ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ວິນ​ຍານ​ບໍ​ລິ​ສຸດ


ພຣະ​ວິນ​ຍານ​ບໍ​ລິ​ສຸດ

ສະມາ​ຊິກ​ອົງ​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ (1 ຢຮ 5:7; ຄພ 20:28). ພຣະ​ອົງ​ມີ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ, ບໍ່​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ (ຄພ 130:22). ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມັກ​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ພຣະ​ວິນ​ຍານ, ຫລື ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ປະ​ຕິ​ບັດ​ບົດ​ບາດ​ຫລາຍ​ຢ່າງ​ທີ່​ສຳ​ຄັນ​ໃນ​ແຜນ​ແຫ່ງ​ຄວາມ​ລອດ. (1) ພຣະ​ອົງ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ (1 ກຣທ 12:3; 3 ນຟ 28:11; ອທ 12:41). (2) ພຣະ​ອົງ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ (ຢຮ 14:26; 16:13; ມຣນ 10:5; ຄພ 39:6). (3) ພຣະ​ອົງ​ຊຳລະ​ລ້າງ​ຜູ້​ໄດ້​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ (ຢຮ 3:5; 3 ນຟ 27:20; ມຊ 6:64–68). (4) ພຣະ​ອົງ​ເປັນ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ (ຄພ 76:50–53; 132:7, 18–19, 26).

ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ມາ​ເຖິງ​ບຸກ​ຄົນ​ໄດ້​ກ່ອນ​ຮັບ​ບັບຕິ​ສະມາ ແລະ ເປັນ​ພະຍານ​ວ່າ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ. ແຕ່​ສິດ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະຫລອດ​ເວລາ, ຕອນ​ທີ່​ບຸກ​ຄົນ​ມີ​ຄ່າ​ຄວນ, ເປັນ​ຂອງ​ປະທານ​ທີ່​ສາ​ມາດ​ໄດ້​ຮັບ​ພຽງ​ແຕ່​ໂດຍ​ການ​ວາງ​ມື​ຂອງ​ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຫລັງ​ຈາກ​ການ​ບັບຕິ​ສະມາ​ທີ່​ຖືກ​ຕ້ອງ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.

ພຣະ​ເຢຊູ​ໄດ້​ສິດ​ສອນ​ວ່າ ບາບ​ທັງ​ໝົດ​ສາ​ມາດ​ຖືກອະໄພ​ໃຫ້​ໄດ້ ຍົກ​ເວັ້ນ​ແຕ່​ການ​ໝິ່ນ​ປະ​ໝາດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ (ມທ 12:31–32; ມຣກ 3:28–29; ລກ 12:10; ຮຣ 6:4–8; ຄພ 76:34–35).