ພຣະ​ຄຳ​ພີ
3 ນີໄຟ 10


ບົດ​ທີ 10

ມັນ​ມີ​ຄວາມ​ງຽບ​ສະ​ຫງັດ​ໃນ​ແຜ່ນ​ດິນ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ—ສຸ​ລະ​ສຽງ​ຂອງ​ພຣະ​ຄຣິດ​ສັນ​ຍາ​ວ່າ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ເໝືອນ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ—ຄົນ​ທີ່​ຊອບ​ທຳ​ຫລາຍ​ກວ່າ​ໄດ້​ຖືກ​ຮັກ​ສາ​ໄວ້. ປະ​ມານ ຄ.ສ. 34–35.

1 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ທັງ​ໝົດ​ໃນ​ແຜ່ນ​ດິນ​ໄດ້​ຍິນ​ຂໍ້​ຄວາມ​ເຫລົ່າ​ນີ້, ແລະ ໄດ້​ເປັນ​ພະຍານ​ໃນ​ເລື່ອງ​ນີ້. ແລະ ຫລັງ​ຈາກ​ຂໍ້​ຄວາມ​ເຫລົ່າ​ນີ້​ຈົບ​ລົງ​ແລ້ວ ມັນ​ໄດ້​ມີ​ຄວາມ​ງຽບ​ສະ​ຫງັດ​ໃນ​ແຜ່ນ​ດິນ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ;

2 ເພາະ​ຜູ້​ຄົນ​ມີ​ຄວາມ​ແປກ​ໃຈ​ຫລາຍ​ທີ່​ສຸດ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຢຸດ​ຮ້ອງ​ໄຫ້ ແລະ ຢຸດ​ຄວນ​ຄາງ​ນຳ​ການ​ສູນ​ເສຍ​ຍາດ​ພີ່​ນ້ອງ​ຜູ້​ທີ່​ຖືກ​ຂ້າ​ຕາຍ; ສະນັ້ນ ມັນ​ຈຶ່ງ​ໄດ້​ມີ​ຄວາມ​ງຽບ​ສະ​ຫງັດ​ໃນ​ແຜ່ນ​ດິນ​ທັງ​ໝົດ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ສຸ​ລະ​ສຽງ​ມາ​ຫາ​ຜູ້​ຄົນ​ອີກ, ແລະ ພວກ​ເຂົາ​ທຸກ​ຄົນ​ໄດ້​ຍິນ, ແລະ ໄດ້​ເປັນ​ພະຍານ​ເຖິງ​ສຽງ​ນັ້ນ, ມີ​ຄວາມ​ວ່າ:

4 ໂອ້ ເຈົ້າ​ຜູ້​ເປັນ​ພົນ​ລະ​ເມືອງ​ຂອງ​ເມືອງ ໃຫຍ່​ເຫລົ່າ​ນີ້ ຊຶ່ງ​ຕົກ​ໄປ​ແລ້ວ ຊຶ່ງ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ຢາໂຄບ, ແທ້​ຈິງ​ແລ້ວ, ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ຈັກ​ເທື່ອ​ແລ້ວ​ທີ່​ເຮົາ​ໄດ້​ເຕົ້າ​ໂຮມ​ເຈົ້າ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແລະ ບຳ​ລຸງ​ລ້ຽງ​ເຈົ້າ.

5 ແລະ ອີກ​ເທື່ອ​ໜຶ່ງ, ຈັກ​ເທື່ອ​ແລ້ວ ທີ່​ເຮົາ​ໄດ້​ເຕົ້າ​ໂຮມ​ເຈົ້າ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແທ້​ຈິງ​ແລ້ວ, ໂອ້ ເຈົ້າ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ຜູ້​ຕົກ​ໄປ; ແທ້​ຈິງ​ແລ້ວ, ໂອ້ ເຈົ້າ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ເຈົ້າ​ຜູ້​ທີ່​ຢູ່​ໃນ​ເຢຣູ​ຊາເລັມ, ເຈົ້າ​ຕົກ​ໄປ​ແລ້ວ; ແທ້​ຈິງ​ແລ້ວ, ຈັກ​ເທື່ອ​ແລ້ວ​ທີ່​ເຮົາ​ໄດ້​ເຕົ້າ​ໂຮມ​ເຈົ້າ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແລະ ເຈົ້າບໍ່​ຍິນ​ຍອມ.

6 ໂອ້ ເຈົ້າ​ເຊື້ອ​ສາຍ​ອິດສະ​ຣາເອນ ຜູ້​ທີ່​ເຮົາ ໄວ້​ຊີ​ວິດ, ເຮົາ​ຈະ​ເຕົ້າ​ໂຮມ​ເຈົ້າ​ຫລາຍໆ​ເທື່ອ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ຖ້າ​ຫາກ​ເຈົ້າ​ຈະ​ກັບ​ໃຈ ແລະ ຫັນ​ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ ໃຈ.

