ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 2 ເປໂຕ 3


ປຈສ, 2 ເປໂຕ 3:3–13. ປຽບ​ທຽບ​ໃສ່​ກັບ 2 ເປໂຕ 3:3–13

ໃນ​ຍຸກ​ສຸດ​ທ້າຍ, ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຈະ​ປະ​ຕິ​ເສດ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ເມື່ອ​ພຣະ​ອົງ​ສະ​ເດັດ​ມາ, ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ​ຈະ​ເກີດ​ຂຶ້ນ. ຖ້າ​ຫາກ​ເຮົາ​ອົດ​ທົນ​ໃນ​ຄວາມ​ຊອບ​ທຳ, ເຮົາ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ໃໝ່.

3 ກ່ອນ​ອື່ນ​ຈົ່ງ​ຮູ້​ຂໍ້​ນີ້, ໃນ​ຍຸກ​ສຸດ​ທ້າຍ ຈະ​ມີ​ຄົນ​ເຍາະ​ເຍີ້ຍ, ມາ​ເວົ້າ​ສຽດ​ສີ​ຕາມ​ໃຈ​ປາດ​ຖະ​ໜາ​ຂອງ​ຕົນ.

4 ປະ​ຕິ​ເສດ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ແລະ ຖາມ​ວ່າ, ຄຳ​ທີ່​ສັນ​ຍາ​ໄວ້​ວ່າ ພຣະ​ອົງ​ຈະ​ສະ​ເດັດ​ມາ​ນັ້ນ​ຢູ່​ໃສ? ເພາະ​ນັບ​ແຕ່​ບັນ​ພະ​ບຸ​ລຸດ​ລ່ວງ​ລັບ​ໄປ​ແລ້ວ, ທຸກ​ສິ່ງ​ທັງ​ປວງ ຕ້ອງເປັນ​ຢູ່ເໝືອນ​ເດີມ, ແລະ ດຳ​ເນີນ​ຕໍ່​ໄປ ດັ່ງ​ທີ່​ເປັນ​ມາ ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ການ​ສ້າງ​ໂລກ.

5 ເພາະ​ວ່າ​ພວກ​ເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ, ວ່າ​ຟ້າ​ສະຫວັນ​ໄດ້​ມີ​ຢູ່​ຕັ້ງ​ແຕ່ບູຮານ, ແລະ ແຜ່ນ​ດິນ​ໂລກ​ໄດ້​ເກີດ​ຂຶ້ນ​ມາຈາກ​ນ້ຳ ແລະ ດ້ວຍ​ທາງ​ນ້ຳ, ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ;

6 ແລະ ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ໂລກ​ໃນ​ສະ​ໄໝ​ບູຮານ ຈຶ່ງ​ຖືກ​ທຳ​ລາຍ​ດ້ວຍ​ນ້ຳ​ຖ້ວມ;

7 ແຕ່​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ​ນີ້, ຖືກ​ຮັກ​ສາ​ໄວ້ ດ້ວຍ​ພຣະ​ຄຳ​ດຽວ​ກັນ​ນັ້ນ, ສຳ​ລັບ​ໃຫ້​ໄຟ​ເຜົາ​ຜານ​ເສຍ, ຖືກ​ຮັກ​ສາ​ໄວ້​ຈົນ​ເຖິງ​ວັນ​ພິ​ພາກ​ສາ ແລະ ວັນ​ພິນາດ​ຂອງ​ບັນ​ດາ​ຄົນ​ອະທຳ.

8 ແຕ່​ພວກ​ທີ່​ຮັກ​ເອີຍ ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ບໍ່​ຢາກ​ໃຫ້​ພວກ​ເຈົ້າລືມ​ຂໍ້​ນີ້​ວ່າ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ, ແລະ ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ.

9 ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເສີຍ​ຊ້າ ທີ່​ຈະ​ເຮັດ​ໃຫ້​ຄຳ​ສັນ​ຍາ ແລະ ການ​ສະ​ເດັດ​ມາຂອງ​ພຣະ​ອົງ​ສຳ​ເລັດ, ເໝືອນ​ດັ່ງ​ທີ່​ບາງ​ຄົນ​ນັ້ນ​ຄິດ​ວ່າ​ຊ້າ; ແຕ່​ພຣະ​ອົງ​ອົດ​ທົນ​ດົນ​ນານກັບ​ເຮົາ, ບໍ່​ປະສົງ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງ​ຈິບ​ຫາຍ​ໄປ, ແຕ່​ປາດ​ຖະ​ໜາ​ໃຫ້​ຄົນ​ທັງ​ປວງ​ມາ​ສູ່​ການ​ກັບ​ໃຈ.

10 ແຕ່​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ, ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະຫວັ່ນ​ໄຫວ, ແລະ ແຜ່ນ​ດິນ​ໂລກ​ຈະ​ສັ່ນ​ສະ​ເທືອນ, ແລະ ພູ​ເຂົາ​ຈະ​ລະລາຍ, ແລະ ສະ​ຫລາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງ​ສະ​ໜັ່ນ, ແລະ ໂລກ​ທາດ​ຈະເຕັມໄປ​ດ້ວຍ​ໄຟ; ແລະ ແຜ່ນ​ດິນ​ໂລກ​ກໍຈະ​ເຕັມ​ໄປ​ດ້ວຍ​ໄຟຄື​ກັນ, ແລະ ວຽກ​ງານ​ທີ່​ເສື່ອມ​ເສຍ ຊຶ່ງຢູ່​ໃນ​ນັ້ນ ຈະ​ຖືກ​ເຜົາ​ໄໝ້.

11 ຖ້າ​ຫາກ ໃນ​ເມື່ອ​ທຸກ​ສິ່ງ​ຈະ​ຖືກ​ທຳ​ລາຍ​ໄປ​ຢ່າງ​ນີ້, ພວກ​ເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ ໃນ​ການ​ປະ​ຕິ​ບັດ ແລະ ໃນ​ການ​ນັບ​ຖື​ພຣະ​ເຈົ້າ,

12 ຈົ່ງຄອຍ​ຖ້າ, ແລະ ຕຽມ​ສຳ​ລັບ​ວັນ​ແຫ່ງການ​ສະ​ເດັດ​ມາ​ຂອງພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໃນ​ນັ້ນ ສິ່ງ​ທີ່​ເສື່ອມ​ເສຍ​ຂອງຟ້າ​ສະຫວັນ​ຈະ​ຖືກ​ເຜົາ​ໄໝ້, ຈະ​ສະ​ຫລາຍ​ໄປ, ແລະ ພູ​ເຂົາຈະ​ລະລາຍ​ດ້ວຍ​ໄຟ?

13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ເຮົາ​ຈະ​ອົດ​ທົນ, ເຮົາຈະ​ຖືກ​ຮັກ​ສາ​ໄວ້ ຕາມ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ແລະ ເຮົາຈະ​ຄອຍ​ຖ້າ​ຟ້າ​ສະຫວັນ​ໃໝ່, ແລະ ແຜ່ນ​ດິນ​ໃໝ່ ຊຶ່ງ​ຄວາມ​ຊອບ​ທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.