ພຣະ​ຄຳ​ພີ
1 ນີໄຟ 12


ບົດ​ທີ 12

ນີໄຟ​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ຄວາມ​ຊອບ​ທຳ, ຄວາມ​ຊົ່ວ​ຮ້າຍ, ແລະ ການ​ຕົກ​ຂອງ​ຜູ້​ອາ​ໄສ​ເຫລົ່າ​ນັ້ນ; ການ​ສະ​ເດັດ​ມາ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໃນ​ບັນ​ດາ​ພວກ​ເຂົາ; ວິ​ທີ​ທີ່​ສາ​ນຸ​ສິດ​ສິບ​ສອງ​ຄົນ​ກັບ​ອັກຄະ​ສາວົກ​ສິບ​ສອງ​ຈະ​ຕັດ​ສິນ​ອິດສະ​ຣາເອນ; ຄວາມ​ໜ້າ​ລັງ​ກຽດ ແລະ ສົກ​ກະ​ປົກ​ຂອງ​ຜູ້​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ, ແລະ ຈົ່ງ​ເບິ່ງ​ລູກ​ຫລານ​ຂອງ​ເຈົ້າ ແລະ ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ​ນຳ​ອີກ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຊົນ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຄື​ກັບ​ວ່າ ເປັນ​ຄົນ​ຈຳນວນ​ຫລວງ​ຫລາຍ​ຄື​ກັນ​ກັບ​ເມັດ​ຊາຍ​ໃນ​ທະເລ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຊົນ​ມາ​ເຕົ້າ​ໂຮມ​ເພື່ອ​ສູ້​ຮົບ​ກັນ; ແລະ ຕໍ່​ສູ້​ຊຶ່ງ​ກັນ​ແລະ​ກັນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ສົງ​ຄາມ, ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ, ແລະ ການ​ຂ້າ​ຟັນ​ກັນ​ຢ່າງ​ໜັກ​ດ້ວຍ​ດາບ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ລຸ້ນ​ຄົນ​ຜ່ານ​ໄປ, ຫລັງ​ຈາກ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ໃນ​ແຜ່ນ​ດິນ​ຜ່ານ​ໄປ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຫົວ​ເມືອງ, ແທ້​ຈິງ​ແລ້ວ, ຈົນ​ວ່າ​ຂ້າ​ພະ​ເຈົ້າ​ນັບ​ບໍ່​ຖ້ວນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ ໝອກ​ແຫ່ງ ຄວາມ​ມືດ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ຟ້າ​ແມບ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຟ້າ​ຮ້ອງ, ແລະ ແຜ່ນ​ດິນ​ໄຫວ, ແລະ ສຽງ​ກຶກ​ກ້ອງ​ນາໆ​ປະ​ການ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແຜ່ນ​ດິນ ແລະ ກ້ອນ​ຫີນ, ເປັນ​ຮອຍ​ແຍກ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພູ​ເຂົາ​ພັງ​ທະ​ລາຍ​ແຕກ​ເປັນ​ຫລາຍ​ຊິ້ນ​ສ່ວນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທົ່ງ​ພຽງ​ຂອງ​ແຜ່ນ​ດິນ​ໂລກ, ແຍກ​ອອກ​ຈາກ​ກັນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຫົວ​ເມືອງ ຈົມ​ລົງ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຫົວ​ເມືອງ​ຖືກ​ໄຟ​ເຜົາ​ຜານ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຫົວ​ເມືອງ​ພັງ​ລົງ​ສູ່​ແຜ່ນ​ດິນ​ໂລກ, ເພາະ​ຄວາມ​ສັ່ນ​ສະ​ເທືອນ​ຂອງ​ໂລກ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ ອາຍ​ແຫ່ງ​ຄວາມ​ມືດ​ຜ່ານ​ພົ້ນ​ໄປ​ຈາກ​ໜ້າ​ດິນ; ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ຜູ້​ທີ່​ບໍ່​ໄດ້​ຕົກ​ລົງ​ໄປ​ຍ້ອນ​ການ​ພິ​ພາກ​ສາ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

6 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ, ແລະ ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ; ແລະ ພຣະ​ອົງ​ສະ​ເດັດ​ລົງ​ມາ​ປະກົດ​ຕົວ​ຕໍ່​ພວກ​ເຂົາ.

