່າເຈົ້າໄດ້ປ່ອຍໃຫ້ສິ່ງສັກສິດຕົກຢູ່ໃນມືຂອງ ຂຄົນຊົ່ວ,
13 ຜູ້ຖືວ່າຄຳແນະນຳຂອງພຣະເຈົ້າໄຮ້ປະໂຫຍດ, ແລະ ເຮັດຜິດຄຳສັນຍາທີ່ສັກສິດທີ່ສຸດ ຊຶ່ງໄດ້ເຮັດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ແລະ ໄດ້ເພິ່ງການຕັດສິນຂອງຕົນເອງ ແລະ ໄດ້ ກອວດອ້າງໃນປັນຍາຂອງຕົນເອງ.
14 ແລະ ນີ້ຄືເຫດຜົນທີ່ເຈົ້າໄດ້ສູນເສຍສິດທິພິເສດຂອງເຈົ້າໄປເປັນໄລຍະໜຶ່ງ—
15 ເພາະເຈົ້າໄດ້ຍອມໃຫ້ຄຳແນະນຳຂອງ ກຜູ້ນຳພາຂອງເຈົ້າຖືກຢຽບຍ່ຳຕັ້ງແຕ່ຕົ້ນ.
16 ເຖິງຢ່າງໃດກໍຕາມ, ວຽກງານຂອງເຮົາຈະດຳເນີນໄປໜ້າ, ເພາະຕາບໃດທີ່ ຄວາມຮູ້ເລື່ອງ ກພຣະຜູ້ຊ່ວຍໃຫ້ລອດອົງໜຶ່ງໄດ້ມາສູ່ໂລກຜ່ານ ຂປະຈັກພະຍານຂອງຊາວຢິວສັນໃດ, ຄຄວາມຮູ້ເລື່ອງພຣະຜູ້ຊ່ວຍໃຫ້ລອດອົງໜຶ່ງຈະມາສູ່ຜູ້ຄົນຂອງເຮົາສັນນັ້ນ—
17 ແລະ ມາສູ່ ກຊາວນີໄຟ, ແລະ ຊາວຢາໂຄບ, ແລະ ຊາວໂຢເຊັບ, ແລະ ຊາວໂຊຣຳ, ຜ່ານປະຈັກພະຍານຂອງບັນພະບຸລຸດຂອງເຂົາ—
18 ແລະ ກປະຈັກພະຍານນີ້ຈະມາສູ່ຄວາມຮູ້ຂອງ ຂຊາວເລມັນ, ແລະ ຊາວເລມູເອນ, ແລະ ຊາວອິດຊະມາເອນ, ຜູ້ ຄເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື ເພາະຄວາມຊົ່ວຮ້າຍຂອງບັນພະບຸລຸດຂອງເຂົາ, ຜູ້ຊຶ່ງພຣະຜູ້ເປັນເຈົ້າຍອມໃຫ້ ງທຳລາຍຊາວນີໄຟພີ່ນ້ອງຂອງເຂົາ, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງເຂົາ.
19 ແລະ ເພາະ ກຈຸດປະສົງນີ້ ຂແຜ່ນຈາລຶກເຫລົ່ານີ້ຈຶ່ງຖືກຮັກສາໄວ້, ຊຶ່ງບັນຈຸບັນທຶກເຫລົ່ານີ້—ເພື່ອວ່າ ຄຄຳສັນຍາຂອງພຣະຜູ້ເປັນເຈົ້າຈະສຳເລັດຄົບຖ້ວນ, ຊຶ່ງພຣະອົງໄດ້ເຮັດໄວ້ກັບຜູ້ຄົນຂອງພຣະອົງ;
20 ແລະ ເພື່ອວ່າ ກຊາວເລມັນຈະມີຄວາມຮູ້ເລື່ອງບັນພະບຸລຸດຂອງເຂົາ, ແລະ ເພື່ອວ່າເຂົາຈະຮູ້ກ່ຽວກັບ ຄຳສັນຍາຂອງພຣະຜູ້ເປັນເຈົ້າ, ແລະ ເພື່ອວ່າເຂົາຈະ ຂເຊື່ອພຣະກິດຕິຄຸນ ແລະ ຄເພິ່ງອາໄສພຣະຄຸນຄວາມດີຂອງພຣະເຢຊູຄຣິດ, ແລະ ງຮຸ່ງເຫລື້ອມຜ່ານສັດທາໃນພຣະນາມຂອງພຣະອົງ, ແລະ ເພື່ອວ່າ ຜ່ານການກັບໃຈ ເຂົາຈະໄດ້ຮັບການຊ່ວຍໃຫ້ລອດ. ອາແມນ.