ຈົ່ງ​ຕາມ​ເຮົາ​ມາ 2024
ພາກ​ຫ້ອຍ​ທ້າຍ ຄ: ສຳ​ລັບ​ປະ​ຖົມ​ໄວ—ຄຳ​ແນະ​ນຳ​ສຳ​ລັບ​ຊ່ວງ​ເວ​ລາ​ຮ້ອງ​ເພງ ແລະ ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ


“ພາກ​ຫ້ອຍ​ທ້າຍ ຄ: ສຳ​ລັບ​ປະ​ຖົມ​ໄວ—ຄຳ​ແນະ​ນຳ​ສຳ​ລັບ​ຊ່ວງ​ເວ​ລາ​ຮ້ອງ​ເພງ ແລະ ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ພາກ​ຫ້ອຍ​ທ້າຍ ຄ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024

ຮູບ​ພາບ
ເດັກ​ນ້ອຍ ແລະ ຄູ​ສອນ​ກຳ​ລັງ​ຮ້ອງ​ເພງ

ພາກ​ຫ້ອຍ​ທ້າຍ ຄ

ສຳ​ລັບ​ປະ​ຖົມ​ໄວ—ຄຳ​ແນະ​ນຳ​ສຳ​ລັບ​ຊ່ວງ​ເວ​ລາ​ຮ້ອງ​ເພງ ແລະ ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ເພງ​ປະ​ຖົມ​ໄວ​ແມ່ນ​ເຄື່ອງ​ມື​ທີ່​ມີ​ພະ​ລັງ​ໃນ​ການ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຄວາມ​ຈິງ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ເດັກ​ນ້ອຍ​ຮ້ອງ​ເພງ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ມັນ. ເນື້ອ​ເພງ ແລະ ດົນ​ຕີ​ຈະ​ຝັງ​ຢູ່​ໃນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເດັກ​ນ້ອຍ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ.

ໃຫ້​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ດົນ​ຕີ. ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ທີ່​ທ່ານ​ຮ້ອງ​ກ່ຽວ​ກັບ. ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຫັນ​ວ່າ ດົນ​ຕີ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ພວກ​ເຂົາ​ກຳ​ລັງ​ຮຽນ​ຮູ້ ແລະ ປະ​ສົບ​ການ​ຢູ່​ທີ່​ບ້ານ ແລະ ໃນ​ຫ້ອງ​ຮຽນ​ປະ​ຖົມ​ໄວ​ແນວ​ໃດ.

ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ນຳ​ສະ​ເໜີ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ຕາມ​ປົກ​ກະ​ຕິ​ແລ້ວ ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ໄຕ​ມາດ​ທີ​ສີ່​ຂອງ​ປີ. ໃນ​ຖາ​ນະ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ແລະ ຜູ້​ນຳ​ດົນ​ຕີ, ໃຫ້​ເຮັດ​ວຽກ​ງານ​ກັບ​ທີ່​ປຶກ​ສາ​ໃນ​ຝ່າຍ​ອະ​ທິ​ການ ຜູ້​ດູ​ແລ​ປະ​ຖົມ​ໄວ ເພື່ອ​ວາງ​ແຜນ​ການ​ນຳ​ສະ​ເໜີ.

ການ​ນຳ​ສະ​ເໜີ​ຄວນ​ອະ​ນຸ​ຍາດ​ໃຫ້​ເດັກ​ນ້ອຍ​ສະ​ເໜີ​ສິ່ງ​ທີ່​ພວກ​ເຂົາ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ຢູ່​ທີ່​ບ້ານ ແລະ ໃນ​ປະ​ຖົມ​ໄວ, ລວມ​ທັງ​ເພງ​ປະ​ຖົມ​ໄວ ທີ່​ພວກ​ເຂົາ​ໄດ້​ຮ້ອງ​ລະ​ຫວ່າງ​ປີ. ຂະ​ນະ​ທີ່​ທ່ານ​ວາງ​ແຜນ​ການ​ນຳ​ສະ​ເໜີ, ໃຫ້​ຄິດ​ຫາ​ວິ​ທີ​ທີ່​ຈະ​ຊ່ວຍ​ຜູ້​ຢູ່​ໃນ​ກອງ​ປະ​ຊຸມ​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ.

