ຈົ່ງ​ຕາມ​ເຮົາ​ມາ 2024
ພາກ​ຫ້ອຍ​ທ້າຍ ງ: ສຳ​ລັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ—ວາ​ລະ​ການ​ປະ​ຊຸມ


“ພາກ​ຫ້ອຍ​ທ້າຍ ງ: ສຳ​ລັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ—ວາ​ລະ​ການ​ປະ​ຊຸມ” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ພາກ​ຫ້ອຍ​ທ້າຍ ງ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024

ພາກ​ຫ້ອຍ​ທ້າຍ ງ

ສຳ​ລັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ—ວາ​ລະ​ການ​ປະ​ຊຸມ

ວັນ​ທີ​ປະ​ຊຸມ:

ການ​ດຳ​ເນີນ (ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຫ້ອງ ຫລື ຝ່າຍ​ປະ​ທານ​ກຸ່ມ):

ການ​ເປີດ

ເພງ​ສວດ (ເລືອກ​ເຮັດ​ໄດ້):

ການ​ອະ​ທິ​ຖານ:

ກ່າວ​ຄຳ​ຂວັນ​ຂອງ​ຍິງ​ໜຸ່ມ ຫລື ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

ປຶກ​ສາ​ຫາ​ລື​ນຳ​ກັນ

ນຳ​ພາ​ໂດຍ​ບຸກ​ຄົນ​ທີ່​ດຳ​ເນີນ​ການ​ປະ​ຊຸມ, ຫ້ອງ​ຮຽນ ຫລື ກຸ່ມ​ຈະ​ໃຊ້​ເວ​ລາ 5 ເຖິງ 10 ນາ​ທີ ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ນີ້​ແມ່ນ​ໂອ​ກາດ​ສຳ​ລັບ​ຝ່າຍ​ປະ​ທານ​ຫ້ອງ ຫລື ຝ່າຍ​ປະ​ທານ​ກຸ່ມ​ທີ່​ຈະ​ຕິດ​ຕາມ​ເບິ່ງ​ສິ່ງ​ທີ່​ໄດ້​ສົນ​ທະ​ນາ​ໃນ​ການ​ປະ​ຊຸມ​ຝ່າຍ​ປະ​ທານ ຫລື ໃນ​ການ​ປະ​ຊຸມ​ສະ​ພາ​ຊາວ​ໜຸ່ມ.

ບຸກ​ຄົນ​ທີ່​ດຳ​ເນີນ​ກໍ​ສາ​ມາດ​ໃຊ້​ຄຳ​ຖາມ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ຂອງ​ຄຳ​ຖາມ​ເຫລົ່າ​ນີ້:

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ

  • ປະ​ສົບ​ການ​ລ່າ​ສຸດ​ຢ່າງ​ໃດ​ແດ່​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ?

  • ເຮົາ​ກຳ​ລັງ​ເຮັດ​ສິ່ງ​ໃດ​ເພື່ອ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ? ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ​ແນວ​ໃດ?

  • ເຮົາ​ຮູ້​ສຶກ​ເຖິງ​ການ​ນຳ​ພາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ການ​ດູ​ແລ​ຄົນ​ຂັດ​ສົນ

  • ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ນຳ​ພາ​ໃຫ້​ຊ່ວຍ​ເຫລືອ ຫລື ຮັບ​ໃຊ້​ໃຜ? ການ​ມອບ​ໝາຍ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ຮັບ​ຈາກ​ຝ່າຍ​ອະ​ທິ​ການ ເພື່ອ​ຊ່ວຍ​ບາງ​ຄົນ​ທີ່​ຂັດ​ສົນ?

  • ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ​ໃນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຜ່ານ​ຜ່າ​ແນວ​ໃດ?

  • ມີ​ໃຜ​ຫາ​ກໍ​ຍ້າຍ​ເຂົ້າ​ມາ​ຢູ່​ໃນ​ຫວອດ ຫລື ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ບໍ່? ເຮົາ​ຈະ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ໃຫ້​ຮູ້​ສຶກ​ໄດ້​ຮັບ​ການ​ຕ້ອນ​ຮັບ​ໄດ້​ແນວ​ໃດ?

