ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ

ໃຫ້ຊອກ​ຫາ​ວິ​ທີ ແລະ ອະ​ທິ​ຖານ ເພື່ອ​ຫາ​ໂອ​ກາດ​ເຍືອງ​ແສງ ໃຫ້ຄົນ​ອື່ນ​ສາ​ມາດ​ຫລຽວ​ເຫັນ​ເສັ້ນ​ທາງ​ທີ່​ພາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຫົວໃຈ​ຂອງ​ເຮົາ​ໄດ້​ຮັບ​ພອນ ແລະ ໄດ້​ຮັບ​ການ​ເຊີດ​ຊູ​ໂດຍ​ພຣະ​ວິນ​ຍານ ທີ່​ເຮົາ​ໄດ້​ຮູ້​ສຶກ​ຢູ່ກອງ​ປະ​ຊຸມ​ໃຫຍ່ນີ້.

ຮູບ​ພາບ
ເລົາ​ແສງ

ສອງ​ຮ້ອຍ​ປີ​ຜ່ານ​ມາ​ແລ້ວ, ເລົາ​ແສງ​ໄດ້​ສ່ອງລົງ​ມາ​ຢູ່​ເທິງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຢູ່​ໃນ​ປ່າ. ໃນ​ແສງນັ້ນ, ໂຈເຊັບ ສະມິດ ໄດ້​ເຫັນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຄວາມ​ສະ​ຫວ່າງ​ຂອງ​ພວກ​ພຣະ​ອົງ​ໄດ້​ຂັບ​ໄລ່​ຄວາມ​ມືດ​ທາງວິນ​ຍານ​ອອກ​ໄປ ຊຶ່ງ​ປົກ​ຄຸມ​ແຜ່ນ​ດິນ​ໂລກ ແລະ ຊີ້​ທາງ​ໃຫ້​ໂຈເຊັບ ສະມິດ—ແລະ ເຮົາ​ທຸກ​ຄົນ. ເປັນ​ເພາະ​ຄວາມ​ສະ​ຫວ່າງ​ທີ່​ປະ​ກົດ​ຂຶ້ນ​ໃນ​ມື້ນັ້ນ, ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ພອນ​ຢ່າງ​ເຕັມ​ປ່ຽມ ທີ່​ມີ​ໃຫ້​ເຮົາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ເປັນ​ເພາະ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ຈຶ່ງ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ສະ​ຫວ່າງນັ້ນ​ບໍ່​ໄດ້ແມ່ນ​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ບອກ​ເຮົາ​ວ່າ “ຈົ່ງ​ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ເຊັ່ນ​ນັ້ນ​ຕໍ່ໜ້າ​ຜູ້ຄົນ​ພວກ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ​ການ​ດີ​ຂອງ​ເຈົ້າ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”1 ຂ້າ​ພະ​ເຈົ້າ​ມັກ​ສຳ​ນວນນີ້ “ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ.” ມັນ​ເປັນ​ຄຳ​ເຊື້ອ​ເຊີນ​ຢ່າງ​ຈິງ​ຈັງ ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ​ໃນ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຫັນ​ເສັ້ນ​ທາງ ແລະ ດ້ວຍ​ເຫດນັ້ນ ຈຶ່ງ​ມາ​ຫາ​ພຣະ​ຄຣິດ​ໄດ້.

ຮູບ​ພາບ
ແອວເດີ ແອວ ທອມ ແພຣີ

ຕອນ​ຂ້າ​ພະ​ເຈົ້າ​ອາ​ຍຸ​ໄດ້ 10 ປີ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຽດ ເປັນເຈົ້າ​ພາບ​ຕ້ອນ​ຮັບ ແອວເດີ ແອວ ທອມ ແພຣີ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຕອນ​ເພິ່ນ​ໄດ້ໄປເຮັດ​ພາ​ລະ​ກິດ​ຢູ່​ເມືອງ​ຂອງ​ຂ້າ​ພະ​ເຈົ້າ.

