​2010–2019
ວຽກ​ງານ​ເຜີຍ​ແຜ່: ການ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ຢູ່​ໃນ​ໃຈ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ວຽກ​ງານ​ເຜີຍ​ແຜ່: ການ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ຢູ່​ໃນ​ໃຈ

ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ ຢູ່​ໃນ​ໂລກນີ້, ທ່ານມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ ທີ່​ຈະ​ແບ່ງ​ປັນ​ຂ່າວ​ປະ​ເສີດ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເດືອນ​ແລ້ວນີ້ ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ຮັບ​ເຊີນ​ຈາກ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ປະ​ທານ​ຣະໂຊ ເອັມ ແນວສັນ, ໃຫ້​ເດີນ​ທາງ​ໄປ​ກັບ​ເພິ່ນ ເພື່ອ​ໄປ​ອຸ​ທິດ​ພຣະ​ວິ​ຫານ ໂຣມ ອີຕາລີ. ຂະ​ນະ​ທີ່​ເດີນ​ທາງ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ອັກ​ຄະ​ສາ​ວົກ​ໂປ​ໂລ ແລະ ເຖິງ​ການ​ເດີນ​ທາງ​ຂອງ​ເພິ່ນ. ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ຫາ ກຸງ​ໂຣມ, ຄົງ​ໃຊ້​ເວ​ລາ​ປະ​ມານ 40 ວັນ. ປະ​ຈຸ​ບັນ​ນີ້, ຖ້າ​ຂີ່​ຍົນ​ທີ່​ຂ້າ​ພະ​ເຈົ້າ​ມັກ​, ຄົງ​ໃຊ້​ເວ​ລາ​ພຽງ​ແຕ່ 3 ຊົ່ວ​ໂມງ​ເທົ່າ​ນັ້ນ.

ນັກ​ປາດ​ອາ​ຈານ​ທີ່​ສຶກ​ສາ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເຊື່ອ​ວ່າ ໂປ​ໂລ​ໄດ້​ຢູ່​ໃນ​ກຸງ​ໂຣມ ຕອນ​ເພິ່ນ​ຂຽນ​ຈົດ​ໝາຍ​ຫລາຍ​ສະ​ບັບ​ຂອງ​ເພິ່ນ, ຊຶ່ງ​ຈົດ​ໝາຍ​ເຫລົ່າ​ນັ້ນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເວ​ລານັ້ນ ແລະ ໃນ​ປະ​ຈຸ​ບັນ​ນີ້​ນຳ​ອີກ.

ໂປ​ໂລ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ບູ​ຮານ, ໄພ່​ພົນ​ຍຸກ​ກ່ອນ, ຮູ້​ກ່ຽວ​ກັບການ​ເສຍ​ສະ​ລະ​ເປັນ​ຢ່າງ​ດີ. ຫລາຍ​ຄົນ​ໄດ້​ຖືກ​ຂົ່ມ​ເຫັງ​ຢ່າງ​ໜັກ, ແມ່ນ​ແຕ່​ເຖິງ​ແກ່​ຄວາມ​ຕາຍ.

ໃນ 200 ປີ​ຜ່ານ​ມາ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກທີ່​​​ຟື້ນ​ຟູຂອງ​ພຣະ​ເຢ​ຊູ​ຄຣິດ, ໄພ່​ພົນ​ຍຸກ​ສຸດ​ທ້າຍ, ກໍ​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ ໃນ​ຫລາຍ​ຮູບ​ແບບ​ຄື​ກັນ. ແຕ່​ເຖິງ​ແມ່ນ​ມີ​ການ​ຂົ່ມ​ເຫັງ​ເຊັ່ນ​ນັ້ນ (ແລະ ບາງ​ເທື່ອ​ເປັນ​ເພາະສິ່ງນັ້ນ), ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍຍັງ​ສືບ​ຕໍ່​ເຕີບ​ໂຕ ແລະ ປະ​ຈຸ​ບັນ​ນີ້ ມີ​ຢູ່​ຕະ​ຫລອດ​ທົ່ວ​ໂລກ.

ມີ​ຫລາຍ​ສິ່ງ​ທີ່​ຕ້ອງ​ເຮັດ

ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ເຮົາ​ຈະ​ອົບ​ເຂົ້າ​ໜົມ​ເຄັກ, ຫວ່ານ​ເຈ້ຍ​ໃບ​ປິວ, ແລະ ຍິນ​ດີ​ກັບ​ຕົວ​ເອງ ໃນ​ຄວາມ​ສຳ​ເລັດ​ຜົນ​ກ່ຽວ​ກັບ​ເລື່ອງນີ້, ມັນ​ຈະ​ເປັນ​ການດີ ຖ້າ​ຫາກ​ເຮົາ​ເຂົ້າ​ໃຈ​ຄວາມ​ເຕີບ​ໂຕ ແລະ ຄວາມ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ເສຍ​ກ່ອນ.

ຢູ່​ໃນ​ໂລກນີ້ ມີ​ພົນ​ລະ​ເມືອງ​ຢູ່​ປະ​ມານ ເຈັດ​ພັນ​ລ້ານ​ຄົນກວ່າໆ, ເມື່ອ​ປຽບ​ທຽບ​ໃສ່​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ 16 ລ້ານ​ຄົນ​ແລ້ວ—ສາດ​ສະ​ໜາ​ຈັກ​ມີ​ສະ​ມາ​ຊິກ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ.1

ໃນ​ເວ​ລາ​ດຽວ​ກັນ, ຊາວ​ຄຣິດ ຢູ່​ໃນ​ບາງ​ພາກ​ສ່ວນ​ຂອງ​ໂລກ ກໍ​ມີ​ຈຳ​ນວນ​ໜ້ອຍກວ່າ​ເກົ່າ.2

ແມ່ນ​ແຕ່​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ທີ່ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ໂດຍ​ທົ່ວ​ໄປ​ແລ້ວ ເຖິງ​ແມ່ນມີ​ສະ​ມາ​ຊິກ​ເພີ່ມ​ຂຶ້ນ​ເລື້ອຍໆ—ແຕ່​ກໍ​ຍັງ​ມີ​ຫລາຍ​ຄົນ ທີ່ບໍ່​ທວງ​ເອົາ​ພອນຂອງ​ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ປະ​ຈຳ.

ໃນ​ອີກ​ຄຳ​ໜຶ່ງ, ບໍ່​ວ່າ​​ທ່ານຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ ຢູ່​ໃນ​ໂລກນີ້, ທ່ານມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ ທີ່​ຈະ​ແບ່ງ​ປັນ​ຂ່າວ​ປະ​ເສີດ3 ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ຜູ້​ຄົນ​ທີ່​ທ່ານ​ພົບ​ເຫັນ, ສຶກ​ສາກັບ, ແລະ ຢູ່ກັບ ຫລື ທຳ​ງານ​ກັບ ຫລື ຄົບ​ຫາ​ສະ​ມາ​ຄົມ​​ດ້ວຍ.

ປີກາຍນີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ທີ່​ໜ້າ​ຕື່ນ​ເຕັ້ນ ໃນ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ຫລວງ​ຫລາຍ ກັບ​ກິດຈະ​ກຳ​ເຜີຍ​ແຜ່​ຂອງ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ມັກ​ໄຕ່​ຕອງ ແລະ ອະ​ທິ​ຖານ​ສະ​ເໝີ ກ່ຽວ​ກັບ​ສິ່ງທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂໍ​ຮ້ອງໃຫ້ສາ​ນຸ​ສິດ​ຂອງ​ພຣະ​ອົງເຮັດ—ເຮົາ, ລູກ​ຂອງ​ພຣະ​ອົງ—ທີ່​​ວ່າ “ເຫດ​ສະ​ນັ້ນ, ພວກ​ເຈົ້າ​ຈົ່ງ​ອອກ​ໄປ, ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ສາ​ນຸ​ສິດ, ໃຫ້​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”4

ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຕອບ​ຄຳ​ຖາມນີ້ “ເຮົາ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ຈະ​ສາ​ມາດເຮັດ​ຕາມ​ຄຳ​ຮຽກ​ຮ້ອງນັ້ນ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ໄດ້​ແນວ​ໃດ?”

ມື້ນີ້ ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄຕ່​ຕອງ ຄຳ​ຖາມ​ອັນ​ດຽວ​ກັນ​ນີ້ຢູ່​ໃນ​ໃຈ ແລະ ໃນຄວາມ​ຄິດ​ຂອງ​ທ່ານ.5

ຂອງ​ປະ​ທານ​ສຳ​ລັບ​ວຽກ​ງານ​ເຜີຍ​ແຜ່

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ເນັ້ນ​ໜັກ​ຄຳ​ຮຽກ​ຮ້ອງນີ້​ສະ​ເໝີ​ມາ ທີ່​ວ່າ “ສະ​ມາ​ຊິກ​ທຸກ​ຄົນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ!” ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ມາ​ແລ້ວ.6

ສະ​ມາ​ຊິກ​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ—ທັງ​ໃນ​ອະ​ດີດ ແລະ ໃນ​ປະ​ຈຸ​ບັນ—ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ມີ​ຄວາມ​ຊື່ນ​ຊົມ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນໃຫ້​ກັບ​ໝູ່​ເພື່ອນ ແລະ ຄົນ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ. ຫົວ​ໃຈ​ຂອງ​ເຂົາ​ເຈົ້າຮ້ອນ​ຮົນ​ໄປດ້ວຍ​ປະ​ຈັກ​ພະ​ຍານ​ເຖິງພຣະ​ເຢ​ຊູ​ຄຣິດ, ແລະ ເຂົາ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ຊື່ນ​ຊົມ​ຄື​ກັນ​ກັບ​ເຂົາ​ເຈົ້າ ທີ່​ພົບ​ເຫັນ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ສະ​ມາ​ຊິກ​ບາງ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ເບິ່ງ​ຄື​ວ່າ​ມີ​ຂອງ​ປະ​ທານນີ້. ເຂົາ​ເຈົ້າ​ມັກເປັນ​ຜູ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ເຂົາ​ເຈົ້າ​ຮັບ​ໃຊ້ ແລະ ນຳ​ພາ​ວຽກ​ງານ​ເຜີຍ​ແຜ່​ຢ່າງ​ກ້າ​ຫານ ແລະ ດ້ວຍ​ຄວາມ​ຍິນ​ດີ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ມີ​ບາງ​ຄົນ​ໃນ​ໝູ່​ພວກ​ເຮົາທີ່ຍັງ​ລັງ​ເລ​ໃຈ​ຢູ່. ເມື່ອ​ວຽກ​ງານ​ເຜີຍ​ແຜ່​ຖືກ​ສົນ​ທະ​ນາ​ຢູ່​ໃນ​ການ​ປະ​ຊຸມ​ໂບດ, ຜູ້​ຄົນ​ມັກ​ກົ້ມ​ຫົວ​ລົງ ແນມ​ເບິ່ງ​ຕ່ຳໆ, ຈ້ອງມອງ​ຢູ່​ໜ້າ​ປຶ້ມ​ພຣະ​ຄຳ​ພີ ຫລື ຫລັບ​ຕາ​ນັ່ງ​ສະ​ມາ​ທິ​ຢູ່ ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ສົບ​ຕາ ກັບ​ສະ​ມາ​ຊິກ​ຄົນ​ອື່ນໆ.

ເປັນ​ຫຍັງ​ຈຶ່ງ​ເຮັດແນວນັ້ນ? ບາງ​ທີ​ເຮົາ​ອາດ​ຮູ້​ສຶກ​ຜິດ ທີ່ບໍ່​ໄດ້​ເຮັດ​ຫລາຍກວ່າ​ໃນ​ການແ​ບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ບາງ​ທີ​ເຮົາ​ຮູ້​ສຶກບໍ່​ແນ່ນອນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເຮັດ​. ຫລື ເຮົາ​ຮູ້​ສຶກ​ຢ້ານ​ກົວທີ່​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຮູ້​ສຶກບໍ່​ສະ​ບາຍ​ໃຈ.

ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໃຈເລື່ອງນີ້​ດີ.

ແຕ່​ຈົ່ງ​ຈຳ​ໄວ້​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເຄີຍ​ຂໍ​ໃຫ້​ເຮົາ​ເຮັດ​ການ​ເຜີຍ​ແຜ່ດ້ວຍ​ຄວາມ​ຊຳ​ນານ ແລະ ຢ່າງບໍ່​ມີ​ຂໍ້​ບົກ​ຜ່ອງ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈທີ່​ເຕັມ​ໃຈ.7

ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ວຽກ​ງານ​ເຜີຍ​ແຜ່​ດ້ວຍ​ຄວາມ​ຊື່ນ​ຊົມ​ຢູ່​ແລ້ວ, ຂໍ​ໃຫ້​ເຮັດ​ຕໍ່​ໄປ, ແລະ ຢືນ​ເປັນ​ຕົວ​ຢ່າງໃຫ້​ກັບ​ຄົນ​ອື່ນ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ.

ແຕ່​ຖ້າ​ຫາກ​ທ່ານ​ຮູ້​ສຶກວ່າ ທ່ານ​ຊັກຊ້າ​ຢູ່ ເລື່ອງ​ການ​ແບ່ງ​ປັນ​ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ​ໃຫ້​ເຮັດ​ຫ້າ​ຢ່າງ​ທີ່ບໍ່​ຕ້ອງ​ຮູ້​ສຶກ​ຜິດ ຊິ​ໄດ້​ບໍ ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ເພື່ອເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ?

ຄຳ​ແນະ​ນຳ​ທີ່​ລຽບ​ງ່າຍ​ຫ້າ​ຢ່າງ

ໜຶ່ງ, ເຂົ້າ​ໃກ້​ຊິດ​ພຣະ​ເຈົ້າ. ພຣະ​ບັນ​ຍັດ​ຂໍ້​ໃຫຍ່ຄື ໃຫ້​ຮັກ​ພຣະ​ເຈົ້າ.8 ນີ້​ຄື​ເຫດ​ຜົນ​ຕົ້ນ​ຕໍ ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ສູ່​ໂລກນີ້. ໃຫ້​ຖາມ​ຕົວ​ເອງວ່າ, “ເຮົາ​ເຊື່ອ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແທ້ໆ​ບໍ?”

“ເຮົາ​ຮັກ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງຢູ່​ບໍ?”

ເມື່ອ​ທ່ານ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ທ່ານກໍ​ຈະ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ຄົນ​ອື່ນ​ຈະ​ສັງ​ເກດ​ເຫັນ​ວ່າ ມີ​ບາງ​ຢ່າງ​ພິ​ເສດ​ກ່ຽວ​ກັບ​ທ່ານ. ແລະ ເຂົາ​ເຈົ້າຈະ​ຖາມ​ກ່ຽວ​ກັບ​​ຄວາມ​ພິ​ເສດນັ້ນ.

ສອງ, ໃຫ້​ຫົວ​ໃຈ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ. ນີ້​ຄືພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ທີ່​ຍິ່ງ​ໃຫຍ່.9 ພະ​ຍາ​ຍາມ​​ເຫັນຄົນ​ອື່ນ​ຢ່າງ​ແຈ້ງ​ຊັດ ທີ່​ຢູ່​ອ້ອມ​ຮອບ​ທ່ານ ວ່າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ—ບໍ່​ວ່າ​ເຂົາ​ເຈົ້າ​ຖືກມອບ​ໃຫ້​ທ່ານ​ດູ​ແລ ຫລືບໍ່​ກໍ​ຕາມ.

ຫົວ​ນຳ​ເຂົາ​ເຈົ້າ. ປິ​ຕິ​ຍິນ​ດີ​ນຳ​ເຂົາ​ເຈົ້າ. ໄຫ້​ນຳ​ເຂົາ​ເຈົ້າ. ນັບ​ຖື​ເຂົາ​ເຈົ້າ. ປິ່ນ​ປົວ, ເຊີດ​ຊູ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ.

ມຸ່ງ​ໝັ້ນ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ເໝືອນ​ພຣະ​ຄຣິດ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ—ແມ່ນ​ແຕ່​ຜູ້ທີ່​ເຮັດ​ສິ່ງບໍ່​ດີ​ກັບ​ທ່ານ, ຫົວ​ເຍາະ​ເຍີ້ຍ​ທ່ານ ແລະ ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຄວາມ​ເຈັບ​ປວດ. ຮັກ​ເຂົາ​ເຈົ້າ ແລະ ເຮັດ​ກັບ​ເຂົາ​ເຈົ້າ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ສາມ, ມຸ່ງ​ໝັ້ນ​ໃນ​ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສານຸ​ສິດ. ເມື່ອ​ທ່ານມີ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ລູກໆ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ​ເທົ່າ​ໃດ, ທ່ານກໍ​ຈະ​ຕັ້ງ​ໃຈເຮັດຕາມ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ທ່ານຮຽນ​ຮູ້​ກ່ຽວ​ກັບ​ວິ​ທີ​ທາງ​ຂອງ​ພຣະ​ອົງ ໂດຍ​ການ​ຊື່ນ​ຊົມດ້ວຍ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ການ​ເຊື່ອ​ຟັງ ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ໃນ​ປະ​ຈຸ​ບັນ. ທ່ານຈະ​ມີ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ກ້າ​ຫານ​ຫລາຍ​ຂຶ້ນ ທີ່​ຈະ​ເຮັດ​ຕາມ​ວິ​ທີ​ທາງ​ຂອງ​ພຣະ​ອົງ ເມື່ອ​ເຮົາ​ສື່​ສານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ດ້ວຍ​ໃຈ​ທີ່​ສອນ​ງ່າຍ ແລະ ອ່ອນ​ນ້ອມ.

ການເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ຕ້ອງ​ມີ​ການ​ເຝິກ​ຫັດ—ທຸກວັນ, ເທື່ອ​ລະເລັກ ເທື່ອ​ລະ​ນ້ອຍ, ພຣະ​ຄຸນ​ແທນ​ພຣະ​ຄຸນ,10 “ເທື່ອ​ລະ​ແຖວ.”11 ບາງ​ເທື່ອ​ສອງ​ບາດ​ກ້າວໄປ​ໜ້າ ແລະ ໜຶ່ງ​ບາດກ້າວ​ຄືນ​ຫລັງ.

ສິ່ງ​ທີ່​ສຳ​ຄັນ​ແມ່ນ ​ທ່ານ​ບໍ່​ທໍ້​ຖອຍ; ພະ​ຍາ​ຍາມ​ເຮັດ​ໃຫ້​ຖືກ​ຕ້ອງ. ໃນ​ທີ່​ສຸດ​ທ່ານຈະ​ກັບ​ກາຍ​ດີ​ຂຶ້ນ, ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ, ແລະ ມີ​ຄວາມ​ກະ​ຕື​ລື​ລົ້ນ ຫລາຍກວ່າ​ເກົ່າ. ການ​ເວົ້າ​ລົມ​ນຳ​ຄົນ​ອື່ນ​ກ່ຽວ​ກັບ​ສັດ​ທາ​ຂອງ​ທ່ານ ຈະ​ກາຍ​ເປັນເລື່ອງ​ທຳ​ມະ​ດາ ແລະ ປົກ​ກະ​ຕິ. ຕາມ​ຈິງ​ແລ້ວ, ພຣະ​ກິດ​ຕິ​ຄຸນ​ຈະ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ແລະ ມີ​ຄ່າ ໃນ​ຊີ​ວິດ​ຂອງ​ທ່ານ ຈົນ​​ທ່ານ​ຮູ້​ວ່າ ມັນ ຜິດ ປົກ​ກະ​ຕິ ຖ້າ​ທ່ານບໍ່​ໄດ້​ເວົ້າ​ກ່ຽວ​ກັບ​ມັນ ນຳ​ຜູ້​ຄົນ. ສິ່ງນີ້​ອາດບໍ່​ເກີດ​ຂຶ້ນ​ທັນ​ທີ—ມັນ​ເປັນ​ຄວາມ​ພະ​ຍາ​ຍາມ​ໄປ​ຕະ​ຫລອດ​ຊີ​ວິດ. ແຕ່​ມັນ​ຈະ​ເກີດ​ຂຶ້ນ!

ສີ່, ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ຢູ່​ໃນ​ໃຈ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຂໍໃຫ້​ທ່ານ​ຢືນ​ຢູ່​ຕາມ​ແຈ​ຖະ​ໜົນ​ຫົນ​ທາງ ພ້ອມ​ກັບເຄື່ອງ​ກະ​ຈາຍ​ສຽງ ແລະ ຮ້ອງ​ປ່າວ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຂໍ​ຈາກ​ທ່ານ​ແມ່ນ ໃຫ້​ຊອກ​ຫາ​ໂອ​ກາດ​ສະ​ເໝີ ທີ່​ຈະ​ສະ​ແດງ​ສັດ​ທາ​ຂອງ​ທ່ານ ໃນ​ວິ​ທີ​ທາງ​ແບບ​ປົກ​ກະ​ຕິ ແລະ ທຳ​ມະ​ດາ ກັບ​ຜູ້​ຄົນ—ແບບ​ຢູ່​ນຳ​ກັນ​ຕໍ່​ໜ້າ ຫລື ທາງ​ອອນ​ລາຍ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ “ຢືນ​ເປັນ​ພະ​ຍານ”12 ເຖິງພະ​ລັງ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ທຸກ​ເວ​ລາ—ແລະ ເມື່ອ​ໃດ​ຈຳ​ເປັນ, ໃຫ້​ໃຊ້​ຄຳ​ເວົ້າ.13

ເພາະ “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ … ເປັນ​ອຳ​ນາດຂອງ​ພຣະ​ເຈົ້າ ໄປ​ສູ່​ຄວາມ​ລອດ,” ເຮົາ​ຈຶ່ງ​ສາ​ມາດ​ມີ​ຄວາມ​ໝັ້ນ​ໃຈ, ຄວາມກ້າ​ຫານ, ແລະ ຄວາມຖ່ອມ​ຕົວ ຂະ​ນະ​ທີ່​ທ່ານແບ່ງ​ປັນ​ມັນ.14 ຄວາມ​ໝັ້ນ​ໃຈ, ຄວາມ​ກ້າ​ຫານ, ແລະ ຄວາມ​ຖ່ອມ​ຕົວ ອາດເບິ່ງ​ຄື​ວ່າເປັນຄຸນ​ສົມ​ບັດ​ທີ່​ຂັດ​ແຍ້ງ​ກັນ, ແຕ່​ມັນ​ບໍ່​ໄດ້​ເປັນ​ແນວນັ້ນ. ມັນ​ສະ​ທ້ອນ​ເຖິງ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່ວ່າ ຢ່າ​ເອົາ​ກະ​ບຸງ​ປົກ​ປິດຄຸນ​ຄ່າພຣະ​ກິດ​ຕິ​ຄຸນ​ ແລະ ຫລັກ​ທຳໄວ້ ແຕ່​ໃຫ້​ຄວາມສະ​ຫວ່າງ​ຂອງ​ທ່ານສ່ອງ​ແຈ້ງ, ເພື່ອ​ວ່າ​ຜູ້​ຄົນ​ຈະ​ເຫັນ​ວຽກ​ງານ​ດີ​ຂອງ​​ທ່ານ ແລະ ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ທ່ານ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.15