7 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ເປັນ​ພະຍານ​ອີກ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ຫາ​ຄົນ ສິບ​ສອງ​ຄົນ​ນັ້ນ​ອີກ; ແລະ ພວກ​ເຂົາ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ພຣະ​ເຈົ້າ ແລະ ຖືກ​ຄັດ​ເລືອກ.

8 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ສາ​ນຸ​ສິດ​ສິບ​ສອງ​ຄົນ​ຂອງ​ພຣະ​ເມສາ​ນ້ອຍ, ຜູ້​ທີ່​ໄດ້​ຖືກ​ເລືອກ​ໃຫ້​ມາ​ປະ​ຕິ​ບັດ​ແກ່​ລູກ​ຫລານ​ຂອງ​ເຈົ້າ.

9 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຈື່ ອັກຄະ​ສາວົກ​ສິບ​ສອງ​ຄົນ​ຂອງ​ພຣະ​ເມສາ​ນ້ອຍ​ໄດ້​ບໍ? ຈົ່ງ​ເບິ່ງ ພວກ​ເພິ່ນ​ຄື​ຜູ້​ທີ່​ຈະ​ມາ ຕັດ​ສິນ​ຝູງ​ຊົນ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ; ດັ່ງ​ນັ້ນ, ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ສິບ​ສອງ​ຄົນ​ຊຶ່ງ​ເປັນ​ລູກ​ຫລານ​ຂອງ​ເຈົ້າ ຈະ​ຖືກ​ຕັດ​ສິນ​ໂດຍ​ພວກ​ເພິ່ນ​ເຫລົ່າ​ນັ້ນ; ເພາະ​ພວກ​ເພິ່ນ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

10 ແລະ ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສິບ​ສອງ​ຄົນ ຊຶ່ງ​ເຈົ້າ​ເຫັນ​ຢູ່​ນີ້​ຈະ​ມາ​ຕັດ​ສິນ​ລູກ​ຫລານ​ຂອງ​ເຈົ້າ. ແລະ ຈົ່ງ​ເບິ່ງ, ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ຊອບ​ທຳ​ຕະຫລອດ​ໄປ; ເພາະ​ເນື່ອງ​ຈາກ​ສັດທາ​ຂອງ​ພວກ​ເພິ່ນ​ທີ່​ມີ​ຕໍ່​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ ອາ​ພອນ​ຂອງ​ພວກ​ເພິ່ນ​ຈຶ່ງ​ຖືກ​ເຮັດ​ໃຫ້​ຂາວ​ສະອາດ​ໃນ​ໂລ​ຫິດ​ຂອງ​ພຣະ​ອົງ.

11 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ, ແລະ ໄດ້​ເຫັນ​ຜູ້​ຄົນ ສາມ​ລຸ້ນ​ຄົນ​ຜ່ານ​ໄປ​ດ້ວຍ​ຄວາມ​ຊອບ​ທຳ; ແລະ ອາ​ພອນ​ຂອງ​ຄົນ​ເຫລົ່າ​ນັ້ນ​ຂາວ​ຄື​ກັບ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ. ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ອາ​ພອນ​ເຫລົ່າ​ນີ້​ຖືກ​ເຮັດ​ໃຫ້​ຂາວ​ສະອາດ​ໃນ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ​ຍ້ອນ​ວ່າ​ພວກ​ເຂົາ​ມີ​ສັດທາ​ໃນ​ພຣະ​ອົງ.

12 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ຄົນ​ລຸ້ນ ທີ​ສີ່​ຈຳນວນ​ຫລວງ​ຫລາຍ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ໃນ​ຄວາມ​ຊອບ​ທຳ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກ​ເຕົ້າ​ໂຮມ​ກັນ.

14 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ​ລູກ​ຫລານ​ຂອງ​ເຈົ້າ, ແລະ ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ​ນຳ​ອີກ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ເຫັນ​ຜູ້​ຄົນ​ທີ່​ເປັນ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ກ້ອນ​ເພື່ອ ຕໍ່​ຕ້ານ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຄົນ​ເຫລົ່າ​ນັ້ນ​ມາ​ເຕົ້າ​ໂຮມ​ເພື່ອ​ສູ້​ຮົບ​ກັນ.