7 ຖ້າ​ບໍ່​ດັ່ງ​ນັ້ນ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ ບ່ອນ​ຢູ່​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ບ່ອນ​ຮົກ​ຮ້າງ​ຈົນ​ກວ່າ​ຈະ​ຮອດ​ເວລາ​ແຫ່ງ ພັນທະ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ​ສຳ​ເລັດ​ຄົບ​ຖ້ວນ.

8 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຜູ້​ຄົນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເລີ່ມ​ຮ້ອງ​ໄຫ້ ແລະ ຄວນ​ຄາງ​ຕື່ມ​ອີກ​ເພາະ​ການ​ສູນ​ເສຍ​ຍາດ​ພີ່​ນ້ອງ ແລະ ເພື່ອນ​ຝູງ​ຂອງ​ພວກ​ເຂົາ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສາມ​ມື້​ໄດ້​ຜ່ານ​ໄປ. ແລະ ເວລາ​ຕອນ​ເຊົ້າ​ມື້​ໃໝ່​ມາ ຄວາມ​ມືດ​ໄດ້​ກະ​ຈາຍ​ໄປ​ຈາກ​ຜືນ​ແຜ່ນ​ດິນ, ແລະ ແຜ່ນ​ດິນ​ໂລກ​ໄດ້​ເຊົາ​ສັ່ນ​ສະ​ເທືອນ, ແລະ ຫີນ​ກໍ​ເຊົາ​ແຕກ, ແລະ ສຽງ​ຄວນ​ຄາງ​ອັນ​ເປັນ​ໜ້າ​ຢ້ານ​ກົວ​ກໍ​ໄດ້​ມິດ​ງຽບ​ລົງ, ແລະ ສຽງ​ກຶກ​ກ້ອງ​ທັງ​ໝົດ​ກໍ​ໄດ້​ຜ່ານ​ໄປ.

10 ແລະ ແຜ່ນ​ດິນ​ໂລກ​ໄດ້​ຕໍ່​ເຂົ້າ​ກັນ​ອີກ ຄື​ຕັ້ງ​ໝັ້ນ​ຢູ່; ແລະ ຄວາມ​ໂສກ​ເສົ້າ, ແລະ ການ​ຮ້ອງ​ໄຫ້, ແລະ ການ​ຄວນ​ຄາງ​ຂອງ​ຜູ້​ຄົນ​ຜູ້​ທີ່​ລອດ​ຕາຍ​ໄດ້​ມິດ​ງຽບ​ລົງ; ແລະ ຄວາມ​ໂສກ​ເສົ້າ​ຂອງ​ພວກ​ເຂົາ​ໄດ້​ປ່ຽນ​ເປັນ​ຄວາມ​ສຸກ, ແລະ ການ​ຄ່ຳ​ຄວນ​ຂອງ​ພວກ​ເຂົາ​ໄດ້​ປ່ຽນ​ເປັນ​ການ​ສັນ​ລະ​ເສີນ, ແລະ ຂອບ​ພຣະ​ໄທ​ແດ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

11 ແລະ ພຣະ​ຄຳ​ໄດ້ ສຳ​ເລັດ​ປານ​ນີ້ ດັ່ງ​ທີ່​ສາດ​ສະ​ດາ​ທັງ​ຫລາຍ​ໄດ້​ເວົ້າ​ໄວ້.

12 ແລະ ຜູ້​ທີ່​ມີ​ຊີ​ວິດ​ຢູ່​ນັ້ນ​ແມ່ນ​ຜູ້​ທີ່​ຊອບ​ທຳ ຫລາຍ​ກວ່າ, ແລະ ແມ່ນ​ຜູ້​ທີ່​ໄດ້​ຕ້ອນ​ຮັບ​ສາດ​ສະ​ດາ ແລະ ບໍ່​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ; ແລະ ມັນ​ແມ່ນ​ພວກ​ທີ່​ບໍ່​ໄດ້​ນອງ​ເລືອດ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ຮັບ​ການ​ໄວ້​ຊີ​ວິດ—

13 ແລະ ພວກ​ເຂົາ​ໄດ້​ຮັບ​ການ​ຍົກ​ເວັ້ນ ແລະ ບໍ່​ໄດ້​ຈົມ​ລົງ ແລະ ບໍ່​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ບໍ່​ໄດ້​ຈົມ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະເລ; ແລະ ພວກ​ເຂົາ​ບໍ່​ໄດ້​ຖືກ​ໄຟ​ເຜົາ, ທັງ​ບໍ່​ໄດ້​ຖືກ​ທັບ ແລະ ບໍ່​ໄດ້​ຖືກ​ບົດ​ໃຫ້​ຕາຍ; ແລະ ພວກ​ເຂົາ​ບໍ່​ໄດ້​ຖືກ​ລົມ​ບ້າ​ໝູ​ຫອບ​ໄປ; ທັງ​ບໍ່​ໄດ້​ໝົດ​ກຳ​ລັງ​ດ້ວຍ​ອາຍ ແລະ ຄວັນ​ຂອງ​ຄວາມ​ມືດ.

