​2010–2019
ທິ​ດາ​ທີ່​ຮັກ​ຫອມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ທິ​ດາ​ທີ່​ຮັກ​ຫອມ

ເປົ້າ​ໝາຍ​ຂອງ​ອົງ​ການ​ຍິງ​ໜຸ່ມ ຄື​​ພວກເຮົາ​ປາດ​ຖະ​ໜາທີ່​ຈະ​ຊ່ວຍ​ເຫລືອ​ພວກ​ເຈົ້າ​ໃຫ້​ມີ ສັດ​ທາ​ທີ່ບໍ່​ຫວັ່ນ​ໄຫວ ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແທ້ໆ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ! ພວກ​ເຮົາ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ເປີດ​ເຜີຍທີ່​ຫລັ່ງ​ໄຫລ​ມາ ຊຶ່ງ​ຕ້ອງ​ໃຊ້ຄວາມ​ພະ​ຍາ​ຍາມ​ ແລະ ທັງ​ໜ້າ​ຕື່ນ​ເຕັ້ນ.

ໃນ​ຕອນ​ເລີ່ມຕົ້ນ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ແນະ​ນຳ​ທ່ານ​ໃຫ້​ຮູ້​ຈັກ​ໝູ່​ເພື່ອນ​ບາງ​ຄົນ; ເຂົາ​ເຈົ້າ​ເປັນ​ຍິງ​ໜຸ່ມ​ທີ່ພິ​ເສດ​ໃນ​ທາງ​ພອນ​ສະ​ຫວັນ, ປະ​ເພ​ນີ, ແລະ ສະ​ຖາ​ນະ​ການ​ສ່ວນ​ຕົວ ແລະ ຄອບ​ຄົວ. ແຕ່ລະ​ຄົນ, ຄື​ກັນ​ກັບ​ພວກ​ເຈົ້າ, ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ.

ຮູບ​ພາບ
ແບວລາ

ທຳ​ອິດ, ນີ້​ແມ່ນ​ນາງ​ແບວລາ. ນາງ​ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ ໂດຍ​ທີ່​ເປັນ​ຍິງ​ໜຸ່ມ​ຄົນ​ດຽວ​ໃນ​ສາ​ຂາ​ຂອງ​ນາງ ຢູ່​ປະ​ເທດ​ອາຍ​ແລັນ.

ຮູບ​ພາບ
ໂຈເຊັບຟີນ

ນີ້​ແມ່ນ​ນາງ​ໂຈເຊັບຟີນ ທີ່​ອຸ​ທິດ​ຕົນ ຈາກອາ​ຟຣິ​ກາ, ຜູ້​ມຸ່ງ​ໝັ້ນ​ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ. ນາງ​ໄດ້​ຄົ້ນ​ພົບ​ພະ​ລັງ ແລະ ພອນ​ທີ່​ມາ​ຈາກ​ການ​ກະ​ທຳ​ທີ່​ລຽບ​ງ່າຍ ແລະ ຊື່​ສັດ​ນີ້.

ຮູບ​ພາບ
ອາສ໌ຕິນ

ແລະ ຜູ້ນີ້​ແມ່ນ​ນາງ​ອາສ໌ຕິນ, ເປັນ​ຍິງໜຸ່ມ​ທີ່​ໜ້າ​ອັດ​ສະ​ຈັນ ຜູ້​ໄດ້​ເສຍ​ຊີ​ວິດ​ຫລັງ​ຈາກ​ໄດ້​ຕໍ່​ສູ້​ກັບ​ໂຣກ​ມະ​ເລັງ​ເປັນ​ເວ​ລາ​ຫົກ​ປີ. ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ຂອງ​ນາງ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ​ຫລາຍ.

