ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເອຊາ​ຢາ 29


ປຈສ, ເອຊາ​ຢາ 29:1–8. ປຽບ​ທຽບ​ໃສ່​ກັບ ເອຊາ​ຢາ 29:1–8

ຂ່າວ​ສານ​ທີ່​ເຄີຍ​ສັ່ງ​ສອນ​ໃນ​ເຢຣູ​ຊາເລັມ ໂດຍ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ ຈະ​ຖືກ​ນຳ​ມາ​ສັ່ງ​ສອນ​ໃນ​ຍຸກ​ສຸດ​ທ້າຍ ຈາກ​ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ຂຶ້ນ “ມາ​ຈາກ​ພື້ນ​ດິນ.”

1 ວິບັດ​ແກ່​ອາຣີເອນ, ອາຣີເອນ, ນະຄອນ​ຊຶ່ງ​ດາວິດ​ໄດ້​ຕັ້ງ​ຄ້າຍ​ໃສ່! ຈົ່ງ​ເພີ່ມ​ປີ​ເຂົ້າ​ກັບ​ປີ; ຈົ່ງ​ໃຫ້​ມີ​ການ​ຖວາຍ​ເຄື່ອງ​ບູຊາ.

2 ເຮົາ​ຍັງ​ຈະ​ໃຫ້​ອາຣີເອນ​ທຸກ​ໃຈ, ແລະ ຈະ​ມີ​ການ​ຮ້ອງ​ຄ່ຳ​ຄວນ ແລະ ໂສກ​ເສົ້າ; ເພາະ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງນັ້ນ​ແກ່​ຂ້າພະ​ເຈົ້າ, ມັນ​ຈະ​ເປັນ​ອາຣີເອນ​ແກ່​ເຮົາ;

3 ວ່າ​ເຮົາ​ພຣະຜູ້​ເປັນ​ເຈົ້າ​ຈະ​ຕັ້ງຄ້າຍ​ຢູ່​ອ້ອມ​ຮອບ​ນະຄອນ, ແລະ ຈະ​ລ້ອມ​ນະຄອນ​ກັບ​ຫໍ​ຮົບ, ແລະ ເຮົາ​ຈະ​ຍົກ​ທັບ​ມາ​ໂຈມ​ຕີ​ນະຄອນ.

4 ແລະ ນະຄອນ​ຈະ​ຖືກ​ຢຽບ​ລົງ, ແລະ ຈະ​ເວົ້າ​ອອກ​ມາ​ຈາກ​ພື້ນ​ດິນ, ແລະ ສຽງ​ຂອງ​ນະຄອນ​ຈະ​ດັງ​ມາ​ຈາກ​ທີ່​ຕ່ຳ​ໃນ​ຂີ້​ຝຸ່ນ​ດິນ; ແລະ ສຽງ​ຂອງ​ນະຄອນ​ຈະ​ເປັນ​ເໝືອນ​ດັ່ງ​ວິນ​ຍານ, ຂຶ້ນ​ມາ​ຈາກ​ພື້ນ​ດິນ, ແລະ ສຽງ​ຂອງ​ນະຄອນ​ຈະ​ດັງ​ອຸດ​ອິດ​ອອກ​ຈາກ​ຂີ້​ຝຸ່ນ​ດິນ.

5 ຍິ່ງ​ໄປ​ກວ່າ​ນັ້ນ ຄົນ​ຕ່າງ​ດ້າວ​ຂອງ​ນະຄອນ ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້​ຝຸ່ນ​ດິນ, ແລະ ກອງ​ທັບ​ອັນ​ໜ້າ​ຢ້ານ​ກົວ​ຂອງ​ພວກ​ເຂົາ ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ; ແທ້​ຈິງ​ແລ້ວ, ຈະ​ເປັນ​ໃນ​ທັນ​ໃດ ຢ່າງ​ບໍ່​ຄາດ​ຝັນ.

6 ເພາະຈອມ​ໂຍທາ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມພວກ​ເຂົາດ້ວຍ​ສຽງ​ຟ້າ​ຮ້ອງ, ແລະ ດ້ວຍ​ແຜ່ນ​ດິນ​ໄຫວ, ແລະ ດ້ວຍ​ສຽງ​ດັງ​ກ້ອງ, ດ້ວຍ​ລົມ​ພະຍຸ ແລະ ສຽງ​ຝົນ​ຟ້າ​ຄະ​ນອງ, ແລະ ແປວ​ໄຟ​ອັນ​ແກ່​ກ້າ.

7 ແລະ ກອງ​ທັບ​ທັງ​ໝົດ​ຂອງ​ປະ​ຊາ​ຊາດ​ຕ່າງໆ ທີ່​ພວມ​ໂຈມ​ຕີ​ອາຣີເອນ, ແມ່ນ​ແຕ່​ກອງ​ທັບ​ທັງ​ໝົດ​ທີ່​ໂຈມ​ຕີ​ນະຄອນ ແລະ ອາວຸດ​ຍຸດ​ທະ​ພັນ​ຂອງ​ນະຄອນ, ແລະ ເຮັດ​ໃຫ້​ນະຄອນ​ທຸກ​ໃຈ, ຈະ​ສູນ​ຫາຍ​ໄປ​ດັ່ງ​ຄວາມ​ຝັນ​ໃນ​ຕອນ​ກາງ​ຄືນ.

8 ແທ້​ຈິງ​ແລ້ວ, ພວກ​ເຂົາຈະເປັນດັ່ງ​ຄົນ​ກຳ​ລັງ​ຈະ​ຕາຍ​ເພາະ​ຫິວ​ເຂົ້າ ທີ່ຝັນ​ໄປ, ແລະ ຈົ່ງ​ເບິ່ງ, ເຂົາ​ໄດ້​ກິນ​ເຂົ້າ, ແຕ່​ເມືອ​ເຂົາ​ຕື່ນ​ນອນ ຈິດ​ວິນ​ຍານ​ຂອງ​ເຂົາ​ຫິວ​ໂຫຍ; ຫລື ເປັນ​ດັ່ງຄົນ​ພວມ​ຈະ​ຕາຍ​ຍ້ອນ​ກະ​ຫາຍ​ນ້ຳ ທີ່ໄດ້​ຝັນ​ໄປ, ແລະ ຈົ່ງ​ເບິ່ງ, ເຂົາ​ໄດ້​ດື່ມ​ນ້ຳ, ແຕ່​ເມື່ອ​ເຂົາ​ຕື່ນ​ນອນ, ແລະ ຈົ່ງ​ເບິ່ງ, ເຂົາ​ອ່ອນ​ເພຍ, ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ຍັງ​ກະ​ຫາຍ. ແທ້​ຈິງ​ແລ້ວ, ຈະ​ເປັນ​ເຊັ່ນ​ນັ້ນ ກັບ​ກອງ​ທັບ​ທັງ​ໝົດ​ຂອງ​ປະ​ຊາ​ຊາດ​ຕ່າງໆ ທີ່​ມາ​ໂຈມ​ຕີ​ຊີໂອນ.