ໜ່ວຍ​ທີ່​ມີ​ເດັກ​ນ້ອຍ​ບໍ່​ຫລາຍ ໃຫ້​ຄິດ​ຫາ​ທາງ ຊຶ່ງ​ໃນ​ນັ້ນ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ມີ​ສ່ວນ​ຮ່ວມ​ກັບ​ເດັກ​ນ້ອຍ​ຂອງ​ເຂົາ​ເຈົ້າ. ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ອາດ​ສະ​ຫລຸບ​ກອງ​ປະ​ຊຸມ​ດ້ວຍ​ຄຳ​ປາ​ໄສ​ສັ້ນໆ.

ຂະ​ນະ​ທີ່​ທ່ານ​ກະ​ກຽມ​ການ​ນຳ​ສະ​ເໜີ, ໃຫ້​ຈື່​ຈຳ​ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ຝຶກ​ຊ້ອມ​ບໍ່​ຄວນ​ໃຊ້​ເວ​ລາ​ຂອງ​ຫ້ອງ​ຮຽນ​ປະ​ຖົມ​ໄວ ຫລື ເວ​ລາ​ຂອງ​ຄອບ​ຄົວ​ໂດຍ​ບໍ່​ຈຳ​ເປັນ.

  • ພາບ, ເຄື່ອງ​ແຕ່ງ​ກາຍ, ແລະ ສື່ ແມ່ນ​ບໍ່​ເໝາະ​ສົມ​ທີ່​ຈະ​ນຳ​ສະ​ເໜີ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ12.2.1.2.

ຄຳ​ແນະ​ນຳ​ສຳ​ລັບ​ຊ່ວງ​ເວ​ລາ​ຮ້ອງ​ເພງ

5 ນາ​ທີ (ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ): ການ​ອະ​ທິ​ຖານ​ເປີດ, ຂໍ້​ພຣະ​ຄຳ​ພີ ຫລື ຫລັກ​ແຫ່ງ​ຄວາມ​ເຊື່ອ, ແລະ ໜຶ່ງ​ຄຳ​ປາ​ໄສ

20 ນາ​ທີ (ຜູ້​ນຳ​ດົນ​ຕີ): ຊ່ວງ​ເວ​ລາ​ຮ້ອງ​ເພງ

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ແລະ ຜູ້​ນຳ​ດົນ​ຕີ​ເລືອກ​ເພງ​ສຳ​ລັບ​ແຕ່​ລະ​ເດືອນ ເພື່ອ​ສົ່ງ​ເສີມ​ຫລັກ​ທຳ​ທີ່​ເດັກ​ນ້ອຍ​ກຳ​ລັງ​ຮຽນ​ຮູ້​ຢູ່​ໃນ​ຫ້ອງ​ຮຽນ​ຂອງ​ພວກ​ເຂົາ ແລະ ຢູ່​ທີ່​ບ້ານ. ລາຍ​ການ​ເພງ​ທີ່​ສົ່ງ​ເສີມ​ຫລັກ​ທຳ​ເຫລົ່າ​ນີ້ ແມ່ນ​ລວມ​ຢູ່​ໃນ​ຄູ່​ມື​ນີ້.

ຂະ​ນະ​ທີ່​ທ່ານ​ສິດ​ສອນ​ເພງ​ໃຫ້​ເດັກ​ນ້ອຍ, ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ລາວ ແລະ ຫລັກ​ທຳ​ຄຳ​ສອນ​ທີ່​ເພງ​ສິດ​ສອນ. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແບ່ງ​ປັນ​ຄວາມ​ນຶກ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ພົບ​ເຫັນ​ຢູ່​ໃນ​ເພງ.