ພວກ​ເຈົ້າ ທຸກ​ຄົນ ເປັນ​ຍິງ​ໜຸ່ມ​ທີ່​ດີ​ເລີດ. ພວກ​ເຈົ້າ​ແຕກ​ຕ່າງ​ກັນ, ແຕ່ຂອງປະ​ທານ ແລະ ປະ​ສົບ​ການ​ຂອງ​ພວກ​ເຈົ້າ​ແຕ່​ລະ​ຄົນ ແມ່ນ​ຄ້າຍ​ຄື​ກັນ​ໃນ​ທາງ​ທີ່​ສຳ​ຄັນ ແລະ ນິ​ລັນ​ດອນ.

ພວກ​ເຈົ້າ​ເປັນ​ທິ​ດາ​ທາງວິນ​ຍານ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນແທ້ໆ, ແລະ ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ແຍກ​ພວກ​ເຈົ້າ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຈົ້າ.1 ເມື່ອ​ພວກ​ເຈົ້າ​ເຂົ້າ​ໃກ້​ພຣະ​ອົງ, ເຖິງ​ແມ່ນ​ກ້າວ​ເຂົ້າ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ແຕ່​ພວກ​ເຈົ້າ​ຈະ​ຄົ້ນ​ພົບ​ຄວາມ​ສະ​ຫງົບ​ທີ່​ຍາວ​ນານ ຊຶ່ງ​ເຂົ້າ​ສູ່​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ ໃນ​ຖາ​ນະ​ສາ​ນຸສິດ​ທີ່​ຊື່​ສັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ຣະໂຊ ເອັມ ແນວສັນ, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າແຈ້ງ​ການ​ປ່ຽນ​ແປງ​ທີ່​ດົນ​ໃຈ​ບາງ​ຢ່າງ ທີ່​ຈະ​ຊ່ວຍ​ພວກ​ເຈົ້າ “ພັດ​ທະ​ນາ​ສັກ​ກະ​ຍະ​ພາບ​ສ່ວນ​ຕົວ​ທີ່​ສັກ​ສິດ [ຂອງ​ພວກ​ເຈົ້າ]”2 ແລະ ເພີ່ມ​ອິດ​ທິ​ພົນ​ທີ່​ຊອບ​ທຳ​ຂອງ​ພວກ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ການ​ປ່ຽນ​ແປງ​ສີ່​ຢ່າງ​ໃນ​ຄ່ຳ​ຄືນນີ້.

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ

ກ່ອນ​ອື່ນ​ໝົດ, ເປົ້າ​ໝາຍ​ຂອງ​ອົງ​ການ​ຍິງ​ໜຸ່ມ ຄື​​ພວກເຮົາ​ປາດ​ຖະ​ໜາທີ່​ຈະ​ຊ່ວຍ​ເຫລືອ​ພວກ​ເຈົ້າ​ໃຫ້​ມີ ສັດ​ທາ​ທີ່ບໍ່​ຫວັ່ນ​ໄຫວ ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ3 ແລະ ມີ​ຄວາມ​ຮູ້​ແຈ້ງ​ເຖິງ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພວກ​ເຈົ້າ ໃນ​ຖາ​ນະ​ທິ​ດາ​ຂອງ​ພຣະ​ເຈົ້າ.

ຄ່ຳ​ຄືນນີ້, ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ ຄຳ​ຂວັນ​ຂອງກຸ່ມ​ຍິງໜຸ່ມທີ່​ຖືກ​ດັດ​ແປງໃໝ່. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພວກ​ເຈົ້າ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງຕໍ່​ຖ້ອຍ​ຄຳເຫລົ່າ​ນີ້ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ຄຳ​ຂວັນ:

ເຮົາ​ເປັນ​ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ,4 ພ້ອມ​ດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.5

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ,6 ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.7 ເຮົາ​ສະ​ແຫວງ​ຫາ ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ8 ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.9

ເຮົາຈະຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ.10

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໃຫ້​ເໝາະ​ສົມ​ຕໍ່​ຄວາມ​ສູງ​ສົ່ງ,11 ເຮົາ​ຈະ​ທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ12 ແລະ ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາຕົວ​ເອງ​ໃນ​ແຕ່​ລະ​​ວັນ.13 ດ້ວຍ​ສັດ​ທາ,14 ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ,15 ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ,16 ແລະ ຮັບ​ເອົາ​ພິ​ທີ​ການ17 ແລະ ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ.18

ໃຫ້​ສັງ​ເກດ​ຄຳ​ທີ່​ປ່ຽນ​ຈາກ “ພວກ​ເຮົາ” ເປັນ “ເຮົາ.” ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ພວກ​ເຈົ້າເປັນ​ສ່ວນ​ຕົວ. ພວກ​ເຈົ້າ ເປັນ ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ. ພວກ​ເຈົ້າ ເປັນ ສາ​ນຸ​ສິດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ສຶກ​ສາ ແລະ ໄຕ່​ຕອງ​ຖ້ອຍ​ຄຳ​ເຫລົ່າ​ນີ້. ຂ້າ​ພະ​ເຈົ້າ​ຮູ້​ຈັກ ດັ່ງ​ທີ່​ພວກ​ເຈົ້າ​ຮູ້​ຈັກ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ​ຈາກ​ຖ້ອຍ​ຄຳ​ເຫລົ່າ​ນີ້. ການ​ເຂົ້າ​ໃຈ​ຄວາມ​ຈິງ​ເຫລົ່າ​ນີ້​ຈະ​ປ່ຽນ​ວິ​ທີ​ທີ່​ພວກ​ເຈົ້າ​ປະ​ເຊີນ​ກັບ​ການ​ທ້າ​ທາຍ. ການ​ຮູ້​ຈັກ​ເອ​ກະ​ລັກ​ ແລະ ຈຸດ​ປະ​ສົງຂອງ​ພວກ​ເຈົ້າ​ເອງ ຈະ​ຊ່ວຍ​ພວກ​ເຈົ້າເຮັດ​ໃຫ້​ຄວາມ​ປະ​ສົງ​ຂອງ​ພວກ​ເຈົ້າ ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພວກ​ເຈົ້າ​ຈະ​ມີຄວາມ​ສະ​ຫງົບ ແລະ ໄດ້​ຮັບ​ການນຳ​ພາ ຂະ​ນະ​ທີ່​ພວກ​ເຈົ້າ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ

ການ​ປ່ຽນ​ແປງຢ່າງ​ທີ​ສອງ ແມ່ນ​ກ່ຽວ​ກັບ​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ. ແອວເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ກ່າວ​ວ່າ, “ສ່ວນ​ຫລາຍ​ແລ້ວ ສິ່ງ​ທີ່​ຜູ້​ຄົນ​ຕ້ອງ​ການ​ຫລາຍ​ທີ່​ສຸດ ຄື​ການຖືກ​ປົກ​ປ້ອງ​ຈາກ​ມໍ​ລະສຸມ​ຊີ​ວິດ ໃນ​ບ່ອນ​ຫລົບ​ໄພ​ທີ່​ເຂົາ​ເຈົ້າຮູ້​ສຶກ​ອົບ​ອຸ່ນ.”19 ຫ້ອງ​ຮຽນ​ຂອງ​ພວກ​ເຮົາ​ຈະ​ຕ້ອງ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ມໍ​ລະ​ສຸມ, ເປັນສະ​ຖານ​ທີ່​ແຫ່ງ​ຄວາມ​ຮັກ ແລະ ​ຄວາມອົບ​ອຸ່ນ ທີ່​ປອດ​ໄພ. ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນທີ່​ດີກວ່າ​ເກົ່າ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເປັນ​ເພື່ອນ, ແລະ ເພີ່ມ​ຄວາມ​ຮູ້​ສຶກ​ທີ່​ອົບ​ອຸ່ນ​ຢູ່​ໃນ​ອົງ​ການ​ຍິງ​ໜຸ່ມ, ພວກ​ເຮົາ​ຈຶ່ງ​ໄດ້​ທຳ​ການ​ປ່ຽນ​ແປງ​ບາງ​ຢ່າງ​ ໃນ​ໂຄງ​ສ້າງ​ຂອງ​ຫ້ອງ​ຮຽນ​.

