​2010–2019
ຄຳປາໄສປິດກອງປະຊຸມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຄຳປາໄສປິດກອງປະຊຸມ

ຄວາມມີ​ຄ່າ​ຄວນ​ສ່ວນບຸກ​ຄົນ​ຮຽກ​ຮ້ອງ​ການເຫລື້ອມ​ໃສ​ທີ່​ແທ້​ຈິງ​ຂອງຄວາມ​ຄິດ ແລະ ຈິດ​ໃຈ ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍກວ່າ​ເກົ່າ.

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເມື່ອເຮົາມາເຖິງທ້າຍຂອງກອງປະຊຸມ​ທີ່​ດີ​ເລີດນີ້, ພວກເຮົາຂອບພຣະໄທພຣະຜູ້ເປັນເຈົ້າສຳລັບຂ່າວ​ສານ ແລະ ສຽງ​ເພງ​ທີ່​ດົນ​ໃຈເຫລົ່າ​ນັ້ນ. ເຮົາ​ໄດ້​ບຳ​ລຸງ​ທາງວິນ​ຍານ​ຂອງ​ເຮົາແທ້ໆ.

ພວກເຮົາ​ຮູ້​ວ່າ ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ນຳ​ຄວາມ​ຫວັງ ແລະ ຄວາມ​ສຸກ​ມາ​ໃຫ້​ຜູ້​ຄົນ​ທີ່​ຮັບ​ຟັງ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ພວກ​ເຮົາ​ຍັງ​ຮູ້​ວ່າ ແຕ່​ລະ​ບ້ານ​ເຮືອນ​ສາ​ມາດ​ກາຍ​ເປັນ​ເຄ​ຫາ​ສະ​ຖານ​ແຫ່ງ​ສັດ​ທາ​ນຳ​ອີກ, ບ່ອນ​ທີ່​ຄວາມ​ສະ​ຫງົບ, ຄວາມ​ຮັກ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນເຈົ້າ​ສາ​ມາດ​ສະ​ຖິດ​ຢູ່.

ແນ່ນອນ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ ແມ່ນ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຂອງ​ພຣະ​ວິ​ຫານ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ກະ​ກຽມ​ຜູ້​ຄົນ​ເພື່ອ​ຕ້ອນ​ຮັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ. ປະ​ຈຸ​ບັນ​ນີ້ ພວກ​ເຮົາ​ມີ​ພຣະ​ວິ​ຫານທີ່ອຸ​ທິດ​ແລ້ວ 166 ແຫ່ງ, ແລະ ຈະ​ມີ​ຫລາຍ​ແຫ່ງ​ຕື່ມ​ອີກ.

ການ​ເປີດ​ຊົມຈະ​ຖືກ​ຈັດ​ຂຶ້ນ​ກ່ອນ​ການ​ອຸ​ທິດ​ພຣະ​ວິ​ຫານ​ຫລັງ​ໃໝ່ ແລະ ຫລັງ​ທີ່​ຖືກ​ສ້ອມ​ແປງ​ໃໝ່. ໝູ່ເພື່ອນ​ທີ່​ຕ່າງ​ສາດ​ສະ​ໜາ​ກໍຈະ​ໄປຊົມ​ພຣະ​ວິ​ຫານ​ເຫລົ່າ​ນັ້ນ ແລະ ຈະ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ພອນ​ຂອງ​ພຣະ​ວິ​ຫານ. ແລະ ຜູ້​ໄປຊົມ​ບາງ​ຄົນ​ເຫລົ່າ​ນັ້ນ ຈະຢາກ​ຮູ້​ຫລາຍ​ຂຶ້ນກວ່າ​ເກົ່າ. ບາງ​ຄົນ​ຈະ​ຖາມ​ຢ່າງ​ຈິງ​ໃຈ ເຖິງວິ​ທີ​ທີ່​ຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ.