The Children’s Songbook ແມ່ນ​ແຫລ່ງ​ຊ່ວຍ​ເຫລືອ​ຂັ້ນ​ພື້ນ​ຖານ​ສຳ​ລັບ​ເພງ​ໃນ​ປະ​ຖົມ​ໄວ. ເພງ​ສວດ​ຈາກ​ປຶ້ມ​ເພງ​ສວດ ແລະ ເພງ​ຈາກ​ວາ​ລະ​ສານ Friend ກໍ​ເໝາະ​ສົມ​ເຊັ່ນ​ກັນ. ການ​ໃຊ້​ເພງ​ອື່ນໆ​ໃນ​ປະ​ຖົມ​ໄວ ຈະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ອະ​ທິ​ການ​ເສຍ​ກ່ອນ (ເບິ່ງ ຄູ່​ມື​ທົ່ວ​ໄປ12.3.4).

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຮ້ອງ​ເພງ

ເພງ​ສຳ​ລັບ​ຊ່ວງ​ເວ​ລາ​ຮ້ອງ​ເພງ

ເດືອນ​ມັງ​ກອນ

  • ຈາ​ລຶກ​ທອງ​ຄຳ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71

  • ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50

  • ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6

ເດືອນ​ກຸມ​ພາ

  • ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38

  • ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27

  • ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70

ເດືອນ​ມີ​ນາ

  • ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68

  • ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72

  • ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27

ເດືອນ​ເມ​ສາ

  • ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64

  • ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38

ເດືອນ​ພຶດ​ສະ​ພາ

  • ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38

  • ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50

  • ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70

ເດືອນ​ມີ​ຖຸ​ນາ

  • ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6

  • ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20

  • ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40

ເດືອນ​ກໍ​ລະ​ກົດ

  • ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50

  • ໂອ້​ພຣະ​ບິ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 46

  • ບອກ​ມາ ສັດ​ຈະ​ຄື​ຫຍັງ?,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34

ເດືອນ​ສິງ​ຫາ

  • ຈາ​ລຶກ​ທອງ​ຄຳ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71

  • ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48

ເດືອນ​ກັນ​ຍາ

  • ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30

  • ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22

  • ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42

ເດືອນ​ຕຸ​ລາ

  • ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73

  • ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4

ເດືອນ​ພະ​ຈິກ

  • ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70

  • ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5

ເດືອນ​ທັນ​ວາ

  • ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73

  • ໄກ​ແສນ​ໄກ​ຢູ່​ທີ່​ຮາບ​ຢູ​ດີ​ຢາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 56

  • ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27

ການ​ໃຊ້​ເພງ​ເພື່ອ​ສິດ​ສອນ​ຄຳ​ສອນ

ຊ່ວງ​ເວ​ລາ​ຮ້ອງ​ເພງ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ແນວ​ຄິດ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ດົນ​ໃຈ​ທ່ານ ຂະ​ນະ​ທີ່​ທ່ານ​ວາງ​ແຜນ​ວິ​ທີ​ທີ່​ຈະ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ພົບ​ເຫັນ​ຢູ່​ໃນ​ເພງ​ສວດ ແລະ ເພງ​ປະ​ຖົມ​ໄວ.

ອ່ານ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ. ສຳ​ລັບ​ຫລາຍໆ​ເພງ​ຢູ່​ໃນ Children’s Songbook ແລະ ປຶ້ມ​ເພງ​ສວດ, ການ​ອ້າງ​ອີງ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ຄຳ​ພີ​ມີ​ລະ​ບຸ​ໄວ້. ຊ່ວຍ​ເດັກ​ນ້ອຍ​ອ່ານ​ຂໍ້​ພຣະ​ຄຳ​ພີ​ບາງ​ຂໍ້​ເຫລົ່າ​ນີ້, ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ເພງ​ແນວ​ໃດ. ທ່ານ​ກໍ​ສາ​ມາດ​ຂຽນ​ພຣະ​ຄຳ​ພີ​ອ້າງ​ອີງ​ສອງ​ສາມ​ຂໍ້​ໃສ່​ເທິງ​ກະ​ດານ ແລະ ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຈັບ​ຄູ່​ຂໍ້​ອ້າງ​ອີງ​ໃສ່​ກັບ​ເພງ ຫລື ໃສ່​ກັບ​ບາດ​ໜຶ່ງ​ຈາກ​ເພງ.