14 ແລະ ບັດ​ນີ້, ຜູ້​ໃດ​ທີ່​ອ່ານ​ເລື່ອງ​ນີ້​ກໍ​ຂໍ​ໃຫ້​ຜູ້​ນັ້ນ​ເຂົ້າ​ໃຈ​ເຖີດ; ຜູ້​ໃດ​ທີ່​ມີ​ພຣະ​ຄຳ​ພີ​ກໍ​ຂໍ​ໃຫ້​ຜູ້​ນັ້ນ ຄົ້ນ​ຄວ້າ ແລະ ເບິ່ງ​ເອົາ​ທ້ອນ, ແລະ ຈົ່ງ​ເບິ່ງ ຖ້າ​ຫາກ​ຄວາມ​ຕາຍ ແລະ ການ​ທຳ​ລາຍ​ທັງ​ໝົດ​ນີ້​ດ້ວຍ​ໄຟ ແລະ ດ້ວຍ​ຄວັນ, ແລະ ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ດ້ວຍ​ລົມ​ບ້າ​ໝູ, ແລະ ດ້ວຍ ການ​ແຕກ​ແຍກ​ຂອງ​ແຜ່ນ​ດິນ​ໂລກ ເພື່ອ​ດູດ​ເອົາ​ພວກ​ເຂົາ​ໄປ, ແລະ ສິ່ງ​ທັງ​ໝົດ​ນີ້​ບໍ່​ໄດ້​ເປັນ​ໄປ​ເພື່ອ​ໃຫ້​ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຫລາຍ​ທ່ານ​ສຳ​ເລັດ.

15 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ, ແທ້​ຈິງ​ແລ້ວ, ຫລາຍ​ຄົນ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ເວລາ​ພຣະ​ຄຣິດ​ສະ​ເດັດ​ມາ, ແລະ ຖືກ ຂ້າ​ຕາຍ​ເພາະ​ພວກ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້.

16 ແທ້​ຈິງ​ແລ້ວ, ສາດ​ສະ​ດາ ຊີ​ນັດ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້, ແລະ ຊີ​ໂນກ​ກໍ​ໄດ້​ເວົ້າ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ຄື​ກັນ, ເພາະ​ພວກ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ພວກ​ເຮົາ​ຜູ້​ເປັນ​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ພວກ​ເພິ່ນ.

17 ຈົ່ງ​ເບິ່ງ, ຢາໂຄບ​ຜູ້​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ກໍ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ລູກ​ຫລານ ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ​ຄື​ກັນ. ແລະ ຈົ່ງ​ເບິ່ງ, ແລ້ວ​ພວກ​ເຮົາ​ບໍ່​ແມ່ນ​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ​ບໍ? ແລະ ເລື່ອງ​ລາວ​ເຫລົ່າ​ນີ້ ຊຶ່ງ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ພວກ​ເຮົາບໍ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ​ທອງ​ເຫລືອງ​ບໍ ຊຶ່ງ​ລີໄຮ​ຜູ້​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ເຢຣູ​ຊາເລັມ​ນັ້ນ?

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ທ້າຍ​ປີ​ທີ​ສາມ​ສິບ​ສີ່​ຄື, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ສະແດງ​ໃຫ້​ທ່ານ​ເຫັນ​ວ່າ ຜູ້​ຄົນ​ຂອງ​ນີໄຟ​ທີ່​ລອດ​ຕາຍ, ແລະ ລວມ​ທັງ​ຜູ້​ທີ່​ມີ​ຊື່​ວ່າ ຊາວ​ເລມັນ​ທີ່​ລອດ​ຕາຍ​ໄດ້​ຮັບ​ຄວາມ​ໂປດ​ປານ ແລະ ພອນ​ອັນ​ຍິ່ງ​ໃຫຍ່​ຫລັ່ງ​ລົງ​ມາ​ເທິງ​ຫົວ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ບໍ່​ດົນ​ຫລັງ​ຈາກ ການ​ສະ​ເດັດ​ຂຶ້ນ​ສະຫວັນ​ຂອງ​ພຣະ​ຄຣິດ ພຣະ​ອົງ​ໄດ້​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ແທ້ໆ—

19 ໂດຍ​ປະກົດ​ຕົວ​ແກ່​ພວກ​ເຂົາ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ; ແລະ ເລື່ອງ​ລາວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຈະ​ມີ​ກ່າວ​ເຖິງ​ຕໍ່​ໄປ​ຈາກ​ນີ້. ສະນັ້ນ ສຳ​ລັບ​ເວລາ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ຈົບ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ.