​2010–2019
ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ

ການ​ເປັນ​ພາກ​ສ່ວນກັບ​ພຣະ​ເຈົ້າ ແລະ ການ​ເດີນ​ໄປ​ນຳ​ກັນ​ແລະ​ກັນ ຢູ່​ໃນ​ເສັ້ນ​ທາງແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ຄື​ການ​ໄດ້​ຮັບ​ພອນ ຈາກ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ມີ​ເລື່ອງ​ເລົ່າ​ກ່ຽວ​ກັບເດັກ​ນ້ອຍ​ຊັ້ນ​ປະ​ຖົມ​ໄວ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຮຽນ​ອະ​ທິ​ຖານ. “ຂອບ​ພຣະ​ໄທ​ສຳ​ລັບ​ໂຕ ກ, ໂຕ ຂ, … ໂຕ ຊ.” ອະ​ທິ​ຖານ​ຕໍ່​ອີກວ່າ, “ຂອບ​ພຣະ​ໄທ​ສຳ​ລັບ​ໂຕ ຫ, ອ, ຮ. ໂອ້ ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂອບ​ພຣະ​ໄທ​ສຳ​ລັບ​ເລກ 1, ເລກ 2.” ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ເປັນ​ຫ່ວງ​ນຳ​ລາວ ແຕ່​ກໍ​ລໍ​ຖ້າ. ລາວ​ເວົ້າ​ວ່າ, “ຂອບ​ພຣະ​ໄທ​ສຳ​ລັບ​ເລກ 5, ເລກ 6—ແລະ ຂອບ​ພຣະ​ໄທ​ສຳ​ລັບ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ຂອງ​ຂ້າ​ນ້ອຍ. ເພິ່ນ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອະ​ທິ​ຖານ​ຈົນ​ຈົບ.”

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເດັກ​ນ້ອຍ​ແຕ່​ລະ​ຄົນ​ແທ້ໆ. ດ້ວຍ​ຄວາມ​ຮັກ​ທີ່ບໍ່​ມີ​ຂອບ​ເຂດ, ພຣະ​ອົງ​ໄດ້ຊັກ​ຊວນ​ເຮົາ​ໃຫ້​ມາ​ເຊື່ອ ແລະ ມາເປັນ​ພາກ​ສ່ວນ​ໂດຍ​ພັນ​ທະ​ສັນ​ຍາ.

ໂລກ​ນີ້​ເຕັມ​ໄປ​ດ້ວຍ​ພາບ​ມາ​ຍາ, ພາບ​ລວງ​ຕາ, ມື​ອັນ​ວ່ອງ​ໄວ. ຫລາຍ​ຢ່າງ​ເບິ່ງ​ຄື​ວ່າບໍ່​ຖາ​ວອນ ແລະ ບໍ່​ເລິກ​ຊຶ້ງ. ເມື່ອເຮົາ​ບໍ່​ສົນ​ໃຈ​ກັບສິ່ງ​ທີ່​ປິດ​ບັງ, ການ​ລໍ້​ລວງ, ຄວາມຕິ​ຊົມ​ຂອງ​ຝູງ​ຊົນ, ກໍ​ໝາຍ​ຄວາມ​ວ່າ ເຮົາ​ສະ​ແຫວງ​ຫາ​ສິ່ງ​ທີ່ດີກວ່າ ຂອງ​ໂຫລໆ, ຄວາມ​ສຳ​ພັນ​ທີ່​ແບບ​ຊົ່ວ​ຄາວ, ຫລື ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ໂລກ. ໂຊກ​ດີ​ທີ່​ຍັງ​ມີ​ວິທີ​ທີ່​ຈະ​ເອົາ​ຊະ​ນະ​ສິ່ງ​ເຫລົ່າ​ນີ້​ໄດ້ຢູ່.

ເມື່ອ​ເຮົາ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ທີ່​ຈະ​ຮັກ​ພຣະ​ອົງ ແລະ ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ, ເຮົາ​ໄດ້​ເຮັດ ບໍ່​ແມ່ນ​ໃນ​ຖາ​ນະ​ຄົນ​ແປກ​ໜ້າ ຫລື ແຂກບ້ານ ແຕ່​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ອົງ​ຢູ່​ທີ່ບ້ານ.1 ຄວາມ​ຂັດ​ແຍ້ງ​ກໍ​ຍັງ​ມີ​ສືບ​ຕໍ່​ໃນ​ປະ​ຈຸ​ບັນ. ໃນ​ການ​ປະ​ຖິ້ມ​ຝ່າຍ​ໂລກ ເພື່ອ​ການ​ເປັນ​ພາກ​ສ່ວນ​ຜ່ານ​ທາງພັນ​ທະ​ສັນ​ຍາ, ເຮົາ​ຈະ​ພົບ​ເຫັນ ແລະ ກາຍ​ເປັນ​ຜູ້​ມີ2—ອິດ​ສະ​ລະ, ມີ​ຊີ​ວິດ​ຊີ​ວາ, ຈິງ​ແທ້—ແລະ ກຳ​ນົດ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮົາ. ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ຄື​ການ​ເຮັດ ແລະ ຮັກ​ສາ​ຄຳ​ສັນ​ຍາ​ທີ່​ໜັກ​ແໜ້ນ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ກັນ​ແລະ​ກັນ ຜ່ານ​ທາງ​ພິ​ທີ​ການ​ທີ່​ສັກ​ສິດ, ຊຶ່ງ​ເຊື້ອ​ເຊີນ​ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ເພື່ອສະ​ແດງ​ໃຫ້​ປະ​ຈັກ​ໃນ​ຊີ​ວິດ​ຂອງ​ເຮົາ.3 ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາດ້ວຍ​ທັງ​ໝົດ​ທີ່​ເຮົາ​ເປັນ​ຢູ່, ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ຫລາຍກວ່າ​ທີ່​ເຮົາ​ເປັນ​ຢູ່. ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ​ມອບສະ​ຖານ​ທີ່, ເລື່ອງ​ລາວ, ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ​ ໃຫ້ແກ່​ເຮົາ. ມັນ​ຜະ​ລິດ​ສັດ​ທາ​ໃຫ້​ແກ່​ຊີ​ວິດ ແລະ ຄວາມ​ລອດ.4

ພັນ​ທະ​ສັນ​ຍາທີ່​ສູງ​ສົ່ງ ຈະ​ກາຍ​ເປັນ​ແຫລ່ງ​ຂອງ​ຄວາມ​ຮັກຕໍ່​ພຣະ​ເຈົ້າ ແລະ ຈາກ​ພຣະ​ເຈົ້າ ແລະ ຕໍ່​ກັນ​ແລະ​ກັນ ແລະ ກັບ​ກັນ​ແລະ​ກັນ​ດັ່ງ​ນັ້ນ. ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຮັກ​ເຮົາ ຫລາຍກວ່າທີ່​ເຮົາ​ຮັກ ຫລື ຮູ້​ຈັກ​ຕົວ​ເອງ. ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ປ່ຽນ​ແປງ​ສ່ວນ​ຕົວ (ການ​ກັບ​ໃຈ) ຈະ​ນຳ​ຄວາມ​ເມດ​ຕາ, ພຣະ​ຄຸນ, ການ​ໃຫ້​ອະ​ໄພ​ ມາ​ໃຫ້ເຮົ​າ. ສິ່ງ​ເຫລົ່າ​ນີ້​ຈະ​ບັນ​ເທົາ​ຄວາມ​ເຈັບ​ປວດ, ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ຄວາມບໍ່​ທ່ຽງ​ທຳ ທີ່​ເຮົາ​ປະ​ເຊີນ​ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້. ໂດຍ​ທີ່​ເປັນ​ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ປະ​ສົງ​ໃຫ້​ເຮົາ​ຮັບ​ເອົາຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ—ນັ້ນ​ຄື ຄວາມ​ຊື່ນ​ຊົມ, ຊີ​ວິດ​ນິ​ລັນ​ດອນ​ຂອງ​ພຣະ​ອົງ.5

ພຣະ​ເຈົ້າ​ຂອງ​ເຮົາ ແມ່ນ​ພຣະ​ເຈົ້າ​ແຫ່ງ​ພັນ​ທະ​ສັນ​ຍາ. ໂດຍ​ທຳ​ມະ​ຊາດ​ແລ້ວ, ພຣະ​ອົງ “ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ສະ​ແດງ​ຄວາມ​ເມດ​ຕາ.”6 ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ຍືນ​ຍົງ “ຕາບ​ໃດ​ທີ່​ເວ​ລາ [ຍັງ] ເຫລືອ​ຢູ່, ຫລື ໂລກ​ຍັງ​ຕັ້ງ​ຢູ່, ຫລື [ຍັງ] ມີ​ຄົນ​ຜູ້​ດຽວ​ເຫລືອ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ໂລກ​ທີ່​ຈະ​ຊ່ວຍ​ໃຫ້​ລອດ.”7 ເຮົາ​ບໍ່​ໄດ້​ຖືກ​ຄາດ​ໝາຍ​ໃຫ້​ເດີນ​ໄປ​ໃນ​ຄວາມບໍ່​ແນ່ນອນ ແລະ ໃນ​ຄວາມ​ສົງ​ໃສ ຢູ່​ໃນ​ຊ່ວງ​ມະ​ຕະນີ້, ແຕ່​ເພື່ອ​ໃຫ້​ປິ​ຕິ​ຍິນ​ດີ ໃນ​ການ​ທະ​ນຸ​ຖະ​ໜອມຄວາມ​ສຳ​ພັນ​ຂອງ​ພັນ​ທະ​ສັນ​ຍາ ທີ່ “ແຂງ​ແກ່ນ​ຫລາຍກວ່າ​ເຊືອກ​ແຫ່ງ​ຄວາມ​ຕາຍ.”8

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແມ່ນ​ຄື​ກັນ​ໝົດ​ສຳ​ລັບ​ທຸກ​ຄົນ ໃນ​ເລື່ອງ​ເງື່ອນ​ໄຂ ແລະ ໃຫ້​ໂອ​ກາດ​ແກ່​ທຸກ​ຄົນ. ໃນ​ຄວາມ​ເປັນ​ທຳ​ຂອງ​ພຣະ​ເຈົ້າ, ທຸກ​ຄົນ​ໃນ​ທຸກ​ແຫ່ງ​ຫົນ ແລະ ໃນ​ທຸກ​ໄວ ສາ​ມາດ​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ໄດ້. ສາ​ມາດໃຊ້​ອຳ​ເພີ​ໃຈ—ບຸກ​ຄົນ​ສາ​ມາດ​ເລືອກ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ ທີ່​ສະ​ເໜີ​ມອບ​ໃຫ້. ພິ​ທີ​ການ​ຂອງ​ພຣະ​ເຈົ້າມີ​ປ້າຍບອກ​ທາງ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ເຮົາ​ເອີ້ນ​ແຜນ​ຂອງ​ພຣະ​ເຈົ້າ ເພື່ອ​ນຳ​ລູກໆ​ຂອງ​ພຣະ​ອົງ​ກັບ​ບ້ານ​ວ່າ ແຜນ​ແຫ່ງ​ການ​ໄຖ່, ແຜນ​ແຫ່ງ​ຄວາມ​ລອດ, ແຜນ​ແຫ່ງ​ຄວາມ​ສຸກ. ການ​ໄຖ່, ຄວາມ​ລອດ, ຄວາມ​ສຸກ​ລະ​ດັບ​ຊັ້ນ​ສູງ ແມ່ນ​ເປັນ​ໄປ​ໄດ້ ເພາະ​ພຣະ​ເຢ​ຊູ​ຄຣິດ “ຜູ້​ໄດ້​ເຮັດ​ໃຫ້​ເກີດ​ການ​ຊົດ​ໃຊ້​ທີ່​ສົມ​ບູນ.”9

ການ​ເປັນ​ພາກ​ສ່ວນກັບ​ພຣະ​ເຈົ້າ ແລະ ການ​ເດີນ​ໄປ​ນຳ​ກັນ​ແລະ​ກັນ ຢູ່​ໃນ​ເສັ້ນ​ທາງແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ຄື​ການ​ໄດ້​ຮັບ​ພອນ ຈາກ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ.

ທຳ​ອິດ, ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ເຈາະ​ຈົງ​ຢູ່​ທີ່ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ “ຜູ້​ກາງ​ຝ່າຍ​ພັນ​ທະ​ສັນ​ຍາ​ໃໝ່.”10 ທຸກ​ສິ່ງ​ສາ​ມາດ​ທຳ​ງານ​ດ້ວຍ​ກັນ ເພື່ອ​ຄວາມ​ດີ​ຂອງ​ເຮົາ ເມື່ອ​ເຮົາຖືກ “ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໃນ​ພຣະ​ຄຣິດ … ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ.”11 ພອນ​ທີ່​ດີ​ທຸກ​ຢ່າງ ທີ່​ຖືກ​ສັນ​ຍາ​ໄວ້​ຈະ​ມາ​ສູ່​ຜູ້​ທີ່​ຍຶດ​ໝັ້ນ​ໃນ​ສັດ​ທາ​ຈົນ​ເຖິງ​ທີ່​ສຸດ. “ສະ​ພາບ​ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ” ຄື​ການ “ໄດ້​ຮັບ​ພອນ​ທຸກ​ຢ່າງ​ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ,” ແລະ ຈະ “ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ … ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”12

ເມື່ອ​ເຮົາ​ໃຫ້ກຽດ​ແກ່ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລ້ວ​ບາງ​ເທື່ອ​ເຮົາ​ອາດຈະ​ຮູ້​ສຶກວ່າ ມີ​ເຫລົ່າ​ທູດ​ຢູ່​ໃກ້. ແລະ ພວກ​ເພິ່ນ​ຈະ​ຢູ່​ໃກ້​ເຮົາ—ຄື​ຜູ້​ທີ່​ເຮົາ​ຮັກ ແລະ ຜູ້ທີ່​ເປັນ​ພອນ​ແກ່​ເຮົາ ຈາກ​ຟາກ​ມ່ານ​ເບື້ອງນີ້ ແລະ ຜູ້​ທີ່​ຮັກເຮົາ ແລະ ຜູ້ທີ່​ເປັນ​ພອນ​ແກ່​ເຮົາ ຈາກ​ຟາກ​ມ່ານ​ເບື້ອງນັ້ນ.

ເມື່ອບໍ່​ດົນ​ມານີ້ ​ຊິດສະເຕີ ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ ຢູ່​ໂຮງ​ໝໍແຫ່ງ​ໜຶ່ງ. ພໍ່​ໜຸ່ມ​ຄົນ​ໜຶ່ງ​ຕ້ອງ​ໄດ້ຜ່າ​ຕັດໝາກໄຂ່​ຫລັງ. ຄອບ​ຄົວ​ຂອງ​ລາວ​ໄດ້​ຮ້ອງ​ໄຫ້, ຖື​ສິນ​ອົດ​ເຂົ້າ, ແລະ ອະ​ທິ​ຖານ ຂໍ​ໃຫ້​ໄດ້​ຮັບ​ໝາກ​ໄຂ່​ຫລັງ. ເມື່ອ​ໄດ້​ຍິນ​ວ່າ ມີ​ຄົນ​ບໍ​ລິ​ຈາກ​ໝາກ​ໄຂ່​ຫລັງ, ພັນ​ລະ​ຍາ​ຂອງ​ລາວ ໄດ້​ເວົ້າ​ຄ່ອຍໆ​ວ່າ, “ຂ້ອຍ​ຫວັງ​ວ່າ ຄອບ​ຄົວ​ນັ້ນ​ບໍ່​ເປັນ​ຫຍັງ.” ການ​ເປັນ​ພາກ​ສ່ວນ​ໂດຍ​ພັນ​ທະ​ສັນ​ຍາ ຄື, ໃນ​ຖ້ອຍ​ຄຳ​ຂອງ​ອັກ​ຄະ​ສາ​ວົກ​ໂປ​ໂລ, “ດ້ວຍ​ສັດ​ທາ​ຂອງ​ພວກ​ເຮົາ​ທັງ​ສອງ​ຝ່າຍ​ນັ້ນ​ຈະ​ໄດ້​ໜູນ​ໃຈ​ຊຶ່ງ​ກັນ​ແລະ​ກັນ.”13

ໃນລະ​ຫວ່າງ​ເສັ້ນ​ທາງ​ຂອງ​ຊີ​ວິດ, ເຮົາ​ອາດ​ໝົດ​ສັດ​ທາ​ໃນ​ພຣະ​ເຈົ້າ, ແຕ່​ພຣະ​ອົງ​ບໍ່​ເຄີຍ​ໝົດ​ສັດ​ທາ​ໃນ​ຕົວ​ເຮົາ. ດັ່ງ​ທີ່ເຄີຍ​ເປັນ​ມາ, ແສງ​ໄຟ​ຢູ່​ໜ້າ​ບ້ານ​ຂອງ​ພຣະ​ອົງ ຍັງ​ຮຸ່ງ​ແຈ້ງ​ສະ​ເໝີ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ ຫລື ກັບ​ມາ​ສູ່​ພັນ​ທະ​ສັນ​ຍາ ທີ່​ໝາຍ​ເສັ້ນ​ທາງ​ຂອງ​ພຣະ​ອົງ. ພຣະ​ອົງ​ຄອຍ​ຖ້າ ພ້ອມ​ແລ້ວ​ທີ່​ຈະຕ້ອນ​ຮັບ​ເຮົາ, ແມ່ນ​ແຕ່​ຕອນ​ທີ່​ເຮົາ “ຍັງ​ຢູ່​ຫ່າງ​ໄກ.”14 ເມື່ອ​ເຮົາ​ເບິ່ງ​ດ້ວຍ​ຕາ​ແຫ່ງ​ສັດ​ທາ ຊອກ​ຫາ​ແບບ​ແຜນ, ຈຸດ​ສູງ​ສຸດ, ຫລື ປະ​ສົບ​ການ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ສາ​ມາດ​ເຫັນ​ພຣະ​ເມດ​ຕາ​ທີ່​ລະ​ອຽດ​ອ່ອນ​ຂອງ​ພຣະ​ອົງ ແລະ ການ​ຊຸກ​ຍູ້, ໂດຍ​ສະ​ເພາະ​ໃນ​ການ​ທົດ​ລອງ, ຄວາມ​ໂສກ​ເສົ້າ, ແລະ ໃນ​ການ​ທ້າ​ທາຍ​ຂອງ​ເຮົາ, ຕະ​ຫລອດ​ທັງ​ເວ​ລາ​ທີ່​ເຮົາ​ມີ​ຄວາມ​ສຸກ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຈະ​ມີຫລາຍ​ເທື່ອ ທີ່ເຮົາ​ຈະ​ສະ​ດຸດ ຫລື ລົ້ມ​ລົງ, ຖ້າ​ຫາກ​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ​ເລື້ອຍໆ, ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ, ເທື່ອ​ລະ​ບາດ​ກ້າວ.

ສອງ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ຖານ​ຂອງ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ທີ່​ເຮົາ​ສາ​ມາດ​ສຳ​ພັດໄດ້​ດ້ວຍ​ມື. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ເຄື່ອງ​ມື​ທີ່​ຖືກ​ສັນ​ຍາ​ໄວ້ ສຳ​ລັບ​ການ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ເຈົ້າ, ທີ່​ຖືກ​ທຳ​ນາຍ​ວ່າ​ເປັນ​ພັນ​ທະ​ສັນ​ຍາ​ໃໝ່.15 ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ດ້ວຍ​ຕົວ​ເອງ ແລະ ກັບ​ຄົນ​ອື່ນໆ, ບໍ່​ວ່າຈະ​ອ່ານ​ໃນ​ໃຈ ຫລື ອ່ານ​ອອກ​ສຽງ, ເຮົາ​ກໍ​ສາ​ມາດ​ທູນ​ຖາມ​ພຣະ​ເຈົ້າ “ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ,” ແລະ ຮັບ​ເອົາ​ຄວາມ​ແນ່ນອນ​ໃຈ​ຈາກ​ພຣະ​ເຈົ້າ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ຈິງ​ແທ້.16 ສິ່ງນີ້​ແມ່ນ​ຮ່ວມ​ດ້ວຍ​ຄວາມ​ແນ່ນອນ​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ກໍຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ—ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.17

ພຣະ​ຄຳ​ພີ​ມໍ​ມອນ​ກ່າວ​ແກ່​ທ່ານ ໂດຍ​ພັນ​ທະ​ສັນ​ຍາຂອງ​ສະ​ໄໝ​ບູ​ຮານ ແລະ ສະ​ໄໝ​ໃໝ່​ ຈາກ​ຜູ້​ທີ່​ເປັນ​ລູກ​ຫລານ​ຂອງ​ລີ​ໄຮ, “ລູກ​ຫລານ​ຂອງ​ສາດ​ສະ​ດາ.”18 ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ໄດ້​ຮັບ​ພັນ​ທະ​ສັນ​ຍາ​ທີ່​ຖືກ​ສັນ​ຍາ​ໄວ້ ວ່າ​ທ່ານ, ເຊື້ອ​ສາຍ​ຂອງ​ພວກ​ເພິ່ນ, ຈະ​ຮັບ​ຮູ້ ສຽງ​ຈາກ​ຂີ້​ຝຸ່ນ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ.19 ສຽງ​ນັ້ນ​ທີ່​ທ່ານ​ຮູ້​ສຶກ ຂະ​ນະ​ທີ່​ທ່ານ​ອ່ານ ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ທ່ານ​ເປັນ “ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ”20 ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ຜູ້​ລ້ຽງ​ທີ່​ດີ​ຂອງ​ທ່ານ.

ພຣະ​ຄຳ​ພີ​ມໍ​ມອນ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ, ໃນ​ຖ້ອຍ​ຄຳ​ຂອງ​ແອວມາ, ໃຫ້​ເຂົ້າ “ເຮັດ​ພັນ​ທະ​ສັນ​ຍາ​ກັບ [ພຣະ​ຜູ້​ເປັນ​ເຈົ້າ], ວ່າ [ເຮົາ] ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະບັນ​ຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ [ເຮົາ] ຢ່າງ​ຫລວງ​ຫລາຍ​ຍິ່ງ​ຂຶ້ນ.”21 ເມື່ອ​ເຮົາ​ຢາກ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ—ດັ່ງ​ທີ່​ຜູ້​ໜຶ່ງ​ໄດ້​ກ່າວ, “ໃຫ້ເຊົາ​ໂສກ​ເສົ້າ ແລ້ວ​ກັບ​ມາເປັນ​ຄົນ​ມີ​ຄວາມ​ສຸກ”—ແລ້ວເຮົາ​ຈະ​ສາ​ມາດ​ເປີດ​ໃຈ​ຮັບ​ການ​ຊີ້​ນຳ, ຄວາມ​ຊ່ວຍ​ເຫລືອ, ແລະ ພະ​ລັງ. ເຮົາ​ສາ​ມາດເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ເປັນ​ພາກ​ສ່ວນ​ກັບ​ພຣະ​ເຈົ້າ ແລະ ຜູ້​ຄົນ​ທີ່​ຊື່​ສັດ ແລະ ຮັບ​ເອົາ​ພອນ​ທີ່​ສັນ​ຍາ​ໄວ້ ຢູ່​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ22—ໃນ​ເວ​ລານີ້.

ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຟື້ນ​ຟູ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ເປັນ​ພາກ​ສ່ວນ​ທີ​ສາມ​ຂອງ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ. ໃນ​ຍຸກນີ້, ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ ອັກ​ຄະ​ສາ​ວົກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ໄດ້​ມາ ໃນ​ຖາ​ນະ​ຜູ້​ສົ່ງ​ຂ່າວ​ທີ່ສູງ​ສັກ ຈາກ​ພຣະ​ເຈົ້າ ເພື່ອ​ຟື້ນ​ຟູ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ.23 ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ແລະ ພິ​ທີ​ການ​ຂອງ​ພຣະ​ອົງ ເຮັດ​ໃຫ້​ຄວາມ​ສຳ​ພັນ​ຢູ່​ໃນ​ໂລກ​ສຳ​ຄັນຂຶ້ນ ແລະ ສາ​ມາດ​ຜະ​ນຶກຄວາມ​ສຳ​ພັນ​ຂອງ​ພັນ​ທະ​ສັນ​ຍາ​ຢູ່​ໃນ​ສະ​ຫວັນ.24

ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ເປັນ​ພອນ ນັບຈາກມື້​ເກີດ ຈົນ​ເຖິງມື້​ຕາຍ—ຈາກ​ການຕັ້ງ​ຊື່ໃຫ້​ແອ​ນ້ອຍ ຈົນ​ເຖິງ​ການ​ສວດ​ພອນ​ອຸ​ທິດ​ຫລຸມ​ສົບ. ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ປິ່ນ​ປົວ, ປອບ​ໂຍນ, ແນະ​ນຳ. ພໍ່​ຄົນ​ໜຶ່ງ​ໄດ້​ໃຈ​ຮ້າຍ​ໃຫ້​ລູກ​ຊາຍ ຈົນກະ​ທັ້ງ​ຄວາມ​ຮັກ​ແຫ່ງ​ການ​ໃຫ້​ອະ​ໄພ​ໄດ້​ເກີດ​ຂຶ້ນ ຂະ​ນະ​ທີ່​ລາວ​ໄດ້​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ດ້ວຍ​ຄວາມ​ອ່ອນ​ນ້ອມ​ໃຫ້​ລູກ​ຊາຍ​ຂອງ​ລາວ. ໂດຍ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ດຽວ​ໃນ​ຄອບ​ຄົວ, ຍິງ​ໜຸ່ມ​ຄົນ​ໜຶ່ງ​ຫວັ່ນ​ໄຫວ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຈົນ​ກະ​ທັ້ງນາງ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ດົນ​ໃຈ. ຕະ​ຫລອດ​ທົ່ວ​ໂລກ, ປິ​ຕຸທີ່​ດີ​ເລີດ​ໄດ້​ກະ​ກຽມ​ທາງວິນ​ຍານ ເພື່ອມອບ​ປິ​ຕຸ​ພອນ. ຂະ​ນະ​ທີ່​ປິ​ຕຸ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ທ່ານ, ເພິ່ນ​ຮູ້​ສຶກ ແລະ ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າທີ່​ມີ​ຕໍ່​ທ່ານ ໃຫ້​ແກ່​ທ່ານ. ເພິ່ນ​ປະ​ກາດ​ເຊື້ອ​ສາຍ​ຂອງ​ທ່ານ ຢູ່​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ເພິ່ນ​ກ່າວ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ໂດຍ​ທີ່​ເປັນ​ຄົ​ນຊ່າງ​ຄິດຕາມ​ປົກ​ກະ​ຕິ, ພັນ​ລະ​ຍາ​ຂອງ​ປິ​ຕຸ​ຄົນ​ໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງວິ​ທີ​ທີ່​ນາງ​ກັບ​ຄອບ​ຄົວ​ໄດ້​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ, ໂດຍ​ສະ​ເພາະ​ໃນ​ວັນ​ທີ່​ສາ​ມີ​ຂອງ​ນາງ​ໄດ້​ມອບ​ປິ​ຕຸ​ພອນ.

ສຸດ​ທ້າຍ, ພອນ​ຂອງ​ການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາມາ​ເຖິງ ເມື່ອ​ເຮົາ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປິ​ຕິ​ຍິນ​ດີ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາໃນ​ພຣະ​ວິ​ຫານ, ລວມ​ທັງ​ໃນ​ການ​ແຕ່ງ​ງານ. ການ​ແຕ່ງ​ງານໂດຍ​ພັນ​ທະ​ສັນ​ຍາກາຍ​ເປັນ​ສິ່ງ​ສັກ​ສິດ ແລະ ນິລັນ​ດອນ ເມື່ອ​ເຮົາ​ເລືອກ​ໃຫ້​ຄວາມ​ສຸກ​ຂອງຄູ່​ຄອງ ແລະ ຄອບ​ຄົວ​ຂອງ​ເຮົາ ມາ​ກ່ອນ​ຄວາມ​ສຸກ​ຂອງ​ເຮົາ​ເອງ. ເມື່ອ “ຂ້ອຍ” ກາຍ​ເປັນ “ພວກ​ເຮົາ,” ແລ້ວພວກ​ເຮົາ​ຈະ​ເຕີບ​ໂຕ​ນຳ​ກັນ. ພວກ​ເຮົາ​ຈະ​ເຖົ້າ​ແກ່​ນຳ​ກັນ; ພວກ​ເຮົາ​ຈະ​ໜຸ່ມໄປ​ໜ້າ​ນຳ​ກັນ. ເມື່ອ​ພວກເຮົາ​ເປັນ​ພອນ​ໃຫ້ກັນ​ແລະ​ກັນ ຕະ​ຫລອດ​ຊີ​ວິດ ໂດຍ​ການ​ບໍ່​ຄິດ​ແຕ່​ນຳ​ຕົວ​ເອງ, ແລ້ວ​ພວກ​ເຮົາ​ຈະ​ພົບ​ເຫັນ​ຄວາມຫວັງ ແລະ ຄວາມ​ຊື່ນ​ຊົມທີ່​ໜ້າ​ເພິ່ງ​ພໍ​ໃຈ ໃນຊ່ວງ​ການ​ເວ​ລາ ແລະ ນິ​ລັນ​ດອນ.

ເຖິງແມ່ນ​ວ່າ​ສະພາບ​ການ​ຈະ​ແຕກຕ່າງ​ກັນ, ເມື່ອເຮົາ​ເຮັດ​ທຸກສິ່ງ​ທີ່ເຮົາ​ສາມາດ​ເຮັດໄດ້, ເຮັດໃຫ້​ດີທີ່ສຸດ, ແລະ ທູນຂໍ ແລະ ສະແຫວງ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະອົງຕະຫລອດ​ເວລາ​ນັ້ນ, ພຣະຜູ້​ເປັນເຈົ້າ​ຈະ​ຊີ້ນຳ​ເຮົາ, ໃນ​ເວລາ ແລະ ໃນ​ວິທີ​ທາງ​ຂອງ​ພຣະອົງ, ໂດຍ​ພຣະ​ວິນຍານ​ບໍລິສຸດ.25 ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານເປັນ​ການ​ຜູກ​ມັດ​ຂອງ​ຜູ້​ເຮັດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ—ເປັນ​ຄຳ​​ເຕືອນ​ຂອງ​ພຣະ​ເຈົ້າ ແລະ ເປັນ​ການ​ໃຫ້​ກຽດ​ຕໍ່​ອຳ​ເພີ​ໃຈ ແລະ ພອນ​ຂອງ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ ເມື່ອ​ເຮົາ​ສະ​ແຫວງ​ຫາ​ມັນນຳ​ກັນ.

ຜົນ​ຂອງການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ ຕະ​ຫລອດ​ຫລາຍ​ລຸ້ນ​ຄົນ​ໃນ​ຄອບ​ຄົວ ສາ​ມາດ​ຮູ້​ສຶກ​ໄດ້​ຢູ່​ໃນ​ບ້ານ​ເຮືອນ ແລະ ໃນ​ໃຈ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ຈາກ​ປະ​ສົບ​ການ​ສ່ວນ​ຕົວ ເພື່ອ​ເປັນ​ຕົວ​ຢ່າງ.

