ສິ່ງ​ຊ່ວຍ​ສຶກ​ສາ
ສົງ​ຄາມ


ສົງ​ຄາມ

ການ​ສູ້​ຮົບ ຫລື ການ​ຂັດ​ແຍ້ງ​ດ້ວຍ​ອາ​ວຸດ; ການ​ຕໍ່​ສູ້​ດ້ວຍ​ອາ​ວຸດ. ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ດ້ວຍ​ກັບ​ການ​ເຮັດ​ສົງ​ຄາມ ພຽງ​ແຕ່​ໃນ​ກໍ​ລະ​ນີ​ທີ່​ບໍ່​ເຫັນ​ທາງ​ອື່ນ​ແລ້ວ​ເທົ່າ​ນັ້ນ ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ເພື່ອ​ປ້ອງ​ກັນ​ຄອບ​ຄົວ, ຊັບ​ສົມ​ບັດ, ສິດ, ສິດ​ທິ​ພິ​ເສດ ແລະ ອິດສະ​ລະ​ພາບ​ຂອງ​ເຂົາ​ເຈົ້າ (ແອວ 43:9, 45–47).