ໃນ​ຖານະສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ຕ້ອງ​ກະ​ກຽມ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ. ເຮົາ​ສາ​ມາດ​ອະ​ທິ​ບາຍ​ວ່າ ພອນ​ຂອງ​ພຣະ​ວິ​ຫານມີ​ໃຫ້​ທຸກ​ຄົນ ທີ່​ຈະ​ກະ​ກຽມ​ຕົວ​ເອງ. ແຕ່​ກ່ອນ​ເຂົາ​ເຈົ້າ​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ທີ່​ຖືກ​ອຸ​ທິດ​ແລ້ວນັ້ນ, ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ເໝາະ​ສົມ​ກ່ອນ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ລູກ​ທຸກ​ຄົນ​ຂອງ​ພຣະ​ອົງ ໄດ້​ຮັບ​ພອນ​ນິ​ລັນ​ດອນ ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຊີ້​ນຳ​ສິ່ງ​ທີ່​ທຸກ​ຄົນ​ຈະ​ຕ້ອງ​ເຮັດ ເພື່ອ​ຄວາມ​ເໝາະ​ສົມ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ບ່ອນ​ທີ່​ດີສຳ​ລັບເຮົາ​ທີ່​ຈະ​ເລີ່ມ​ຕົ້ນ​ໂອ​ກາດ​ສິດ​ສອນ​ເຊັ່ນ​ນັ້ນ ແມ່ນ​ການ​ຊີ້ບອກ​ຖ້ອຍ​ຄຳ​ທີ່​ສະ​ຫລັກຢູ່​ຝາ​ພຣະ​ວິ​ຫານ ທີ່​ວ່າ: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ; ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ຂ່າວ​ສານ​ຂອງ​ປະ​ທານ​ເຮັນຣີ ບີ ໄອຣິງ ໃນ​ມື້ນີ້ ແລະ ຫລາຍໆ​ທ່ານ​ອື່ນ​ອີກ ກໍໄດ້​ດົນ​ໃຈ​ເຮົາ​ໃຫ້​ກາຍ​ເປັນ​ຄົນບໍ​ລິ​ສຸດຫລາຍກວ່າ​ເກົ່າ. ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ​ເປັນ​ສະ​ຖານ​ທີ່​ສັກ​ສິດ; ຜູ້​ໄປ​ພຣະ​ວິ​ຫານ​ທຸກ​ຄົນ ກໍ​ພະ​ຍາ​ຍາມ​ກາຍ​ເປັນຄົນ​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ.

ເງື່ອນ​ໄຂ​​ທີ່​ຈະສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ແມ່ນ​ກ່ຽວ​ຂ້ອງ​ກັບ​ຄວາມ​ບໍ​ລິ​ສຸດ​ຂອງ​ບຸກ​ຄົນ. ໃນ​ການ​ກະ​ກຽມ​ທີ່​ຈະ​ເຂົ້າ​ໄປ, ແຕ່​ລະ​ຄົນ​ທີ່ຢາກ​ໄດ້​ຮັບພອນ​ຂອງ​ພຣະ​ວິ​ຫານ ຈະ​ຕ້ອງ​ໄດ້​ຮັບ​ການ​ສຳ​ພາດ​ສອງ​ເທື່ອ: ເທື່ອ​ທຳ​ອິດ​ແມ່ນ​ກັບ​ອະ​ທິ​ການ, ທີ່​ປຶກ​ສາ​ຂອງ​ອະ​ທິ​ການ, ຫລື ປະ​ທານ​ສາ​ຂາ; ເທື່ອ​ທີ​ສອງ​ແມ່ນ​ກັບ​ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່ ຫລື ທີ່​ປຶກ​ສາ​ຂອງ​ເພິ່ນ. ຢູ່​ໃນ​ການ​ສຳ​ພາດ​ເຫລົ່າ​ນັ້ນ, ຄຳ​ຖາມ​ຫລາຍ​ຂໍ້​ຈະຖືກ​ໃຊ້​ຖາມ.

