ສິ່ງ​ຊ່ວຍ​ສຶກ​ສາ
ມໍມອນ, ສາດ​ສະ​ດາ​ຊາວ​ນີໄຟ


ມໍມອນ, ສາດ​ສະ​ດາ​ຊາວ​ນີໄຟ

ສາດ​ສະ​ດາ​ຊາວ​ນີໄຟ, ນາຍ​ທັບ, ແລະ ຜູ້​ຮັກ​ສາ​ບັນ​ທຶກ​ໃນ​ພຣະ​ຄຳ​ພີ​ມໍມອນ. ມໍມອນ​ໄດ້​ມີ​ຊີ​ວິດ​ຢູ່​ປະມານ ຄ.ສ. 311–385 (ມມ 1:2, 6; 6:5–6; 8:2–3). ເພິ່ນ​ເປັນ​ຫົວ​ໜ້າ​ກອງ​ທັບ​ເກືອບ​ຕະຫລອດ​ຊີ​ວິດ​ຂອງ​ເພິ່ນ, ເລີ່ມ​ຕົ້ນ​ແຕ່​ອາ​ຍຸ​ສິບ​ຫ້າ​ປີ (ມມ 2:1–2; 3:8–12; 5:1; 8:2–3). ອາມ​ມາ​ຣອນ​ໄດ້​ແນະນຳ​ມໍມອນ​ໃຫ້​ຕຽມ​ຕົນ​ເອງ ໃນ​ການ​ຮັກ​ສາ​ຂຽນ ແລະ ການ​ຮັກ​ສາ​ບັນ​ທຶກ (ມມ 1:2–5; 2:17–18). ຫລັງ​ຈາກ​ໄດ້​ບັນ​ທຶກ​ຊີ​ວະ​ປະຫວັດ​ໃນ​ວັນ​ເວລາ​ຂອງ​ເພິ່ນ​ແລ້ວ, ມໍມອນ​ໄດ້​ຫຍໍ້​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີໄຟ ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ມໍມອນ. ຕໍ່​ມາ​ເພິ່ນ​ໄດ້​ມອບ​ບັນ​ທຶກ​ທີ່​ສັກ​ສິດ​ນີ້​ໃຫ້​ແກ່​ໂມ​ໂຣ​ໄນ ລູກ​ຊາຍ​ຂອງ​ເພິ່ນ. ແຜ່ນ​ຈາລຶກ​ເຫລົ່າ​ນີ້​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ບັນ​ທຶກ​ທີ່​ໂຈເຊັບ ສະມິດ ໄດ້​ແປ​ເປັນ​ພຣະ​ຄຳ​ພີ​ມໍມອນ.

ຄຳ​ຂອງ​ມໍມອນ

ໜັງ​ສື​ເຫລັ້ມ​ນ້ອຍ​ໃນ​ພຣະ​ຄຳ​ພີ​ມໍມອນ. ລະຫວ່າງ​ຄຳ​ສຸດ​ທ້າຍ​ຂອງ​ອາມາ​ລະໄຄ ໃນ​ໜັງ​ສື​ອອມ​ໄນ ແລະ ຄຳ​ທຳ​ອິດ​ໃນ​ໜັງ​ສື​ໂມ​ໄຊ​ຢາ, ມໍມອນ, ບັນ​ນາ​ທິ​ການ​ຂອງ​ບັນ​ທຶກ​ທຸກ​ທັງ​ໝົດ, ໄດ້​ສອດ​ໜັງ​ສື​ເຫລັ້ມ​ນ້ອຍ​ນີ້​ໃສ່​ທາງ​ກາງ. (ເບິ່ງ “ຄຳ​ອະ​ທິ​ບາຍ​ຫຍໍ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍມອນ” ຢູ່​ໃນ​ທາງ​ໜ້າ​ຂອງ​ພຣະ​ຄຳ​ພີ​ມໍມອນ.)

ພຣະ​ຄຳ​ພີ​ມໍມອນ

ໜັງ​ສື​ອີກ​ເຫລັ້ມ​ໜຶ່ງ​ໃນ​ບັນ​ດາ​ພຣະ​ຄຳ​ພີ ທີ່​ຮູ້​ຈັກ​ກັນ​ວ່າ ພຣະ​ຄຳ​ພີ​ມໍມອນ. ບົດ​ທີ 1–2 ບອກ​ເຖິງ​ອາມ​ມາ​ຣອນ, ສາດ​ສະ​ດາ​ຂອງ​ຊາວ​ນີໄຟ, ໄດ້​ບອກ​ມໍມອນ​ເຖິງ​ເວລາ ແລະ ສະຖານ​ທີ່ ບ່ອນ​ທີ່​ໃຫ້​ໄປ​ເອົາ​ແຜ່ນ​ຈາລຶກ. ພ້ອມ​ນີ້, ມີ​ສົງ​ຄາມ​ທີ່​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ, ແລະ ຊາວ​ນີໄຟ​ສາມ​ຄົນ​ໄດ້​ຖືກ​ພາ​ໜີ​ໄປ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ. ບົດ​ທີ 3–4 ບອກ​ເຖິງ​ມໍມອນ​ເອີ້ນ​ໃຫ້​ຜູ້​ຄົນ​ກັບ​ໃຈ: ແຕ່​ພວກ​ເຂົາ​ມີ​ໃຈ​ແຂງ​ເກີນ​ກວ່າ​ທີ່​ຈະ​ຮູ້​ສຶກ, ແລະ ຄວາມ​ຊົ່ວ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ​ໃນ​ອິດສະ​ຣາເອນ. ບົດ​ທີ 5–6 ບັນ​ທຶກ​ການ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ​ລະຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ. ມໍມອນ​ໄດ້​ຖືກ​ຂ້າ​ພ້ອມ​ດ້ວຍ​ປະ​ຊາ​ຊາດ​ນີໄຟ​ເກືອບ​ທັງ​ໝົດ. ໃນ ບົດ​ທີ 7, ກ່ອນ​ເພິ່ນ​ເສຍ​ຊີ​ວິດ, ມໍມອນ​ໄດ້​ເອີ້ນ​ຜູ້​ຄົນ—​ໃນ​ຕອນ​ນັ້ນ ແລະ ໃນ ອະ​ນາ​ຄົດ—​ໃຫ້​ກັບໃຈ. ບົດ​ທີ 8–9 ບັນ​ທຶກ​ບອກ​ວ່າ ໃນ​ທີ່​ສຸດ​ພຽງ​ແຕ່ ໂມ​ໂຣ​ໄນ ລູກ​ຊາຍ​ຂອງ​ມໍມອນ​ເທົ່າ​ນັ້ນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່. ເພິ່ນ​ໄດ້​ບັນ​ທຶກ​ພາບ​ສຸດ​ທ້າຍ​ຂອງ​ການ​ຕາຍ ແລະ ຊາກ​ສົບ, ລວມ​ທັງ​ການ​ສິ້ນ​ສຸດ​ຂອງ​ຜູ້​ຄົນ​ຊາວ​ນີໄຟ, ແລະ ໄດ້​ຂຽນ​ຂ່າວ​ສານ​ເຖິງ​ຄົນ​ລຸ້ນ​ຫລັງ ແລະ ຜູ້​ອ່ານ​ຂອງ​ບັນ​ທຶກ​ນີ້.