ຕອນຊິດສະເຕີ ກອງ ແລະ ຂ້າ​ພະ​ເຈົ້າ​ຕົກ​ຫລຸມ​ຮັກ ແລະ ຄິດ​ທີ່​ຈະ​ແຕ່ງ​ງານ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ອຳ​ເພີ​ໃຈ ແລະ ການ​ຕັດ​ສິນ​ໃຈ. ຊົ່ວ​ໄລ​ຍະ​ໜຶ່ງ, ພວກເຮົາໄດ້​ເຂົ້າ​ໂຮງ​ຮຽນ ສຶກ​ສາຢູ່​ໃນ​ສອງປະເທດ ແລະ ສອງ​ທະວີບ​ຕ່າງກັນ. ນີ້ເປັນ​ເຫດຜົນ​ທີ່​ຂ້າພະເຈົ້າ​ສາມາດ​ເວົ້າໄດ້​ແທ້ໆ​ວ່າ ຂ້າພະເຈົ້າ​ໄດ້ຮັບ​ປະລິນຍາ​ເອກ ໃນຝ່າຍ​ປະຊາ​ສຳພັນ​ລະຫວ່າງ​ປະເທດ.

ຕອນ​ຂ້າພະເຈົ້າ​ໄດ້​ທູນຖາມ​ວ່າ, “ພຣະບິດາ​ເທິງ​ສະຫວັນ, ຂ້ານ້ອຍ​ຄວນ​ແຕ່ງງານ​ກັບນາງ​ສູສັນ​ຫລືບໍ່?” ຂ້າພະເຈົ້າ​ໄດ້​ຮູ້ສຶກ​ສະຫງົບ. ແຕ່ມັນ​ແມ່ນ​ຕອນ​ຂ້າພະເຈົ້າ​ໄດ້​ຮຽນ​ອະທິຖານ​ດ້ວຍໃຈ​ຈິງວ່າ, “ພຣະບິດາ​ເທິງ​ສະຫວັນ, ຂ້ານ້ອຍ​ຮັກນາງ​ສູສັນ ແລະ ຢາກ​ແຕ່ງງານ​ກັບນາງ. ຂ້ານ້ອຍ​ສັນຍາ​ວ່າ ຂ້ານ້ອຍ​ຈະເປັນ​ສາມີ ແລະ ເປັນ​ພໍ່ທີ່​ດີທີ່​ສຸດທີ່​ຂ້ານ້ອຍ​ສາມາດ​ເປັນໄດ້”—ຕອນ​ຂ້າພະເຈົ້າ​ໄດ້​ລົງມື​ກະທຳ ແລະ ຕັດ​ສິນໃຈ​ທີ່ດີ​ທີ່ສຸດ, ໃນຕອນ​ນັ້ນແຫລະ ທີ່ຂ້າ​ພະ​ເຈົ້າ​ໄດ້​ຮັບການ​ຢືນຢັນ​ທາງວິນ​ຍານ​ທີ່​ແຮງກ້າ.

ບັດນີ້ ແຜນ​ລຳ​ດັບ​ຄອບຄົວ​ກອງ ແລະ ຄອບຄົວ​ລິນເສ, ເລື່ອງລາວ, ແລະ ຮູບພາບ​ຕ່າງໆ​ໃນ FamilySearch ຊ່ວຍ​ພວກ​ເຮົາ​ໃຫ້​ຄົ້ນ​ພົບ ແລະ ເຊື່ອມ​ໂຍງເຂົ້າ​ກັນ ຜ່ານ​ທາງ​ປະ​ສົບ​ການ​ໃນ​ຊີ​ວິດ​ຂອງ​ການ​ເປັນ​ພາກ​ສ່ວນ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ຫລາຍ​ລຸ້ນ​ຄົນ.26 ສຳ​ລັບ​ພວກ​ເຮົາ​ແລ້ວ, ບັນ​ພະ​ບຸ​ລຸດ​ທີ່​ມີ​ກຽດແມ່ນລວມ​ທັງ:

ຮູບ​ພາບ
ອາລີສ ບະລາວເອີ ແບງເກີເທີ

ແມ່ຕູ້ທວດ ອາລີສ ບະ​ລາວເອີ ແບງເກີເທີ, ຜູ້ທີ່​ຖືກຂໍ​ແຕ່ງງານ​ສາມເທື່ອ​ໃນວັນ​ດຽວກັນ, ຕໍ່​ຈາກນັ້ນ​ໄດ້ຂໍ​ໃຫ້​ສາມີ​ຂອງນາງ​ເຮັດ​ເຄື່ອງ​​ຈັກ​ນັ່ງຖີບ ​​ປັ່ນນ້ຳ​ມັນເບີ ເພື່ອວ່າ​ນາງຈະ​ໄດ້ປັ່ນ​ນ້ຳ​ມັນເບີ, ຖັກແສ່ວ, ແລະ ອ່ານປຶ້ມ ​ໃນ​ເວລາ​ດຽວກັນ.

ຮູບ​ພາບ
ລອຍ ຄະເວ້ ຈາ

ພໍ່​ຕູ້​ທວດ ລອຍ ຄະເວ້ ຈາ ໄດ້​ເຈ່ຍເອົາ​ລູກ ແລະ ຈູງ​ໂຕ​ລໍ​ທີ່​ຕ່າງ​ສິ່ງ​ຂອງ​ສອງ​ສາມ​ຢ່າງ ເດີນ​ຂ້າມ​ທົ່ງ​ພູ​ເຂົາ​ໄຟ ຢູ່​ເກາະ​ໃຫຍ່​ຂອງ​ລັດ​ຮາ​ວາຍ. ຄວາມ​ຕັ້ງ​ໃຈ ແລະ ການ​ເສຍ​ສະ​ລະຂອງ​ຫລາຍ​ລຸ້ນ​ຄົນ​ຂອງ​ຄອບ​ຄົວ ຈາ ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ໃນ​ທຸກວັນ​ນີ້.

ຮູບ​ພາບ
ແມຣີ ອາລີສ ພາລ໌ ລິນເຊ

ແມ່​ຕູ້ ແມຣີ ອາລີສ ພາລ໌ ລິນເຊ ໄດ້​ຖືກ​ປະ​ໄວ້​ໃຫ້​ລ້ຽງ​ລູກນ້ອຍ​ຫ້າ​ຄົນ ເມື່ອ​ສາ​ມີ​ຂອງ​ເພິ່ນ ແລະ ລູກ​ຊາຍ​ກົກ ໄດ້​ເສຍ​ຊີ​ວິດ​ໄປ​ແບບ​ກະ​ທັນ​ຫັນ ໃນ​ເວ​ລາ​ທີ່​ໄລ່​ເລ່ຍ​ກັນ. ໂດຍທີ່​ເປັນແມ່​ໝ້າຍ​ເປັນ​ເວລາ 47 ປີ, ແມ່​ຕູ້​ໄດ້​ລ້ຽງດູ​ຄອບຄົວ​ຂອງເພິ່ນ ​ດ້ວຍ​ຄວາມ​ຮັກ​ທີ່​ສະ​ໜັບ​ສະ​ໜູນ​ຈາກ​ຜູ້ນຳ ແລະ ສະມາຊິກ​ໃນ​ທ້ອງຖິ່ນ. ໃນຊ່ວງ​ເວລາ​ຫລາຍປີ​ເຫລົ່ານັ້ນ, ແມ່​ຕູ້​ໄດ້​ສັນຍາ​ກັບ​ພຣະຜູ້​ເປັນເຈົ້າ​ວ່າ ຖ້າຫາກ​ພຣະອົງ​ຈະຊ່ວຍ​ເຫລືອ​ເພິ່ນ, ​ເພິ່ນຈະ​ບໍ່ຈົ່ມ​ຈັກເທື່ອ. ພຣະຜູ້​ເປັນເຈົ້າ​ໄດ້ຊ່ວຍ​ເຫລືອ​ເພິ່ນ. ​ເພິ່ນກໍ​ບໍ່ເຄີຍ​ຈົ່ມເລີຍ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ໂດຍ​ໄດ້​ຮັບ​ການ​ເປັນພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທຸກສິ່ງ​ທຸກຢ່າງ​ທີ່ດີ ແລະ ເປັນຊົ່ວ​ນິລັນດອນ ແມ່ນ​ເຈາະຈົງ​ຢູ່ໃນ​ຄວາມ​ເປັນຈິງ​ທີ່​ດຳລົງ​ຢູ່​ຂອງ​ພຣະເຈົ້າ, ພຣະບິດາ​ຜູ້​ສະຖິດ​ນິລັນ​ດອນ​ຂອງເຮົາ, ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ແລະ ການ​ຊົດໃຊ້​ຂອງ​ພຣະອົງ. ພຣະ​ຜູ້​ເປັນ​ເຈົ້າຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຄືຜູ້​ເປັນ​ກາງ ໃນ​ພັນ​ທະ​ສັນ​ຍາ​ໃໝ່​ນີ້. ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ຄື​ຈຸດ​ປະ​ສົງ​ຂອງພັນ​ທະ​ສັນ​ຍາ ຂອງ​ພຣະ​ຄຳ​ພີ​ມໍ​ມອນ.27 ໂດຍ​ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ, ສິດ​ອຳ​ນາດ​ທີ່​ຟື້ນ​ຟູ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ຈຶ່ງ​ມີ​ເຈດ​ຕະ​ນາ​ໃຫ້​ເປັນ​ພອນ​ແກ່​ລູກ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ, ລວມ​ທັງ​ຜ່ານທາງ​ການ​ແຕ່ງ​ງານ​ໂດຍພັນ​ທະ​ສັນ​ຍາ, ຄອບ​ຄົວ​ຫລາຍ​ລຸ້ນ​ຄົນ, ແລະ ພອນ​ສ່ວນ​ຕົວ.

ພຣະຜູ້ຊ່ວຍ​ໃຫ້ລອດ​ຂອງເຮົາ​ປະກາດ​ວ່າ, “ເຮົາຄື​ອາລະຟາ ແລະ ໂອເມຄາ, ພຣະຄຣິດ​ອົງເປັນ​ພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ເຮົາ​ນີ້ແຫລະ​ຄື​ຜູ້ນັ້ນ, ເປັນຕົ້ນ ແລະ ທີ່ສຸດ, ເປັນ​ພຣະ​ຜູ້ໄຖ່​ຂອງໂລກ.”28

ພຣະ​ອົງໄດ້​ຢູ່​ກັບ​ເຮົາ​ໃນ​ຕອນ​ຕົ້ນ, ໃນການ​ເປັນ​ພາກ​ສ່ວນ​ໂດຍພັນ​ທະ​ສັນ​ຍາ​ທັງ​ໝົດ, ຈົນ​ເຖິງ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.