ຄຳ​ຖາມ​ບາງ​ຂໍ້​ເຫລົ່າ​ນັ້ນ ​ຫາ​ກໍ​ໄດ້​ຖືກ​ດັດ​ແປງ​ໃໝ່ ເພື່ອ​ໃຫ້​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າ​ຈະ​ທົບ​ທວນ​ຄຳ​ຖາມເຫລົ່າ​ນັ້ນ​ກັບ​ທ່ານ​ຕອນນີ້:

  1. ເຈົ້າມີສັດທາໃນພຣະເຈົ້າ ແລະ ມີປະຈັກພະຍານເຖິງພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ; ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ໃນພຣະວິນຍານບໍລິສຸດ​ບໍ?

  2. ເຈົ້າມີປະຈັກພະຍານເຖິງການຊົດໃຊ້ຂອງພຣະ​ເຢ​ຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນການເປັນພຣະຜູ້​ຊ່ວຍໃຫ້ລອດ ແລະ ເປັນພຣະຜູ້ໄຖ່​ບໍ?

  3. ເຈົ້າມີປະຈັກພະຍານເຖິງການຟື້ນຟູພຣະກິດຕິຄຸນຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ?

  4. ເຈົ້າສະ​ໜັບ​ສະ​ໜູນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ວ່າ​ເພິ່ນ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ໂລກນີ້ ທີ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ບໍ?

    ເຈົ້າ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ບໍ?

    ເຈົ້າ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ ແລະ ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ?

  5. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ທຸກ​ສິ່ງ​ຕ້ອງ​ຖືກ “ສຳ​ເລັດ​ໃນ​ຄວາມ​ສະ​ອາດ” ຕໍ່​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:41).

    ເຈົ້າ​ພະ​ຍາ​ຍາມໃຫ້​ສະ​ອາດ​ທາງ​ສິນ​ທຳ ໃນ​ຄວາມ​ຄິດ ແລະ ການ​ປະ​ພຶດ​ບໍ?

    ເຈົ້າຮັກ​ສາ​ກົດ​ພົມ​ມະ​ຈັນ​ບໍ?

  6. ເຈົ້າ​ເຮັດ​ຕາມ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກຂອງ​ພຣະ​ເຢ​ຊູ​ຄຣິດ ເລື່ອງ​ການ​ປະ​ພຶດ​ຢູ່​ໃນ​ບ່ອນ​ລັບ​ລີ້ ແລະ ໃນ​ສາ​ທາ​ລະ​ນະ ນຳ​ສະ​ມາ​ຊິກ​ໃນ​ຄອບ​ຄົວຂອງ​ເຈົ້າ ແລະ ຄົນ​ອື່ນໆບໍ?

  7. ເຈົ້າ​ສະ​ໜັບ​ສະ​ໜູນ ຫລື ສົ່ງ​ເສີມ​ການ​ສິດ​ສອນ, ການ​ປະ​ຕິ​ບັດ, ຫລື ຄຳ​ສອນ​ທີ່​ກົງ​ກັນ​ຂ້າມ​ກັບ​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ?

  8. ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ​ທັງຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ; ໄປ​ຮ່ວມ​ການ​ປະ​ຊຸມ; ກະ​ກຽມ​ສຳ​ລັບ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ; ແລະ ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ກົດ ແລະ ພຣະ​ບັນ​ຍັດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ບໍ?

  9. ເຈົ້າ​ພະ​ຍາ​ຍາມ​ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ບໍ?

  10. ເຈົ້າ​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ​ຈຳ​ນວນ​ບໍ?

  11. ເຈົ້າ​ເຂົ້າ​ໃຈ ແລະ ເຊື່ອຟັງ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ບໍ?