ເປັນ​ເວ​ລາ​ຫລາຍກວ່າ 100 ປີມາ​ແລ້ວ, ທີ່​ກຸ່ມ​ຍິງ​ໜຸ່ມ​ໄດ້​ຖືກ​ແຍກ​ອອກ​ເປັນ​ສາມ​ຫ້ອງ. ເລີ່ມຕົ້ນ​ທັນ​ທີ, ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ຜູ້​ນຳ​ກຸ່ມ​ຍິງ​ໜຸ່ມ ແລະ ອະ​ທິ​ການ​ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ເຖິງ​ຄວາມ​ຕ້ອງ​ການ​ຂອງ​ຍິງ​ໜຸ່ມ​ແຕ່​ລະ​ຄົນ ແລະ ຈັດ​ເຂົາ​ເຈົ້າ ອີງ​ຕາມ​ສະ​ຖາ​ນະ​ການ​ໂດຍ​ສະ​ເພາະ​ຂອງ​ຫວອດ. ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງຂອງ​ຫ້ອງ​ຮຽນ.

  • ຖ້າ​ຫາກ​ທ່ານ​ມີ​ຍິງ​ໜຸ່ມຈຳ​ນວນ​ໜ້ອຍ, ທ່ານ​ສາ​ມາດ​ໃຫ້​ຍິງ​ໜຸ່ມ​ທຸກ​ຄົນ​ຮຽນ​ຢູ່​​ໃນຫ້ອງ​ດຽວ​ກັນ.

  • ບາງ​ທີ​ຈຳ​ນວນ​ຂອງກຸ່ມ​ຍິງ​ໜຸ່ມ​ອາ​ຍຸ 12 ປີ ມີຫລາຍກວ່າ ຈຳ​ນວນກຸ່ມ​ຍິງ​ໜຸ່ມທີ່​ມີ​ອາ​ຍຸ​ສູງກວ່າ. ທ່ານ​ສາ​ມາດ​ຈັດສອງ​ຫ້ອງ: ຫ້ອງ​ໜຶ່ງ​ແມ່ນ​ສຳ​ລັບ ກຸ່ມ​ຍິງ​ໜຸ່ມ​ອາ​ຍຸ 12 ປີ ແລະ ອີກ​ຫ້ອງ​ໜຶ່ງ​ແມ່ນ​ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ​ອາ​ຍຸ 13–18 ປີ.

  • ຫລື ທ່ານ​ມີ​ຫວອດ​ໃຫຍ່ ທີ່​ມີ​ຈຳ​ນວນ​ຍິງໜຸ່ມ​ເຖິງ 60 ຄົນທີ່​ມາ​ໂບດ, ທ່ານ​ສາ​ມາດ​ຈັດຫົກ​ຫ້ອງ, ແຕ່​ລະ​ຫ້ອງ​ໃຫ້​ຈັດຕາມ​ອາ​ຍຸ.

