ສິ່ງ​ຊ່ວຍ​ສຶກ​ສາ
ພັນທະ​ສັນ​ຍາ


ພັນທະ​ສັນ​ຍາ

ການ​ຕົກ​ລົງ​ລະຫວ່າງ​ພຣະ​ເຈົ້າ ແລະ ມະນຸດ, ແຕ່​ທັງ​ສອງ​ຝ່າຍ​ບໍ່​ໄດ້​ກະ​ທຳ​ເທົ່າ​ທຽມ​ກັນ​ໃນ​ການ​ຕົກ​ລົງ. ພຣະ​ເຈົ້າ​ມີ​ເງື່ອນ​ໄຂ​ສຳ​ລັບ​ພັນທະ​ສັນ​ຍາ, ແລະ ມະນຸດ​ຕົກ​ລົງ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ຂໍ​ໃຫ້​ເຂົາ​ເຈົ້າ​ເຮັດ. ແລ້ວ​ພຣະ​ເຈົ້າ​ສັນ​ຍາ​ທີ່​ຈະ​ປະທານ​ພອນ​ບາງ​ຢ່າງ​ໃຫ້​ສຳ​ລັບ​ການ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ.

ເຮົາ​ໄດ້​ຮັບ​ຫລັກ​ທຳ ແລະ ພິ​ທີ​ການ​ໂດຍ​ພັນທະ​ສັນ​ຍາ. ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ເຮັດ​ພັນທະ​ສັນ​ຍາ​ເຊັ່ນ​ນັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້​ກຽດ​ແກ່​ມັນ. ຕົວ​ຢ່າງ, ສະມາ​ຊິກ​ໄດ້​ເຮັດ​ພັນທະ​ສັນ​ຍາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ຕອນ​ຮັບ​ບັບຕິ​ສະມາ ແລະ ຕໍ່​ພັນທະ​ສັນ​ຍາ​ເຫລົ່າ​ນັ້ນ​ໂດຍ​ການ​ຮັບ​ເອົາ​ສິນ​ລະ​ລຶກ. ເຂົາ​ເຈົ້າ​ເຮັດ​ພັນທະ​ສັນ​ຍາ​ຕື່ມ​ອີກ​ຢູ່​ໃນ​ພຣະ​ວິຫານ. ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄົນ​ແຫ່ງ​ພັນທະ​ສັນ​ຍາ ແລະ ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ເມື່ອ​ເຂົາ​ເຈົ້າ​ຮັກ​ສາ​ພັນທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ນຳ​ພຣະ​ຜູ້​ເປັນ​ເຈົ້າ.