ໃນ​ທ້າຍ​ຂອງວັນ​ນັ້ນ, ຄອບ​ຄົວ​ຂອງ​ພວກ​ເຮົາ ແລະ ຄອບ​ຄົວ ແພຣີ ໄດ້​ນັ່ງ​ລົມ​ກັນ​ຢູ່​ຫ້ອງ​ຮັບ​ແຂກ​ຂອງ​ພວກ​ເຮົາ ກິນເຂົ້າ​ໜົມ ແອັບ​ເປິ້ນ​ອົບ ທີ່​ແຊບໆ​ຂອງ​ແມ່​ຂອງຂ້າ​ພະ​ເຈົ້າ​ຢູ່, ຂະ​ນະ​ທີ່ ແອວເດີ ແພຣີ ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ໄພ່​ພົນ​ຕະ​ຫລອດ​ທົ່ວ​ໂລກ​ໃຫ້​ຟັງ. ຂ້າ​ພະ​ເຈົ້າ​ມັກ​ຫລາຍ​ຂະ​ໜາດ.

ມັນ​ຄ່ຳ​ແລ້ວ ຕອນ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້ເຂົ້າ​ໄປ​ຫາ​ເຮືອນ​ຄົວ ແລະ ຖາມ​ສັ້ນໆ​ວ່າ: “ບອນນີ, ເຈົ້າ​ໄດ້​ເກືອ​ໄກ່​ແລ້ວ​ບໍ?”

ຂ້າພະ​ເຈົ້າ​ຕົກ​ໃຈຢ່າງ​ໃຫຍ່, ເພາະຍັງ​ບໍ່​ໄດ້ເຮັດ​ເທື່ອ. ໂດຍ​ທີ່ບໍ່​ຢາກ​ໜີ​ອອກ​ໄປ​ຈາກ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ເລີຍ​ເວົ້າ​ວ່າ ໃຫ້​ໄກ່​ອົດ​ອາ​ຫານ​ຈົນ​ຮອດມື້​ອື່ນ​ເຊົ້າ​ສາ.

ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້ຕອບ​ຢ່າງ​ໜັກ​ແໜ້ນ​ວ່າ “ບໍ່​ໄດ້.” ທັນ​ໃດ​ນັ້ນ, ແອວເດີ ແພຣີ ໄດ້​ຍ່າງ​ເຂົ້າ​ມາ​ໃນ​ເຮືອນ​ຄົວ ແລະ ດ້ວຍ​ສຽງ​ໃຫຍ່ ແລະ ກະ​ຕື​ລື​ລົ້ນ ຖາມ​ວ່າ, “ຂ້ອຍ​ໄດ້​ຍິນ​ຄົນ​ເວົ້າ​ວ່າ ຕ້ອງ​ເກືອ​ໄກ່ ບໍ່​ແມ່ນ​ຫວະ? ໃຫ້​ລູກ​ຊາຍ​ຂ້ອຍ ກັບ​ຂ້ອຍ​ຊ່ວຍ​ເຈົ້າ​ໄດ້ບໍ?”

ໂອ້, ບັດ​ນີ້ ການ​ໄປ​ເກືອ​ໄກ່ ຊ່າງ​ເປັນ​ຄວາມ​ສຸກ​ຫລາຍ​ແທ້ໆ! ຂ້າ​ພະ​ເຈົ້າ​ໄດ້​ແລ່ນ​ໄປ​ເອົາ​ໄຟ​ສາຍ​ໃຫຍ່​ສີ​ເຫລືອງ. ດ້ວຍ​ຄວາມ​ຕື່ນ​ເຕັ້ນ, ຂ້າ​ພະ​ເຈົ້າ​ໄດ້​ນຳ​ທາງ, ເຕັ້ນຂ້າມ​ທາງ​ຍ່າງ​ທີ່​ຄຸ​ຄະ ໄປ​ຫາ​ຄອກ​ໄກ່. ດ້ວຍ​ໄຟ​ສາຍ​ແກວ່ງ​ໄປ​ມາ​ຢູ່​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຍ່າງ​ຂ້າມ​ແຖວ​ຕົ້ນ​ສາ​ລີ ແລະ ທົ່ງ​ເຂົ້າ​ຫວີດ​ໄປ.

