ບົດ​ທີ 1

ມໍ​ມອນ​ຫຍໍ້​ແຜ່ນຈາລຶກຂອງ​ນີໄຟ—ເພິ່ນ​ເອົາ​ແຜ່ນ​ຈາລຶກ​ນ້ອຍ​ໄວ້​ກັບແຜ່ນ​ຈາລຶກ​ອື່ນໆ—ກະສັດ​ເບັນ​ຢາ​ມິນສະຖາປະນາ​ຄວາມ​ສັນຕິ​ສຸກ​ໃນ​ແຜ່ນດິນ. ປະມານ ຄ.ສ. 385.

 ແລະ ບັດ​ນີ້ຂ້າພະ​ເຈົ້າມໍ​ມອນໂດຍ​ທີ່​ກຳລັງ​ຈະ​ມອບ​ບັນທຶກ​ທີ່​ຂ້າພະ​ເຈົ້າ​ເຮັດ​ໄວ້​ໃຫ້​ຢູ່​ໃນ​ມື​ຂອງ​ໂມ​ໂຣ​ໄນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ໄດ້​ເຫັນ​ຄວາມ​ພິນາດ​ເກືອບ​ທັງ​ໝົດ​ຂອງ​ຊາວ​ນີ​ໄຟຜູ້ຄົນ​ຂອງ​ຂ້າພະ​ເຈົ້າ.

 ແລະ ເປັນ​ເວລາ​ຫລາຍ​ຮ້ອຍ​ປີຫລັງ​ຈາກ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ຂ້າພະ​ເຈົ້າ​ໄດ້​ມອບ​ບັນທຶກ​ເຫລົ່າ​ນີ້​ໃຫ້​ຢູ່​ໃນ​ມື​ຂອງ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າຄິດ​ວ່າ ລາວ​ຈະ​ເຫັນ​ຄວາມ​ພິນາດ​ທັງ​ໝົດ​ຂອງ​ປະຊາ​ຊົນ​ຂອງ​ຂ້າພະ​ເຈົ້າ. ແຕ່​ຂໍພຣະ​ເຈົ້າຈົ່ງ​ໂຜດ​ໃຫ້​ລາວ​ລອດ​ຊີວິດ​ດ້ວຍ​ເຖີດ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບັນທຶກ​ບາງ​ຢ່າງ​ກ່ຽວ​ກັບ​ພວກ​ນັ້ນ​ໄວ້, ແລະ ກ່ຽວ​ກັບ​ພຣະ​ຄຣິດ, ເພື່ອ​ມື້ໜຶ່ງ​ມັນ​ອາດ​ຈະ​ເປັນ​ປະ​ໂຫຍດ​ແກ່ພວກ​ເຂົາ.

 ແລະ ບັດ​ນີ້ຂ້າພະ​ເຈົ້າ​ຈະເວົ້າກ່ຽວ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າໄດ້​ບັນທຶກ​ໄວ້​ບາງ​ຢ່າງ; ເພາະ​ຫລັງ​ຈາກ​ຂ້າພະ​ເຈົ້າຫຍໍ້​ຂໍ້ຄວາມ​ຈາກ​ແຜ່ນ​ຈາລຶກ​ຂອງ​ນີ​ໄຟ​ລົງ​ມາ​ຈົນ​ເຖິງ​ການ​ປົກຄອງ​ຂອງ​ກະສັດ​ເບັນ​ຢາ​ມິນ ຊຶ່ງ​ເປັນ​ຜູ້​ທີ່​ອາ​ມາ​ລະ​ໄຄ​ໄດ້​ເວົ້າ​ເຖິງ, ຂ້າພະ​ເຈົ້າ​ໄດ້​ຄົ້ນຄວ້າ​ຈາກ​ບັນທຶກ​ຊຶ່ງ​ໄດ້​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ຂ້າພະ​ເຈົ້າ, ແລະ ຂ້າພະ​ເຈົ້າ​ໄດ້ເຫັນ​ແຜ່ນ​ຈາລຶກເຫລົ່ານີ້​ຊຶ່ງມີ​ເລື່ອງ​ລາວ​ສັ້ນໆ​ຂອງ​ສາດສະດາ​ນັບ​ຕັ້ງ​ແຕ່​ຢາ​ໂຄບ​ລົງ​ມາຈົນ​ເຖິງ​ການ​ປົກຄອງ​ຂອງ​ກະສັດ​ເບັນ​ຢາ​ມິນ​ຜູ້​ນີ້, ແລະ ມີ​ຄຳ​ເວົ້າ​ຂອງ​ນີ​ໄຟ​ຢູ່​ໃນ​ນັ້ນ.