ມັນ​ມີ​ຫລາຍ​ວິ​ທີ​ທີ່​ທຳ​ມະ​ດາ ແລະ ປົກ​ກະ​ຕິ ໃນ​ການ​ເຮັດ​ສິ່ງນີ້, ຈາກ​ການ​ກະ​ທຳ​ດ້ວຍ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ທຸກວັນ ຈົນ​ເຖິງ ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວໃນ​ຢູທູບ, ເຟດບຸກ, ອິນສະຕາແກຼມ, ຫລື ທວີດເຕີ ຈົນເຖິງ​ການ​ສົນ​ທະ​ນາ​ແບບລຽບ​ງ່າຍ​ກັບ​ຜູ້​ຄົນ​ທີ່​ທ່ານພົບ​ເຫັນ. ປີນີ້​ເຮົາ​ຮຽນ​ຈາກ​ພຣະ​ຄຳ​ພີ​ໃໝ່ ໃນ​ບ້ານ​ເຮືອນ​ຂອງ​ເຮົາ ແລະ ໃນ​ໂຮງ​ຮຽນ​ວັນ​ອາ​ທິດ. ມັນ​ເປັນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ເຊື້ອ​ເຊີນ​ໝູ່​ເພື່ອນ ແລະ ເພື່ອ​ນບ້ານ​ໃກ້​ຄຽງ​ໄປ​ໂບດ ແລະ ໄປ​ຫລິ້ນ​ເຮືອນ​ທ່ານ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ທ່ານ. ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ກ່ຽວ​ກັບ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ບ່ອນ​ທີ່​ເຂົາ​ເຈົ້າ​ສາ​ມາດ​ຊອກ​ພົບ ຈົ່ງ​ຕາມ​ເຮົາ​ມາ. ຖ້າ​ຫາກ​ທ່ານ​ຮູ້​ຈັກ​ຊາວໜຸ່ມ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ໃຫ້​ເອົາ​ປຶ້ມ​ນ້ອຍ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ໃຫ້​ເຂົາ​ເຈົ້າ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ໄປ​ເບິ່ງ ວິ​ທີ​ທີ່​ຊາວໜຸ່ມ​ຂອງ​​ພວກເຮົາ​ມຸ່ງ​ໝັ້ນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​​ຄຳ​ສອນ​ເຫລົ່າ​ນັ້ນ.

ຖ້າ​ຫາກ​ມີຄົນ​ຖາມ​ກ່ຽວ​ກັບ​ທ້າຍ​ສັບ​ປະ​ດາ​ຂອງ​ທ່ານ, ຢ່າ​ລັງ​ເລ​ໃຈ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ​ຢູ່​ທີ່​ໂບດ ໃຫ້​ເຂົາ​ເຈົ້າ​ຟັງ. ບອກ​ກ່ຽວ​ກັບ​ເດັກ​ນ້ອຍ ຜູ້​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ມາ​ຮ່ວມ​ກອງ​ປະ​ຊຸມ ແລະ ຮ້ອງ​ເພງ​ດ້ວຍ​ຄວາມ​ກ້າ​ຫານ ເຖິງວິ​ທີ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ. ບອກ​ກ່ຽວ​ກັບ​ກຸ່ມ​ຊາວ​ໜຸ່ມ ຜູ້​ໃຊ້​ເວ​ລາ​ຊ່ວຍ​ເຫລືອ​ຜູ້​ອາ​ວຸ​ໂສ ຢູ່​ເຮືອນ​ພັກ​ຄົນ​ແກ່ ເພື່ອ​ຮວບ​ຮວມ​ປະ​ຫວັດ​ສ່ວນ​ຕົວ. ບອກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຕາ​ຕະ​ລາງກອງ​ປະ​ຊຸມ​ໂບດເມື່ອບໍ່​ດົນ​ມາ​ນີ້ ແລະ ເຖິງວິ​ທີ​ທີ່​ມັນ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ. ຫລື ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເນັ້ນ​ໜັກ​ວ່າ ນີ້​ຄືສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ເຮົາ​ເປັນ ໄພ່​ພົນ, ຍຸກ​ສຸດ​ທ້າຍ, ຄື​ກັນ​ກັບ​ສາດ​ສະ​ໜາ​ຈັກ ໃນ​ສະ​ໄໝ​ບູ​ຮານ ທີ່​ຖືກ​ເອີ້ນ​ວ່າ ໄພ່​ພົນ.

ໃນ​ວິ​ທີ​ທາງ​ໃດ​ກໍ​ຕາມ​ທີ່​ເບິ່ງວ່າ​ທຳ​ມະ​ດາ ແລະ ປົກ​ກະ​ຕິ​ຕໍ່​ທ່ານ, ໃຫ້​ບອກຜູ້​ຄົນ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈຶ່ງ​ມີ​ຄວາມ​ສຳ​ຄັນ​ຕໍ່​ທ່ານ. ເຊື້ອ​ເຊີນ​ເຂົາ​ເຈົ້າ “ໃຫ້​ມາ​ເບິ່ງ​ເອົາ.”16 ແລ້ວ ໃຫ້​ຊຸກ​ຍູ້​ເຂົາ​ເຈົ້າ ໃຫ້​ມາ​ຊ່ວຍ​ເຫລືອ. ມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ຊ່ວຍ​ເຫລືອ ຢູ່​ໃນສາດ​ສະ​ໜາ​ຈັກຂອງ​ເຮົາ.

ໃຫ້​ອະ​ທິ​ຖານ ບໍ່​ພຽງ​ແຕ່​ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ພົບ​ເຫັນຜູ້​ທີ່​ຖືກ​ເລືອກ​ໄວ້​ເທົ່າ​ນັ້ນ. ຈົ່ງອະ​ທິ​ຖານ​​ທຸກວັນ ດ້ວຍ​ສຸດ​ໃຈ​ວ່າ ທ່ານ​ຈະ​ພົບ​ເຫັນຜູ້​ທີ່​ຈະ ມາ​ເບິ່ງ​ເອົາ, ມາ​ຊ່ວຍ​ເຫລືອ, ແລະ ມາ​​ຮ່ວມນຳ. ໃຫ້ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາມີ​ສ່ວນ​ຮ່ວມ​ນຳ. ເຂົາ​ເຈົ້າ​ຄື​ກັນ​ກັບ​​ທູດ​ສະ​ຫວັນ, ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ!