ເມື່ອ​ໄປ​ເຖິງ​ຮ່ອງ​ນ້ຳ​ຢູ່​ຟາກ​ທົ່ງ, ຂ້າ​ພະ​ເຈົ້າ​ໄດ້​ກະ​ໂດດ​ຂ້າມ​ຮ່ອງ ດັ່ງ​ທີ່​ເຄີຍ​ເຮັດ​ຫລາຍໆ​ຄືນ​ກ່ອນ​ໜ້ານັ້ນ. ຂ້າ​ພະ​ເຈົ້າ​ລືມ​ໄປ​ວ່າ ແອວເດີ ແພຣີ ກຳ​ລັງ​ຍ່າງ​ຕາມ​ຂ້າ​ພະ​ເຈົ້າ​ມາ ຢູ່​ໃນ​ຄວາມ​ມືດ, ໃນ​ເສັ້ນ​ທາງທີ່​ເພິ່ນບໍ່​ຄຸ້ນ​ເຄີຍ. ແສງ​ໄຟ​ທີ່​ແກວ່ງ​ໄປ​ມາ​ກໍ​ບໍ່​ຊ່ວຍ​ເພິ່ນ​ໄດ້​ຫລາຍ​ພໍ ທີ່​ຈະ​ຫລຽວ​ເຫັນ​ຮ່ອງ​ນ້ຳ. ໂດຍ​ທີ່ບໍ່​ເຫັນ​ແຈ້ງ​ຊັດ, ເພິ່ນ​ໄດ້​ຍ່າງ​ລົງ​ຮ່ອງ ແລະ ຮ້ອງ​ຂຶ້ນ​ດັງໆ. ດ້ວຍ​ຄວາມ​ຕົກ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ຫັນ​ໄປ​ເບິ່ງ​ເພື່ອນ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ ຖອດ​ຕີນ​ອອກ​ຈາກ​ຮ່ອງ ແລະ ສັ່ນ​ນ້ຳ ອອກ​ຈາກ​ເກີບ​ໜັງ​ທີ່​ໜັກໆ​ຂອງ​ເພິ່ນ.

ດ້ວຍ​ເກີບ​ທີ່​ປຽກ​ນ້ຳ ແລະ ເປື້ອນ​ຕົມ, ແອວເດີ ແພຣີ ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ເກືອ​ໄກ່. ເມື່ອ​ພວກ​ເຮົາ​ໄດ້​ເກືອ​ໄກ່​ແລ້ວ, ເພິ່ນ​ໄດ້​ແນະ​ນຳ​ດ້ວຍ​ຄວາມ​ອ່ອນ​ໂຍນ​ວ່າ, “ບອນນີ, ຂ້ອຍ​ຕ້ອງ​ຫລຽວເຫັນ​ເສັ້ນ​ທາງ​ເດີ້. ຂ້ອຍ​ຕ້ອງ​ເຫັນ​ທາງ​ທີ່​ຂ້ອຍ​ຍ່າງ​ໄປ.”

ຂ້າ​ພະ​ເຈົ້າ​ໄດ້​ເຍືອງ​ທາງ ແຕ່ບໍ່​ເປັນ​ແບບ​ທີ່​ຊ່ວຍ ແອວເດີ ແພຣີ. ບັດນີ້, ເມື່ອ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຕ້ອງ​ເຍືອງ​ທາງ​ພາ​ເພິ່ນ​ກັບ​ໄປ​ຢ່າງ​ປອດ​ໄພ, ຂ້າ​ພະ​ເຈົ້າ​ຈຶ່ງ​ຕັ້ງ​ໃຈ​ເຍືອງ​ທາງ ແລະ ພວກ​ເຮົາ​ກໍ​ໄດ້​ກັບ​ໄປ​ເຖິງ​ເຮືອນ​ດ້ວຍ​ຄວາມ​ໝັ້ນ​ໃຈ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ເວ​ລາ​ຫລາຍ​ປີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ກ່ຽວ​ກັບ​ຫລັກ​ທຳ​ຂໍ້​ນີ້ ທີ່​ໄດ້​ຮຽນ​ຮູ້​ຈາກ ແອວເດີ ແພຣີ. ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ໃຫ້ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ສ່ອງ​ແສງ ບໍ່​ແມ່ນ​ພຽງ​ແຕ່​ເປັນການ​ແກວ່ງ​ໂຄມ​ໄຟ​ໄປ​ມາ ເພື່ອ​ໃຫ້​ໂລກນີ້​ແຈ້ງ​ຂຶ້ນກວ່າ​ເກົ່າ​ໂດຍ​ທົ່ວ​ໄປ​ເທົ່າ​ນັ້ນ. ມັນ​ແມ່ນ​ການ​ເອົາ​ໃຈ​ໃສ່​ຕໍ່​ແສງ​ໄຟ​ຂອງ​ເຮົາ ເພື່ອ​ວ່າ​ຄົນ​ອື່ນ​ຈະ​ສາ​ມາດ​ຫລຽວ​ເຫັນ​ເສັ້ນ​ທາງ​ທີ່​ພາ​ໄປ​ຫາ​ພຣະ​ຄຣິດ. ມັນ​ເປັນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ຟາກ​ມ່ານ​ເບື້ອງນີ້—ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຫັນ​ບາດ​ກ້າວ​ຕໍ່​ໄປ ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ກັບ​ພຣະ​ເຈົ້າ.2

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ພະ​ຍານ​ວ່າ, “ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.”3 ໃຫ້​ເຮົາ​ມາ​ເບິ່ງ​ຕົວ​ຢ່າງ​ໜຶ່ງ​ຂອງ​ພຣະ​ອົງ.

ຜູ້​ຍິງ​ຢູ່​ທີ່​ນ້ຳ​ສ້າງ​ເປັນ​ໄທ​ຊາ​ມາ​ເລຍ ທີ່ບໍ່​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ແລະ ຖືກ​ຄົນ​ອື່ນ​ໃນ​ສັງ​ຄົມ​ຂອງ​ນາງເອງລັງ​ກຽດ. ພຣະ​ເຢ​ຊູ​ໄດ້​ພົບ​ເຫັນ​ນາງ ແລະ ໄດ້​ເລີ່ມ​ຕົ້ນ​ເວົ້າ​ລົມ​ກັບ​ນາງ. ພຣະ​ອົງ​ໄດ້​ກ່າວ​ກັບ​ນາງ​ເລື່ອງ​ນ້ຳ. ແລ້ວ​ພຣະ​ອົງ​ໄດ້​ໃຫ້​ນາງ​ເຫັນ​ຄວາມ​ສະ​ຫວ່າງ​ຫລາຍ​ເພີ່ມ​ຂຶ້ນ ເມື່ອ​ພຣະ​ອົງ​ໄດ້​ປະ​ກາດ​ຕົວ​ເອງວ່າ​ເປັນ “ນ້ຳ​ແຫ່ງ​ຊີ​ວິດ.”4

ພຣະ​ຄຣິດ​ຮູ້ກ່ຽວ​ກັບ​ນາງ ແລະ ຄວາມ​ຕ້ອງ​ການ​ຂອງ​ນາງ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ພຣະ​ອົງໄດ້​ພົບ​ເຫັນ​ນາງ​ຢູ່​ບ່ອນນັ້ນ ແລະ ໄດ້​ເລີ່ມ​ຕົ້ນ​ເວົ້າບາງ​ຢ່າງ​ທີ່​ຄຸ້ນ​ເຄີຍ ແລະ ໃນ​ສິ່ງ​ທີ່​ຮູ້​ຈັກ​ກັນ​ດີ. ຖ້າ​ຫາກ​ພຣະ​ອົງ​ຢຸດ​ເວົ້າ​ແຕ່​ພຽງ​ເທົ່າ​ນັ້ນ, ມັນ​ຄົງເປັນ​ການ​ພົບ​ປະໃນ​ທາງບວກ​ເທົ່າ​ນັ້ນ. ແຕ່​ມັນ​ຄົງ​ບໍ່​ເຮັດ​ໃຫ້​ນາງ​ເຂົ້າ​ໄປ​ປະ​ກາດ​ຢູ່​ໃນຕົວ​ເມືອງວ່າ, “ຈົ່ງ​ມາ​ເບິ່ງ … : ຜູ້ນີ້ບໍ່​ແມ່ນ​ພຣະ​ຄຣິດ​ບໍ?”5 ເມື່ອ​ສົນ​ທະ​ນາ​ກັນ​ໄປ​ເລື້ອຍໆ, ນາງຈຶ່ງ​ຮູ້​ຈັກ​ວ່າ ພຣະ​ອົງ​ເປັນ​ພຣະ​ເຢ​ຊູ​ຄຣິດ, ແລະ ບໍ່​ວ່າອະ​ດີດ​ຂອງ​ນາງ​ເປັນແນວ​ໃດ, ນາງ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ແຫ່ງ​ຄວາມ​ສະ​ຫວ່າງ, ສ່ອງ​ແສງ​ໃຫ້​ຄົນ​ອື່ນ​ເຫັນ​ເສັ້ນທາງ.6