  12. ເຈົ້າ​ມີ​ຂໍ້​ຜູກ​ມັດ​ເລື່ອງ​ການ​ເງິນ ຫລື ຂໍ້​ຜູກ​ມັດ​ອື່ນໆ​ນຳ​ສາ​ມີ​ພັນ​ລະ​ຍາ​ຄົນ​ເກົ່າ ຫລື ນຳ​ລູກໆ​ບໍ?

    ຖ້າ​ມີ, ເຈົ້າ​ໄດ້​ຮັກ​ສາ​ຂໍ້​ຜູກ​ມັດເຫລົ່າ​ນັ້ນ​ບໍ?

  13. ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ, ລວມ​ທັງ​ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ຂອງ​ພຣະ​ວິ​ຫານ ຕາມ​ທີ່​ໄດ້​ແນະ​ນຳ​ຢູ່​ໃນ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ບໍ?

  14. ມີ​ຄວາມ​ຜິດ​ບາບ​ທີ່​ຮ້າຍ​ແຮງ​ໃນ​ຊີ​ວິດ​ຂອງ​ເຈົ້າ ທີ່​ຄວນ​ແກ້​ໄຂ​ກັບ​ຜູ້​ມີ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ພາກ​ສ່ວນ​ຂອງ​ການ​ກັບ​ໃຈ​ຂອງ​ເຈົ້າ​ບໍ?

  15. ເຈົ້າ​ຖື​ວ່າ ເຈົ້າ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ສ່ວນ​ໃນ​ພິ​ທີ​ການ ທາງ​ພຣະ​ວິ​ຫານ​ບໍ?

ມື້​ອື່ນນີ້, ຄຳ​ຖາມ​ທີ່​ດັດ​ແປງ​ໃໝ່​ເຫລົ່າ​ນີ້ ຈະ​ຖືກ​ແຈກ​ຢາຍ​ໃຫ້​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທົ່ວ​ໂລກ.

ນອກ​ເໜືອ​ໄປ​ຈາກ​ການ​ຕອບຄຳ​ຖາມ​ເຫລົ່າ​ນັ້ນ​ຢ່າງ​ຊື່​ສັດ​ແລ້ວ, ຜູ້​ໃຫຍ່​ທຸກ​ຄົນ​ທີ່ໄປ​ພຣະ​ວິ​ຫານ​ກໍ​ເຂົ້າ​ໃຈ​ວ່າ ເຂົາ​ເຈົ້າຈະນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຢູ່​ຂ້າງ​ໃນ​ຂອງ​ເຄື່ອງ​ນຸ່ງ. ມັນ​ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ຕັ້ງ​ໃຈ​ພາຍ​ໃນ ທີ່​ຈະ​ພະ​ຍາ​ຍາມ​ທຸກວັນ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ກໍ​ຍັງ​ເຕືອນ​ໃຈ​ເຮົາ​ທຸກວັນ ໃຫ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ ແລະ ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ທຸກວັນ ໃນ​ວິ​ທີ​ທາງ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ.

ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ຊາວໜຸ່ມຂອງ​ເຮົາ​ຈັກບຶດ​ໜຶ່ງ. ພວກ​ເຮົາ​ຊຸກ​ຍູ້ພວກ​ເຈົ້າ​ໃຫ້​ມີຄວາມ​ເໝາະ​ສົມ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​​ຈຳ​ກັດ. ພວກ​ເຈົ້າ​ຈະ​ຖືກ​ສຳ​ພາດ​ດ້ວຍ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ເຈົ້າ​ເທົ່າ​ນັ້ນ ໃນ​ການ​ກະ​ກຽມ​ຕົວ​ເອງ ສຳ​ລັບ​ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ. ພວກ​ເຮົາຮູ້​ບຸນ​ຄຸນ​ສຳ​ລັບ​ການ​ມີ​ຄ່າ​ຄວນ ແລະ ຄວາມ​ເຕັມ​ໃຈ​ຂອງ​ພວກ​ເຈົ້າ ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ພຣະ​ວິ​ຫານ​ທີ່​ສັກ​ສິດນັ້ນ. ພວກ​ເຮົາ​ຂໍ​ຂອບ​ໃຈ​ພວກ​ເຈົ້າ​ຫລາຍໆ!