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

  • ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ?

  • ມີ​ກິດ​ຈະ​ກຳ​ຢ່າງ​ໃດ​ແດ່​ທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ທີ່​ເຮົາ​ສາ​ມາດ​ເຊື້ອ​ເຊີນ​ໝູ່​ເພື່ອນ​ຂອງ​ເຮົາ​ໃຫ້​ມາ​ຮ່ວມ​ນຳ?

  • ມີ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ແຜນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ​ແດ່​ຢູ່​ໃນ​ການ​ປະ​ຊຸມ​ສະ​ພາ​ຊາວ​ໜຸ່ມ​ຫວອດ? ຫ້ອງ​ຮຽນ ຫລື ກຸ່ມ​ຂອງ​ເຮົາ​ຈະ​ສາ​ມາດ​ມີ​ພາກ​ສ່ວນ​ໄດ້​ແນວ​ໃດ?

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

  • ມີ​ວິ​ທີ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເຊື່ອມ​ຕໍ່​ເຂົ້າ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ, ລວມ​ທັງ​ປູ່​ຍ່າ​ຕາ​ຍາຍ ແລະ ຍາດ​ພີ່​ນ້ອງ?

  • ເຮົາ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ຊອກ​ຫາ​ລາຍ​ຊື່​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ຜູ້​ທີ່​ຕ້ອງ​ການ​ພິ​ທີ​ການ​ພຣະ​ວິ​ຫານ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ໃຫ້​ຄົນ​ອື່ນ​ພົບ​ເຫັນ​ລາຍ​ຊື່​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ?

  • ເຮົາ​ຈະ​ສາ​ມາດ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ພຣະ​ວິ​ຫານ​ຫລາຍ​ເພີ່ມ​ຂຶ້ນ—ເປັນ​ສ່ວນ​ຕົວ ແລະ ເປັນ​ຫ້ອງ​ຮຽນ ຫລື ເປັນ​ກຸ່ມ​ໄດ້​ແນວ​ໃດ?

ຮຽນ​ຮູ້​ນຳ​ກັນ

ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່ ຫລື ສະ​ມາ​ຊິກ​ໃນ​ກຸ່ມ ຫລື ຫ້ອງ​ຮຽນ ຈະ​ນຳ​ພາ​ການ​ແນະ​ນຳ​ກ່ຽວ​ກັບ​ການ​ອ່ານ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ໃນ​ອາ​ທິດ​ນີ້. ລາວ​ຈະ​ໃຊ້​ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ. ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພ້ອມ​ກັບ ໄອ​ຄອນ​ນີ້ ແມ່ນ​ສອດ​ຄ່ອງ​ກັບ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ກ່ຽວ​ຂ້ອງ​ກັບ​ຊາວ​ໜຸ່ມ​ໂດຍ​ສະ​ເພາະ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ຢ່າງ​ອື່ນໆ​ກໍ​ສາ​ມາດ​ນຳ​ໃຊ້​ໄດ້. ຕາມ​ປົກ​ກະ​ຕິ​ແລ້ວ ພາກ​ສ່ວນ​ນີ້​ຂອງ​ການ​ປະ​ຊຸມ​ຈະ​ໃຊ້​ເວ​ລາ​ປະ​ມານ 35 ເຖິງ 40 ​ນາ​ທີ.

ການ​ປິດ

ບຸກ​ຄົນ​ທີ່​ດຳ​ເນີນ​ການ​ປະ​ຊຸມ​ຈະ:

  • ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ຫລັກ​ທຳ​ທີ່​ໄດ້​ສິດ​ສອນ.

  • ສົນ​ທະ​ນາ​ວິ​ທີ​ທີ່​ຫ້ອງ​ຮຽນ ຫລື ກຸ່ມ​ຈະ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້—ເປັນ​ກຸ່ມ ຫລື ເປັນ​ສ່ວນ​ບຸກ​ຄົນ​ແນວ​ໃດ.

ການ​ອະ​ທິ​ຖານ: