ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 17


ປຈສ, ລູກາ 17:21. ປຽບ​ທຽບ​ໃສ່​ກັບ ລູກາ 17:20–21

ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເຖິງ​ແລ້ວ.

21 ບໍ່​ມີ​ຜູ້​ໃດ​ຈະ​ເວົ້າ​ວ່າ, ເບິ່ງ​ແມ, ຢູ່​ທີ່​ນີ້! ຫລື ເບິ່ງ​ແມ, ຢູ່​ທີ່​ນັ້ນ! ເພາະ, ຈົ່ງ​ເບິ່ງ, ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ​ແລ້ວ.

ປຈສ, ລູກາ 17:36–40. ປຽບ​ທຽບ​ໃສ່​ກັບ ລູກາ 17:37

ພຣະ​ເຢຊູ​ເລົ່າ​ຄຳ​ອຸປະມາ​ເລື່ອງ​ຝູງ​ແຮ້ງ ເພື່ອ​ອະ​ທິ​ບາຍ​ເຖິງ​ການ​ເຕົ້າ​ໂຮມ​ໄພ່​ພົນ​ຂອງ​ພຣະ​ອົງ ໃນ​ຍຸກ​ສຸດ​ທ້າຍ.

36 ແລະ ເຂົາ​ເຈົ້າ​ໄດ້​ຕອບ ແລະ ກ່າວ​ກັບ​ພຣະ​ອົງ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ເຫດ​ການ​ນັ້ນ​ຈະ​ເກີດ​ຂຶ້ນ​ຢູ່​ທີ່​ໃດ?

37 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ວ່າ ຊາກ​ສົບ​ຢູ່ບ່ອນ​ໃດ; ຫລື ອີກ​ຄຳ​ໜຶ່ງ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເຕົ້າ​ໂຮມ​ຢູ່​ບ່ອນ​ໃດ, ຝູງ​ແຮ້ງ​ກໍ​ຈະ​ຈຸ້ມ​ກັນ​ຢູ່​ບ່ອນ​ນັ້ນ; ຫລື ຢູ່​ທີ່​ນັ້ນ ຜູ້​ທີ່​ເຫລືອ​ຢູ່​ຈະ​ຖືກ​ພາ​ມາ​ເຕົ້າ​ໂຮມ​ກັນ.

38 ເລື່ອງ​ນີ້​ພຣະ​ອົງ​ໄດ້​ກ່າວ, ໂດຍ​ໝາຍ​ເຖິງ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ພຣະ​ອົງ; ແລະ ເຫລົ່າ​ທູດ​ໄດ້​ລົງ​ມາ ແລະ ເຕົ້າ​ໂຮມ​ຜູ້​ທີ່​ເຫລືອ​ຢູ່​ໄວ້​ກັບ​ພວກ​ເຂົາ; ຄົນ​ໜຶ່ງ​ຈາກ​ຕຽງ​ນອນ, ອີກ​ຄົນ​ໜຶ່ງ​ຈາກ​ບ່ອນ​ໂມ້​ແປ້ງ, ແລະ ຄົນ​ໜຶ່ງ​ອີກ​ຈາກ​ທົ່ງ, ບ່ອນ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ປະສົງ.

39 ເພາະ​ຕາມ​ຈິງ​ແລ້ວ ຈະ​ມີ​ຟ້າ​ສະຫວັນ​ໃໝ່, ແລະ ແຜ່ນ​ດິນ​ໂລກ​ໃໝ່, ຊຶ່ງ​ໃນ​ນັ້ນ ຄວາມ​ຊອບ​ທຳ​ຈະ​ດຳ​ລົງ​ຢູ່.

40 ແລະ ຈະ​ບໍ່​ມີ​ສິ່ງ​ທີ່​ບໍ່​ສະອາດ; ເພາະ​ແຜ່ນ​ດິນ​ໂລກ​ຈະ​ເລີ່ມ​ເກົ່າ​ລົງ, ແມ່ນ​ແຕ່​ເປັນ​ເໝືອນ​ເສື້ອ​ຜ້າ, ເລີ່ມ​ເນົ່າ​ເປື່ອຍ​ລົງ​ເລື້ອຍໆ, ດັ່ງ​ນັ້ນ ມັນ​ຈຶ່ງ​ສູນ​ຫາຍ​ໄປ, ແລະ ທີ່​ຮອງ​ພຣະ​ບາດ​ຍັງ​ຢູ່​ໃນ​ສະພາບ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ແລ້ວ, ຖືກ​ຊຳລະ​ລ້າງ​ຈາກ​ບາບ​ທັງ​ໝົດ.