ຄວາມມີ​ຄ່າ​ຄວນ​ສ່ວນບຸກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ເຈົ້າ ຮຽກ​ຮ້ອງ​ຫລາຍ​ສົມ​ຄວນ ເພື່ອ​ໃຫ້​ກະ​ກຽມ​ທາງວິນ​ຍານ. ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ໄປ​ບໍ່​ໄດ້. ໃນບາງປະ​ເດັນ, ການ​ສ້າງ​ພຣະ​ວິ​ຫານ​ແມ່ນ​ງ່າຍກວ່າ ການ​ສ້າງ​ຜູ້​ຄົນ​ໃຫ້​ພ້ອມ​ສຳ​ລັບ​ພຣະ​ວິ​ຫານ. ຄວາມມີ​ຄ່າ​ຄວນ​ສ່ວນ​ບຸກ​ຄົນ​ຮຽກ​ຮ້ອງ​ການເຫລື້ອມ​ໃສ​ທີ່​ແທ້​ຈິງ​ຂອງຄວາມ​ຄິດ ແລະ ຈິດ​ໃຈ ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ, ເປັນ​ພົນ​ລະ​ເມືອງ​ທີ່​ຊື່​ສັດ, ເປັນ​ຕົວ​ຢ່າງ​ທີ່​ດີ​ກວ່າ​ເກົ່າ, ແລະ ເປັນ​ຄົນ​ບໍ​ລິ​ສຸດຫລາຍກວ່າ​ເກົ່າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ອອກ​ແຮງ​ກະ​ກຽມ​ເຊັ່ນ​ນັ້ນ ຈະ​ນຳ​ພອນ​ຢ່າງ​ຫລວງ​ຫລາຍ​ຈົນ​ນັບ​ບໍ່​ຖ້ວນມາ​ໃຫ້​ທ່ານໃນ​ຊີ​ວິດນີ້ ແລະ ຈະ​ນຳ​ພອນ​ທີ່ບໍ່​ຄາດ​ຄິດມາ​ໃຫ້​ທ່ານ ໃນ​ຊີ​ວິດ​ຕໍ່​ໄປ, ລວມ​ທັງ​ຄອບ​ຄົວ​ຂອງ​ທ່ານ​ທີ່​ມີຕໍ່​ເນື່ອງ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ “ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”1

ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກ່ຽວ​ກັບ​ຫົວ​ຂໍ້​ໜຶ່ງອີກ ນັ້ນ​ຄື: ແຜນ​ການ​ສຳ​ລັບ​ປີ​ທີ່​ຈະ​ມາ​ເຖິງ. ໃນ​ລະ​ດູ​ໃບ​ໄມ້​ປົ່ງຂອງ​ປີ 2020 ນີ້, ກໍຈະ​ຄົບ 200 ປີ​ພໍ​ດີ ນັບ​ແຕ່​ໂຈເຊັບ ສະມິດ ໄດ້​ເຫັນ​ພຣະ​ເຈົ້າ​ມາ​ປະ​ກົດ ຊຶ່ງເຮົາ​ຮູ້​ຈັກ​ກັນວ່າ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈເຊັບ, ຊາຍ​ໜຸ່ມ​ອາ​ຍຸ 14 ປີ. ເຫດ​ການ​ເທື່ອນັ້ນ​ໄດ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ສົມ​ບູນ​ຂອງ​ມັນ, ຕາມ​ທີ່​ໄດ້​ບອກ​ໄວ້​ລ່ວງ​ໜ້າ ​ຢູ່​ໃນ​ພຣະຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ສັກ​ສິດ.2

