ຖ້ອຍຄຳ, ທັງເປັນການຂຽນ ແລະ ການເວົ້າ, ໂດຍຜູ້ຊາຍທີ່ສັກສິດຂອງພຣະເຈົ້າ ເມື່ອໄດ້ຮັບການກະຕຸ້ນຈາກພຣະວິນຍານບໍລິສຸດ. ພຣະຄຳພີທີ່ເປັນທາງການຂອງສາດສະໜາຈັກໃນປະຈຸບັນແມ່ນຮ່ວມດ້ວຍ ພຣະຄຣິສຕະທຳຄຳພີ, ພຣະຄຳພີມໍມອນ, ຄຳສອນ ແລະ ພັນທະສັນຍາ, ແລະ ໄຂ່ມຸກອັນລ້ຳຄ່າ. ພຣະເຢຊູ ແລະ ຜູ້ຂຽນຂອງພຣະຄຳພີໃໝ່ ນັບຖືວ່າພຣະຄຳພີເດີມ ເປັນພຣະຄຳພີເຫລັ້ມໜຶ່ງ (ມທ 22:29; ຢຮ 5:39; 2 ຕມທ 3:15; 2 ປຕ 1:20–21). ເບິ່ງ ລຳດັບປະຫວັດສາດ ໃນພາກຫ້ອຍທ້າຍນຳອີກ.
ມີການຂຽນທີ່ສັກສິດຫລາຍເຫລັ້ມທີ່ພຣະຄຳພີໄດ້ກ່າວເຖິງ ແຕ່ເຮົາບໍ່ມີຢູ່ໃນທຸກວັນນີ້, ຊຶ່ງໃນບັນດາການຂຽນດັ່ງກ່າວແມ່ນໜັງສື ແລະ ຜູ້ຂຽນເຫລົ່ານີ້: ພັນທະສັນຍາ (ອພຍ 24:7), ສົງຄາມຂອງພຣະຜູ້ເປັນເຈົ້າ (ຈບຊ 21:14), ຢາຊາ (ຢຊ 10:13; 2 ຊມອ 1:18), ການປະຕິບັດຂອງໂຊໂລໂມນ (1 ກສ 11:41), ຊາມູເອນຜູ້ພະຍາກອນ (1 ຂຄ 29:29), ສາດສະດານາທານ (2 ຂຄ 9:29), ສາດສະດາເຊມາອີຢາ (2 ຂຄ 12:15), ສາດສະດາອິດໂດ (2 ຂຄ 13:22), ເຢຮູ (2 ຂຄ 20:34), ຖ້ອຍຄຳຂອງຜູ້ພະຍາກອນ (2 ຂຄ 33:19), ເອນົກ (ຢດ 1:14), ແລະ ຖ້ອຍຄຳຂອງຊີໂນກ, ນີອຳ, ແລະ ຊີນັດ (1 ນຟ 19:10), ຊີນັດ (ຢຄ 5:1), ຊີໂນກ ແລະ ອີໄຊອັດ (ຮລມ 8:20), ແລະ ໜັງສືແຫ່ງຄວາມຊົງຈຳ (ມຊ 6:5); ແລະ ສານເຖິງຊາວໂກຣິນໂທ (1 ກຣທ 5:9), ເຖິງຊາວເອເຟໂຊ (ອຟຊ 3:3), ແລະ ຈາກ ລາວດີເກອາ (ກລຊ 4:16), ແລະ ຈາກ ຢູດາ (ຢດ 1:3).
ພຣະຄຳພີທີ່ຕ້ອງຮັກສາໄວ້
ພຣະຄຳພີທີ່ໄດ້ທຳນາຍໄວ້ຈະອອກມາ