ບໍ່​ວ່າ​ຫ້ອງ​ຮຽນຂອງ​ພວກ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ແຕ່​ພວກ​ເຈົ້າ​ຜູ້​ເປັນ​ຍິງ​ໜຸ່ມ ມີ​ຄວາມ​ສຳ​ຄັນ​ຫລາຍ​ໃນ​ການ​ສ້າງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຈົ່ງ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ຜູ້​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ. ຈົ່ງ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ຮັກ ແລະ ​ຄວາມຫ່ວງ​ໃຍ ດັ່ງທີ່​ພວກ​ເຈົ້າ​ຢາກ​ໄດ້​ຮັບ​ຈາກ​ຄົນ​ອື່ນ. ດ້ວຍ​ຄຳ​ອະ​ທິ​ຖານ​ຢູ່​ໃນ​ໃຈ, ຈົ່ງ​ເອື້ອມ​ອອກ​ໄປ ແລະ ເປັນ​ພະ​ລັງໃນ​ທາງ​ດີ. ເມື່ອ​ພວກ​ເຈົ້າ​ເຮັດ​ແນວນັ້ນ, ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ປາ​ນີ. ພວກ​ເຈົ້າ​ຈະ​ຮູ້​ສຶກ​ດີ​ຕໍ່​ຄົນ​ອື່ນ ແລະ ຈະ​ເລີ່ມ​ຕົ້ນ​ເຫັນ​ຄວາມ​ດີ​ຂອງ​ເຂົາເຈົ້າ​ໃນ​ການ​ຕອບ​ແທນ.

ຊື່​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ

ສາມ, ດ້ວຍ​ການ​ຈັດ​ຕັ້ງ​ຫ້ອງ​ຮຽນ​ໃໝ່​ນີ້, ທຸກ​ຫ້ອງ​ຈະ​ຖືກ​ເອີ້ນ​ໃນ​ຊື່​ດຽວ​ກັນ​ຄື “ກຸ່ມຍິງໜຸ່ມ.”20 ພວກ​ເຮົາ​ຈະ​ເຊົາ​ໃຊ້​ຄຳ​ວ່າ “ດາລຸນີ,” “ໄມເມດ,” ແລະ “ກຸນລະ​ສະຕີ.”

ໃຫ້ຄວາມ​ເຂັ້ມ​ແຂງ​ແກ່​ຝ່າຍ​ປະ​ທານ​ຫ້ອງ

ການ​ປ່ຽນ​ແປງ​ຢ່າງສຸດ​ທ້າຍ ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ ແມ່ນ​ຄວາມ​ສຳ​ຄັນ​ຂອງ​ຝ່າຍ​ປະ​ທານ​ຫ້ອງ. ບໍ່​ວ່າ​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ແບບ​ໃດ​ກໍ​ຕາມ, ທຸກ​ຫ້ອງ​ຕ້ອງ​ມີ​ຝ່າຍ​ປະ​ທານ​ຫ້ອງ!21 ມັນ​ເປັນ​ແບບ​ແຜນ​ຈາກ​ສະ​ຫວັນ ທີ່​ໃຫ້​ເອີ້ນ​ຍິງ​ໜຸ່ມ​ເປັນ​ຜູ້​ນຳ ໃນ​ໄວ​ເຍົາ​ຂອງ​ເຂົາ.