 ແລະ ເລື່ອງ​ທີ່​ມີ​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ເປັນ​ທີ່​ພໍ​ໃຈ​ຂອງ​ຂ້າພະ​ເຈົ້າ, ເພາະ​ຄຳ​ທຳນາຍ​ເຖິງ​ການສະ​ເດັດ​ມາ​ຂອງ​ພຣະ​ຄຣິດ; ແລະ ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າກໍ​ຮູ້​ວ່າ​ຄຳທຳນາຍ​ຫລາຍ​ຢ່າງ​ສຳ​ເລັດ​ແລ້ວ; ແທ້​ຈິງ​ແລ້ວ, ແລະ ຂ້າພະ​ເຈົ້າຮູ້​ອີກ​ວ່າ ຫລາຍ​ເລື່ອງ​ທີ່​ໄດ້​ທຳນາຍ​ໄວ້​ກ່ຽວ​ກັບ​ພວກ​ເຮົາ​ຈົນ​ເຖິງ​ທຸກ​ມື້​ນີ້​ສຳ​ເລັດ​ແລ້ວ, ແລະ ຫລາຍ​ເລື່ອງ​ນັບ​ແຕ່​ ຕໍ່​ຈາກ​ມື້​ນີ້​ເປັນຕົ້ນ​ໄປ​ຈະ​ຕ້ອງ​ເກີດ​ຂຶ້ນຢ່າງ​ແນ່ນອນ—

 ສະນັ້ນ, ຂ້າພະ​ເຈົ້າຈຶ່ງ​ເລືອກ​ສິ່ງ​ເຫລົ່າ​ນີ້​ໄວ້​ເພື່ອ​ຈົບ​ການ​ບັນທຶກ​ຂອງ​ຂ້າພະ​ເຈົ້າ​ໄວ້​ໃນ​ນັ້ນ, ຊຶ່ງຕອນ​ທີ່​ເຫລືອ​ນັ້ນຂ້າພະ​ເຈົ້າຈະ​ເອົາ​ມາ​ຈາກ​ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ; ແລະ ຂ້າພະ​ເຈົ້າ​ບັນ​ທຶກ​ໄວ້​ບໍ່​ໄດ້​ພໍ​ໜຶ່ງ​ສ່ວນ​ຮ້ອຍຂອງ​ເລື່ອງ​ຜູ້ຄົນ​ຂອງ​ຂ້າພະ​ເຈົ້າ​ເລີຍ.

 ແຕ່​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຈະ​ເອົາ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ຊຶ່ງມີ​ຄຳ​ທຳນາຍ ແລະ ການ​ເປີດ​ເຜີຍ, ແລະ ເອົາ​ໃສ່​ໄວ້​ກັບ​ສ່ວນ​ທີ່ເຫລືອ​ຢູ່ຂອງ​ບັນທຶກ​ຂອງ​ຂ້າພະ​ເຈົ້າ, ເພາະວ່າ​ເລື່ອງ​ເຫລົ່າ​ນີ້​ປະ​ເສີດ​ສຳລັບ​ຂ້າພະ​ເຈົ້າ; ແລະ ຂ້າພະ​ເຈົ້າຮູ້​ວ່າ ມັນ​ຈະ​ປະ​ເສີດສຳລັບ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າອີກ.

 ແລະ ຂ້າພະ​ເຈົ້າກະທຳ​ການ​ນີ້​ເພື່ອ​ຈຸດປະສົງ​ອັນ​ສະຫລາດ; ເພາະ​ພຣະ​ອົງ​ໄດ້​ຊື່ມ​ໃສ່​ຫູ​ຂອງ​ຂ້າພະ​ເຈົ້າ​ແບບ​ນີ້, ອັນ​ເປັນ​ໄປ​ຕາມການ​ເຮັດ​ວຽກ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຊຶ່ງຢູ່​ໃນ​ຕົວ​ຂອງ​ຂ້າພະ​ເຈົ້າ. ແລະ ບັດ​ນີ້, ຂ້າພະ​ເຈົ້າບໍ່​ຮູ້ຈັກ​ໝົດ​ທຸກ​ເລື່ອງ; ແຕ່​ວ່າ​ພຣະຜູ້​ເປັນ​ເຈົ້າຮູ້​ທຸກ​ເລື່ອງ​ທີ່​ຈະ​ມາ​ເຖິງ; ສະນັ້ນ, ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າພະ​ເຈົ້າ​ເພື່ອ​ໃຫ້​ມັນ​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.

