ສິ່ງ​ຊ່ວຍ​ສຶກ​ສາ
ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ


ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ

ຄົນ​ໃດ​ຄົນ​ໜຶ່ງ ຫລື ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ບິດ​ເບືອນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ແທ້​ຈິງ ແລະ ໄດ້​ຕໍ່​ຕ້ານ​ພຣະ​ຄຣິດ​ຢ່າງ​ເປີດ​ແປນ ຫລື ແບບ​ລີ້​ລັບ. ໂຢຮັນ​ຜູ້​ເປີດ​ເຜີຍ​ໄດ້​ບັນ​ຍາຍ​ກ່ຽວ​ກັບ​ຜູ້​ຕໍ່​ສູ້​ພຣະ​ຄຣິດ​ວ່າ​ເປັນ​ຄົນ​ຕົວະ (1 ຢຮ 2:18–22; 4:3–6; 2 ຢຮ 1:7). ຜູ້​ຕໍ່​ສູ້​ພຣະ​ຄຣິດ​ຫລາຍ​ທີ່​ສຸດ​ແມ່ນ ລູ​ຊິ​ເຟີ, ແຕ່​ມັນ​ມີ​ບໍ​ລິ​ວານ​ຫລາຍ, ທັງ​ຜູ້​ເປັນ​ວິນ​ຍານ ແລະ ຜູ້​ເປັນ​ມະນຸດ.