ບົດ​ບາດ ແລະ ຈຸດ​ປະ​ສົງ​ຂອງ​ຝ່າຍ​ປະ​ທານ​ຫ້ອງໄດ້​ຖືກ​ດັດ​ແປງ​ໃຫ້​ດີ​ຂຶ້ນ ແລະ ແຈ່ມ​ແຈ້ງກວ່າ​ເກົ່າ. ວຽກ​ງານ​ແຫ່ງ​ຄວາມ​ລອດ ເປັນ​ໜ້າ​ທີ່​ຮັບຜິດ​ຊອບ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ຫລາຍ, ໂດຍ​ສະ​ເພາະ​ໃນ​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ວຽກ​ງານ​ເຜີຍ​ແຜ່, ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.22 ແມ່ນ​ແລ້ວ, ນີ້​ຄື​ວິ​ທີ​ທີ່​ເຮົາ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ23—ເປັນ​ວຽກ​ງານ​ທີ່​ສະ​ຫງ່າ​ລາ​ສີ ສຳ​ລັບ​ຍິງ​ໜຸ່ມ​ທຸກ​ຄົນ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ດັ່ງ​ທີ່​ພວກ​ເຈົ້າ​ຮູ້, ໃນ​ທຸກ​ລະ​ດັບ​ຂອງ​ສາດ​ສະ​ໜາ​ຈັກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຝ່າຍ​ປະ​ທານ​ໃຫ້​ນຳ​ພາ​ຜູ້​ຄົນ​ຂອງ​ພຣະ​ອົງ. ຍິງ​ໜຸ່ມ​ທັງ​ຫລາຍ, ການ​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຫ້ອງ ອາດ​ເປັນ​ໂອ​ກາດ​ທຳ​ອິດ​ຂອງ​ພວກ​ເຈົ້າ ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ແບບ​ແຜນ​ທີ່​ດົນ​ໃຈ​ຂອງ​ການ​ເປັນ​ຜູ້​ນຳ. ຜູ້​ນຳຜູ້​ໃຫຍ່​ທັງ​ຫລາຍ, ຈົ່ງໃຫ້​ການ​ເອີ້ນຝ່າຍ​ປະ​ທານ​ຫ້ອງມີ​ຄວາມ​ສຳ​ຄັນ​ອັນ​ດັບ​ໜຶ່ງ ແລະ ແລ້ວ​ໃຫ້ນຳ​ພາ​ຄຽງ​​ຂ້າງໄປ​ກັບ​ເຂົາ​ເຈົ້າ, ໃຫ້​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳ​ເຂົາ​ເຈົ້າ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ.24 ບໍ່​ວ່າ​ລະ​ດັບປະ​ສົບ​ການ​ຂອງ​ການ​ເປັນ​ຜູ້​ນຳ​ໃນຝ່າຍ​ປະ​ທານ​ຫ້ອງ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ໃຫ້ເລີ່ມ​ຕົ້ນ​ໃນ​ຈຸດ​ທີ່​ເຂົາເຈົ້າ​ຢູ່ ແລະ ຊ່ວຍ​ເຂົາ​ເຈົ້າ​ພັດ​ທະ​ນາ​ຄວາມ​ຊຳ​ນານ ແລະ ຄວາມ​ໝັ້ນ​ໃຈ ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ ໃນ​ຖາ​ນະ​ຜູ້​ນຳ. ຈົ່ງ​ຢູ່​ໃກ້​ເຂົາ​ເຈົ້າ, ແຕ່​ຢ່າ​ກ້າວ​ກ່າຍ. ພຣະ​ວິນ​ຍານ​ຈະ​ນຳ​ພາ​ທ່ານ ຂະ​ນະ​ທີ່​ທ່ານ​ນຳ​ພາ​ເຂົາ​ເຈົ້າ.

ຮູບ​ພາບ
ຄະໂລອີ

ໃນ​ການ​ສາ​ທິດ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພໍ່​ແມ່ ແລະ ຜູ້​ນຳ ໃນ​ຖາ​ນະ​ຜູ້​ໃຫ້​ຄຳ​ແນະ​ນຳ, ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ທ່ານ​ຟັງ. ນາງ​ຄະໂລອີ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ຫ້ອງ. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສະ​ຫລາດ​ຂອງ​ນາງ ໄດ້​ຊຸກ​ຍູ້​ນາງ​ໃຫ້​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ແນະ​ນຳ​ຊື່​ສຳ​ລັບ​ຝ່າຍ​ປະ​ທານ​ຫ້ອງ. ນາງ​ຄະໂລອີ ໄດ້​ອະ​ທິ​ຖານ ແລະ ໄດ້​ຮັບ​ການ​ດົນ​ໃຈທັນ​ທີ ກ່ຽວ​ກັບ​ຜູ້​ທີ່​ນາງ​ຄວນ​ແນະ​ນຳ ໃຫ້​ເປັນ​ທີ່​ປຶກ​ສາ​ຂອງ​ນາງ. ຂະ​ນະ​ທີ່​ນາງ​ໄຕ່​ຕອງ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ເລ​ຂາ, ພຣະ​ວິນ​ຍານ​ໄດ້​ໃຫ້​ນາງ​ຄິດ​ແລ້ວ​ຄິດ​ອີກ​ກ່ຽວ​ກັບຍິງໜຸ່ມ​ຄົນ​ໜຶ່ງ ຈົນ​ນາງ​ປະ​ຫລາດ​ໃຈ—ຜູ້​ທີ່ບໍ່​ເຫັນໄປໂບດ ຫລື ໄປຮ່ວມ​ກິດ​ຈະ​ກຳ​ຫລາຍ​ປານ​ໃດ.