ບັດ​ນີ້ ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາສອງ​ຄົນ ຜູ້​ໄດ້​ເຮັດ​ຕາມຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເລື່ອງ​ການ​ເຍືອງ​ທາງ. ເມື່ອບໍ່​ດົນ​ມານີ້ ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ຊື່ແຄວິນ ໄດ້​ນັ່ງ​ຮັບ​ປະ​ທານ​ອາ​ຫານ ຢູ່​ທາງ​ຂ້າງ​ຂອງ​ຫົວ​ໜ້າ​ທຸ​ລະ​ກິດ​ໃຫຍ່​ຄົນ​ໜຶ່ງ. ລາວເປັນ​ຫ່ວງບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ​ລະ​ຫວ່າງ​ສອງ​ຊົ່ວ​ໂມງນັ້ນ. ຫລັງ​ຈາກ​ໄດ້​ຮັບ​ການ​ກະ​ຕຸ້ນ, ແຄວິນ ໄດ້​ຖາມ​ວ່າ, “ບອກ​ຂ້ອຍ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເຈົ້າ​ໄດ້​ບໍ. ເຂົາ​ເຈົ້າ​ມາ​ຈາກ​ໃສ?”

ຊາຍ​ຄົນ​ນັ້ນບໍ່​ຮູ້​​ຫຍັງ​ຫລາຍ​ກ່ຽວ​ກັບ​ເຊື້ອ​ສາຍ, ສະ​ນັ້ນແຄວິນຈຶ່ງ​ໄດ້​ເອົາ​ມື​ຖືຂອງ​ລາວ​ອອກ​ມາ, ເວົ້າ​ວ່າ, “ຂ້ອຍ​ມີ​ແອພ ທີ່​ເຊື່ອມ​ຕໍ່​ຜູ້​ຄົນ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັນ. ໃຫ້​ພວກເຮົາ​​ເບິ່ງວ່າ ພວກ​ເຮົາ​ຊິ​ຊອກ​ເຫັນ​ຫຍັງ​ແດ່.”

ຫລັງ​ຈາກ​ໄດ້​ເວົ້າ​ລົມ​ກັນ​ດົນ​ເຕີບ, ເພື່ອນ​ໃໝ່​ຂອງແຄວິນໄດ້​ຖາມ​ວ່າ, “ເປັນ​ຫຍັງ​ຄອບ​ຄົວ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ເຈົ້າ?”

ແຄວິນ​ພຽງ​ຕອບ​ວ່າ, “ພວກ​ເຮົາ​ເຊື່ອ​ວ່າ ພວກ​ເຮົາ​ຈະ​ມີ​ຊີ​ວິດ​ຕໍ່​ໄປ​ຫລັງ​ຈາກ​ພວກ​ເຮົາ​ຕາຍ. ຖ້າ​ຫາກ​ພວກ​ເຮົາ​ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາເຫັນ ແລະ ເອົາ​ລາຍ​ຊື່​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ສະ​ຖານ​ທີ່​ສັກ​ສິດ ເອີ້ນ​ວ່າ​ພຣະ​ວິ​ຫານ, ແລ້ວ​ພວກ​ເຮົາ​ຈະ​ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ແຕ່​ງງານ ທີ່​ຈະ​ຊ່ວຍ​ຄອບ​ຄົວ​ໃຫ້​ຢູ່​ນຳ​ກັນ ແມ່ນ​ແຕ່​ຫລັງ​ຈາກ​ຄວາມ​ຕາຍ.”7

ແຄວິນໄດ້​ເລີ່ມ​ຕົ້ນ​ດ້ວຍ​ສິ່ງ​ທີ່​ລາວ ແລະ ເພື່ອນ​ໃໝ່​ຂອງ​ລາວ​ມີ​ຄື​ກັນ. ແລ້ວ​ລາວ​ພົບ​ເຫັນ​ວິ​ທີ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເລື່ອງ​ທີ​ສອງ​ແມ່ນ​ກ່ຽວ​ກັບ​ນາງແອວລາ, ນັກ​ກິ​ລາ​ຫລິ້ນ​ບານ​ບ້ວງ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ໜຶ່ງ. ຕົວ​ຢ່າງ​ຂອງ​ນາງ​ໄດ້​ເລີ່ມ​ຕົ້ນ​ຕອນ​ນາງ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ສອນ​ສາດ​ສະ​ໜາ ຂະ​ນະ​ທີ່​ນາງ​ກິນນອນ​ຢູ່​ໂຮງ​ຮຽນ. ນາງ​ໄດ້​ເລືອກ​ເປີດ​ຊອງ​ຢູ່​ຕໍ່​ໜ້າ​ທີມ​ຂອງ​ນາງ. ເຂົາ​ເຈົ້າ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ບໍ່​ເຂົ້າ​ໃ​ຈ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ນາງແອວ​ລາ ທີ່​ຈະ​ຮັບ​ໃຊ້. ນາງ​ໄດ້​ອະ​ທິ​ຖານ​​ຫລາຍ​ເທື່ອ ເພື່ອ​ຈະ​ໄດ້​ຮູ້ຈັກ​ວິ​ທີ​ອະທິ​ບາຍ​ການ​ເອີ້ນ​ຂອງ​ນາງ ໃນ​​ທາງ​ທີ່​ທີມ​ຂອງ​ນາງ​ຈະຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ. ຄຳ​ຕອບ​ຂອງ​ນາງ​ເປັນ​ແບບ​ໃດ?