16 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ອ່າງ​ນ້ຳ ສົກ​ກະ​ປົກ ຊຶ່ງ​ບິດາ​ຂອງ​ເຈົ້າ​ໄດ້​ເຫັນ; ແທ້​ຈິງ​ແລ້ວ, ແມ່ນ ແມ່​ນ້ຳ​ຊຶ່ງ​ເຈົ້າ​ເວົ້າ​ເຖິງ; ແລະ ຄວາມ​ເລິກ​ຂອງ​ມັນ​ນັ້ນ​ຄື​ຄວາມ​ເລິກ​ຂອງ ນະລົກ.

17 ແລະ ໝອກ​ແຫ່ງ​ຄວາມ​ມືດ​ຄື​ການ​ລໍ້​ລວງ​ຂອງ​ມານ​ທີ່​ເຮັດ​ໃຫ້​ຕາ ບອດ ແລະ ເຮັດ​ໃຫ້​ໃຈ​ຂອງ​ລູກ​ຫລານ​ມະນຸດ​ແຂງ​ກະ​ດ້າງ ແລະ ນຳ​ພາ​ພວກ​ເຂົາ​ໄປ​ໃນ ເສັ້ນ​ທາງ​ອັນ​ກວ້າງ​ຂວາງ,ເພື່ອ​ພວກ​ເຂົາ​ຈະ​ຕາຍ ແລະ ຫາຍ​ສາບ​ສູນ​ໄປ.

18 ແລະ ອາຄານ​ໃຫຍ່ ແລະ ກວ້າງ ຊຶ່ງ​ບິດາ​ຂອງ​ເຈົ້າ​ໄດ້​ເຫັນ​ນັ້ນ​ຄື​ຄວາມ ຄິດ​ຝັນ​ອັນ​ບໍ່​ມີ​ປະ​ໂຫຍດ ແລະ ຄວາມ​ທະນົງ​ໃຈ​ຂອງ​ລູກ​ຫລານ​ມະນຸດ. ແລະ ເຫວ​ເລິກ​ອັນ​ກວ້າງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ແຍກ​ພວກ​ເຂົາ​ອອກ​ຈາກ​ກັນ; ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ຄຳ​ແຫ່ງ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ ແລະ ພຣະ​ເມ​ຊີ​ອາ​ຜູ້​ເປັນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຜູ້​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະຍານ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ຈົນ​ເຖິງ​ເວລາ​ນີ້, ແລະ ຈາກ​ເວລາ​ນີ້​ໄປ​ຈົນ​ຕະຫລອດ​ການ.

19 ແລະ ໃນ​ຂະນະ​ທີ່​ທູດ​ກຳ​ລັງ​ກ່າວ​ຂໍ້​ຄວາມ​ນີ້​ຢູ່, ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ສູ້​ກັບ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ຕາມ​ຄຳ​ເວົ້າ​ຂອງ​ທູດ​ອົງ​ນັ້ນ; ເພາະ​ວ່າ​ຄວາມ​ທະນົງ​ໃຈ​ຂອງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ແລະ ການ​ລໍ້​ລວງ​ຂອງ​ມານ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ຊະນະ​ຜູ້​ຄົນ​ທີ່​ເປັນ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ເບິ່ງ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຂົາ​ຊະນະ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ; ແລະ ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ອອກ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ.

21 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ​ມາ​ເຕົ້າ​ໂຮມ​ກັນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ໃນ​ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ລຸ້ນ​ຄົນ​ຜ່ານ​ໄປ.

22 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ​ຄົນ​ເຫລົ່າ​ນີ້​ຈະ ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ, ຫລັງ​ຈາກ​ທີ່​ພວກ​ເຂົາ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື​ແລ້ວ, ແລະ ພວກ​ເຂົາ​ກໍ​ໄດ້​ກາຍ​ເປັນ​ຄົນ ຜິວ​ຄ້ຳ ແລະ ໜ້າ​ລັງ​ກຽດ ແລະ ສົກ​ກະ​ປົກ​ເຕັມ​ໄປ​ດ້ວຍ ຄວາມ​ກຽດ​ຄ້ານ ແລະ ຄວາມ​ໜ້າ​ກຽດ​ຊັງ​ທຸກ​ຢ່າງ.