ໂດຍ​ທີ່​ຮູ້​ສຶກບໍ່​ແນ່ໃຈ​ກັບ​ການ​ກະ​ຕຸ້ນນັ້ນ, ນາງ​ຄະໂລອີ ຈຶ່ງ​ໄດ້​ເວົ້າ​ລົມ​ກັບ​ແມ່, ຜູ້​ໄດ້​ອະ​ທິ​ບາຍ​ວ່າ ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ ແມ່ນ​ຜ່ານ​ທາງ​ການ​ຄິດ​ແລ້ວ​ຄິດ​ອີກ. ດ້ວຍ​ຄວາມ​ໝັ້ນ​ໃຈໃໝ່, ນາງ​ຄະໂລອີ ໄດ້​ຮູ້​ສຶກວ່າ ນາງ​ສາ​ມາດ​ແນະ​ນຳ​ຍິງໜຸ່ມ​ຄົນ​ນີ້. ອະ​ທິ​ການ​ກໍ​ໄດ້​ເອີ້ນ​ນາງ, ແລະ ນາງ​ກໍ​ໄດ້​ຮັບ​ເອົາ. ຫລັງ​ຈາກ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ແລ້ວ, ເລ​ຂາ​ທີ່​ອ່ອນ​ຫວານ​ຄົນ​ນີ້​ໄດ້​ເວົ້າ​ວ່າ, “ທ່ານຮູ້​ບໍ, ຂ້ານ້ອຍບໍ່​ເຄີຍ​ຮູ້​ສຶກວ່າ​ຂ້ານ້ອຍ​ມີ​ບ່ອນ ຫລື ເປັນ​ທີ່​ຕ້ອງ​ການໃນ​ບ່ອນ​ໃດ. ຂ້ານ້ອຍບໍ່​ເຄີຍຮູ້​ສຶກ​ເໝາະ​ກັບ​ກຸ່ມ. ແຕ່​ດ້ວຍ​ການ​ເອີ້ນນີ້, ຂ້ານ້ອຍ​ຮູ້​ສຶກ​ຄື​ກັບ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ມີ​ຈຸດ​ປະ​ສົງ ແລະ ມີ​ບ່ອນ​ສຳ​ລັບ​ຂ້ານ້ອຍ.” ຂະ​ນະ​ທີ່ນາງ​ຄະໂລອີ ກັບ​ແມ່​ກຳ​ລັງ​ອອກ​ຈາກ​ການ​ປະ​ຊຸມ, ນາງ​ຄະໂລອີໄດ້​ຫັນ​ໄປ​ຫາ​ແມ່ ແລະ ດ້ວຍ​ນ້ຳ​ຕາ​ຄາ​ປໍ້​ນາງ​ເວົ້າວ່າ, “ການ​ເປີດ​ເຜີຍ​ມີ​ຈິງ! ການ​ເປີດ​ເຜີຍເປັນ​ຜົນ​ແທ້ໆ!”