“ຂ້ອຍ​ໄດ້​ເຮັດ​ວິ​ດີ​ໂອ​ບັນ​ຍາຍ,” ນາງແອວ​ລາເວົ້າ, “ເພາະ​ຂ້ອຍ​ເປັນ​ຄົນ​ເທ້.” ນາງ​ໄດ້​ບອກ​ເຂົາ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ໄປ​ໄດ້​ຂອງ​ການ​ຮັບ​ໃຊ້ ໃນ​ໜຶ່ງ​ຂອງ​ເຂດ​ເຜີຍ​ແຜ່ ​ຫລາຍກວ່າ 400 ແຫ່ງ ແລະ ອາດ​ຈະ​ໄດ້​ຮຽນ​ພາ​ສາ​ນຳ​ອີກ. ນາງ​ໄດ້​ເນັ້ນ​ກ່ຽວ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ສິບ​ພັນ​ຄົນ ທີ່​ກຳ​ລັງ​ຮັບ​ໃຊ້​ຢູ່. ນາງແອວ​ລາໄດ້​ສະ​ຫລຸບ​ດ້ວຍ​ຮູບພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກ່າວປະ​ຈັກ​ພະ​ຍານ​ອັນ​ສັ້ນໆ​ວ່າ: “ການ​ຫລິ້ນ​ບານບ້ວງ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ຍ້າຍ​ຂ້າມ​ປະ​ເທດ ແລະ ໄດ້​ຈາກ​ຄອບ​ຄົວ​ຂອງ​ຂ້ອຍ​ມາ ເພື່ອ​ມາ​ຫລິ້ນໃຫ້​ຫົວ​ໜ້າ​ທີມ​ຜູ້ນີ້ ແລະ ຫລິ້ນ​ກັບ​ທີມນີ້. ສອງ​ຢ່າງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ຂ້ອຍ ຫລາຍກວ່າ​ການ​ຫລິ້ນ​ບານ​ບ້ວງ ແມ່ນ​ສັດ​ທາ ແລະ ຄອບ​ຄົວ​ຂອງ​ຂ້ອຍ.”8

ບັດ​ນີ້, ຖ້າ​ຫາກ​ທ່ານ​ຄິດ​ວ່າ, “ສິ່ງ​ເຫລົ່າ​ນີ້​ເປັນ​ຕົວ​ຢ່າງ ທີ່​ມີ​ພະ​ລັງ 1,000-ວັດ, ແຕ່​ຂ້າ​ພະ​ເຈົ້າ​ເປັນ​ພຽງ​ດອກ​ໄຟ 20-ວັດ ເທົ່າ​ນັ້ນ,” ຈົ່ງ​ຈື່​ຈຳ​ໄວ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເປັນ​ພະ​ຍານ​ວ່າ, “ເຮົາ​ຄື​ຄວາມ​ສະ​ຫວ່າງ ຊຶ່ງ​ເຈົ້າ​ຈະ​ຍົກ​ຂຶ້ນ.”9 ພຣະ​ອົງ​ເຕືອນ​ບອກ​ເຮົາ​ວ່າ ພຣະ​ອົງ​ຈະ​ສ່ອງ​ແສງ ຖ້າ​ເຮົາ​ພຽງ​ແຕ່​ຊີ້​ທາງ​ໃຫ້​ຄົນ​ອື່ນ​ໄປ​ຫາ​ພຣະ​ອົງ.

ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ຫວ່າງ​​ຫລາຍພໍ​ທີ່​ຈະ​ແບ່ງ​ປັນ ໃນ​ເວ​ລານີ້. ເຮົາ​ສາ​ມາດ​ເຍືອງ​ທາງ​ໃຫ້​ບາດ​ກ້າວ​ໜຶ່ງ ເພື່ອ​ຊ່ວຍ​ບາງ​ຄົນ​ໃຫ້​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ, ແລະ ແລ້ວ​ບາດ​ກ້າວ​ຕໍ່​ໄປ, ແລະ ຕໍ່ໆ​ໄປ.

ໃຫ້​ຖາມ​ຕົວ​ເອງວ່າ, “ໃຜ​ຕ້ອງ​ການ​ຄວາມ​ສະ​ຫວ່າງທີ່​ທ່ານ​ມີ ເພື່ອ​ຈະ​ໄດ້​ເຫັນ​ເສັ້ນ​ທາງ ທີ່​ເຂົາ​ເຈົ້າ​ຕ້ອງ​ການ ແຕ່ບໍ່​ສາ​ມາດ​ຫລຽວ​ເຫັນ?”

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ຫຍັງ​ການ​ເຍືອງ​ແສງ ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ວ່າ “ຍັງ​ມີ​ຫລາຍ​ຄົນ​ຢູ່ເທິງ​ແຜ່ນ​ດິນ​ໂລກນີ້ … ຜູ້​ທີ່​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.”10 ເຮົາ​ສາ​ມາດ​ຊ່ວຍ​ໄດ້. ເຮົາ​ສາ​ມາດ​ຕັ້ງ​ໃຈ​ເຍືອງ​ແສງ ເພື່ອ​ວ່າ​ຄົນ​ອື່ນ​ຈະ​ສາ​ມາດ​ຫລຽວ​ເຫັນ. ເຮົາ​ສາ​ມາດ​ເຊື້ອ​ເຊີນ.11 ເຮົາ​ສາ​ມາດ​ເດີນ​ໄປ​ໃນ​ເສັ້ນ​ທາງ​ກັບ​ຜູ້​ທີ່​ກ້າວ​ເດີນ​ໄປ​ຫາພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ບໍ່​ວ່າ​ຈະ​ລຳ​ບາກ​ປານ​ໃດ​ກໍ​ຕາມ. ເຮົາ​ສາ​ມາດ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ ແມ່ນ​ແຕ່​ເລັກ​ນ້ອຍກໍ​ຕາມ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ກະ​ຕຸ້ນ​ເຮົາ​ໃຫ້​ຮູ້​ຈັກ​ສິ່ງ​ທີ່​ຈະ​ເວົ້າ ແລະ ຈະ​ເຮັດ. ຄວາມ​ພະ​ຍາ​ຍາມນັ້ນ​ອາດ​ຮຽກ​ຮ້ອງ​ເຮົາ​ໃຫ້​ກ້າວ​ອອກ​ຈາກ​ເຂດ​ທີ່​ເຮົາ​ສະ​ບາຍ​ໃຈ, ແຕ່​ເຮົາ​ສາ​ມາດ​ໝັ້ນ​ໃຈ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​​ເຍືອງແສງ.

ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ສືບ​ຕໍ່​ນຳ​ພາ​ສາດ​ສະ​ໜາ​ຈັກ ຜ່ານ​ທາງ​ການ​ເປີດ​ເຜີຍ.

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືໂຄມ​ໄຟ

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນທີ່​ຢູ່​ອ້ອມ​ຮອບ​ເຮົາ. ໃຫ້ຊອກ​ຫາ​ວິ​ທີ ແລະ ອະ​ທິ​ຖານ ເພື່ອ​ຫາ​ໂອ​ກາດ​ເຍືອງ​ແສງ ໃຫ້ຄົນ​ອື່ນ​ສາ​ມາດ​ຫລຽວ​ເຫັນ​ເສັ້ນ​ທາງ​ທີ່​ພາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ. ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ແມ່ນ​ຍິ່ງ​ໃຫຍ່: “ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”12 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເປັນ​ທາງນັ້ນ, ເປັນຄວາມ​ຈິງ, ເປັນຊີ​ວິດ,​ ເປັນຄວາມ​ສະ​ຫວ່າງ, ແລະ ເປັນຄວາມ​ຮັກ​ຂອງ​ໂລກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.