ຕື່ມ​ໃສ່​ບ່ອນ​ວ່າງ. ຂຽນ​ບາດ​ໜຶ່ງ​ຂອງ​ເພງ​ໃສ່​ເທິງ​ກະ​ດານ ໂດຍ​ທີ່​ມີ​ຄຳ​ສຳ​ຄັນ​ຫລາຍ​ຄຳ​ຂາດ​ຫາຍ. ແລ້ວ​ຂໍ​ໃຫ້​ເດັກ​ນ້ອຍ​ຮ້ອງ​ເພງ​ນັ້ນ, ຕັ້ງ​ໃຈ​ຟັງ​ຄຳ​ທີ່​ຈະ​ເອົາ​ມາ​ຕື່ມ​ໃສ່​ບ່ອນ​ວ່າງ. ຂະ​ນະ​ທີ່​ພວກ​ເຂົາ​ຕື່ມ​ໃສ່​ບ່ອນ​ວ່າງ​ແຕ່​ລະ​ບ່ອນ, ໃຫ້​ສົນ​ທະ​ນາ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ພວກ​ທ່ານ​ຮຽນ​ຮູ້​ຈາກ​ຄຳ​ທີ່​ຂາດ​ຫາຍ.

ຮູບ​ພາບ
ຜູ້​ນຳ​ຊ່ວງ​ເວ​ລາ​ຮ້ອງ​ເພງ

ເປັນ​ພະ​ຍານ. ສະ​ແດງ​ປະ​ຈັກ​ພະ​ຍານ​ສັ້ນໆ​ຕໍ່​ເດັກ​ນ້ອຍ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ພົບ​ເຫັນ​ຢູ່​ໃນ​ເພງ​ປະ​ຖົມ​ໄວ. ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ວ່າ ການ​ຮ້ອງ​ເພງ​ແມ່ນ​ວິ​ທີ​ໜຶ່ງ​ທີ່​ພວກ​ເຂົາ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ ແລະ ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ.

ຢືນ​ເປັນ​ພະ​ຍານ. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ປ່ຽນ​ຜຽນ​ກັນ​ຢືນ​ຂຶ້ນ ແລະ ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້​ຈາກ​ເພງ​ທີ່​ພວກ​ເຂົາ​ຮ້ອງ ຫລື ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ​ເພງ. ຖາມ​ພວກ​ເຂົາ​ວ່າ ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ​ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ເພງ, ແລະ ຊ່ວຍ​ພວກ​ເຂົາ​ໃຫ້​ລະ​ບຸ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃຊ້​ຮູບ​ພາບ. ຂໍ​ໃຫ້​ເດັກ​ນ້ອຍ​ຊ່ວຍ​ທ່ານ​ຊອກ​ຫາ ຫລື ສ້າງ​ຮູບ​ທີ່​ເຂົ້າ​ກັບ​ຄຳ ຫລື ວະ​ລີ​ຢູ່​ໃນ​ເພງ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແບ່ງ​ປັນ​ວ່າ ຮູບ​ພາບ​ກ່ຽວ​ຂ້ອງ​ກັບ​ເພງ ແລະ ສິ່ງ​ທີ່​ເພງ​ສິດ​ສອນ​ແນວ​ໃດ. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ທ່ານ​ກຳ​ລັງ​ສິດ​ສອນ​ເພງ “The Iron Rod” (Hymns, no. 274), ທ່ານ​ສາ​ມາດ​ວາງ​ຮູບ​ພາບ​ໄວ້​ທົ່ວ​ຫ້ອງ ຫລື ກ້ອງ​ຕັ່ງ ທີ່​ສະ​ແດງ​ຄຳ​ສຳ​ຄັນ​ຈາກ​ເພງ​ນັ້ນ (ດັ່ງ​ເຊັ່ນ ຮາວ​ເຫລັກ, ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ນຳ​ພາ, ການ​ລໍ້​ລວງ, ແລະ ສະ​ຫວັນ). ຂໍ​ໃຫ້​ເດັກ​ນ້ອຍ​ຈັບ​ເອົາ​ຮູບ​ພາບ ແລະ ເຍິງ​ມັນ​ຂຶ້ນ​ໃນ​ລຳ​ດັບ​ທີ່​ຖືກ​ຕ້ອງ ຂະ​ນະ​ທີ່​ພວກ​ທ່ານ​ຮ້ອງ​ເພງ​ນຳ​ກັນ.