ຝ່າຍ​ປະ​ທານ​ຫ້ອງ​ທັງ​ຫລາຍ, ພວກ​ເຈົ້າ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ໃຫ້​ນຳ​ພາ​ກຸ່ມ​ທິ​ດາ​ຂອງ​ພຣະ​ອົງ. “ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ພວກ​ເຈົ້າ. … ພຣະ​ອົງ​ໄດ້​ເລືອກ​ເອົາ​ພວກ​ເຈົ້າ.”25 ພວກ​ເຈົ້າໄດ້​ຮັບ ການແຕ່ງ​ຕັ້ງ​ເປັນ​ທາງ​ການ ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ; ຊຶ່ງ​ໝາຍ​ຄວາມ​ວ່າ ຂະ​ນະ​ທີ່​ພວກ​ເຈົ້າ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເອີ້ນ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດນັ້ນ. ພວກ​ເຈົ້າ​ມີ​ວຽກ​ງານ​ທີ່​ສຳ​ຄັນ ທີ່​ຈະ​ເຮັດ. ຈົ່ງ​ມີ​ຄວາມ​ຮູ້​ສຶກ​ໄວ ແລະ ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອພວກ​ເຈົ້າ​ເຮັດ​ແນວນັ້ນ, ພວກ​ເຈົ້າ​ຈະ​ສາ​ມາດ​ຮັບ​ໃຊ້ດ້ວຍ​ຄວາມ​ໝັ້ນ​ໃຈ, ເພາະ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ໃຊ້​ຕາມ​ລຳ​ພັງ!

ປະ​ທານ​ຫ້ອງ​ທັງ​ຫລາຍ, ພວກ​ເຮົາ​ຕ້ອງ​ການ ສະ​ຕິ​ປັນ​ຍາ, ສຽງ, ແລະ ພະ​ລັງ​ຂອງ​ພວກ​ເຈົ້າ ໃນ​ສະ​ພາ​ຊາວ​ໜຸ່ມໃໝ່ຂອງ​ຫວອດ ດັ່ງ​ທີ່ ແອວເດີ ຄວິນຕິນ ແອວ ຄຸກ ໄດ້​ປະ​ກາດ​ໃນ​ມື້ນີ້. ພວກ​ເຈົ້າ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ຂອງຄຳ​ຕອບ​ຕໍ່​ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ.26

ການ​ປ່ຽນ​ແປງ​ເຫລົ່າ​ນີ້ ໃນ​ການ​ຈັດ​ຕັ້ງ​ຫ້ອງ​ຮຽນ ແລະ ການ​ເປັນຜູ້​ນຳ ສາ​ມາດ​ເລີ່ມ​ຕົ້ນ ທັນ​ທີ​ທີ່ຫວອດ ແລະ ສາຂາ ພ້ອມ​ແລ້ວ ແຕ່​ຄວນ​ເລີ່ມ​ຕົ້ນ​ບໍ່​ໃຫ້​ກາຍ​ວັນ​ທີ 1 ເດືອນ​ມັງກອນ, 2020.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ປ່ຽນ​ແປງ​ເຫລົ່າ​ນີ້ ທີ່​ຂ້າ​ພະ​ເຈົ້າ​ກ່າວ​ໃນ​ມື້​ນີ້ ເປັນ​ການ​ຊີ້​ນຳ​ທີ່​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອເຮົາ​ນຳເອົາ​ການ​ປ່ຽນ​ແປງ​ເຫລົ່າ​ນີ້​ໄປ​ໃຊ້​ຢ່າງ​ພາກ​ພຽນ, ຂໍ​ໃຫ້​ເຮົາ​ຈົ່ງ​ຢ່າ​ລືມ​ຈຸດ​ປະ​ສົງ​ຂອງ​ເຮົາ ນັ້ນ​ຄື: ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ພຣະ​ອົງ​ອະ​ນຸ​ຍາດ​ໃຫ້​ເຮົາມີ​ພາກ​ສ່ວນ​ໃນ​ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ດຽວ​ກັນ​ນັ້ນ ທີ່​ນຳ​ພາ​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ຈະ​ນຳ​ພາ​ທ່ານ ຂະ​ນະ​ທີ່​ທ່ານ​ດຳ​ເນີນ​ໄປ​ໜ້າ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.