ເມື່ອ​ເຮົາ​ແບ່ງ​ປັນ​ຂ່າວ​ປະ​ເສີດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ເຮົາ​ເຮັດ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ອົດ​ທົນ. ຖ້າ​ຫາກ​ເຮົາ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ດ້ວຍ​ຄວາມ​ຫວັງ​ດຽວ​ເທົ່າ​ນັ້ນ​ຄື ຢາກ​ໃຫ້​ເຂົາ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ໄວໆ, ກໍ​ໝາຍ​ຄວາມ​ວ່າ ເຮົາມີ​ແນວ​ຄິດ​ທີ່ບໍ່​ຖືກ​ຕ້ອງ.

ບາງ​ຄົນ​ໄດ້​ມາ​ເບິ່ງ, ບາງ​ເທື່ອ​ກໍ​ບໍ່​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ເລີຍ; ບາງ​ຄົນ​ອາດ​ຈະ​ເຂົ້າ​ຮ່ວມ​ໃນ​ພາຍ​ຫລັງ. ມັນ​ເປັນ​ການ​ເລືອກ​ຂອງ​ເຂົາ​ເຈົ້າເອງ. ແຕ່​ສິ່ງນັ້ນ​ບໍ່​ໄດ້​ປ່ຽນ​ຄວາມ​ຮັກ​ຂອງ​ເຮົາ ທີ່​ມີ​ຕໍ່​ເຂົາ​ເຈົ້າ. ແລະ ມັນ​ບໍ່​ໄດ້​ປ່ຽນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາທີ່​​ຈະກະ​ຕື​ລື​ລົ້ນ ທີ່​ຈະ​ສືບ​ຕໍ່​ເຊື້ອ​ເຊີນ​ບຸກ​ຄົນ ແລະ ຄອບ​ຄົວ ໃຫ້ມາ​ເບິ່ງ​ເອົາ, ໃຫ້​ມາ​ຊ່ວຍ​ເຫລືອ, ແລະ ​ໃຫ້ມາ​ຮ່ວມນຳ.

ຫ້າ, ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ເຮັດການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ. ເຂົ້າ​ໃຈ​ວ່າ ມັນ​ບໍ່​ແມ່ນ​ໜ້າ​ທີ່​ຂອງ​ທ່ານ ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ໃຈ​ເຫລື້ອມ​ໃສ. ນັ້ນ​ແມ່ນ​ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ບົດ​ບາດ​ຂອງ​ທ່ານ​ແມ່ນ ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ຢູ່​ໃນ​ໃຈ ແລະ ດຳ​ລົງ​ຊີ​ວິດ ໃຫ້​ກົງ​ກັບ​ຄວາມ​ເຊື່ອ​ຂອງ​ທ່ານ.

ສະ​ນັ້ນ ຢ່າ​ທໍ້​ຖອຍ​ໃຈ ຖ້າ​ຫາກ​ບາງ​ຄົນ​ບໍ່​ຍອມ​ເອົາ​ຂ່າວ​ສານພຣະ​ກິດ​ຕິ​ຄຸນ​ທັນ​ທີ. ມັນບໍ່ໄດ້​ເປັນ​ຄວາມ​ລົ້ມ​ເຫລວສ່ວນ​ຕົວ.

ນັ້ນ​ແມ່ນ​ລະ​ຫວ່າງ​ບຸກ​ຄົນ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ໜ້າ​ທີ່​ຂອງ​ທ່ານ​ຄື ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກເພື່ອນ​ບ້ານ​ຂອງ​ທ່ານ, ລູກໆ​ຂອງ​ພຣະ​ອົງ.

ເຊື່ອ, ຮັກ, ເຮັດ.

ໃຫ້ເດີນ​ໄປ​ໃນ​ເສັ້ນ​ທາງນີ້, ແລະ ພຣະ​ເຈົ້າ​ຈະ​ເຮັດການ​ມະ​ຫັດ​ສະ​ຈັນ ຜ່ານ​ທາງ​ຕົວ​ທ່ານ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກ​ໆ​ທີ່​ມີ​ຄ່າ​ຂອງ​ພຣະ​ອົງ.

ຄຳ​ແນະ​ນຳ​ຫ້າ​ຢ່າງ​ເຫລົ່າ​ນີ້ ຈະຊ່ວຍ​ທ່ານ​ໃຫ້​ເຮັດ​ສິ່ງ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ ນັບ​ແຕ່​ສະ​ໄໝ​ບູ​ຮານ​ເປັນ​ຕົ້ນ​ມາ. ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ກ່ຽວ​ກັບ​ຜູ້​ທີ່​ທ່ານ​ເປັນ​ຢູ່ ແລະ ສິ່ງ​ທີ່​ທ່ານ​ເຮັດ. ສະ​ນັ້ນ, ຈົ່ງ​ເຊື້ອ​ເຊີນ​ຄົນ​ອື່ນ ໃຫ້​ມາ​ເບິ່ງ​ເອົາ ແລະ ໃຫ້​ມາ​ຊ່ວຍ​ເຫລືອ, ແລ້ວ​ພຣະ​ເຈົ້າ​ຈະ​ເຮັດ​ວຽກ​ງານ​ແຫ່ງ​ການ​ຊ່​ວຍ​ໃຫ້​ລອດ​ຂອງ​ພຣະ​ອົງ, ແລະ ເຂົາ​ເຈົ້າ​ຈະ ມາ​​ຮ່ວມ​ນຳ.

ແຕ່ຖ້າ​ມັນ​ຍາກ​ຫລາຍ ແລ້ວ​ຊິເຮັດ​ຈັ່ງ​ໃດ?

“ແຕ່,” ທ່ານ​ອາດ​ຖາມ​ວ່າ, “ຖ້າ​ຫາກ​ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງນີ້​ແລ້ວ ແຕ່​ຜູ້​ຄົນ​ກໍ​ຍັງບໍ່​ສົນ​ໃຈ ແລ້ວ​ຊິເຮັດຈັ່ງ​ໃດ? ຖ້າ​ເຂົາ​ເຈົ້າ​ເວົ້າຕິ​ຊົມ​ສາດ​ສະ​ໜາ​ຈັກ ແລ້ວ​ຊິເຮັດ​ຈັ່ງ​ໃດ? ຖ້າ​ເຂົາ​ເຈົ້າ​ເຊົາ​ເປັນ​ໝູ່​ເຮົາ ແລ້ວ​ຊິ​ເຮັດ​ຈັ່ງ​ໃດ?”