 ແລະ ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າທີ່​ມີ​ຕໍ່​ພຣະ​ເຈົ້າກ່ຽວ​ກັບ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ ກໍ​ເພື່ອ​ພວກ​ເຂົາ​ຈະ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າອີກ​ເທື່ອ​ໜຶ່ງ, ແທ້​ຈິງ​ແລ້ວ, ເລື່ອງ​ການ​ໄຖ່​ຂອງ​ພຣະ​ຄຣິດ; ເພື່ອ​ພວກ​ເຂົາ​ຈະ​ເປັນ​ຜູ້ຄົນ​ທີ່​ໜ້າ​ຊົມອີກ​ເທື່ອ​ໜຶ່ງ.

 ແລະ ບັດ​ນີ້​ຂ້າພະ​ເຈົ້າ​ມໍ​ມອນ​ເລີ່ມ​ເຮັດ​ບັນທຶກ​ຂອງ​ຂ້າພະ​ເຈົ້າ​ໃຫ້​ຈົບ, ຊຶ່ງ​ໄດ້​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ​ຂອງ​ນີ​ໄຟ; ແລະ ຂ້າພະ​ເຈົ້າ​ເຮັດ​ບັນທຶກ​ຕາມ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະ​ເຈົ້າ.

 10 ສະນັ້ນ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນ ຫລັງ​ຈາກ​ອາ​ມາ​ລະ​ໄຄ​ໄດ້​ມອບ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໃຫ້​ຢູ່​ໃນ​ມື​ຂອງກະສັດ​ເບັນ​ຢາ​ມິນ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ເອົາ​ມັນ​ໄປ​ຮວມ​ໄວ້​ກັບ​ແຜ່ນ​ຈາລຶກ​ອື່ນໆ, ຊຶ່ງມີ​ບັນທຶກ​ທີ່​ກະສັດ​ມອບ​ໃຫ້​ຕໍ່ໆ​ກັນ​ລົງ​ມາ​ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນໜຶ່ງຈົນ​ເຖິງ​ວັນ​ຂອງກະສັດ​ເບັນ​ຢາ​ມິນ.

 11 ແລະ ມັນ​ໄດ້​ຖືກ​ສົ່ງ​ຕໍ່ລົງ​ມາ​ຈາກ​ກະສັດ​ເບັນ​ຢາ​ມິນ, ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນໜຶ່ງ ຈົນ​ມາ​ຕົກ​ຢູ່​ໃນ​ມື​ຂອງ​ຂ້າພະ​ເຈົ້າ. ແລະ ຂ້າພະ​ເຈົ້າມໍ​ມອນອະທິຖານ​ຕໍ່​ພຣະ​ເຈົ້າຂໍ​ໃຫ້​ແຜ່ນ​ຈາລຶກ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ນັບ​ແຕ່​ເວລາ​ນີ້​ໄປ, ແລະ ຂ້າພະ​ເຈົ້າຮູ້​ວ່າ ມັນ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ເພາະວ່າ​ເລື່ອງສຳຄັນ​ໄດ້​ບັນທຶກ​ໄວ້​ຢູ່​ໃນ​ນັ້ນ ຊຶ່ງຈາກ​ນັ້ນຜູ້ຄົນ​ຂອງ​ຂ້າພະ​ເຈົ້າພ້ອມ​ດ້ວຍ​ພີ່ນ້ອງ​ຂອງ​ພວກ​ເຂົາ​ຈະ​ຖືກ​ຕັດສິນ​ໃນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ, ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າຊຶ່ງມີ​ຂຽນ​ໄວ້.

 12 ແລະ ບັດ​ນີ້, ກ່ຽວ​ກັບ​ກະສັດ​ເບັນ​ຢາ​ມິນ​ຜູ້​ນີ້—​ເພິ່ນ​ມີ​ບັນຫາ​ບາງ​ຢ່າງ​ເຊັ່ນ ມັນ​ມີ​ການ​ຂັດ​ແຍ້ງ​ເລັກ​ໜ້ອຍ ລະຫວ່າງ​ຜູ້ຄົນ​ຂອງ​ເພິ່ນ​ເອງ.

 13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ກອງ​ທະຫານ​ຂອງ​ຊາວ​ເລ​ມັນ​ໄດ້ຍົກ​ທັບ​ລົງ​ມາ​ຈາກ​ແຜ່ນດິນ​ນີ​ໄຟ ເພື່ອ​ມາ​ສູ້​ຮົບກັບ​ຜູ້ຄົນ​ຂອງ​ເພິ່ນ. ແຕ່​ຈົ່ງ​ເບິ່ງ, ກະສັດ​ເບັນ​ຢາ​ມິນ​ໄດ້​ເຕົ້າ​ໂຮມ​ກອງທັບ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ຕ້ານ​ພວກ​ນັ້ນ​ໄວ້​ໄດ້; ແລະ ເພິ່ນ​ໄດ້​ຕໍ່ສູ້​ດ້ວຍ​ກຳລັງ​ແຂນ​ຂອງ​ເພິ່ນ​ເອງດ້ວຍ​ດາບ​ຂອງລາ​ບານ.

