ສິ່ງ​ຊ່ວຍ​ສຶກ​ສາ
ໝິ່ນ​ປະໝາດ, ການ​ໝິ່ນ​ປະໝາດ


ໝິ່ນ​ປະໝາດ, ການ​ໝິ່ນ​ປະໝາດ

ການ​ເວົ້າ​ຈາ​ແບບ​ບໍ່​ນັບ​ຖື ຫລື ບໍ່​ຄາ​ລະ​ວະ​ຕໍ່​ພຣະ​ເຈົ້າ ຫລື ສິ່ງ​ທີ່​ສັກ​ສິດ.

ພຣະ​ເຢຊູ​ໄດ້​ຖືກ​ຊາວ​ຢິວ​ກ່າວ​ຫາ​ຫລາຍ​ເທື່ອ ເພາະ​ການ​ກ່າວ​ໝິ່ນ​ປະ​ໝາດ ເພາະ​ວ່າ​ພຣະ​ອົງ​ໄດ້​ອ້າງ​ສິດ​ທີ່​ຈະ​ໃຫ້​ອະ​ໄພ​ບາບ (ມທ 9:2–3; ລກ 5:20–21), ເພາະ​ວ່າ​ພຣະ​ອົງ​ໄດ້​ເອີ້ນ​ຕົນ​ເອງ​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ (ຢຮ 10:22–36; 19:7), ແລະ ເພາະ​ວ່າ​ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ພວກ​ເຂົາ​ຈະ​ເຫັນ​ພຣະ​ອົງ​ນັ່ງ​ຢູ່​ທາງ​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ແລະ ກຳ​ລັງ​ສະ​ເດັດ​ມາ​ເທິງ​ເມກ​ໃນ​ສະຫວັນ (ມທ 26:64–65). ການ​ກ່າວ​ຫາ​ນັ້ນ​ອາດ​ເປັນ​ຄວາມ​ຈິງ ຖ້າ​ຫາກ​ພຣະ​ອົງ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ພຣະ​ອົງ​ກ່າວ​ວ່າ​ພຣະ​ອົງ​ເປັນ. ການ​ກ່າວ​ຫາ​ນັ້ນ​ໄດ້​ນຳ​ຂຶ້ນ​ຕໍ່​ຕ້ານ​ພຣະ​ອົງ​ໂດຍ​ພະຍານ​ເທັດ​ຢູ່​ທີ່​ສານ​ຊານ​ເຮດຣິນ (ມທ 26:59–61) ວ່າໝິ່ນ​ປະ​ໝາດ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ. ການ​ໝິ່ນ​ປະ​ໝາດ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ການ​ປະ​ຕິ​ເສດ​ພຣະ​ຄຣິດ​ດ້ວຍ​ຄວາມ​ເຕັມ​ໃຈ ຫລັງ​ຈາກ​ໄດ້​ມີ​ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ພຣະ​ອົງ, ແມ່ນ​ບາບ​ທີ່​ໃຫ້​ອະ​ໄພ​ບໍ່​ໄດ້ (ມທ 12:31–32; ມຣກ 3:28–29; ຄພ 132:27).