ແມ່ນ​ແລ້ວ, ມັນ​ອາດ​ເປັນ​ແບບນັ້ນ. ນັບ​ແຕ່​ສະ​ໄໝ​ບູ​ຮານ​ເປັນ​ຕົ້ນ​ມາ, ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ກໍ​ເຄີຍ​ຖືກ​ຂົ່ມ​ເຫັງ​ເລື້ອຍໆ.17 ອັກ​ຄະ​ສາ​ວົກ​ເປ​ໂຕ ໄດ້​ກ່າວ​ວ່າ, “ຈົ່ງ​ປິ​ຕິ​ຍິນ​ດີ … ທີ່​ທ່ານມີ​ສ່ວນ​ຮ່ວມ​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ.”18 ໄພ່​ພົນຍຸກກ່ອນມີ​ຄວາມ​ປິ​ຕິ​ຍິນ​ດີ “ເພາະ​ເຂົາ​ເຈົ້າ​ຖື​ວ່າ ຕົນ​ເປັນ​ຜູ້​ສົມ​ຄວນ​ທີ່​ຕ້ອງ​ຖືກ​ໝິ່ນ​ປະ​ໝາດ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ.”19

ຈົ່ງ​ຈື່​ຈຳ​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ໃນ​ທາງ​ລຶກ​ລັບ. ມັນ​ອາດ​ເປັນ​ວ່າ ການ​ຕອບ​ຮັບ​ຂອງ​ທ່ານ​ທີ່​ເໝືອນ​ກັບພຣະ​ຄຣິດ ຕໍ່​ການ​ປະ​ຕິ​ເສດ ອາດ​ເປັນ​ສິ່ງ​ທີ່​ຊ່ວຍໃຫ້​ຫົວ​ໃຈ​ອ່ອນ​ລົງກໍ​ເປັນ​ໄດ້.

ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ອົງພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​ດ້ວຍ ຄວາມ​ໝັ້ນ​ໃຈ ເພື່ອ​ໃຫ້ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ຊີ​ວິດ​ຊີ​ວາ ເຖິງ​ຄຸນ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ, ດ້ວຍ ຄວາມ​ກ້າ​ຫານ ທີ່​ຈະຖືກ​ຮັບ​ຮູ້​ວ່າ ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ດ້ວຍ ຄວາມຖ່ອມ​ຕົວ ເພື່ອ​ຊ່ວຍ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ຊຶ່ງ​ເປັນການ​ສະ​ແດງ​ອອກ​ວ່າ ທ່ານ​ຮັກພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ລູກໆ​ຂອງ​ພຣະ​ອົງ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ຈະ​ປິ​ຕິ​ຍິນ​ດີ ໃນ​ການ​ທີ່ຮູ້​ວ່າ ທ່ານ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ຖືກບອກ​ໄວ້​ລ່ວງ​ໜ້າ​ແລ້ວ, ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ໃນອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່; ພ້ອມ​ດ້ວຍ​ເຫລົ່າ​ທູດ​ທັງ​ໝົດ.20

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ. ພຣະ​ເຈົ້າ​ຈະ​ອວຍ​ພອນ​ທ່ານ. ວຽກ​ງານນີ້​ໄດ້​ຖືກ​ແຕ່ງ​ຕັ້ງໄວ້​ໂດຍ​ພຣະ​ອົງ. ທ່ານສາມາດເຮັດ​ໄດ້. ເຮົາ​ທຸກ​ຄົນ​ສາ​ມາດ​ເຮັດ​ສິ່ງນີ້​ໄດ້​ນຳ​ກັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ສາດ​ສະ​ດາ​ນີ​ໄຟ​ທີ່​ຍິ່ງ​ໃຫຍ່ ໄດ້​ເຫັນ​ໃນ​ພາບ​ນິ​ມິດ​ວ່າ ເຖິງ​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ ຈະ​ຂະ​ຫຍາຍ​ໄປ “​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ​ທັງ​ໝົດ,” ເພາະ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ ຈະ​ມີ​ສະ​ມາ​ຊິກ “ພຽງ​ເລັກ​ໜ້ອຍ” (1 ນີ​ໄຟ 14:12; ເບິ່ງ ລູ​ກາ 12:32 ນຳ​ອີກ).

  2. ຍົກ​ຕົວ​ຢ່າງ, ໃນ​ການ​ຄົ້ນ​ຄວ້າ​ເມື່ອບໍ່​ດົນ​ມາ​ນີ້ ໂດຍ Pew Research Center ພົບ​ເຫັນຢູ່​ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ​ວ່າ, “ຈຳ​ນວນ​ຜູ້​ໃຫຍ່ (ອາ​ຍຸ 18 ຂຶ້ນ​ໄປ) ຜູ້ບອກວ່າ​ຕົນ​ເປັນ​ຊາວ​ຄຣິດ ໄດ້​ລົດ​ລົງ​ເກືອບ​ເຖິງ​ແປດ​ເປີ​ເຊັນ ພຽງ​ແຕ່​ພາຍ​ໃນ​ເຈັດ​ປີ, ຈາກ 78.4% ໃນ … 2007 ຫາ 70.6% ໃນ 2014. ໃນ​ໄລ​ຍະ​ດຽວ​ກັນ​, ຊາວ​ອາ​ເມ​ຣິ​ກາ​ຜູ້ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ສາດ​ສະ​ໜາ—ບັນ​ຍາຍ​ຕົວ​ເອງວ່າ ເປັນ​ຜູ້​ທີ່ບໍ່​ເຊື່ອ​ວ່າ​ມີ​ພຣະ​ເຈົ້າ, ບໍ່​ເຊື່ອ​ວ່າ​ມີ​ນະ​ລົກ​ສະ​ຫວັນ ຫລື ‘ບໍ່​ມີ​ສິ່ງ​ໃດ​ພິ​ເສດ’—ມີ​ຈຳ​ນວນ​ເພີ່ມ​ຂຶ້ນ​ຫລາຍກວ່າຫົກ​ເປີ​ເຊັນ, ຈາກ 16.1% ຫາ 22.8%” (“America’s Changing Religious Landscape,” Pew Research Center, May 12, 2015, pewforum.org).

  3. ຄຳ​ວ່າ ພຣະ​ກິດ​ຕິ​ຄຸນ ໝາຍ​ເຖິງ “ຂ່າວ​ປະ​ເສີດ.” ຂ່າວ​ປະ​ເສີດ​ແມ່ນ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ການ​ຊົດ​ໃຊ້​ທີ່​ສົມ​ບູນ​ແບບ ຊຶ່ງ​ຈະ​ໄຖ່​ມະ​ນຸດ​ທຸກ​ຄົນ ຈາກ​ຫລຸມສົບ ແລະ ທຸກ​ຄົນ​ຈະ​ໄດ້​ຮັບ​ລາງວັນ ອີງ​ຕາ​ມ​ວຽກ​ງານ​ຂອງ​ຕົນ. ການ​ຊົດ​ໃຊ້​ນີ້​ເລີ່ມ​ຕົ້ນດ້ວຍ​ການ​ມອບ​ໝາຍ​ທີ່​ພຣະ​ອົງ​ໄດ້​ຮັບ​ຢູ່​ໃນ​ໂລກ​ກ່ອນ​ມະ​ຕະ, ສືບ​ຕໍ່​ໃນ​ໄລ​ຍະ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ແລະ ບັນ​ລຸ​ຄວາມ​ສຳ​ເລັດດ້ວຍ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ເຫລື້ອມ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ບັນ​ທຶກ​ເຖິງ​ພຣະ​ຊົນ​ຊີບ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ເສຍ​ສະ​ລະໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ ຢູ່​ໃນ​ພຣະ​ທຳ: ມັດທາຍ, ມາຣະໂກ, ລູກາ, ແລະ ໂຢຮັນ.

  4. ມັດທາຍ 28:19.

  5. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຝາກ​ພຣະ​ຄຳ​ໄວ້​ໃຫ້​ເຮົາ​ໄຕ່​ຕອງ​ຢູ່​ໃນ​ໃຈ” (ເບິ່ງ Doctrine and Covenants 88:62).

    ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ໃຫ້​ສຶກ​ສາ​ມັນ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ​ກ່ອນ; ແລ້ວ​ເຮົາ​ຕ້ອງ​ທູນ​ຖາມ​ພຣະ​ອົງ ຖ້າ​ຫາກວ່າ​ມັນ​ຖືກ​ຕ້ອງ​ຫລືບໍ່, ຖ້າ​ຫາກ​ມັນ​ຖືກ​ຕ້ອງ ພຣະ​ອົງ​ຈະ​ເຮັດ​ໃຫ້​ຊວງ​ອົກ​ຂອງ​ເຮົາ​ຮ້ອນ​ຮົນ​ພາຍ​ໃນ​ຕົວ​ເຮົາ; ສະ​ນັ້ນ, ເຮົາ​ຈະ​ຮູ້​ສຶກວ່າ​ມັນ​ຖືກ​ຕ້ອງ” (​ເບິ່ງ Doctrine and Covenants 9:8).

  6. ປະ​ທານ​ເດ​ວິດ ໂອ ມິກ​ເຄ ໄດ້​ຊຸກ​ຍູ້ “ສະ​ມາ​ຊິກ​ທຸກ​ຄົນ​ [ໃຫ້​ເປັນ] ຜູ້​ສອນ​ສາດ​ສະ​ໜາ” ໃນ​ໄລ​ຍະ​ທີ່​ເພິ່ນ​ຄວບ​ຄຸມ​ເຂດ​ເຜີຍ​ແຜ່​ເອີ​ຣົບ ຈາກ​ປີ 1922 ເຖິງ​ປີ 1924, ແລະ ເພິ່ນ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ອັນ​ດຽວ​ກັນ​ນີ້ ກັບ​ສະ​ມາ​ຊິກ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ປີ 1952 (ເບິ່ງ “‘Every Member a Missionary’ Motto Stands Firm Today,” Church News, Feb. 20, 2015, news.ChurchofJesusChrist.org).

  7. ເບິ່ງ Doctrine and Covenants 64:34.

  8. ເບິ່ງ ມັດ​ທາຍ 22:37–38.

  9. ເບິ່ງ ມັດ​ທາຍ 22:39.

  10. ເບິ່ງ Doctrine and Covenants 93:12.

  11. ເອຊາຢາ 28:10.

  12. ໂມ​ໄຊ​ຢາ 18:9.

  13. ຄວາມ​ຄິດນີ້ ສ່ວນ​ຫລາຍ​ແມ່ນ​ເປັນ​ຂອງ ເຊັ້ນ ແຟຼນຊິດ ແຫ່ງ ອາຊີຊີ; ເບິ່ງ ໂຢ​ຮັນ 10:36–38 ນຳ​ອີກ.

  14. ໂຣມ 1:16.

  15. ເບິ່ງ ມັດ​ທາຍ 5:15–16.

  16. ໂຢ​ຮັນ 1:46; ເນັ້ນ​ຄຳ​ເນີ້ງ.

  17. ເບິ່ງ ໂຢ​ຮັນ 15:18.

  18. 1 ເປ​ໂຕ 4:13; ເບິ່ງ ຂໍ້​ທີ 1–19 ສຳ​ລັບ​ຂໍ້​ມູນ​ລາຍ​ລະ​ອຽ​ດ​ເພີ່ມ​ເຕີມ ກ່ຽວ​ກັບ​ວິ​ທີ​ທີ່​ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ ຄວນ​ເບິ່ງ​ຄວາມ​ທຸກ​ທໍ​ລະ​ມານ ເພື່ອ​ເຫັນ​ແກ່​ພຣະ​ກິດ​ຕິ​ຄຸນ.

  19. ກິດ​ຈະ​ການ 5:41.

  20. ເບິ່ງ Doctrine and Covenants 45:44.