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ທ່ານ​ສາ​ມາດ​ໃຊ້​ສິ່ງ​ຂອງ​ເພື່ອ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ເພງ. ຍົກ​ຕົວ​ຢ່າງ, ເພງ “Faith” (Children’s Songbook, 96–97) ກ່າວ​ເຖິງ​ເມັດ​ພືດ. ທ່ານ​ສະ​ແດງ​ເມັດ​ພືດ​ໃຫ້​ເດັກ​ນ້ອຍ​ເບິ່ງ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເຮົາ​ສະ​ແດງ​ສັດ​ທາ​ຂອງ​ເຮົາ ເມື່ອ​ເຮົາ​ປູກ​ເມັດ​ພືດ; ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສະ​ແດງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ເພງ​ນັ້ນ.

ເຊື້ອ​ເຊີນ​ການ​ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ. ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຊື່ອມ​ໂຍງ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ເພງ​ໃສ່​ກັບ​ປະ​ສົບ​ການ​ທີ່​ພວກ​ເຂົາ​ໄດ້​ມີ ກັບ​ຫລັກ​ທຳ​ເຫລົ່າ​ນີ້. ຍົກ​ຕົວ​ຢ່າງ, ກ່ອນ​ຮ້ອງ​ເພງ “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68), ທ່ານ​ສາ​ມາດ​ຂໍ​ໃຫ້​ເດັກ​ນ້ອຍ​ຍົກ​ມື​ຂຶ້ນ ຖ້າ​ຫາກ​ພວກ​ເຂົາ​ເຄີຍ​ໄດ້​ເຫັນ​ພຣະ​ວິ​ຫານ. ເຊື້ອ​ເຊີນ​ພວກ​ເຂົາ, ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ເພງ, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ​ເມື່ອ​ພວກ​ເຂົາ​ເຫັນ​ພຣະ​ວິ​ຫານ.

ຖາມ​ຄຳ​ຖາມ. ມີ​ຫລາຍ​ຄຳ​ຖາມ​ທີ່​ທ່ານ​ສາ​ມາດ​ຖາມ ຂະ​ນະ​ທີ່​ພວກ​ທ່ານ​ຮ້ອງ​ເພງ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ເດັກ​ນ້ອຍ​ວ່າ ພວກ​ເຂົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ແຕ່​ລະ​ບາດ​ຢູ່​ໃນ​ເພງ. ທ່ານ​ກໍ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ເພງ​ນີ້​ໄດ້​ຕອບ. ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ​ເພງ​ນີ້.

ການ​ສະ​ແດງ​ທ່າ​ທີ​ທີ່​ງ່າຍໆ​ດ້ວຍ​ມື. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຄິດ​ກ່ຽວ​ກັບ​ການ​ສະ​ແດງ​ທ່າ​ທີ​ທີ່​ງ່າຍໆ​ດ້ວຍ​ມື ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຈື່​ຈຳ​ຄຳ ແລະ ຂ່າວ​ສານ​ຂອງ​ເພງ. ຍົກ​ຕົວ​ຢ່າງ, ເມື່ອ​ພວກ​ທ່ານ​ຮ້ອງ​ບາດ​ທີ​ສອງ​ຂອງ​ເພງ “My Heavenly Father Loves Me” (Children’s Songbook, 228–29), ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ຊີ້​ໃສ່​ຕາ​ຂອງ​ພວກ​ເຂົາ, ເຮັດ​ຄື​ກັບ​ເປັນ​ແມງ​ກະ​ເບື້ອ, ແລະ ໂກບ​ມື​ໄວ້​ຢູ່​ດ້ານ​ຫລັງ​ຫູ​ຂອງ​ພວກ​ເຂົາ. ຂໍ​ໃຫ້​ພວກ​ເຂົາ​ວາງ​ມື​ໃສ່​ຫົວ​ໃຈ ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ “Yes, I know Heavenly Father loves me.”