ຈາກນັ້ນ ຜູ້​ສົ່ງ​ຂ່າວ​ຈາກສະ​ຫວັນ​ກໍ​ໄດ້​ມາ​ຢ້ຽມ​ຢາມ, ລວມ​ທັງ ໂມ​ໂຣ​ໄນ, ໂຢຮັນ​ບັບຕິ​ສະໂຕ, ແລະ ອັກ​ຄະ​ສາ​ວົກ​ລຸ້ນ​ທຳ​ອິດ ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ. ຜູ້ອື່ນ​ອີກກໍ​ໄດ້​ມາ​ຄື​ກັນ, ລວມ​ທັງ ໂມເຊ, ອີລາຍ, ແລະ ເອລີຢາ. ແຕ່​ລະ​ທ່ານ​​ກໍໄດ້​ນຳສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ​ມາ​ໃຫ້ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ໂລກ​ອີກ​ຄັ້ງ.

ເຮົາ​ໄດ້​ຮັບ​ພຣະ​ຄຳ​ພີ​ມໍ​ມອນຢ່າງ​ໜ້າ​ອັດ​ສະ​ຈັນ: ຊຶ່ງ​ເປັນປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ເປັນ​ເຫລັ້ມ​ໜຶ່ງ​ທີ່​ຄຽງ​ຄູ່​ໄປ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ສັກ​ສິດ. ການ​ເປີດ​ເຜີຍ​ທີ່​ຈັດ​ພິມ​ຢູ່​ໃນພຣະ​ຄຳ​ພີ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ ກໍ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈຫລາຍ​ຂຶ້ນ ເຖິງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຈິງ​ນິ​ລັນ​ດອນ.

ຂໍ​ກະ​ແຈ ແລະ ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ກໍໄດ້​ຖືກ​ຟື້ນ​ຟູ, ລວມ​ທັງ​ຕຳ​ແໜ່ງ​ຂອງ​ອັກ​ຄະ​ສາ​ວົກ, ສາວົກ​ເຈັດສິບ, ປິ​ຕຸ, ມະຫາ​ປະ​ໂລ​ຫິດ, ແອວເດີ, ອະ​ທິ​ການ, ປະ​ໂລ​ຫິດ, ຄູສອນ, ແລະ ມັກຄະ​ນາຍົກ. ແລະ ຜູ້​ຍິງ​ທີ່​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໄດ້​ຮັບ​ໃຊ້​ຢ່າງ​ກ້າ​ຫານ ຢູ່​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ, ອົງ​ການ​ຍິງໜຸ່ມ, ໂຮງ​ຮຽນ​ວັນ​ອາ​ທິດ, ແລະ ໃນ​ການ​ເອີ້ນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ—ທັງ​ໝົດ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຕໍ່​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ ໃນ​ຄວາມ​ສົມ​ບູນ​ຂອງ​ມັນ.

ສະ​ນັ້ນ, ປີ 2020 ນີ້ ກໍ​ຈະເປັນ​ວັນຄົບ​ຮອບ​ສອງ​ຮ້ອຍ​ປີ. ກອງ​ປະ​ຊຸມ​ໃຫຍ່​ສາ​ມັນຄັ້ງ​ຕໍ່​ໄປ​ໃນ​ເດືອນ​ເມສາ ຈະ​ແຕກ​ຕ່າງ​ຈາກກອງ​ປະ​ຊຸມ​ໃຫຍ່​ທີ່​ຜ່ານ​ມາ. ໃນ​ລະ​ຫວ່າງ​ຫົກ​ເດືອນ​ຂ້າງ​ໜ້າ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ສະ​ມາ​ຊິກ​ທຸກ​ຄົນ ແລະ ທຸກ​ຄອບ​ຄົວ ຈະ​ກະ​ກຽມ​ສຳ​ລັບ​ກອງ​ປະ​ຊຸມພິ​ເສດດັ່ງ​ກ່າວ ເພື່ອ​ສະ​ເຫລີມ​ສະ​ຫລອງ​ພື້ນ​ຖານທີ່​ແທ້​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.

ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ກະ​ກຽມ​ຕົວ​ເອງ ໂດຍ​ການ​ອ່ານ​ເລື່ອງ​ລາວ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ຊຶ່ງ​ບັນ​ທຶກ​ຢູ່​ໃນ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ຫລັກ​ສູດ​ສຳ​ລັບ​ປີ​ທີ່ຈະ​ມາ​ເຖິງ ຢູ່​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ແມ່ນ ພຣະ​ຄຳ​ພີ​ມໍ​ມອນ. ທ່ານ​ສາ​ມາດ​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ສຳ​ຄັນ ດັ່ງ​ເຊັ່ນ, “ຊີ​ວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ຄວາມ​ຮູ້​ຂອງ​ເຮົາ ທີ່​ໄດ້​ຮັບ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ຖືກ​ເອົາ​ໄປ​ຈາກ​ເຮົາ​ໃນ​ທັນ​ທີ​ທັນ​ໃດ?” ຫລື “ເຫດ​ການ​ຕ່າງໆ​ທີ່​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ແກ່​ເຮົາ ແລະ ຄົນ​ທີ່​ເຮົາ​ຮັກ​ແນວ​ໃດ?” ພ້ອມນີ້, ກໍ​ມີ​ວິ​ດີ​ໂອ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ອີກ ທີ່​ມີ​ບໍ​ລິ​ການ​ແລ້ວ, ຊຶ່ງ​ທ່ານ​ສາ​ມາດ​ໃຊ້​ມັນ​ໃນການ​ສຶກ​ສາ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ.

ໃຫ້ເລືອກ​ຄຳ​ຖາມ​ດ້ວຍ​ຕົວເອງ. ໃຫ້ອອກ​ແບບ​ແຜນ​ການ​ດ້ວຍຕົວ​ເອງ. ໃຫ້ເຂົ້າ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ການ​ຟື້ນ​ຟູ​ທີ່​ສະ​ຫງ່າ​ລາ​ສີ​ດ້ວຍ​ຕົວ​ເອງ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນຄັ້ງ​ຕໍ່​ໄປ ໃນ​ເດືອນ​ເມສາ, ບໍ່​ພຽງ​ແຕ່​ຈະ​ເປັນ​ທີ່​ໜ້າ​ຈື່ຈຳ​ເທົ່າ​ນັ້ນ; ແຕ່​ມັນ​ຈະ​ເປັນ​ສິ່ງ​ທີ່ບໍ່​ເຄີຍ​ລືມ​ນຳ​ອີກ.

ສຸດ​ທ້າຍນີ້, ຂ້າ​ພະ​ເຈົ້າ​ຂໍມອບ​ຄວາມ​ຮັກ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າໃຫ້​ແກ່​ທ່ານ ວ່າ​ທ່ານ​ແຕ່​ລະ​ຄົນ​ຈະມີ​ຄວາມ​ສຸກ ແລະ ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ ໃນ​ແຕ່​ລະ​ວັນ. ໃນ​ຂະ​ນະ​ດຽວ​ກັນ, ຂໍ​ໃຫ້​ທ່ານ​ໝັ້ນ​ໃຈ​ໄດ້​ວ່າ ການ​ເປີດ​ເຜີຍ​ຍັງ​ມີ​ຢູ່ຕໍ່​ເນື່ອງໃນ​ສາດ​ສະ​ໜາ​ຈັກ ແລະ ຈະ​ມີ​ຢູ່​ຕໍ່​ໄປພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ກວ່າ “ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າຈະສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”3

ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ, ຢືນ​ຢັນ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ທ່ານ, ດ້ວຍ​ປະ​ຈັກ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ ​ຄືພຣະ​ຄຣິດ! ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ເຮົາ​ເປັນ​ຜູ້​ຄົນ​ຂອງ​ພ​ຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.