 14 ແລະ ດ້ວຍ​ກຳລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ ເຂົາ​ເຈົ້າຈຶ່ງ​ໄດ້​ຕໍ່ສູ້​ສັດຕູ​ຂອງ​ເຂົາ​ເຈົ້າ, ຈົນ​ຂ້າ​ຊາວ​ເລ​ມັນ​ຕາຍ​ຫລາຍ​ພັນ​ຄົນ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ໄດ້​ຕໍ່ສູ້​ກັບ​ຊາວ​ເລ​ມັນ​ຈົນ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກແຜ່ນດິນ​ທັງ​ໝົດ ຊຶ່ງ​ເປັນ​ແຜ່ນດິນ​ມູນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.

 15 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ມີ​ພຣະ​ຄຣິດ​ປອມຂຶ້ນມາ, ແລະ ປາກ​ຂອງ​ພວກ​ເຂົາ​ຖືກ​ປິດ, ແລະ ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ;

 16 ແລະ ຫລັງ​ຈາກ​ມີ​ສາດ​ສະ​ດາ​ປອມ, ແລະ ຜູ້​ເທດ​ສະໜາ ແລະ ຄູ​ສອນ​ປອມ​ໃນ​ບັນດາ​ຜູ້​ຄົນ, ແລະ ທັງ​ໝົດ​ນີ້​ໄດ້​ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ; ແລະ ຫລັງ​ຈາກ​ມີ​ການ​ຂັດ​ແຍ້ງ​ມາ​ຫລາຍ ແລະ ມີ​ການ​ແຕກ​ແຍກ​ໄປ​ເຂົ້າຮ່ວມ​ກັບ​ຊາວ​ເລ​ມັນ​ຫລາຍ​ເທື່ອ​ແລ້ວ, ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ກະສັດ​ເບັນ​ຢາ​ມິນ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສາດສະດາ​ຜູ້​ບໍລິສຸດທີ່ຢູ່ໃນ​ບັນ​ດາ​ຜູ້ຄົນຂອງ​ເພິ່ນ—

 17 ເພາະ​ຈົ່ງ​ເບິ່ງ, ກະສັດ​ເບັນ​ຢາ​ມິນ​ເປັນ​ຄົນ​ບໍລິສຸດ, ແລະ ເພິ່ນ​ໄດ້​ປົກຄອງ​ດູ​ແລ​ຜູ້ຄົນ​ຂອງ​ເພິ່ນ ດ້ວຍ​ຄວາມ​ຊອບທຳ; ແລະ ມີ​ຄົນ​ບໍລິສຸດ​ຢ່າງ​ຫລວງຫລາຍ​ໃນ​ແຜ່ນດິນ, ແລະ ຄົນ​ເຫລົ່າ​ນີ້​ໄດ້​ເວົ້າຄຳ​ເວົ້າຂອງ​ພຣະ​ເຈົ້າດ້ວຍ​ອຳນາດ ແລະ ສິດ​ອຳນາດ; ແລະ ເຂົາ​ເຈົ້າ​ໄດ້ໃຊ້​ຄວາມ​ຮຸນ​ແຮງ​ຫລາຍ​ເພາະ​ຄວາມ​ແຂງຄໍ​ຂອງ​ຜູ້​ຄົນ—

 18 ສະນັ້ນ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຄົນເຫລົ່າ​ນີ້, ກະສັດ​ເບັນ​ຢາ​ມິນ, ໂດຍ​ການ​ອອກ​ແຮງງານ​ດ້ວຍ​ສຸດ​ກຳລັງ​ຂອງ​ຮ່າງກາຍ​ຂອງ​ເພິ່ນ ແລະ ດ້ວຍຄວາມ​ສາມາດ​ຂອງ​ຈິດ​ວິນ​ຍານ​ທັງໝົດຂອງ​ເພິ່ນ, ແລະ ພ້ອມດ້ວຍ​ສາດສະດາ, ເພິ່ນ​ຈຶ່ງ​ໄດ້​ສະຖາປະນາ​ສັນຕິ​ສຸກ​ຂຶ້ນໃນ​ແຜ່ນດິນ​ອີກ​ເທື່ອ​ໜຶ່ງ.